ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 1

ເພງທີ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

ເອົາ​ຊະນະ​ຄວາມ​ຢ້ານ​ໂດຍ​ໄວ້ໃຈ​ພະ​ເຢໂຫວາ

ເອົາ​ຊະນະ​ຄວາມ​ຢ້ານ​ໂດຍ​ໄວ້ໃຈ​ພະ​ເຢໂຫວາ

ຂໍ້​ພະຄຳພີ​ປະຈຳ​ປີ 2024:“ເມື່ອ​ລູກ​ຢ້ານ ລູກ​ກໍ​ໄວ້ໃຈ​ພະອົງ.”ເພງ. 56:3, ລ.ມ

ຈຸດ​ສຳຄັນ

ຮຽນ​ຮູ້​ວິທີ​ທີ່​ຈະ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ວິທີ​ເອົາ​ຊະນະ​ຄວາມ​ຢ້ານ.

1. ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ຢ້ານ?

 ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ທຸກ​ຄົນ​ຈະ​ຮູ້ສຶກ​ຢ້ານ. ແຕ່​ເມື່ອ​ເຮົາ​ໄດ້​ຮຽນ​ຄຳພີ​ໄບເບິນ ເຮົາ​ກໍ​ເຊົາ​ຢ້ານ​ຫຼາຍ​ຢ່າງ ເຊັ່ນ: ເຊົາ​ຢ້ານ​ຄົນ​ຕາຍ ເຊົາ​ຢ້ານ​ພວກ​ປີສາດ ແລະ​ບໍ່​ຢ້ານ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ເຮົາ​ຍັງ​ຢ້ານ​ຢູ່​ຍ້ອນ​ເຮົາ​ມີ​ຊີວິດ​ໃນ​ໄລຍະ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ເກີດ “ປາກົດ​ການ​ທີ່​ໜ້າ​ຢ້ານ” ເຊັ່ນ: ສົງຄາມ ອາດຊະຍາກຳ ແລະ​ໂລກ​ລະບາດ. (ລກ. 21:11) ເຮົາ​ອາດ​ຢ້ານ​ຄົນ​ນຳ ເຊິ່ງ​ລວມ​ເຖິງ​ອຳນາດ​ການ​ປົກຄອງ​ຫຼື​ຄົນ​ໃນ​ຄອບຄົວ​ທີ່​ຕໍ່ຕ້ານ​ຄວາມ​ເຊື່ອ​ຂອງ​ເຮົາ. ບາງ​ຄົນ​ກໍ​ອາດ​ຢ້ານ​ວ່າ​ເຂົາເຈົ້າ​ຈະ​ອົດທົນ​ກັບ​ການ​ທົດສອບ​ທີ່​ເຈິ​ໃນ​ຕອນນີ້​ຫຼື​ການ​ທົດສອບ​ທີ່​ຈະ​ເຈິ​ໃນ​ອະນາຄົດ​ບໍ່​ໄຫວ.

2. ຕອນ​ທີ່​ຢູ່​ເມືອງ​ກັດ ດາວິດ​ຢ້ານ​ຫຍັງ?

2 ບາງ​ເທື່ອ​ດາວິດ​ກໍ​ຮູ້ສຶກ​ຢ້ານ​ຄື​ກັນ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຊາອູນ​ໄລ່ລ່າ​ລາວ ລາວ​ກໍ​ໄດ້​ໜີ​ໄປ​ເມືອງ​ກັດ​ທີ່​ຢູ່​ຟີລິດສະຕີນ. ອາກີເຊ​ທີ່​ເປັນ​ກະສັດ​ຂອງ​ເມືອງ​ກັດ​ຮູ້​ວ່າ​ດາວິດ​ເປັນ​ນັກຮົບ​ທີ່​ເກັ່ງ​ຫຼາຍ​ທີ່​ຂ້າ​ພວກ​ຟີລິດສະຕີນ “ເປັນ​ໝື່ນໆ.” ເລື່ອງ​ນີ້​ເຮັດ​ໃຫ້​ດາວິດ​ອຸກໃຈ​ແລະ “ຢ້ານ​ອາກີເຊ​ກະສັດ​ຂອງ​ເມືອງ​ກັດ​ຫຼາຍ.” (1ຊມ. 21:10-12) ດາວິດ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ແນວ​ໃດ?

3. ຕາມ​ຄຳເພງ 56:1-3, 11 ດາວິດ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ແນວ​ໃດ?

3 ໃນ​ຄຳເພງ​ບົດ 56 ດາວິດ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຕອນ​ທີ່​ລາວ​ຢູ່​ເມືອງ​ກັດ. ໃນ​ຄຳເພງ​ບົດ​ນັ້ນ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ດາວິດ​ຢ້ານ​ຫຼາຍ​ສ່ຳ​ໃດ ແລະ​ກໍ​ເຮັດ​ໃຫ້​ເຮົາ​ຮູ້​ນຳ​ວ່າ​ດາວິດ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ແນວ​ໃດ. ຕອນ​ທີ່​ດາວິດ​ຢ້ານ ລາວ​ໄວ້ໃຈ​ພະ​ເຢໂຫວາ. (ອ່ານ​ຄຳເພງ 56:1-3, 11) ດາວິດ​ມີ​ເຫດຜົນ​ແທ້​ໆ​ທີ່​ຈະ​ໄວ້ໃຈ​ພະ​ເຢໂຫວາ ຍ້ອນ​ເພິ່ນ​ຊ່ວຍ​ລາວ​ໃຫ້​ສາມາດ​ຄິດ​ແຜນການ​ທີ່​ແປກ​ໆ​ແຕ່​ໃຊ້​ໄດ້​ຜົນ. ດາວິດ​ທຳທ່າ​ເຮັດ​ເປັນ​ຜີບ້າ ອາກີເຊ​ຈຶ່ງ​ຢາກ​ໄລ່​ລາວ​ໜີ​ແທນ​ທີ່​ຈະ​ຂ້າ​ລາວ. ດັ່ງນັ້ນ ດາວິດ​ຈຶ່ງ​ລອດ​ຊີວິດ.—1ຊມ. 21:13–22:1

