ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 5

ເພງທີ 27 ລູກ​ຂອງ​ພະເຈົ້າ​ໄດ້​ຮັບ​ກຽດ

“ເຮົາ​ຈະ​ບໍ່ປະ​ບໍ່ຖິ້ມ​ເຈົ້າ”

“ເຮົາ​ຈະ​ບໍ່ປະ​ບໍ່ຖິ້ມ​ເຈົ້າ”

“ພະເຈົ້າ​ບອກ​ໄວ້​ວ່າ: ‘ເຮົາ​ຈະ​ບໍ່ປະ​ບໍ່ຖິ້ມ​ເຈົ້າ.’”ຮຣ. 13:5ຂ

ຈຸດ​ສຳຄັນ

ເພື່ອ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ໂລກ​ນີ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ບໍ່ປະ​ບໍ່ຖິ້ມ​ເຂົາເຈົ້າ​ເຖິງ​ວ່າ​ຜູ້​ຖືກ​ເລືອກ​ທີ່​ຍັງ​ເຫຼືອ​ຢູ່​ຈະ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ.

1. ຜູ້​ຖືກ​ເລືອກ​ທັງໝົດ​ຈະ​ຂຶ້ນ​ໄປ​ສະຫວັນ​ຕອນ​ໃດ?

 ໃນ​ຫຼາຍ​ປີ​ຜ່ານ​ມາ ພະຍານ​ພະ​ເຢໂຫວາ​ສົງໄສ​ວ່າ ‘ຜູ້​ຖືກ​ເລືອກ​ທັງໝົດ​ຈະ​ຂຶ້ນ​ໄປ​ສະຫວັນ​ຕອນ​ໃດ?’ ເຮົາ​ເຄີຍ​ເຊື່ອ​ວ່າ​ຫຼັງຈາກ​ສົງຄາມ​ອາມາເຄໂດນ​ຈະ​ຍັງ​ມີ​ຜູ້​ຖືກ​ເລືອກ​ບາງ​ຄົນ​ເຫຼືອ​ຢູ່​ໃນ​ໂລກ ແລະ​ເຂົາເຈົ້າ​ຈະ​ຢູ່​ໃນ​ໂລກ​ໃໝ່​ໄລຍະ​ໜຶ່ງ. ແຕ່​ຫໍສັງເກດການ 15 ກໍລະກົດ 2013 ອະທິບາຍ​ວ່າ​ຜູ້​ຖືກ​ເລືອກ​ທັງໝົດ​ຈະ​ຂຶ້ນ​ໄປ​ສະຫວັນ​ກ່ອນ​ສົງຄາມ​ອາມາເຄໂດນ​ເລີ່ມຕົ້ນ.—ມທ. 24:31

2. ບາງ​ຄົນ​ອາດ​ສົງໄສ​ຫຍັງ? ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

2 ແຕ່​ບາງ​ຄົນ​ອາດ​ສົງໄສ​ວ່າ ຖ້າ​ເປັນ​ແບບ​ນັ້ນ “ແກະ​ອື່ນ” ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ໃນ​ໄລຍະ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ຈະ​ເປັນ​ແນວ​ໃດ? (ຢຮ. 10:16; ມທ. 24:21) ບາງ​ຄົນ​ອາດ​ກັງວົນ​ວ່າ​ເຂົາເຈົ້າ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ຕໍ່​ໄປ​ແລະ​ໃຜ​ຈະ​ຊີ້ນຳ​ເຂົາເຈົ້າ​ຫຼັງຈາກ​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ. ໃຫ້​ເຮົາ​ເບິ່ງ 2 ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ຄິດ​ແບບ​ນັ້ນ. ຈາກນັ້ນ ເຮົາ​ຈະ​ເບິ່ງ​ບາງ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຮົາ​ບໍ່​ຕ້ອງ​ຢ້ານ.

ອັນ​ໃດ​ຈະ​ບໍ່​ເກີດຂຶ້ນ?

3-4. ບາງ​ຄົນ​ອາດ​ຢ້ານ​ຫຍັງ? ແລະ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

3 ບາງ​ຄົນ​ອາດ​ຢ້ານ​ວ່າ​ແກະ​ອື່ນ​ຈະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຖ້າ​ຜູ້​ຖືກ​ເລືອກ​ທີ່​ເປັນ​ຄະນະ​ກຳມະການ​ປົກຄອງ​ບໍ່​ໄດ້​ຊີ້ນຳ​ເຂົາເຈົ້າ​ແລ້ວ. ເຂົາເຈົ້າ​ຮູ້ສຶກ​ແບບ​ນີ້​ອາດ​ເປັນ​ຍ້ອນ​ເຂົາເຈົ້າ​ຄິດເຖິງ​ບາງ​ເລື່ອງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ໃຫ້​ເຮົາ​ເບິ່ງ 2 ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ນຳ​ກັນ. ຕົວຢ່າງ​ທຳອິດ​ແມ່ນ​ກ່ຽວກັບ​ປະໂລຫິດ​ໃຫຍ່​ເຢໂຮຢາດາ​ທີ່​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ. ເຢໂຮຢາດາ​ກັບ​ເຢໂຮຊາເບອາ​ເມຍ​ຂອງ​ລາວ​ໄດ້​ປົກປ້ອງ​ເຢໂຮອາດ​ຕອນ​ຍັງ​ນ້ອຍ​ແລະ​ຊ່ວຍ​ລາວ​ໃຫ້​ເປັນ​ກະສັດ​ທີ່​ດີ​ແລະ​ສັດຊື່. ຕອນ​ທີ່​ເຢໂຮຢາດາ​ຍັງ​ມີ​ຊີວິດ​ຢູ່ ເຢໂຮອາດ​ນະມັດສະການ​ພະ​ເຢໂຫວາ​ແລະ​ເຮັດ​ສິ່ງ​ທີ່​ດີ. ແຕ່​ຫຼັງຈາກ​ເຢໂຮຢາດາ​ຕາຍ ເຢໂຮອາດ​ກໍ​ເລີ່ມ​ເຮັດ​ສິ່ງ​ທີ່​ຊົ່ວ. ລາວ​ຟັງ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ທີ່​ຊົ່ວແລະ​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ.—2ຂຄ. 24:2, 15-19

