ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະມາຊິກ​ໃໝ່ 2 ຄົນ​ຂອງ​ຄະນະ​ກຳມະການ​ປົກຄອງ

ສະມາຊິກ​ໃໝ່ 2 ຄົນ​ຂອງ​ຄະນະ​ກຳມະການ​ປົກຄອງ

ໃນ​ວັນ​ພຸດ​ທີ 18 ມັງກອນ 2023 ມີ​ຄຳ​ປະກາດ​ໃນ​ເວັບໄຊ jw.org ວ່າ ພີ່ນ້ອງ​ເກກ ຟລີເກີ້​ກັບ​ພີ່ນ້ອງ​ເຈບຟຣີ ວິນເດີ້​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ. ພີ່ນ້ອງ​ທັງ​ສອງ​ຄົນ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ມາ​ຫຼາຍ​ປີ.

ເກກ ຟລີເກີ້​ກັບ​ນາເດຍ​ເມຍ​ຂອງ​ລາວ

ພໍ່​ແມ່​ຂອງ​ພີ່ນ້ອງ​ເກກ​ເປັນ​ພະຍານ​ພະ​ເຢໂຫວາ. ເຂົາເຈົ້າ​ຢູ່​ທາງ​ທິດ​ຕາເວັນ​ຕົກ​ຂອງ​ລັດ​ເພັນຊິນເວເນຍ ສະຫະລັດ​ອາເມຣິກາ. ຕອນ​ທີ່​ພີ່ນ້ອງ​ເກກ​ເປັນ​ໄວລຸ້ນ ຄອບຄົວ​ຂອງ​ລາວ​ຍ້າຍ​ໄປ​ຢູ່​ເມືອງ​ນ້ອຍ​ໆ​ທີ່​ຢູ່​ນອກ​ເມືອງ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ຫຼັງຈາກນັ້ນ​ບໍ່​ດົນ ລາວ​ກໍ​ຮັບ​ບັບເຕມາ​ໃນ​ວັນ​ທີ 20 ພະຈິກ 1988.

ພໍ່​ແມ່​ຂອງ​ພີ່ນ້ອງ​ເກກ​ສະໜັບສະໜູນ​ລາວ​ໃຫ້​ຮັບໃຊ້​ເຕັມ​ເວລາ. ເຂົາເຈົ້າ​ມັກ​ຊວນ​ຜູ້​ເບິ່ງແຍງ​ໝວດ​ແລະ​ພີ່ນ້ອງ​ທີ່​ຮັບໃຊ້​ຢູ່​ເບເທນ​ມາ​ເຮືອນ. ພີ່ນ້ອງ​ເກກ​ເຫັນ​ວ່າ​ພີ່ນ້ອງ​ເຫຼົ່າ​ນັ້ນ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ວຽກ​ຮັບໃຊ້​ຂອງ​ເຂົາເຈົ້າ. ຫຼັງຈາກ​ທີ່​ພີ່ນ້ອງ​ເກກ​ຮັບ​ບັບເຕມາ​ໄດ້​ບໍ່​ດົນ ລາວ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ​ໃນ​ວັນ​ທີ 1 ກັນຍາ 1989. ສອງ​ປີ​ຕໍ່​ມາ ລາວ​ກໍ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້​ຕອນ​ອາຍຸ 12 ປີ​ໄດ້​ສຳເລັດ ນັ້ນ​ແມ່ນ​ໄປ​ຮັບໃຊ້​ຢູ່​ເບເທນ. ລາວ​ເລີ່ມ​ຮັບໃຊ້​ຢູ່​ເບເທນ​ບຣຸກລິນ​ໃນ​ເດືອນ​ຕຸລາ 1991.

ພີ່ນ້ອງ​ເກກ​ເຮັດ​ວຽກ​ຢູ່​ພະແນກ​ເຂົ້າເຫຼັ້ມ​ປຶ້ມ​ຢູ່​ເບເທນ 8 ປີ. ຫຼັງຈາກນັ້ນ ລາວ​ຖືກ​ມອບໝາຍ​ໃຫ້​ໄປ​ຢູ່​ພະແນກ​ການ​ຮັບໃຊ້. ຕອນ​ນັ້ນ​ລາວ​ຮັບໃຊ້​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ຣັດເຊຍ​ສອງ​ສາມ​ປີ. ໃນ​ປີ 2006 ລາວ​ແຕ່ງດອງ​ກັບ​ພີ່ນ້ອງ​ນາເດຍ​ແລະ​ຮັບໃຊ້​ຢູ່​ເບເທນນຳ​ກັນ. ເຂົາເຈົ້າ​ຮັບໃຊ້​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ປອກຕຸຍການ. ຈາກນັ້ນ ເຂົາເຈົ້າ​ກໍ​ໄປ​ຮັບໃຊ້​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ແອັດສະປາຍ​ຫຼາຍ​ກວ່າ 10 ປີ. ຫຼັງຈາກ​ທີ່​ເຮັດ​ວຽກ​ຢູ່​ພະແນກ​ການ​ຮັບໃຊ້​ຫຼາຍ​ປີ ພີ່ນ້ອງ​ເກກ​ໄດ້​ຖືກ​ມອບໝາຍ​ໃຫ້​ໄປ​ເຮັດ​ວຽກ​ຢູ່​ສຳນັກງານ​ຂອງ​ຄະນະ​ກຳມະການ​ຝ່າຍ​ການ​ສອນ ແລະ​ຕໍ່​ມາ​ລາວ​ກໍ​ໄປ​ເຮັດ​ວຽກ​ຢູ່​ສຳນັກງານ​ຂອງ​ຄະນະ​ກຳມະການ​ຝ່າຍ​ການ​ຮັບໃຊ້. ໃນ​ເດືອນ​ມີນາ 2022 ລາວ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ຄະນະ​ກຳມະການ​ຝ່າຍ​ການ​ຮັບໃຊ້​ຂອງ​ຄະນະ​ກຳມະການ​ປົກຄອງ.