4. ເຮົາ​ຈະ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

4 ເຮົາ​ກໍ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ຖ້າ​ເຮົາ​ໄວ້ໃຈ​ພະ​ເຢໂຫວາ. ແຕ່​ເຮົາ​ຈະ​ໄວ້ໃຈ​ເພິ່ນ​ໄດ້​ແນວ​ໃດ​ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ຮູ້ສຶກ​ຢ້ານ? ໃຫ້​ເຮົາ​ຄິດເຖິງ​ຕົວຢ່າງ​ນີ້. ສົມມຸດ​ວ່າ​ເຈົ້າ​ບໍ່​ສະບາຍ​ແຮງ. ຕອນ​ທຳອິດ ເຈົ້າ​ອາດ​ຮູ້ສຶກ​ຢ້ານ​ຫຼາຍ. ແຕ່​ເມື່ອ​ເຈົ້າ​ໄປ​ຫາ​ໝໍ ເຈົ້າ​ກໍ​ເລີ່ມ​ສະບາຍ​ໃຈ​ຂຶ້ນ​ຍ້ອນ​ເຈົ້າ​ໄດ້​ຍິນ​ວ່າ​ທ່ານ​ໝໍ​ຜູ້​ນີ້​ມີ​ຊື່​ສຽງ​ວ່າ​ປົວ​ພະຍາດ​ນີ້​ເກັ່ງ. ຕອນ​ທີ່​ເຈົ້າ​ເລົ່າ​ອາການ​ໃຫ້​ລາວ​ຟັງ ລາວ​ກໍ​ຕັ້ງໃຈ​ຟັງ​ແລະ​ເຈົ້າ​ຮູ້ສຶກ​ວ່າ​ລາວ​ເຂົ້າໃຈ​ເຈົ້າ​ແທ້​ໆ. ລາວ​ສະເໜີ​ວິທີ​ປົວ​ທີ່​ເຄີຍ​ໃຊ້​ໄດ້​ຜົນ​ດີ​ກັບ​ຄົນ​ອື່ນ​ມາ​ແລ້ວ. ເມື່ອ​ໄດ້​ຍິນ​ແບບ​ນີ້ ເຈົ້າ​ກໍ​ໄວ້ໃຈ​ລາວ​ຫຼາຍ​ຂຶ້ນ. ຄ້າຍຄື​ກັນ ເຮົາ​ຈະ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ເບິ່ງ​ວ່າ​ເພິ່ນ​ເຄີຍ​ເຮັດ​ຫຍັງ​ເພື່ອ​ເຮົາ​ມາ​ແດ່​ແລ້ວ ເພິ່ນ​ກຳລັງ​ເຮັດ​ຫຍັງ​ໃນ​ຕອນນີ້ ແລະ​ເພິ່ນ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ. ນີ້​ແມ່ນ​ສິ່ງ​ທີ່​ດາວິດ​ເຮັດ. ດັ່ງນັ້ນ ຕອນ​ທີ່​ເຮົາ​ເບິ່ງ​ຄຳເວົ້າ​ຂອງ​ດາວິດ​ໃນ​ຄຳເພງ​ບົດ 56 ໃຫ້​ເຮົາ​ຄິດ​ນຳ​ວ່າ​ເຮົາ​ຈະ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ແນວ​ໃດ.

ພະ​ເຢໂຫວາ​ເຄີຍ​ເຮັດ​ຫຍັງ​ມາ​ແດ່​ແລ້ວ?

5. ດາວິດ​ຄິດ​ຕຶກຕອງ​ເລື່ອງ​ຫຍັງ​ແດ່​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຢ້ານ? (ຄຳເພງ 56:12, 13)

5 ເຖິງ​ວ່າ​ດາວິດ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ ລາວ​ກໍ​ຍັງ​ສົນໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ເຄີຍ​ເຮັດ​ມາ​ແລ້ວ. (ອ່ານ​ຄຳເພງ 56:12, 13) ດາວິດ​ຄິດ​ແບບ​ນີ້​ຕະຫຼອດ​ຊີວິດ​ຂອງ​ລາວ. ຕົວຢ່າງ​ເຊັ່ນ: ລາວ​ມັກ​ຄິດ​ຕຶກຕອງ​ກ່ຽວກັບ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ເຊິ່ງ​ຊ່ວຍ​ລາວ​ໃຫ້​ໝັ້ນໃຈ​ໃນ​ລິດເດດ​ຂອງ​ພະ​ເຢໂຫວາ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ມະນຸດ​ແຕ່​ລະ​ຄົນ​ຫຼາຍ. (ເພງ. 65:6-9) ນອກ​ຈາກນັ້ນ ລາວ​ຍັງ​ຄິດ​ຕຶກຕອງ​ກ່ຽວກັບ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຄົນ​ອື່ນ​ນຳ. (ເພງ. 31:19; 37:25, 26) ດາວິດ​ຍັງ​ຄິດ​ຕຶກຕອງ​ເປັນ​ພິເສດ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ລາວ​ເປັນ​ສ່ວນ​ໂຕ. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ສະໜັບສະໜູນ​ແລະ​ປົກປ້ອງ​ລາວ​ຕັ້ງແຕ່​ຕອນ​ທີ່​ລາວ​ເປັນ​ແອນ້ອຍ. (ເພງ. 22:9, 10) ການ​ຄິດເຖິງ​ເລື່ອງ​ເຫຼົ່າ​ນີ້​ຕ້ອງ​ເຮັດ​ໃຫ້​ດາວິດ​ໝັ້ນໃຈ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແທ້​ໆ

ສິ່ງ​ທີ່​ຊ່ວຍ​ດາວິດ​ໃຫ້​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແມ່ນ​ການ​ຄິດເຖິງ​ສິ່ງ​ທີ່​ເພິ່ນ​ເຄີຍ​ເຮັດ​ເພື່ອ​ລາວ​ມາ​ແລ້ວ ສິ່ງ​ທີ່​ເພິ່ນ​ກຳລັງ​ເຮັດ​ໃນ​ຕອນນີ້ ແລະ​ສິ່ງ​ທີ່​ເພິ່ນ​ຈະ​ເຮັດ​ໃນ​ອະນາຄົດ (ເບິ່ງ​ຂໍ້ 5, 8, 12) d


6. ເມື່ອ​ເຮົາ​ຮູ້ສຶກ​ຢ້ານ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ພະ​ເຢໂຫວາ?

6 ຕອນ​ທີ່​ເຈົ້າ​ຮູ້ສຶກ​ຢ້ານ​ໃຫ້​ຖາມ​ໂຕເອງ​ວ່າ ‘ພະ​ເຢໂຫວາ​ເຄີຍ​ເຮັດ​ຫຍັງ​ມາ​ແລ້ວ?’ ໃຫ້​ເຈົ້າ​ຄິດ​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ສ້າງ. ຕົວຢ່າງ​ເຊັ່ນ: ໃຫ້​ເບິ່ງ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ນົກ​ແລະ​ດອກ​ໄມ້​ແນວ​ໃດ. ເຖິງ​ວ່າ​ສິ່ງ​ເຫຼົ່າ​ນີ້​ບໍ່​ໄດ້​ຖືກ​ສ້າງ​ໃຫ້​ຄ້າຍ​ຄື​ກັບ​ເພິ່ນ​ແລະ​ບໍ່​ສາມາດ​ນະມັດສະການ​ເພິ່ນ​ໄດ້ ແຕ່​ພະ​ເຢໂຫວາ​ຍັງ​ເບິ່ງແຍງ​ພວກ​ມັນ​ຢ່າງ​ດີ. ດັ່ງນັ້ນ ເພິ່ນ​ກໍ​ແຮ່ງ​ສົນໃຈ​ແລະ​ຢາກ​ເບິ່ງແຍງ​ເຮົາ​ຫຼາຍ​ກວ່າ​ນັ້ນ​ອີກ​ບໍ່​ແມ່ນ​ບໍ? (ມທ. 6:25-32) ການ​ຄິດ​ຕຶກຕອງ​ກ່ຽວກັບ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ນອກ​ຈາກນັ້ນ ໃຫ້​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ນຳ. ເຈົ້າ​ອາດ​ສຶກສາ​ຄົ້ນຄວ້າ​ເລື່ອງ​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ຫຼື​ເຈົ້າ​ອາດ​ລອງ​ອ່ານ​ປະສົບການ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໃນ​ປັດຈຸບັນ. a ອີກ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ເຮັດ​ໄດ້​ແມ່ນ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ເບິ່ງແຍງ​ເຈົ້າ​ແນວ​ໃດ​ແລະ​ເພິ່ນ​ຊ່ວຍ​ເຈົ້າ​ຈັ່ງໃດ​ໃຫ້​ມາ​ຮູ້​ຈັກ​ຄວາມ​ຈິງ. (ຢຮ. 6:44) ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແນວ​ໃດ​ແດ່? (1ຢຮ. 5:14) ໃນ​ແຕ່​ລະ​ມື້ ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ທີ່​ພະ​ເຢໂຫວາ​ໃຫ້​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ມາ​ຕາຍ​ເປັນ​ຄ່າໄຖ່?—ອຟຊ. 1:7; ຮຣ. 4:14-16

ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ຄິດເຖິງ​ສິ່ງ​ທີ່​ເພິ່ນ​ເຄີຍ​ເຮັດ​ເພື່ອ​ເຮົາ​ມາ​ແລ້ວ ສິ່ງ​ທີ່​ເພິ່ນ​ກຳລັງ​ເຮັດ​ໃນ​ຕອນນີ້ ແລະ​ສິ່ງ​ທີ່​ເພິ່ນ​ຈະ​ເຮັດ​ໃນ​ອະນາຄົດ (ເບິ່ງ​ຂໍ້ 6, 9-10, 13-14) e


7. ເລື່ອງ​ຂອງ​ຜູ້​ພະຍາກອນ​ດານີເອນ​ຊ່ວຍ​ວາເນັດຊ້າ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້?

7 ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ວາເນັດຊ້າ bຢູ່​ໄຮຕິ​ເຈິ​ກັບ​ສະຖານະການ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ. ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ເຂດ​ບ້ານ​ຂອງ​ວາເນັດຊ້າ​ໄດ້​ສົ່ງ​ຂໍ້​ຄວາມ​ແລະ​ໂທ​ຫາ​ທຸກ​ມື້​ເພື່ອ​ກົດດັນ​ໃຫ້​ໄປ​ນອນ​ນຳ. ວາເນັດຊ້າ​ປະຕິເສດ​ລາວ​ແບບ​ກົງ​ໆ​ແຕ່​ຜູ້​ຊາຍ​ຄົນ​ນີ້​ກໍ​ແຮ່ງ​ຕື້​ຫຼາຍ​ກວ່າ​ເກົ່າ​ອີກ​ແລະ​ເຖິງຂັ້ນ​ຂູ່​ວ່າ​ຈະ​ທຳຮ້າຍ​ລາວ. ວາເນັດຊ້າ​ເວົ້າ​ວ່າ “ຂ້ອຍ​ຢ້ານ​ຫຼາຍ.” ວາເນັດຊ້າ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ແນວ​ໃດ? ລາວ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ປົກປ້ອງ​ໂຕເອງ ແລະ​ຜູ້​ດູແລ​ໃນ​ປະຊາຄົມ​ກໍ​ຊ່ວຍ​ລາວ​ຕິດຕໍ່​ກັບ​ອຳນາດ​ການ​ປົກຄອງ. ນອກ​ຈາກນັ້ນ ລາວ​ຍັງ​ໄດ້​ຄິດເຖິງ​ເລື່ອງ​ທີ່​ພະ​ເຢໂຫວາ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ສະໄໝ​ແຕ່​ກີ້. ວາເນັດຊ້າ​ເລົ່າ​ວ່າ: “ຄົນ​ທຳອິດ​ທີ່​ຂ້ອຍ​ຄິດເຖິງ​ແມ່ນ​ຜູ້​ພະຍາກອນ​ດານີເອນ. ລາວ​ຖືກ​ໂຍນ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ​ທີ່​ຫິວ​ຫຼາຍ​ທັງ​ໆ​ທີ່​ລາວ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ແຕ່​ພະ​ເຢໂຫວາ​ກໍ​ປົກປ້ອງ​ລາວ. ຂ້ອຍ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ຄື​ກັນ. ຫຼັງ​ຈາກນັ້ນ ຂ້ອຍ​ກໍ​ບໍ່​ຢ້ານ​ອີກ​ຕໍ່​ໄປ.”—ດນອ. 6:12-22

