ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຄວາມ​ອ່ອນແອ​ຂອງ​ຂ້ອຍ​ເຮັດ​ໃຫ້​ເຫັນ​ວ່າ​ລິດເດດ​ຂອງ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ຢູ່

ຄວາມ​ອ່ອນແອ​ຂອງ​ຂ້ອຍ​ເຮັດ​ໃຫ້​ເຫັນ​ວ່າ​ລິດເດດ​ຂອງ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ຢູ່

ຂ້ອຍ​ກັບ​ເມຍ​ມາ​ຮອດ​ປະເທດ​ໂກລົມບີ​ໃນ​ປີ 1985. ຕອນ​ນັ້ນ​ຢູ່​ຫັ້ນ​ມີ​ແຕ່​ຄວາມ​ຮຸນແຮງ ຍ້ອນ​ລັດຖະບານ​ຕ້ອງ​ຕໍ່ສູ້​ກັບ​ພວກ​ຄ້າ​ຢາເສບຕິດ​ໃນ​ເມືອງ​ຕ່າງໆ ແລະ​ຕໍ່ສູ້​ກັບ​ພວກ​ກຸ່ມ​ໂຈນ​ທີ່​ຢູ່​ຕາມພູ. ໃນ​ເມືອງ​ເມເດຢິນ ເຊິ່ງ​ຕໍ່​ມາ​ເຮົາ​ໄດ້​ໄປ​ຮັບໃຊ້​ຢູ່​ຫັ້ນ ມີ​ພວກ​ໄວລຸ້ນ​ທີ່​ເປັນ​ນັກເລງ​ຍ່າງ​ຢູ່​ຕາມ​ທາງ ເຂົາເຈົ້າ​ຂາຍ​ຢາເສບຕິດ ຂູ່​ເອົາ​ເງິນ​ຈາກ​ຄົນ​ອື່ນ ແລະ​ຮັບຈ້າງ​ເປັນ​ມື​ປືນ. ຄົນ​ເຫຼົ່າ​ນີ້​ບໍ່​ມີ​ໃຜ​ຢູ່​ຈົນ​ຮອດ​ເຖົ້າ ຍ້ອນ​ຕາຍ​ຕັ້ງແຕ່​ຕອນ​ທີ່​ເປັນ​ໄວລຸ້ນ. ຕອນ​ຢູ່​ໂກລົມບີ ເຮົາ​ຮູ້ສຶກ​ຄື​ກັບ​ວ່າ​ກຳລັງ​ຢູ່​ອີກ​ໂລກ​ໜຶ່ງ.

ຄົນ​ທຳມະດາ 2 ຄົນ​ຈາກ​ປະເທດ​ແຟງລັງ​ທີ່​ຢູ່​ທາງ​ເໜືອ​ຂອງ​ໂລກ ມາ​ຢູ່​ທະວີບ​ອາເມຣິກາ​ໃຕ້​ໄດ້​ແນວ​ໃດ? ແລະ​ຕະຫຼອດ​ຊີວິດ​ທີ່​ຜ່ານ​ມາ​ຂ້ອຍ​ໄດ້​ຮຽນ​ຫຍັງ​ແດ່?

ຊີວິດ​ຕອນ​ຍັງ​ນ້ອຍ​ຢູ່​ປະເທດ​ແຟງລັງ

ຂ້ອຍ​ເກີດ​ໃນ​ປີ 1955. ຂ້ອຍ​ມີ​ອ້າຍ 2 ຄົນ ແລະ​ຂ້ອຍ​ເປັນ​ລູກ​ຫຼ້າ. ຂ້ອຍ​ໃຫຍ່​ຢູ່​ທາງ​ພາກ​ໃຕ້​ຂອງ​ແຟງລັງ​ເຊິ່ງ​ຕອນນີ້​ແຖວ​ນັ້ນ​ເອີ້ນ​ວ່າ​ເມືອງ​ວານຕາ.

ແມ່​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ບໍ່​ດົນ​ກ່ອນ​ທີ່​ຂ້ອຍ​ຈະ​ເກີດ ແຕ່​ພໍ່​ຂ້ອຍ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ຕໍ່ຕ້ານ​ຄວາມ​ຈິງ. ພໍ່​ບໍ່​ຍອມ​ໃຫ້​ແມ່​ສອນ​ຄຳພີ​ໄບເບິນ​ໃຫ້​ພວກ​ເຮົາ​ແລະ​ບໍ່​ໃຫ້​ພາ​ພວກ​ເຮົາ​ໄປ​ປະຊຸມ ແມ່​ຈຶ່ງ​ພະຍາຍາມ​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ພວກ​ເຮົາ​ຕອນ​ທີ່​ພໍ່​ບໍ່​ຢູ່.

ຂ້ອຍ​ຕັ້ງໃຈ​ທີ່​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ຕັ້ງແຕ່​ອາຍຸ 7 ປີ

ຂ້ອຍ​ຕັ້ງໃຈ​ທີ່​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ຕັ້ງແຕ່​ຍັງ​ນ້ອຍ. ຕົວຢ່າງ​ເຊັ່ນ: ຕອນ​ຂ້ອຍ​ອາຍຸ 7 ປີ ນາຍ​ຄູ​ຢູ່​ໂຮງຮຽນ​ໃຈ​ຮ້າຍ​ໃຫ້​ຂ້ອຍ​ຫຼາຍ ຍ້ອນ​ຂ້ອຍ​ບໍ່​ຍອມ​ກິນ​ເວຣິລັດຕິຢາ (ເຂົ້າໜົມ​ຂອງ​ແຟງລັງ​ທີ່​ມີ​ເລືອດ). ນາຍ​ຄູ​ເອົາ​ມື​ເບື້ອງ​ໜຶ່ງ​ບີບ​ປາກ​ຂ້ອຍ ແລະ​ມື​ອີກ​ເບື້ອງ​ໜຶ່ງ​ກໍ​ຖື​ສ້ອມ​ທີ່​ມີ​ເຂົ້າໜົມ ແລ້ວ​ພະຍາຍາມ​ຍັດ​ເຂົ້າໜົມ​ໃສ່​ປາກ​ຂ້ອຍ ແຕ່​ຂ້ອຍ​ປັດ​ສ້ອມ​ໃຫ້​ຕົກ​ຈາກ​ມື​ລາວ​ໄດ້.

