ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 6

ເພງທີ 10 ສັນລະເສີນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ!

“ໃຫ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ”

“ໃຫ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ”

“ພວກ​ເຈົ້າ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ໃຫ້​ສັນລະເສີນ​ເພິ່ນ. ໃຫ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ.”ພສ. 113:1

ຈຸດ​ສຳຄັນ

ເພື່ອ​ເນັ້ນ​ເຖິງ​ເຫດຜົນ​ຕ່າງ​ໆ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເມື່ອ​ເຮົາ​ເຮັດ​ໄດ້.

1-2. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເພິ່ນ​ຖືກ​ໃສ່ຮ້າຍ? ຂໍ​ໃຫ້​ຍົກ​ຕົວຢ່າງ.

 ສົມມຸດ​ວ່າ​ຄົນ​ທີ່​ເຈົ້າ​ຮັກ​ເວົ້າ​ໃສ່ຮ້າຍ​ເຈົ້າ​ແລະ​ເລື່ອງ​ທີ່​ລາວ​ເວົ້າ​ບໍ່​ແມ່ນ​ຄວາມ​ຈິງ ແຕ່​ພັດ​ມີ​ຄົນ​ເຊື່ອ​ສິ່ງ​ທີ່​ລາວ​ເວົ້າ. ຮ້າຍແຮງ​ກວ່າ​ນັ້ນ ເຂົາເຈົ້າ​ເອົາ​ເລື່ອງ​ນັ້ນ​ໄປ​ເວົ້າ​ຕໍ່​ໆ​ກັນ ແລ້ວ​ກໍ​ມີ​ຫຼາຍ​ຄົນ​ເຊື່ອ. ຄັນ​ເປັນ​ຈັ່ງ​ຊັ້ນ ເຈົ້າ​ຊິ​ຮູ້ສຶກ​ແນວ​ໃດ? ຖ້າ​ເຈົ້າ​ເປັນ​ຫ່ວງ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ນັ້ນ​ແລະ​ເປັນ​ຫ່ວງ​ຊື່ສຽງ​ຂອງ​ໂຕ​ເອງ ການ​ໃສ່ຮ້າຍ​ແບບ​ນີ້​ຕ້ອງ​ເຮັດ​ໃຫ້​ເຈົ້າ​ເສຍໃຈ​ຫຼາຍ​ແທ້​ໆ.—ສພສ. 22:1

2 ເລື່ອງ​ນີ້​ຊ່ວຍ​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເພິ່ນ​ຖືກ​ໃສ່ຮ້າຍ. ທູດສະຫວັນ​ອົງ​ໜຶ່ງ​ຕົວະ​ເອວາ​ຜູ້​ຍິງ​ຄົນ​ທຳອິດ ແລະ​ລາວ​ກໍ​ເຊື່ອ​ມັນ. ຄຳ​ຕົວະ​ນັ້ນ​ເຮັດ​ໃຫ້​ມະນຸດ​ຄູ່​ທຳອິດ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. ຍ້ອນ​ແນວ​ນີ້​ຈຶ່ງ​ເຮັດ​ໃຫ້​ມະນຸດ​ທຸກ​ຄົນ​ກາຍ​ເປັນ​ຄົນ​ບາບ​ແລະ​ໃນ​ທີ່​ສຸດ​ກໍ​ຕ້ອງ​ຕາຍ. (ປຖກ. 3:1-6; ຣມ. 5:12) ການ​ຕົວະ​ຂອງ​ຊາຕານ​ໃນ​ເທື່ອ​ນັ້ນ​ເປັນ​ຈຸດ​ເລີ່ມຕົ້ນ​ຂອງ​ບັນຫາ​ທຸກ​ຢ່າງ​ໃນ​ທຸກ​ມື້​ນີ້ ເຊັ່ນ: ຄວາມ​ຕາຍ ສົງຄາມ ແລະ​ຄວາມ​ທຸກ​ລຳບາກ. ເລື່ອງ​ທັງໝົດ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ​ບໍ? ເສຍໃຈ​ແທ້. ແຕ່​ເພິ່ນ​ກໍ​ບໍ່​ໄດ້​ທຸກໃຈ​ຫຼື​ຄຽດແຄ້ນ. ເພິ່ນ​ຍັງ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.”—1ຕມ. 1:11

3. ເຮົາ​ມີ​ສິດທິ​ພິເສດ​ຫຍັງ?

3 ເຮົາ​ມີ​ສິດທິ​ພິເສດ​ທີ່​ໄດ້​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຕະຫຼອດ​ໄປ. ເຮົາ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ເຊື່ອຟັງ​ຄຳສັ່ງ​ງ່າຍ​ໆ​ທີ່​ວ່າ: “ໃຫ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ.” (ພສ. 113:1) ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ໂດຍ​ບອກ​ຄວາມ​ຈິງ​ກ່ຽວກັບ​ເພິ່ນ​ໃຫ້​ຄົນ​ອື່ນ​ຮູ້. ເຈົ້າ​ຈະ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ບໍ? ໃຫ້​ເຮົາ​ເບິ່ງ 3 ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ສັນລະເສີນ​ຊື່​ຂອງ​ເພິ່ນ​ສຸດ​ຫົວໃຈ.

