ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 17

ເພງ​ທີ 111 ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

ໃຫ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ຕໍ່ໆ​ໄປ

ໃຫ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ຕໍ່ໆ​ໄປ

“ໃຫ້​ດີ​ໃຈ​ແລະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ສິ່ງ​ທີ່​ເຮົາ​ຈະ​ສ້າງ.”ອຊຢ. 65:18

ຈຸດ​ສຳຄັນ

ເຮົາ​ຈະ​ຮຽນ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ເມື່ອ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ ແລະ​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ນີ້.

1. ອຸທິຍານ​ໂດຍ​ໄນ​ແມ່ນ​ຫຍັງ? ແລະ​ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

 ໃນ​ທຸກ​ມື້​ນີ້​ມີ​ບ່ອນ​ໜຶ່ງ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ທີ່​ງາມໆ​ແລະ​ມີ​ແຕ່​ຄວາມ​ສະຫງົບສຸກ. ມີ​ຫຼາຍ​ລ້ານ​ຄົນ​ຢູ່​ຫັ້ນ​ແລະ​ເຂົາເຈົ້າ​ກຳລັງ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ. ເຂົາເຈົ້າ​ຕັ້ງໃຈ​ທີ່​ຈະ​ຢູ່​ໃນ​ອຸທິຍານ​ນີ້​ຕໍ່ໆ​ໄປ. ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ຢາກ​ໃຫ້​ອີກ​ຫຼາຍ​ຄົນ​ມາ​ຢູ່​ນຳ​ເຂົາເຈົ້າ​ໃນ​ອຸທິຍານ​ນີ້. ອຸທິຍານ​ນີ້​ແມ່ນ​ຫຍັງ? ແມ່ນ​ອຸທິຍານ​ໂດຍ​ໄນ. a

2. ອຸທິຍານ​ໂດຍ​ໄນ​ເປັນ​ຕາ​ງຶດ​ແນວ​ໃດ?

2 ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ງຶດ​ຫຼາຍ. ເພິ່ນ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ມີ​ຄວາມ​ສະຫງົບສຸກ​ແລະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ທ່າມກາງ​ໂລກ​ຂອງ​ຊາຕານ​ທີ່​ມີ​ແຕ່​ຄວາມ​ກຽດຊັງ ຄວາມ​ຊົ່ວ​ຮ້າຍ ແລະ​ອັນຕະລາຍ. (1ຢຮ. 5:19; ພນມ. 12:12) ພະ​ເຢໂຫວາ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ເຫັນ​ວ່າ​ໂລກ​ທີ່​ຊາຕານ​ປົກຄອງ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ເຮົາ​ຫຼາຍ​ແທ້ໆ ເພິ່ນ​ຈຶ່ງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ປອດໄພ​ເພື່ອ​ຈະ​ຮັບໃຊ້​ເພິ່ນ​ຕໍ່ໆ​ໄປ​ຢ່າງ​ມີ​ຄວາມ​ສຸກ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ອຸທິຍານ​ໂດຍ​ໄນ​ວ່າ​ເປັນ “ບ່ອນ​ຫຼົບ” ທີ່​ປອດໄພ ແລະ​ເປັນ “ສວນ​ທີ່​ຖືກ​ຫົດນ້ຳ​ຈົນ​ປຽກ.” (ອຊຢ. 4:6; 58:11) ພະ​ເຢໂຫວາ​ອວຍພອນ​ຄົນ​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ໃຫ້​ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ປອດໄພ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະໄໝ​ສຸດທ້າຍ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ.—ອຊຢ. 54:14; 2ຕມ. 3:1

3. ຄຳ​ພະຍາກອນ​ໃນ​ເອຊາຢາ​ບົດ 65 ເກີດຂຶ້ນ​ແທ້​ແນວ​ໃດ​ເທື່ອ​ທຳອິດ?

3 ພະ​ເຢໂຫວາ​ໃຊ້​ຜູ້​ພະຍາກອນ​ເອຊາຢາ​ໃຫ້​ເວົ້າ​ເຖິງ​ຊີວິດ​ຂອງ​ຄົນ​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ວ່າ​ຈະ​ເປັນ​ແນວ​ໃດ. ເຮົາ​ສາມາດ​ອ່ານ​ກ່ຽວກັບ​ເລື່ອງ​ນີ້​ໃນ​ເອຊາຢາ​ບົດ 65. ຄຳ​ພະຍາກອນ​ຂອງ​ເອຊາຢາ​ເກີດຂຶ້ນ​ແທ້​ເປັນ​ເທື່ອ​ທຳອິດ​ໃນ​ປີ 537 ກ່ອນ​ຄລິດຕະສັກກະຫຼາດ. ຕອນ​ນັ້ນ ຄົນ​ຢິວ​ຖືກ​ປົດ​ປ່ອຍ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ ແລະ​ເຂົາເຈົ້າ​ໄດ້​ກັບ​ໄປ​ເມືອງ​ເຢຣູຊາເລັມ​ທີ່​ເປັນ​ບ້ານ​ເກີດ​ຂອງ​ເຂົາເຈົ້າ. ພະ​ເຢໂຫວາ​ອວຍພອນ​ຄົນ​ຢິວ​ເຫຼົ່າ​ນັ້ນ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຟື້ນຟູ​ເມືອງ​ເຢຣູຊາເລັມ​ທີ່​ຮ້າງ​ເປົ່າ​ໃຫ້​ກັບ​ມາ​ງາມ​ອີກ​ເທື່ອ​ໜຶ່ງ ແລະ​ຟື້ນຟູ​ວິຫານ​ເຊິ່ງ​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້​ຂອງ​ຄົນ​ອິດສະຣາເອນ.—ອຊຢ. 51:11; ຊຄຢ. 8:3