ພໍ່​ຂ້ອຍ​ຕາຍ​ຕອນ​ຂ້ອຍ​ອາຍຸ 12 ປີ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ​ໄດ້. ພີ່ນ້ອງ​ໃນ​ປະຊາຄົມ​ສະແດງ​ຄວາມ​ສົນໃຈ​ຕໍ່​ຂ້ອຍ​ຫຼາຍ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ຢາກ​ກ້າວໜ້າ​ຫຼາຍ​ຂຶ້ນ. ຂ້ອຍ​ເລີ່ມ​ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້​ແລະ​ສຶກສາ​ຄົ້ນຄວ້າ​ປຶ້ມ​ຕ່າງໆ​ຂອງ​ອົງການ​ຢ່າງ​ຈິງ​ຈັງ. ການ​ມີ​ນິດໄສ​ສຶກສາ​ສ່ວນ​ໂຕ​ທີ່​ດີ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄຸນສົມບັດ​ຮັບ​ບັບເຕມາ​ໄດ້​ຕອນ​ອາຍຸ 14 ປີ. ຂ້ອຍ​ຮັບ​ບັບເຕມາ​ໃນ​ວັນ​ທີ 8 ສິງຫາ 1969.

ບໍ່​ດົນ​ຫຼັງ​ຈາກ​ຮຽນ​ຈົບ​ມັດທະຍົມ ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ. ສອງ​ສາມ​ອາທິດ​ຕໍ່​ມາ​ຂ້ອຍ​ກໍ​ຍ້າຍ​ໄປ​ເມືອງ​ປິລາເວຊີ​ທີ່​ຢູ່​ພາກ​ກາງ​ຂອງ​ແຟງລັງ​ເຊິ່ງ​ເປັນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.

ຢູ່​ເມືອງ​ປິລາເວຊີ ຂ້ອຍ​ໄດ້​ເຈິ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ຊີກກ້າ. ຂ້ອຍ​ປະທັບໃຈ​ລາວ​ຫຼາຍ ຍ້ອນ​ລາວ​ເປັນ​ຄົນ​ຖ່ອມ ມີ​ຄວາມ​ເຊື່ອ​ເຂັ້ມແຂງ ແລະ​ຮັກ​ພະ​ເຢໂຫວາ​ຫຼາຍ. ລາວ​ບໍ່​ໄດ້​ສະແຫວງ​ຫາ​ຊີວິດ​ທີ່​ສະດວກ​ສະບາຍ​ຫຼື​ມີ​ເງິນ​ຫຼາຍໆ. ເຮົາ 2 ຄົນ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະເຮັດ​ໄດ້​ບໍ່​ວ່າ​ຈະ​ເປັນ​ວຽກ​ມອບໝາຍ​ແບບ​ໃດ​ກໍ​ຕາມ. ເຮົາ​ແຕ່ງດອງ​ກັນ​ໃນ​ວັນ​ທີ 23 ມີນາ 1974. ແທນ​ທີ່​ຈະ​ໄປ​ຮັນນີມູນ ເຮົາ​ໄດ້​ຍ້າຍ​ໄປ​ຮັບໃຊ້​ຢູ່​ເມືອງ​ກາດຕຸລາ ເຊິ່ງ​ເປັນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.

ເຮືອນ​ທີ່​ເຮົາ​ເຊົ່າ​ຢູ່​ກາດຕຸລາ​ປະເທດ​ແຟງລັງ

ພະ​ເຢໂຫວາ​ເບິ່ງແຍງ​ເຮົາ

ລົດ​ທີ່​ອ້າຍ​ປະ​ໄວ້​ໃຫ້​ເຮົາ

ຫຼັງ​ຈາກ​ແຕ່ງດອງ​ແລ້ວ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້ເຮົາ​ເຫັນ​ວ່າ​ເພິ່ນ​ຈະ​ເບິ່ງແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ສະເໝີ​ຖ້າ​ເຮົາ​ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ມທ. 6:33) ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຢູ່​ເມືອງ​ກາດຕຸລາ​ເຮົາ​ບໍ່​ມີ​ລົດ​ໃຫຍ່ ຖ້າ​ຈະ​ໄປ​ໃສ​ເຮົາ​ກໍ​ຕ້ອງ​ໄດ້​ຂີ່​ລົດ​ຖີບ​ໄປ. ຍາມ​ໜາວ​ອາກາດ​ຈະ​ໜາວ​ຫຼາຍ​ຍ້ອນ​ອຸນຫະພູມ​ຫຼຸດ​ລົງ​ຈົນ​ຕິດ​ລົບ. ຖ້າ​ຈະ​ໄປ​ປະກາດ​ໃນ​ເຂດ​ຂອງ​ປະຊາຄົມ​ທີ່​ກວ້າງໆ​ຕ້ອງ​ມີ​ລົດ​ໃຫຍ່ ແຕ່​ຕອນ​ນັ້ນ​ເຮົາ​ບໍ່​ມີ​ເງິນ​ຊື້​ລົດ​ເລີຍ.