ເມື່ອ​ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ເຮັດ​ໃຫ້​ເພິ່ນ​ດີໃຈ

4. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ດີໃຈ​ເມື່ອ​ເຮົາ​ສັນລະເສີນ​ເພິ່ນ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ເບິ່ງ​ຮູບ)

4 ເມື່ອ​ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ເຮັດ​ໃຫ້​ເພິ່ນ​ດີໃຈ. (ພສ. 119:108) ນີ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງສຸດ​ເປັນ​ຄື​ກັບ​ມະນຸດ​ບໍ​ທີ່​ຢາກ​ໃຫ້​ຄົນ​ອື່ນ​ຍ້ອງ​ຍ້ອນ​ຂາດ​ຄວາມ​ໝັ້ນໃຈ​ໃນ​ໂຕເອງ? ບໍ່​ແມ່ນ. ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້: ເດັກນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ແລ່ນ​ໄປ​ກອດ​ພໍ່​ແລະ​ບອກ​ພໍ່​ວ່າ: “ພໍ່​ເປັນ​ພໍ່​ທີ່​ດີ​ທີ່ສຸດ​ໃນ​ໂລກ!” ພໍ່​ຍິ້ມ​ແລະ​ດີໃຈ​ຫຼາຍ​ທີ່​ລູກ​ເວົ້າ​ແບບ​ນັ້ນ. ແຕ່​ເຮົາ​ຄວນ​ສົງໄສ​ບໍ​ວ່າ​ຜູ້​ຊາຍ​ຄົນ​ນີ້​ຕ້ອງການ​ໃຫ້​ລູກ​ຍ້ອງ​ເພື່ອ​ຈະ​ເຮັດ​ໃຫ້​ໂຕເອງ​ໝັ້ນໃຈ​ຫຼາຍ​ຂຶ້ນ? ບໍ່​ແມ່ນ. ລາວ​ດີໃຈ​ຍ້ອນ​ລູກ​ຮັກ​ແລະ​ເຫັນ​ຄຸນຄ່າ​ລາວ. ລາວ​ຮູ້​ວ່າ​ການ​ທີ່​ລູກ​ມີ​ນິດໄສ​ແບບ​ນີ້​ຈະ​ເຮັດ​ໃຫ້​ລູກ​ມີ​ຄວາມ​ສຸກ​ເມື່ອ​ລາວ​ໃຫຍ່. ຄ້າຍຄື​ກັນ ພະ​ເຢໂຫວາ​ພໍ່​ຜູ້​ຍິ່ງໃຫຍ່​ກໍ​ດີໃຈ​ຄື​ກັນ​ເມື່ອ​ເຮົາ​ສັນລະເສີນ​ເພິ່ນ.

ເມື່ອ​ລູກ​ສະແດງ​ອອກ​ມາ​ວ່າ​ຮັກ​ແລະ​ເຫັນ​ຄຸນຄ່າ​ພໍ່ ພໍ່​ກໍ​ດີໃຈ. ເມື່ອ​ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ ເພິ່ນ​ກໍ​ດີໃຈ​ຄື​ກັນ. (ເບິ່ງ​ຂໍ້ 4)


5. ເມື່ອ​ເຮົາ​ສັນລະເສີນ​ພະ​ເຢໂຫວາ ເຮົາ​ພິສູດ​ຄຳ​ຕົວະ​ອັນ​ໃດ​ຂອງ​ຊາຕານ?

5 ເມື່ອ​ເຮົາ​ສັນລະເສີນ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ເຮົາ​ກໍ​ພິສູດ​ວ່າ​ສິ່ງ​ທີ່​ຊາຕານ​ເວົ້າ​ບໍ່​ແມ່ນ​ຄວາມ​ຈິງ. ຊາຕານ​ເວົ້າ​ວ່າ​ຈະ​ບໍ່​ມີ​ມະນຸດ​ຄົນ​ໃດ​ສັດຊື່​ຕໍ່​ພະເຈົ້າ​ເມື່ອ​ຖືກ​ທົດສອບ ແລະ​ບໍ່​ມີ​ໃຜ​ຈະ​ພັກດີ​ແລະ​ປົກປ້ອງ​ຊື່​ຂອງ​ເພິ່ນ. ມັນ​ເວົ້າ​ວ່າ​ພວກ​ເຮົາ​ທຸກ​ຄົນ​ຈະ​ເຊົາ​ຮັບໃຊ້​ພະເຈົ້າ​ຖ້າ​ບໍ່​ໄດ້​ຫຍັງ​ຈາກ​ເພິ່ນ​ເລີຍ. (ໂຢບ 1:9-11; 2:4) ແຕ່​ໂຢບ​ຜູ້​ຮັບໃຊ້​ທີ່​ສັດຊື່​ພິສູດ​ໃຫ້​ເຫັນ​ວ່າ​ຊາຕານ​ເວົ້າ​ຕົວະ. ເຈົ້າ​ເດ​ຈະ​ສັດຊື່​ຕໍ່​ພະເຈົ້າ​ຕໍ່​ໆ​ໄປ​ບໍ? ເຮົາ​ທຸກ​ຄົນ​ມີ​ສິດທິ​ພິເສດ​ທີ່​ໄດ້​ປົກປ້ອງ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ​ໂດຍ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່. (ສພສ. 27:11) ເປັນ​ກຽດ​ສຳລັບ​ເຮົາ​ແທ້​ໆ​ທີ່​ໄດ້​ເຮັດ​ແບບ​ນີ້!

