ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 7

ເພງທີ 51 ເຮົາ​ອຸທິດ​ຕົວ​ໃຫ້​ພະເຈົ້າ!

ເຮົາ​ຮຽນ​ຫຍັງ​ຈາກ​ຄົນ​ທີ່​ເປັນ​ນາຊີຣີ?

ເຮົາ​ຮຽນ​ຫຍັງ​ຈາກ​ຄົນ​ທີ່​ເປັນ​ນາຊີຣີ?

“ຕະຫຼອດ​ໄລຍະ​ທີ່​ລາວ​ເປັນ​ນາຊີຣີ ພະ​ເຢໂຫວາ​ຈະ​ຖື​ວ່າ​ລາວ​ບໍລິສຸດ.”ຈຊບ. 6:8

ຈຸດ​ສຳຄັນ

ຕົວຢ່າງ​ຂອງ​ຄົນ​ທີ່​ເປັນ​ນາຊີຣີ​ສອນ​ເຮົາ​ແນວ​ໃດ​ໃຫ້​ກ້າຫານ​ແລະ​ເຕັມໃຈ​ເສຍສະລະ​ເພື່ອ​ພະ​ເຢໂຫວາ.

1. ຕະຫຼອດ​ປະຫວັດສາດ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ສະແດງ​ຄຸນລັກສະນະ​ທີ່​ດີ​ຫຍັງ?

 ເຈົ້າ​ຮັກ​ພະ​ເຢໂຫວາ​ບໍ? ແນ່ນອນ​ວ່າ​ເຈົ້າ​ຮັກ​ເພິ່ນ! ບໍ່​ແມ່ນ​ແຕ່​ເຈົ້າ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຮັກ​ພະ​ເຢໂຫວາ ຕັ້ງແຕ່​ສະໄໝ​ແຕ່​ກີ້​ຫຼາຍ​ຄົນ​ກໍ​ຮູ້ສຶກ​ຄື​ກັນ​ກັບ​ເຈົ້າ. (ພສ. 104:33, 34) ຫຼາຍ​ຄົນ​ໄດ້​ເສຍສະລະ​ເພື່ອ​ຈະ​ນະມັດສະການ​ພະ​ເຢໂຫວາ. ໜຶ່ງ​ໃນ​ນັ້ນ​ແມ່ນ​ພວກ​ນາຊີຣີ. ເຂົາເຈົ້າ​ແມ່ນ​ໃຜ ແລະ​ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຂົາເຈົ້າ?

2. (ກ) ພວກ​ນາຊີຣີ​ແມ່ນ​ໃຜ? (ຈົດເຊັນ​ບັນຊີ 6:1, 2) (ຂ) ເປັນ​ຫຍັງ​ຄົນ​ອິດສະຣາເອນ​ບາງ​ຄົນ​ຈຶ່ງ​ເລືອກ​ທີ່​ຈະ​ເປັນ​ນາຊີຣີ?

2 ຄຳ​ວ່າ “ນາຊີຣີ” ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ຄົນ​ທີ່​ຖືກ​ເລືອກ​ອອກ​ມາ” “ຄົນ​ທີ່​ແຍກ​ໂຕ​ຢູ່​ຕ່າງ​ຫາກ” ຫຼື “ຄົນ​ທີ່​ອຸທິດ​ໂຕ​ໄວ້.” ມີ​ການ​ໃຊ້​ຄຳ​ວ່າ​ນາຊີຣີ​ເມື່ອ​ເວົ້າ​ເຖິງ​ຄົນ​ອິດສະຣາເອນ​ທີ່​ກະຕືລືລົ້ນ​ເຊິ່ງ​ເຕັມໃຈ​ເສຍສະລະ​ຫຼາຍ​ຢ່າງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ໃນ​ແບບ​ພິເສດ. ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ກໍ​ສາບານ​ເປັນ​ນາຊີຣີ​ໄດ້​ໄລຍະ​ໜຶ່ງ​ເພື່ອ​ພະ​ເຢໂຫວາ. a (ອ່ານ​ຈົດເຊັນ​ບັນຊີ 6:1, 2) ການ​ສາບານ​ແລະ​ການ​ປະ​ຕິ​ຍານ​ແບບ​ນັ້ນ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ຕາມ​ຂໍ້​ກຳນົດ​ບາງ​ຢ່າງ ເຊິ່ງ​ບໍ່​ແມ່ນ​ສິ່ງ​ທີ່​ຄົນອິດສະຣາເອນ​ທຸກ​ຄົນ​ຕ້ອງ​ເຮັດ. ຄັນຊັ້ນ​ເປັນ​ຫຍັງ​ຄົນ​ອິດສະຣາເອນ​ບາງ​ຄົນ​ຈຶ່ງ​ເລືອກ​ທີ່​ຈະ​ສາບານ​ເປັນ​ນາຊີຣີ? ຍ້ອນ​ເຂົາເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍແລະ​ເຫັນຄ່າ​ສິ່ງ​ດີ​ໆ​ທີ່​ເພິ່ນ​ເຮັດ​ເພື່ອ​ເຂົາເຈົ້າ.—ພບຍ. 6:5; 16:17

 

3. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເປັນ​ຄື​ກັບ​ພວກ​ນາຊີຣີ​ແນວ​ໃດ?