ຢູ່​ດີໆ​ອ້າຍ​ຂ້ອຍ​ກໍ​ມາ​ຢາມ​ແລະ​ບອກ​ວ່າ​ຈະ​ເອົາ​ລົດ​ໃຫຍ່​ໃຫ້​ເຮົາ. ລາວ​ຊື້​ປະກັນ​ໄພ​ສຳລັບ​ລົດ​ແລ້ວ ເຮົາ​ມີ​ແຕ່​ຕ້ອງ​ຈ່າຍ​ຄ່າ​ນ້ຳມັນ​ເທົ່າ​ນັ້ນ. ຕັ້ງແຕ່​ນັ້ນ​ມາ ເຮົາ​ກໍ​ມີ​ລົດ​ໃຫຍ່​ໃຊ້.

ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ການ​ເບິ່ງແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ແມ່ນ​ໜ້າທີ່​ຂອງ​ເພິ່ນ. ໜ້າທີ່​ຂອງ​ເຮົາ​ແມ່ນ​ຕ້ອງ​ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

ໂຮງຮຽນ​ກິລຽດ

ເຂົ້າ​ໂຮງຮຽນ​ໄພໂອເນຍ​ປີ 1978

ຕອນ​ເຮົາ​ເຂົ້າ​ໂຮງຮຽນ​ໄພໂອເນຍ​ໃນ​ປີ 1978 ຄູ​ສອນ​ຄົນ​ໜຶ່ງ​ຊື່​ໄຣໂມ ໂກກາເນນ aໄດ້​ຊວນ​ເຮົາ​ໃຫ້​ສະໝັກ​ເຂົ້າ​ໂຮງຮຽນ​ກິລຽດ. ດັ່ງນັ້ນ ເຮົາ​ຈຶ່ງ​ເລີ່ມ​ຮຽນ​ພາສາ​ອັງກິດ​ເພື່ອ​ຈະ​ມີ​ຄຸນສົມບັດ​ເຂົ້າ​ໂຮງຮຽນ​ນີ້. ແຕ່​ໃນ​ປີ 1980 ກ່ອນ​ທີ່​ເຮົາ​ຈະ​ສະໝັກ​ເຂົ້າ​ໂຮງຮຽນ​ກິລຽດ ເຮົາ​ຖືກ​ເຊີນ​ໃຫ້​ໄປ​ຮັບໃຊ້​ຢູ່​ສາຂາ​ແຟງລັງ. ຕອນ​ນັ້ນ ຄົນ​ທີ່​ຮັບໃຊ້​ຢູ່​ເບເທນ​ບໍ່​ສາມາດ​ສະໝັກ​ເຂົ້າ​ໂຮງຮຽນ​ກິລຽດ​ໄດ້. ແຕ່​ເຮົາ​ກໍ​ຢາກ​ຮັບໃຊ້​ຕາມ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ດີ​ທີ່​ສຸດ ບໍ່​ແມ່ນ​ຕາມ​ທີ່​ເຮົາ​ຄິດ​ວ່າ​ດີ​ທີ່​ສຸດ. ເຮົາ​ຈຶ່ງ​ຮັບ​ເອົາ​ຄຳ​ເຊີນ​ທີ່​ໃຫ້​ໄປ​ຮັບໃຊ້​ຢູ່​ເບເທນ. ແຕ່​ເຮົາ​ກໍ​ຍັງ​ຮຽນ​ພາສາ​ອັງກິດ​ຕໍ່​ໄປ​ບາງ​ເທື່ອ​ອາດຈະ​ມີ​ໂອກາດ​ໄດ້​ເຂົ້າ​ໂຮງຮຽນ​ກິລຽດ.

ສອງ​ສາມ​ປີ​ຕໍ່​ມາ ຄະນະ​ກຳມະການ​ປົກຄອງ​ກໍ​ໃຫ້​ພີ່ນ້ອງ​ທີ່​ເຮັດ​ວຽກ​ຢູ່​ເບເທນ​ສະໝັກ​ເຂົ້າ​ໂຮງຮຽນ​ກິລຽດ​ໄດ້. ເຮົາ​ຈຶ່ງ​ສະໝັກ​ທັນທີ ເຮົາ​ສະໝັກ​ບໍ່​ແມ່ນ​ຍ້ອນ​ວ່າ​ເຮົາ​ບໍ່​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ຢູ່​ເບເທນ. ກົງ​ກັນ​ຂ້າມ ເຮົາ​ຢາກ​ຈະ​ເຮັດ​ໃຫ້​ໂຕເອງ​ພ້ອມ​ສະເໝີ​ທີ່​ຈະ​ຮັບໃຊ້​ໃນ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ຫຼາຍ​ກວ່າ​ຖ້າ​ເຮົາ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້. ເຮົາ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 79 ແລະ​ຮຽນ​ຈົບ​ໃນ​ເດືອນ​ກັນຍາ 1985. ເຮົາ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ປະເທດ​ໂກລົມບີ.

ວຽກ​ມອບໝາຍ​ທຳອິດ​ແມ່ນ​ການ​ເປັນ​ມິດຊັນນາຣີ

ຢູ່​ປະເທດ​ໂກລົມບີ ວຽກ​ມອບໝາຍ​ທຳອິດ​ຂອງ​ເຮົາ​ແມ່ນ​ເຮັດ​ວຽກ​ຢູ່​ສຳນັກງານ​ສາຂາ. ຂ້ອຍ​ພະຍາຍາມ​ເຮັດ​ວຽກ​ມອບໝາຍ​ໃຫ້​ດີ​ທີ່​ສຸດ ແຕ່​ຫຼັງ​ຈາກ 1 ປີ ຂ້ອຍ​ຮູ້ສຶກ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ປ່ຽນ​ວຽກ​ມອບໝາຍ. ນີ້​ເປັນ​ເທື່ອ​ທຳອິດ​ແລະ​ເທື່ອ​ດຽວ​ໃນ​ຊີວິດ​ທີ່​ຂ້ອຍ​ຂໍ​ປ່ຽນ​ວຽກ​ມອບໝາຍ. ຫຼັງ​ຈາກ​ນັ້ນ ເຮົາ​ຖືກ​ມອບໝາຍ​ໃຫ້​ເປັນ​ມິດຊັນນາຣີ​ຢູ່​ເມືອງ​ນີວາ​ໃນ​ເຂດ​ຮຸຍລາ.

ຂ້ອຍ​ມັກ​ວຽກ​ປະກາດ​ຫຼາຍ. ຕອນ​ທີ່​ເປັນ​ໂສດ​ແລະ​ເປັນ​ໄພໂອເນຍ​ຢູ່​ແຟງລັງ ບາງ​ເທື່ອ​ຂ້ອຍ​ປະກາດ​ຕັ້ງແຕ່​ເຊົ້າໆ​ຈົນ​ຮອດ​ຄ່ຳ. ເມື່ອ​ແຕ່ງດອງ​ແລ້ວ ຂ້ອຍ​ກັບ​ຊີກກ້າ​ກໍ​ໃຊ້​ເວລາ​ໝົດ​ມື້​ໄປ​ປະກາດ​ນຳ​ກັນ. ຕອນ​ທີ່​ເຮົາ​ໄປ​ປະກາດ​ໃນ​ເຂດ​ທີ່​ຢູ່​ໄກໆ ບາງ​ເທື່ອ​ເຮົາ​ກໍ​ນອນ​ຢູ່​ໃນ​ລົດ​ເພື່ອ​ຈະ​ບໍ່​ຕ້ອງ​ເສຍ​ເວລາ​ໃນ​ການ​ເດີນທາງ ແລະ​ເພື່ອ​ເຮົາ​ຈະ​ພ້ອມ​ປະກາດ​ຕັ້ງແຕ່​ເຊົ້າໆ.

ເມື່ອ​ຮັບໃຊ້​ເປັນ​ມິດຊັນນາຣີ ເຮົາ​ກໍ​ມີ​ຄວາມ​ກະຕືລືລົ້ນ​ອີກ​ເທື່ອ​ໜຶ່ງ​ໃນ​ວຽກ​ຮັບໃຊ້. ປະຊາຄົມ​ຂອງ​ເຮົາ​ມີ​ຄົນ​ເພີ່ມ​ຂຶ້ນ ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ຮັກ​ກັນ ໃຫ້​ກຽດ​ກັນ ແລະ​ເຫັນຄ່າ​ກັນ.

ພະລັງ​ຂອງ​ຄຳ​ອະທິດຖານ

ໃກ້ໆ​ກັບ​ເມືອງ​ນີວາ​ທີ່​ພວກ​ເຮົາ​ຮັບໃຊ້​ຢູ່ ມີ​ຫຼາຍ​ເມືອງ​ທີ່​ບໍ່​ມີ​ພະຍານ​ພະ​ເຢໂຫວາ​ເລີຍ. ຂ້ອຍ​ຈຶ່ງ​ຄິດ​ວ່າ​ຄົນ​ທີ່​ຢູ່​ຫັ້ນ​ຈະ​ໄດ້​ຍິນ​ຂ່າວ​ດີ​ໄດ້​ແນວ​ໃດ. ຍ້ອນ​ມີ​ສົງຄາມ​ລະຫວ່າງ​ກຸ່ມ​ໂຈນ ມັນ​ຈຶ່ງ​ບໍ່​ປອດໄພ​ສຳລັບ​ຄົນ​ຕ່າງ​ຖິ່ນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເມືອງ​ເຫຼົ່າ​ນັ້ນ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ອະທິດຖານ​ຂໍ​ໃຫ້​ມີ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ເມືອງ​ເຫຼົ່າ​ນັ້ນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ຄິດ​ໄວ້​ວ່າ​ຜູ້​ນັ້ນ​ຕ້ອງ​ຮຽນ​ຄວາມ​ຈິງ​ຢູ່​ເມືອງ​ນີວາ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ອະທິດຖານ​ວ່າ​ຫຼັງ​ຈາກ​ທີ່​ຜູ້​ນັ້ນ​ຮັບ​ບັບເຕມາ​ແລ້ວ​ຂໍ​ໃຫ້​ລາວ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ໃຫ້​ໄປ​ປະກາດ​ຢູ່​ບ້ານ​ເກີດ​ຂອງ​ລາວ. ຂ້ອຍ​ຄວນ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ວິທີ​ແກ້ໄຂ​ບັນຫາ​ດີ​ກວ່າ​ທີ່​ຂ້ອຍ​ຄິດ​ໄວ້.

ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຂ້ອຍ​ໄດ້​ສຶກສາ​ກັບ​ໄວລຸ້ນ​ຄົນ​ໜຶ່ງ​ຊື່​ເຟີນັນໂດ້ ກອນຊາເລ. ລາວ​ຢູ່​ເມືອງ​ອັນເຄຊີຣັດ​ເຊິ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ບໍ່​ມີ​ພະຍານ​ພະ​ເຢໂຫວາ​ເລີຍ. ທຸກ​ອາທິດ ເຟີນັນໂດ້​ເດີນທາງ​ຫຼາຍ​ກວ່າ 50 ກິໂລແມັດ​ເພື່ອ​ມາ​ເຮັດວຽກ​ຢູ່​ເມືອງ​ນີວາ. ແຕ່​ລະ​ເທື່ອ​ທີ່​ສຶກສາ​ລາວ​ກຽມ​ໂຕ​ດີ​ຫຼາຍ ແລະ​ຫຼັງ​ຈາກ​ສຶກສາ​ໄດ້​ບໍ່​ດົນ​ລາວ​ກໍ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ລາຍການ. ຕັ້ງແຕ່​ອາທິດ​ທຳອິດ​ທີ່​ລາວ​ສຶກສາ ລາວ​ຊວນ​ຄົນ​ໃນ​ເມືອງ​ທີ່​ລາວ​ຢູ່​ໃຫ້​ມາ​ຟັງ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ.

ຖ່າຍ​ຮູບ​ກັບ​ເຟີນັນໂດ້ ປີ 1993

ຫຼັງ​ຈາກ​ເຟີນັນໂດ້​ສຶກສາ​ໄດ້ 6 ເດືອນ ລາວ​ກໍ​ຮັບ​ບັບເຕມາ​ໃນ​ເດືອນ​ມັງກອນ 1990. ຫຼັງ​ຈາກ​ນັ້ນ ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ. ເມື່ອ​ມີ​ພີ່ນ້ອງ 1 ຄົນ​ຢູ່​ເມືອງ​ອັນເຄຊີຣັດ​ແລ້ວ ສຳນັກງານ​ສາຂາ​ຈຶ່ງ​ຮູ້ສຶກ​ວ່າ​ປອດໄພ​ຢູ່​ທີ່​ຈະ​ສົ່ງ​ໄພໂອເນຍ​ພິເສດ​ໄປ​ເມືອງ​ນັ້ນ. ໃນ​ເດືອນ​ກຸມພາ 1992 ໄດ້​ຕັ້ງ​ປະຊາຄົມ​ໜຶ່ງ​ຂຶ້ນ​ຢູ່​ເມືອງ​ອັນເຄຊີຣັດ.

ເຟີນັນໂດ້​ມີ​ແຕ່​ປະກາດ​ໃນ​ເມືອງ​ທີ່​ລາວ​ຢູ່​ບໍ? ບໍ່. ຫຼັງ​ຈາກ​ແຕ່ງດອງ​ແລ້ວ ລາວ​ກັບ​ເມຍ​ຍ້າຍ​ໄປ​ຢູ່​ເມືອງ​ຊານ ວີເຊນເຕ ເດລ ຄາວານ ເຊິ່ງ​ເປັນ​ອີກ​ເມືອງ​ໜຶ່ງ​ທີ່​ບໍ່​ມີ​ພະຍານ​ພະ​ເຢໂຫວາ​ເລີຍ. ເຂົາເຈົ້າ​ຊ່ວຍ​ຕັ້ງ​ປະຊາຄົມ​ໜຶ່ງ​ຢູ່​ຫັ້ນ ແລະ​ໃນ​ປີ 2002 ເຟີນັນໂດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ໝວດ. ລາວ​ກັບ​ໂອກ້າ​ເມຍ​ຂອງ​ລາວ​ຍັງ​ຮັບໃຊ້​ເປັນ​ຜູ້​ເບິ່ງແຍງ​ໝວດ​ຈົນ​ຮອດ​ທຸກ​ມື້​ນີ້.

ຈາກ​ປະສົບການ​ນີ້ ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ອະທິດຖານ​ແບບ​ເຈາະຈົງ​ກ່ຽວກັບ​ວຽກ​ມອບໝາຍ​ຂອງ​ເຮົາ. ພະ​ເຢໂຫວາ​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້ ຍ້ອນ​ວຽກ​ເກັບ​ກ່ຽວ​ເປັນ​ວຽກ​ຂອງ​ເພິ່ນ ບໍ່​ແມ່ນ​ວຽກ​ຂອງ​ເຮົາ.—ມທ. 9:38

ພະ​ເຢໂຫວາ​ກະຕຸ້ນ​ເຮົາ​ໃຫ້​ມີ​ທັງ “ຄວາມ​ຕ້ອງການ​ແລະ​ກຳລັງ”

ໃນ​ປີ 1990 ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ໝວດ. ໝວດ​ທຳອິດ​ຂອງ​ເຮົາ​ແມ່ນ​ເມືອງ​ໂບໂກຕາ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ໂກລົມບີ. ເຮົາ​ຢ້ານ​ວ່າ​ຈະ​ເຮັດ​ວຽກ​ມອບໝາຍ​ນີ້​ບໍ່​ໄດ້​ດີ. ຂ້ອຍ​ກັບ​ເມຍ​ເປັນ​ຄົນ​ທຳມະດາ​ແລະ​ເຮົາ​ບໍ່​ມີ​ຄວາມ​ສາມາດ​ພິເສດ​ຫຍັງ ທັງ​ບໍ່​ລຶ້ງ​ໃຊ້​ຊີວິດ​ໃນ​ເມືອງ​ໃຫຍ່​ທີ່​ສັບສົນ​ວຸ່ນວາຍ. ແຕ່​ພະ​ເຢໂຫວາ​ເຮັດ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້​ໃນ​ຟີລິບປອຍ 2:13 ທີ່​ວ່າ: “ພະເຈົ້າ​ເປັນ​ຜູ້​ທີ່​ກະຕຸ້ນ​ພວກ​ເຈົ້າ​ໃຫ້​ມີ​ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍໃຈ.”

ຕໍ່​ມາ ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ໝວດ​ຢູ່​ເມືອງ​ເມເດຢິນ​ເຊິ່ງ​ເປັນ​ເມືອງ​ທີ່​ຂ້ອຍ​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ. ຢູ່​ຫັ້ນ ຄົນ​ລຶ້ງ​ກັບ​ຄວາມ​ຮຸນແຮງ​ທີ່​ເກີດຂຶ້ນ​ຕາມ​ຫົນທາງ​ຈົນ​ເຂົາເຈົ້າ​ບໍ່​ຮູ້ສຶກ​ຢ້ານ. ຕົວຢ່າງ​ເຊັ່ນ: ມື້​ໜຶ່ງ ຕອນ​ທີ່​ຂ້ອຍ​ກຳລັງ​ສຶກສາ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ ມີ​ການ​ຍິງ​ກັນ​ຢູ່​ທາງ​ນອກ​ເຮືອນ​ຂອງ​ລາວ. ຂ້ອຍ​ກຳລັງ​ຊິ​ໝູບ​ລົງ​ພື້ນ ແຕ່​ລາວ​ຍັງ​ນັ່ງ​ອ່ານ​ຕໍ່​ຈົນ​ຈົບ​ຂໍ້​ນັ້ນ​ຄື​ກັບ​ວ່າ​ບໍ່​ມີ​ຫຍັງ​ເກີດຂຶ້ນ. ເມື່ອ​ອ່ານ​ຈົບ​ແລ້ວ ລາວ​ກໍ​ຂໍ​ອອກ​ໄປ​ທາງ​ນອກ ແລ້ວ​ກໍ​ເອົາ​ລູກ​ທີ່​ຍັງ​ນ້ອຍ 2 ຄົນ​ເຂົ້າ​ມາ. ລາວ​ເວົ້າ​ແບບ​ບໍ່​ຕົກໃຈ​ເລີຍ​ວ່າ: “ຂໍໂທດ​ເດີ້ ຂ້ອຍ​ຕ້ອງ​ເອົາ​ລູກ​ເຂົ້າ​ມາ​ໃນ​ເຮືອນ.”

ເຮົາ​ຍັງ​ເຈິ​ເລື່ອງ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ເທື່ອ. ມີ​ເທື່ອ​ໜຶ່ງ ຕອນ​ທີ່​ເຮົາ​ກຳລັງ​ປະກາດ​ຕາມ​ເຮືອນ ຢູ່​ດີໆ​ເມຍ​ຂ້ອຍ​ກໍ​ແລ່ນ​ແບບ​ຕົກໃຈ​ມາ​ຫາ​ຂ້ອຍ. ລາວ​ໜ້າ​ຈືດ​ແລະ​ບອກ​ວ່າ​ມີ​ຄົນ​ຍິງ​ປືນ​ໃສ່​ລາວ. ຂ້ອຍ​ຕົກໃຈ​ຫຼາຍ ແຕ່​ຕໍ່​ມາ​ກໍ​ຮູ້​ວ່າ​ຜູ້​ທີ່​ຍິງ​ປືນ​ນັ້ນ​ບໍ່​ໄດ້​ຕັ້ງໃຈ​ຈະ​ຍິງ​ຊີກກ້າ ແຕ່​ຈະ​ຍິງ​ຜູ້​ຊາຍ​ທີ່​ຢືນ​ຢູ່​ໃກ້ໆ​ຊີກກ້າ.

ເມື່ອ​ຜ່ານ​ໄປ​ໄລຍະ​ໜຶ່ງ ເຮົາ​ກໍ​ບໍ່​ຢ້ານ​ຄວາມ​ຮຸນແຮງ​ທີ່​ເກີດຂຶ້ນ​ຕາມ​ຫົນທາງ​ປານ​ໃດ. ເຮົາ​ໄດ້​ກຳລັງ​ໃຈ​ຈາກ​ຄວາມ​ເຂັ້ມແຂງ​ຂອງ​ພີ່ນ້ອງ​ທ້ອງຖິ່ນ​ທີ່​ເຄີຍ​ເຈິ​ສະຖານະການ​ແບບ​ເຮົາ ແລະ​ບາງ​ຄົນ​ກໍ​ເຈິ​ໜັກ​ກວ່າ​ເຮົາ​ອີກ. ເຮົາ​ໝັ້ນໃຈ​ວ່າ​ຖ້າ​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ ເພິ່ນ​ກໍ​ຈະ​ຊ່ວຍ​ເຮົາ​ຄື​ກັນ. ເຮົາ​ເຊື່ອຟັງ​ຄຳ​ແນະນຳ​ຂອງ​ຜູ້​ເບິ່ງແຍງ​ສະເໝີ ລະວັງ​ໂຕ ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ.

ບາງ​ເທື່ອ​ເຫດການ​ບາງ​ຢ່າງ​ກໍ​ບໍ່​ໄດ້​ຮ້າຍ​ແຮງ​ຄື​ກັບ​ທີ່​ເຮົາ​ຄິດ. ມີ​ເທື່ອ​ໜຶ່ງ ຂ້ອຍ​ໄດ້​ຍິນ​ສຽງ​ຄື​ກັບ​ຜູ້​ຍິງ 2 ຄົນ​ຜິດ​ກັນ​ບັກ​ດັງໆ​ຢູ່​ໜ້າ​ເຮືອນ​ທີ່​ຂ້ອຍ​ໄປ​ຢາມ. ຂ້ອຍ​ບໍ່​ສົນໃຈ​ຈະ​ອອກ​ໄປ​ເບິ່ງ ແຕ່​ເຈົ້າ​ຂອງ​ເຮືອນ​ເອີ້ນ​ຂ້ອຍ​ໃຫ້​ອອກ​ໄປ​ລະບຽງ ປະ​ກົດ​ວ່າ​ສຽງ​ທີ່​ຜິດ​ກັນ​ແມ່ນ​ສຽງ​ນົກ​ແກ້ວ 2 ໂຕ​ທີ່​ສອນ​ຄວາມ​ເພື່ອນ​ບ້ານ.

ໄດ້​ຮັບ​ວຽກ​ມອບໝາຍ​ໃໝ່​ແລະ​ຈຸດ​ອ່ອນ​ທີ່​ຕ້ອງ​ຮັບມື

ໃນ​ປີ 1997 ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສອນ​ໃນ​ໂຮງຮຽນ​ຝຶກ​ອົບຮົມ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. b ຂ້ອຍ​ມັກ​ຮຽນ​ໃນ​ໂຮງຮຽນ​ຕ່າງໆ​ຂອງ​ອົງການ​ຫຼາຍ ແຕ່​ຂ້ອຍ​ກະ​ບໍ່​ຄິດ​ບໍ່​ຝັນ​ວ່າ​ຈະ​ໄດ້​ສິດທິ​ພິເສດ​ເປັນ​ຄູ​ສອນ.

ຕໍ່​ມາ ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ພາກ ແລະ​ເມື່ອ​ໜ້າທີ່​ນີ້​ຖືກ​ຍົກ​ເລີກ​ແລ້ວ ຂ້ອຍ​ກໍ​ກັບ​ມາ​ເປັນ​ຜູ້​ເບິ່ງແຍງ​ໝວດ​ອີກ. ຕະຫຼອດ 30 ປີ​ທີ່​ຜ່ານ​ມາ ຂ້ອຍ​ມີ​ຄວາມ​ສຸກ​ກັບ​ວຽກ​ມອບໝາຍ​ຫຼາຍ​ແບບ ເຊັ່ນ: ເປັນ​ຜູ້​ສອນ​ແລະ​ເປັນ​ຜູ້​ເບິ່ງແຍງ​ໝວດ. ວຽກ​ເຫຼົ່າ​ນີ້​ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆ ແຕ່​ທຸກ​ຢ່າງ​ກໍ​ບໍ່​ໄດ້​ງ່າຍ​ສະເໝີ​ໄປ. ຂ້ອຍ​ຈະ​ເລົ່າ​ໃຫ້​ຟັງ.

ຂ້ອຍ​ເປັນ​ຄົນ​ແຂງໆ​ແລະ​ໝັ້ນໃຈ​ໃນ​ໂຕເອງ ເຊິ່ງ​ມັນ​ຊ່ວຍ​ຂ້ອຍ​ໃຫ້​ຮັບມື​ໄດ້​ຕອນ​ທີ່​ເຈິ​ກັບ​ບັນຫາ​ທີ່​ຍາກໆ. ແຕ່​ບາງ​ເທື່ອ​ຂ້ອຍ​ກໍ​ມີ​ຄວາມ​ຕັ້ງໃຈ​ຫຼາຍ​ໂພດ​ທີ່​ຈະ​ຈັດການ​ບາງ​ເລື່ອງ​ໃນ​ປະຊາຄົມ​ໃຫ້​ໄດ້. ມີ​ເທື່ອ​ໜຶ່ງ ຂ້ອຍ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ບາງ​ຄົນ​ຢ່າງ​ໜັກແໜ້ນ​ວ່າ​ເຂົາເຈົ້າ​ຕ້ອງ​ສະແດງ​ຄວາມ​ຮັກ​ແລະ​ເປັນ​ຄົນ​ມີ​ເຫດຜົນ​ຫຼາຍ​ຂຶ້ນ. ແຕ່​ທີ່ຈິງ​ແລ້ວ ຕອນ​ນັ້ນ​ແມ່ນ​ຂ້ອຍ​ເອງ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ແລະ​ເປັນ​ຄົນ​ບໍ່​ມີ​ເຫດຜົນ.—ຣມ. 7:21-23