4 ຕົວຢ່າງ​ທີ 2 ແມ່ນ​ກ່ຽວກັບ​ຄລິດສະຕຽນ​ທີ່​ມີ​ຊີວິດ​ຢູ່​ຫຼັງຈາກ​ພວກ​ອັກຄະສາວົກ​ຂອງ​ພະ​ເຢຊູ​ຕາຍ​ໝົດ​ແລ້ວ. ໂຢຮັນ​ເປັນ​ອັກຄະສາວົກ​ຄົນ​ສຸດທ້າຍ​ທີ່​ຕາຍ. ຕອນ​ທີ່​ລາວ​ຍັງ​ມີ​ຊີວິດ​ຢູ່ ລາວ​ໄດ້​ຊ່ວຍ​ຄລິດສະຕຽນ​ໃຫ້​ສັດຊື່​ຕໍ່​ພະ​ເຢໂຫວາ. (3ຢຮ. 4) ໃນ​ໄລຍະ​ໜຶ່ງ ໂຢຮັນ​ກັບ​ອັກຄະສາວົກ​ຄົນ​ອື່ນ​ໆ​ຕ້ອງ​ພະຍາຍາມ​ເອົາ​ແທ້​ເອົາ​ວ່າ​ເພື່ອ​ບໍ່​ໃຫ້​ຄຳສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ​ແພ່​ອອກ​ໄປ​ໃນ​ພວກ​ຄລິດສະຕຽນ. (1ຢຮ. 2:18; 2ທຊ. 2:7) ຫຼັງຈາກ​ທີ່​ໂຢຮັນ​ຕາຍ ການ​ທໍລະຍົດ​ພະເຈົ້າ​ກໍ​ແພ່​ລາມ​ໄປ​ທົ່ວ​ປະຊາຄົມ​ຕ່າງ​ໆ​ຄື​ກັບ​ໄຟ​ໄໝ້​ປ່າ. ຫຼາຍ​ປີ​ຕໍ່​ມາ ຄລິດສະຕຽນ​ໝົດ​ທຸກ​ຄົນ​ກໍ​ພາກັນ​ເຊື່ອ​ຄຳສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ.

5. ຈາກ​ຕົວຢ່າງ 2 ເລື່ອງ​ໃນ​ຄຳພີ​ໄບເບິນ ເຮົາ​ບໍ່​ຄວນ​ສະຫຼຸບ​ແນວ​ໃດ?

5 ສອງ​ຕົວຢ່າງ​ນີ້​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຫຼັງຈາກ​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ ແກະ​ອື່ນ​ກໍ​ຈະ​ເຮັດ​ຊົ່ວ​ຄື​ກັບ​ເຢໂຮອາດ​ເຮັດ​ແລະ​ທໍລະຍົດ​ພະເຈົ້າ​ຄື​ກັບ​ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ສະຕະວັດ​ທີ 2 ເຮັດ? ຄຳ​ຕອບ​ກໍ​ຄື ຈະ​ບໍ່​ເປັນ​ແບບ​ນັ້ນ​ແນ່ນອນ! ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ເມື່ອ​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ ແກະ​ອື່ນ​ຈະ​ຍັງ​ນະມັດສະການ​ພະ​ເຢໂຫວາ​ຕໍ່​ໄປ​ຢ່າງ​ສັດຊື່ ແລະ​ເພິ່ນ​ຈະ​ເບິ່ງແຍງ​ເຂົາເຈົ້າ​ຢ່າງ​ດີ​ຕໍ່​ໆ​ໄປ. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ແບບ​ນັ້ນ?

ການ​ນະມັດສະການ​ແທ້​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ

6. ເຮົາ​ຈະ​ຮຽນ​ກ່ຽວກັບ 3 ໄລຍະ​ເວລາ​ຫຍັງ​ແດ່?

6 ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ການ​ນະມັດສະການ​ແທ້​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ​ເຖິງ​ວ່າ​ໃນ​ອະນາຄົດ​ເຮົາ​ຈະ​ຕ້ອງ​ເຈິ​ຄວາມ​ຍາກ​ລຳບາກ? ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ​ສະໄໝ​ທີ່​ເຮົາ​ມີ​ຊີວິດ​ຢູ່​ຕ່າງ​ກັນ​ຫຼາຍ​ກັບ​ສະໄໝ​ຂອງ​ຊາດ​ອິດສະຣາເອນ​ບູຮານ​ແລະ​ສະໄໝ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທີ 2. ໃຫ້​ເຮົາ​ມາ​ເບິ່ງ​ກ່ຽວກັບ 3 ໄລຍະ​ເວລາ​ນຳ​ກັນ ນັ້ນ​ຄື: (1) ສະໄໝ​ຂອງ​ຊາດ​ອິດສະຣາເອນ​ບູຮານ (2) ສະໄໝ​ຫຼັງຈາກ​ທີ່​ອັກຄະສາວົກ​ຕາຍ​ໝົດ​ແລ້ວ ແລະ (3) ສະໄໝ​ຂອງ​ເຮົາ “ຕອນ​ທີ່​ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ.”—ກຈກ. 3:21

7. ເປັນ​ຫຍັງ​ຄົນ​ອິດສະຣາເອນ​ທີ່​ສັດຊື່​ຈຶ່ງ​ບໍ່​ໝົດ​ຫວັງ​ເມື່ອ​ກະສັດ​ແລະ​ຄົນ​ສ່ວນ​ຫຼາຍ​ເລືອກ​ເຮັດ​ຊົ່ວ?