ພະ​ເຢໂຫວາ​ກຳລັງ​ເຮັດ​ຫຍັງ​ໃນ​ຕອນນີ້

8. ດາວິດ​ໝັ້ນໃຈ​ໃນ​ເລື່ອງ​ໃດ? (ຄຳເພງ 56:8)

8 ເຖິງ​ວ່າ​ດາວິດ​ຕົກ​ຢູ່​ໃນ​ອັນຕະລາຍ​ຕອນ​ທີ່​ຢູ່​ເມືອງ​ກັດ ແຕ່​ລາວ​ກໍ​ບໍ່​ໄດ້​ຄິດເຖິງ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ຢ້ານ. ດາວິດ​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ກຳລັງ​ເຮັດ​ເພື່ອ​ລາວ​ໃນ​ຕອນ​ນັ້ນ. ດາວິດ​ຮູ້​ເລີຍ​ວ່າ​ພະ​ເຢໂຫວາ​ກຳ​ລັງ​ຊ່ວຍ​ແລະ​ປົກປ້ອງ​ລາວ ແລະ​ຮູ້​ວ່າ​ເພິ່ນ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ລາວ​ແທ້​ໆ. (ອ່ານ​ຄຳເພງ 56:8) ນອກຈາກນັ້ນ ດາວິດ​ຍັງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໝູ່​ທີ່​ດີ​ຂອງ​ລາວ ເຊັ່ນ ໂຢນາທານ​ແລະ​ປະໂລຫິດ​ໃຫຍ່​ອາຮີເມເລັກ. (1ຊມ. 20:41, 42; 21:6, 8, 9) ເຖິງ​ວ່າ​ດາວິດ​ຍັງ​ຕ້ອງ​ໜີ​ຈາກ​ການ​ໄລ່ລ່າ​ຂອງ​ຊາອູນ ແຕ່​ລາວ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮູ້​ດີ​ວ່າ​ລາວ​ຕ້ອງ​ເຈິ​ກັບ​ບັນຫາ​ຫຍັງ​ແດ່ ແລະ​ເພິ່ນ​ຮູ້​ວ່າ​ບັນຫາ​ນັ້ນ​ເຮັດ​ໃຫ້​ລາວ​ຮູ້ສຶກ​ແນວ​ໃດ.

9. ພະ​ເຢໂຫວາ​ສັງເກດ​ເຫັນ​ຫຍັງ​ກ່ຽວກັບ​ເຮົາ​ແຕ່​ລະ​ຄົນ?

9 ເມື່ອ​ເຈົ້າ​ເຈິ​ບັນຫາ​ທີ່​ເຮັດ​ໃຫ້​ຮູ້ສຶກ​ຢ້ານ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ກຳລັງ​ເຈິ​ກັບ​ບັນຫາ​ຫຍັງ​ແດ່ ແລະ​ເພິ່ນ​ກໍ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ນຳ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພວກ​ອິດສະຣາເອນ​ຢູ່​ເອຢິບ ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເຫັນ​ວ່າ​ເຂົາເຈົ້າ​ເຈິ​ກັບ​ຄວາມ​ລຳບາກ​ຫຍັງ​ແດ່ ແຕ່​ເພິ່ນ​ຍັງ​ຮູ້​ວ່າ “ເຂົາເຈົ້າ​ເຈັບ​ປວດ​ຫຼາຍ​ແທ້ໆ.” (ອພຍ. 3:7) ໃນ​ເພງ​ທີ່​ດາວິດ​ແຕ່ງ ລາວ​ບອກ​ວ່າ​ພະ​ເຢໂຫວາ​ເຫັນ “ຄວາມ​ທຸກ” ແລະ​ຮູ້​ວ່າ​ລາວ “ເຈັບ​ປວດ.” (ເພງ. 31:7, ລ.ມ) ເມື່ອ​ພະ​ເຢໂຫວາ​ເຫັນ​ປະຊາຊົນ​ຂອງ​ເພິ່ນ​ເຈິ​ຄວາມ​ທຸກ​ລຳບາກ ເຖິງ​ວ່າ​ຈະ​ເປັນ​ຍ້ອນ​ການ​ຕັດສິນໃຈ​ທີ່​ຜິດ​ພາດ​ຂອງ​ເຂົາເຈົ້າ​ເອງ “ພະເຈົ້າ​ກໍ​ທຸກໃຈ​ນຳ.” (ອຊຢ. 63:9) ດັ່ງນັ້ນ ເມື່ອ​ເຈົ້າ​ຮູ້ສຶກ​ຢ້ານ ຂໍ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ແລະ​ເພິ່ນ​ຢາກ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ.

10. ເປັນ​ຫຍັງ​ເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ແລະ​ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ບັນຫາ​ທຸກ​ຢ່າງ​ໄດ້?