ເຈບຟຣີ ວິນເດີ້​ກັບ​ແອງເຈລ້າ​ເມຍ​ຂອງ​ລາວ

ພີ່ນ້ອງ​ເຈບຟຣີ​ເກີດ​ຢູ່​ເມືອງ​ເມີຣີເອຕ້າ ລັດ​ຄາລິຟໍເນຍ ສະຫະລັດ​ອາເມຣິກາ. ພໍ່​ແມ່​ຂອງ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ. ລາວ​ຮັບ​ບັບເຕມາ​ໃນ​ວັນ​ທີ 29 ມີນາ 1986 ແລະ​ເດືອນ​ຕໍ່​ມາ​ລາວ​ໄດ້​ເປັນ​ໄພໂອເນຍ​ສົມທົບ. ລາວ​ມັກ​ວຽກ​ນີ້​ຫຼາຍ​ແລະ​ຢາກ​ເຮັດ​ຕໍ່​ໄປ​ເລື້ອຍ​ໆ. ຫຼັງຈາກ​ເປັນ​ໄພໂອເນຍ​ສົມທົບ​ໄດ້​ຫຼາຍ​ເດືອນ ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ​ໃນ​ວັນ​ທີ 1 ຕຸລາ 1986.

ຕອນ​ທີ່​ເປັນ​ໄວລຸ້ນ ພີ່ນ້ອງ​ເຈບຟຣີ​ໄດ້​ໄປ​ຢາມ​ອ້າຍ​ຂອງ​ລາວ 2 ຄົນ​ທີ່​ເຮັດ​ວຽກ​ຢູ່​ເບເທນ. ການ​ໄປ​ຢາມ​ພວກອ້າຍ​ເທື່ອ​ນັ້ນ​ເຮັດ​ໃຫ້​ລາວ​ຢາກ​ສະໝັກ​ເຂົ້າ​ເບເທນ​ເມື່ອ​ໃຫຍ່​ຂຶ້ນ. ໃນ​ເດືອນ​ພຶດສະພາ 1990 ລາວ​ຖືກ​ເຊີນ​ໃຫ້​ໄປ​ຮັບໃຊ້​ຢູ່​ເບເທນ​ວໍຄິວ.

ພີ່ນ້ອງ​ເຈບຟຣີ​ເຮັດ​ວຽກ​ຫຼາຍ​ພະແນກ​ໃນ​ເບເທນ ເຊັ່ນ: ພະແນກ​ອະນາໄມ ເຮັດ​ວຽກ​ຢູ່​ຟາມ ແລະ​ສຳນັກງານ​ເບເທນ. ລາວ​ແຕ່ງດອງ​ກັບ​ພີ່ນ້ອງ​ແອງເຈລ້າ​ໃນ​ປີ 1997 ແລະ​ເຂົາເຈົ້າ​ກໍ​ເຮັດ​ວຽກ​ຢູ່​ເບເທນ​ນຳ​ກັນ​ຕັ້ງແຕ່​ນັ້ນ​ມາ. ໃນ​ປີ 2014 ເຂົາເຈົ້າ​ຖືກ​ຍ້າຍ​ໄປ​ວໍວິກ​ຍ້ອນ​ພີ່ນ້ອງ​ເຈບຟຣີ​ຕ້ອງ​ໄປ​ຊ່ວຍ​ໂຄງ​ການ​ກໍ່ສ້າງ​ສຳນັກງານ​ໃຫຍ່. ໃນ​ປີ 2016 ເຂົາເຈົ້າ​ຖືກ​ຍ້າຍ​ໄປ​ສູນ​ການ​ສຶກສາ​ວັອດສ໌ທາວເວີ້​ຢູ່​ແພັດເທີສັນ ແລະ​ພີ່ນ້ອງ​ເຈບຟຣີ​ກໍ​ເຮັດ​ວຽກ​ໃນ​ພະແນກ​ບໍລິການ​ພາບ​ແລະ​ສຽງ. ສີ່​ປີ​ຕໍ່​ມາ ເຂົາເຈົ້າ​ຖືກ​ຍ້າຍ​ກັບ​ໄປ​ວໍວິກ ແລະ​ພີ່ນ້ອງ​ເຈບຟຣີ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ສຳນັກງານ​ຂອງ​ຄະນະ​ກຳມະການ​ຝ່າຍ​ບຸກຄົນ. ໃນ​ເດືອນ​ມີນາ 2022 ລາວ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ຄະນະ​ກຳມະການ​ຝ່າຍ​ບຸກຄົນ​ຂອງ​ຄະນະ​ກຳມະການ​ປົກຄອງ.

ພວກ​ເຮົາ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພີ່ນ້ອງ​ທັງ​ສອງ​ຄົນ. ເຂົາເຈົ້າ​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ” ແລະ​ເຮັດ​ວຽກ​ໜັກ​ຫຼາຍ​ເພື່ອ​ການປົກຄອງ​ຂອງ​ພະເຈົ້າ.—ອຟຊ. 4:8