7 ສະໄໝ​ຊາດ​ອິດສະຣາເອນ​ບູຮານ. ບໍ່​ດົນ​ກ່ອນ​ໂມເຊ​ຕາຍ ລາວ​ບອກ​ພວກ​ອິດສະຣາເອນ​ວ່າ: “ຂ້ອຍ​ຮູ້​ດີ​ວ່າ​ຫຼັງຈາກ​ທີ່​ຂ້ອຍ​ຕາຍ​ໄປ​ແລ້ວ ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຊົ່ວ​ແທ້​ໆ​ແລະ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຕາມ​ທີ່​ຂ້ອຍ​ສັ່ງ​ໄວ້.” (ພບຍ. 31:29) ໂມເຊ​ຍັງ​ເຕືອນ​ເຂົາເຈົ້າ​ນຳ​ວ່າ ຖ້າ​ເຂົາເຈົ້າ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ ເຂົາເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. (ພບຍ. 28:35, 36) ເລື່ອງ​ນີ້​ເກີດຂຶ້ນ​ແທ້​ບໍ? ເກີດຂຶ້ນ​ແທ້. ໃນ​ໄລຍະ​ຫຼາຍ​ຮ້ອຍ​ປີ ກະສັດ​ຂອງ​ຊາດ​ອິດສະຣາເອນ​ຫຼາຍ​ອົງ​ເລືອກ​ເຮັດ​ຊົ່ວ​ແລະ​ເຮັດ​ໃຫ້​ປະຊາຊົນ​ໄປ​ນະມັດສະການ​ພະເຈົ້າ​ປອມ. ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ແລະ​ລົງໂທດ​ເຂົາເຈົ້າ ແລະ​ເພິ່ນ​ບໍ່​ໃຫ້​ມີ​ກະສັດ​ທີ່​ເປັນ​ມະນຸດ​ປົກຄອງ​ເຂົາເຈົ້າ​ອີກ​ຕໍ່​ໄປ. (ອຊກ. 21:25-27) ແຕ່​ຄົນ​ອິດສະຣາເອນ​ທີ່​ສັດຊື່​ບໍ່​ໝົດ​ຫວັງ​ເມື່ອ​ເຫັນ​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໄວ້​ເກີດຂຶ້ນ​ແທ້ ເຂົາເຈົ້າຈຶ່ງ​ກ້າ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່​ໆ​ໄປ.—ອຊຢ. 55:10, 11

8. ເຮົາ​ຄວນ​ແປກໃຈ​ບໍ​ທີ່​ຄລິດສະຕຽນ​ໃນ​ສະຕະວັດ​ທີ 2 ເຊື່ອ​ຄຳສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ? ຂໍ​ໃຫ້​ອະທິບາຍ.

8 ສະໄໝ​ຫຼັງຈາກ​ທີ່​ອັກຄະສາວົກ​ຕາຍ​ໝົດ​ແລ້ວ. ເຮົາ​ຄວນ​ແປກໃຈ​ບໍ​ທີ່​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທີ 2 ເຊື່ອ​ຄຳສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ? ເຮົາ​ບໍ່​ແປກໃຈ​ເລີຍ. ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ການ​ທໍລະຍົດ​ພະເຈົ້າ​ຄັ້ງ​ໃຫຍ່. (ມທ. 7:21-23; 13:24-30, 36-43) ອັກຄະສາວົກ​ໂປໂລ ເປໂຕ ແລະ​ໂຢຮັນ​ຢືນ​ຢັນ​ວ່າ​ສິ່ງ​ທີ່​ພະ​ເຢຊູ​ບອກ​ລ່ວງ​ໜ້າ​ໄດ້​ເກີດຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຂົາເຈົ້າ. (2ທຊ. 2:3, 7; 2ປຕ. 2:1; 1ຢຮ. 2:18) ເມື່ອ​ຮອດ​ສະຕະວັດ​ທີ 2 ຄລິດສະຕຽນ​ທີ່​ມີ​ຊີວິດ​ຢູ່​ໃນ​ໄລຍະ​ນັ້ນ​ກໍ​ພາກັນ​ເຊື່ອ​ຄຳສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ. ສາສະໜາ​ຄລິດສະຕຽນ​ທີ່​ທໍລະຍົດ​ພະເຈົ້າ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ບາບີໂລນ​ໃຫຍ່ ເຊິ່ງ​ໝາຍເຖິງ​ສາສະໜາ​ປອມ​ທັງໝົດ​ໃນ​ໂລກ. ເຮົາ​ເຫັນ​ໄດ້​ເລີຍ​ວ່າ​ສິ່ງ​ທີ່​ພະ​ເຢຊູ​ບອກ​ລ່ວງ​ໜ້າ​ໄດ້​ເກີດຂຶ້ນ​ແທ້.

9. ໄລຍະ​ເວລາ​ທີ່​ເຮົາ​ມີ​ຊີວິດ​ຢູ່​ໃນ​ຕອນນີ້​ຕ່າງ​ກັບ​ສະໄໝ​ຂອງ​ຊາດ​ອິດສະຣາເອນ​ບູຮານ​ແລະ​ສະໄໝ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທີ 2 ແນວ​ໃດ?