4. ຄຳ​ພະຍາກອນ​ໃນ​ເອຊາຢາ​ບົດ 65 ເກີດຂຶ້ນ​ແທ້​ແນວ​ໃດ​ໃນ​ທຸກ​ມື້​ນີ້?

4 ຄຳ​ພະຍາກອນ​ຂອງ​ເອຊາຢາ​ເກີດຂຶ້ນ​ແທ້​ເທື່ອ​ທີ 2 ຕັ້ງແຕ່​ປີ 1919 ຕອນ​ທີ່​ຜູ້​ນະມັດສະການ​ຂອງ​ພະ​ເຢໂຫວາ​ໄດ້​ເປັນ​ອິດສະຫຼະ​ຈາກ​ບາບີໂລນ​ໃຫຍ່. ຕັ້ງແຕ່​ນັ້ນ​ມາ ອຸທິຍານ​ໂດຍ​ໄນ​ກໍ​ເລີ່ມ​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ. ຜູ້​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ທີ່​ກະຕືລືລົ້ນ​ໄດ້​ຕັ້ງ​ປະຊາຄົມ​ໃນ​ບ່ອນ​ຕ່າງໆ ແລະ​ເຂົາເຈົ້າ​ໄດ້​ສະແດງ​ຄຸນລັກສະນະ​ແບບ​ຄລິດສະຕຽນ. ແຕ່​ກີ້​ຄົນ​ເຫຼົ່າ​ນີ້​ມັກ​ໃຊ້​ຄວາມ​ຮຸນແຮງ​ແລະ​ເປັນ​ຄົນ​ບໍ່​ມີ​ສິນລະທຳ. ແຕ່​ເຂົາເຈົ້າ​ໄດ້​ປ່ຽນແປງ​ໂຕເອງ​ໂດຍ “ປູກ​ຝັງ​ນິດໄສ​ໃໝ່​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ທີ່​ພະເຈົ້າ​ຕ້ອງການ.” (ອຟຊ. 4:24) ແນ່ນອນ​ວ່າ​ສິ່ງ​ດີໆ​ຫຼາຍ​ຢ່າງ​ທີ່​ເອຊາຢາ​ເວົ້າ​ເຖິງ​ຈະ​ເກີດຂຶ້ນ​ແທ້​ໃນ​ໂລກ​ໃໝ່. ແຕ່​ຕອນນີ້​ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ​ຈາກ​ການ​ໄດ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ຢູ່​ໃນ​ອຸທິຍານ​ນີ້​ຕໍ່ໆ​ໄປ.

ຄົນ​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່?

5. ຕາມ​ທີ່​ສັນຍາ​ໄວ້​ໃນ​ເອຊາຢາ 65:13 ເຮົາ​ຈະ​ໄດ້​ຫຍັງ​ເມື່ອ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ?

5 ໄດ້​ຮັບ​ການ​ລ້ຽງ​ຢ່າງ​ດີ​ແລະ​ສົດ​ຊື່ນ. ຄຳ​ພະຍາກອນ​ຂອງ​ເອຊາຢາ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ກັນ​ຫຼາຍ​ແທ້ໆ​ລະຫວ່າງ​ຄົນ​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ກັບ​ຄົນ​ທີ່​ບໍ່​ໄດ້​ຢູ່. (ອ່ານ​ເອຊາຢາ 65:13) ພະ​ເຢໂຫວາ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ ເຊັ່ນ: ເຮົາ​ໄດ້​ຮັບ​ພະລັງ​ບໍລິສຸດ ເຮົາ​ມີ​ຄຳພີ​ໄບເບິນ ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ເພື່ອ​ເຮົາ​ຈະ “ມີ​ແນວ​ກິນ . . . ມີ​ນ້ຳ​ກິນ . . . [ແລະ] ມີ​ຄວາມ​ສຸກ.” (ສົມທຽບ​ກັບ​ພະ​ນິມິດ 22:17) ກົງ​ກັນ​ຂ້າມ ຄົນ​ທີ່​ບໍ່​ໄດ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ “ຈະ​ອຶດຢາກ . . . ຈະ​ຫິວ​ນ້ຳ . . . [ແລະ] ຈະ​ອັບອາຍ” ຍ້ອນ​ເຂົາເຈົ້າ​ບໍ່​ຮູ້​ຈັກ​ພະ​ເຢໂຫວາ.—ອມ. 8:11

