ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ​ຕອນ​ທີ່​ລໍຖ້າ​ພະ​ເຢໂຫວາ​ຢ່າງ​ອົດທົນ?

ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ​ຕອນ​ທີ່​ລໍຖ້າ​ພະ​ເຢໂຫວາ​ຢ່າງ​ອົດທົນ?

ເຈົ້າ​ກຳລັງ​ລໍຖ້າ​ໃຫ້​ພະ​ເຢໂຫວາ​ກຳຈັດ​ຄວາມ​ຊົ່ວ​ທັງໝົດ​ແລ້ວ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່​ບໍ? (ພນມ. 21:1-5) ແມ່ນ​ແລ້ວ! ແຕ່​ການ​ລໍຖ້າ​ພະ​ເຢໂຫວາ​ກໍ​ອາດ​ບໍ່​ງ່າຍ​ສະໝີ​ໄປ​ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ກຳລັງ​ເຈິ​ກັບ​ບັນຫາ. ຄວາມ​ຫວັງ​ທີ່​ຖືກ​ເລື່ອນ​ອອກ​ໄປ​ເຮັດ​ໃຫ້​ເສຍໃຈ.—ສພສ. 13:12

ແຕ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ລໍຖ້າ​ເພິ່ນ​ຢ່າງ​ອົດທົນ​ໃຫ້​ເຮັດ​ຕາມ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ລໍຖ້າ​ຢ່າງ​ອົດທົນ? ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ຕອນ​ທີ່​ລໍຖ້າ​ເພິ່ນ?

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ລໍຖ້າ?

ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ກຳລັງ​ລໍຖ້າ​ຢ່າງ​ອົດທົນ​ເພື່ອ​ຈະ​ເຮັດ​ດີ​ຕໍ່​ພວກ​ເຈົ້າ ແລະ​ເພິ່ນ​ຈະ​ອີ່ຕົນ​ພວກ​ເຈົ້າ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ. ທຸກ​ຄົນ​ທີ່​ຕັ້ງໃຈ​ລໍຖ້າ​ເພິ່ນ​ກໍ​ມີ​ຄວາມ​ສຸກ.” (ອຊຢ. 30:18) ທີ່ຈິງ ໃນ​ຂໍ້​ນີ້​ເອຊາຢາ​ເວົ້າ​ກັບ​ພວກ​ອິດສະຣາເອນ​ທີ່​ດື້ດ້ານ. (ອຊຢ. 30:1) ແຕ່​ກໍ​ຍັງ​ມີ​ຄົນ​ຢິວ​ບາງ​ຄົນ​ທີ່​ສັດຊື່​ຕໍ່​ພະ​ເຢໂຫວາ ຄຳເວົ້າ​ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ຫວັງ. ຄຳເວົ້າ​ນີ້​ຍັງ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ມີ​ຄວາມ​ຫວັງ​ຄື​ກັນ.

ເຮົາ​ຕ້ອງ​ອົດທົນ​ລໍຖ້າ​ຍ້ອນ​ພະ​ເຢໂຫວາ​ກໍ​ກຳລັງ​ອົດທົນ​ລໍຖ້າ​ຄື​ກັນ. ເພິ່ນ​ກຳນົດ​ເວລາ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ໂລກ​ຊົ່ວ​ນີ້​ຈົບ​ລົງ​ຕອນ​ໃດ ແລະ​ເພິ່ນ​ກໍ​ກຳລັງ​ລໍຖ້າ​ໃຫ້​ຮອດ​ວັນ​ແລະ​ເວລາ​ນັ້ນ. (ມທ. 24:36) ເມື່ອ​ຮອດ​ຕອນ​ນັ້ນ ເຮົາ​ຈະ​ເຫັນ​ແຈ້ງ​ວ່າ​ເລື່ອງ​ທີ່​ຊາຕານ​ກ່າວຫາ​ພະ​ເຢໂຫວາ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ບໍ່​ແມ່ນ​ຄວາມ​ຈິງ. ຈາກນັ້ນ ພະ​ເຢໂຫວາ​ຈະ​ກຳຈັດ​ຊາຕານ​ແລະ​ທຸກ​ຄົນ​ທີ່​ຢູ່​ຝ່າຍ​ມັນ ແຕ່​ເພິ່ນ​ຈະ “ອີ່ຕົນ [ພວກ​ເຮົາ].”