9 “ຕອນ​ທີ່​ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ.” ໄລຍະ​ທີ່​ເຮົາ​ມີ​ຊີວິດ​ຢູ່​ໃນ​ຕອນນີ້​ຕ່າງ​ຈາກ​ສະໄໝ​ຂອງ​ຊາດ​ອິດສະຣາເອນ​ບູຮານ​ແລະ​ສະໄໝ​ທີ່​ມີ​ການ​ທໍລະຍົດ​ພະເຈົ້າ​ຄັ້ງ​ໃຫຍ່​ໃນ​ສະຕະວັດ​ທີ 2. ສະໄໝ​ທີ່​ເຮົາ​ມີ​ຊີວິດ​ຢູ່​ເອີ້ນ​ວ່າ​ຫຍັງ? ຕາມ​ປົກກະຕິ​ແລ້ວ ເຮົາ​ຈະ​ເອີ້ນ​ວ່າ “ສະໄໝ​ສຸດທ້າຍ” ຂອງ​ໂລກ​ນີ້. (2ຕມ. 3:1) ແຕ່​ທີ່ຈິງ​ແລ້ວ ເຮົາ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ເວລາ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ “ຕອນ​ທີ່​ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ” ນຳ. ໄລຍະ​ເວລາ​ນີ້​ເລີ່ມຕົ້ນ​ພ້ອມ​ກັບ​ສະໄໝ​ສຸດທ້າຍ ແຕ່​ຍິ່ງໃຫຍ່​ກວ່າ​ແລະ​ດົນ​ກວ່າ​ສະໄໝ​ສຸດທ້າຍ. ໄລຍະ​ເວລາ​ຂອງ​ການ​ຟື້ນຟູ​ຈະ​ຍາວ​ນານ​ໄປ​ຮອດ​ຕອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ມະນຸດ​ທຸກ​ຄົນ​ກາຍ​ເປັນ​ຄົນ​ສົມບູນແບບ​ແລະ​ເຮັດ​ໃຫ້​ທົ່ວ​ໂລກ​ກາຍ​ເປັນ​ບ່ອນ​ທີ່​ງາມ​ໆ. (ກຈກ. 3:21) ໄລຍະ​ເວລາ​ນີ້​ເລີ່ມຕົ້ນ​ແຕ່​ປີ 1914. ມີ​ຫຍັງ​ແດ່​ທີ່​ໄດ້​ຮັບ​ການ​ຟື້ນຟູ​ແລ້ວ? ພະ​ເຢຊູ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ໃນ​ສະຫວັນ. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ມີ​ຜູ້​ປົກຄອງ​ທີ່​ເປັນ​ຕົວແທນ​ຂອງ​ເພິ່ນ​ອີກ​ເທື່ອ​ໜຶ່ງ​ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ກະສັດ​ດາວິດ. ພະ​ເຢໂຫວາ​ບໍ່​ໄດ້​ຟື້ນຟູ​ແຕ່​ເລື່ອງ​ນີ້. ຫຼັງຈາກ​ພະ​ເຢຊູ​ໄດ້​ເປັນ​ກະສັດ ການ​ນະມັດສະການ​ແທ້​ກໍ​ໄດ້​ຮັບ​ການ​ຟື້ນຟູ​ຄື​ກັນ. (ອຊຢ. 2:2-4; ອຊກ. 11:17-20) ການ​ນະມັດສະການ​ແທ້​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ​ບໍ?

10. (ກ) ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ຫຍັງ​ກ່ຽວກັບ​ການ​ນະມັດສະການ​ແທ້​ໃນ​ສະໄໝ​ຂອງ​ເຮົາ? (ເອຊາຢາ 54:17) (ຂ) ເປັນ​ຫຍັງ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ຈຶ່ງ​ໃຫ້​ກຳລັງ​ໃຈ​ເຮົາ?

10 ອ່ານ​ເອຊາຢາ 54:17. ໃຫ້​ຄິດເຖິງ​ຄຳ​ພະຍາກອນ​ທີ່​ບອກ​ວ່າ: “ອາວຸດ​ໃດ​ກໍ​ຕາມ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ທຳຮ້າຍ​ເຈົ້າ​ຈະ​ເຮັດ​ຫຍັງ​ເຈົ້າ​ບໍ່​ໄດ້.” ຄຳ​ພະຍາກອນ​ນີ້​ກຳລັງ​ເກີດຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຮົາ. ນອກ​ຈາກນັ້ນ​ຍັງ​ມີ​ອີກ​ຄຳ​ພະຍາກອນ​ໜຶ່ງ​ທີ່​ເກີດຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຮົາ​ທີ່​ບອກ​ວ່າ: “ພວກ​ລູກ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ ແລະ​ຊີວິດ​ຂອງ​ເຂົາເຈົ້າ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ. ເຈົ້າ​ຈະ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. . . . ເຈົ້າ​ຈະ​ບໍ່​ຢ້ານ​ຫຍັງ​ແລະ​ຈະ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ຢ້ານ. ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຈະ​ບໍ່​ມາ​ໃກ້​ເຈົ້າ​ເລີຍ.” (ອຊຢ. 54:13, 14) ແມ່ນ​ແຕ່​ຊາຕານ​ທີ່​ເປັນ “ພະເຈົ້າ​ຂອງ​ໂລກ​ນີ້” ກໍ​ບໍ່​ສາມາດ​ຢຸດ​ວຽກ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ກຳລັງ​ເຮັດ​ເພື່ອ​ສອນ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ. (2ກຣ. 4:4) ການ​ນະມັດສະການ​ແທ້​ໄດ້​ຮັບ​ການ​ຟື້ນຟູ​ແລ້ວ ແລະ​ການ​ນະມັດສະການ​ນີ້​ຈະ​ຢູ່​ຕະຫຼອດ​ໄປ. ອາວຸດ​ໃດ​ກໍ​ຕາມ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ທຳຮ້າຍ​ເຮົາ​ຈະ​ເຮັດ​ຫຍັງ​ເຮົາ​ບໍ່​ໄດ້!

