ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 22

ເພງ​ທີ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ

ໃຊ້​ເວລາ​ຕອນ​ທີ່​ເປັນ​ແຟນ​ກັນ​ເພື່ອ​ຊ່ວຍ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ

ໃຊ້​ເວລາ​ຕອນ​ທີ່​ເປັນ​ແຟນ​ກັນ​ເພື່ອ​ຊ່ວຍ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ

“ຄວາມ​ງາມ . . . ທີ່​ຢູ່​ພາຍ​ໃນ . . . ມີ​ຄ່າ​ຫຼາຍ.”1ປຕ. 3:4

ຈຸດ​ສຳຄັນ

ຄົນ​ທີ່​ເປັນ​ແຟນ​ກັນ​ຈະ​ເຮັດ​ຫຍັງ​ເພື່ອ​ຈະ​ຕັດສິນໃຈ​ຢ່າງ​ຖືກຕ້ອງ ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ?

1-2. ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເປັນ​ແຟນ​ກັນ?

 ຕອນ​ທີ່​ເປັນ​ແຟນ​ກັນ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ​ແລະ​ໜ້າ​ຕື່ນເຕັ້ນ. ຖ້າ​ເຈົ້າ​ກຳລັງ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ຢູ່ ເຈົ້າ​ຄື​ຊິ​ຢາກ​ໃຫ້​ມັນ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ ແລະ​ຫຼາຍ​ຄູ່​ກໍ​ຮູ້ສຶກ​ແບບ​ນັ້ນ. ຊີຢານ aພີ່ນ້ອງ​ຍິງ​ຈາກ​ເອທິໂອເປຍ​ເວົ້າ​ວ່າ: “ຕອນ​ທີ່ຂ້ອຍ​ກັບ​ຜົວ​ເປັນ​ແຟນ​ກັນ​ເປັນ​ໜຶ່ງ​ໃນ​ຊ່ວງ​ເວລາ​ທີ່​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່ສຸດ. ຕອນ​ນັ້ນ ເຮົາ​ໄດ້​ລົມ​ກັນ​ຫຼາຍ​ເລື່ອງ​ທີ່​ສຳຄັນ ແລະ​ກໍ​ໄດ້​ລົມ​ເລື່ອງ​ອື່ນ​ນຳ​ທີ່​ເຮັດ​ໃຫ້​ເຮົາ​ຫົວ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຈິ​ຄົນ​ທີ່​ຂ້ອຍ​ຮັກ​ແລະ​ລາວ​ກໍ​ຮັກ​ຂ້ອຍ​ຄື​ກັນ.”

2 ເຖິງ​ຈະ​ເປັນ​ແນວ​ນັ້ນ ອາເລໂຊ​ພີ່ນ້ອງ​ຊາຍ​ຈາກ​ເນເທີແລນ​ເວົ້າ​ວ່າ: “ຕອນ​ທີ່ຂ້ອຍ​ກັບ​ເມຍ​ເປັນ​ແຟນ​ກັນ ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ. ແຕ່​ເຮົາ​ກໍ​ເຈິ​ບັນຫາ​ຄື​ກັນ.” ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວ່າ ຄົນ​ທີ່​ເປັນ​ແຟນ​ກັນ​ເຈິ​ບັນຫາ​ຫຍັງ​ແດ່​ແລະ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ. ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ​ແນວ​ໃດ.

ຈຸດປະສົງ​ຂອງ​ການ​ຄົບຫາ​ເປັນ​ແຟນ​ກັນ

3. ຈຸດປະສົງ​ຂອງ​ການ​ຄົບຫາ​ເປັນ​ແຟນ​ກັນ​ແມ່ນ​ຫຍັງ? (ສຸພາສິດ 20:25)

