ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮຽນ​ແບບ​ພະ​ເຢໂຫວາ​ບໍ​ໃນ​ການ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ?

ເຈົ້າ​ຮຽນ​ແບບ​ພະ​ເຢໂຫວາ​ບໍ​ໃນ​ການ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ?

ເຮົາ​ທີ່​ເປັນ​ພີ່ນ້ອງ​ຊາຍ​ຮູ້ສຶກ​ດີໃຈ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່ນ້ອງ​ຍິງ aຫຼາຍ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ເຂົາເຈົ້າ​ເຮັດ​ວຽກ​ໜັກ​ຫຼາຍ ເຮົາ​ຮັກ​ແລະ​ເຫັນຄ່າ​ເຂົາເຈົ້າ​ແທ້​ໆ. ພວກ​ເຮົາ​ທີ່​ເປັນ​ພີ່ນ້ອງ​ຊາຍ​ຢາກ​ປະຕິບັດ​ຕໍ່​ພີ່ນ້ອງ​ຍິງ​ແບບ​ອ່ອນໂຍນ ຍຸຕິທຳ ແລະ​ໃຫ້​ກຽດ​ເຂົາເຈົ້າ. ແຕ່​ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ບາງ​ເທື່ອ​ຈຶ່ງ​ຍາກ​ທີ່​ຈະ​ເຮັດ​ແບບ​ນັ້ນ. ມີ​ຫຍັງ​ອີກ​ທີ່​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ? ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊາຍ​ບາງ​ຄົນ​ນຳ​ກັນ.

ບາງ​ຄົນ​ໃຫຍ່​ມາ​ໃນ​ວັດທະນະທຳ​ທີ່​ຖື​ວ່າ​ຜູ້​ຍິງ​ຕ່ຳຕ້ອຍ​ກວ່າ​ຜູ້​ຊາຍ. ຕົວຢ່າງ​ເຊັ່ນ: ຜູ້​ດູແລ​ໝວດ​ຊື່​ຮັນ​ຢູ່​ໂບລີວີ​ເວົ້າ​ວ່າ: “ຜູ້​ຊາຍ​ບາງ​ຄົນ​ໃຫຍ່​ມາ​ໃນ​ວັດທະນະທຳ​ທີ່​ສອນ​ແບບ​ຜິດ​ໆ​ວ່າ​ລູກ​ຜູ້​ຊາຍ​ແທ້​ໆ​ຕ້ອງ​ເປັນ​ແບບ​ໃດ ຄວາມ​ຄິດ​ແບບ​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ດູຖູກ​ແລະ​ບໍ່​ໃຫ້​ກຽດ​ຜູ້​ຍິງ.” ຜູ້​ດູແລ​ຊື່​ເຊິງຊຽນ​ທີ່​ຢູ່​ໃຕ້ຫວັນ​ເວົ້າ​ວ່າ: “ບ່ອນ​ທີ່​ລາວ​ຢູ່​ຜູ້​ຊາຍ​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ຜູ້​ຍິງ​ບໍ່​ຄວນ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ຊາຍ ແລະ​ຖ້າ​ຜູ້​ຊາຍ​ຄົນ​ໃດ​ເວົ້າ​ກ່ຽວກັບ​ຄຳ​ຄິດ​ເຫັນ​ຂອງ​ຜູ້​ຍິງ ຄົນ​ອື່ນ​ກໍ​ຈະ​ດູຖູກ​ລາວ.” ສ່ວນ​ຜູ້​ຊາຍ​ຄົນ​ອື່ນ​ໆ​ກໍ​ມີ​ອະຄະຕິ​ກັບ​ຜູ້​ຍິງ​ໂດຍ​ທາງ​ອ້ອມ ເຊັ່ນ ເຂົາເຈົ້າ​ອາດຈະ​ເລົ່າ​ເລື່ອງ​ຕະຫຼົກ​ທີ່​ດູຖູກ​ຜູ້​ຍິງ.

ເຮົາ​ດີໃຈ​ທີ່​ເຫັນ​ວ່າ​ບໍ່​ວ່າ​ພີ່ນ້ອງ​ຊາຍ​ຈະ​ໃຫຍ່​ມາ​ໃນ​ວັດທະນະທຳ​ແບບ​ໃດ ເຂົາເຈົ້າ​ກໍ​ສາມາດ​ປ່ຽນ​ຄວາມ​ຄິດ​ທີ່​ວ່າ​ຜູ້​ຊາຍ​ດີ​ກວ່າ​ຜູ້​ຍິງ. (ອຟຊ. 4:22-24) ສິ່ງ​ທີ່​ຊ່ວຍ​ເຂົາເຈົ້າ​ໄດ້​ແມ່ນ​ການ​ຮຽນ​ແບບ​ພະ​ເຢໂຫວາ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ນຳ​ກັນ​ວ່າ​ພະ​ເຢໂຫວາ​ປະຕິບັດ​ກັບ​ຜູ້​ຍິງ​ແນວ​ໃດ. ພີ່ນ້ອງ​ຊາຍ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ເລື່ອງ​ນີ້ ແລະ​ຜູ້​ດູແລ​ຈະ​ນຳໜ້າ​ໃນ​ການ​ໃຫ້​ກຽດ​ພີ່ນ້ອງ​ຍິງ​ແນວ​ໃດ.