ຍ້ອນ​ເຮັດ​ຜິດ​ພາດ ບາງ​ເທື່ອ​ຂ້ອຍ​ກໍ​ຮູ້ສຶກ​ທໍ້ໃຈ​ຫຼາຍ. (ຣມ. 7:24) ມີ​ເທື່ອ​ໜຶ່ງ ຂ້ອຍ​ອະທິດຖານ​ບອກ​ພະ​ເຢໂຫວາ​ວ່າ​ຄື​ຊິ​ດີ​ກວ່າ​ຖ້າ​ຂ້ອຍ​ເຊົາ​ເປັນ​ມິດຊັນນາຣີ​ແລ້ວ​ກໍ​ກັບ​ໄປ​ແຟງລັງ. ຕອນ​ແລງ​ມື້​ນັ້ນ ຂ້ອຍ​ໄປ​ປະຊຸມ ສ່ວນ​ທີ່​ຂ້ອຍ​ໄດ້​ຟັງ​ຢູ່​ການ​ປະຊຸມ​ໃຫ້​ກຳລັງ​ໃຈ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ຂ້ອຍ​ຄວນ​ເຮັດ​ວຽກ​ມອບໝາຍ​ຕໍ່​ໄປ​ແລະ​ພະຍາຍາມ​ປັບປຸງ​ໂຕເອງ​ໃຫ້​ດີ​ຂຶ້ນ. ຄຳ​ຕອບ​ທີ່​ພະ​ເຢໂຫວາ​ໃຫ້​ມື້​ນັ້ນ​ຍັງ​ປະທັບໃຈ​ຂ້ອຍ​ຈົນ​ຮອດ​ທຸກ​ມື້​ນີ້. ຂ້ອຍ​ຂອບໃຈ​ແທ້ໆ​ທີ່​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ຈຸດ​ອ່ອນ​ຂອງ​ໂຕເອງ​ໄດ້.

ເບິ່ງ​ອະນາຄົດ​ດ້ວຍ​ຄວາມ​ໝັ້ນໃຈ

ຂ້ອຍ​ກັບ​ຊີກກ້າ​ຂອບໃຈ​ພະ​ເຢໂຫວາ​ແທ້ໆ​ທີ່​ເພິ່ນ​ໃຫ້​ເຮົາ​ມີ​ສິດທິ​ພິເສດ​ທີ່​ຮັບໃຊ້​ເຕັມ​ເວລາ​ເກືອບ​ຕະຫຼອດ​ຊີວິດ. ຂ້ອຍ​ຍັງ​ຂອບໃຈ​ພະ​ເຢໂຫວາ​ນຳ​ທີ່​ໃຫ້​ຂ້ອຍ​ມີ​ເມຍ​ທີ່​ໜ້າ​ຮັກ​ແລະ​ສັດຊື່.

ອີກ​ຈັກ​ໜ້ອຍ​ຂ້ອຍ​ກໍ​ຈະ​ຮອດ 70 ປີ ແລະ​ຂ້ອຍ​ຈະ​ບໍ່​ໄດ້​ເຮັດ​ໜ້າທີ່​ເປັນ​ຜູ້​ສອນ​ແລະ​ເປັນ​ຜູ້​ເບິ່ງແຍງ​ໝວດ. ແຕ່​ຂ້ອຍ​ກໍ​ບໍ່​ເສຍໃຈ ຍ້ອນ​ຂ້ອຍ​ເຊື່ອ​ວ່າ​ສິ່ງ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ກຽດ​ທີ່​ສຸດ​ແມ່ນ​ການ​ທີ່​ເຮົາ​ຮັບໃຊ້​ເພິ່ນ​ດ້ວຍ​ຄວາມ​ຈຽມ​ໂຕ ສັນລະເສີນ​ເພິ່ນ​ດ້ວຍ​ຄວາມ​ຮູ້ສຶກ​ຂອບໃຈ ແລະ​ຮັກ​ເພິ່ນ​ສຸດ​ຫົວໃຈ. (ມກ. 6:8; ມຣກ. 12:32-34) ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ​ໜ້າທີ່​ມອບໝາຍ​ທີ່​ສຳຄັນ​ຈຶ່ງ​ຈະ​ສັນລະເສີນ​ພະ​ເຢໂຫວາ​ໄດ້.

ເມື່ອ​ຄິດ​ເຖິງ​ວຽກ​ມອບໝາຍ​ຕ່າງໆ​ທີ່​ໄດ້​ຮັບ ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ມ່ວນ​ຫຼາຍ ຂ້ອຍ​ຮູ້​ວ່າ​ຂ້ອຍ​ໄດ້​ຮັບ​ສິດທິ​ພິເສດ​ແບບ​ນັ້ນ​ບໍ່​ແມ່ນ​ຍ້ອນ​ຂ້ອຍ​ດີ​ກວ່າ​ຫຼື​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ​ຄົນ​ອື່ນ ແຕ່​ເປັນ​ຍ້ອນ​ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ຂ້ອຍ​ທັງໆ​ທີ່​ຂ້ອຍ​ມີ​ຈຸດ​ອ່ອນ​ແລະ​ຕ້ອງ​ປັບປຸງ​ໂຕເອງ​ຫຼາຍ​ຢ່າງ. ຂ້ອຍ​ຮູ້​ວ່າ​ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ ຂ້ອຍ​ບໍ່​ມີ​ທາງ​ເຮັດ​ວຽກ​ມອບໝາຍ​ເຫຼົ່າ​ນີ້​ໄດ້​ສຳເລັດ. ຂ້ອຍ​ເຫັນ​ວ່າ​ເມື່ອ​ຂ້ອຍ​ອ່ອນແອ ຂ້ອຍ​ກໍ​ເຫັນ​ລິດເດດ​ຂອງ​ພະເຢໂຫວາ​ຊ່ວຍ​ຂ້ອຍ​ຢູ່.—2ກຣ. 12:9

a ເລື່ອງ​ຊີວິດ​ຈິງ​ຂອງ​ໄຣໂມ ໂກກາເນນ “ຕັ້ງໃຈ​ແນ່ວ​ແນ່​ຈະ​ຮັບໃຊ້​ພະ​ເຢໂຫວາ” ຢູ່​ໃນ​ຫໍສັງເກດການ 1 ເມສາ 2006.

b ປັດຈຸບັນ​ນີ້​ແມ່ນ​ໂຮງຮຽນ​ຜູ້​ປະກາດ​ລາຊະອານາຈັກ