10 ຕອນ​ທີ່​ເຈົ້າ​ເຈິ​ບັນຫາ​ໜັກ ເຈົ້າ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ​ເຈົ້າ​ຢູ່​ບໍ? ຖ້າ​ເປັນ​ແນວ​ນັ້ນ ໃຫ້​ເຈົ້າ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ໃຫ້​ອອກ​ວ່າ​ເພິ່ນ​ກຳລັງ​ຊ່ວຍ​ເຈົ້າ. (2ກສ. 6:15-17) ຈາກນັ້ນ ໃຫ້​ຖາມ​ໂຕເອງ​ວ່າ ມີ​ຄຳ​ບັນລະຍາຍ​ຫຼື​ຄຳ​ຄິດ​ເຫັນ​ຂອງ​ພີ່ນ້ອງ​ຢູ່​ການ​ປະຊຸມ​ທີ່​ໃຫ້​ກຳລັງ​ໃຈ​ເຈົ້າ​ບໍ? ມີ​ປຶ້ມ ວິດີໂອ ຫຼື​ເພງ​ຈາກ​ມິວສິກ​ວິດີໂອ​ທີ່​ໃຫ້​ກຳລັງ​ໃຈ​ເຈົ້າ​ບໍ? ມີ​ໃຜ​ເວົ້າ​ຫຼື​ອ່ານ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ເຈົ້າ​ບໍ? ຕອນ​ທີ່​ເຈົ້າ​ເຈິ​ບັນຫາ​ໜັກ ອາດ​ເປັນ​ເລື່ອງ​ງ່າຍ​ທີ່​ເຈົ້າ​ຈະ​ເບິ່ງ​ຂ້າມ​ຄວາມ​ຮັກ​ຂອງ​ພີ່ນ້ອງ​ແລະ​ຄວາມ​ຮູ້​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້. ທີ່ຈິງ ສິ່ງ​ເຫຼົ່າ​ນີ້​ເປັນ​ຂອງຂວັນ​ທີ່​ພິເສດ​ຈາກ​ພະເຢໂຫວາ. (ອຊຢ. 65:13; ມຣກ. 10:29, 30) ມັນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຈົ້າ​ຫຼາຍ​ແລະ​ເຮັດ​ໃຫ້​ເຈົ້າ​ໄວ້ໃຈ​ເພິ່ນ​ໄດ້.—ອຊຢ. 49:14-16

11. ສິ່ງ​ໃດ​ຊ່ວຍ​ໄອດ້າ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້?

11 ພີ່ນ້ອງ​ຍິງ​ຊື່​ໄອດ້າ​ທີ່​ຢູ່​ເຊເນການ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຮັບ​ມື​ກັບ​ບັນຫາ​ໄດ້. ລາວ​ເປັນ​ລູກກົກ ພໍ່​ແມ່​ຈຶ່ງ​ຄາດໝາຍ​ໃຫ້​ລາວ​ຫາ​ເງິນ​ມາ​ລ້ຽງ​ຄອບຄົວ. ແຕ່​ຫຼັງ​ຈາກ​ທີ່​ໄອດ້າ​ເລືອກ​ທີ່​ຈະ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ເພື່ອ​ຈະ​ເປັນ​ໄພໂອເນຍ ລາວ​ກໍ​ມີ​ບັນຫາ​ເລື່ອງ​ເງິນ. ຄອບຄົວ​ຂອງ​ລາວ​ໃຈ​ຮ້າຍ​ໃຫ້​ລາວ​ຫຼາຍ​ແລະ​ເວົ້າ​ໃຫ້​ລາວ. ໄອດ້າ​ເວົ້າ​ວ່າ: “ຂ້ອຍ​ຢ້ານ​ວ່າ​ຈະ​ຊ່ວຍ​ພໍ່​ແມ່​ບໍ່​ໄດ້ ແລະ​ທຸກ​ຄົນ​ຈະ​ຖິ້ມ​ຂ້ອຍ. ຂ້ອຍ​ເຖິງຂັ້ນ​ໂທດ​ພະ​ເຢໂຫວາ​ວ່າ​ເປັນ​ຫຍັງ​ຈຶ່ງ​ປ່ອຍ​ໃຫ້​ເລື່ອງ​ມັນ​ຮ້າຍແຮງ​ປານ​ນີ້.” ຕໍ່​ມາ ລາວ​ໄດ້​ຟັງ​ຄຳ​ບັນລະຍາຍ​ໜຶ່ງ​ຢູ່​ການ​ປະຊຸມ. ຜູ້​ບັນລະຍາຍ​ບອກ​ວ່າ​ພະ​ເຢໂຫວາ​ຮູ້​ທຸກ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຢ້ານ​ແລະ​ອຸກໃຈ. ຄຳ​ແນະນຳ​ຂອງ​ຜູ້​ດູແລ​ກັບ​ພີ່ນ້ອງ​ເຮັດ​ໃຫ້​ຂ້ອຍ​ຄ່ອຍ​ໆ​ໝັ້ນ​ໃຈ​ໃນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ເມື່ອ​ຂ້ອຍ​ອະທິດຖານ​ຫາ​ພະ​ເຢໂຫວາ ຂ້ອຍ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ຈະ​ຊ່ວຍ​ຂ້ອຍ ແລະ​ເມື່ອ​ຂ້ອຍ​ເຫັນ​ວ່າ​ເພິ່ນ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ ຂ້ອຍ​ກໍ​ຮູ້ສຶກ​ສະຫງົບໃຈ​ແທ້ໆ.” ຕໍ່​ມາ ໄອດ້າ​ໄດ້​ວຽກ​ທີ່​ຊ່ວຍ​ລາວ​ໃຫ້​ເປັນ​ໄພໂອເນຍ​ໄດ້​ແລະ​ຍັງ​ມີ​ເງິນ​ຊ່ວຍ​ພໍ່​ແມ່​ແລະ​ຄົນ​ອື່ນ​ໄດ້​ນຳ​ອີກ. ໄອດ້າ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້ໃຈ​ພະ​ເຢໂຫວາ​ສຸດ​ຫົວໃຈ. ຕອນນີ້​ເມື່ອ​ຂ້ອຍ​ຮູ້ສຶກ​ຢ້ານ ຂ້ອຍ​ກໍ​ອະທິດຖານ ແລ້ວ​ຂ້ອຍ​ກໍ​ບໍ່​ຮູ້ສຶກ​ຢ້ານ​ອີກ​ເລີຍ.”

ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ

12. ຕາມ​ຄຳເພງ 56:9 ດາວິດ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

12 ອ່ານ​ຄຳເພງ 56:9. ໃນ​ຂໍ້​ນີ້​ເວົ້າ​ເຖິງ​ອີກ​ວິທີ​ໜຶ່ງ​ທີ່​ຊ່ວຍ​ດາວິດ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້. ເຖິງ​ວ່າ​ຊີວິດ​ຂອງ​ດາວິດ​ຍັງ​ຕົກ​ຢູ່​ໃນ​ອັນຕະລາຍ ແຕ່​ລາວ​ກໍ​ໃຊ້​ເວລາ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ເພື່ອ​ລາວ​ໃນ​ອະນາຄົດ. ດາວິດ​ຮູ້​ວ່າ​ເມື່ອ​ຮອດ​ເວລາ ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ແນ່ນອນ​ຍ້ອນ​ເພິ່ນ​ສັນຍາ​ວ່າ​ລາວ​ຈະ​ໄດ້​ເປັນ​ກະສັດ​ອົງ​ຕໍ່​ໄປ​ຂອງ​ອິດສະຣາເອນ. (1ຊມ. 16:1, 13) ສຳລັບ​ດາວິດ ລາວ​ໝັ້ນໃຈ​ວ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ຈະ​ເກີດຂຶ້ນ​ແທ້.

13. ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ?

13 ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ​ເພື່ອ​ເຈົ້າ​ແດ່? ເຮົາ​ບໍ່​ໄດ້​ຄາດໝາຍ​ວ່າ​ພະ​ເຢໂຫວາ​ຈະ​ປົກປ້ອງ​ເຮົາ​ບໍ່​ໃຫ້​ເຈິ​ກັບ​ບັນຫາ​ຫຍັງ​ເລີຍ. c ແຕ່​ໃນ​ສະໄໝ​ສຸດທ້າຍ​ນີ້ ບໍ່​ວ່າ​ເຮົາ​ຈະ​ເຈິ​ກັບ​ບັນຫາ​ແບບ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຈະ​ກຳຈັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ໝົດ​ໄປ​ໃນ​ໂລກ​ໃໝ່. (ອຊຢ. 25:7-9) ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ​ພໍ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ ປົວ​ຄວາມ​ເຈັບ​ປ່ວຍ​ທຸກ​ຢ່າງ ແລະ​ທຳລາຍ​ທຸກ​ຄົນ​ທີ່​ຂົ່ມເຫງ​ເຮົາ.—1ຢຮ. 4:4

14. ເຮົາ​ອາດ​ຄິດເຖິງ​ເລື່ອງ​ຫຍັງ​ແດ່?

14 ຕອນ​ທີ່​ເຈົ້າ​ຮູ້ສຶກ​ຢ້ານ ໃຫ້​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ອະນາຄົດ. ໃຫ້​ຄິດ​ເບິ່ງ​ວ່າ​ໃນ​ໂລກ​ໃໝ່​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ບໍ່​ມີ​ຊາຕານ​ແລ້ວ. ຕອນ​ນັ້ນ​ຈະ​ບໍ່​ມີ​ຄົນ​ຊົ່ວ ມີ​ແຕ່​ຄົນ​ດີ ແລະ​ໃນ​ແຕ່​ລະ​ມື້​ເຈົ້າ​ຈະ​ຄ່ອຍ​ໆ​ກາຍ​ເປັນ​ຄົນ​ສົມບູນແບບ. ໃນ​ການ​ປະຊຸມ​ພາກ​ປີ 2014 ມີ​ການ​ສາທິດ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ຄິດເຖິງ​ຄວາມ​ຫວັງ​ຂອງ​ເຮົາ. ໃນ​ການ​ສາທິດ​ນັ້ນ ຜູ້​ເປັນ​ພໍ່​ລົມ​ກັບ​ຄົນ​ໃນ​ຄອບຄົວ​ວ່າ​ໃຫ້​ລອງ​ປ່ຽນ​ຄຳເວົ້າ​ທີ່​ຢູ່​ໃນ 2 ຕີໂມທຽວ 3:1-5 ໃຫ້​ເປັນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ໂລກ​ໃໝ່. ລາວ​ເວົ້າ​ວ່າ: “ໃນ​ໂລກ​ໃໝ່​ຈະ​ເປັນ​ເວລາ​ທີ່​ມີ​ແຕ່​ຄວາມ​ສຸກ​ຍ້ອນ​ທຸກ​ຄົນ​ໃນ​ໂລກ​ຈະ​ຮັກ​ກັນ ຮັກ​ຄວາມ​ຈິງ ຈຽມໂຕ ຖ່ອມໂຕ ຍ້ອງຍໍ​ສັນລະເສີນ​ພະເຈົ້າ ເຊື່ອຟັງ​ພໍ່​ແມ່ ສຳນຶກ​ບຸນ​ຄຸນ ພັກດີ ຮັກ​ຍາດຕິພີ່ນ້ອງ ຍອມ​ກັນ​ແລະ​ກັນ ຊົມເຊີຍ​ຄົນ​ອື່ນ ຄວບຄຸມ​ໂຕເອງ​ໄດ້ ອ່ອນໂຍນ ຮັກ​ສິ່ງ​ທີ່​ດີ ສັດຊື່ ບໍ່​ຫົວ​ແຂງ ບໍ່​ອວດ​ດີ ບໍ່​ເປັນ​ຄົນ​ຮັກ​ຄວາມ​ມ່ວນ​ຊື່ນ​ແຕ່​ຮັກ​ພະເຈົ້າ ບໍ່​ເປັນ​ຄົນ​ເຄັ່ງ​ສາສະໜາ​ແຕ່​ທາງ​ນອກ. ຂໍ​ໃຫ້​ເຈົ້າ​ໃກ້ຊິດ​ກັບ​ຄົນ​ແບບ​ນີ້.” ເຈົ້າ​ເດ? ເຈົ້າ​ຢາກ​ລົມ​ກັບ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ບໍ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ?