ພະ​ເຢໂຫວາ​ປະຕິບັດ​ກັບ​ຜູ້​ຍິງ​ແນວ​ໃດ?

ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ແທ້​ໆ​ໃນ​ການ​ໃຫ້​ກຽດ​ຜູ້​ຍິງ. ເພິ່ນ​ເປັນ​ຄື​ກັບ​ພໍ່​ທີ່​ເຫັນອົກ​ເຫັນໃຈ​ແລະ​ຮັກ​ມະນຸດ​ທຸກ​ຄົນ​ຄື​ກັບ​ລູກ. (ຢຮ. 3:16) ພີ່ນ້ອງ​ຍິງ​ທີ່​ສັດຊື່​ກໍ​ເປັນ​ຄື​ກັບ​ລູກ​ສາວ​ທີ່​ມີ​ຄ່າ​ຫຼາຍ​ສຳລັບ​ເພິ່ນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໃຫ້​ກຽດ​ຜູ້​ຍິງ​ແນວ​ໃດ​ແດ່.

ພະ​ເຢໂຫວາ​ປະຕິບັດ​ກັບ​ຜູ້​ຍິງ​ແບບ​ບໍ່​ລຳອຽງ. ພະ​ເຢໂຫວາ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ໃຫ້​ຄ້າຍຄື​ກັບ​ເພິ່ນ. (ປຖກ. 1:27) ພະ​ເຢໂຫວາ​ບໍ່​ໄດ້​ສ້າງ​ຜູ້​ຊາຍ​ໃຫ້​ສະຫຼາດ​ຫຼື​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ​ຜູ້​ຍິງ ແລະ​ເພິ່ນ​ກໍ​ບໍ່​ໄດ້​ຮັກ​ຜູ້​ຊາຍ​ຫຼາຍ​ກວ່າ​ຜູ້​ຍິງ. (2ຂຄ. 19:7) ພະ​ເຢໂຫວາ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ໃຫ້​ມີ​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ​ເພື່ອ​ຈະ​ເຂົ້າໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລະ​ສະແດງ​ຄຸນລັກສະນະ​ທີ່​ດີ​ອອກ​ມາ. ພະ​ເຢໂຫວາ​ຍັງ​ເຫັນ​ວ່າ​ຄວາມ​ເຊື່ອ​ຂອງ​ຜູ້​ຊາຍ​ແລະ​ຜູ້ຍິງ​ມີຄ່າ​ເທົ່າ​ທຽມ​ກັນ. ພະ​ເຢໂຫວາ​ໃຫ້​ຄວາມ​ຫວັງ​ທີ່​ດີ​ກັບ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ງາມ​ໆ​ຫຼື​ມີ​ຄວາມ​ຫວັງ​ທີ່​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ​ໃນ​ສະຫວັນ. (2ປຕ. 1:1) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ມີ​ອະຄະຕິ​ກັບ​ຜູ້​ຍິງ.

ພະ​ເຢໂຫວາ​ຟັງ​ຜູ້​ຍິງ. ພະ​ເຢໂຫວາ​ສົນໃຈ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຍິງ​ແລະ​ບັນຫາ​ທີ່​ເຂົາເຈົ້າ​ເຈິ. ຕົວຢ່າງ​ເຊັ່ນ: ເພິ່ນ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ຣາເຊັນ​ແລະ​ຮັນນາ. (ປຖກ. 30:22; 1ຊມ. 1:10, 11, 19, 20) ນອກຈາກນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ຜູ້​ຂຽນ​ຄຳພີ​ໄບເບິນ​ຂຽນ​ເລື່ອງ​ຂອງ​ຜູ້​ຊາຍ​ທີ່​ຟັງ​ຜູ້​ຍິງ ເຊັ່ນ ອັບຣາຮາມ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ຟັງ​ຊາຣາ​ເມຍ​ຂອງ​ລາວ. (ປຖກ. 21:12-14) ກະສັດ​ດາວິດ​ຟັງ​ອາບີກາຍ ແລະ​ລາວ​ເຖິງຂັ້ນ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ສົ່ງ​ອາບີກາຍ​ໃຫ້​ມາ​ເວົ້າ​ກັບ​ລາວ. (1ຊມ. 25:32-35) ພະ​ເຢຊູ​ກໍ​ຮຽນ​ແບບ​ຄຸນລັກສະນະ​ຕ່າງ​ໆ​ຂອງ​ພະ​ເຢໂຫວາ​ໄດ້​ດີ​ແທ້​ໆ​ໂດຍ​ຟັງ​ມາຣີ​ແມ່​ຂອງ​ເພິ່ນ. (ຢຮ. 2:3-10) ຕົວຢ່າງ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ໃຫ້​ກຽດ​ຜູ້​ຍິງ​ກໍ​ຄື​ຟັງ​ເຂົາເຈົ້າ.