3 ເມື່ອ “ກົດໝາຍ​ຂອງ​ພະຄລິດ” ມາ​ແທນ​ກົດໝາຍ​ຂອງ​ໂມເຊ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ກໍ​ບໍ່​ຕ້ອງ​ເປັນ​ນາຊີຣີ​ອີກ​ຕໍ່​ໄປ. (ຄລຕ. 6:2; ຣມ. 10:4) ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ຍັງ​ເປັນ​ຄື​ກັບ​ພວກ​ນາຊີຣີ​ໄດ້​ໂດຍ​ຕັ້ງໃຈ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຂົາເຈົ້າ. (ມຣກ. 12:30) ເຮົາ​ສັນຍາ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ແບບ​ນີ້​ຕອນ​ທີ່ເຮົາ​ອຸທິດ​ໂຕ​ໃຫ້​ເພິ່ນ​ເພື່ອ​ເຮົາ​ຈະ​ໃຊ້​ຊີວິດ​ຕາມ​ທີ່​ສັນຍາ​ໄວ້. ເຮົາ​ຕ້ອງ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແລະ​ເຕັມໃຈ​ເສຍສະລະ​ເພື່ອ​ຮັບໃຊ້​ເພິ່ນ. ໃຫ້​ເຮົາ​ເບິ່ງ​ວ່າ​ພວກ​ນາຊີຣີ​ໃຊ້​ຊີວິດ​ຕາມ​ທີ່​ສາບານ​ໄວ້​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຂົາເຈົ້າ. bມທ. 16:24

ເຕັມໃຈ​ເສຍສະລະ

4. ຕາມ​ທີ່​ບອກ​ໄວ້​ໃນ​ຈົດເຊັນ​ບັນຊີ 6:3, 4 ພວກ​ນາຊີຣີ​ເສຍສະລະ​ຫຍັງ?

4 ອ່ານ​ຈົດເຊັນ​ບັນຊີ 6:3, 4. ພວກ​ນາຊີຣີ​ບໍ່​ກິນ​ເຄື່ອງ​ດື່ມ​ທີ່​ເຮັດ​ໃຫ້​ມຶນ​ເມົາ​ແລະ​ສິ່ງ​ທີ່​ເຮັດ​ຈາກ​ໝາກ​ລະແຊັງ ເຊັ່ນ: ໝາກ​ລະແຊັງ​ສົດ​ແລະ​ໝາກ​ລະແຊັງ​ແຫ້ງ. ຄົນ​ອື່ນ​ກິນ​ສິ່ງ​ເຫຼົ່າ​ນີ້​ໄດ້​ຍ້ອນ​ບໍ່​ຜິດ​ກັບ​ກົດໝາຍ​ຂອງ​ພະເຈົ້າ. ທີ່ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ເຫຼົ້າແວງ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ​ແລະ “ເຫຼົ້າແວງ​ເຮັດ​ໃຫ້​ມີ​ຄວາມ​ມ່ວນຊື່ນ.” (ພສ. 104:14, 15) ແຕ່​ພວກ​ນາຊີຣີ​ເຕັມໃຈ​ເສຍສະລະ​ທີ່​ຈະ​ບໍ່​ກິນ​ສິ່ງ​ເຫຼົ່າ​ນີ້. c

ເຈົ້າ​ເຕັມໃຈ​ເສຍສະລະ​ຄື​ພວກ​ນາຊີຣີ​ບໍ? (ເບິ່ງ​ຂໍ້ 4-6)


5. ມາດຽນ​ກັບ​ມາເຊລາ​ເລືອກ​ທີ່​ຈະ​ເຮັດ​ຫຍັງ? ແລະ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເຮັດ​ແບບ​ນັ້ນ?

5 ເຮົາ​ກໍ​ເປັນ​ຄື​ກັບ​ພວກ​ນາຊີຣີ​ຄື​ກັນ. ເຮົາ​ຕ້ອງ​ເສຍສະລະ​ບາງ​ຢ່າງ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຂຶ້ນ. ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ມາດຽນ​ກັບ​ມາເຊລາ. d ຜົວ​ເມຍ​ຄູ່​ນີ້​ມີ​ຊີວິດ​ທີ່​ສະດວກ​ສະບາຍ​ຍ້ອນ​ມາດຽນ​ມີ​ວຽກ​ທີ່​ດີ​ທີ່​ໄດ້​ເງິນ​ເດືອນ​ຫຼາຍ​ແລະ​ເຂົາເຈົ້າ​ຢູ່​ອາພາດເມັນ​ທີ່​ງາມ​ໆ​ແລະ​ແພງ. ແຕ່​ເຂົາເຈົ້າ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຂົາເຈົ້າ​ຈຶ່ງ​ປັບ​ປ່ຽນ​ບາງ​ຢ່າງ​ໃນ​ຊີວິດ. ເຂົາເຈົ້າ​ເວົ້າ​ວ່າ: “ເຮົາ​ພະຍາຍາມ​ໃຊ້​ເງິນ​ແບບ​ປະຢັດ ຍ້າຍ​ໄປ​ຢູ່​ອາພາດເມັນ​ຫ້ອງ​ທີ່​ນ້ອຍ​ກວ່າ​ແລະ​ຂາຍ​ລົດ​ໃຫຍ່.” ທີ່ຈິງ ມາດຽນ​ກັບ​ມາເຊລາ​ບໍ່​ຕ້ອງ​ເສຍສະລະ​ແບບ​ນີ້​ກໍ​ໄດ້. ແຕ່​ເຂົາເຈົ້າ​ເລືອກ​ທີ່​ຈະ​ເຮັດ​ແບບ​ນັ້ນ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຂຶ້ນ. ເຂົາເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຮັດ​ແບບ​ນີ້.