ຈະ​ເກີດ​ຫຍັງ​ຂຶ້ນ?

11. ອັນ​ໃດ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ຄົນ​ກຸ່ມ​ໃຫຍ່​ຈະ​ບໍ່​ຖືກ​ປະຖິ້ມ​ຫຼັງຈາກ​ທີ່​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ?

11 ຫຼັງຈາກ​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ​ຈະ​ເກີດ​ຫຍັງ​ຂຶ້ນ? ເຮົາ​ຕ້ອງ​ຈື່​ໄວ້​ວ່າ ພະ​ເຢຊູ​ເປັນ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ​ແລະ​ເພິ່ນ​ເປັນ​ຜູ້​ນຳ​ປະຊາຄົມ​ຄລິດສະຕຽນ. ພະ​ເຢຊູ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ: “ພວກ​ເຈົ້າ​ມີ​ຜູ້​ນຳ​ແຕ່​ຜູ້ດຽວ ແລະ​ຜູ້​ນັ້ນ​ແມ່ນ​ພະຄລິດ.” (ມທ. 23:10) ພະ​ເຢຊູ​ທີ່​ເປັນ​ກະສັດ​ທີ່​ກຳລັງ​ປົກຄອງ​ໃນ​ສະຫວັນ​ຈະ​ເບິ່ງແຍງ​ລູກສິດ​ຂອງ​ເພິ່ນ​ສະເໝີ. ຍ້ອນ​ພະ​ເຢຊູ​ກຳລັງ​ຊີ້ນຳ​ພວກ​ລູກສິດ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ໂລກ ເຂົາເຈົ້າ​ຈຶ່ງ​ບໍ່​ຕ້ອງ​ຢ້ານ​ຫຍັງ. ເຮົາ​ບໍ່​ຮູ້​ລາຍລະອຽດ​ທຸກ​ຢ່າງ​ວ່າ​ພະ​ເຢຊູ​ຈະ​ນຳໜ້າ​ເຮົາ​ແນວ​ໃດ​ໃນ​ຕອນ​ນັ້ນ ແຕ່​ຕົວຢ່າງ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ເຮົາ​ຈະ​ບໍ່​ຖືກ​ຖິ້ມ​ແນ່ນອນ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

12. ພະ​ເຢໂຫວາ​ເບິ່ງແຍງ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ (ກ) ຫຼັງຈາກ​ໂມເຊ​ຕາຍ? (ຂ) ຫຼັງຈາກ​ເອລີຢາ​ໄດ້​ວຽກ​ມອບໝາຍ​ໃໝ່? (ເບິ່ງ​ຮູບ)

12 ໂມເຊ​ຕາຍ​ກ່ອນ​ທີ່​ພວກ​ອິດສະຣາເອນ​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້. ເມື່ອ​ໂມເຊ​ຕາຍ ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ແນວ​ໃດ? ເຂົາເຈົ້າ​ຖືກ​ປະຖິ້ມ​ບໍ? ບໍ່. ພະ​ເຢໂຫວາ​ເບິ່ງແຍງ​ເຂົາເຈົ້າ​ສະເໝີ​ຕະຫຼອດ​ເວລາ​ທີ່​ເຂົາເຈົ້າ​ສັດຊື່​ຕໍ່​ເພິ່ນ. ກ່ອນ​ໂມເຊ​ຕາຍ ພະ​ເຢໂຫວາ​ສັ່ງ​ລາວ​ໃຫ້​ມອບ​ໜ້າທີ່​ຜູ້​ນຳ​ຊາດ​ອິດສະຣາເອນ​ໃຫ້​ໂຢຊວຍ ເຊິ່ງ​ກ່ອນ​ໜ້າ​ນັ້ນ​ໂມເຊ​ໄດ້​ຝຶກ​ໂຢຊວຍ​ມາ​ຫຼາຍ​ສິບ​ປີ​ແລ້ວ. (ອພຍ. 33:11; ພບຍ. 34:9) ນອກ​ຈາກນັ້ນ ໂມເຊ​ຍັງ​ເລືອກ​ຜູ້​ຊາຍ​ທີ່​ມີ​ຄວາມ​ສາມາດ​ອີກ​ຫຼາຍ​ຄົນ​ໃຫ້​ເປັນ​ຜູ້​ນຳ​ຄື​ກັນ ເຊັ່ນ: ບາງ​ຄົນ​ເປັນ​ຫົວໜ້າ​ເບິ່ງແຍງ​ພັນ​ຄົນ ເປັນ​ຫົວໜ້າ​ເບິ່ງແຍງ​ຮ້ອຍ​ຄົນ ເປັນ​ຫົວໜ້າ​ເບິ່ງແຍງ​ຫ້າ​ສິບ​ຄົນ ແລະ​ເປັນ​ຫົວໜ້າ​ເບິ່ງແຍງ​ສິບ​ຄົນ. (ພບຍ. 1:15) ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ເບິ່ງແຍງ​ຢ່າງ​ດີ​ແທ້​ໆ. ເຮົາ​ຍັງ​ເຫັນ​ອີກ​ຕົວຢ່າງ​ໜຶ່ງ​ທີ່​ຄ້າຍຄື​ກັນ ນັ້ນ​ແມ່ນ​ເອລີຢາ. ເອລີຢາ​ນຳໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ການ​ນະມັດສະການ​ແທ້​ເປັນ​ເວລາ​ຫຼາຍ​ສິບ​ປີ. ແຕ່​ຕໍ່​ມາ ພະ​ເຢໂຫວາ​ໄດ້​ມອບໝາຍ​ລາວ​ໃຫ້​ໄປ​ຮັບໃຊ້​ຢູ່​ຢູດາ. (2ກ​ສ. 2:1; 2ຂຄ. 21:12) ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ອິດສະຣາເອນ 10 ຕະກູນ​ທາງ​ເໜືອ​ຖືກ​ປະຖິ້ມ​ບໍ? ບໍ່. ເອລີຢາ​ໄດ້​ຝຶກ​ເອລີຊາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ. ນອກ​ຈາກ​ນີ້​ຍັງ​ມີ “ລູກ​ຫຼານ . . . ຂອງ​ພວກ​ຜູ້​ພະຍາກອນ” ເຊິ່ງ​ເຂົາເຈົ້າ​ອາດ​ໄດ້​ຮັບ​ການ​ຝຶກ​ຈາກ​ໂຮງຮຽນ​ສອນ​ຜູ້​ພະຍາກອນ. (2ກສ. 2:7) ເຫັນ​ໄດ້​ວ່າ​ມີ​ຜູ້​ຊາຍ​ທີ່​ສັດຊື່​ຫຼາຍ​ຄົນ​ທີ່​ພ້ອມ​ຈະ​ນຳໜ້າ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ບໍ່​ມີ​ຫຍັງ​ຂັດຂວາງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ໄດ້ ແລະ​ເພິ່ນ​ຈະ​ເບິ່ງແຍງ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ຢ່າງ​ແນ່ນອນ.