ພະ​ເຢໂຫວາ​ໄວ້ໃຈ​ຜູ້​ຍິງ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ໃຫ້​ເອວາ​ເບິ່ງແຍງ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ. (ປຖກ. 1:28) ພະ​ເຢໂຫວາ​ເຮັດ​ແບບ​ນີ້​ສະແດງ​ວ່າ​ເພິ່ນ​ບໍ່​ໄດ້​ຖື​ວ່າ​ເອວາ​ມີ​ຄ່າ​ໜ້ອຍ​ກວ່າ​ຜົວ​ຂອງ​ລາວ ແຕ່​ລາວ​ເປັນ​ຜູ້​ຊ່ວຍ​ທີ່​ດີ. ພະ​ເຢໂຫວາ​ຍັງ​ໄວ້ໃຈ​ຜູ້​ພະຍາກອນ​ຍິງ​ຊື່​ເດໂບຣາ​ແລະ​ຮຸນດາ ໂດຍ​ໃຫ້​ເຂົາເຈົ້າ​ໄປ​ໃຫ້​ຄຳ​ແນະນຳ​ຄົນ​ຂອງ​ເພິ່ນ ເຊິ່ງ​ບາງ​ຄົນ​ເປັນ​ກະສັດ​ແລະບາງ​ຄົນ​ເປັນ​ຜູ້ຕັດສິນ. (ຜຕສ. 4:4-9; 2ກສ. 22:14-20) ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ກໍ​ໄວ້ໃຈ​ພີ່ນ້ອງ​ຍິງ​ໂດຍ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ຫຼາຍ​ຢ່າງ​ທີ່​ສຳຄັນ ເຊັ່ນ: ບາງ​ຄົນ​ເປັນ​ຜູ້​ປະກາດ ເປັນ​ໄພໂອເນຍ​ແລະ​ເປັນ​ມິດຊັນນາຣີ. ບາງ​ຄົນ​ເຮັດ​ວຽກ​ອອກ​ແບບ​ກໍ່ສ້າງ ແລະ​ບຳລຸງ​ຮັກສາ​ຫໍປະຊຸມ​ແລະ​ອາຄານ​ຕ່າງ​ໆ​ຂອງ​ສຳນັກງານ​ສາຂາ. ບາງ​ຄົນ​ກໍ​ຮັບໃຊ້​ຢູ່​ເບເທນ​ຫຼື​ຫ້ອງການ​ການ​ແປ​ທ້ອງຖິ່ນ. ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ເປັນ​ຄື​ກັບ​ກອງທັບ​ໃຫຍ່​ທີ່​ພະ​ເຢໂຫວາ​ໃຊ້​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. (ເພງ. 68:11) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຖື​ວ່າ​ຜູ້​ຍິງ​ອ່ອນແອ​ຫຼື​ບໍ່​ມີ​ຄວາມ​ສາມາດ.

ພີ່ນ້ອງ​ຊາຍ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ?

ສຳລັບ​ພີ່ນ້ອງ​ຊາຍ ເພື່ອ​ຈະ​ຮູ້​ວ່າ​ເຮົາ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ຫຼື​ບໍ່​ໃນ​ການ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ ເຮົາ​ຕ້ອງ​ກວດ​ເບິ່ງ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ​ແບບ​ກົງ​ໄປ​ກົງ​ມາ. ແຕ່​ເຮົາ​ເຮັດ​ແບບ​ນັ້ນ​ດ້ວຍ​ໂຕເອງ​ບໍ່​ໄດ້ ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ. ຖ້າ​ທ່ານ​ໝໍ​ຢາກ​ຮູ້​ວ່າ​ຫົວໃຈ​ຂອງ​ເຮົາ​ມີ​ບັນຫາ​ຫຍັງ​ບໍ່ ລາວ​ຈະ​ໃຊ້​ເຄື່ອງ​ສ່ອງ​ໄຟຟ້າ​ເພື່ອ​ກວດ​ເບິ່ງ ຄ້າຍຄື​ກັນ ໝູ່​ທີ່​ດີ​ແລະ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ວ່າ​ເລິກ​ໆ​ແລ້ວ​ໃນ​ໃຈ​ເຮົາ​ມີ​ຄວາມຮູ້ສຶກ​ໃນ​ແງ່​ລົບ​ຕໍ່​ຜູ້​ຍິງ​ຫຼື​ບໍ່. ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ແບບ​ນີ້?