6. ເປັນ​ຫຍັງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ຈຶ່ງ​ເຕັມໃຈ​ເສຍສະລະ? (ເບິ່ງ​ຮູບ)

6 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເຕັມໃຈ​ເສຍສະລະ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ເຂົາເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ແບບ​ນັ້ນ. (1ກຣ. 9:3-6) ທີ່ຈິງ ພະ​ເຢໂຫວາ​ບໍ່​ໄດ້​ຮຽກຮ້ອງ​ໃຫ້​ເຂົາເຈົ້າ​ເຮັດ​ແບບ​ນັ້ນ ແລະ​ການ​ເຮັດ​ສິ່ງ​ນັ້ນ​ກໍ​ບໍ່​ຜິດ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ຍອມ​ເສຍສະລະ​ບໍ່​ເຮັດ​ວຽກ​ທີ່​ໂຕເອງ​ມັກ ເສຍສະລະ​ທີ່​ຈະ​ບໍ່​ມີ​ເຮືອນ ຫຼື​ເສຍສະລະ​ທີ່​ຈະ​ບໍ່​ລ້ຽງ​ສັດ. ບາງ​ຄົນ​ຕັ້ງໃຈ​ທີ່​ຈະ​ບໍ່​ຟ້າວ​ແຕ່ງດອງ​ຫຼື​ບໍ່​ຟ້າວ​ມີ​ລູກ​ຫຼັງ​ຈາກ​ແຕ່ງດອງ. ບາງ​ຄົນ​ໄປ​ຮັບໃຊ້​ໃນ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ​ເຖິງ​ວ່າ​ຈະ​ຕ້ອງ​ຢູ່​ໄກ​ຈາກ​ໝູ່​ແລະ​ຄອບຄົວ. ພວກ​ເຮົາ​ຫຼາຍ​ຄົນ​ເຕັມໃຈ​ເສຍສະລະ​ທັງໝົດ​ນີ້​ຍ້ອນ​ເຮົາ​ຢາກ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ. ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເຫັນຄ່າ​ການ​ເສຍສະລະ​ທຸກ​ຢ່າງ​ທີ່​ເຈົ້າ​ເຮັດ​ເພື່ອ​ຈະ​ຮັບໃຊ້​ເພິ່ນ ບໍ່​ວ່າ​ຈະ​ເສຍສະລະ​ໜ້ອຍ​ຫຼື​ຫຼາຍ.—ຮຣ. 6:10

ຍອມ​ແຕກຕ່າງ​ຈາກ​ຄົນ​ອື່ນ

7. ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ພວກ​ນາຊີຣີ​ຈະ​ເຮັດ​ຕາມ​ຄຳ​ສາບານ? (ຈົດເຊັນ​ບັນຊີ 6:5) (ເບິ່ງ​ຮູບ)

7 ອ່ານ​ຈົດເຊັນ​ບັນຊີ 6:5. ພວກ​ນາຊີຣີ​ສາບານ​ວ່າ​ຈະ​ບໍ່​ຕັດ​ຜົມ ເຊິ່ງ​ເປັນ​ການ​ສະແດງ​ວ່າ​ເຂົາເຈົ້າ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ແລະ​ເຕັມໃຈ​ເຊື່ອຟັງ​ເພິ່ນ​ທຸກຢ່າງ. ຖ້າ​ຄົນ​ອິດສະຣາເອນ​ເປັນ​ນາຊີຣີ​ດົນ ຜົມ​ຂອງ​ລາວ​ກໍ​ຈະ​ຍາວ​ແລະ​ຄົນ​ອື່ນ​ກໍ​ສັງເກດ​ເຫັນ​ໄດ້​ງ່າຍ. ຖ້າ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ສະໜັບສະໜູນ​ລາວ​ໃຫ້​ເຮັດ​ຕາມ​ຄຳ​ສາບານ​ກະ​ຄື​ຊິ​ບໍ່​ມີ​ບັນຫາ​ຫຍັງ. ແຕ່​ບໍ່​ແມ່ນ​ທຸກ​ຄົນ​ທີ່​ເປັນ​ແບບ​ນັ້ນ. ມີ​ຫຼາຍ​ເທື່ອ​ທີ່​ຄົນ​ອິດສະຣາເອນ​ບໍ່​ເຫັນຄ່າ​ຫຼື​ບໍ່​ໄດ້​ສະໜັບສະໜູນ​ສິ່ງ​ທີ່​ພວກ​ນາຊີຣີ​ເຮັດ. ໃນ​ສະໄໝ​ຂອງ​ຜູ້​ພະຍາກອນ​ອາໂມດ ຄົນ​ອິດສະຣາເອນ​ບາງ​ຄົນ​ທີ່​ບໍ່​ເຊື່ອຟັງ​ພະເຈົ້າ​ໄດ້​ພະຍາຍາມ “ເອົາ​ເຫຼົ້າແວງ​ໃຫ້​ພວກ​ນາຊີຣີ​ກິນ.” ເປັນ​ໄປ​ໄດ້​ວ່າ​ເຂົາເຈົ້າ​ຢາກ​ໃຫ້​ພວກ​ນາຊີຣີ​ເຮັດ​ຜິດ​ຄຳ​ສາບານ. (ອມ. 2:12) ດັ່ງນັ້ນ ພວກ​ນາຊີຣີ​ຕ້ອງ​ກ້າຫານ​ຫຼາຍ​ເພື່ອ​ຈະ​ເຮັດ​ຕາມ​ຄຳ​ສາບານ​ແລະ​ຍອມ​ແຕກຕ່າງ​ຈາກ​ຄົນ​ອື່ນ.