6. ເຮົາ​ຈະ​ຮຽນ​ແບບ​ກະສັດ​ດາວິດ​ກັບ​ພວກ​ເລວີ​ໄດ້​ແນວ​ໃດ? (ເນເຮມີຢາ 9:5)

6 ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຢາກ​ສັນລະເສີນ​ຊື່​ຂອງ​ເພິ່ນ​ສຸດ​ຫົວໃຈ. ກະສັດ​ດາວິດ​ເວົ້າ​ວ່າ: “ຂ້ອຍ​ຂໍ​ສັນລະເສີນ​ພະ​ເຢໂຫວາ. ຂ້ອຍ​ຂໍ​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ເພິ່ນ​ສຸດ​ຫົວໃຈ.” (ພສ. 103:1) ດາວິດ​ຮູ້​ວ່າ​ການ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ການ​ສັນລະເສີນ​ພະ​ເຢໂຫວາ. ເມື່ອ​ເຮົາ​ໄດ້​ຍິນ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຄິດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ຄິດ​ເຖິງ​ຄຸນລັກສະນະ​ທີ່​ດີ​ຕ່າງ​ໆ​ຂອງ​ເພິ່ນ ແລະ​ຄິດ​ເຖິງ​ສິ່ງ​ທີ່​ເປັນ​ຕາ​ງຶດ​ທີ່​ເພິ່ນ​ໄດ້​ເຮັດ. ດາວິດ​ຢາກ​ສະແດງ​ຄວາມ​ນັບຖື​ຕໍ່​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແລະ​ສັນລະເສີນ​ຊື່​ນັ້ນ ລາວ​ຈຶ່ງ​ເຮັດ​ແບບ​ນັ້ນ “ສຸດ​ຫົວໃຈ” ຂອງ​ລາວ. ຄ້າຍຄື​ກັນ ພວກ​ເລວີ​ທີ່​ນຳໜ້າ​ໃນ​ການ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ຍອມຮັບ​ວ່າ​ຊື່​ທີ່​ສັກສິດ​ຂອງ​ເພິ່ນ​ຍິ່ງໃຫຍ່​ຈົນ​ບໍ່​ມີ​ຄຳ​ສັນລະເສີນ​ໃດ​ຈະ​ເໝາະສົມ. (ອ່ານ​ເນເຮມີຢາ 9:5) ການ​ສັນລະເສີນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ​ແລະ​ດ້ວຍ​ຄວາມ​ຖ່ອມ​ຕ້ອງ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ແທ້​ໆ.

7. ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ແນວ​ໃດ​ໃນ​ວຽກ​ປະກາດ​ແລະ​ໃນ​ຊີວິດ​ປະຈຳ​ວັນ?

7 ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ດີໃຈ​ໄດ້​ໂດຍ​ບອກ​ຄົນ​ອື່ນ​ວ່າ​ເຮົາ​ຮູ້ສຶກ​ຂອບໃຈ​ແລະ​ຮັກ​ເພິ່ນ​ຫຼາຍ​ສ່ຳ​ໃດ. ຕອນ​ທີ່​ເຮົາ​ປະກາດ ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ເປົ້າໝາຍ​ຂອງ​ເຮົາ​ແມ່ນ​ເພື່ອ​ຊ່ວຍ​ຄົນ​ໃຫ້​ຮູ້​ຈັກ​ແລະ​ໃກ້ຊິດ​ພະ​ເຢໂຫວາ​ແລະ​ເບິ່ງ​ເພິ່ນ​ຄື​ກັບ​ທີ່​ເຮົາ​ເບິ່ງ. (ຢກບ. 4:8) ເຮົາ​ຢາກ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ແນວ​ໃດ ແລະ​ຢາກ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮູ້​ຈັກ​ຄຸນລັກສະນະ​ທີ່​ດີ​ຂອງ​ເພິ່ນ ເຊັ່ນ: ຄວາມ​ຮັກ ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ລິດເດດ ລວມ​ທັງ​ຄຸນລັກສະນະ​ອື່ນ​ໆ​ຂອງ​ເພິ່ນ. ນອກ​ຈາກນັ້ນ ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ແລະ​ເຮັດ​ໃຫ້​ເພິ່ນ​ດີໃຈ​ໂດຍ​ຮຽນ​ແບບ​ເພິ່ນ. (ອຟຊ. 5:1) ເມື່ອ​ເຮັດ​ແບບ​ນີ້ ຄົນ​ອື່ນ​ອາດ​ສັງເກດ​ວ່າ​ເຮົາ​ແຕກຕ່າງ​ຈາກ​ຄົນ​ທົ່ວໄປ​ໃນ​ໂລກ​ຊົ່ວ​ນີ້. (ມທ. 5:14-16) ຕອນ​ທີ່​ເຮົາ​ຕິດຕໍ່​ພົວພັນ​ກັບ​ເຂົາເຈົ້າ​ໃນ​ແຕ່​ລະ​ມື້ ເຮົາ​ອາດ​ມີ​ໂອກາດ​ທີ່​ຈະ​ອະທິບາຍ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ເຮັດ​ຄື​ກັບ​ຄົນ​ທົ່ວໄປ. ຜົນ​ກໍ​ຄື​ຈະ​ເຮັດ​ໃຫ້​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ. ເມື່ອ​ເຮົາ​ສັນລະເສີນ​ພະ​ເຢໂຫວາ​ແບບ​ນີ້ ເພິ່ນ​ຈະ​ດີໃຈ​ແທ້​ໆ.—1ຕມ. 2:3, 4