ຖາມ​ໝູ່​ທີ່​ດີ. (ສຸພາ. 18:17) ເຈົ້າ​ມີ​ໝູ່​ທີ່​ໃຈ​ດີ ໄວ້ໃຈ​ໄດ້ ແລະ​ມີ​ເຫດຜົນ​ບໍ? ຖ້າ​ມີ ໃຫ້​ຖາມ​ລາວ​ວ່າ: “ເຈົ້າ​ຄິດ​ວ່າ​ຂ້ອຍ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ​ແນວ​ໃດ? ພີ່ນ້ອງ​ຍິງ​ຮູ້ສຶກ​ບໍ​ວ່າ​ຂ້ອຍ​ໃຫ້​ກຽດ​ເຂົາເຈົ້າ? ຂ້ອຍ​ຄວນ​ເຮັດ​ຫຍັງ​ອີກ​ເພື່ອ​ປະຕິບັດ​ກັບ​ເຂົາເຈົ້າ​ໃຫ້​ດີ​ກວ່າ​ເກົ່າ?” ຖ້າ​ໝູ່​ແນະນຳ​ເຈົ້າ​ບາງ​ຢ່າງ​ກໍ​ຢ່າ​ຊອກຫາ​ຂໍ້​ແກ່​ໂຕ ແຕ່​ໃຫ້​ເຈົ້າ​ພ້ອມ​ທີ່​ຈະ​ປ່ຽນແປງ​ໂຕເອງ.

ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ. ວິທີ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ຮູ້​ວ່າ​ເຮົາ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ​ດີ​ຫຼື​ບໍ່​ດີ ແມ່ນ​ການ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ. (ຮຣ. 4:12) ເມື່ອ​ອ່ານ​ຄຳພີ​ໄບເບິນ ເຮົາ​ໄດ້​ຮຽນ​ເລື່ອງ​ຂອງ​ຜູ້​ຊາຍ​ທີ່​ປະຕິບັດ​ກັບ​ຜູ້​ຍິງ​ແບບ​ດີ​ໆ​ແລະ​ເລື່ອງ​ຂອງ​ຜູ້​ຊາຍ​ທີ່​ປະຕິບັດ​ກັບ​ຜູ້​ຍິງ​ແບບ​ບໍ່​ດີ. ແລ້ວ​ເຮົາ​ກໍ​ເອົາ​ຕົວຢ່າງ​ຂອງ​ເຂົາເຈົ້າ​ມາ​ສົມທຽບ​ກັບ​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ຜູ້​ຍິງ. ນອກ​ຈາກນັ້ນ ການ​ອ່ານ​ຂໍ້​ຄຳພີ​ຫຼາຍ​ໆ​ຂໍ້​ແລ້ວ​ເອົາ​ມາ​ສົມທຽບ​ກັນ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຕີ​ຄວາມ​ໝາຍ​ຂໍ້​ຄຳພີ​ບາງ​ຂໍ້​ແບບ​ທີ່​ສະໜັບສະໜູນ​ຄວາມ​ຄິດ​ຜິດ​ໆ​ຂອງ​ເຮົາ​ທີ່​ມີ​ຕໍ່​ຜູ້​ຍິງ. ຕົວຢ່າງ​ເຊັ່ນ: ໃນ 1 ເປໂຕ 3:7 ບອກ​ວ່າ ຜົວ​ຄວນ “ທະນຸຖະໜອມ​ພາຊະນະ​ທີ່​ບອບ​ບາງ​ກວ່າ.” b ຄຳ​ວ່າ​ພາຊະນະ​ທີ່​ບອບ​ບາງ​ກວ່າ​ໝາຍ​ຄວາມ​ວ່າ​ຜູ້​ຍິງ​ຕ່ຳຕ້ອຍ​ກວ່າ ສະຫຼາດ​ໜ້ອຍ​ກວ່າ ຫຼື​ບໍ່​ມີ​ຄວາມ​ສາມາດ​ສ່ຳ​ກັບ​ຜູ້​ຊາຍ​ບໍ? ບໍ່​ແມ່ນ ໃນ​ຄາລາເຕຍ 3:26-29 ບອກ​ວ່າ​ພະ​ເຢໂຫວາ​ເລືອກ​ທັງ​ຜູ້​ຍິງ​ແລະ​ຜູ້​ຊາຍ​ໃຫ້​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ສະຫວັນ. ດັ່ງນັ້ນ ເມື່ອ​ເຮົາ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ​ແລະ​ຖາມ​ໝູ່​ທີ່​ດີ​ກໍ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ເຮົາ​ຄວນ​ສະແດງ​ຄວາມ​ນັບຖື​ຕໍ່​ພີ່ນ້ອງ​ຍິງ​ຢ່າງ​ເໝາະ​ສົມ​ໄດ້​ແນວ​ໃດ.

ຜູ້​ດູແລ​ຈະ​ໃຫ້​ກຽດ​ພີ່ນ້ອງ​ຍິງ​ແນວ​ໃດ?

ພີ່ນ້ອງ​ຊາຍ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ຜູ້​ດູ​ແລ​ໃນ​ວິທີ​ທີ່​ເຂົາເຈົ້າ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ​ດ້ວຍ​ຄວາມ​ນັບຖື. ຜູ້​ດູແລ​ຈະ​ເປັນ​ຕົວຢ່າງ​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ນັບຖື​ຕໍ່​ພີ່ນ້ອງ​ຍິງ? ໃຫ້​ເຮົາ​ມາ​ເບິ່ງ​ບາງ​ວິທີ​ທີ່​ຜູ້​ດູແລ​ຈະ​ເຮັດ​ໄດ້.

ຊົມເຊີຍ​ພີ່ນ້ອງ​ຍິງ. ອັກຄະສາວົກ​ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ນີ້. ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ຄລິດສະຕຽນ​ຢູ່​ເມືອງ​ໂຣມ ລາວ​ຊົມເຊີຍ​ພີ່ນ້ອງ​ຍິງ​ຫຼາຍ​ຄົນ. (ໂຣມ 16:12) ລອງ​ຄິດ​ເບິ່ງ​ວ່າ​ພີ່ນ້ອງ​ຍິງ​ເຫຼົ່າ​ນັ້ນ​ຈະ​ດີໃຈ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ມີ​ການ​ອ່ານ​ຈົດໝາຍ​ນັ້ນ​ໃນ​ປະຊາຄົມ. ຄ້າຍຄື​ກັນ ຖ້າ​ຜູ້​ດູແລ​ຊົມເຊີຍ​ພີ່ນ້ອງ​ຍິງ​ສຳລັບ​ຄຸນລັກສະນະ​ທີ່​ດີ​ຂອງ​ເຂົາເຈົ້າ​ແລະ​ວຽກ​ທີ່​ເຂົາເຈົ້າ​ເຮັດ​ເພື່ອ​ພະ​ເຢໂຫວາ ມັນ​ກໍ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ພີ່ນ້ອງ​ຮັກ​ແລະ​ນັບຖື​ເຂົາເຈົ້າ. ບາງເທື່ອ​ຄຳ​ຊົມເຊີຍ​ຈາກ​ຜູ້​ດູແລ​ອາດ​ເປັນ​ສິ່ງ​ທີ່​ພີ່ນ້ອງ​ຍິງ​ຕ້ອງການ​ພໍ​ດີ​ເພື່ອ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່​ໆ​ໄປ.—ສຸພາ. 15:23

ຊົມເຊີຍ

ຜູ້​ດູແລ​ຄວນ​ຊົມເຊີຍ​ພີ່ນ້ອງ​ຍິງ​ແບບ​ເຈາະຈົງ​ແລະ​ຊົມເຊີຍ​ຈາກ​ໃຈ. ເປັນ​ຫຍັງ​ຕ້ອງ​ເຮັດ​ແບບ​ນັ້ນ? ພີ່ນ້ອງ​ຍິງ​ທີ່​ຊື່​ເຈດຊິກ້າ​ບອກ​ວ່າ: “ຕອນ​ທີ່​ພີ່ນ້ອງ​ຊາຍ​ບອກ​ເຮົາ​ວ່າ ‘ເຈົ້າ​ເຮັດ​ດີ​ຫຼາຍ.’ ມັນ​ກະ​ດີ​ຢູ່ ແຕ່​ຖ້າ​ເຂົາເຈົ້າ​ບອກ​ເລີຍ​ວ່າ​ເຮັດ​ດີ​ເລື່ອງ​ຫຍັງ​ມັນ​ກະ​ຄື​ຊິ​ໄດ້​ກຳລັງ​ໃຈ​ຫຼາຍ​ກວ່າ ເຊັ່ນ: ຊົມເຊີຍ​ທີ່​ເຮົາ​ສອນ​ລູກ​ໃຫ້​ນັ່ງ​ດີ​ໆ​ຢູ່​ການ​ປະຊຸມ ຫຼື​ຊົມເຊີຍ​ທີ່​ເຮົາ​ໄປ​ຮັບ​ນັກສຶກສາ​ມາ​ປະຊຸມ.” ຖ້າ​ຜູ້​ດູແລ​ຊົມເຊີຍ​ແລະ​ບອກ​ວ່າ​ພີ່ນ້ອງ​ຍິງ​ເຮັດ​ດີ​ເລື່ອງ​ຫຍັງ ເຂົາເຈົ້າ​ກໍ​ຈະ​ຮູ້ສຶກ​ວ່າ​ໂຕເອງ​ສຳຄັນ​ແລະ​ມີ​ຄ່າ​ຕໍ່​ປະຊາຄົມ.