ໂມເຊ (ຢູ່​ເບື້ອງ​ຊ້າຍ) ແລະ​ເອລີຢາ (ຢູ່​ເບື້ອງ​ຂວາ) ຝຶກ​ຜູ້​ຊາຍ​ທີ່​ມີ​ຄວາມ​ສາມາດ​ໃຫ້​ເຮັດ​ວຽກ​ຕໍ່​ຈາກ​ເຂົາເຈົ້າ (ເບິ່ງ​ຂໍ້ 12)


13. ເຮັບເຣີ 13:5ຂ ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ໃນ​ເລື່ອງ​ໃດ? (ເບິ່ງ​ຮູບ)

13 ເມື່ອ​ຄິດເຖິງ​ຕົວຢ່າງ​ເຫຼົ່າ​ນີ້​ແລ້ວ ເຈົ້າ​ຄິດ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຫຼັງຈາກ​ທີ່​ຜູ້​ຖືກ​ເລືອກ​ທຸກ​ຄົນ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ? ເຮົາ​ບໍ່​ຕ້ອງ​ອຸກໃຈ​ໃນ​ເລື່ອງ​ນີ້. ຄຳພີ​ໄບເບິນ​ເວົ້າ​ໃຫ້​ເຂົ້າໃຈ​ງ່າຍ​ໆ​ວ່າ ພະ​ເຢໂຫວາ​ຈະ​ບໍ່ປະ​ບໍ່ຖິ້ມ​ປະຊາຊົນ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ໂລກ. (ອ່ານ​ເຮັບເຣີ 13:5ຂ) ຄື​ກັບ​ໂມເຊ​ແລະ​ເອລີຢາ ຜູ້​ຖືກ​ເລືອກ​ກຸ່ມ​ນ້ອຍ​ໆ​ທີ່​ນຳໜ້າ​ໃນ​ອົງການ​ຮູ້​ດີ​ວ່າ​ສຳຄັນ​ແທ້​ໆ​ທີ່​ເຂົາເຈົ້າ​ຕ້ອງ​ຝຶກ​ພີ່ນ້ອງ​ຄົນ​ອື່ນ​ໃຫ້​ຮູ້​ນຳໜ້າ. ຫຼາຍ​ສິບ​ປີ​ມາ​ແລ້ວ​ທີ່​ຄະນະ​ກຳມະການ​ປົກຄອງ​ໄດ້​ຝຶກ​ພີ່ນ້ອງ​ຊາຍ​ທີ່​ເປັນ​ແກະ​ອື່ນ​ໃຫ້​ນຳໜ້າ. ຕົວຢ່າງ​ເຊັ່ນ: ຄະນະ​ກຳມະການ​ປົກຄອງ​ໄດ້​ຕັ້ງ​ໂຮງຮຽນ​ຕ່າງ​ໆ​ເຊັ່ນ: ໂຮງຮຽນ​ສຳລັບ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ ໂຮງຮຽນ​ສຳລັບ​ຜູ້​ເບິ່ງແຍງ​ໝວດ ໂຮງຮຽນ​ສຳລັບ​ສະມາຊິກ​ຄະນະ​ກຳມະການ​ສາຂາ ໂຮງຮຽນ​ສຳລັບ​ຜູ້​ເບິ່ງແຍງ​ໃນ​ເບເທນ ແລະ​ໂຮງຮຽນ​ອື່ນ​ໆ. ຄະນະ​ກຳມະການ​ປົກຄອງ​ຍັງ​ໄດ້​ຝຶກ​ຜູ້​ຊ່ວຍ​ຄະນະ​ກຳມະການ​ຝ່າຍ​ຕ່າງ​ໆ​ຂອງ​ຄະນະ​ກຳມະການ​ປົກຄອງ​ນຳ​ອີກ. ຕອນນີ້ ຜູ້​ຊ່ວຍ​ເຫຼົ່າ​ນີ້​ກຳລັງ​ເຮັດ​ໜ້າທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃນ​ອົງການ​ຂອງ​ພະ​ເຢໂຫວາ ແລະ​ເຂົາເຈົ້າ​ກໍ​ພ້ອມ​ທີ່​ຈະ​ເຮັດ​ໜ້າທີ່​ເບິ່ງແຍງ​ແກະ​ຂອງ​ພະຄລິດ​ຕໍ່​ໆ​ໄປ.