ເມື່ອ​ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ເຮັດ​ໃຫ້​ພະ​ເຢຊູ​ດີໃຈ

8. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ?

8 ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້ ບໍ່​ມີ​ໃຜ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ສ່ຳ​ກັບ​ພະ​ເຢຊູ. (ມທ. 11:27) ພະ​ເຢຊູ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຫຼາຍ ແລະ​ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ. (ຢຮ. 14:31) ໃນ​ຄືນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ອະທິດຖານ​ຫາ​ພະ​ເຢໂຫວາ. ເພິ່ນ​ເວົ້າ​ເຖິງ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ເພິ່ນ​ໄດ້​ເຮັດ​ຕອນ​ຢູ່​ໃນ​ໂລກ​ນີ້​ວ່າ: “ລູກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ.” (ຢຮ. 17:26) ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

9. ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ​ຫຍັງ​ເພື່ອ​ເຮັດ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ?

9 ພະ​ເຢຊູ​ບໍ່​ພຽງ​ແຕ່​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະເຈົ້າ​ມີ​ຊື່​ວ່າ​ເຢໂຫວາ ແຕ່​ເພິ່ນ​ຍັງ “ເປັນ​ຜູ້​ທີ່​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮູ້​ຈັກ​ພະເຈົ້າ.” (ຢຮ. 1:17, 18) ຄົນ​ຢິວ​ໃນ​ສະໄໝ​ພະ​ເຢຊູ​ຮູ້​ຢູ່​ແລ້ວ​ວ່າ​ພະເຈົ້າ​ຊື່​ຫຍັງ. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ບອກ​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຈດີ. (ອພຍ. 34:5-7) ແຕ່​ພະ​ເຢຊູ​ເຮັດ​ໃຫ້​ຄວາມ​ຈິງ​ນີ້​ແຈ້ງ​ຂຶ້ນ​ອີກ​ໂດຍ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ລູກ​ທີ່​ຫຼົງທາງ. ໃນ​ຕົວຢ່າງ​ນັ້ນ​ພະ​ເຢຊູ​ເວົ້າ​ວ່າ ພໍ່​ແນມ​ເຫັນ​ລູກ​ທີ່​ກັບໃຈ​ຕອນ​ທີ່​ລາວ​ຍັງ​ຢູ່​ໄກ​ໆ “ພໍ່​ຈຶ່ງ​ແລ່ນ​ໄປ​ຫາ” ແລະ​ກອດ​ລາວ​ແລະ​ຍົກໂທດ​ໃຫ້​ລາວ. ຕົວຢ່າງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ມີ​ຄວາມ​ອີ່ຕົນ. (ລກ. 15:11-32) ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ແບບ​ໃດ​ແທ້​ໆ.

10. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢຊູ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຄື​ກັບ​ເພິ່ນ? (ມາຣະໂກ 5:19) (ເບິ່ງ​ຮູບ) (ຂ) ໃນ​ທຸກ​ມື້​ນີ້​ພະ​ເຢຊູ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ?