3 ເຖິງ​ວ່າ​ການ​ຄົບຫາ​ເປັນ​ແຟນ​ກັນ​ຈະ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ​ຫຼາຍ ແຕ່​ກໍ​ເປັນ​ຂັ້ນ​ຕອນ​ທີ່​ສຳຄັນ​ນຳ​ຍ້ອນ​ມັນ​ອາດ​ພາ​ໄປ​ສູ່​ການ​ແຕ່ງດອງ. ໃນ​ມື້​ແຕ່ງດອງ ເຈົ້າ​ບ່າວ​ກັບ​ເຈົ້າ​ສາວ​ຈະ​ປະຕິຍານ​ຕໍ່​ພະ​ເຢໂຫວາ​ວ່າ​ເຂົາເຈົ້າ​ຈະ​ຮັກ​ແລະ​ໃຫ້​ກຽດ​ກັນ​ຕາບ​ໃດ​ທີ່​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່. ກ່ອນ​ຈະ​ປະຕິຍານ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ເຮົາ​ຕ້ອງ​ຄິດ​ຄັກໆ. (ອ່ານ​ສຸພາສິດ 20:25) ຄຳ​ປະຕິຍານ​ເລື່ອງ​ການ​ແຕ່ງດອງ​ກໍ​ເປັນ​ແບບ​ນັ້ນ. ການ​ຄົບຫາ​ເປັນ​ແຟນ​ກັນ​ຊ່ວຍ​ສອງ​ຄົນ​ໃຫ້​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ. ບາງ​ເທື່ອ​ທັງ​ສອງ​ຄົນ​ອາດ​ຕັດສິນໃຈ​ທີ່​ຈະ​ແຕ່ງດອງ​ກັນ ຫຼື​ອາດ​ຈະ​ຕັດສິນໃຈ​ເຊົາ​ເປັນ​ແຟນ​ກັນ​ກໍ​ໄດ້. ຖ້າ​ທັງ​ສອງ​ຄົນ​ເຊົາ​ເປັນ​ແຟນ​ກັນ​ມັນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ລົ້ມເຫຼວ ແຕ່​ເຂົາເຈົ້າ​ໄດ້​ເຮັດ​ຕາມ​ຈຸດປະສົງ​ຂອງ​ການ​ຄົບຫາ​ເປັນ​ແຟນ​ກັນ​ແລ້ວ ນັ້ນ​ກໍ​ຄື​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ​ວ່າ​ຈະ​ແຕ່ງດອງ​ກັນ​ຫຼື​ບໍ່​ແຕ່ງ.

4. ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ຄົບຫາ​ເປັນ​ແຟນ​ກັນ?

4 ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ຄົບຫາ​ເປັນ​ແຟນ​ກັນ? ຖ້າ​ຄົນ​ໂສດ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ຈະ​ບໍ່​ເປັນ​ແຟນ​ກັບ​ຜູ້​ທີ່​ເຂົາເຈົ້າ​ບໍ່​ຄິດ​ທີ່​ຈະ​ແຕ່ງດອງ​ນຳ. ບໍ່​ແມ່ນ​ແຕ່​ຄົນ​ໂສດ​ເທົ່າ​ນັ້ນ​ທີ່​ຕ້ອງ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ນີ້ ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ມີ​ຄື​ກັນ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ຄິດ​ວ່າ​ຖ້າ​ເປັນ​ແຟນ​ກັນ ກໍ​ຕ້ອງ​ແຕ່ງດອງ​ກັນ. ການ​ຄິດ​ແບບ​ນີ້​ມີ​ຜົນ​ກະທົບ​ຕໍ່​ຄົນ​ໂສດ​ແນວ​ໃດ? ເມລິຊ້າ​ພີ່ນ້ອງ​ຍິງ​ໂສດ​ທີ່​ຢູ່​ອາເມຣິກາ​ເວົ້າ​ວ່າ: “ຄົນ​ທີ່​ກຳລັງ​ຄົບຫາ​ກັນ​ຮູ້ສຶກ​ວ່າ​ຖືກ​ກົດດັນ​ຈາກ​ພີ່ນ້ອງ​ທີ່​ເປັນ​ພະຍານ ຍ້ອນ​ເຂົາເຈົ້າ​ຄາດໝາຍ​ວ່າ​ທັງ​ສອງ​ຕ້ອງ​ແຕ່ງດອງ​ກັນ. ບາງ​ຄູ່​ຈຶ່ງ​ບໍ່​ເຊົາ​ເປັນ​ແຟນ​ກັນ​ທັງໆ​ທີ່​ໄປ​ກັນ​ບໍ່​ໄດ້. ສ່ວນ​ຄົນ​ໂສດ​ບາງ​ຄົນ​ກໍ​ບໍ່​ກ້າ​ຄົບຫາ​ກັບ​ໃຜ​ເລີຍ. ຖ້າ​ເປັນ​ແບບ​ນີ້​ມັນ​ກໍ​ເຮັດ​ໃຫ້​ເຄັ່ງຕຶງ​ຫຼາຍ.”