ເຖິງ​ວ່າ​ຕອນນີ້​ພະ​ເຢໂຫວາ​ບໍ່​ໄດ້​ກຳຈັດ​ບັນຫາ​ຂອງ​ເຮົາ​ໃຫ້​ໝົດ​ໄປ ແຕ່​ເພິ່ນ​ສັນຍາ​ວ່າ​ເຮົາ​ສາມາດ​ມີ​ຄວາມ​ສຸກ​ໄດ້​ຕອນ​ທີ່​ລໍຖ້າ​ເພິ່ນ. ຄື​ກັບ​ທີ່​ເອຊາຢາ​ເວົ້າ ເຮົາ​ກໍ​ມີ​ຄວາມ​ສຸກ​ໄດ້​ຕອນ​ທີ່​ລໍຖ້າ​ໃຫ້​ສິ່ງ​ດີ​ໆ​ເກີດຂຶ້ນ. (ອຊຢ. 30:18) a ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ? ມີ 4 ວິທີ​ທີ່​ຊ່ວຍ​ເຮົາ​ໄດ້.

ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ​ຕອນ​ທີ່​ລໍຖ້າ​ພະ​ເຢໂຫວາ?

ຄິດ​ໃນ​ແງ່ບວກ​ສະເໝີ. ຊີວິດ​ຂອງ​ກະສັດ​ດາວິດ​ມີ​ແຕ່​ບັນຫາ​ຕະຫຼອດ. (ພສ. 37:35) ແຕ່​ລາວ​ກໍ​ເວົ້າ​ວ່າ: “ໃຫ້​ມິດໆ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ອົດທົນ​ລໍຖ້າ​ເພິ່ນ. ຢ່າ​ໃຈຮ້າຍ​ໃຫ້​ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ແຜນ​ຊົ່ວ​ຂອງ​ລາວ​ໄດ້.” (ພສ. 37:7) ດາວິດ​ຄິດເຖິງ​ຄຳ​ແນະນຳ​ນີ້​ສະເໝີ​ໂດຍ​ສົນໃຈ​ແຕ່​ຄວາມ​ຫວັງ​ທີ່​ພະ​ເຢໂຫວາ​ສັນຍາ​ກັບ​ລາວ. ນອກ​ຈາກນັ້ນ ລາວ​ຍັງ​ເຫັນຄ່າ​ສິ່ງ​ດີ​ໆ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ໃຫ້​ລາວ. (ພສ. 40:5) ເຮົາ​ເອງ​ກໍ​ຄື​ກັນ ຖ້າ​ເຮົາ​ພະຍາຍາມ​ຄິດ​ໃນ​ແງ່ບວກ​ສະເໝີ​ແລະ​ບໍ່​ຈົມ​ຢູ່​ກັບ​ບັນຫາ​ທີ່​ເຮົາ​ເຈິ ເຮົາ​ກໍ​ຈະ​ລໍຖ້າ​ພະ​ເຢໂຫວາ​ໄດ້​ງ່າຍ​ຂຶ້ນ.

ຊອກ​ທຸກ​ໂອກາດ​ທີ່​ຈະ​ສັນລະເສີນ​ພະ​ເຢໂຫວາ. ດາວິດ​ອາດ​ເປັນ​ຜູ້​ຂຽນ​ເພງ​ສັນລະເສີນ​ບົດທີ 71. ລາວ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ລູກ​ຈະ​ລໍຖ້າ​ພະອົງ​ຕໍ່​ໆ​ໄປ. ລູກ​ຈະ​ສັນລະເສີນ​ພະອົງ​ໃຫ້​ຫຼາຍ​ຂຶ້ນ​ອີກ.” (ພສ. 71:14) ດາວິດ​ສັນລະເສີນ​ພະ​ເຢໂຫວາ​ແນວ​ໃດ? ລາວ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ເລື່ອງ​ພະ​ເຢໂຫວາ​ແລະ​ຮ້ອງ​ເພງ​ສັນລະເສີນ​ເພິ່ນ. (ພສ. 71:16, 23) ຄື​ກັບ​ດາວິດ ເຮົາ​ສາມາດ​ມີ​ຄວາມ​ສຸກ​ໄດ້​ຕອນ​ທີ່​ລໍຖ້າ​ພະ​ເຢໂຫວາ. ເຮົາ​ສັນລະເສີນ​ພະ​ເຢໂຫວາ​ໄດ້​ຕອນ​ທີ່​ເຮົາ​ປະກາດ​ກັບ​ຄົນ​ອື່ນ ຕອນ​ທີ່​ເຮົາ​ຢູ່​ກັບ​ໝູ່​ແລະ​ຄົນ​ໃນ​ຄອບຄົວ ແລະ​ຕອນ​ທີ່​ເຮົາ​ຮ້ອງ​ເພງ​ສັນລະເສີນ​ເພິ່ນ. ເທື່ອ​ໜ້າ​ເມື່ອ​ເຈົ້າ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ ໃຫ້​ຄິດເຖິງ​ເນື້ອໃນ​ຂອງ​ເພງ​ນັ້ນ​ວ່າ​ມັນ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ.