10 ພະ​ເຢຊູ​ຢາກ​ໃຫ້​ຄົນ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ບໍ? ແມ່ນ​ແລ້ວ. ພວກ​ຫົວໜ້າ​ສາສະໜາ​ໃນ​ສະໄໝ​ພະ​ເຢຊູ​ເຊື່ອ​ວ່າ​ຊື່​ຂອງ​ພະເຈົ້າ​ສັກສິດ​ໂພດ​ຈົນ​ເວົ້າ​ຮອດ​ບໍ່​ໄດ້. ແຕ່​ພະ​ເຢຊູ​ບໍ່​ຍອມ​ໃຫ້​ທຳນຽມ​ທີ່​ບໍ່​ເປັນ​ໄປ​ຕາມ​ຫຼັກການ​ໃນ​ພະຄຳພີ​ເຮັດ​ໃຫ້​ເພິ່ນ​ບໍ່​ຢາກ​ຍົກຍ້ອງ​ຊື່​ຂອງ​ພະ​ເຢໂຫວາ. ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ. ພະ​ເຢຊູ​ໄດ້​ໄລ່​ປີສາດ​ທີ່​ສິງ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ເຂດ​ຂອງ​ຄົນ​ເຄຣາຊາ. ຫຼັງ​ຈາກ​ພະ​ເຢຊູ​ໄລ່​ປີສາດ​ອອກ​ແລ້ວ ຄົນ​ທີ່​ຢູ່​ຫັ້ນ​ກໍ​ພາກັນ​ຢ້ານ. ເຂົາເຈົ້າ​ຈຶ່ງ​ຂໍຮ້ອງ​ພະ​ເຢຊູ​ໃຫ້​ອອກ​ໄປ​ຈາກ​ເຂດ​ນັ້ນ. (ມຣກ. 5:16, 17) ພະ​ເຢຊູ​ໄດ້​ອອກ​ໄປ​ຈາກ​ຫັ້ນ. ພະ​ເຢຊູ​ຢາກ​ໃຫ້​ຄົນ​ໃນ​ເຂດ​ນັ້ນ​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ ເພິ່ນ​ຈຶ່ງ​ບອກ​ຜູ້​ຊາຍ​ທີ່​ເຄີຍ​ຖືກ​ປີສາດ​ສິງ​ໃຫ້​ໄປ​ເລົ່າ​ໃຫ້​ຄົນ​ອື່ນ​ຟັງ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ລາວ ແທນ​ທີ່​ຈະ​ບອກ​ວ່າ​ເພິ່ນ​ເປັນ​ຄົນ​ເຮັດ. (ອ່ານ​ມາຣະໂກ 5:19) ໃນ​ທຸກ​ມື້​ນີ້ ພະ​ເຢຊູ​ກໍ​ຢາກ​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ​ຄື​ກັນ​ໂດຍ​ໃຫ້​ເຮົາ​ບອກ​ຄົນ​ຢູ່​ທົ່ວ​ໂລກ​ໃຫ້​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ. (ມທ. 24:14; 28:19, 20) ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ເຮັດ​ໃຫ້​ພະ​ເຢຊູ​ກະສັດ​ຂອງ​ເຮົາ​ດີໃຈ.

ພະ​ເຢຊູ​ບອກ​ຜູ້​ຊາຍ​ທີ່​ເຄີຍ​ຖືກ​ປີສາດ​ສິງ​ໃຫ້​ໄປ​ເລົ່າ​ໃຫ້​ຄົນ​ອື່ນ​ຟັງ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ລາວ (ເບິ່ງ​ຂໍ້ 10)


11. ພະ​ເຢຊູ​ສອນ​ພວກ​ລູກສິດ​ໃຫ້​ອະທິດຖານ​ເລື່ອງ​ຫຍັງ? ແລະ​ຕາມ​ເອເຊກຽນ 36:23 ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

11 ພະ​ເຢຊູ​ຮູ້​ວ່າ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແມ່ນ ພະ​ເຢໂຫວາ​ຢາກ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ແລະ​ພົ້ນ​ຈາກ​ຄຳ​ຕຳໜິ​ທຸກ​ຢ່າງ. ຍ້ອນ​ແນວ​ນີ້ ພະ​ເຢຊູ​ຈຶ່ງ​ສອນ​ພວກ​ລູກສິດ​ໃຫ້​ອະທິດຖານ​ວ່າ: “ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.” (ມທ. 6:9) ພະ​ເຢຊູ​ຮູ້​ວ່າ​ເລື່ອງ​ນີ້​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ແລະ​ມີ​ຜົນ​ກະທົບ​ຕໍ່​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. (ອ່ານ​ເອເຊກຽນ 36:23) ທີ່ຈິງ ບໍ່​ມີ​ໃຜ​ທີ່​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ນີ້​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ສ່ຳ​ກັບ​ພະ​ເຢຊູ​ໄດ້​ເຮັດ. ຕອນ​ທີ່​ພະ​ເຢຊູ​ຖືກ​ຈັບ ພວກ​ສັດຕູ​ກ່າວຫາ​ເພິ່ນ​ວ່າ​ແນວ​ໃດ? ເຂົາເຈົ້າ​ກ່າວຫາ​ເພິ່ນ​ວ່າ​ໝິ່ນ​ປະໝາດ​ພະເຈົ້າ! ພະ​ເຢຊູ​ຮູ້​ຢູ່​ແລ້ວ​ວ່າ​ການ​ເຮັດ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຖືກ​ໃສ່ຮ້າຍ​ຫຼື​ຖືກ​ຕຳໜິ​ເປັນ​ຄວາມ​ຜິດ​ຮ້າຍແຮງ​ທີ່​ສຸດ. ເພິ່ນ​ຈຶ່ງ​ທຸກໃຈ​ຫຼາຍ​ທີ່​ຖືກ​ກ່າວຫາ​ແບບ​ນັ້ນ. ເລື່ອງ​ນີ້​ອາດ​ເປັນ​ເຫດຜົນ​ສຳຄັນ​ທີ່​ເຮັດ​ໃຫ້​ພະ​ເຢຊູ “ຮູ້ສຶກ​ເຄັ່ງຕຶງ​ຫຼາຍ” ໃນ​ສອງ​ສາມ​ຊົ່ວໂມງ​ກ່ອນ​ທີ່​ເພິ່ນ​ຈະ​ຖືກ​ຈັບ.—ລກ. 22:41-44

12. ພະ​ເຢຊູ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຕະຫຼອດ​ໄປ​ແນວ​ໃດ?