15. ເຖິງ​ວ່າ​ທັນຢ້າ​ຮູ້ສຶກ​ຢ້ານ ແຕ່​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້?

15 ໃຫ້​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ທັນຢ້າ​ທີ່​ຢູ່​ມາຊິໂດເນຍ​ເໜືອ. ພໍ່​ແມ່​ຂອງ​ລາວ​ຕໍ່ຕ້ານ​ໜັກ​ຫຼາຍ​ຕອນ​ທີ່​ລາວ​ຮຽນ​ຄຳພີ​ໄບເບິນ. ແຕ່​ການ​ຄິດເຖິງ​ສິ່ງ​ດີ​ໆ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ອະນາຄົດ​ຊ່ວຍ​ລາວ​ໃຫ້​ຮັກສາ​ຄວາມ​ສັດຊື່​ຕໍ່​ໆ​ໄປ​ເມື່ອ​ລາວ​ຮູ້ສຶກ​ຢ້ານ. ທັນຢ້າ​ເລົ່າ​ວ່າ: “ສິ່ງ​ທີ່​ຂ້ອຍ​ຢ້ານ​ໄດ້​ເກີດຂຶ້ນ​ແທ້​ໆ. ແມ່​ຕີ​ຂ້ອຍ​ທຸກ​ເທື່ອ​ທີ່​ກັບ​ມາ​ຈາກ​ການ​ປະຊຸມ. ພໍ່​ແມ່​ຂູ່​ວ່າ​ຈະ​ຂ້າ​ຂ້ອຍ​ຖ້າ​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ.” ໃນ​ທີ່​ສຸດ ພໍ່​ແມ່​ຂອງ​ທັນຢ້າ​ກໍ​ໄລ່​ລາວ​ອອກ​ຈາກ​ເຮືອນ. ລາວ​ເຮັດ​ແນວ​ໃດ? ທັນຢ້າ​ເລົ່າ​ວ່າ: “ຂ້ອຍ​ພະຍາຍາມ​ຄິດ​ວ່າ​ຖ້າ​ຂ້ອຍ​ສັດຊື່​ຕໍ່​ພະ​ເຢໂຫວາ ເພິ່ນ​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. ຂ້ອຍ​ຍັງ​ຄິດ​ວ່າ​ທຸກ​ສິ່ງ​ທີ່​ຂ້ອຍ​ສູນ​ເສຍ​ໃນ​ຕອນນີ້ ພະ​ເຢໂຫວາ​ຈະ​ໃຫ້​ຂ້ອຍ​ໃນ​ໂລກ​ໃໝ່ ແລະ​ຂ້ອຍ​ຈະ​ລືມ​ເລື່ອງ​ທີ່​ບໍ່​ດີ​ທັງໝົດ.” ທັນຢ້າ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ໄດ້​ແທ້​ໆ. ພະ​ເຢໂຫວາ​ຊ່ວຍ​ທັນຢ້າ​ໃຫ້​ຊອກ​ຫາ​ບ່ອນ​ຢູ່​ໃໝ່​ໄດ້. ຕອນນີ້ ທັນຢ້າ​ແຕ່ງດອງ​ກັບ​ພີ່ນ້ອງ​ຊາຍ​ທີ່​ສັດຊື່​ແລະ​ຮັບໃຊ້​ເຕັມ​ເວລາ​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ.

ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕັ້ງແຕ່​ຕອນນີ້

16. ເມື່ອ​ເຫດການ​ທີ່​ຢູ່​ໃນ​ລູກາ 21:26-28 ເກີດຂຶ້ນ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ຕໍ່​ໆ​ໄປ​ແລະ​ບໍ່​ຢ້ານ?

16 ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ຄົນ​ໃນ​ໂລກ “ຈະ​ຢ້ານ​ຈົນ​ສະຫຼົບ.” ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ກ້າຫານ​ແລະ​ບໍ່​ຢ້ານ. (ອ່ານ​ລູກາ 21:26-28) ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຢ້ານ? ຍ້ອນ​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້ໃຈ​ພະ​ເຢໂຫວາ​ມາ​ແລ້ວ. ທັນຢ້າ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ ປະສົບການ​ທີ່​ຜ່ານ​ມາ​ຊ່ວຍ​ລາວ​ໃຫ້​ຮູ້​ວິທີ​ທີ່​ຈະ​ຮັບ​ມື​ກັບ​ບັນຫາ​ຕ່າງ​ໆ​ໄດ້. ລາວ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງ​ໆ​ໄດ້ ແລະ​ໃຫ້​ສິ່ງ​ທີ່​ດີ​ກັບ​ເຮົາ. ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະຖານະການ​ທີ່​ຄົນ​ອື່ນ​ຄວບຄຸມ. ແຕ່​ທີ່ຈິງ​ແລ້ວ ເຂົາເຈົ້າ​ບໍ່​ມີ​ອຳນາດ​ເກີນ​ກວ່າ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ມີ. ພະ​ເຢໂຫວາ​ມີ​ອຳນາດ​ຫຼາຍ​ທີ່​ສຸດ. ເຖິງ​ວ່າ​ບັນຫາ​ບາງ​ຢ່າງ​ເບິ່ງ​ຄື​ວ່າ​ບໍ່​ມີ​ທາງ​ອອກ ແຕ່​ມື້​ໜຶ່ງ​ມັນ​ຈະ​ໝົດ​ໄປ.”