ໃຊ້​ເວລາ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເພື່ອ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ເຂົາເຈົ້າ. ຕອນ​ທີ່​ດາວິດ​ເຈິ​ບັນຫາ​ຕ່າງ​ໆ​ລາວ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ລູກ​ຈະ​ໄວ້ໃຈ​ຊື່​ຂອງ​ພະອົງ​ຕໍ່​ໜ້າ​ຄົນ​ທີ່​ສັດຊື່​ຕໍ່​ພະອົງ ຍ້ອນ​ວ່າ​ຊື່​ຂອງ​ພະອົງ​ດີ​ແທ້​ໆ.” ເຮົາ​ກໍ​ໄດ້​ກຳລັງ​ໃຈ​ຄື​ກັນ​ເມື່ອ​ເຮົາ​ຢູ່​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຢູ່​ການ​ປະຊຸມ ໃນ​ການ​ປະກາດ ແລະ​ກິນເຂົ້າ​ຊຸມ​ກັນ.—ຣມ. 1:11, 12

ພະຍາຍາມ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຈົ້າ​ຊັດເຈນ​ຂຶ້ນ. ເພງ​ສັນລະເສີນ 62:5 ບອກ​ວ່າ: “ຂ້ອຍ​ລໍຖ້າ​ພະເຈົ້າ​ດ້ວຍ​ຄວາມ​ອົດທົນ ຍ້ອນ​ເພິ່ນ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ຫວັງ.” ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ໝັ້ນໃຈ​ໃນ​ຄວາມ​ຫວັງ​ຂອງ​ເຮົາ​ໂດຍ​ສະເພາະ​ເມື່ອ​ຈຸດຈົບ​ຂອງ​ໂລກ​ນີ້​ບໍ່​ໄດ້​ມາ​ໄວ​ຄື​ກັບ​ທີ່​ເຮົາ​ຄິດ​ໄວ້. ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ທຸກ​ຢ່າງ​ຂອງ​ພະ​ເຢໂຫວາ​ຈະ​ເກີດຂຶ້ນ​ແທ້​ບໍ່​ວ່າ​ເຮົາ​ຕ້ອງ​ລໍຖ້າ​ດົນ​ປານ​ໃດ​ກໍ​ຕາມ. ເຮົາ​ສາມາດ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຮົາ​ຊັດເຈນ​ຂຶ້ນ​ເມື່ອ​ເຮົາ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ ເຊັ່ນ: ເລື່ອງ​ຄຳ​ພະຍາກອນ​ຕ່າງ​ໆ​ທີ່​ເກີດຂຶ້ນ​ແທ້ ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ສອດຄ່ອງ​ກັນ ແລະ​ຄຸນລັກສະນະ​ຕ່າງ​ໆ​ຂອງ​ພະ​ເຢໂຫວາ. (ພສ. 1:2, 3) ນອກ​ຈາກນັ້ນ ເຮົາ​ຕ້ອງ “ອະທິດຖານ​ໂດຍ​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊີ້ນຳ” ເພື່ອ​ເຮົາ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຕໍ່​ໆ​ໄປ​ຕອນ​ທີ່​ລໍຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເລື່ອງ​ຊີວິດ​ຕະຫຼອດໄປ​ເປັນ​ຈິງ.—ຢດ. 20, 21

ຄື​ກັບ​ກະສັດ​ດາວິດ ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ລໍຖ້າ​ເພິ່ນ ແລະ​ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຄົນ​ເຫຼົ່າ​ນີ້. (ພສ. 33:18, 22) ໃຫ້​ເຮົາ​ລໍຖ້າ​ພະ​ເຢໂຫວາ​ດ້ວຍ​ຄວາມ​ອົດທົນ​ຕໍ່​ໆ​ໄປ​ໂດຍ​ຄິດ​ໃນ​ແງ່ບວກ​ສະເໝີ ສັນລະເສີນ​ພະ​ເຢໂຫວາ ໃຊ້​ເວລາ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເພື່ອ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ເຂົາເຈົ້າ ແລະ​ໝັ້ນໃຈ​ໃນ​ຄວາມ​ຫວັງ.

a ຄຳ​ພາສາ​ດັ້ງເດີມ​ທີ່​ແປ​ວ່າ “ຕັ້ງໃຈ​ລໍຖ້າ” ອາດ​ໝາຍເຖິງ “ຫວັງ​ໃຫ້​ສິ່ງ​ທີ່​ເຮົາ​ລໍຖ້າ​ເກີດຂຶ້ນ​ແທ້” ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ປົກກະຕິ​ທີ່​ເຮົາ​ຈະ​ລໍຖ້າ​ໃຫ້​ຄວາມ​ຫວັງ​ເປັນ​ຈິງ.