ນາຊີຣີ​ທີ່​ຮັກສາ​ຄຳ​ສາບານ​ກ້າ​ທີ່​ຈະ​ແຕກຕ່າງ​ຈາກ​ຄົນ​ອື່ນ (ເບິ່ງ​ຂໍ້ 7)


8. ປະສົບການ​ຂອງ​ເບັນຈາມິນ​ໃຫ້​ກຳລັງ​ໃຈ​ເຈົ້າ​ແນວ​ໃດ?

8 ເຖິງ​ວ່າ​ຕາມ​ປົກກະຕິ​ແລ້ວ​ເຮົາ​ເປັນ​ຄົນ​ຂີ້ອາຍ ແຕ່​ເຮົາ​ກໍ​ກ້າ​ທີ່​ຈະ​ແຕກຕ່າງ​ເມື່ອ​ພະ​ເຢໂຫວາ​ຊ່ວຍ​ເຮົາ. ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ເບັນຈາມິນ​ອາຍຸ 10 ປີ​ທີ່​ຢູ່​ປະເທດ​ນອກແວ. ຍ້ອນ​ມີ​ສົງຄາມ​ຢູ່​ປະເທດ​ອູແກຣນ ໂຮງຮຽນ​ຂອງ​ລາວ​ຈຶ່ງ​ຈັດ​ກິດຈະກຳ​ສະໜັບສະໜູນ​ຄົນ​ອູແກຣນ. ນາຍຄູ​ໃຫ້​ນັກ​ຮຽນ​ທຸກ​ຄົນ​ນຸ່ງ​ເຄື່ອງ​ທີ່​ເປັນ​ສີ​ທຸງ​ຊາດ​ຂອງ​ປະເທດ​ອູແກຣນ​ແລະ​ຮ້ອງ​ເພງ​ສະໜັບສະໜູນ​ອູແກຣນ. ເພື່ອ​ຈະ​ບໍ່​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ນີ້ ເບັນຈາມິນ​ຈຶ່ງ​ໄປ​ຢືນ​ຢູ່​ໄກ​ໆ. ແຕ່​ນາຍຄູ​ເຫັນ​ລາວ​ແລະ​ຮ້ອງ​ວ່າ: “ເບັນຈາມິນ​ມາ​ນີ້! ພວກ​ເຮົາ​ຖ້າ​ເຈົ້າ​ຢູ່.” ເບັນຈາມິນ​ຍ່າງ​ເຂົ້າ​ໄປ​ຫາ​ນາຍຄູ​ແລະ​ເວົ້າ​ວ່າ: “ຫຼານ​ຮັກສາ​ຄວາມ​ເປັນ​ກາງ. ຫຼານ​ບໍ່​ເຂົ້າ​ຮ່ວມ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການເມືອງ. ທີ່ຈິງ ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ຕ້ອງ​ຕິດຄຸກ​ຍ້ອນ​ບໍ່​ຍອມ​ເຂົ້າ​ຮ່ວມ​ສົງຄາມ.” ນາຍຄູ​ຍອມຮັບ​ເຫດຜົນ​ຂອງ​ເບັນຈາມິນ​ແລະ​ບໍ່​ໃຫ້​ລາວ​ເຂົ້າ​ຮ່ວມ​ກິດຈະກຳ​ນັ້ນ. ຈາກນັ້ນ ພວກ​ໝູ່​ຢູ່​ໃນ​ຫ້ອງ​ຖາມ​ເບັນຈາມິນ​ວ່າ ເປັນ​ຫຍັງ​ຈຶ່ງ​ບໍ່​ເຂົ້າ​ຮ່ວມ. ເບັນຈາມິນ​ຮູ້ສຶກ​ຢ້ານ​ຈົນ​ເກືອບ​ໄຫ້ ແຕ່​ລາວ​ກໍ​ບອກ​ໝູ່​ໃນ​ຫ້ອງ​ຄື​ກັບ​ທີ່​ບອກ​ນາຍຄູ. ຫຼັງ​ຈາກນັ້ນ ເບັນຈາມິນ​ບອກ​ພໍ່​ກັບ​ແມ່​ວ່າ ລາວ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ປົກປ້ອງ​ຄວາມ​ເຊື່ອ​ໄດ້.

9. ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

9 ຍ້ອນ​ເຮົາ​ເລືອກ​ທີ່​ຈະ​ເຊື່ອຟັງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ແຕກຕ່າງ​ຈາກ​ຄົນ​ໃນ​ໂລກ​ນີ້. ເຮົາ​ຕ້ອງ​ມີ​ຄວາມ​ກ້າ​ເພື່ອ​ຈະ​ບອກ​ຄົນ​ທີ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງຮຽນ​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ. ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ຄົນ​ໃນ​ໂລກ​ນີ້​ເສື່ອມຊາມ​ລົງ​ເລື້ອຍ​ໆ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ຫຼາຍ​ຂຶ້ນ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ​ແລະ​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນ. (2ຕມ. 1:8; 3:13) ແຕ່​ໃຫ້​ຈື່​ໄວ້​ວ່າ ຖ້າ​ເຮົາ​ກ້າ​ທີ່​ຈະ​ແຕກຕ່າງ​ຈາກ​ຄົນ​ທີ່​ບໍ່​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຈະ​ເຮັດ​ໃຫ້​ເພິ່ນ “ມີ​ຄວາມ​ສຸກ.”—ສພສ. 27:11; ມລກ. 3:18

ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ

10. ເປັນ​ຫຍັງ​ການ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຢູ່​ໃນ​ຈົດເຊັນ​ບັນຊີ 6:6, 7 ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ຄົນ​ທີ່​ເປັນ​ນາຊີຣີ?

10 ອ່ານ​ຈົດເຊັນ​ບັນຊີ 6:6, 7. ພວກ​ນາຊີຣີ​ເຂົ້າ​ໄປ​ໃກ້​ສົບ​ຄົນ​ຕາຍ​ບໍ່​ໄດ້. ເຮົາ​ອາດ​ຮູ້ສຶກ​ວ່າ​ເລື່ອງ​ນີ້​ບໍ່​ຍາກ. ແຕ່​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ເມື່ອ​ມີ​ຄົນ​ໃນ​ຄອບຄົວ​ຂອງ​ຄົນ​ທີ່​ເປັນ​ນາຊີຣີ​ຕາຍ ເຂົາເຈົ້າ​ອາດ​ຮູ້ສຶກ​ວ່າ​ມັນ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ນີ້ ຍ້ອນ​ທຳນຽມ​ໃນ​ສະໄໝ​ນັ້ນ​ຍາດ​ຕິ​ພີ່ນ້ອງ​ຂອງ​ຄົນ​ຕາຍ​ຈະ​ຢູ່​ໃກ້​ກັບ​ສົບ​ຄົນ​ຕາຍ. (ຢຮ. 19:39, 40; ກຈກ. 9:36-40) ແຕ່​ຄົນ​ທີ່​ເປັນ​ນາຊີຣີ​ເຮັດ​ແບບ​ນັ້ນ​ບໍ່​ໄດ້. ເຖິງ​ວ່າ​ຕອນ​ນັ້ນ​ເຂົາເຈົ້າ​ຈະ​ໂສກເສົ້າ​ເສຍໃຈ​ຫຼາຍ ແຕ່​ເຂົາເຈົ້າ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໂດຍ​ຮັກສາ​ຄຳ​ສາບານ​ຂອງ​ໂຕເອງ​ໄວ້ ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮັບ​ມື​ກັບ​ເວລາ​ທີ່​ຍາກ​ລຳບາກ​ແບບ​ນີ້​ໄດ້.

11. ເມື່ອ​ຕ້ອງ​ຕັດສິນໃຈ​ກ່ຽວກັບ​ເລື່ອງ​ຕ່າງ​ໆ​ໃນ​ຄອບຄົວ ຄລິດສະຕຽນ​ຄວນ​ຄິດ​ເຖິງ​ຫຍັງ? (ເບິ່ງ​ຮູບ)

11 ພວກ​ເຮົາ​ທີ່​ເປັນ​ຄລິດສະຕຽນ​ຖື​ວ່າ​ຄຳ​ສັນຍາ​ຕອນ​ທີ່​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ຈິງຈັງ ແລະ​ມີ​ຜົນ​ຕໍ່​ການ​ຕັດສິນໃຈ​ກ່ຽວກັບ​ເລື່ອງ​ຕ່າງ​ໆ​ໃນ​ຄອບຄົວ​ແລະ​ການ​ປະຕິບັດ​ຕໍ່​ຄອບຄົວ. ເຮົາ​ເຊື່ອຟັງ​ຄຳສອນ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ເບິ່ງແຍງ​ຄອບຄົວ​ຢ່າງ​ດີ ແຕ່​ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ຕ້ອງການ​ຂອງ​ຄົນ​ໃນ​ຄອບຄົວ​ສຳຄັນ​ກວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ. (ມທ. 10:35-37; 1ຕມ. 5:8) ບາງ​ເທື່ອ ເຮົາ​ອາດ​ຕ້ອງ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ບໍ່​ມັກ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

ເຈົ້າ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ບໍ ເຖິງ​ຈະ​ຢູ່​ໃນ​ສະພາບການ​ທີ່​ຍາກ​ທີ່​ສຸດ? (ເບິ່ງ​ຂໍ້ 11) f


12. ເຖິງ​ວ່າ​ອາເລັກຊັນດຣູ​ເຈິ​ບັນຫາ​ໃນ​ຄອບຄົວ ແຕ່​ລາວ​ເຮັດ​ຫຍັງ ແລະ​ບໍ່​ເຮັດ​ຫຍັງ?