ຄະນະ​ກຳມະການ​ປົກຄອງ​ຝຶກ​ຜູ້​ຊ່ວຍ​ຂອງ​ເຂົາເຈົ້າ​ແລະ​ຕັ້ງ​ໂຮງຮຽນ​ຕ່າງ​ໆ​ເພື່ອ​ຝຶກ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ ຜູ້​ເບິ່ງແຍງ​ໝວດ ຄະນະ​ກຳມະການ​ສາຂາ ຜູ້​ເບິ່ງແຍງ​ໃນ​ເບເທນ ແລະ​ມິດຊັນນາຣີ​ຢູ່​ທົ່ວ​ໂລກ (ເບິ່ງ​ຂໍ້ 13)


14. ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ເຮົາ​ໄດ້​ຮຽນ​ແມ່ນ​ຫຍັງ?

14 ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ເຮົາ​ໄດ້​ຮຽນ​ແມ່ນ ການ​ນະມັດສະການ​ແທ້​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ​ໃນ​ໂລກ​ເຖິງ​ວ່າ​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ​ຕອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ໃກ້​ຈະ​ຈົບ. ຍ້ອນ​ເຮົາ​ມີ​ພະ​ເຢຊູ​ເປັນ​ຜູ້​ນຳ ເຮົາ​ຈຶ່ງ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່​ໆ​ໄປ​ໄດ້. ເຖິງ​ວ່າ​ຕອນ​ນັ້ນ​ເຮົາ​ຈະ​ຖືກ​ໂຄກ​ແຫ່ງ​ມາໂຄກ​ເຊິ່ງ​ກໍ​ຄື​ກຸ່ມ​ຊາດ​ຕ່າງ​ໆ​ໂຈມຕີ ແຕ່​ການ​ໂຈມຕີ​ນັ້ນ​ຈະ​ບໍ່​ສຳເລັດ. (ອຊກ. 38:18-20) ເຂົາເຈົ້າ​ຈະ​ບໍ່​ສາມາດ​ຂັດຂວາງ​ຄົນ​ຂອງ​ພະ​ເຢໂຫວາ​ໃຫ້​ເຊົາ​ນະມັດສະການ​ເພິ່ນ​ໄດ້. ເພິ່ນ​ຈະ​ປົກປ້ອງ​ເຂົາເຈົ້າ​ແນ່ນອນ! ໃນ​ນິມິດ​ອັກຄະສາວົກ​ໂຢຮັນ​ບອກ​ວ່າ ລາວ​ເຫັນ “ຄົນ​ກຸ່ມ​ໃຫຍ່” ເຊິ່ງ​ເປັນ​ແກະ​ອື່ນ​ຂອງ​ພະຄລິດ​ລອດຜ່ານ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. (ພນມ. 7:9, 14) ແມ່ນ​ແລ້ວ ພະ​ເຢໂຫວາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ລອດ!

15-16. ໃນ​ພະ​ນິມິດ 17:14 ຄລິດສະຕຽນ​ຜູ້​ຖືກ​ເລືອກ​ຈະ​ເຮັດ​ຫຍັງ​ໃນ​ສົງຄາມ​ອາມາເຄໂດນ? ແລະ​ການ​ຮູ້​ເລື່ອງ​ນີ້​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

15 ບາງ​ຄົນ​ອາດ​ສົງໄສ​ວ່າ “ຜູ້​ຖືກ​ເລືອກ​ຈະ​ເຮັດ​ຫຍັງ​ຫຼັງຈາກ​ເຂົາເຈົ້າ​ຂຶ້ນ​ໄປ​ສະຫວັນ​ແລ້ວ?” ຄຳພີ​ໄບເບິນ​ຕອບ​ເລື່ອງ​ນີ້​ຢ່າງ​ຈະ​ແຈ້ງ. ຄຳພີ​ໄບເບິນ​ບອກ​ວ່າ ລັດຖະບານ​ຕ່າງ​ໆ​ໃນ​ໂລກ “ຈະ​ຕໍ່ສູ້​ກັບ​ແກະ​ນ້ອຍ​ຂອງ​ພະເຈົ້າ ແຕ່​ແກະ​ນ້ອຍ​ຈະ​ຊະນະ​ເຂົາເຈົ້າ.” ໃຜ​ຈະ​ຊ່ວຍ​ແກະ​ນ້ອຍ​ຂອງ​ພະເຈົ້າ​ໃນ​ການ​ຕໍ່ສູ້? ຄຳພີ​ໄບເບິນ​ບອກ​ວ່າ​ຜູ້​ທີ່​ຈະ​ຊ່ວຍ​ແມ່ນ​ຜູ້​ທີ່​ພະເຈົ້າ​ໄດ້ “ເອີ້ນ​ແລະ​ເລືອກ​ໄວ້ ແລະ​ເປັນ​ຄົນ​ທີ່​ສັດຊື່​ຕໍ່​ພະເຈົ້າ.” (ອ່ານ​ພະ​ນິມິດ 17:14) ຄົນ​ເຫຼົ່າ​ນີ້​ແມ່ນ​ໃຜ? ເຂົາເຈົ້າ​ແມ່ນ​ຜູ້​ຖືກ​ເລືອກ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ເມື່ອ​ຜູ້​ຖືກ​ເລືອກ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ​ຕອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ໃກ້​ຈະ​ຈົບ ວຽກ​ມອບໝາຍ​ທຳອິດ​ຂອງ​ເຂົາເຈົ້າ​ແມ່ນ​ຕໍ່ສູ້​ໃນ​ສົງຄາມ​ອາມາເຄໂດນ. ນີ້​ເປັນ​ວຽກ​ມອບໝາຍ​ທີ່​ພິເສດ​ຫຼາຍ​ແທ້​ໆ! ຕອນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ຄລິດສະຕຽນ​ຜູ້​ຖືກ​ເລືອກ​ບາງ​ຄົນ​ເຄີຍ​ຕໍ່ສູ້​ກັບ​ຄົນ​ອື່ນ​ມາ​ກ່ອນ. ບາງ​ຄົນ​ເຄີຍ​ເປັນ​ຮອດ​ທະຫານ​ຊ້ຳ. ແຕ່​ຕໍ່ມາ​ເຂົາເຈົ້າ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ແທ້​ແລະ​ຮຽນ​ຮູ້​ທີ່​ຈະ​ຢູ່​ແບບ​ສະຫງົບສຸກ​ກັບ​ຄົນ​ອື່ນ. (ຄລຕ. 5:22; 2ທຊ. 3:16) ເຂົາເຈົ້າ​ເຊົາ​ສະໜັບສະໜູນ​ສົງຄາມ​ທຸກ​ຮູບແບບ. ແຕ່​ຫຼັງຈາກ​ຂຶ້ນ​ໄປ​ສະຫວັນ​ແລ້ວ ເຂົາເຈົ້າ​ຈະ​ຮ່ວມ​ກັບ​ພະ​ເຢຊູ​ແລະ​ພວກ​ທູດສະຫວັນ​ເພື່ອ​ຕໍ່ສູ້​ກັບ​ສັດຕູ​ຂອງ​ພະເຈົ້າ​ໃນ​ສົງຄາມ​ອາມາເຄໂດນ.