ຟັງ​ພີ່ນ້ອງ​ຍິງ. ຜູ້​ດູແລ​ທີ່​ຖ່ອມ​ຈະ​ບໍ່​ຖື​ວ່າ​ຄວາມ​ຄິດ​ຂອງ​ໂຕເອງ​ດີ​ທີ່​ສຸດ. ຜູ້​ດູແລ​ທີ່​ເປັນ​ແບບ​ນີ້​ຈະ​ມັກ​ຂໍ​ຄຳ​ຄິດ​ເຫັນ​ຈາກ​ພີ່ນ້ອງ​ຍິງ ແລ້ວ​ກໍ​ຕັ້ງໃຈ​ຟັງ​ເຂົາເຈົ້າ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຍິງ​ໄດ້​ກຳລັງ​ໃຈ​ແລະ​ຜູ້​ດູແລ​ກໍ​ໄດ້​ຮັບ​ປະໂຫຍດ​ຄື​ກັນ. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ຜູ້​ດູແລ​ຊື່​ເຈຣາໂດ້​ທີ່​ຮັບໃຊ້​ຢູ່​ເບເທນ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ການ​ຂໍ​ຄຳ​ຄິດ​ເຫັນ​ຈາກ​ພີ່ນ້ອງ​ຍິງ​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ວຽກ​ໄດ້​ດີ​ຂຶ້ນ ຍ້ອນ​ເຂົາເຈົ້າ​ມີ​ປະສົບການ​ໃນ​ວຽກ​ນັ້ນ ແລະ​ບາງ​ຄົນ​ກໍ​ເຮັດ​ວຽກ​ດົນ​ກວ່າ​ພີ່ນ້ອງ​ຊາຍ​ຫຼາຍ​ຄົນ​ຊ້ຳ.” ນອກຈາກນັ້ນ ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ຍັງ​ເປັນ​ໄພໂອເນຍ​ໃນ​ປະຊາຄົມ ເຂົາເຈົ້າ​ຈຶ່ງ​ຮູ້​ຈັກ​ຄົນ​ໃນ​ເຂດ​ດີ. ຜູ້​ດູແລ​ຊື່​ໄບຣອັ້ນ​ບອກ​ວ່າ: “ພີ່ນ້ອງ​ຍິງ​ມີ​ຄຸນລັກສະນະ​ທີ່​ດີ​ແລະ​ມີ​ຄວາມ​ສາມາດ​ຫຼາຍ​ຢ່າງ ເຊິ່ງ​ເປັນ​ປະໂຫຍດ​ຕໍ່​ອົງການ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຮຽນ​ຈາກ​ປະສົບການ​ຂອງ​ເຂົາເຈົ້າ.”

ຟັງ

ຜູ້​ດູແລ​ທີ່​ສະຫຼາດ​ຈະ​ບໍ່​ເບິ່ງ​ຂ້າມ​ຄຳ​ຄິດ​ເຫັນ​ຂອງ​ພີ່ນ້ອງ​ຍິງ. ຍ້ອນຫຍັງ? ຜູ້​ດູແລ​ທີ່​ຊື່​ເອັດເວີດ​ບອກ​ວ່າ: “ຄຳ​ຄິດ​ເຫັນ​ແລະ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຊ່ວຍ​ໃຫ້​ພີ່ນ້ອງ​ຊາຍ​ເຫັນ​ພາບ​ລວມ​ຂອງ​ເລື່ອງ​ທັງໝົດ​ແລະ​ຊ່ວຍ​ໃຫ້​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. (ສຸພາ. 1:5) ເຖິງ​ວ່າ​ບາງ​ເທື່ອ​ຜູ້​ດູແລ​ບໍ່​ສາມາດ​ເຮັດ​ຕາມ​ຄຳ​ຄິດ​ເຫັນ​ຂອງ​ພີ່ນ້ອງ​ຍິງ​ໄດ້ ແຕ່​ເຂົາເຈົ້າ​ກໍ​ສາມາດ​ຂອບໃຈ​ພີ່ນ້ອງ​ຍິງ​ທີ່​ສະເໜີ​ຄຳ​ຄິດ​ເຫັນ​ແລະ​ແບ່ງ​ປັນ​ສິ່ງ​ທີ່​ເຂົາເຈົ້າ​ຮູ້.

ຝຶກ​ພີ່ນ້ອງ​ຍິງ. ຜູ້​ດູແລ​ຄວນ​ຊອກ​ໂອກາດ​ຝຶກ​ພີ່ນ້ອງ. ຕົວຢ່າງ​ເຊັ່ນ: ຝຶກ​ວິທີ​ນຳ​ການ​ປະຊຸມ​ເພື່ອ​ການ​ປະກາດ ເພື່ອ​ເຂົາເຈົ້າ​ຈະ​ສາມາດ​ນຳ​ການ​ປະຊຸມ​ເພື່ອ​ການ​ປະກາດ​ໄດ້​ຕອນ​ທີ່​ບໍ່​ມີ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ຢູ່​ນຳ ຫຼື​ສອນ​ວິທີ​ຄວບຄຸມ​ອຸປະກອນ​ແລະ​ເຄື່ອງ​ຈັກ​ເພື່ອ​ເຂົາເຈົ້າ​ຈະ​ຊ່ວຍ​ວຽກ​ໃນ​ໂຄງການ​ກໍ່ສ້າງ​ຫຼື​ສ້ອມ​ແປງ​ແລະ​ບຳລຸງ​ຮັກສາ. ນອກ​ຈາກນັ້ນ ຢູ່​ເບເທນ​ຜູ້​ດູແລ​ພະແນກ​ອາດຈະ​ຝຶກ​ພີ່ນ້ອງ​ຍິງ​ໃຫ້​ເຮັດ​ວຽກ​ຫຼາຍ​ຢ່າງ ເຊັ່ນ: ວຽກ​ສ້ອມ​ແປງ​ແລະ​ບຳລຸງ​ຮັກສາ ວຽກ​ຈັດ​ຊື້ ບັນຊີ ຄອມພິວເຕີ ຫຼື​ວຽກ​ອື່ນ​ໆ. ຖ້າ​ຜູ້​ດູແລ​ຝຶກ​ພີ່ນ້ອງ​ຍິງ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ພີ່ນ້ອງ​ຍິງ​ມີ​ຄວາມ​ສາມາດ​ແລະ​ໄວ້ໃຈ​ໄດ້.

ຝຶກ

ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ທີ່​ໄດ້​ຮັບ​ການ​ຝຶກ​ຈາກ​ຜູ້​ດູແລ​ສາມາດ​ຊ່ວຍ​ຄົນ​ອື່ນ​ໄດ້. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຍິງ​ບາງ​ຄົນ​ທີ່​ຖືກ​ຝຶກ​ໃນ​ໂຄງການ​ກໍ່ສ້າງ​ໄດ້​ໃຊ້​ສິ່ງ​ທີ່​ລາວ​ຮຽນ​ເພື່ອ​ຊ່ວຍ​ແປງ​ເຮືອນ​ພີ່ນ້ອງ​ຄົນ​ອື່ນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ. ສ່ວນ​ພີ່ນ້ອງ​ຍິງ​ທີ່​ໄດ້​ຮັບ​ການ​ຝຶກ​ເພື່ອ​ປະກາດ​ໃນ​ບ່ອນ​ສາທາລະນະ​ກໍ​ສາມາດ​ຝຶກ​ພີ່ນ້ອງ​ຍິງ​ຄົນ​ອື່ນ​ຕໍ່​ໄດ້​ໃນ​ການ​ເຮັດ​ວຽກ​ນີ້. ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ຮູ້ສຶກ​ແນວ​ໃດ​ທີ່​ຜູ້​ດູແລ​ພະຍາຍາມ​ຝຶກ​ເຂົາເຈົ້າ? ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ເຈນນິເຟີ້​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ເຮັດ​ວຽກ​ໃນ​ໂຄງການ​ກໍ່ສ້າງ​ຫໍປະຊຸມ ຜູ້​ດູແລ​ຄົນ​ໜຶ່ງ​ໄດ້​ໃຊ້​ເວລາ​ສອນ​ຂ້ອຍ ສັງເກດ​ວຽກ​ທີ່​ຂ້ອຍ​ເຮັດ ແລະ​ຊົມເຊີຍ​ຂ້ອຍ. ຂ້ອຍ​ມັກ​ເຮັດ​ວຽກ​ກັບ​ລາວ​ຫຼາຍ​ຍ້ອນ​ຂ້ອຍ​ຮູ້ສຶກ​ວ່າ​ໂຕເອງ​ມີ​ຄ່າ​ແລະ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້.”

ການ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ​ຄື​ກັບ​ຄົນ​ໃນ​ຄອບຄົວ​ມີ​ປະໂຫຍດ​ແນວ​ໃດ?

ເຮົາ​ຮັກ​ພີ່ນ້ອງ​ຍິງ​ຄື​ກັບ​ທີ່​ພະ​ເຢໂຫວາ​ຮັກ! ເຮົາ​ຈຶ່ງ​ປະຕິບັດ​ກັບ​ເຂົາເຈົ້າ​ຄື​ກັບ​ຄົນ​ໃນ​ຄອບຄົວ. (1ຕມ. 5:1, 2) ເຮົາ​ດີໃຈ​ແລະ​ພູມໃຈ​ຫຼາຍ​ທີ່​ໄດ້​ຮັບໃຊ້​ກັບ​ເຂົາເຈົ້າ. ເຮົາ​ດີໃຈ​ທີ່​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ຮູ້​ວ່າ​ເຮົາ​ຮັກ​ແລະ​ສະໜັບສະໜູນ​ເຂົາເຈົ້າ. ພີ່ນ້ອງ​ຍິງ​ທີ່​ຊື່​ວາເນັດຊ້າ​ບອກ​ວ່າ: “ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ແທ້​ໆ​ທີ່​ໄດ້​ຢູ່​ໃນ​ອົງການ​ຂອງ​ເພິ່ນ ຍ້ອນ​ຢູ່​ບ່ອນ​ນີ້​ມີ​ແຕ່​ພີ່ນ້ອງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ສົດ​ຊື່ນ​ແລະ​ໄດ້​ກຳລັງ​ໃຈ.” ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ທີ່​ຢູ່​ໃຕ້ຫວັນ​ບອກ​ວ່າ: “ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ແທ້​ໆ​ທີ່​ເຫັນຄ່າ​ຜູ້​ຍິງ​ແລະ​ເຂົ້າໃຈ​ຄວາມ​ຮູ້ສຶກ​ເຮົາ. ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ຮູ້ສຶກ​ຂອບໃຈ​ແທ້​ໆ​ທີ່​ໄດ້​ຢູ່​ໃນ​ອົງການ​ຂອງ​ເພິ່ນ.”

ພະ​ເຢໂຫວາ​ຕ້ອງ​ພູມໃຈ​ຫຼາຍ​ແທ້​ໆ​ທີ່​ເຫັນ​ພີ່ນ້ອງ​ຊາຍ​ຮັກ​ແລະ​ໃຫ້​ກຽດ​ພີ່ນ້ອງ​ຍິງ​ຄື​ກັບ​ທີ່​ເພິ່ນ​ເຮັດ! (ສຸພາ. 27:11) ຜູ້​ດູແລ​ທີ່​ຊື່​ເບັນຈາມິນ​ຈາກ​ສະກ໋ອດແລນ​ບອກ​ວ່າ: “ຜູ້​ຊາຍ​ທົ່ວໄປ​ດູຖູກ​ຜູ້​ຍິງ. ດັ່ງນັ້ນ ເມື່ອ​ພີ່ນ້ອງ​ຍິງ​ຍ່າງ​ເຂົ້າ​ມາ​ຫໍປະຊຸມ ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ເຮົາ​ຮັກ​ແລະ​ໃຫ້​ກຽດ​ເຂົາເຈົ້າ.” ຂໍ​ໃຫ້​ເຮົາ​ທຸກ​ຄົນ​ພະຍາຍາມ​ແທ້​ໆ​ທີ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ​ໂດຍ​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ກຽດ​ເຂົາເຈົ້າ​ສະເໝີ.—ຣມ. 12:10

a ໃນ​ບົດ​ຄວາມ​ນີ້ ຄຳ​ວ່າ “ພີ່ນ້ອງ​ຍິງ” ໝາຍເຖິງ​ຜູ້​ຍິງ​ທີ່​ເປັນ​ຄລິດສະຕຽນ ບໍ່​ແມ່ນ​ຄົນ​ໃນ​ຄອບຄົວ​ດຽວ​ກັນ.

b ສຳລັບ​ຄຳ​ອະທິບາຍ​ຄຳ​ວ່າ “ພາຊະນະ​ທີ່​ບອບ​ບາງ​ກວ່າ” ໃຫ້​ເບິ່ງ​ບົດ​ຄວາມ “ພາຊະນະ​ທີ່​ອ່ອນແອ​ກວ່າ” ໃນ​ຫໍສັງເກດການ 15 ພຶດສະພາ 2006 ແລະ “ຄຳ​ແນະນຳ​ທີ່​ສະຫຼາດ​ສຸຂຸມ​ສຳລັບ​ຄູ່​ສົມລົດ” ໃນ​ຫໍສັງເກດການ 1 ມີນາ 2005. (ພາສາ​ໄທ)