ຮູ້​ຈັກ​ກັນ​ໃຫ້​ຫຼາຍ​ຂຶ້ນ

5-6. ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ​ຄວນ​ລົມ​ກັນ​ເລື່ອງ​ຫຍັງ​ແດ່​ເພື່ອ​ຈະ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ? (1 ເປໂຕ 3:4)

5 ຖ້າ​ເຈົ້າ​ກຳລັງ​ເປັນ​ແຟນ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ວ່າ​ຈະ​ແຕ່ງດອງ​ກັບ​ລາວ​ຫຼື​ບໍ່? ການ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ​ຊ່ວຍ​ໄດ້. ກ່ອນ​ເປັນ​ແຟນ​ກັນ ເຈົ້າ​ຄື​ຊິ​ຮູ້​ຈັກ​ລາວ​ແດ່​ແລ້ວ ແຕ່​ຕອນນີ້​ເຈົ້າ​ມີ​ໂອກາດ​ຮູ້​ຈັກ​ຕົວ​ຕົນ​ທີ່ “ຢູ່​ພາຍ​ໃນ” ຂອງ​ລາວ. (ອ່ານ 1 ເປໂຕ 3:4) ເລື່ອງ​ນີ້​ລວມ​ເຖິງ​ການ​ຮູ້​ວ່າ​ລາວ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ບໍ່? ນິດໄສ​ຂອງ​ລາວ​ເປັນ​ຈັ່ງ​ໃດ? ແລະ​ວິທີ​ຄິດ​ຂອງ​ລາວ​ເປັນ​ແນວ​ໃດ? ເມື່ອ​ເວລາ​ຜ່ານ​ໄປ ເຈົ້າ​ຄວນ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້​ໄດ້ ເຊັ່ນ: ‘ຜູ້​ນີ້​ເໝາະສົມ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ຂ້ອຍ​ບໍ?’ (ສພສ. 31:26, 27, 30; ອຟຊ. 5:33; 1ຕມ. 5:8) ‘ເຮົາ​ຈະ​ເອົາໃຈໃສ່​ຄວາມ​ຮູ້ສຶກ​ຂອງ​ກັນ​ແລະ​ກັນ​ໄດ້​ບໍ? ເຮົາ​ຈະ​ຍອມຮັບ​ຈຸດ​ທີ່​ບໍ່​ດີ​ຂອງ​ກັນ​ແລະ​ກັນ​ໄດ້​ບໍ?’ b (ຣມ. 3:23) ເມື່ອ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ ຂໍ​ໃຫ້​ຈື່​ໄວ້​ວ່າ​ສິ່ງ​ສຳຄັນ​ທີ່​ສຸດ​ບໍ່​ແມ່ນ​ວ່າ​ເຈົ້າ​ສອງ​ຄົນ​ມີ​ຫຍັງ​ແດ່​ທີ່​ຄ້າຍຄື​ກັນ ແຕ່​ເຈົ້າ​ສອງ​ຄົນ​ປັບ​ໂຕ​ເຂົ້າ​ກັນ​ໄດ້​ດີ​ສ່ຳ​ໃດ​ເຖິງ​ວ່າ​ມີ​ນິດໄສ​ທີ່​ຕ່າງ​ກັນ.

6 ຕອນ​ທີ່​ເປັນ​ແຟນ​ກັນ ເຈົ້າ​ຄວນ​ລົມ​ກັນ​ເລື່ອງ​ຫຍັງ​ອີກ? ກ່ອນ​ທີ່​ເຈົ້າ​ຈະ​ມັກ​ຜູ້​ນັ້ນ​ຫຼາຍ ເຈົ້າ​ຄື​ຊິ​ຢາກ​ລົມ​ກັນ​ກ່ຽວກັບ​ເລື່ອງ​ທີ່​ສຳຄັນ ເຊັ່ນ ເປົ້າໝາຍ​ໃນ​ອະນາຄົດ​ຂອງ​ແຕ່​ລະ​ຄົນ. ແຕ່​ຖ້າ​ເປັນ​ເລື່ອງ​ສ່ວນ​ໂຕ​ເດ? ເຊັ່ນ: ເລື່ອງ​ສຸຂະພາບ ເລື່ອງ​ເງິນ ຫຼື​ເລື່ອງ​ໃນ​ອະດີດ​ທີ່​ກະທົບ​ໃສ່​ອາລົມ​ຄວາມ​ຮູ້ສຶກ. ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ລົມ​ເລື່ອງ​ທັງໝົດ​ນີ້​ຕັ້ງແຕ່​ຕອນ​ເລີ່ມ​ຄົບ​ກັນ​ໃໝ່ໆ. (ສົມທຽບ​ກັບ​ໂຢຮັນ 16:12) ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຕອບ​ເລື່ອງ​ສ່ວນ​ໂຕ​ບາງ​ເລື່ອງ ກໍ​ຂໍ​ໃຫ້​ບອກ​ແຟນ​ເຈົ້າ. ແຕ່​ໃນ​ທີ່​ສຸດ ແຟນ​ຂອງ​ເຈົ້າ​ກໍ​ຕ້ອງ​ຮູ້​ເລື່ອງ​ເຫຼົ່າ​ນີ້​ເພື່ອ​ຈະ​ຊ່ວຍ​ລາວ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ. ດັ່ງນັ້ນ ເມື່ອ​ຮອດ​ເວລາ ພວກ​ເຈົ້າ​ກໍ​ຕ້ອງ​ເປີດ​ໃຈ​ລົມ​ກັນ​ໂດຍ​ເວົ້າ​ຄວາມ​ຈິງ​ທຸກ​ຢ່າງ​ກ່ຽວກັບ​ເລື່ອງ​ເຫຼົ່າ​ນີ້.

7. ມີ​ວິທີ​ໃດ​ແດ່​ຈະ​ຊ່ວຍ​ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ​ໃຫ້​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ? (ເບິ່ງ​ຂອບ “ ເປັນ​ແຟນ​ກັນ​ທາງ​ໄກ” ນຳ) (ເບິ່ງ​ຮູບ​ນຳ)

7 ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ແຟນ​ຂອງ​ເຈົ້າ​ເປັນ​ຄົນ​ແນວ​ໃດ​ແທ້ໆ? ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ເປີດ​ໃຈ​ລົມ​ກັນ​ແບບ​ກົງ​ໄປ​ກົງ​ມາ ໃຫ້​ຖາມ ແລະ​ຕັ້ງໃຈ​ຟັງ. (ສພສ. 20:5; ຢກບ. 1:19) ບາງ​ເທື່ອ​ເຈົ້າ​ອາດ​ເລືອກ​ເຮັດ​ບາງ​ຢ່າງ​ນຳ​ກັນ​ເພື່ອ​ຈະ​ໄດ້​ລົມ​ກັນ ເຊັ່ນ: ໄປ​ກິນ​ເຂົ້າ​ນຳ​ກັນ ໄປ​ຍ່າງ​ຫຼິ້ນ​ນຳ​ກັນ​ໃນ​ບ່ອນ​ທີ່​ມີ​ຄົນ ຫຼື​ໄປ​ປະກາດ​ນຳ​ກັນ. ເຈົ້າ​ຍັງ​ສາມາດ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ​ໂດຍ​ໃຊ້​ເວລາ​ກັບ​ໝູ່​ແລະ​ຄອບຄົວ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ວາງ​ແຜນ​ເຮັດ​ບາງ​ຢ່າງ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ແຟນ​ຂອງ​ເຈົ້າ​ມີ​ນິດໄສ​ແບບ​ໃດ​ເມື່ອ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ອື່ນ​ແລະ​ເມື່ອ​ຢູ່​ກັບ​ຫຼາຍ​ຄົນ. ໃຫ້​ເບິ່ງ​ສິ່ງ​ທີ່​ອັດຊ໌ວິນ​ຈາກ​ເນເທີແລນ​ພະຍາຍາມ​ເຮັດ. ລາວ​ເວົ້າ​ເຖິງ​ຕອນ​ທີ່​ເປັນ​ແຟນ​ກັບ​ອາລິເຊຍ​ວ່າ: “ເຮົາ​ຊອກ​ຫາ​ກິດຈະກຳ​ງ່າຍໆ​ເຮັດ​ນຳ​ກັນ​ເພື່ອ​ຈະ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ ເຊັ່ນ: ແຕ່ງ​ກິນ​ນຳ​ກັນ​ຫຼື​ເຮັດ​ວຽກ​ເລັກໆ​ນ້ອຍໆ​ນຳ​ກັນ. ຕອນ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຮົາ​ຈະ​ເຫັນ​ຈຸດ​ດີ​ແລະ​ຈຸດ​ອ່ອນ​ຂອງ​ກັນ​ແລະ​ກັນ.”