17. ຂໍ້​ພະຄຳພີ​ປະຈຳ​ປີ 2024 ຈະ​ຊ່ວຍ​ເຮົາ​ແນວ​ໃດ? (ເບິ່ງ​ຮູບ​ໜ້າປົກ)

17 ໃນ​ທຸກ​ມື້​ນີ້​ມີ​ຫຼາຍ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ຢ້ານ ແຕ່​ໃຫ້​ເຮົາ​ເປັນ​ຄື​ກັບ​ດາວິດ​ທີ່​ບໍ່​ຍອມ​ໃຫ້​ຄວາມ​ຢ້ານ​ຄວບຄຸມ​ເຮົາ​ໄດ້. ຂໍ້​ພະຄຳພີ​ປະຈຳ​ປີ 2024 ເປັນ​ຄຳ​ອະທິດຖານ​ທີ່​ດາວິດ​ອະທິດຖານ​ຫາ​ພະ​ເຢໂຫວາ. ລາວ​ເວົ້າ​ວ່າ: “ເມື່ອ​ລູກ​ຢ້ານ ລູກ​ກໍ​ໄວ້ໃຈ​ພະອົງ.” (ເພງ. 56:3, ລ.ມ) ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ກ່ຽວກັບ​ຄຳພີ​ໄບເບິນ​ອະທິບາຍ​ຂໍ້​ນີ້​ວ່າ ດາວິດ “ບໍ່​ໄດ້​ຄິດເຖິງ​ແຕ່​ເລື່ອງ​ທີ່​ເຮັດ​ໃຫ້​ລາວ​ຢ້ານ​ຫຼື​ຄິດເຖິງ​ແຕ່​ບັນຫາ​ຂອງ​ໂຕເອງ ແຕ່​ລາວ​ເພິ່ງ​ພະເຈົ້າ​ຜູ້​ຊ່ວຍ​ໃຫ້​ລອດ. ຂໍ​ໃຫ້​ເຈົ້າ​ຄິດເຖິງ​ຂໍ້​ຄຳພີ​ນີ້​ຕະຫຼອດ​ປີ ໂດຍ​ສະເພາະ​ຕອນ​ທີ່​ເຈົ້າ​ເຈິ​ບັນຫາ​ທີ່​ເຮັດ​ໃຫ້​ຢ້ານ. ໃຫ້​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຈົ້າ​ມາ​ແລ້ວ ສິ່ງ​ທີ່​ເພິ່ນ​ກຳລັງ​ເຮັດ​ເພື່ອ​ເຈົ້າ​ໃນ​ຕອນນີ້ ແລະ​ສິ່ງ​ທີ່​ເພິ່ນ​ຈະ​ເຮັດ​ໃນ​ອະນາຄົດ. ແລ້ວ​ເຈົ້າ​ກໍ​ຈະ​ສາມາດ​ເວົ້າ​ໄດ້​ຄື​ກັບ​ດາວິດ​ທີ່​ວ່າ “ພະເຈົ້າ​ເອີ້ຍ ລູກ​ໄວ້ໃຈ​ພະອົງ . . . ລູກ​ບໍ່​ຮູ້ສຶກ​ຢ້ານ.”—ເພງ. 56:4, ລ.ມ

ພີ່ນ້ອງ​ຍິງ​ທີ່​ເຈິ​ໄພ​ທຳມະຊາດ​ກຳລັງ​ຄິດເຖິງ​ຂໍ້​ພະຄຳພີ​ປະຈຳ​ປີ 2024 (ເບິ່ງ​ຂໍ້ 17)

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ການ​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ມາ​ແລ້ວ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ?

  • ການ​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ກຳລັງ​ເຮັດ​ໃນ​ຕອນນີ້​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ?

  • ການ​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ອະນາຄົດ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ?

ເພງທີ 33 ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ

a ເຈົ້າ​ສາມາດ​ເບິ່ງ​ບົດ​ຄວາມ​ທີ່​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໄດ້​ໃນ​ເວັບໄຊ jw.org ໂດຍ​ພິມ “ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາ” ຫຼື “ປະສົບການ” ໃນ​ປ່ອງ​ຄົ້ນ​ຫາ. ໃນ​ແອັບ JW Library® ໃຫ້​ເບິ່ງ​ບົດ​ຄວາມ​ຊຸດ “ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາ” ຫຼື “ເລື່ອງ​ຊີວິດ​ຈິງ​ຂອງ​ພະຍານ​ພະ​ເຢໂຫວາ.” (ພາສາ​ໄທ)

b ຊື່​ສົມມຸດ.

d ຄຳ​ອະທິບາຍ​ຮູບ: ດາວິດ​ຄິດເຖິງ​ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ກຳລັງ​ລາວ​ເພື່ອ​ຂ້າ​ໝີ ຄິດເຖິງ​ຕອນ​ທີ່​ເພິ່ນ​ໃຊ້​ອາຮີເມເລັກ​ຊ່ວຍ​ລາວ ແລະ​ຄິດເຖິງ​ຕອນ​ທີ່​ເພິ່ນ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ໃນ​ອະນາຄົດ.

e ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຊາຍ​ທີ່​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ​ຄິດເຖິງ​ຕອນ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ເຊົາ​ສູບ​ຢາ​ໄດ້ ຄິດເຖິງ​ຕອນ​ທີ່​ເພິ່ນ​ໃຫ້​ກຳລັງ​ໃຈ​ລາວ​ຕອນ​ທີ່​ອ່ານ​ຈົດໝາຍ​ຂອງ​ພີ່ນ້ອງ ແລະ​ຄິດເຖິງ​ຕອນ​ທີ່​ເພິ່ນ​ໃຫ້​ລາວ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່.