ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັດລັບ​ການ​ຄົ້ນຄວ້າ

ຊອກ​ຫາ​ຄວາມຮູ້​ທີ່​ມີ​ຄ່າ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໄດ້

ຊອກ​ຫາ​ຄວາມຮູ້​ທີ່​ມີ​ຄ່າ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໄດ້

ຕອນ​ອ່ານ​ຄຳພີ​ໄບເບິນ ເຮົາ​ຈະ​ຄົ້ນຄວ້າ​ຕື່ມ​ອີກ​ເພື່ອ​ຈະ​ໄດ້​ຄວາມຮູ້​ທີ່​ມີ​ຄ່າ. ແຕ່​ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ອີກ​ເພື່ອ​ຈະ​ໄດ້​ປະໂຫຍດ​ຫຼາຍ​ຂຶ້ນ?

ຄົ້ນຄວ້າ​ໃຫ້​ເລິກເຊິ່ງ​ກວ່າ​ເກົ່າ. ເຈົ້າ​ອາດ​ຄົ້ນຄວ້າ​ເລື່ອງ​ໃນ​ຄຳພີ​ໄບເບິນ​ໃຫ້​ເລິກເຊິ່ງ​ຫຼາຍ​ຂຶ້ນ ເຊັ່ນ: ໃຜ​ຂຽນ ຂຽນ​ຫາ​ໃຜ ຂຽນ​ຕອນ​ໃດ ສະຖານະການ​ຕອນ​ນັ້ນ​ເປັນ​ແນວ​ໃດ ມີ​ຫຍັງ​ເກີດຂຶ້ນ​ກ່ອນ​ໜ້າ​ນັ້ນ ແລະ​ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ນັ້ນ.

ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ໄດ້​ບົດຮຽນ​ຫຍັງ. ຕອນ​ທີ່​ຄົ້ນຄວ້າ​ໃຫ້​ຄິດເຖິງ​ຄຳຖາມ​ຕ່າງ​ໆ​ເຊັ່ນ: ‘ຄົນ​ທີ່​ຢູ່​ໃນ​ເລື່ອງ​ທີ່​ຂ້ອຍ​ອ່ານ​ຮູ້ສຶກ​ແນວ​ໃດ? ເຂົາເຈົ້າ​ສະແດງ​ຄຸນລັກສະນະ​ຫຍັງ​ແດ່? ເປັນ​ຫຍັງ​ຂ້ອຍ​ຄວນ​ຮຽນ​ແບບ​ຄຸນລັກສະນະ​ເຫຼົ່າ​ນັ້ນ​ຫຼື​ເປັນ​ຫຍັງ​ຂ້ອຍ​ຄວນ​ຫຼີກລ່ຽງ​ຄຸນລັກສະນະ​ແບບ​ນັ້ນ?’

ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້. ເຮົາ​ອາດ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້​ໃນ​ວຽກ​ປະກາດ​ຫຼື​ເມື່ອ​ເຮົາ​ຕິດຕໍ່​ພົວ​ພົນ​ກັບ​ຄົນ​ອື່ນ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ແລະ​ເປັນ​ຄົນ​ສະຫຼາດ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ສະຫຼາດ​ຈະ​ສັງເກດ​ເບິ່ງ​ສິ່ງ​ເຫຼົ່າ​ນີ້.”—ພສ. 107:43

  • ເຄັດລັບ: ລອງ​ສັງເກດ​ເບິ່ງ​ວ່າ​ເນື້ອ​ໃນ​ທີ່​ຢູ່​ໃນ​ສ່ວນ​ຄວາມຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເອົາ​ບົດຮຽນ​ທີ່​ໄດ້​ຈາກ​ການ​ອ່ານ​ພະຄຳພີ​ໄປ​ໃຊ້. ຕາມ​ປົກກະຕິ​ແລ້ວ ສ່ວນ​ນີ້​ຈະ​ມີ​ຄຳຖາມ​ທີ່​ໃຫ້​ເຮົາ​ຖາມ​ໂຕເອງ ມີ​ຈຸດ​ຕ່າງ​ໆ​ທີ່​ໃຫ້​ຄິດ​ຕຶກຕອງ ແລະ​ມີ​ຮູບ​ເພື່ອ​ໃຫ້​ເຮົາ​ເບິ່ງ.