ຖ້າ​ເຈົ້າ​ສອງ​ຄົນ​ເຮັດ​ບາງ​ຢ່າງ​ນຳ​ກັນ​ເພື່ອ​ຈະ​ໄດ້​ລົມ​ກັນ ພວກ​ເຈົ້າ​ກໍ​ຈະ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 7-8)


8. ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ​ອາດ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ສຶກສາ​ນຳ​ກັນ?

8 ອີກ​ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ​ແມ່ນ ການ​ລົມ​ກັນ​ເລື່ອງ​ໃນ​ຄຳພີ​ໄບເບິນ. ຖ້າ​ແຕ່ງດອງ​ແລ້ວ ເຈົ້າ​ຕ້ອງ​ຈັດ​ເວລາ​ໄວ້​ສຳລັບ​ນະມັດສະການ​ປະຈຳ​ຄອບຄົວ​ເພື່ອ​ພະ​ເຢໂຫວາ​ຈະ​ເປັນ​ສ່ວນ​ສຳຄັນ​ໃນ​ຊີວິດ​ແຕ່ງດອງ​ຂອງ​ເຈົ້າ. (ປຍຈ. 4:12) ຄັນຊັ້ນ ເປັນ​ຫຍັງ​ບໍ່​ເຮັດ​ແບບ​ນີ້​ຕອນ​ທີ່​ກຳລັງ​ຄົບຫາ​ກັນ? ກະ​ແມ່ນ​ຢູ່​ວ່າ​ຄົນ​ທີ່​ເປັນ​ແຟນ​ກັນ​ຍັງ​ບໍ່​ແມ່ນ​ຜົວ​ເມຍ​ກັນ ແລະ​ຜູ້​ຊາຍ​ກໍ​ຍັງ​ບໍ່​ໄດ້​ເປັນ​ຜູ້​ນຳ​ຄອບຄົວ​ຂອງ​ຜູ້​ຍິງ. ແຕ່​ການ​ນະມັດສະການ​ຄອບຄົວ​ນຳ​ກັນ​ເປັນ​ປະຈຳ​ຈະ​ຊ່ວຍ​ໃຫ້​ເຫັນ​ຄວາມ​ເຊື່ອ​ຂອງ​ອີກ​ຝ່າຍ​ໜຶ່ງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ແມັກສ໌​ກັບ​ລິຊ້າ​ຈາກ​ອາເມຣິກາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ເຮັດ​ແບບ​ນີ້. ແມັກສ໌​ເວົ້າ​ວ່າ: “ເມື່ອ​ເປັນ​ແຟນ​ກັນ​ໄດ້​ບໍ່​ດົນ ເຮົາ​ເລີ່ມ​ສຶກສາ​ນຳ​ກັນ​ໂດຍ​ໃຊ້​ປຶ້ມ​ຕ່າງໆ​ຂອງ​ອົງການ​ທີ່​ມີ​ຫົວຂໍ້​ກ່ຽວກັບ​ການ​ຄົບຫາ​ເປັນ​ແຟນ​ກັນ ການ​ແຕ່ງດອງ ແລະ​ຊີວິດ​ຄອບຄົວ. ບົດ​ຄວາມ​ເຫຼົ່າ​ນີ້​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ລົມ​ກັນ​ກ່ຽວກັບ​ເລື່ອງ​ຕ່າງໆ​ທີ່​ສຳຄັນ ເຊິ່ງ​ຕາມ​ປົກກະຕິ​ແລ້ວ​ບໍ່​ງ່າຍ​ທີ່​ຈະ​ເອົາ​ເລື່ອງ​ແບບ​ນີ້​ມາ​ລົມ​ກັນ.”

