ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 15

ເພງ​ທີ 124 ສັດຊື່​ຕະຫຼອດ​ໄປ

ໃຫ້​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

ໃຫ້​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

“ໃຫ້​ຄິດ​ເຖິງ​ຄົນ​ທີ່​ນຳໜ້າ​ໃນ​ພວກ​ເຈົ້າ​ທີ່​ສອນ​ຖ້ອຍຄຳ​ຂອງ​ພະເຈົ້າ​ໃຫ້​ພວກ​ເຈົ້າ.”ຮຣ. 13:7

ຈຸດ​ສຳຄັນ

ເຮົາ​ຈະ​ນັບຖື​ແລະ​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

1. ມີ​ການ​ຈັດ​ລະບຽບ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແນວ​ໃດ​ໃນ​ສະຕະວັດ​ທຳອິດ?

 ເມື່ອ​ພະ​ເຢໂຫວາ​ມອບໝາຍ​ວຽກ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ ເພິ່ນ​ກໍ​ຄາດໝາຍ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ຢ່າງ​ເປັນ​ລະບຽບ​ແລະ​ແບບ​ເປັນ​ອົງການ. (1ກຣ. 14:33) ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຢາກ​ໃຫ້​ມີ​ການ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ. (ມທ. 24:14) ເພິ່ນ​ຈຶ່ງ​ແຕ່ງຕັ້ງ​ພະ​ເຢຊູ​ໃຫ້​ເບິ່ງແຍງ​ວຽກ​ນີ້ ແລະ​ພະ​ເຢຊູ​ກໍ​ຈັດ​ລະບຽບ​ວຽກ​ນີ້​ຢ່າງ​ດີ. ໃນ​ສະຕະວັດ​ທຳອິດ ມີ​ການ​ຕັ້ງ​ປະຊາຄົມ​ໃນ​ບ່ອນ​ຕ່າງໆ​ແລະ​ມີ​ການ​ແຕ່ງຕັ້ງ​ຜູ້​ເບິ່ງແຍງ​ໃຫ້​ນຳໜ້າ​ແລະ​ໃຫ້​ຄຳ​ແນະນຳ​ປະຊາຄົມ​ເຫຼົ່າ​ນັ້ນ. (ກຈກ. 14:23) ໃນ​ເມືອງ​ເຢຣູຊາເລັມ​ມີ​ຄະນະ​ຜູ້​ເບິ່ງແຍງ​ກຸ່ມ​ໜຶ່ງ​ທີ່​ມີ​ພວກ​ອັກຄະສາວົກ​ແລະ​ຜູ້​ເບິ່ງແຍງ​ທີ່​ເປັນ​ຜູ້​ຊາຍ​ສູງ​ອາຍຸ. ເຂົາເຈົ້າ​ຈະ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ ແລ້ວ​ຈາກ​ນັ້ນ​ກໍ​ສົ່ງ​ຄຳ​ຕັດສິນ​ໄປ​ຫາ​ທຸກ​ປະຊາຄົມ​ເພື່ອ​ໃຫ້​ພີ່ນ້ອງ​ເຮັດ​ຕາມ. (ກຈກ. 15:2; 16:4) ເມື່ອ​ພີ່ນ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນັ້ນ “ປະຊາຄົມ​ຕ່າງໆ​ຈຶ່ງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ຄົນ​ເຂົ້າ​ມາ​ເຊື່ອ​ຫຼາຍ​ຂຶ້ນ.”—ກຈກ. 16:5

2. ຕັ້ງແຕ່​ປີ 1919 ພະ​ເຢໂຫວາ​ຊີ້ນຳ​ແລະ​ແຈກ​ຢາຍ​ອາຫານ​ເຊິ່ງ​ເປັນ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ?

2 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ຍັງ​ຈັດ​ລະບຽບ​ປະຊາຊົນ​ຂອງ​ເພິ່ນ​ຢູ່. ຕັ້ງແຕ່​ປີ 1919 ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ ພະ​ເຢຊູ​ໄດ້​ແຕ່ງຕັ້ງ​ພີ່ນ້ອງ​ຊາຍ​ກຸ່ມ​ນ້ອຍໆ​ກຸ່ມ​ໜຶ່ງ​ທີ່​ເປັນ​ຜູ້​ຖືກ​ເລືອກ​ເພື່ອ​ໃຫ້​ຈັດ​ລະບຽບ​ວຽກ​ປະກາດ​ແລະ​ແຈກ​ຢາຍ​ອາຫານ​ເຊິ່ງ​ເປັນ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ. a (ລກ. 12:42) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ອວຍພອນ​ວຽກ​ຂອງ​ເຂົາເຈົ້າ​ແທ້ໆ.—ອຊຢ. 60:22; 65:13, 14

3-4. (ກ) ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ຈັດ​ລະບຽບ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ຖ້າ​ບໍ່​ມີ​ການ​ຈັດ​ລະບຽບ ເຮົາ​ກໍ​ບໍ່​ມີ​ທາງ​ເຮັດ​ວຽກ​ທີ່​ພະ​ເຢຊູ​ມອບໝາຍ​ໃຫ້​ເຮົາ​ເຮັດ​ໄດ້​ສຳເລັດ. (ມທ. 28:19, 20) ຕົວຢ່າງ​ເຊັ່ນ: ຖ້າ​ບໍ່​ມີ​ການ​ຈັດ​ລະບຽບ​ເຂດ​ປະກາດ ໃຜ​ຢາກ​ປະກາດ​ຢູ່​ໃສ​ກໍ​ໄດ້. ເຂດ​ປະກາດ​ບາງ​ເຂດ​ອາດຈະ​ມີ​ຄົນ​ໄປ​ປະກາດ​ຊ້ຳ​ໄປ​ຊ້ຳ​ມາ ແຕ່​ບາງ​ເຂດ​ກໍ​ອາດຈະ​ບໍ່​ມີ​ຄົນ​ໄປ​ປະກາດ​ເລີຍ. ເຈົ້າ​ຄິດ​ວ່າ​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ອີກ​ຈາກ​ການ​ຈັດ​ລະບຽບ​ແບບ​ນີ້?

4 ສິ່ງ​ທີ່​ພະ​ເຢຊູ​ເຮັດ​ຕອນ​ຢູ່​ໃນ​ໂລກ​ເປັນ​ແບບ​ຢ່າງ​ສຳລັບ​ວິທີ​ທີ່​ເພິ່ນ​ຈັດ​ລະບຽບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ກ່ຽວກັບ​ຕົວຢ່າງ​ຂອງ​ພະ​ເຢຊູ ແລະ​ເຮົາ​ຈະ​ເບິ່ງ​ວ່າ​ອົງການ​ຂອງ​ເຮົາ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢຊູ​ແນວ​ໃດ. ນອກ​ຈາກ​ນັ້ນ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ.

ອົງການ​ຂອງ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ

5. ວິທີ​ໜຶ່ງ​ທີ່​ອົງການ​ຂອງ​ເຮົາ​ຮຽນ​ແບບ​ພະ​ເຢຊູ​ແມ່ນ​ຫຍັງ? (ໂຢຮັນ 8:28)

5 ພະ​ເຢຊູ​ຮຽນ​ແບບ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ແລະ​ເຮັດ. ອົງການ​ຂອງ​ພະ​ເຢໂຫວາ​ກໍ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແລະ​ໃຫ້​ຄຳ​ແນະນຳ​ເຮົາ​ໃນ​ການ​ໃຊ້​ຊີວິດ. (ອ່ານ​ໂຢຮັນ 8:28; 2ຕມ. 3:16, 17) ໃນ​ທຸກ​ມື້​ນີ້ ເຮົາ​ໄດ້​ຮັບ​ການ​ເຕືອນ​ເປັນ​ປະຈຳ​ໃຫ້​ອ່ານ​ແລະ​ຄົ້ນຄວ້າ​ຄຳພີ​ໄບເບິນ. ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ເຮັດ​ຕາມ​ຄຳ​ແນະນຳ​ນີ້?

6. ປະໂຫຍດ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ຈາກ​ການ​ສຶກສາ​ຄຳພີ​ໄບເບິນ​ແມ່ນ​ຫຍັງ?

6 ເມື່ອ​ເຮົາ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ ເຮົາ​ສາມາດ​ສົມທຽບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກັບ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ​ຈາກ​ອົງການ. ເມື່ອ​ເຮົາ​ເຫັນ​ວ່າ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ​ຈາກ​ອົງການ​ມາ​ຈາກ​ຄຳພີ​ໄບເບິນ ເຮົາ​ກໍ​ແຮ່ງ​ໝັ້ນໃຈ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ຣມ. 12:2

7. ພະ​ເຢຊູ​ປະກາດ​ເລື່ອງ​ຫຍັງ? ແລະ​ອົງການ​ຂອງ​ພະ​ເຢໂຫວາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ແນວ​ໃດ?

7 ພະ​ເຢຊູ​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.” (ລກ. 4:43, 44) ພະ​ເຢຊູ​ໄດ້​ສັ່ງ​ພວກ​ລູກສິດ​ຂອງ​ເພິ່ນ​ໃຫ້​ປະກາດ​ເລື່ອງ​ນີ້​ຄື​ກັນ. (ລກ. 9:1, 2; 10:8, 9) ໃນ​ທຸກ​ມື້​ນີ້ ທຸກ​ຄົນ​ທີ່​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ ບໍ່​ວ່າ​ຈະ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ​ໃນ​ອົງການ​ຫຼື​ຢູ່​ໃນ​ປະເທດ​ໃດ​ກໍ​ຕາມ ເຂົາເຈົ້າ​ກໍ​ຕ້ອງ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຄື​ກັນ.

8. ເຮົາ​ໄດ້​ຮັບ​ສິດທິ​ພິເສດ​ຫຍັງ?

8 ເປັນ​ສິດທິ​ພິເສດ​ແທ້ໆ​ທີ່​ເຮົາ​ໄດ້​ບອກ​ຄົນ​ອື່ນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ຍ້ອນ​ວ່າ​ບໍ່​ແມ່ນ​ທຸກ​ຄົນ​ຈະ​ໄດ້​ຮັບ​ສິດທິ​ພິເສດ​ນີ້. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ຫ້າມ​ພວກ​ປີສາດ​ບໍ່​ໃຫ້​ເວົ້າ​ກ່ຽວກັບ​ເພິ່ນ. (ລກ. 4:41) ໃນ​ທຸກ​ມື້​ນີ້ ກ່ອນ​ທີ່​ຜູ້​ໃດ​ຜູ້​ໜຶ່ງ​ຈະ​ໄປ​ປະກາດ​ກັບ​ພະຍານ​ພະ​ເຢໂຫວາ​ໄດ້ ລາວ​ຕ້ອງ​ມີ​ຄຸນສົມບັດ​ທີ່​ຈະ​ເຮັດ​ວຽກ​ນີ້. ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ສິດທິ​ພິເສດ​ນີ້​ໂດຍ​ເວົ້າ​ເລື່ອງ​ຄຳພີ​ໄບເບິນ​ກັບ​ທຸກ​ຄົນ​ແລະ​ຢູ່​ທຸກ​ບ່ອນ​ທີ່​ເຮົາ​ເຮັດ​ໄດ້. ເຮົາ​ຈະ​ເຮັດ​ຄື​ກັບ​ພະ​ເຢຊູ​ໂດຍ​ຕັ້ງໃຈ​ທີ່​ຈະ​ປູກ​ແລະ​ຫົດນ້ຳ​ເມັດ​ຂອງ​ຄວາມ​ຈິງ​ໄວ້​ໃນ​ຫົວໃຈ​ຂອງ​ຜູ້​ຄົນ.—ມທ. 13:3, 23; 1ກຣ. 3:6

9. ອົງການ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ເພື່ອ​ໃຫ້​ຄົນ​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ?

9 ພະ​ເຢຊູ​ເຮັດ​ໃຫ້​ຄົນ​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ. ພະ​ເຢຊູ​ອະທິດຖານ​ຫາ​ພໍ່​ຂອງ​ເພິ່ນ​ວ່າ: “ລູກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ.” (ຢຮ. 17:26) ອົງການ​ຂອງ​ເຮົາ​ກໍ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ຄົນ​ຮູ້​ຈັກ​ຊື່​ຂອງ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ມີ​ບົດບາດ​ສຳຄັນ​ຫຼາຍ​ໃນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ຢູ່​ໃນ​ບ່ອນ​ທີ່​ຄວນ​ຢູ່​ໃນ​ຄຳພີ​ໄບເບິນ. ໃນ​ຕອນນີ້ ພະຄຳພີ​ສະບັບ​ແປ​ນີ້​ມີ​ທັງ​ແບບ​ຄົບ​ຊຸດ​ຫຼື​ບາງ​ສ່ວນ​ໃນ​ຫຼາຍ​ກວ່າ 270 ພາສາ. ຢູ່​ພາກ​ຜະໜວກ ກ4 ແລະ ກ5 ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ມີ​ຄຳ​ອະທິບາຍ​ເລື່ອງ​ການ​ເອົາ​ຊື່​ຂອງ​ພະ​ເຢໂຫວາ​ກັບ​ມາ​ໃສ່​ຄືນ​ໃນ​ບ່ອນ​ທີ່​ເຄີຍ​ມີ​ຊື່​ນັ້ນ. ນອກ​ຈາກ​ນັ້ນ ບົດ​ຄວາມ “ພະ​ນາມ​ພະ​ເຢໂຫວາ​ຄວນ​ປາກົດ​ໃນ​ພັນທະ​ສັນຍາ​ໃໝ່​ບໍ?” ໃນ​ຫໍສັງເກດການ 1 ສິງຫາ 2008 ໜ້າ 18-23 b ຍັງ​ອະທິບາຍ​ວ່າ​ເປັນ​ຫຍັງ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ຈຶ່ງ​ຄວນ​ມີ​ຊື່​ພະ​ເຢໂຫວາ 237 ເທື່ອ.

10. ເຈົ້າ​ຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ປະເທດ​ມຽນມາ?

10 ເຮົາ​ກໍ​ຮຽນ​ແບບ​ພະ​ເຢຊູ​ໄດ້​ໂດຍ​ຊ່ວຍ​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃຫ້​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ໜຶ່ງ​ນຳ​ກັນ. ເມື່ອ​ຜູ້​ຍິງ​ຄົນ​ໜຶ່ງ​ອາຍຸ 67 ປີ​ຢູ່​ປະເທດ​ມຽນມາ​ໄດ້​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ ລາວ​ດີ​ໃຈ​ຫຼາຍ​ຈົນ​ໄຫ້​ແລະ​ເວົ້າ​ກັບ​ຄົນ​ທີ່​ມາ​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ​ວ່າ: “ເປັນ​ເທື່ອ​ທຳອິດ​ທີ່​ປ້າ​ໄດ້​ຮູ້​ວ່າ​ຊື່​ຂອງ​ພະເຈົ້າ​ແມ່ນ​ພະ​ເຢໂຫວາ . . . ຫຼານ​ມາ​ສອນ​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ​ໃຫ້​ປ້າ​ຮູ້.” ປະສົບການ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ເມື່ອ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໄດ້​ຮູ້​ຈັກ​ຊື່​ຂອງ​ພະເຈົ້າ ມັນ​ສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ເຂົາເຈົ້າ​ຫຼາຍ​ແທ້ໆ.

ໄວ້ໃຈ​ອົງການ​ຂອງ​ເຮົາ​ຕໍ່ໆ​ໄປ

11. ຜູ້​ເບິ່ງແຍງ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

11 ຜູ້​ເບິ່ງແຍງ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ? ເມື່ອ​ໄດ້​ຮັບ​ຄຳ​ແນະນຳ ຜູ້​ເບິ່ງແຍງ​ຈະ​ອ່ານ​ຢ່າງ​ລະອຽດ​ແລະ​ພະຍາຍາມ​ເຕັມທີ​ເພື່ອ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ຕົວຢ່າງ​ເຊັ່ນ: ຜູ້​ເບິ່ງແຍງ​ໄດ້​ຮັບ​ຄຳ​ແນະນຳ​ເລື່ອງ​ການ​ເຮັດ​ສ່ວນ​ໃນ​ການ​ປະຊຸມ ການ​ເປັນ​ຕົວແທນ​ໃນ​ການ​ອະທິດຖານ​ຢູ່​ການ​ປະຊຸມ ແລະ​ການ​ເບິ່ງແຍງ​ຝູງ​ແກະ​ຂອງ​ພະຄລິດ. ເມື່ອ​ຜູ້​ເບິ່ງແຍງ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ອົງການ ພີ່ນ້ອງ​ກໍ​ຈະ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເອົາໃຈໃສ່​ເຂົາເຈົ້າ.

ຜູ້​ເບິ່ງແຍງ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ຄຳ​ແນະນຳ​ທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ (ເບິ່ງ​ຂໍ້ 11) c


12. (ກ) ເປັນ​ຫຍັງ​ເຮົາ​ຄວນ​ຮ່ວມ​ມື​ກັບ​ພີ່ນ້ອງ​ທີ່​ນຳໜ້າ? (ເຮັບເຣີ 13:7, 17) (ຂ) ເປັນ​ຫຍັງ​ເຮົາ​ຄວນ​ສົນໃຈ​ຈຸດ​ທີ່​ດີ​ຂອງ​ພີ່ນ້ອງ​ທີ່​ນຳໜ້າ?

12 ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຜູ້​ເບິ່ງແຍງ ເຮົາ​ຄວນ​ເຕັມໃຈ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ຊ່ວຍ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ໄດ້​ງ່າຍ​ຂຶ້ນ. ຄຳພີ​ໄບເບິນ​ສະໜັບສະໜູນ​ເຮົາ​ໃຫ້​ເຊື່ອຟັງ​ແລະ​ຍອມຮັບ​ອຳນາດ​ພີ່ນ້ອງ​ທີ່​ນຳໜ້າ. (ອ່ານ​ເຮັບເຣີ 13:7, 17) ແຕ່​ບາງ​ເທື່ອ​ມັນ​ກໍ​ບໍ່​ງ່າຍ. ຍ້ອນຫຍັງ? ຍ້ອນ​ເຂົາເຈົ້າ​ກໍ​ເປັນ​ຄົນ​ບໍ່​ສົມບູນແບບ. ຖ້າ​ເຮົາ​ເບິ່ງ​ແຕ່​ຈຸດ​ບໍ່​ດີ​ຂອງ​ເຂົາເຈົ້າ​ແທນ​ທີ່​ຈະ​ສົນໃຈ​ຈຸດ​ທີ່​ດີ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ທີ່​ຊ່ວຍ​ສັດຕູ​ຂອງ​ເຮົາ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ສັດຕູ​ຂອງ​ເຮົາ​ຢາກ​ໃຫ້​ເຮົາ​ສົງໄສ​ໃນ​ເລື່ອງ​ທີ່​ພະ​ເຢໂຫວາ​ໃຊ້​ອົງການ​ເພື່ອ​ຊີ້ນຳ​ເຮົາ. ຖ້າ​ເຮົາ​ຄິດ​ໃນ​ແງ່​ລົບ​ກ່ຽວກັບ​ຜູ້​ເບິ່ງແຍງ ເຮົາ​ກໍ​ອາດຈະ​ຄິດ​ໃນ​ແງ່​ລົບ​ກ່ຽວກັບ​ອົງການ​ຄື​ກັນ​ແລະ​ເຊົາ​ໄວ້ໃຈ​ອົງການ. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເບິ່ງ​ອອກ​ວ່າ​ມັນ​ເປັນ​ເລື່ອງ​ຕົວະ​ຂອງ​ສັດຕູ​ແລະ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ເລື່ອງ​ນັ້ນ?

ຢ່າ​ໃຫ້​ໃຜ​ເຮັດ​ໃຫ້​ເຈົ້າ​ບໍ່​ໄວ້ໃຈ​ອົງການ

13. ສັດຕູ​ຂອງ​ພະ​ເຢໂຫວາ​ພະຍາຍາມ​ເຮັດ​ໃຫ້​ອົງການ​ຂອງ​ເພິ່ນ​ເບິ່ງ​ບໍ່​ດີ​ແນວ​ໃດ?

13 ສັດຕູ​ຂອງ​ພະ​ເຢໂຫວາ​ພະຍາຍາມ​ເຮັດ​ໃຫ້​ຄົນ​ອື່ນ​ເບິ່ງ​ອົງການ​ຂອງ​ເພິ່ນ​ໃນ​ທາງ​ທີ່​ບໍ່​ດີ. ຕົວຢ່າງ​ເຊັ່ນ: ເຮົາ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ວ່າ​ພະ​ເຢໂຫວາ​ຄາດໝາຍ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເປັນ​ຄົນ​ທີ່​ສະອາດ​ທາງ​ດ້ານ​ຮ່າງກາຍ ທາງ​ດ້ານ​ສິນລະທຳ ແລະ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ. ພະ​ເຢໂຫວາ​ເວົ້າ​ວ່າ ຖ້າ​ຜູ້​ໃດ​ເຮັດ​ບໍ່​ດີ​ຢູ່​ເລື້ອຍໆ​ແລະ​ບໍ່​ຍອມ​ປ່ຽນ​ນິດໄສ ລາວ​ຈະ​ຖືກ​ຕັດ​ສຳພັນ​ແລະ​ບໍ່​ໄດ້​ຢູ່​ໃນ​ປະຊາຄົມ​ອີກ​ຕໍ່​ໄປ. (1ກຣ. 5:11-13; 6:9, 10) ຍ້ອນ​ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ເລື່ອງ​ນີ້ ສັດຕູ​ຂອງ​ເຮົາ​ຈຶ່ງ​ພະຍາຍາມ​ໃຊ້​ເລື່ອງ​ນີ້​ເພື່ອ​ກ່າວຫາ​ເຮົາ​ວ່າ​ເປັນ​ຄົນ​ໃຈ​ແຄບ ມັກ​ຕັດສິນ​ຄົນ​ອື່ນ ແລະ​ບໍ່​ສະແດງ​ຄວາມ​ຮັກ.

14. ໃຜ​ຢູ່​ເບື້ອງ​ຫຼັງ​ເລື່ອງ​ຕົວະ​ຕ່າງໆ​ກ່ຽວກັບ​ອົງການ​ຂອງ​ເຮົາ?

14 ໃຫ້​ຮູ້​ວ່າ​ແມ່ນ​ໃຜ​ແທ້ໆ​ທີ່​ໂຈມຕີ​ອົງການ. ຊາຕານ​ຢູ່​ເບື້ອງ​ຫຼັງ​ເລື່ອງ​ຕົວະ​ຕ່າງໆ​ກ່ຽວກັບ​ອົງການ​ຂອງ​ເຮົາ. ມັນ​ເປັນ “ພໍ່​ຂອງ​ການ​ຕົວະ.” (ຢຮ. 8:44; ປຖກ. 3:1-5) ດັ່ງນັ້ນ ເຮົາ​ຄາດໝາຍ​ໄດ້​ວ່າ​ມັນ​ຈະ​ໃຊ້​ຄົນ​ຂອງ​ມັນ​ສົ່ງເສີມ​ເລື່ອງ​ຕົວະ​ຕ່າງໆ​ກ່ຽວກັບ​ອົງການ​ຂອງ​ພະ​ເຢໂຫວາ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ແຈ້ງ​ຈາກ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພະ​ເຢຊູ​ແລະ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ.

15. ພວກ​ຫົວໜ້າ​ສາສະໜາ​ໄດ້​ເຮັດ​ຫຍັງ​ໃຫ້​ພະ​ເຢຊູ​ແລະ​ພວກ​ລູກສິດ​ຂອງ​ເພິ່ນ?

15 ເຖິງ​ວ່າ​ພະ​ເຢຊູ​ລູກ​ຂອງ​ພະເຈົ້າ​ເປັນ​ຄົນ​ສົມບູນແບບ​ແລະ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ທີ່​ເປັນ​ຕາ​ງຶດ ແຕ່​ຊາຕານ​ໄດ້​ໃຊ້​ຄົນ​ຂອງ​ມັນ​ແຜ່​ຄຳ​ຕົວະ​ຫຼາຍ​ຢ່າງ​ກ່ຽວກັບ​ພະ​ເຢຊູ. ຕົວຢ່າງ​ເຊັ່ນ: ພວກ​ຫົວໜ້າ​ສາສະໜາ​ບອກ​ປະຊາຊົນ​ວ່າ​ພະ​ເຢຊູ​ໄລ່​ພວກ​ປີສາດ​ອອກ​ໄດ້​ຍ້ອນ​ໄດ້​ອຳນາດ​ຈາກ “ຫົວໜ້າ​ພວກ​ປີສາດ.” (ມຣກ. 3:22) ຕອນ​ທີ່​ພະ​ເຢຊູ​ຖືກ​ພິຈາລະນາ​ຄະດີ ພວກ​ຫົວໜ້າ​ສາສະໜາ​ກໍ​ຍັງ​ກ່າວຫາ​ເພິ່ນ​ວ່າ​ໝິ່ນ​ປະໝາດ​ພະເຈົ້າ ແລະ​ເຂົາເຈົ້າ​ຍັງ​ໄດ້​ຍົວະ​ປະຊາຊົນ​ໃຫ້​ຮຽກ​ຮ້ອງ​ເພື່ອ​ໃຫ້​ພະ​ເຢຊູ​ຖືກ​ຂ້າ. (ມທ. 27:20) ຕໍ່​ມາ ພວກ​ລູກສິດ​ຂອງ​ພະ​ເຢຊູ​ໄປ​ປະກາດ​ຢູ່​ບ່ອນ​ຕ່າງໆ ພວກ​ຜູ້​ຕໍ່ຕ້ານ​ໄດ້ “ຍົວະ​ຄົນ​ຕ່າງ​ຊາດ” ໃຫ້​ຂົ່ມເຫງ​ເຂົາເຈົ້າ. (ກຈກ. 14:2, 19) ຫໍສັງເກດການ 1 ທັນວາ 1998 ເວົ້າ​ເຖິງ​ກິດຈະການ 14:2 ວ່າ: “ພວກ​ຜູ້​ຕໍ່ຕ້ານ​ທີ່​ເປັນ​ຄົນ​ຢິວ​ໄດ້​ປະຕິເສດ​ເລື່ອງ​ທີ່​ຄລິດສະຕຽນ​ປະກາດ ແລະ​ເຂົາເຈົ້າ​ຍັງ​ໄດ້​ເວົ້າ​ແນວ​ບໍ່​ດີ​ກ່ຽວກັບ​ຄລິດສະຕຽນ​ເພື່ອ​ບໍ່​ໃຫ້​ຄົນ​ຕ່າງ​ຊາດ​ຟັງ​ສິ່ງ​ທີ່​ຄລິດສະຕຽນ​ປະກາດ​ແລະ​ຊັງ​ຄົນ​ເຫຼົ່າ​ນັ້ນ.”

16. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ຖ້າ​ເຮົາ​ໄດ້​ຍິນ​ເລື່ອງ​ຕົວະ?

16 ໃນ​ທຸກ​ມື້​ນີ້​ຊາຕານ​ກໍ​ຍັງ​ຕົວະ​ຢູ່ ແລະ​ມັນ​ຍັງ “ລໍ້ລວງ​ທົ່ວ​ໂລກ​ໃຫ້​ຫຼົງ​ຜິດ.” (ພນມ. 12:9) ຖ້າ​ເຈົ້າ​ໄດ້​ຍິນ​ເລື່ອງ​ໃນ​ແງ່​ລົບ​ກ່ຽວກັບ​ອົງການ​ຫຼື​ພີ່ນ້ອງ​ທີ່​ນຳໜ້າ ຂໍ​ໃຫ້​ຈື່​ໄວ້​ວ່າ​ສັດຕູ​ຂອງ​ພະເຈົ້າ​ເຄີຍ​ເຮັດ​ແນວ​ໃດ​ແດ່​ກັບ​ພະ​ເຢຊູ​ແລະ​ພວກ​ລູກສິດ​ຂອງ​ເພິ່ນ​ໃນ​ສະຕະວັດ​ທຳອິດ. ພະ​ເຢຊູ​ບອກ​ວ່າ ຄົນ​ຈະ​ຕໍ່ຕ້ານ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ແລະ​ຈະ​ເວົ້າ​ຕົວະ​ກ່ຽວກັບ​ເຂົາເຈົ້າ. (ມທ. 5:11, 12) ນີ້​ແມ່ນ​ສິ່ງ​ທີ່​ເກີດຂຶ້ນ​ແທ້ໆ​ໃນ​ທຸກ​ມື້​ນີ້. ເຮົາ​ຈະ​ບໍ່​ຫຼົງ​ເຊື່ອ​ເລື່ອງ​ຕົວະ​ຖ້າ​ເຮົາ​ຮູ້​ວ່າ​ແມ່ນ​ໃຜ​ແທ້ໆ​ທີ່​ຢູ່​ເບື້ອງ​ຫຼັງ​ແລະ​ເຮັດ​ສິ່ງ​ທີ່​ປົກປ້ອງ​ໂຕເອງ​ທັນທີ. ເຮົາ​ຈະ​ປົກປ້ອງ​ໂຕເອງ​ແນວ​ໃດ?

17. ເຮົາ​ຈະ​ຫຼີກລ່ຽງ​ອັນຕະລາຍ​ຈາກ​ເລື່ອງ​ຕົວະ​ໄດ້​ແນວ​ໃດ? (2 ຕີໂມທຽວ 1:13) (ເບິ່ງ​ຂອບ “ ຄວນ​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຍິນ​ເລື່ອງ​ຕົວະ?” ນຳ)

17 ບໍ່​ຫຍຸ້ງ​ກ່ຽວກັບ​ເລື່ອງ​ຕົວະ. ໂປໂລ​ໃຫ້​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ໄດ້​ຍິນ​ເລື່ອງ​ຕົວະ. ລາວ​ບອກ​ຕີໂມທຽວ​ໃຫ້ “ສັ່ງ​ບາງ​ຄົນ​ບໍ່​ໃຫ້ . . . ສົນໃຈ​ເລື່ອງ​ຕົວະ” ແລະ “ຢ່າ​ສົນໃຈ​ເລື່ອງ​ຕົວະ​ທີ່​ຂັດ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ.” (1ຕມ. 1:3, 4; 4:7) ເດັກນ້ອຍ​ທີ່​ບໍ່​ຮູ້​ຈັກ​ຫຍັງ​ອາດຈະ​ມັກ​ຈັບ​ເອົາ​ສິ່ງ​ທີ່​ຢູ່​ພື້ນ​ໃສ່​ປາກ​ໂດຍ​ບໍ່​ຮູ້​ວ່າ​ມັນ​ເປັນ​ອັນຕະລາຍ​ຫຼື​ບໍ່ ແຕ່​ຜູ້​ໃຫຍ່​ຈະ​ບໍ່​ເຮັດ​ແບບ​ນັ້ນ​ເດັດຂາດ​ຍ້ອນ​ລາວ​ຮູ້​ວ່າ​ມັນ​ອັນຕະລາຍ. ເຮົາ​ກໍ​ຄື​ກັນ ເຮົາ​ຈະ​ບໍ່​ຫຍຸ້ງ​ກ່ຽວກັບ​ເລື່ອງ​ຕົວະ​ຍ້ອນ​ເຮົາ​ຮູ້​ວ່າ​ເລື່ອງ​ນັ້ນ​ມາ​ຈາກ​ໃສ. ເຮົາ​ຈະ​ຍຶດ​ໝັ້ນ​ກັບ “ຄຳສອນ​ທີ່​ເປັນ​ປະໂຫຍດ” ຕໍ່ໆ​ໄປ.—ອ່ານ 2 ຕີໂມທຽວ 1:13

18. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ?

18 ໃນ​ບົດ​ນີ້​ເຮົາ​ໄດ້​ຮຽນ 3 ວິທີ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ຮຽນ​ແບບ​ພະ​ເຢຊູ. ເມື່ອ​ເຈົ້າ​ສຶກສາ​ຄຳພີ​ໄບເບິນ ຂໍ​ໃຫ້​ສັງເກດ​ວິທີ​ອື່ນໆ​ທີ່​ອົງການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ. ຂໍ​ໃຫ້​ເຈົ້າ​ຊ່ວຍ​ຄົນ​ໃນ​ປະຊາຄົມ​ໃຫ້​ໄວ້ໃຈ​ອົງການ​ຫຼາຍ​ຂຶ້ນ ແລະ​ຂໍ​ໃຫ້​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ​ໂດຍ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ແລະ​ຕິດຕາມ​ອົງການ​ຢ່າງ​ໃກ້ຊິດ​ສະເໝີ ຍ້ອນ​ພະ​ເຢໂຫວາ​ກຳລັງ​ໃຊ້​ອົງການ​ນີ້​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ​ເປັນ​ຈິງ. (ພສ. 37:28) ຂໍ​ໃຫ້​ເຮົາ​ເຫັນຄ່າ​ສິດທິ​ພິເສດ​ທີ່​ໄດ້​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ນຳ​ກັນ​ກັບ​ຄົນ​ທີ່​ຮັກ​ແລະ​ພັກດີ​ຕໍ່​ເພິ່ນ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ອົງການ​ຂອງ​ພະ​ເຢໂຫວາ​ຮຽນ​ແບບ​ພະ​ເຢຊູ​ແນວ​ໃດ?

  • ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ໄວ້ໃຈ​ອົງການ​ຂອງ​ພະ​ເຢໂຫວາ​ສະເໝີ?

  • ເຮົາ​ຄວນ​ເຮັດ​ຫຍັງ​ຖ້າ​ເຮົາ​ໄດ້​ຍິນ​ເລື່ອງ​ຕົວະ?

ເພງ​ທີ 103 ຜູ້​ບຳລຸງ​ລ້ຽງ​ຂອງຂວັນ​ທີ່​ເປັນ​ມະນຸດ

a ເບິ່ງ​ຂອບ “ເປັນ​ຫຍັງ​ເປັນ​ປີ 1919?” ໃນ​ປຶ້ມ​ການ​ນະມັດສະການ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ຟື້ນຟູ! ໜ້າ 102-103. (ພາສາ​ໄທ)

b ພາສາ​ໄທ

c ຄຳ​ອະທິບາຍ​ຮູບ: ຫຼັງ​ຈາກ​ທີ່​ຄະນະ​ຜູ້​ເບິ່ງແຍງ​ລົມ​ກັນ​ກ່ຽວກັບ​ການ​ປະກາດ​ຢູ່​ບ່ອນ​ສາທາລະນະ ຜູ້​ເບິ່ງແຍງ​ກຸ່ມ​ປະກາດ​ຄົນ​ໜຶ່ງ​ກໍ​ເອົາ​ຄຳ​ແນະນຳ​ທີ່​ໄດ້​ຈາກ​ການ​ປະຊຸມ​ມາ​ແນະນຳ​ພີ່ນ້ອງ​ວ່າ​ໃຫ້​ຢືນ​ຕິດ​ກັບ​ຝາ​ເພື່ອ​ບໍ່​ໃຫ້​ຄົນ​ເຂົ້າ​ມາ​ທາງ​ຫຼັງ.