12 ພະ​ເຢຊູ​ຍອມ​ອົດທົນ​ກັບ​ການ​ຖືກ​ທໍລະມານ​ທຸກ​ຮູບແບບ ຖືກ​ດູຖູກ ແລະ​ຖືກ​ໃສ່ຮ້າຍ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຕະຫຼອດ​ໄປ. ພະ​ເຢຊູ​ຮູ້​ວ່າ​ເພິ່ນ​ໄດ້​ເຊື່ອຟັງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໃນ​ທຸກ​ເລື່ອງ. ເພິ່ນ​ຈຶ່ງ​ບໍ່​ມີ​ຫຍັງ​ທີ່​ຕ້ອງ​ອາຍ. (ຮຣ. 12:2) ເພິ່ນ​ໄດ້​ຮູ້​ວ່າ​ຊາຕານ​ກຳລັງ​ໂຈມຕີ​ເພິ່ນ​ໃນ​ເວລາ​ທີ່​ຍາກ​ທີ່​ສຸດ. (ລກ. 22:2-4; 23:33, 34) ຊາຕານ​ຢາກ​ໃຫ້​ພະ​ເຢຊູ​ເຊົາ​ສັດຊື່​ຕໍ່​ພະ​ເຢໂຫວາ ແຕ່​ມັນ​ກໍ​ເຮັດ​ບໍ່​ສຳເລັດ! ພະ​ເຢຊູ​ພິສູດ​ໃຫ້​ເຫັນ​ວ່າ​ຊາຕານ​ເວົ້າ​ຕົວະ ແລະ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ຜູ້​ຮັບໃຊ້​ທີ່​ສັດຊື່​ທີ່​ພັກດີ​ຕໍ່​ເພິ່ນ​ສະເໝີ​ເຖິງ​ວ່າ​ຈະ​ເຈິ​ການ​ທົດສອບ​ທີ່​ຍາກ​ທີ່​ສຸດ​ໃນ​ຊີວິດ.

13. ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢຊູ​ກະສັດ​ຂອງ​ເຈົ້າ​ດີໃຈ​ໄດ້​ແນວ​ໃດ?

13 ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢຊູ​ກະສັດ​ຂອງ​ເຈົ້າ​ດີໃຈ​ບໍ? ເຈົ້າ​ເຮັດ​ໄດ້​ໂດຍ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແທ້​ໆ. ເມື່ອ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢຊູ. (1ປຕ. 2:21) ຄື​ກັບ​ພະ​ເຢຊູ ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ແລະ​ພິສູດ​ວ່າ​ຊາຕານ​ສັດຕູ​ຂອງ​ເພິ່ນ​ເປັນ​ຈອມ​ຂີ້ຕົວະ.

ເມື່ອ​ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຊ່ວຍ​ຊີວິດ​ຄົນ​ອື່ນ

14-15. ເມື່ອ​ເຮົາ​ສອນ​ຄົນ​ອື່ນ​ກ່ຽວກັບ​ພະ​ເຢໂຫວາ ເຮົາ​ອາດ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ປະທັບໃຈ​ຫຍັງ​ແດ່?

14 ເມື່ອ​ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຊ່ວຍ​ຊີວິດ​ຄົນ​ອື່ນ. ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ສຳລັບ​ຄົນ​ທີ່​ບໍ່​ເຊື່ອ ຊາຕານ “ໄດ້​ເຮັດ​ໃຫ້​ໃຈ​ຂອງ​ເຂົາເຈົ້າ​ມືດ” ໄປ. (2ກຣ. 4:4) ຜົນ​ກໍ​ຄື​ຫຼາຍ​ຄົນ​ຫຼົງ​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ​ທີ່​ວ່າ ພະເຈົ້າ​ບໍ່​ມີ​ແທ້ ພະເຈົ້າ​ຢູ່​ໄກ​ຈາກ​ເຮົາ​ແລະ​ບໍ່​ສົນໃຈ​ເຮົາ ພະເຈົ້າ​ໂຫດ​ຮ້າຍ​ແລະ​ທໍລະມານ​ຄົນ​ທີ່​ເຮັດ​ຜິດ​ຕະຫຼອດ​ໄປ. ຊາຕານ​ເວົ້າ​ຕົວະ​ແບບ​ນີ້​ກໍ​ຍ້ອນ​ມັນ​ຢາກ​ທຳລາຍ​ຊື່ສຽງ​ຂອງ​ພະ​ເຢໂຫວາ​ແລະ​ບໍ່​ຢາກ​ໃຫ້​ຄົນ​ຮູ້​ຈັກ​ແລະ​ໃກ້ຊິດ​ເພິ່ນ. ແຕ່​ເມື່ອ​ເຮົາ​ປະກາດ ເຮົາ​ກໍ​ຂັດຂວາງ​ຊາຕານ​ບໍ່​ໃຫ້​ເຮັດ​ຕາມ​ທີ່​ມັນ​ຕ້ອງການ. ເຮົາ​ສອນ​ຄົນ​ໃຫ້​ຮູ້​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ເພິ່ນ. ຜົນ​ເປັນ​ແນວ​ໃດ?

15 ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ມີ​ພະລັງ​ຫຼາຍ​ແທ້​ໆ. ເມື່ອ​ເຮົາ​ສອນ​ຄົນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ສອນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ເຮົາ​ກໍ​ໄດ້​ເຫັນ​ສິ່ງ​ທີ່​ເປັນ​ຕາ​ປະທັບໃຈ​ຫຼາຍ​ຢ່າງ. ຄົນ​ຈະ​ບໍ່​ຖືກ​ຊາຕານ​ຕົວະ​ອີກ​ຕໍ່​ໄປ ແລະ​ເຂົາເຈົ້າ​ຈະ​ໄດ້​ເຫັນ​ຄຸນລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ. ເຂົາເຈົ້າ​ຮູ້ສຶກ​ງຶດ​ໃນ​ລິດເດດ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຂອງ​ເພິ່ນ. (ອຊຢ. 40:26) ເຂົາເຈົ້າ​ໄວ້ໃຈ​ເພິ່ນ​ໄດ້​ຍ້ອນ​ເພິ່ນ​ມີ​ຄວາມ​ຍຸຕິທຳ​ແທ້​ໆ. (ພບຍ. 32:4) ເຂົາເຈົ້າ​ຮູ້ສຶກ​ປະທັບໃຈ​ໃນ​ສະຕິ​ປັນຍາ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ. (ອຊຢ. 55:9; ຣມ. 11:33) ນອກ​ຈາກນັ້ນ ເຂົາເຈົ້າ​ໄດ້​ກຳລັງ​ໃຈ​ທີ່​ຮູ້​ວ່າ​ເພິ່ນ​ເປັນ​ຄວາມ​ຮັກ. (1ຢຮ. 4:8) ເມື່ອ​ເຂົາເຈົ້າ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ ຄວາມ​ຫວັງ​ຂອງ​ເຂົາເຈົ້າ​ທີ່​ຈະ​ເປັນ​ລູກ​ຂອງ​ເພິ່ນ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ​ກໍ​ຊັດເຈນ​ຫຼາຍ​ຂຶ້ນ. ເປັນ​ກຽດ​ຫຼາຍ​ແທ້​ໆ​ທີ່​ເຮົາ​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເຂົາເຈົ້າ! ເມື່ອ​ເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ກໍ​ຖື​ວ່າ​ເຮົາ “ເປັນ​ໝູ່​ທີ່​ເຮັດ​ວຽກ​ຮ່ວມ” ກັບ​ເພິ່ນ.—1ກຣ. 3:5, 9

16. ຊີວິດ​ຂອງ​ບາງ​ຄົນ​ປ່ຽນ​ໄປ​ແນວ​ໃດ​ເມື່ອ​ໄດ້​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ? ຂໍ​ໃຫ້​ຍົກ​ຕົວຢ່າງ.