ເລື່ອງ​ອື່ນໆ​ທີ່​ຕ້ອງ​ຄິດ​ເຖິງ

9. ຖ້າ​ເຈົ້າ​ຈະ​ບອກ​ຄົນ​ອື່ນ​ວ່າ​ກຳລັງ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຈົ້າ​ຄວນ​ຄິດ​ເຖິງ​ຫຍັງ​ແດ່?

9 ເຈົ້າ​ຄວນ​ບອກ​ໃຜ​ແດ່​ວ່າ​ກຳລັງ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ? ເຈົ້າ​ສອງ​ຄົນ​ຕ້ອງ​ຕັດສິນໃຈ​ເອົາ​ເອງ. ຕອນ​ທີ່​ເປັນ​ແຟນ​ກັນ​ໃໝ່ໆ ເຈົ້າ​ອາດ​ຈະ​ບໍ່​ຕ້ອງ​ບອກ​ໃຫ້​ຫຼາຍ​ຄົນ​ຮູ້. (ສພສ. 17:27) ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ຖືກ​ກົດດັນ​ແລະ​ບໍ່​ຕ້ອງ​ຕອບ​ຄຳ​ຖາມ​ທີ່​ບໍ່​ຈຳເປັນ​ເລື່ອງ​ການ​ຄົບຫາ​ຂອງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ບໍ່​ບອກ​ໃຜ ເຈົ້າ​ອາດ​ຈະ​ລັກ​ຄົບຫາ​ກັນ​ຍ້ອນ​ຢ້ານ​ຄົນ​ອື່ນ​ຮູ້ ເຊິ່ງ​ການ​ເຮັດ​ແບບ​ນີ້​ອັນຕະລາຍ​ຫຼາຍ​ເພາະ​ຈະ​ເຮັດ​ຜິດ​ໄດ້. ດັ່ງນັ້ນ ມັນ​ດີ​ກວ່າ​ທີ່​ຈະ​ບອກ​ຄົນ​ທີ່​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ແລະ​ຊ່ວຍ​ເຈົ້າ​ໄດ້. (ສພສ. 15:22) ຕົວຢ່າງ​ເຊັ່ນ: ຄົນ​ໃນ​ຄອບຄົວ ໝູ່​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ແລະ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ.

10. ຄົນ​ທີ່​ຄົບຫາ​ກັນ​ຈະ​ເຮັດ​ໃຫ້​ຕອນ​ທີ່​ເປັນ​ແຟນ​ກັນ​ເປັນ​ຕາ​ໜ້າ​ນັບຖື​ໄດ້​ແນວ​ໃດ? (ສຸພາສິດ 22:3)

10 ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຕອນ​ທີ່​ເປັນ​ແຟນ​ກັນ​ເປັນ​ຕາ​ໜ້າ​ນັບຖື? ເມື່ອ​ເຈົ້າ​ມັກ​ຜູ້​ໃດ​ຜູ້​ໜຶ່ງ​ຫຼາຍ ມັນ​ກໍ​ເປັນ​ເລື່ອງ​ທຳມະດາ​ທີ່​ຢາກ​ຈະ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ເຮັດ​ຜິດ​ສິນລະທຳ​ເຊິ່ງ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ? (1ກຣ. 6:18) ຢ່າ​ລົມ​ກັນ​ເລື່ອງ​ຜິດ​ສິນລະທຳ ຢ່າ​ຢູ່​ນຳ​ກັນ​ສອງ​ຕໍ່​ສອງ ແລະ​ຢ່າ​ກິນ​ເຫຼົ້າ​ຫຼາຍ. (ອຟຊ. 5:3) ສິ່ງ​ເຫຼົ່າ​ນີ້​ອາດ​ກະຕຸ້ນ​ຄວາມ​ຮູ້ສຶກ​ທາງ​ເພດ​ແລະ​ເຮັດ​ໃຫ້​ຍາກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ລົມ​ກັນ​ເປັນ​ໄລຍະໆ​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໃຫ້​ກຽດ​ກັນ​ແລະ​ນັບຖື​ມາດຕະຖານ​ຂອງ​ພະ​ເຢໂຫວາ. (ອ່ານ​ສຸພາສິດ 22:3) ດາວິດ​ກັບ​ອາມາສ໌​ຈາກ​ເອທິໂອເປຍ​ເວົ້າ​ເຖິງ​ສິ່ງ​ທີ່​ຊ່ວຍ​ເຂົາເຈົ້າ​ໄດ້. ເຂົາເຈົ້າ​ເວົ້າ​ວ່າ: “ຕອນ​ທີ່​ໃຊ້​ເວລາ​ນຳ​ກັນ ເຮົາ​ຈະ​ຢູ່​ໃນ​ບ່ອນ​ທີ່​ມີ​ຄົນ​ຫຼາຍ ຫຼື​ບໍ່​ຊັ້ນ​ກໍ​ມີ​ໝູ່​ຢູ່​ນຳ. ເຮົາ​ບໍ່​ເຄີຍ​ຢູ່​ນຳ​ກັນ​ສອງ​ຕໍ່​ສອງ​ໃນ​ເຮືອນ​ຫຼື​ໃນ​ລົດ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຫຼີກລ່ຽງ​ສະຖານະການ​ທີ່​ເຮັດ​ໃຫ້​ເກີດ​ການ​ລໍ້ໃຈ.”

11. ຄົນ​ທີ່​ເປັນ​ແຟນ​ກັນ​ຄວນ​ຄິດ​ເຖິງ​ຫຍັງ​ແດ່​ໃນ​ເລື່ອງ​ການ​ສະແດງ​ຄວາມ​ຮັກ​ຕໍ່​ກັນ?

11 ຄົນ​ທີ່​ຄົບຫາ​ກັນ​ຄວນ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ບໍ? ເມື່ອ​ເຈົ້າ​ມັກ​ກັນ​ຫຼາຍ​ຂຶ້ນ ເຈົ້າ​ອາດ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ໃນ​ແບບ​ທີ່​ເໝາະສົມ. (ພຊມ. 1:2; 2:6) ແຕ່​ຖ້າ​ເຮັດ​ບາງ​ຢ່າງ​ທີ່​ກະຕຸ້ນ​ໃຫ້​ມີ​ຄວາມ​ຮູ້ສຶກ​ທາງ​ເພດ ມັນ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ຕັດສິນໃຈ​ຢ່າງ​ຖືກຕ້ອງ. ນອກ​ຈາກ​ນັ້ນ ການ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ກໍ​ອາດ​ເຮັດ​ໃຫ້​ຄວບຄຸມ​ໂຕເອງ​ໄດ້​ຍາກ​ແລະ​ອາດ​ຈະ​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ. (ສພສ. 6:27) ດັ່ງນັ້ນ ຕອນ​ທີ່​ເປັນ​ແຟນ​ກັນ​ໃໝ່ໆ ໃຫ້​ລົມ​ກັນ​ເລື່ອງ​ຂອບເຂດ​ຂອງ​ການ​ສະແດງ​ຄວາມ​ຮັກ​ວ່າ​ຊິ​ເຮັດ​ຫຍັງ​ແລະ​ບໍ່​ເຮັດ​ຫຍັງ​ໂດຍ​ອາໄສ​ຫຼັກການ​ໃນ​ຄຳພີ​ໄບເບິນ. c (1ທຊ. 4:3-7) ໃຫ້​ຖາມ​ໂຕເອງ​ວ່າ: ‘ໃນ​ບ່ອນ​ທີ່​ຂ້ອຍ​ຢູ່ ຄົນ​ຮູ້ສຶກ​ແນວ​ໃດ​ທີ່​ຂ້ອຍ​ກັບ​ແຟນ​ສະແດງ​ຄວາມ​ຮັກ​ຕໍ່​ກັນ? ແລະ​ການ​ສະແດງ​ຄວາມ​ຮັກ​ແບບ​ນັ້ນ​ກະຕຸ້ນ​ໃຫ້​ມີ​ຄວາມ​ຮູ້ສຶກ​ທາງ​ເພດ​ບໍ?’

