ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວກັບ​ຄວາມ​ສາມາດ​ຂອງ​ພະ​ເຢໂຫວາ​ທີ່​ຮູ້​ອະນາຄົດ​ໄດ້?

ຄຳພີ​ໄບເບິນ​ບອກ​ຢ່າງ​ຊັດເຈນ​ວ່າ​ພະເຢໂຫວາ​ສາມາດ​ຮູ້​ອະນາຄົດ​ໄດ້. (ອຊຢ. 45:21) ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ລາຍລະອຽດ​ທັງໝົດ​ວ່າ​ເພິ່ນ​ເຮັດ​ແນວ​ໃດ ເຮັດ​ຕອນ​ໃດ ແລະ​ບໍ່​ໄດ້​ບອກ​ວ່າ​ເພິ່ນ​ພະຍາຍາມ​ຮູ້​ອະນາຄົດ​ເລື້ອຍ​ປານ​ໃດ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ສາມາດ​ເຂົ້າໃຈ​ເລື່ອງ​ນີ້​ໄດ້​ທັງໝົດ. ແຕ່​ຄຳພີ​ໄບເບິນ​ກໍ​ຊ່ວຍ​ເຮົາ​ໃຫ້​ຮູ້​ບາງຢ່າງ.

ພະ​ເຢໂຫວາ​ເຮັດ​ໄດ້​ທຸກ​ຢ່າງ​ຕາມ​ທີ່​ເພິ່ນ​ຕ້ອງການ. ແຕ່​ບາງ​ເທື່ອ​ເພິ່ນ​ກໍ​ເລືອກ​ທີ່​ຈະ​ບໍ່​ເຮັດ​ບາງຢ່າງ. ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ທີ່​ບໍ່​ມີ​ຂີດ​ຈຳກັດ ເພິ່ນ​ຈຶ່ງ​ຮູ້​ອະນາຄົດ​ໄດ້​ທັງໝົດ​ຖ້າ​ເພິ່ນ​ຢາກ​ຮູ້. (ຣມ. 11:33) ແຕ່​ຍ້ອນ​ເພິ່ນ​ຄວບຄຸມ​ໂຕເອງ​ໄດ້ ເພິ່ນ​ຈຶ່ງ​ເລືອກ​ທີ່​ຈະ​ບໍ່​ຮູ້​ບາງ​ເລື່ອງ​ກ່ຽວກັບ​ອະນາຄົດ.—ສົມທຽບ​ກັບ​ເອຊາຢາ 42:14

ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ເພິ່ນ​ຕ້ອງການ​ເກີດຂຶ້ນ​ແທ້. ເລື່ອງ​ນີ້​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ສາມາດ​ຂອງ​ພະເຢໂຫວາ​ທີ່​ຮູ້​ອະນາຄົດ​ໄດ້? ເອຊາຢາ 46:10 ບອກ​ວ່າ: “ຕັ້ງແຕ່​ທຳອິດ​ເຮົາ​ບອກ​ລ່ວງໜ້າ​ວ່າ​ຜົນ​ອອກ​ມາ​ຈະ​ເປັນ​ແນວ​ໃດ ແລະ​ຕັ້ງແຕ່​ດົນ​ແລ້ວ ເຮົາ​ໄດ້​ບອກ​ລ່ວງໜ້າ​ກ່ຽວກັບ​ສິ່ງ​ຕ່າງ​ໆ​ທີ່​ຍັງ​ບໍ່​ທັນ​ເກີດຂຶ້ນ. ເຮົາ​ບອກ​ວ່າ ‘ເຮົາ​ຕັດສິນໃຈ​ແນວ​ໃດ​ມັນ​ກໍ​ຈະ​ເປັນ​ຕາມ​ນັ້ນ ແລະ​ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ຕ້ອງການ.’”

ເຫດຜົນ​ໜຶ່ງ​ທີ່​ພະ​ເຢໂຫວາ​ສາມາດ​ບອກ​ອະນາຄົດ​ໄດ້​ແມ່ນ ເພິ່ນ​ມີ​ລິດເດດ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ຕ່າງ​ໆ​ເກີດຂຶ້ນ​ແທ້. ເພິ່ນ​ບໍ່​ຈຳເປັນ​ຕ້ອງ​ຊອກ​ຮູ້​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ​ຄື​ກັບ​ທີ່​ເຮົາ​ຕ້ອງ​ໄປ​ເບິ່ງ​ໜັງ​ຕອນ​ຈົບ​ຈຶ່ງ​ຊິ​ຮູ້​ວ່າ​ສຸດທ້າຍ​ເປັນ​ແນວ​ໃດ. ແຕ່​ຄວາມ​ຈິງ​ກໍ​ຄື ພະ​ເຢໂຫວາ​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ບາງຢ່າງ​ຕາມ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້ ແລະ​ເມື່ອ​ຮອດ​ເວລາ​ນັ້ນ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ສິ່ງ​ນັ້ນ​ເກີດຂຶ້ນ​ແທ້.—ອພຍ. 9:5, 6; ມທ. 24:36; ກຈກ. 17:31

ຍ້ອນ​ແນວ​ນີ້​ຄຳພີ​ໄບເບິນ​ຈຶ່ງ​ໃຊ້​ຄຳ​ວ່າ “ວາງ​ແຜນ​ໄວ້” ແລະ “ຕັ້ງໃຈ​ໄວ້” ເພື່ອ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ອະນາຄົດ. (2ກສ. 19:25; ອຊຢ. 46:11) ຄຳ​ພາສາ​ດັ້ງເດີມ​ທີ່​ແປ​ຄຳ​ເຫຼົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ຄຳ​ທີ່​ມີ​ຄວາມ​ໝາຍ​ວ່າ “ຊ່າງ​ປັ້ນ​ໝໍ້.” (ຢຣມ. 18:3, 4) ຄື​ກັບ​ຊ່າງ​ປັ້ນ​ໝໍ້​ທີ່​ເກັ່ງ​ໆ​ສາມາດ​ເອົາ​ດິນດາກ​ມາ​ປັ້ນ​ເປັນ​ເຕົ້າດອກໄມ້​ທີ່​ງາມ​ໆ​ໄດ້ ພະ​ເຢໂຫວາ​ກໍ​ສາມາດ​ປັ້ນ​ຫຼື​ເຮັດ​ສິ່ງ​ຕ່າງ​ໆ​ໃຫ້​ເກີດຂຶ້ນ​ຕາມ​ທີ່​ເພິ່ນ​ຕ້ອງການ​ໄດ້.—ອຟຊ. 1:11

ພະ​ເຢໂຫວາ​ໃຫ້​ມະນຸດ​ມີ​ອິດສະຫຼະ​ໃນ​ການ​ຕັດສິນໃຈ. ເພິ່ນ​ບໍ່​ໄດ້​ລິຂິດ​ຊີວິດ​ມະນຸດ​ແຕ່​ລະ​ຄົນ ແລະ​ບໍ່​ໄດ້​ກຳນົດ​ໃຫ້​ຄົນ​ດີ​ເຮັດ​ບາງຢ່າງ​ຈົນ​ເຮັດ​ໃຫ້​ລາວ​ເຈິ​ບັນຫາ. ເພິ່ນ​ໃຫ້​ທຸກ​ຄົນ​ມີ​ອິດສະຫຼະ​ທີ່​ຈະ​ເລືອກ​ໃຊ້​ຊີວິດ​ໃນ​ແບບ​ຂອງ​ໂຕເອງ. ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອິດສະຫຼະ​ແບບ​ນີ້ ແຕ່​ເພິ່ນ​ກໍ​ສອນ​ທາງ​ທີ່​ຖືກຕ້ອງ​ໃຫ້​ເຂົາເຈົ້າ​ນຳ.

ໃຫ້​ເຮົາ​ເບິ່ງ 2 ຕົວຢ່າງ​ນຳ​ກັນ. ຕົວຢ່າງ​ທຳອິດ​ແມ່ນ​ຄົນ​ນີເນເວ. ພະ​ເຢໂຫວາ​ບອກ​ລ່ວງໜ້າ​ວ່າ​ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ​ຍ້ອນ​ຄົນ​ທີ່​ຢູ່​ເມືອງ​ນັ້ນ​ຊົ່ວ​ຫຼາຍ. ແຕ່​ຍ້ອນ​ເຂົາເຈົ້າ​ກັບໃຈ ພະ​ເຢໂຫວາ​ຈຶ່ງ “ປ່ຽນ​ໃຈ​ແລະ​ບໍ່​ໄດ້​ທຳລາຍ​ເຂົາເຈົ້າ.” (ຢນ. 3:1-10) ພະ​ເຢໂຫວາ​ປ່ຽນ​ໃຈ​ບໍ່​ທຳລາຍ​ຄົນ​ນີເນເວ​ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໄວ້ ຍ້ອນ​ເຂົາເຈົ້າ​ກັບໃຈ​ຫຼັງ​ຈາກ​ໄດ້​ຍິນ​ຄຳເຕືອນ​ທີ່​ມາ​ຈາກ​ພະ​ເຢໂຫວາ.

ຕົວຢ່າງ​ທີ 2 ແມ່ນ​ຄຳ​ພະຍາກອນ​ກ່ຽວກັບ​ໄຊຣັດ​ຜູ້​ທີ່​ປົດປ່ອຍ​ຄົນ​ຢິວ​ອອກ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ແລະ​ສັ່ງ​ໃຫ້​ຄົນ​ຢິວ​ກັບ​ໄປ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຄືນ​ໃໝ່. (ອຊຢ. 44:26–45:4) ໄຊຣັດ​ກະສັດ​ຂອງ​ເປີເຊຍ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ນັ້ນ​ເກີດຂຶ້ນ​ແທ້. (ອຊຣ. 1:1-4) ໄຊຣັດ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້ ແຕ່​ພະ​ເຢໂຫວາ​ໃຊ້​ລາວ​ເພື່ອ​ເຮັດ​ໃຫ້​ຄຳ​ພະຍາກອນ​ເກີດຂຶ້ນ​ແທ້. ເພິ່ນ​ໃຫ້​ລາວ​ເລືອກ​ເອງ​ວ່າ​ຈະ​ນະມັດສະການ​ເພິ່ນ​ຫຼື​ບໍ່.—ສພສ. 21:1

ສອງ​ເລື່ອງ​ນີ້​ເປັນ​ພຽງ​ບາງ​ຕົວຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າພະ​ເຢໂຫວາ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ທີ່ຈິງ ມະນຸດ​ບໍ່​ສາມາດ​ເຂົ້າໃຈ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຄິດ​ແລະ​ເຮັດ. (ອຊຢ. 55:8, 9) ແຕ່​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ຖືກຕ້ອງ ເຊິ່ງ​ລວມ​ເຖິງ​ສິ່ງ​ທີ່​ເພິ່ນ​ບອກ​ວ່າ​ຈະ​ເກີດຂຶ້ນ​ໃນ​ອະນາຄົດ.