16 ຕອນນີ້​ຄລິດສະຕຽນ​ຜູ້​ຖືກ​ເລືອກ​ບາງ​ຄົນ​ກໍ​ເຖົ້າ​ແລ້ວ​ແລະ​ບໍ່​ແຂງແຮງ. ແຕ່​ເມື່ອ​ເຂົາເຈົ້າ​ຂຶ້ນ​ໄປ​ສະຫວັນ​ແລ້ວ ເຂົາເຈົ້າ​ຈະ​ມີ​ຮ່າງກາຍ​ສຳລັບ​ສະຫວັນ​ທີ່​ເປັນ​ອະມະຕະ​ແລະ​ມີ​ລິດເດດ​ຫຼາຍ. ເຂົາເຈົ້າ​ຈະ​ຮ່ວມ​ຕໍ່ສູ້​ຄຽງບ່າ​ຄຽງໄຫຼ່​ກັບ​ພະ​ເຢຊູ​ກະສັດ​ທີ່​ເປັນ​ນັກຮົບ. ຫຼັງຈາກ​ຕໍ່ສູ້​ໃນ​ສົງຄາມ​ອາມາເຄໂດນ ເຂົາເຈົ້າ​ຈະ​ເຮັດ​ວຽກ​ກັບ​ພະ​ເຢຊູ​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ກາຍ​ເປັນ​ຄົນ​ສົມບູນແບບ. ຕອນ​ທີ່​ຢູ່​ໃນ​ສະຫວັນ ເຂົາເຈົ້າ​ຈະ​ສາມາດ​ຊ່ວຍ​ພີ່ນ້ອງ​ທີ່​ຢູ່​ໃນ​ໂລກ​ໄດ້​ຫຼາຍ​ກວ່າ​ຕອນ​ທີ່​ເຂົາເຈົ້າ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ.

17. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ຈະ​ປອດໄພ​ຕອນ​ສົງຄາມ​ອາມາເຄໂດນ?

17 ເຈົ້າ​ເປັນ​ແກະ​ອື່ນ​ບໍ? ຖ້າ​ເປັນ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ຕອນ​ທີ່​ສົງຄາມ​ອາມາເຄໂດນ​ເລີ່ມຕົ້ນ? ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ກໍ​ມີ​ແຕ່​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ທີ່​ເພິ່ນ​ຊີ້ນຳ. ເລື່ອງ​ນີ້​ອາດ​ລວມ​ເຖິງ​ຫຍັງ​ແດ່? ຄຳພີ​ໄບເບິນ​ບອກ​ວ່າ: “ປະຊາຊົນ​ຂອງ​ເຮົາ ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ຫ້ອງ​ທາງ​ໃນ​ແລະ​ອັດ​ປະຕູ​ໄວ້​ແມ້. ເຂົ້າ​ໄປ​ລີ້​ຢູ່​ຫັ້ນ​ບຶດ​ໜຶ່ງ​ຈົນ​ກວ່າ​ເຮົາ​ຈະ​ເຊົາ​ໃຈ​ຮ້າຍ.” (ອຊຢ. 26:20) ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ທັງ​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ຈະ​ປອດໄພ​ໃນ​ຕອນ​ນັ້ນ. ເຮົາ​ໝັ້ນໃຈ​ໄດ້​ຄື​ກັບ​ທີ່​ອັກຄະສາວົກ​ໂປໂລ​ເວົ້າ​ວ່າ: “ບໍ່​ມີ​ຫຍັງ​ສາມາດ​ຂັດຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ. ບໍ່​ວ່າ​ຈະ​ເປັນ . . . ລັດຖະບານ ຫຼື​ສິ່ງ​ທີ່​ມີ​ຢູ່​ຕອນນີ້ ຫຼື​ສິ່ງ​ທີ່​ຈະ​ມາ​ໃນ​ອະນາຄົດ.” (ຣມ. 8:38, 39) ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ ແລະ​ເພິ່ນ​ຈະ​ບໍ່ປະ​ບໍ່ຖິ້ມ​ເຈົ້າ​ຈັກ​ເທື່ອ!

ເມື່ອ​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ . . .

  • ອັນ​ໃດ​ຈະ​ເກີດຂຶ້ນ?

  • ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ວ່າ​ການ​ນະມັດສະການ​ແທ້​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ?

  • ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ປະຊາຊົນ​ຂອງ​ເພິ່ນ?

ເພງທີ 8 ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຮົາ