ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 16

ເພງ​ທີ 64 ຮ່ວມ​ເຮັດ​ວຽກ​ເກັບ​ກ່ຽວ​ດ້ວຍ​ຄວາມ​ຍິນດີ

ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ການ​ປະກາດ?

ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ການ​ປະກາດ?

“ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ.”ພສ. 100:2

ຈຸດ​ສຳຄັນ

ບົດ​ນີ້​ມີ​ຄຳ​ແນະນຳ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ.

1. ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ທີ່​ຕ້ອງ​ໄປ​ປະກາດ? (ເບິ່ງ​ຮູບ​ນຳ)

 ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ໄປ​ປະກາດ​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ຈັກ​ເພິ່ນ. ພີ່ນ້ອງ​ຫຼາຍ​ຄົນ​ມ່ວນ​ຫຼາຍ​ກັບ​ການ​ໄປ​ປະກາດ ແຕ່​ບາງ​ຄົນ​ພັດ​ຮູ້ສຶກ​ບໍ່​ມ່ວນ. ຍ້ອນຫຍັງ? ຍ້ອນ​ບາງ​ຄົນ​ອາດ​ເປັນ​ຄົນ​ຂີ້​ອາຍ​ແລະ​ບໍ່​ໝັ້ນໃຈ​ໃນ​ໂຕເອງ. ບາງ​ຄົນ​ອາດ​ຮູ້ສຶກ​ແປກໆ​ທີ່​ຈະ​ຕ້ອງ​ໄປ​ເຮືອນ​ຄົນ​ອື່ນ​ໂດຍ​ທີ່​ບໍ່​ໄດ້​ຖືກ​ເຊີນ. ບາງ​ຄົນ​ອາດ​ຢ້ານ​ວ່າ​ຈະ​ບໍ່​ມີ​ຄົນ​ຟັງ​ສິ່ງ​ທີ່​ເຂົາເຈົ້າ​ປະກາດ ແລະ​ບາງ​ຄົນ​ອາດ​ຖືກ​ສອນ​ວ່າ​ບໍ່​ຄວນ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ສະບາຍ​ໃຈ. ເຖິງ​ວ່າ​ພີ່ນ້ອງ​ເຫຼົ່າ​ນີ້​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ ແຕ່​ເຂົາເຈົ້າ​ກໍ​ຮູ້ສຶກ​ວ່າ​ການ​ເວົ້າ​ເລື່ອງ​ຂ່າວ​ດີ​ກັບ​ຄົນ​ແປກ​ໜ້າ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ. ເຖິງ​ຈະ​ເປັນ​ແບບ​ນັ້ນ ພີ່ນ້ອງ​ເຫຼົ່າ​ນີ້​ກໍ​ຮູ້​ວ່າ​ວຽກ​ນີ້​ສຳຄັນ​ຫຼາຍ​ແທ້ໆ ເຂົາເຈົ້າ​ຈຶ່ງ​ໄປ​ປະກາດ​ເປັນ​ປະຈຳ. ເມື່ອ​ເຂົາເຈົ້າ​ເຮັດ​ແບບ​ນີ້ ພະ​ເຢໂຫວາ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.

ເຈົ້າ​ມີ​ຄວາມ​ສຸກ​ໃນ​ການ​ປະກາດ​ບໍ? (ເບິ່ງ​ຂໍ້ 1)


2. ຖ້າ​ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ມ່ວນ​ໃນ​ການ​ປະກາດ ເປັນ​ຫຍັງ​ເຈົ້າ​ບໍ່​ຄວນ​ທໍ້ໃຈ?

2 ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ມ່ວນ​ໃນ​ການ​ໄປ​ປະກາດ​ບໍ ຍ້ອນ​ຮູ້ສຶກ​ຄື​ກັບ​ທີ່​ໄດ້​ເວົ້າ​ມາ​ນັ້ນ? ຖ້າ​ແມ່ນ ກໍ​ຢ່າ​ຟ້າວ​ທໍ້ໃຈ. ການ​ທີ່​ເຈົ້າ​ບໍ່​ໝັ້ນໃຈ​ໃນ​ໂຕເອງ​ອາດ​ເປັນ​ຍ້ອນ​ເຈົ້າ​ເປັນ​ຄົນ​ຖ່ອມ​ແລະ​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ສົນໃຈ​ເຈົ້າ​ຫຼາຍ​ເກີນ​ໄປ ແລະ​ເຈົ້າ​ບໍ່​ຢາກ​ຜິດ​ຖຽງ​ກັບ​ໃຜ. ທີ່ຈິງ ເຮົາ​ບໍ່​ຢາກ​ຖືກ​ໃຜ​ປະຕິເສດ ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ພະຍາຍາມ​ເຮັດ​ດີ​ກັບ​ຄົນ​ອື່ນ. ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຈົ້າ​ກຳລັງ​ເຈິ​ກັບ​ເລື່ອງ​ທີ່​ຍາກໆ​ຫຍັງ​ແດ່ ແລະ​ເພິ່ນ​ຢາກ​ຊ່ວຍ​ເຈົ້າ​ແທ້ໆ. (ອຊຢ. 41:13) ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ຄຳ​ແນະນຳ 5 ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ຮັບມື​ກັບ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ ແລະ​ເຮົາ​ຈະ​ເບິ່ງ​ນຳ​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ການ​ປະກາດ.

ໃຫ້​ຄຳພີ​ໄບເບິນ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ໃຈ

3. ອັນ​ໃດ​ຊ່ວຍ​ຜູ້​ພະຍາກອນ​ເຢເຣມີຢາ​ໃຫ້​ປະກາດ​ກັບ​ຄົນ​ອື່ນ​ໄດ້?

3 ໃນ​ສະໄໝ​ກ່ອນ ຄຳເວົ້າ​ຂອງ​ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ມີ​ກຳລັງ​ໃຈ​ທີ່​ຈະ​ເຮັດ​ວຽກ​ມອບໝາຍ​ທີ່​ຍາກໆ​ໃຫ້​ສຳເລັດ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງຜູ້​ພະຍາກອນ​ເຢເຣມີຢາ. ຕອນ​ທີ່​ພະ​ເຢໂຫວາ​ມອບໝາຍ​ໃຫ້​ໄປ​ປະກາດ ລາວ​ຮູ້ສຶກ​ບໍ່​ໝັ້ນໃຈ ລາວ​ຈຶ່ງ​ເວົ້າ​ວ່າ: “ລູກ​ບໍ່​ຮູ້​ຈັກ​ຊິ​ເວົ້າ ຍ້ອນ​ລູກ​ເປັນ​ພຽງ​ແຕ່​ເດັກນ້ອຍ.” (ຢຣມ. 1:6) ອັນ​ໃດ​ຊ່ວຍ​ເຢເຣມີຢາ​ໃຫ້​ໝັ້ນໃຈ​ຫຼາຍ​ຂຶ້ນ? ສິ່ງ​ທີ່​ຊ່ວຍ​ລາວ​ແມ່ນ​ຄຳເວົ້າ​ຂອງ​ພະ​ເຢໂຫວາ. ລາວ​ເວົ້າ​ວ່າ: “ຄຳເວົ້າ​ຂອງ​ພະອົງ​ເຜົາ​ໄໝ້​ຢູ່​ໃນ​ໃຈ​ຂອງ​ລູກ​ຄື​ກັບ​ໄຟ ມັນ​ເປັນ​ຄື​ກັບ​ໄຟ​ຢູ່​ໃນ​ກະດູກ​ຂອງ​ລູກ. ລູກ​ອົດ​ເວົ້າ​ບໍ່​ໄດ້​ແລ້ວ.” (ຢຣມ. 20:8, 9) ເຖິງ​ວ່າ​ເຢເຣມີຢາ​ຕ້ອງ​ປະກາດ​ໃນ​ເຂດ​ທີ່​ຄົນ​ບໍ່​ສົນໃຈ​ຟັງ ແຕ່​ເລື່ອງ​ທີ່​ລາວ​ປະກາດ​ກໍ​ຊ່ວຍ​ລາວ​ໃຫ້​ມີ​ກຳລັງ​ໃຈ​ທີ່​ຈະ​ເຮັດ​ວຽກ​ນີ້​ຕໍ່ໆ​ໄປ.

4. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ເມື່ອ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ? (ໂກໂລຊາຍ 1:9, 10)

4 ເຮົາ​ກໍ​ໄດ້​ກຳລັງ​ໃຈ​ຈາກ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຄື​ກັນ. ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ໂກໂລຊາຍ ລາວ​ເວົ້າ​ວ່າ ຄວາມ​ຮູ້​ທີ່​ຖືກຕ້ອງ​ຈະ​ກະຕຸ້ນ​ພີ່ນ້ອງ​ຢູ່​ເມືອງ​ໂກໂລຊາຍ​ໃຫ້ “ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ​ທີ່ [ເຂົາເຈົ້າ] ເຮັດ” ແລະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້ “ໃຊ້​ຊີວິດ​ໃຫ້​ສົມ​ກັບ​ການ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ.” (ອ່ານ​ໂກໂລຊາຍ 1:9, 10) ຜົນ​ດີ​ທີ່​ໂປໂລ​ເວົ້າ​ເຖິງ​ລວມ​ເຖິງ​ການ​ປະກາດ​ຂ່າວ​ດີ​ນຳ. ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ ເຮົາ​ກໍ​ແຮ່ງ​ຈະ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຕ້ອງ​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຮູ້.

5. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ອ່ານ​ແລະ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ?

5 ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ຄຳພີ​ໄບເບິນ​ເມື່ອ​ເຮົາ​ໃຊ້​ເວລາ​ອ່ານ ສຶກສາ​ຄົ້ນຄວ້າ ແລະ​ຄິດ​ຕຶກຕອງ. ເຮົາ​ຕ້ອງ​ບໍ່​ເຮັດ​ແບບ​ຟ້າວໆ. ຖ້າ​ເຮົາ​ເຈິ​ຂໍ້​ຄຳພີ​ທີ່​ເຂົ້າໃຈ​ຍາກ ຢ່າ​ຂ້າມ​ຂໍ້​ນັ້ນ​ໂດຍ​ທີ່​ບໍ່​ໄດ້​ຄົ້ນຄວ້າ. ໃຫ້​ໃຊ້​ຄູ່ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ​ຫຼື​ປຶ້ມ​ອື່ນໆ​ຂອງ​ອົງການ​ເພື່ອ​ຄົ້ນຄວ້າ​ກ່ຽວກັບ​ຂໍ້​ນັ້ນ. ຖ້າ​ເຈົ້າ​ໃຊ້​ເວລາ​ອ່ານ​ແລະ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ ເຈົ້າ​ກໍ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ. (1ທຊ. 5:21) ແຮ່ງ​ເຈົ້າ​ໝັ້ນໃຈ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ແຮ່ງ​ຈະ​ມີ​ຄວາມ​ສຸກ​ເມື່ອ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ.

ກຽມ​ໂຕ​ດີໆ​ກ່ອນ​ໄປ​ປະກາດ

6. ເປັນ​ຫຍັງ​ເຮົາ​ຕ້ອງ​ກຽມ​ໂຕ​ດີໆ​ກ່ອນ​ໄປ​ປະກາດ?

6 ຖ້າ​ເຈົ້າ​ກຽມ​ໂຕ​ດີໆ​ກ່ອນ​ໄປ​ປະກາດ ເຈົ້າ​ກໍ​ຈະ​ຮູ້ສຶກ​ບໍ່​ກັງວົນ​ຫຼາຍ​ເມື່ອ​ເວົ້າ​ກັບ​ຄົນ​ອື່ນ. ພະ​ເຢຊູ​ຊ່ວຍ​ພວກ​ລູກສິດ​ຂອງ​ເພິ່ນ​ໃຫ້​ກຽມ​ໂຕ​ດີໆ​ກ່ອນ​ເພິ່ນ​ຈະ​ສົ່ງ​ເຂົາເຈົ້າ​ອອກ​ໄປ​ປະກາດ. (ລກ. 10:1-11) ເມື່ອ​ເຂົາເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢຊູ ເຂົາເຈົ້າ​ກໍ​ສາມາດ​ເຮັດ​ສິ່ງ​ດີໆ​ຫຼາຍ​ຢ່າງ​ໄດ້​ສຳເລັດ ແລະ​ສິ່ງ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສຸກ​ຫຼາຍ.—ລກ. 10:17

7. ເຮົາ​ຈະ​ກຽມ​ໂຕ​ແນວ​ໃດ​ສຳລັບ​ການ​ປະກາດ? (ເບິ່ງ​ຮູບ​ນຳ)

7 ເຮົາ​ຈະ​ກຽມ​ໂຕ​ແນວ​ໃດ​ສຳລັບ​ການ​ປະກາດ? ໃຫ້​ເຮົາ​ຄິດ​ວ່າ​ຈະ​ອະທິບາຍ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແບບ​ເປັນ​ທຳມະຊາດ​ແລະ​ເປັນ​ຄຳເວົ້າ​ຂອງ​ເຮົາ​ເອງ​ໄດ້​ແນວ​ໃດ ແລະ​ໃຫ້​ຄິດ​ເຖິງ 2 ຫຼື 3 ຢ່າງ​ທີ່​ຄົນ​ໃນ​ເຂດ​ຂອງ​ເຮົາ​ມັກ​ເວົ້າ ແລ້ວ​ໃຫ້​ຄິດ​ວ່າ​ເຮົາ​ຈະ​ຕອບ​ເຂົາເຈົ້າ​ແນວ​ໃດ. ຕອນ​ທີ່​ໄປ​ປະກາດ ໃຫ້​ເວົ້າ​ແບບ​ເປັນ​ກັນ​ເອງ ຜ່ອນຄາຍ ແລະ​ຍິ້ມ​ພ້ອມ.

ກຽມ​ໂຕ​ດີໆ​ກ່ອນ​ໄປ​ປະກາດ (ເບິ່ງ​ຂໍ້ 7)


8. ໃນ​ຕົວຢ່າງ​ປຽບທຽບ​ຂອງ​ໂປໂລ ເຮົາ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ທີ່​ເປັນ​ດິນ​ແນວ​ໃດ?

8 ໂປໂລ​ສົມທຽບ​ໜ້າທີ່​ຂອງ​ເຮົາ​ໃນ​ການ​ປະກາດ​ວ່າ “ພວກ​ເຮົາ​ກໍ​ເປັນ​ຄື​ເຄື່ອງ​ໃຊ້​ທີ່​ເປັນ​ດິນ​ທີ່​ໃສ່​ເຄື່ອງ​ມີ​ຄ່າ​ໄວ້.” (2ກຣ. 4:7) ເຄື່ອງ​ມີ​ຄ່າ​ນີ້​ແມ່ນ​ຫຍັງ? ແມ່ນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ເຊິ່ງ​ເປັນ​ວຽກ​ທີ່​ຊ່ວຍ​ຊີວິດ​ຄົນ. (2ກຣ. 4:1) ເຄື່ອງ​ໃຊ້​ທີ່​ເປັນ​ດິນ​ແມ່ນ​ຫຍັງ? ແມ່ນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ບອກ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຮູ້. ໃນ​ສະໄໝ​ຂອງ​ໂປໂລ ພໍ່​ຄ້າ​ຈະ​ໃຊ້​ໄຫ​ດິນ​ເພື່ອ​ຂົນ​ສົ່ງ​ສິ່ງ​ທີ່​ມີ​ຄ່າ ເຊັ່ນ: ຂອງກິນ ເຫຼົ້າແວງ ແລະ​ເງິນ. ຄ້າຍຄື​ກັນ ພະ​ເຢໂຫວາ​ມອບໝາຍ​ເຮົາ​ໃຫ້​ປະກາດ​ຂ່າວ​ດີ​ທີ່​ມີ​ຄ່າ​ໃຫ້​ຄົນ​ອື່ນ​ຮູ້. ເມື່ອ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ກໍ​ຈະ​ມີ​ກຳລັງ​ເພື່ອ​ຈະ​ປະກາດ​ຕໍ່ໆ​ໄປ​ຢ່າງ​ສັດຊື່.

ອະທິດຖານ​ຂໍ​ໃຫ້​ມີ​ຄວາມ​ກ້າ

9. ເຮົາ​ຈະ​ເອົາ​ຊະນະ​ການ​ຢ້ານ​ຄົນ​ຫຼື​ການ​ຢ້ານ​ວ່າ​ຈະ​ບໍ່​ມີ​ໃຜ​ຟັງ​ເຮົາ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

9 ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ຢ້ານ​ຄົນ ຫຼື​ອາດ​ຢ້ານ​ວ່າ​ຈະ​ບໍ່​ມີ​ໃຜ​ຟັງ​ເຮົາ. ເຮົາ​ຈະ​ເອົາ​ຊະນະ​ຄວາມ​ຢ້ານ​ແບບ​ນີ້​ໄດ້​ແນວ​ໃດ? ໃຫ້​ເຮົາ​ເບິ່ງ​ຄຳ​ອະທິດຖານ​ຂອງ​ພວກ​ອັກຄະສາວົກ​ຕອນ​ທີ່​ເຂົາເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ປະກາດ. ເຂົາເຈົ້າ​ບໍ່​ໄດ້​ຢ້ານ​ຈົນ​ເຊົາ​ປະກາດ ແຕ່​ເຂົາເຈົ້າ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້ “ກ້າ​ປະກາດ​ຄຳສອນ​ຂອງ [ເພິ່ນ] ຕໍ່ໆ​ໄປ” ແລະ​ພະ​ເຢໂຫວາ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ​ທັນທີ. (ກຈກ. 4:18, 29, 31) ຖ້າ​ບາງ​ເທື່ອ​ເຮົາ​ຢ້ານ​ຄົນ​ຈົນ​ບໍ່​ກ້າ​ປະກາດ ເຮົາ​ກໍ​ຄວນ​ອະທິດຖານ​ຄື​ກັນ​ເພື່ອ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ຄົນ​ອື່ນ​ຫຼາຍໆ​ເພື່ອ​ເຈົ້າ​ຈະ​ບໍ່​ຢ້ານ​ແລະ​ກ້າ​ປະກາດ​ຂ່າວ​ດີ​ກັບ​ເຂົາເຈົ້າ.

ອະທິດຖານ​ຂໍ​ໃຫ້​ມີ​ຄວາມ​ກ້າ (ເບິ່ງ​ຂໍ້ 9)


10. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ໜ້າທີ່​ເປັນ​ພະຍານ​ຂອງ​ເພິ່ນ? (ເອຊາຢາ 43:10-12)

10 ພະ​ເຢໂຫວາ​ເລືອກ​ເຮົາ​ໃຫ້​ເປັນ​ພະຍານ​ຂອງ​ເພິ່ນ ແລະ​ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ກ້າ. (ອ່ານ​ເອຊາຢາ 43:10-12) ໃຫ້​ເຮົາ​ເບິ່ງ 4 ວິທີ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ. ວິທີ​ທຳອິດ ພະ​ເຢຊູ​ຢູ່​ກັບ​ເຮົາ​ສະເໝີ​ບໍ່​ວ່າ​ເຮົາ​ຈະ​ປະກາດ​ຢູ່​ໃສ. (ມທ. 28:18-20) ວິທີ​ທີ 2 ພະ​ເຢໂຫວາ​ໃຫ້​ທູດສະຫວັນ​ມາ​ຊ່ວຍ​ເຮົາ. (ພນມ. 14:6) ວິທີ​ທີ 3 ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຈື່​ສິ່ງ​ທີ່​ເຮົາ​ເຄີຍ​ຮຽນ. (ຢຮ. 14:25, 26) ວິທີ​ທີ 4 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ພີ່ນ້ອງ​ໄປ​ປະກາດ​ກັບ​ເຮົາ. ເຫັນ​ໄດ້​ແຈ້ງ​ວ່າ ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ທີ່​ຮັກ​ເຮົາ ເຮົາ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າ​ປະກາດ​ຕໍ່ໆ​ໄປ.

ພ້ອມ​ທີ່​ຈະ​ປັບ​ປ່ຽນ​ແລະ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ

11. ຕອນ​ທີ່​ໄປ​ປະກາດ ເຈົ້າ​ຈະ​ເຈິ​ຄົນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

11 ຕອນ​ທີ່​ເຈົ້າ​ໄປ​ປະກາດ​ແລະ​ບໍ່​ເຈິ​ຄົນ​ຢູ່​ເຮືອນ​ປານ​ໃດ ເຈົ້າ​ຮູ້ສຶກ​ທໍ້ໃຈ​ບໍ? ຖ້າ​ແມ່ນ ໃຫ້​ຖາມ​ໂຕເອງ​ວ່າ: ‘ຕອນນີ້​ຄົນ​ໃນ​ເຂດ​ຂອງ​ຂ້ອຍ​ຢູ່​ໃສ?’ (ກຈກ. 16:13) ‘ເຂົາເຈົ້າ​ອອກ​ໄປ​ເຮັດ​ວຽກ​ຫຼື​ອອກ​ໄປ​ຊື້​ເຄື່ອງ​ບໍ?’ ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ຈະ​ເຈິ​ຄົນ​ຫຼາຍ​ກວ່າ​ບໍ​ຖ້າ​ໄປ​ປະກາດ​ຕາມ​ບ່ອນ​ສາທາລະນະ? ພີ່ນ້ອງ​ຊາຍ​ຊື່​ໂຈຊົວ​ເວົ້າ​ວ່າ: “ຂ້ອຍ​ມີ​ໂອກາດ​ປະກາດ​ກັບ​ຄົນ​ຫຼາຍ​ກວ່າ ຕອນ​ໄປ​ເລາະ​ຮ້ານ​ສັບພະ​ສິນ​ຄ້າ​ຫຼື​ບ່ອນ​ທີ່​ມີ​ຄົນ​ຫຼາຍໆ.” ໂຈຊົວ​ກັບ​ບຣິດເຈັດ​ເມຍ​ຂອງ​ລາວ​ເຈິ​ຫຼາຍ​ຄົນ​ຢູ່​ເຮືອນ​ເມື່ອ​ເຂົາເຈົ້າ​ໄປ​ປະກາດ​ຕອນ​ແລງ​ຫຼື​ວັນ​ທິດ​ຕອນ​ສວາຍ.—ອຟຊ. 5:15, 16

ປ່ຽນ​ເວລາ​ແລະ​ບ່ອນ​ປະກາດ (ເບິ່ງ​ຂໍ້ 11)


12. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ທີ່​ເຮົາ​ລົມ​ນຳ​ເຊື່ອ​ຫຍັງ​ຫຼື​ເປັນ​ຫ່ວງ​ເລື່ອງ​ໃດ?

12 ຖ້າ​ຄົນ​ທີ່​ເຮົາ​ລົມ​ນຳ​ບໍ່​ສົນໃຈ​ເລື່ອງ​ທີ່​ເຮົາ​ປະກາດ​ປານ​ໃດ ໃຫ້​ລອງ​ຖາມ​ເຂົາເຈົ້າ​ເບິ່ງ​ວ່າ​ເຂົາເຈົ້າ​ເຊື່ອ​ຫຍັງ​ຫຼື​ເປັນ​ຫ່ວງ​ເລື່ອງ​ໃດ. ໂຈຊົວ​ກັບ​ບຣິດເຈັດ​ໃຊ້​ຄຳ​ຖາມ​ທີ່​ຢູ່​ທາງ​ໜ້າ​ແຜ່ນພັບ​ເພື່ອ​ເລີ່ມ​ລົມ​ກັບ​ຄົນ​ອື່ນ. ເຮົາ​ກໍ​ສາມາດ​ໃຊ້​ຄຳ​ຖາມ​ທີ່​ຢູ່​ທາງ​ໜ້າ​ແຜ່ນພັບ​ອັນ​ໃດ​ອັນ​ໜຶ່ງ​ເພື່ອ​ຈະ​ຮູ້​ວ່າ​ຄົນ​ເຊື່ອ​ແນວ​ໃດ. ເມື່ອ​ຖາມ​ຄຳ​ຖາມ​ທີ່​ຢູ່​ທາງ​ໜ້າ​ແຜ່ນພັບ ເຮົາ​ກໍ​ຈະ​ຮູ້​ວ່າ​ຄົນ​ຄິດ​ແນວ​ໃດ​ກ່ຽວກັບ​ເລື່ອງ​ຕ່າງໆ. ຫຼາຍ​ເທື່ອ​ການ​ເຮັດ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ເລີ່ມ​ລົມ​ກັບ​ເຂົາເຈົ້າ​ໄດ້.

13. ເຖິງ​ວ່າ​ຄົນ​ຈະ​ບໍ່​ຟັງ​ເຮົາ ແຕ່​ເປັນ​ຫຍັງ​ຈຶ່ງ​ຖື​ວ່າ​ເຮົາ​ປະສົບ​ຄວາມ​ສຳເລັດ​ໃນ​ວຽກ​ປະກາດ? (ສຸພາສິດ 27:11)

13 ຄວາມ​ສຳເລັດ​ໃນ​ວຽກ​ປະກາດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວ່າ​ຄົນ​ຟັງ​ເຮົາ​ຫຼາຍ​ສ່ຳ​ໃດ. ຍ້ອນຫຍັງ? ຍ້ອນ​ເຮົາ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ບອກ​ແລ້ວ ນັ້ນ​ກໍ​ຄື​ເຮົາ​ໄດ້​ປະກາດ​ຂ່າວ​ດີ. (ກຈກ. 10:42) ເຖິງ​ວ່າ​ເຮົາ​ຈະ​ບໍ່​ເຈິ​ຄົນ​ທີ່​ຈະ​ລົມ​ນຳ​ໄດ້​ຫຼື​ບໍ່​ມີ​ໃຜ​ຟັງ​ເຮົາ ແຕ່​ເຮົາ​ກໍ​ມີ​ຄວາມ​ສຸກ​ຍ້ອນ​ເຮົາ​ຮູ້​ວ່າ​ເຮົາ​ກຳລັງ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພໍໃຈ.—ອ່ານ​ສຸພາສິດ 27:11

14. ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ມີ​ຄວາມ​ສຸກ​ເມື່ອ​ພີ່ນ້ອງ​ຜູ້​ໃດ​ຜູ້​ໜຶ່ງ​ເຈິ​ຄົນ​ທີ່​ສົນໃຈ​ຄວາມ​ຈິງ?

14 ພວກ​ເຮົາ​ທຸກ​ຄົນ​ມີ​ຄວາມ​ສຸກ​ເມື່ອ​ພີ່ນ້ອງ​ຜູ້​ໃດ​ຜູ້​ໜຶ່ງ​ໄປ​ປະກາດ​ແລະ​ເຈິ​ຄົນ​ທີ່​ສົນໃຈ​ຄວາມ​ຈິງ. ຫໍສັງເກດການ​ສົມທຽບ​ວຽກ​ປະກາດ​ທີ່​ເຮົາ​ເຮັດ​ວ່າ​ເປັນ​ຄື​ກັບ​ການ​ຊອກ​ຫາ​ເດັກນ້ອຍ​ທີ່​ເສຍ. ທຸກ​ຄົນ​ທີ່​ຊອກ​ຫາ​ເດັກນ້ອຍ​ຕ້ອງ​ເຮັດ​ວຽກ​ເປັນ​ທີມ​ເພື່ອ​ຊ່ວຍ​ກັນ​ຊອກ​ຫາ​ຢູ່​ຫຼາຍ​ບ່ອນ. ເມື່ອ​ເຈິ​ເດັກນ້ອຍ​ແລ້ວ​ທຸກ​ຄົນ​ກໍ​ດີ​ໃຈ​ຫຼາຍ ບໍ່​ແມ່ນ​ແຕ່​ຜູ້​ທີ່​ຊອກ​ເຫັນ​ເທົ່າ​ນັ້ນ. ຄ້າຍຄື​ກັນ ວຽກ​ຊ່ວຍ​ຄົນ​ໃຫ້​ເປັນ​ລູກສິດ​ກໍ​ເປັນ​ວຽກ​ທີ່​ເຮົາ​ຕ້ອງ​ເຮັດ​ນຳ​ກັນ​ເປັນ​ທີມ. ເຮົາ​ທຸກ​ຄົນ​ຕ້ອງ​ຊ່ວຍ​ກັນ​ໄປ​ຊອກ​ຫາ​ຄົນ​ໃນ​ເຂດ ແລະ​ເມື່ອ​ມີ​ຄົນ​ໃໝ່​ເລີ່ມ​ມາ​ປະຊຸມ ເຮົາ​ທຸກ​ຄົນ​ກໍ​ມີ​ຄວາມ​ສຸກ​ນຳ​ກັນ.

ຄິດ​ເຖິງ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄົນ​ອື່ນ

15. ເຮົາ​ຈະ​ກະຕືລືລົ້ນ​ໃນ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? (ມັດທາຍ 22:37-39) (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

15 ເຮົາ​ຈະ​ກະຕືລືລົ້ນ​ໃນ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ໂດຍ​ຄິດ​ເຖິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄົນ​ອື່ນ. (ອ່ານ​ມັດທາຍ 22:37-39) ໃຫ້​ນຶກພາບ​ວ່າ​ພະ​ເຢໂຫວາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ເຮົາ​ເຮັດ​ວຽກ​ທີ່​ເພິ່ນ​ມອບໝາຍ​ໃຫ້​ເຮົາ​ເຮັດ ແລະ​ຄົນ​ທີ່​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກໍ​ມີ​ຄວາມ​ສຸກ! ໃຫ້​ຈື່​ໄວ້​ວ່າ​ຄົນ​ທີ່​ຟັງ​ສິ່ງ​ທີ່​ເຮົາ​ປະກາດ​ແລະ​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ ເຂົາເຈົ້າ​ຈະ​ມີ​ໂອກາດ​ໄດ້​ຊີວິດ​ຕະຫຼອດ​ໄປ.—ຢຮ. 6:40; 1ຕມ. 4:16

ການ​ຄິດ​ເຖິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄົນ​ອື່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ (ເບິ່ງ​ຂໍ້ 15)


16. ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ປະກາດ​ແນວ​ໃດ​ເຖິງ​ວ່າ​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

16 ເຈົ້າ​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ​ຍ້ອນ​ເຫດຜົນ​ບາງ​ຢ່າງ​ບໍ? ຖ້າ​ແມ່ນ ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ສະແດງ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ. ຕອນ​ທີ່​ພະຍາດ​ໂຄວິດ-19 ລະບາດ ຊາມູເອນ​ກັບ​ດາ​ເນຍ​ເມຍ​ຂອງ​ລາວ​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ. ຕອນ​ນັ້ນ​ມັນ​ຍາກ​ຫຼາຍ​ສຳລັບ​ເຂົາເຈົ້າ ແຕ່​ເຂົາເຈົ້າ​ກໍ​ຍັງ​ປະກາດ​ເປັນ​ປະຈຳ​ທາງ​ໂທລະສັບ ທາງ​ຈົດໝາຍ ແລະ​ສຶກສາ​ກັບ​ຫຼາຍ​ຄົນ​ທາງ​ຊູມ. ຊາມູເອນ​ປະກາດ​ກັບ​ຄົນ​ທີ່​ລາວ​ເຈິ​ຢູ່​ຄລີນິກ​ທີ່​ລາວ​ໄປ​ປົວ​ມະເຮັງ. ລາວ​ເວົ້າ​ວ່າ: “ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ ເຮົາ​ອາດ​ຮູ້ສຶກ​ກັງວົນ ເມື່ອຍ ແລະ​ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ອາດ​ຖືກ​ທົດສອບ. ແຕ່​ເຮົາ​ຕ້ອງ​ພະຍາຍາມ​ຊອກ​ວິທີ​ທີ່​ຈະ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.” ຕອນ​ທີ່​ເຈິ​ກັບ​ເລື່ອງ​ທັງໝົດ​ນີ້ ດາ​ເນຍ​ພັດ​ມາ​ລົ້ມ​ແລະ​ຕ້ອງ​ນອນ​ຢູ່​ຕຽງ​ລຸກ​ໄປ​ໃສ​ບໍ່​ໄດ້ 3 ເດືອນ. ຫຼັງ​ຈາກ​ນັ້ນ ລາວ​ກໍ​ຕ້ອງ​ນັ່ງ​ຢູ່​ລໍ້​ຍູ້​ອີກ 6 ເດືອນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ດາ​ເນຍ​ເວົ້າ​ວ່າ: “ຂ້ອຍ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ເທົ່າ​ທີ່​ຂ້ອຍ​ເຮັດ​ໄດ້. ຂ້ອຍ​ປະກາດ​ກັບ​ນາງ​ພະຍາບານ​ທີ່​ມາ​ຢາມ ລົມ​ກັບ​ຄົນ​ທີ່​ມາ​ສົ່ງ​ເຄື່ອງ​ຢູ່​ເຮືອນ ແລະ​ຂ້ອຍ​ຍັງ​ປະກາດ​ທາງ​ໂທລະສັບ​ກັບ​ຕົວແທນ​ບໍລິສັດ​ທີ່​ຂາຍ​ອຸປະກອນ​ທາງ​ການ​ແພດ​ນຳ.” ເຖິງ​ວ່າ​ສະພາບການ​ຂອງ​ຊາມູເອນ​ກັບ​ດາ​ເນຍ​ເຮັດ​ໃຫ້​ເຂົາເຈົ້າ​ເຮັດ​ຫຍັງ​ບໍ່​ໄດ້​ຫຼາຍ​ຄື​ກັບ​ທີ່​ຜ່ານ​ມາ ແຕ່​ເຂົາເຈົ້າ​ກໍ​ຍັງ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ແລະ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ແບບ​ນັ້ນ.

17. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ຄຳ​ແນະນຳ​ໃນ​ບົດ​ນີ້?

17 ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ທັງ​ຫ້າ​ຢ່າງ​ທີ່​ເວົ້າ​ເຖິງ​ໃນ​ບົດ​ນີ້. ຄຳ​ແນະນຳ​ແຕ່​ລະ​ຢ່າງ​ເປັນ​ຄື​ກັບ​ສ່ວນ​ປະກອບ​ທີ່​ໃຊ້​ເຮັດ​ຂອງກິນ. ເມື່ອ​ເອົາ​ສ່ວນ​ປະກອບ​ທັງໝົດ​ມາ​ໃສ່​ລວມ​ກັນ ເຮົາ​ກໍ​ຈະ​ໄດ້​ຂອງກິນ​ທີ່​ແຊບໆ. ຄ້າຍຄື​ກັນ ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ທັງ​ຫ້າ​ຢ່າງ ເຮົາ​ກໍ​ຈະ​ຮັບມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ດີ​ຂຶ້ນ ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ.

ການ​ເຮັດ​ຕາມ​ຄຳ​ແນະນຳ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ມີ​ຄວາມ​ສຸກ​ໃນ​ການ​ປະກາດ?

  • ໃຊ້​ເວລາ​ກຽມ​ໂຕ​ດີໆ​ກ່ອນ​ໄປ​ປະກາດ

  • ອະທິດຖານ​ຂໍ​ໃຫ້​ມີ​ຄວາມ​ກ້າ

  • ຄິດ​ເຖິງ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄົນ​ອື່ນ

ເພງ​ທີ 80 “ລອງ​ຊີມ​ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ”