ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ເປັນ​ຫຍັງ​ທະຫານ​ຂອງ​ກະສັດ​ດາວິດ​ຈຶ່ງ​ມີ​ຄົນ​ຕ່າງ​ຊາດ?

ໃນ​ກອງທັບ​ຂອງ​ດາວິດ​ມີ​ທະຫານ​ຫຼາຍ​ຄົນ​ທີ່​ເປັນ​ຄົນ​ຕ່າງ​ຊາດ. ຕົວຢ່າງ​ເຊັ່ນ: ເຊເລັກ​ຄົນ​ອຳໂມນ ອູຣີຢາ​ຄົນ​ເຫດ ແລະ​ອີທະມາ​ຄົນ​ໂມອາບ. a (1ຂຄ. 11:39, 41, 46) ນອກ​ຈາກ​ນັ້ນ ໃນ​ກອງທັບ​ຂອງ​ດາວິດ​ຍັງ​ມີ “ພວກ​ເກເຣັດ ພວກ​ເປເລດ ແລະ​ຄົນ​ເມືອງ​ກັດ.” (2ຊມ. 15:18) ຄົນ​ເມືອງ​ກັດ​ເປັນ​ຄົນ​ຟີລິດສະຕີນ ແລະ​ພວກ​ເກເຣັດ​ກັບ​ພວກ​ເປເລດ​ກໍ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພວກ​ຟີລິດສະຕີນ.—ຢຊ. 13:2, 3; 1ຊມ. 6:17, 18; ອຊກ. 25:16

ເປັນ​ຫຍັງ​ດາວິດ​ຈຶ່ງ​ຍອມ​ໃຫ້​ຄົນ​ຕ່າງ​ຊາດ​ຢູ່​ໃນ​ກອງທັບ​ຂອງ​ລາວ? ຍ້ອນ​ລາວ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ຈະ​ພັກດີ​ຕໍ່​ລາວ ແລະ​ສຳຄັນ​ທີ່​ສຸດ​ແມ່ນ​ພັກດີ​ຕໍ່​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ວັດຈະນານຸກົມ​ຫົວ​ໜຶ່ງ​ກ່ຽວກັບ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ພວກ​ເກເຣັດ​ແລະ​ພວກ​ເປເລດ​ວ່າ: “ເຂົາເຈົ້າ​ພັກດີ​ຕໍ່​ດາວິດ​ຕອນ​ທີ່​ລາວ​ເຈິ​ຄວາມ​ຍາກ​ລຳບາກ​ທີ່​ສຸດ.” ເຂົາເຈົ້າ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພັກດີ? ຕອນ​ທີ່​ພວກ​ອິດສະຣາເອນ​ເຊົາ​ຕິດຕາມ​ດາວິດ ແລ້ວ​ໄປ​ຕິດຕາມ​ເຊບາ​ທີ່ “ກໍ່​ຄວາມ​ວຸ່ນວາຍ” ພວກ​ເກເຣັດ​ແລະ​ພວກ​ເປເລດ​ຍັງ​ພັກດີ​ຕໍ່​ດາວິດ​ແລະ​ຊ່ວຍ​ຈັດການ​ກັບ​ເຊບາ​ທີ່​ພະຍາຍາມ​ກະບົດ. (2ຊມ. 20:1, 2, 7) ມີ​ອີກ​ເທື່ອ​ໜຶ່ງ ຕອນ​ທີ່​ອາໂດນີຢາ​ລູກ​ຊາຍ​ຂອງ​ດາວິດ​ພະຍາຍາມ​ຕັ້ງ​ໂຕເອງ​ເປັນ​ກະສັດ ພວກ​ເກເຣັດ​ແລະ​ພວກ​ເປເລດ​ກໍ​ຍັງ​ພັກດີ​ຕໍ່​ດາວິດ​ສະເໝີ ແລະ​ເຂົາເຈົ້າ​ຊ່ວຍ​ໂຊໂລໂມນ​ເຊິ່ງ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ​ໄດ້​ເປັນ​ກະສັດ​ຕໍ່​ຈາກ​ດາວິດ.—1ກສ. 1:24-27, 38, 39