16 ທຳອິດ​ເຮົາ​ອາດ​ສອນ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະເຈົ້າ​ຊື່​ເຢໂຫວາ. ແຕ່​ເລື່ອງ​ນີ້​ອາດ​ມີ​ຜົນ​ກະທົບ​ຕໍ່​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ. ຕົວຢ່າງ​ເຊັ່ນ: ຜູ້​ຍິງ​ໄວລຸ້ນ​ຄົນ​ໜຶ່ງ​ຊື່​ອາລິຢາ a​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ບໍ່​ໄດ້​ນັບຖື​ສາສະໜາ​ຄລິດສະຕຽນ. ແຕ່​ລາວ​ກໍ​ບໍ່​ໄດ້​ມັກ​ສາສະໜາ​ຂອງ​ໂຕເອງ​ແລະ​ບໍ່​ໄດ້​ຮູ້ສຶກ​ວ່າ​ໃກ້ຊິດ​ກັບ​ພະເຈົ້າ. ຄວາມ​ຮູ້ສຶກ​ຂອງ​ລາວ​ປ່ຽນ​ຫຼັງ​ຈາກ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ລາວ​ເລີ່ມ​ເຫັນ​ວ່າ​ພະເຈົ້າ​ເປັນ​ໝູ່​ຂອງ​ລາວ. ລາວ​ຕົກໃຈ​ຫຼາຍ​ທີ່​ເຫັນ​ວ່າ​ຊື່​ຂອງ​ພະເຈົ້າ​ຖືກ​ຕັດ​ອອກ​ຈາກ​ຄຳພີ​ໄບເບິນ​ຫຼາຍ​ສະບັບ​ແລະ​ປ່ຽນ​ແທນ​ດ້ວຍ​ຄຳ​ທີ່​ເປັນ​ຕຳແໜ່ງ ເຊັ່ນ ຄຳ​ວ່າ​ພະອົງ​ເຈົ້າ. ການ​ໄດ້​ຮູ້​ຊື່​ຂອງ​ພະເຈົ້າ​ເປັນ​ຈຸດ​ປ່ຽນ​ໃນ​ຊີວິດ​ຂອງ​ລາວ. ລາວ​ເວົ້າ​ວ່າ: “ພະເຈົ້າ​ທີ່​ເປັນ​ໝູ່​ຂອງ​ຂ້ອຍ​ມີ​ຊື່!” ຜົນ​ເປັນ​ແນວ​ໃດ? ລາວ​ເວົ້າ​ວ່າ: “ຕອນນີ້​ຂ້ອຍ​ຮູ້ສຶກ​ສະຫງົບໃຈ​ຫຼາຍ​ແລະ​ຖື​ວ່າ​ເປັນ​ກຽດ​ແທ້​ໆ​ທີ່​ໄດ້​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ.” ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ສະ​ຕີບ​ເປັນ​ນັກ​ດົນຕີ. ຄອບຄົວ​ຂອງ​ລາວ​ເຄັ່ງ​ສາສະໜາ​ຢິວ​ຫຼາຍ ແຕ່​ລາວ​ບໍ່​ຢາກ​ຢູ່​ໃນ​ອົງການ​ສາສະໜາ​ໃດ​ເລີຍ​ຍ້ອນ​ເຫັນ​ຄົນ​ໃນ​ສາສະໜາ​ຕ່າງ​ໆ​ໜ້າ​ຊື່​ໃຈ​ຄົດ. ແຕ່​ຫຼັງ​ຈາກ​ທີ່​ແມ່​ລາວ​ຕາຍ ລາວ​ຕັດສິນໃຈ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ລາວ​ຮູ້ສຶກ​ປະທັບໃຈ​ຫຼາຍ​ທີ່​ໄດ້​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ. ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຄີຍ​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ​ມາ​ກ່ອນ.” ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ນີ້​ເປັນ​ເທື່ອ​ທຳອິດ​ທີ່​ຂ້ອຍ​ໄດ້​ເຂົ້າໃຈ​ວ່າ​ພະເຈົ້າ​ມີ​ຕົວ​ຕົນ​ຢູ່​ແທ້. ຕອນ​ນັ້ນ​ຂ້ອຍ​ຮູ້​ເລີຍ​ວ່າ​ຂ້ອຍ​ໄດ້​ເຈິ​ໝູ່​ແລ້ວ.”

17. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕັ້ງໃຈ​ທີ່​ຈະ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ? (ເບິ່ງ​ຮູບ)

17 ຕອນ​ທີ່​ເຈົ້າ​ໄປ​ປະກາດ​ແລະ​ສອນ ເຈົ້າ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ​ບໍ? ເຈົ້າ​ສອນ​ເຂົາເຈົ້າ​ໃຫ້​ຮູ້​ບໍ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ? ຖ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ກຳລັງ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ. ຂໍ​ໃຫ້​ເຈົ້າ​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ​ໂດຍ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ​ແທ້​ໆ. ເມື່ອ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ຊ່ວຍ​ຊີວິດ​ຄົນ​ອື່ນ​ແລະ​ຮຽນ​ແບບ​ພະ​ເຢຊູ​ກະສັດ​ຂອງ​ເຈົ້າ. ສິ່ງ​ສຳຄັນ​ທີ່​ສຸດ ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເຈົ້າ​ມີ​ຄວາມ​ສຸກ. ຂໍ​ໃຫ້​ເຈົ້າ “ສັນລະເສີນ​ຊື່​ຂອງ [ເພິ່ນ] ຕະຫຼອດ​ໄປ​ແລະ​ຕະຫຼອດ​ໄປ”!—ພສ. 145:2

ເຮົາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ໂດຍ​ສອນ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ຊື່​ນີ້​ແລະ​ສອນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ (ເບິ່ງ​ຂໍ້ 17)

ເປັນ​ຫຍັງ​ການ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ . . .

  • ຈຶ່ງ​ເຮັດ​ໃຫ້​ເພິ່ນ​ດີໃຈ?

  • ຈຶ່ງ​ເຮັດ​ໃຫ້​ພະ​ເຢຊູ​ດີໃຈ?

  • ຈຶ່ງ​ຊ່ວຍ​ຊີວິດ​ຄົນ​ອື່ນ​ໄດ້?

ເພງທີ 2 ຊື່​ຂອງ​ພະອົງ​ຄື​ເຢໂຫວາ

a ຊື່​ສົມມຸດ.