12 ໃຫ້​ເບິ່ງ​ປະສົບການ​ຂອງ​ອາເລັກຊັນດຣູ​ກັບ​ດໍຣິນາ​ເມຍ​ຂອງ​ລາວ. ຫຼັງ​ຈາກ​ທີ່​ເຂົາເຈົ້າ​ສຶກສາ​ຄຳພີ​ໄບເບິນ​ໄດ້​ປີ​ໜຶ່ງ ດໍຣິນາ​ກໍ​ເຊົາ​ສຶກສາ​ແລະ​ລາວ​ຢາກ​ໃຫ້​ອາເລັກຊັນດຣູ​ເຊົາ​ສຶກສາ​ຄື​ກັນ. ເຖິງ​ຈະ​ເປັນ​ແບບ​ນັ້ນ ອາເລັກຊັນດຣູ​ກໍ​ຄ່ອຍ​ໆ​ເວົ້າ​ກັບ​ເມຍ​ແບບ​ໃຈ​ເຢັນ​ໆ​ວ່າ​ລາວ​ຈະ​ສຶກສາ​ຕໍ່. ດໍຣິນາ​ບໍ່​ພໍໃຈ​ຫຼາຍ​ແລະ​ພະຍາຍາມ​ບັງຄັບ​ໃຫ້​ລາວ​ເຊົາ​ສຶກສາ. ອາເລັກຊັນດຣູ​ເວົ້າ​ວ່າ ລາວ​ພະຍາຍາມ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ເມຍ​ຈຶ່ງ​ຄິດ​ແບບ​ນັ້ນ ແຕ່​ມັນ​ກໍ​ບໍ່​ງ່າຍ. ບາງ​ເທື່ອ​ເມື່ອ​ດໍຣິນາ​ເວົ້າ​ໃຫ້​ລາວ​ແລະ​ເວົ້າ​ບໍ່​ດີ​ກັບ​ລາວ ລາວ​ກໍ​ຮູ້ສຶກ​ວ່າ​ຢາກ​ເຊົາ​ສຶກສາ. ເຖິງ​ຈະ​ເປັນ​ແບບ​ນັ້ນ ອາເລັກຊັນດຣູ​ກໍ​ຍັງ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ໃນ​ເວລາ​ດຽວ​ກັນ​ລາວ​ກໍ​ສະແດງ​ຄວາມ​ຮັກ​ແລະ​ໃຫ້ກຽດ​ເມຍ. ໃນ​ທີ່​ສຸດ ຕົວຢ່າງ​ທີ່​ດີ​ຂອງ​ລາວ​ກໍ​ກະຕຸ້ນ​ເມຍ​ໃຫ້​ກັບ​ມາ​ສຶກສາ​ຄຳພີ​ໄບເບິນ​ອີກ ແລະ​ຕໍ່​ມາ​ເມຍ​ກໍ​ຮັບ​ບັບເຕມາ.—ເບິ່ງ​ວິດີໂອ​ອາເລັກຊັນດຣູ​ແລະ​ດໍຣິນາ ວາກາຣ໌: “ຄວາມ​ຮັກ​ອົດກັ້ນ​ແລະ​ເມດຕາ​ກະລຸນາ ໃນ​ບົດຄວາມ​ຊຸດ “ຄວາມ​ຈິງ​ປ່ຽນ​ຊີວິດ​ຄົນ” ໃນ​ເວັບໄຊ jw.org. e

13. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄອບຄົວ​ໄດ້​ແນວ​ໃດ?

13 ພະ​ເຢໂຫວາ​ເປັນ​ຜູ້​ກໍ່ຕັ້ງ​ຄອບຄົວ ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ມີ​ຄອບຄົວ​ທີ່​ມີ​ຄວາມ​ສຸກ. (ອຟຊ. 3:14, 15) ຖ້າ​ເຮົາ​ຢາກ​ມີ​ຄວາມ​ສຸກ​ແທ້ ເຮົາ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ. ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ທີ່​ເຈົ້າ​ເສຍສະລະ​ເພື່ອ​ຮັບໃຊ້​ເພິ່ນ​ເມື່ອ​ເຈົ້າ​ຕ້ອງ​ເບິ່ງແຍງ​ຄອບຄົວ ສະແດງ​ຄວາມ​ຮັກ ແລະ​ໃຫ້ກຽດ​ເຂົາເຈົ້າ.—ຣມ. 12:10

ສະໜັບສະໜູນ​ກັນ​ແລະ​ກັນ​ໃຫ້​ມີ​ນ້ຳໃຈ​ເສຍສະລະ​ຄື​ພວກ​ນາຊີຣີ

14. ເຮົາ​ຄວນ​ເວົ້າ​ໃຫ້​ກຳລັງ​ໃຈ​ໃຜ​ເປັນ​ພິເສດ?