ຄົນ​ຕ່າງ​ຊາດ​ອີກ​ຜູ້​ໜຶ່ງ​ທີ່​ພັກດີ​ຕໍ່​ດາວິດ​ສະໝີ​ແມ່ນ​ອິດຕາຍ​ຄົນ​ເມືອງ​ກັດ. ອິດຕາຍ​ກັບ​ທະຫານ​ຂອງ​ລາວ 600 ຄົນ​ສະໜັບສະໜູນ​ດາວິດ​ຕອນ​ທີ່​ອັບຊາໂລມ​ລູກ​ຊາຍ​ຂອງ​ດາວິດ​ກະບົດ. ອັບຊາໂລມ​ໃຊ້​ວິທີ​ທີ່​ມີ​ເລ່ລ່ຽມ​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ມັກ​ລາວ. ທຳອິດ ດາວິດ​ບອກ​ອິດຕາຍ​ວ່າ ຍ້ອນ​ອິດຕາຍ​ເປັນ​ຄົນ​ຕ່າງ​ຊາດ ລາວ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ຕໍ່ສູ້​ເພື່ອ​ດາວິດ ແຕ່​ອິດຕາຍ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ແລະ​ຕໍ່​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ວ່າ ບໍ່​ວ່າ​ກະສັດ​ນາຍ​ຂອງ​ຂ້ອຍ​ຈະ​ໄປໃສ ຂ້ອຍ​ກໍ​ຈະ​ໄປ​ນຳ ແລະ​ຂ້ອຍ​ພ້ອມ​ທີ່​ຈະ​ຕາຍ​ນຳ​ທ່ານ!”—2ຊມ. 15:6, 18-21

ອິດຕາຍ​ພັກດີ​ຕໍ່​ດາວິດ​ກະສັດ​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ

ເຖິງ​ວ່າ​ພວກ​ເກເຣັດ ພວກ​ເປເລດ ແລະ​ຄົນ​ເມືອງ​ກັດ​ເປັນ​ຄົນ​ຕ່າງ​ຊາດ ແຕ່​ເຂົາເຈົ້າ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້ ແລະ​ຮູ້​ວ່າ​ດາວິດ​ເປັນ​ກະສັດ​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ. ດາວິດ​ຕ້ອງ​ຮູ້ສຶກ​ຂອບໃຈ​ແລະ​ເຫັນຄ່າ​ແທ້ໆ​ທີ່​ຜູ້​ຊາຍ​ທີ່​ສັດຊື່​ເຫຼົ່າ​ນີ້​ຢູ່​ຄຽງ​ຂ້າງ​ລາວ!

a ກົດໝາຍ​ຂອງ​ພະ​ເຢໂຫວາ​ທີ່​ຂຽນ​ໄວ້​ໃນ​ພະ​ບັນຍັດ 23:3-6 ບອກ​ວ່າ ຢ່າ​ໃຫ້​ຄົນ​ອຳໂມນ​ຫຼື​ຄົນ​ໂມອາບ​ເຂົ້າ​ມາ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ກົດໝາຍ​ຂໍ້​ນີ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ບໍ່​ສາມາດ​ໄດ້​ສິດ​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ​ແລະ​ບໍ່​ສາມາດ​ໄດ້​ສິດ​ຕ່າງໆ​ແບບ​ທີ່​ຄົນ​ອິດສະຣາເອນ​ໄດ້ ແຕ່​ຄົນ​ອຳໂມນ​ກັບ​ຄົນ​ໂມອາບ​ສາມາດ​ຄົບຫາ​ແລະ​ເຂົ້າ​ມາ​ອາໄສ​ຢູ່​ຮ່ວມ​ກັບ​ຄົນ​ອິດສະຣາເອນ​ໄດ້​ຖ້າ​ເຂົາເຈົ້າ​ຍອມຮັບ​ເອົາ​ການ​ນະມັດສະການ​ແທ້. ເບິ່ງ​ປຶ້ມ​ການ​ເຂົ້າໃຈ​ພະຄຳພີ​ຢ່າງ​ເລິກ​ເຊິ່ງ (Insight on the Scriptures) ເຫຼັ້ມ 1 ໜ້າ 95.