6. ໃນ​ໂຢເອນ 2:21-24 ພະ​ເຢໂຫວາ​ໃຫ້​ຫຍັງ​ເຮົາ​ແດ່ ແລະ​ສິ່ງ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

6 ໃນ​ຄຳ​ພະຍາກອນ​ຂອງ​ໂຢເອນ ລາວ​ເວົ້າ​ເຖິງ​ອາຫານ​ຫຼັກ​ໃນ​ຊີວິດ ເຊັ່ນ: ເຂົ້າ ເຫຼົ້າແວງ ແລະ​ນ້ຳມັນ​ໝາກກອກ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ທຸກ​ຢ່າງ ເຊິ່ງ​ລວມ​ເຖິງ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ. (ຢອ. 2:21-24) ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄຳພີ​ໄບເບິນ ປຶ້ມ​ຕ່າງໆ ເວັບໄຊ ການ​ປະຊຸມ​ປະຈຳ​ປະຊາຄົມ ແລະ​ການ​ປະຊຸມ​ໃຫຍ່​ຕ່າງໆ. ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ເຫຼົ່າ​ນີ້​ທຸກ​ມື້ ເຮົາ​ຈຶ່ງ​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ລ້ຽງ​ຢ່າງ​ດີ​ແລະ​ສົດ​ຊື່ນ​ຂຶ້ນ.

7. ອັນ​ໃດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ? (ເອຊາຢາ 65:14)

7 ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ພໍໃຈ. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ “ຮ້ອງ​ດ້ວຍ​ຄວາມ​ດີ​ໃຈ” ຍ້ອນ​ເຂົາເຈົ້າ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ. (ອ່ານ​ເອຊາຢາ 65:14) ເມື່ອ​ເຮົາ​ໄດ້​ຮູ້​ຄວາມ​ຈິງ​ແລະ​ໄດ້​ເຫັນ​ຄຳ​ສັນຍາ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ຄຳພີ​ໄບເບິນ ແລະ​ເຮົາ​ໝັ້ນໃຈ​ໃນ​ຄວາມ​ຫວັງ​ໄດ້​ຍ້ອນ​ຄ່າໄຖ່​ຂອງ​ພະ​ເຢຊູ ເຮົາ​ກໍ “ມີ​ຄວາມ​ສຸກ.” ການ​ເວົ້າ​ເລື່ອງ​ນີ້​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.—ພສ. 34:8; 133:1-3

8. ສອງ​ຢ່າງ​ທີ່​ເດັ່ນ​ໃນ​ອຸທິຍານ​ໂດຍ​ໄນ​ມີ​ຫຍັງ​ແດ່?

8 ຄວາມ​ຮັກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເປັນ 2 ຢ່າງ​ທີ່​ເດັ່ນ​ໃນ​ອຸທິຍານ​ໂດຍ​ໄນ. ຄວາມ “ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ” ຊ່ວຍ​ເຮົາ​ໃຫ້​ນຶກພາບ​ອອກ​ເລີຍ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ. ໃນ​ຕອນ​ນັ້ນ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈະ​ຮັກ​ກັນ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ກວ່າ​ໃນ​ຕອນນີ້​ອີກ. (ກລຊ. 3:14) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເລົ່າ​ປະສົບການ​ຕອນ​ທີ່​ລາວ​ໄດ້​ເຈິ​ກັບ​ພະຍານ​ພະ​ເຢໂຫວາ​ເທື່ອ​ທຳອິດ. ລາວ​ເວົ້າ​ວ່າ: “ຕອນ​ນັ້ນ​ຂ້ອຍ​ບໍ່​ຮູ້​ເລີຍ​ວ່າ​ຄວາມ​ສຸກ​ເປັນ​ແນວ​ໃດ ຍ້ອນ​ໃນ​ຄອບຄົວ​ຂອງ​ຂ້ອຍ​ບໍ່​ມີ​ຄວາມ​ສຸກ. ແຕ່​ເທື່ອ​ທຳອິດ​ທີ່​ຂ້ອຍ​ເຫັນ​ພະຍານ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ກັນ ຂ້ອຍ​ຈຶ່ງ​ຮູ້​ວ່າ​ຄວາມ​ຮັກ​ແທ້​ເປັນ​ແນວ​ໃດ.” ຖ້າ​ຜູ້​ໃດ​ຢາກ​ມີ​ຄວາມ​ສຸກ​ແລະ​ຄວາມ​ພໍໃຈ ຕ້ອງ​ເຂົ້າ​ມາ​ໃນ​ອຸທິຍານ​ໂດຍ​ໄນ. ບໍ່​ວ່າ​ຄົນ​ໃນ​ໂລກ​ນີ້​ຈະ​ຄິດ​ແນວ​ໃດ​ກ່ຽວກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ແຕ່​ເຂົາເຈົ້າ​ກໍ​ມີ​ຊື່​ສຽງ​ທີ່​ດີ​ສຳລັບ​ເພິ່ນ​ແລະ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ.—ອຊຢ. 65:15

9. ເອຊາຢາ 65:16, 17 ເວົ້າ​ແນວ​ໃດ​ກ່ຽວກັບ​ຄວາມ​ເຈັບ​ປວດ​ໃຈ​ແລະ​ຄວາມ​ທຸກ​ລຳບາກ​ທີ່​ເຮົາ​ເຈິ​ໃນ​ຕອນນີ້?

9 ຜ່ອນຄາຍ​ແລະ​ສະຫງົບໃຈ. ເອຊາຢາ 65:14 ບອກ​ວ່າ ຄົນ​ທີ່​ເລືອກ​ທີ່​ຈະ​ບໍ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ຈະ “ຮ້ອງໄຫ້​ຍ້ອນ​ເຈັບ​ປວດ​ໃຈ [ແລະ] ຈະ​ຮ້ອງໄຫ້​ເສຍໃຈ​ຍ້ອນ​ໝົດ​ຫວັງ.” ແຕ່​ຄວາມ​ເຈັບ​ປວດ​ແລະ​ຄວາມ​ທຸກ​ລຳບາກ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຈິ​ໃນ​ທຸກ​ມື້​ນີ້​ເດ​ຈະ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ ໃນ​ທີ່​ສຸດ “ຈະ​ບໍ່​ມີ​ໃຜ​ຄິດ​ເຖິງ​ຄວາມ​ທຸກ​ລຳບາກ​ທີ່​ເຄີຍ​ມີ​ແຕ່​ກີ້ [ແລະ] ຈະ​ບໍ່​ມີ​ສິ່ງ​ເຫຼົ່າ​ນີ້​ໃຫ້ [ພະເຈົ້າ] ໄດ້​ເຫັນ​ອີກ.” (ອ່ານ​ເອຊາຢາ 65:16, 17) ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ບັນຫາ​ທຸກ​ຢ່າງ​ຂອງ​ເຮົາ​ໝົດ​ໄປ ແລະ​ເຮົາ​ຈະ​ບໍ່​ຄິດ​ເຖິງ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ໃຈ​ອີກ​ເລີຍ.

10. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ຢູ່​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ? (ເບິ່ງ​ຮູບ​ນຳ)

10 ແມ່ນ​ແຕ່​ຕອນນີ້​ເຮົາ​ກໍ​ຮູ້ສຶກ​ສະຫງົບໃຈ​ຫຼາຍ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ. ຢູ່​ຫັ້ນ​ເຮົາ​ຮູ້ສຶກ​ຜ່ອນຄາຍ​ແລະ​ບໍ່​ເຄັ່ງ​ຕຶງ​ກັບ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ໂລກ​ຂອງ​ຊາຕານ. ເຮົາ​ຍັງ​ຊ່ວຍ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ຮູ້ສຶກ​ສະຫງົບໃຈ​ໄດ້​ຄື​ກັນ​ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ ຄວາມ​ເມດຕາ ແລະ​ຄວາມ​ອ່ອນໂຍນ​ເຊິ່ງ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22, 23) ເຮົາ​ດີ​ໃຈ​ແທ້ໆ​ທີ່​ໄດ້​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ! ຜູ້​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ຈະ​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເກີດຂຶ້ນ​ແທ້​ເມື່ອ​ເພິ່ນ​ສ້າງ “ຟ້າ​ສະຫວັນ​ໃໝ່​ແລະ​ໂລກ​ໃໝ່.”

ເຮົາ​ມີ​ຄວາມ​ສຸກ​ແທ້ໆ​ທີ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ໃນ​ອຸທິຍານ​ໂດຍ​ໄນ (ເບິ່ງ​ຂໍ້ 10) c


11. ຕາມ​ເອຊາຢາ 65:18, 19 ອຸທິຍານ​ໂດຍ​ໄນ​ທີ່​ພະ​ເຢໂຫວາ​ສ້າງ​ຂຶ້ນ​ມາ​ຄວນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

11 ຕື່ນເຕັ້ນ​ແລະ​ເຫັນຄ່າ. ເອຊາຢາ​ຍັງ​ເວົ້າ​ເຖິງ​ເຫດຜົນ​ທີ່​ເຮົາ​ຄວນ “ດີ​ໃຈ​ແລະ​ມີ​ຄວາມ​ສຸກ” ທີ່​ໄດ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ ເຊິ່ງ​ເປັນ​ສະພາບ​ແວດ​ລ້ອມ​ທີ່​ພະ​ເຢໂຫວາ​ສ້າງ​ຂຶ້ນ​ມາ. (ອ່ານ​ເອຊາຢາ 65:18, 19) ບໍ່​ແປກໃຈ​ເລີຍ​ທີ່​ພະ​ເຢໂຫວາ​ໃຊ້​ເຮົາ​ໃຫ້​ຊ່ວຍ​ຄົນ​ອື່ນ​ໃຫ້​ອອກ​ມາ​ຈາກ​ອົງການ​ຕ່າງໆ​ຂອງ​ໂລກ​ນີ້​ທີ່​ບໍ່​ໄດ້​ສອນ​ຄວາມ​ຈິງ​ກ່ຽວກັບ​ເພິ່ນ ແລະ​ພາ​ເຂົາເຈົ້າ​ໃຫ້​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ທີ່​ງາມໆ. ການ​ຮູ້​ຄວາມ​ຈິງ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ ເຮົາ​ຈຶ່ງ​ຢາກ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ກ່ຽວກັບ​ເລື່ອງ​ນີ້​ຄື​ກັນ.—ຢຣມ. 31:12

12. ຄຳ​ສັນຍາ​ໃນ​ເອຊາຢາ 65:20-24 ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ? ແລະ​ຍ້ອນຫຍັງ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?

12 ເຮົາ​ຍັງ​ຕື່ນເຕັ້ນ​ແລະ​ເຫັນຄ່າ​ຄວາມ​ຫວັງ​ທີ່​ເຮົາ​ມີ​ຍ້ອນ​ໄດ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ. ລອງ​ຄິດ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ເຫັນ​ແລະ​ໄດ້​ເຮັດ​ຫຍັງ​ແດ່​ໃນ​ໂລກ​ໃໝ່! ຄຳພີ​ໄບເບິນ​ສັນຍາ​ວ່າ: “ຈະ​ບໍ່​ມີ​ແອນ້ອຍ​ທີ່​ເກີດ​ມາ​ຢູ່​ໄດ້​ແຕ່​ສອງ​ສາມ​ມື້​ແລ້ວ​ກໍ​ຕາຍ. ຜູ້​ເຖົ້າ​ຈະ​ມີ​ອາຍຸ​ຍືນ​ຍາວ​ແລະ​ຈະ​ບໍ່​ຕາຍ​ກ່ອນ​ໄວ.” ເຮົາ​ຈະ “ປຸກ​ເຮືອນ​ແລະ​ໄດ້​ຢູ່​ໃນ​ເຮືອນ​ນັ້ນ [ແລະ] ຈະ​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ໄດ້​ກິນ​ໝາກ​ຂອງ​ມັນ.” ເຮົາ​ຈະ “ບໍ່​ຕ້ອງ​ເຮັດ​ວຽກ​ເອົາ​ແທ້​ເອົາ​ວ່າ​ແລ້ວ​ບໍ່​ໄດ້​ຫຍັງ” ຍ້ອນ “ພະ​ເຢໂຫວາ [ຈະ] ອວຍພອນ” ເຮົາ. ເພິ່ນ​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ ປອດໄພ ແລະ​ມີ​ຈຸດມຸ່ງໝາຍ​ໃນ​ຊີວິດ. ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ຈຳເປັນ​ຕ້ອງ​ມີ​ຫຍັງ​ແລະ​ຈະ​ຕອບ “ກ່ອນ​ທີ່ [ເຮົາ] ຈະ​ຮ້ອງ​ຫາ” ເພິ່ນ ແລະ​ເພິ່ນ​ຈະ “ໃຫ້​ທຸກ​ຊີວິດ​ໄດ້​ສົມ​ຫວັງ.”—ອຊຢ. 65:20-24; ພສ. 145:16

13. ເອຊາຢາ 65:25 ເວົ້າ​ເຖິງ​ການ​ປ່ຽນແປງ​ຂອງ​ຄົນ​ທີ່​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ​ແນວ​ໃດ?

13 ສະຫງົບສຸກ​ແລະ​ປອດໄພ. ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຫຼາຍ​ຄົນ​ທີ່​ເຄີຍ​ມີ​ນິດໄສ​ທີ່​ໂຫດ​ຮ້າຍ​ຄື​ກັບ​ສັດ​ໃຫ້​ປ່ຽນແປງ​ໂຕເອງ​ໄດ້​ແທ້ໆ. (ອ່ານ​ເອຊາຢາ 65:25) ເຂົາເຈົ້າ​ໄດ້​ຖິ້ມ​ນິດໄສ​ເກົ່າ​ທີ່​ບໍ່​ດີ. (ຣມ. 12:2; ອຟຊ. 4:22-24) ແນ່ນອນ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຍັງ​ເປັນ​ຄົນ​ບໍ່​ສົມບູນແບບ ເຮົາ​ຈຶ່ງ​ເຮັດ​ຜິດ​ພາດ​ຢູ່. ແຕ່​ພະ​ເຢໂຫວາ​ໄດ້​ລວບລວມ “ຄົນ​ທຸກ​ປະເພດ” ທີ່​ຮັກ​ເພິ່ນ​ແລະ​ຮັກ​ກັນ​ແລະ​ກັນ​ໃຫ້​ມາ​ຢູ່​ນຳ​ກັນ. ຜົນ​ກໍ​ຄື​ເຮົາ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. (ຕຕ. 2:11) ການ​ອັດສະຈັນ​ແບບ​ນີ້​ມີ​ແຕ່​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ເທົ່າ​ນັ້ນ​ທີ່​ເຮັດ​ໄດ້!

14. ເອຊາຢາ 65:25 ເປັນ​ຈິງ​ແນວ​ໃດ​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ?

14 ຄົນ​ເຮົາ​ຈະ​ປ່ຽນແປງ​ໂຕເອງ​ໄດ້​ແທ້ໆ​ບໍ? ໃຫ້​ເຮົາ​ເບິ່ງ​ປະສົບການ​ນີ້​ນຳ​ກັນ. ຜູ້​ຊາຍ​ຄົນ​ໜຶ່ງ​ອາຍຸ​ປະມານ 20 ປີ ເຄີຍ​ເຂົ້າ​ຄຸກ​ອອກ​ຄຸກ​ຫຼາຍ​ເທື່ອ ລາວ​ມັກ​ໃຊ້​ຊີວິດ​ແບບ​ຜິດ​ສິນລະທຳ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ. ລາວ​ຕິດ​ຄຸກ​ຍ້ອນ​ລັກ​ລົດ​ໃຫຍ່ ລັກ​ເຄື່ອງ ແລະ​ກໍ່​ອາດຊະຍາກຳ​ຮ້າຍ​ແຮງ​ອື່ນໆ. ລາວ​ພ້ອມ​ທີ່​ຈະ​ມີ​ເລື່ອງ​ກັບ​ທຸກ​ຄົນ. ຕອນ​ທີ່​ລາວ​ໄດ້​ຍິນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເທື່ອ​ທຳອິດ​ແລະ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ ລາວ​ໝັ້ນໃຈ​ວ່າ​ໄດ້​ເຈິ​ຈຸດມຸ່ງໝາຍ​ໃນ​ຊີວິດ​ແລ້ວ ນັ້ນ​ກໍ​ຄື ການ​ໄດ້​ນະມັດສະການ​ພະ​ເຢໂຫວາ​ຢູ່​ອຸທິຍານ​ໂດຍ​ໄນ. ຫຼັງ​ຈາກ​ລາວ​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລ້ວ ລາວ​ມັກ​ຄິດ​ເລື້ອຍໆ​ວ່າ​ເອຊາຢາ 65:25 ຖືກ​ກັບ​ຊີວິດ​ຂອງ​ລາວ. ລາວ​ໄດ້​ປ່ຽນ​ຈາກ​ຄົນ​ທີ່​ມັກ​ໃຊ້​ຄວາມ​ຮຸນແຮງ​ແລະ​ໂຫດ​ຮ້າຍ​ຄື​ກັບ​ສິງ​ມາ​ເປັນ​ຄົນ​ທີ່​ຮັກ​ຄວາມ​ສະຫງົບສຸກ​ຄື​ກັບ​ແກະ​ນ້ອຍ.

15. ເປັນ​ຫຍັງ​ເຮົາ​ຢາກ​ຊວນ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ? ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

15 ເອຊາຢາ 65:13 ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ” ແລະ​ທ້າຍ​ຂໍ້ 25 ເວົ້າ​ວ່າ “ພະ​ເຢໂຫວາ​ເວົ້າ​ແນວ​ນີ້.” ຄຳເວົ້າ​ຂອງ​ພະ​ເຢໂຫວາ​ເປັນ​ຈິງ​ສະເໝີ. (ອຊຢ. 55:10, 11) ໃນ​ທຸກ​ມື້​ນີ້ ອຸທິຍານ​ໂດຍ​ໄນ​ມີ​ແລ້ວ. ພະ​ເຢໂຫວາ​ໄດ້​ສ້າງ​ຄອບຄົວ​ໜຶ່ງ​ທີ່​ມີ​ແຕ່​ຜູ້​ນະມັດສະການ​ເພິ່ນ ເຊິ່ງ​ເປັນ​ຄອບຄົວ​ທີ່​ພິເສດ​ຫຼາຍ. ເມື່ອ​ເຮົາ​ໄດ້​ຢູ່​ໃນ​ຄອບຄົວ​ນີ້ ເຮົາ​ກໍ​ມີ​ຄວາມ​ສະຫງົບສຸກ​ແລະ​ຮູ້ສຶກ​ປອດໄພ​ເຖິງ​ວ່າ​ຈະ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄວາມ​ຮຸນແຮງ. (ພສ. 72:7) ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຢາກ​ຊ່ວຍ​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້​ໃຫ້​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ນີ້​ນຳ​ກັນ. ເຮົາ​ຈະ​ເຮັດ​ແບບ​ນີ້​ໄດ້​ໂດຍ​ທຸ່ມເທ​ໂຕເອງ​ໃນ​ການ​ສອນ​ຄົນ​ໃຫ້​ເປັນ​ລູກສິດ.—ມທ. 28:19, 20

ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ?

16. ອັນ​ໃດ​ເຮັດ​ໃຫ້​ຄົນ​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ?

16 ເຮົາ​ແຕ່​ລະ​ຄົນ​ສາມາດ​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ. ວິທີ​ໜຶ່ງ​ແມ່ນ ການ​ຮຽນ​ແບບ​ພະ​ເຢໂຫວາ. ເພິ່ນ​ບໍ່​ໄດ້​ບັງຄັບ​ໃຜ​ໃຫ້​ເຂົ້າ​ມາ​ໃນ​ອົງການ​ຂອງ​ເພິ່ນ ແຕ່​ເພິ່ນ “ຊັກ​ນຳ” ເຂົາເຈົ້າ​ດ້ວຍ​ຄວາມ​ອ່ອນໂຍນ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ. (ຢຮ. 6:44; ຢຣມ. 31:3) ເມື່ອ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມ​ຮັກ​ແລະ​ຄຸນລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ ເຂົາເຈົ້າ​ກໍ​ຢາກ​ເຂົ້າ​ມາ​ຫາ​ເພິ່ນ​ດ້ວຍ​ໂຕເອງ. ຄຸນລັກສະນະ​ທີ່​ດີ​ແລະ​ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ?

17. ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ?

17 ວິທີ​ທີ່​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ແມ່ນ ການ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເຫັນອົກເຫັນໃຈ​ຕໍ່​ພີ່ນ້ອງ. ເມື່ອ​ມີ​ຄົນ​ໃໝ່​ມາ​ປະຊຸມ​ກັບ​ເຮົາ ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ຄື​ກັບ​ຄົນ​ທີ່​ມາ​ຮ່ວມ​ປະຊຸມ​ໃນ​ເມື່ອງ​ໂກຣິນໂທ​ສະໄໝ​ບູຮານ ຄົນ​ເຫຼົ່າ​ນັ້ນ​ເວົ້າ​ວ່າ: “ພະເຈົ້າ​ຢູ່​ກັບ​ພວກ​ເຈົ້າ​ແທ້ໆ.” (1ກຣ. 14:24, 25; ຊຄຢ. 8:23) ດັ່ງນັ້ນ ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ວ່າ “ຂໍ​ໃຫ້​ພວກ​ເຈົ້າ​ຢູ່​ນຳ​ກັນ​ຢ່າງ​ສະຫງົບສຸກ.”—1ທຊ. 5:13

18. ອັນ​ໃດ​ອາດ​ຊ່ວຍ​ຄົນ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອົງການ​ຂອງ​ເຮົາ?

18 ເຮົາ​ຄວນ​ພະຍາຍາມ​ເບິ່ງ​ພີ່ນ້ອງ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ​ເຂົາເຈົ້າ. ເຮົາ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ເບິ່ງ​ຈຸດ​ທີ່​ດີ ບໍ່​ແມ່ນ​ຄວາມ​ບໍ່​ສົມບູນແບບ​ຂອງ​ເຂົາເຈົ້າ ຍ້ອນ​ວ່າ​ໃນ​ທີ່​ສຸດ​ຄວາມ​ບໍ່​ສົມບູນແບບ​ນັ້ນ​ກໍ​ຈະ​ໝົດ​ໄປ. ເມື່ອ​ເຮົາ​ມີ​ເລື່ອງ​ທີ່​ບໍ່​ເຂົ້າໃຈ​ກັນ​ກັບ​ພີ່ນ້ອງ ເຮົາ​ຈະ​ແກ້ໄຂ​ບັນຫາ​ໃນ​ແບບ​ທີ່​ສະແດງ​ຄວາມ​ຮັກ​ໂດຍ “ເມດຕາ​ກັນ ເຫັນອົກເຫັນໃຈ​ກັນ ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ.” (ອຟຊ. 4:32) ຖ້າ​ເຮົາ​ເຮັດ​ແບບ​ນີ້ ຄົນ​ທີ່​ຢາກ​ໄດ້​ຮັບ​ການ​ປະຕິບັດ​ແບບ​ດຽວ​ກັນ​ນີ້​ກໍ​ຢາກ​ຈະ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ. b

ໃຫ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ຕໍ່ໆ​ໄປ

19. (ກ) ໃນ​ຂອບ “ ເຂົາເຈົ້າ​ອອກ​ໄປ ແລ້ວ​ກໍ​ກັບ​ເຂົ້າ​ມາ” ບາງ​ຄົນ​ທີ່​ກັບ​ເຂົ້າ​ມາ​ໃນ​ອຸທິຍານ​ໂດຍ​ໄນ​ເວົ້າ​ແນວ​ໃດ? (ຂ) ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ​ຕໍ່ໆ​ໄປ? (ເບິ່ງ​ຮູບ​ນຳ)

19 ເຮົາ​ເຫັນຄ່າ​ອຸທິຍານ​ໂດຍ​ໄນ​ຫຼາຍ​ແທ້ໆ! ອຸທິຍານ​ນີ້​ງາມ​ຫຼາຍ​ກວ່າ​ເກົ່າ ແລະ​ຄົນ​ທີ່​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ກໍ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ. ຂໍ​ໃຫ້​ເຮົາ​ເຫັນຄ່າ​ອຸທິຍານ​ທີ່​ພະ​ເຢໂຫວາ​ສ້າງ​ໃຫ້​ເຮົາ. ທຸກ​ຄົນ​ທີ່​ຢາກ​ສົດ​ຊື່ນ ມີ​ຄວາມ​ສຸກ ສະຫງົບໃຈ ແລະ​ຮູ້ສຶກ​ປອດໄພ​ຕ້ອງ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ ແລະ​ໃຫ້​ຢູ່​ໃນ​ອຸທິຍານ​ນີ້​ຕໍ່ໆ​ໄປ! ແຕ່​ເຮົາ​ຕ້ອງ​ລະວັງ ຍ້ອນ​ຊາຕານ​ພະຍາຍາມ​ສຸດ​ຂີດ​ເພື່ອ​ຈະ​ເຮັດ​ໃຫ້​ເຮົາ​ອອກ​ຈາກ​ອຸທິຍານ​ໂດຍ​ໄນ​ນີ້. (1ປຕ. 5:8; ພນມ. 12:9) ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ມັນ​ເຮັດ​ສຳເລັດ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ພະຍາຍາມ​ເຕັມທີ​ທີ່​ຈະ​ປົກປ້ອງ​ອຸທິຍານ​ໂດຍ​ໄນ​ໃຫ້​ງາມ ບໍລິສຸດ ແລະ​ສະຫງົບສຸກ​ຕໍ່ໆ​ໄປ.

ຄົນ​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ຕໍ່ໆ​ໄປ​ຈະ​ມີ​ຄວາມ​ສຸກ​ຄື​ກັນ​ໃນ​ໂລກ​ໃໝ່​ທີ່​ເປັນ​ອຸທິຍານ​ແທ້ໆ (ເບິ່ງ​ຂໍ້ 19)


ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ອຸທິຍານ​ໂດຍ​ໄນ​ແມ່ນ​ຫຍັງ?

  • ຄົນ​ທີ່​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່?

  • ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ຢາກ​ເຂົ້າ​ມາ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ?

ເພງ​ທີ 144 ຈ້ອງ​ເບິ່ງ​ທີ່​ລາງວັນ

a ການ​ອະທິບາຍ​ຄຳສັບ: ຄຳ​ວ່າ “ອຸທິຍານ​ໂດຍ​ໄນ” ໝາຍເຖິງ​ສະພາບ​ແວດ​ລ້ອມ​ທີ່​ສະຫງົບສຸກ​ຍ້ອນ​ໄດ້​ນະມັດສະການ​ພະ​ເຢໂຫວາ. ເມື່ອ​ເຮົາ​ໄດ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ ເຮົາ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່ນ້ອງ.

b ເບິ່ງ​ວິດີໂອ​ຕອນນີ້​ພວກ​ເຂົາ​ເປັນ​ແນວ​ໃດ? ອະເລນາ ຊິດ​ນິ​ໂກ​ວາ—ວິທີ​ທີ່​ຄວາມ​ຝັນ​ຂອງ​ຂ້ອຍ​ເປັນ​ຈິງ ໃນ​ເວັບໄຊ jw.org ແລະ​ເບິ່ງ​ວ່າ​ພີ່ນ້ອງ​ອະເລນາ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່​ເມື່ອ​ຢູ່​ໃນ​ອຸທິຍານ​ໂດຍ​ໄນ. (ພາສາ​ໄທ)

c ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຫຼາຍ​ຄົນ​ມີ​ຄວາມ​ສຸກ​ທີ່​ໄດ້​ລົມ​ກັນ​ຢູ່​ຫໍປະຊຸມ ແຕ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄປ​ນັ່ງ​ຢູ່​ຄົນ​ດຽວ.