14 ທຸກ​ຄົນ​ທີ່​ເລືອກ​ນະມັດສະການ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເຕັມໃຈ​ເສຍສະລະ​ຍ້ອນ​ເຂົາເຈົ້າ​ຮັກ​ເພິ່ນ ເຖິງ​ວ່າ​ບາງ​ເທື່ອ​ການ​ເຮັດ​ແບບ​ນັ້ນ​ບໍ່​ງ່າຍ. ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ເຕັມໃຈ​ເສຍສະລະ​ແບບ​ນີ້​ໄດ້​ແນວ​ໃດ? ເຮົາ​ເຮັດ​ໄດ້​ໂດຍ​ເວົ້າ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. (ໂຢບ 16:5) ໃນ​ປະຊາຄົມ​ຂອງ​ເຈົ້າ​ມີ​ພີ່ນ້ອງ​ຜູ້​ໃດ​ບໍ​ທີ່​ເລືອກ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຂຶ້ນ? ເຈົ້າ​ຮູ້​ຈັກ​ເດັກນ້ອຍ​ຫຼື​ໄວລຸ້ນ​ຜູ້​ໃດ​ບໍ​ທີ່​ກ້າແຕກຕ່າງ​ຈາກ​ໝູ່​ຢູ່​ໂຮງຮຽນເຖິງ​ວ່າ​ການ​ເຮັດ​ແບບ​ນັ້ນ​ບໍ່​ງ່າຍ​ເລີຍ? ມີ​ນັກສຶກສາ​ຫຼື​ພີ່ນ້ອງ​ຜູ້​ໃດ​ບໍ​ທີ່​ຖືກ​ຄອບຄົວ​ຕໍ່ຕ້ານ ແຕ່​ກໍ​ຍັງ​ພະຍາຍາມ​ຮັກສາ​ຄວາມ​ສັດຊື່? ຖ້າ​ເຈົ້າ​ຮູ້​ຈັກ​ໃຜ​ທີ່​ກຳລັງ​ເຈິ​ເລື່ອງ​ແບບ​ນີ້ ເຈົ້າ​ສາມາດ​ໃຫ້​ກຳລັງ​ໃຈ​ແລະ​ຊົມເຊີຍ​ເຂົາເຈົ້າ​ທີ່​ກ້າຫານ​ແລະ​ເສຍສະລະ​ເພື່ອ​ພະ​ເຢໂຫວາ.—ຟລມ. 4, 5, 7

15. ພີ່ນ້ອງ​ບາງ​ຄົນ​ຊ່ວຍ​ພີ່ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ແນວ​ໃດ?

15 ບາງ​ເທື່ອ​ເຮົາ​ກໍ​ສາມາດ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ​ໄດ້. (ສພສ. 19:17; ຮຣ. 13:16) ພີ່ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ທີ່​ຢູ່​ປະເທດ​ສີລັງກາ​ຕັ້ງໃຈ​ທີ່​ຈະ​ເຮັດ​ແບບ​ນີ້. ລາວ​ໄດ້​ເງິນ​ບຳນານ​ຫຼາຍ​ຂຶ້ນ ລາວ​ຈຶ່ງ​ຢາກ​ຊ່ວຍ​ພີ່ນ້ອງ​ຍິງ 2 ຄົນ​ທີ່​ເປັນ​ໄພໂອເນຍ​ທີ່​ເຈິ​ບັນຫາ​ເສດຖະກິດ​ໃຫ້​ຮັບໃຊ້​ເຕັມ​ເວລາ​ຕໍ່​ໄປ​ໄດ້. ລາວ​ຕັດສິນໃຈ​ເອົາ​ເງິນ​ຈຳນວນ​ໜຶ່ງ​ໃນ​ແຕ່​ລະ​ເດືອນ​ໃຫ້​ໄພໂອເນຍ 2 ຄົນ​ນີ້​ເພື່ອ​ຊ່ວຍ​ຄ່າ​ໂທລະສັບ​ເຂົາເຈົ້າ. ພີ່ນ້ອງ​ຍິງ​ສູງ​ອາຍຸ​ຜູ້​ນີ້​ມີ​ນ້ຳໃຈ​ຫຼາຍ​ແທ້​ໆ!

16. ເຮົາ​ຮຽນ​ຫຍັງ​ຈາກ​ພວກ​ນາຊີຣີ?

16 ເຮົາ​ໄດ້​ຮຽນ​ຫຼາຍ​ຢ່າງ​ແທ້​ໆ​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ພວກ​ນາຊີຣີ! ການ​ຮຽນ​ເລື່ອງ​ຂອງ​ພວກ​ນາຊີຣີ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ບາງ​ຢ່າງ​ກ່ຽວກັບ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ. ເພິ່ນ​ຮູ້​ວ່າ​ເຮົາ​ຢາກ​ເຮັດ​ໃຫ້ເພິ່ນ​ດີໃຈ​ແລະ​ເຮົາ​ເຕັມໃຈ​ເສຍສະລະ​ເພື່ອ​ຈະ​ໃຊ້​ຊີວິດ​ໃຫ້​ສົມ​ກັບ​ທີ່​ເຮົາ​ອຸທິດ​ໂຕ​ໃຫ້​ເພິ່ນ. ພະ​ເຢໂຫວາ​ໃຫ້ກຽດ​ເຮົາ​ໂດຍ​ໃຫ້​ເຮົາ​ເລືອກ​ເອງ​ວ່າ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເພິ່ນ. (ສພສ. 23:15, 16; ມຣກ. 10:28-30; 1ຢຮ. 4:19) ເລື່ອງ​ຂອງ​ພວກ​ນາຊີຣີ​ຍັງ​ເຮັດ​ໃຫ້​ເຫັນ​ນຳ​ວ່າ​ພະ​ເຢໂຫວາ​ສັງເກດ​ແລະ​ເຫັນຄ່າ​ທີ່​ເຮົາ​ເສຍສະລະ​ເພື່ອ​ຈະ​ຮັບໃຊ້​ເພິ່ນ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ​ແລະ​ເຕັມໃຈ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ເພິ່ນ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ພວກ​ນາຊີຣີ​ກ້າຫານ​ແລະ​ເສຍສະລະ​ຫຍັງ​ແດ່?

  • ເຮົາ​ຈະ​ສະໜັບສະໜູນ​ກັນ​ແລະ​ກັນ​ແນວ​ໃດ​ໃຫ້​ມີ​ນ້ຳໃຈ​ເສຍສະລະ​ຄື​ພວກ​ນາຊີຣີ?

  • ການ​ເປັນ​ນາຊີຣີ​ສະແດງ​ວ່າ​ພະ​ເຢໂຫວາ​ໝັ້ນໃຈ​ຫຍັງ​ໃນ​ຜູ້​ຮັບໃຊ້​ຂອງ​ເພິ່ນ?

ເພງທີ 124 ສັດຊື່​ຕະຫຼອດ​ໄປ

a ເຖິງ​ວ່າ​ພະ​ເຢໂຫວາ​ເລືອກ​ຄົນ​ອິດສະຣາເອນ​ບາງ​ຄົນ​ໃຫ້​ເປັນ​ນາຊີຣີ ແຕ່​ສ່ວນ​ຫຼາຍ​ຄົນ​ທີ່​ເປັນ​ນາຊີຣີ​ແມ່ນ​ຄົນ​ທີ່​ເລືອກ​ເອງ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ແບບ​ນັ້ນ.—ເບິ່ງ​ຂອບ “ ນາຊີຣີ​ທີ່​ພະ​ເຢໂຫວາ​ເລືອກ

b ບາງ​ເທື່ອ​ປຶ້ມ​ຕ່າງ​ໆ​ຂອງ​ເຮົາ​ສົມທຽບ​ພວກ​ນາຊີຣີ​ກັບ​ຜູ້​ຮັບໃຊ້​ເຕັມ​ເວລາ. ແຕ່​ໃນ​ບົດຄວາມ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ຈະ​ສະແດງ​ນ້ຳໃຈ​ເສຍສະລະ​ຄື​ພວກ​ນາຊີຣີ​ໄດ້​ແນວ​ໃດ.

c ເພື່ອ​ຈະ​ຮັກສາ​ຄຳ​ສາບານ​ທີ່​ຈະ​ເປັນ​ນາຊີຣີ ເບິ່ງ​ຄື​ວ່າ​ພວກ​ນາຊີຣີ​ບໍ່​ໄດ້​ມີ​ຂໍ້​ຮຽກຮ້ອງ​ແນວ​ອື່ນ​ທີ່​ຕ້ອງ​ເຮັດ ເຊັ່ນ ວຽກ​ມອບໝາຍ​ພິເສດ.

d ເບິ່ງ​ບົດຄວາມ “ເຮົາ​ຕັດສິນໃຈ​ເຮັດ​ໃຫ້​ຊີວິດ​ຮຽບ​ງ່າຍ” ທີ່​ຢູ່​ໃນ​ບົດຄວາມ​ຊຸດ “ປະສົບການ​ຂອງ​ພະຍານ​ພະ​ເຢໂຫວາ” ໃນ​ເວັບໄຊ jw.org. (ພາສາ​ໄທ)

e ພາສາ​ໄທ.

f ຄຳ​ອະທິບາຍ​ຮູບ: ນາຊີຣີ​ຄົນ​ໜຶ່ງ​ຢູ່​ເທິງ​ດາດຟ້າ ລາວ​ໂສກເສົ້າ​ຫຼາຍ​ຕອນ​ທີ່​ແນມ​ເບິ່ງ​ຂະບວນ​ສົ່ງສະການ​ຄົນ​ໃນ​ຄອບຄົວ​ທີ່​ລາວ​ຮັກ​ຫຼາຍ. ເພື່ອ​ຮັກສາ​ຄຳ​ສາບານ​ຕໍ່​ພະ​ເຢໂຫວາ ລາວ​ບໍ່​ສາມາດ​ຢູ່​ໃກ້​ຄົນ​ຕາຍ​ໄດ້.