12. ຖ້າ​ຄົນ​ທີ່​ເປັນ​ແຟນ​ກັນ​ມີ​ບັນຫາ​ແລະ​ຜິດ​ກັນ ເຂົາເຈົ້າ​ຄວນ​ເຮັດ​ແນວ​ໃດ?

12 ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ບັນຫາ​ແລະ​ຜິດ​ກັນ? ຖ້າ​ເຈົ້າ​ສອງ​ຄົນ​ຜິດ​ກັນ​ເປັນ​ບາງ​ເທື່ອ ນີ້​ໝາຍ​ຄວາມ​ວ່າ​ພວກ​ເຈົ້າ​ໄປ​ກັນ​ບໍ່​ລອດ​ບໍ? ບໍ່​ແມ່ນ​ແບບ​ນັ້ນ​ສະເໝີໄປ ຍ້ອນ​ບໍ່​ມີ​ຄູ່​ໃດ​ຈະ​ເຫັນດີ​ນຳ​ກັນ​ທຸກ​ເລື່ອງ. ຜົວ​ເມຍ​ທີ່​ຮັກ​ກັນ​ຫຼາຍ​ຈະ​ໃຫ້​ກຽດ​ກັນ​ແລະ​ເຕັມໃຈ​ປັບ​ປ່ຽນ​ເພື່ອ​ເຮັດ​ສິ່ງ​ທີ່​ອີກ​ຝ່າຍ​ໜຶ່ງ​ມັກ. ດັ່ງນັ້ນ ວິທີ​ທີ່​ເຈົ້າ​ພະຍາຍາມ​ແກ້ໄຂ​ບັນຫາ​ໃນ​ຕອນນີ້​ຈະ​ເຮັດ​ໃຫ້​ຮູ້​ວ່າ​ຊີວິດ​ຄູ່​ຂອງ​ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ຫຼື​ບໍ່. ໃຫ້​ແຕ່​ລະ​ຄົນ​ຖາມ​ໂຕເອງ​ວ່າ: ‘ເຮົາ​ລົມ​ກັນ​ແບບ​ໃຈ​ເຢັນໆ​ແລະ​ໃຫ້​ກຽດ​ກັນ​ບໍ? ເຮົາ​ຍອມຮັບ​ຜິດ​ແລະ​ພະຍາຍາມ​ປັບປຸງ​ໂຕເອງ​ໃຫ້​ດີ​ຂຶ້ນ​ບໍ? ເຮົາ​ຟ້າວ​ຂໍໂທດ ຍອມ​ກັນ ແລະ​ຍົກໂທດ​ໃຫ້​ກັນ​ບໍ?’ (ອຟຊ. 4:31, 32) ແຕ່​ຖ້າ​ເຈົ້າ​ສອງ​ຄົນ​ມີ​ບັນຫາ​ແລະ​ຜິດ​ກັນ​ຕະຫຼອດ​ຕອນ​ທີ່​ເປັນ​ແຟນ​ກັນ ຢ່າ​ຄິດ​ວ່າ​ມັນ​ຊິ​ດີ​ຂຶ້ນ​ຫຼັງ​ຈາກ​ແຕ່ງດອງ. ຖ້າ​ເຈົ້າ​ເຫັນ​ແລ້ວ​ວ່າ​ເຈົ້າ​ກັບ​ລາວ​ເຂົ້າ​ກັນ​ບໍ່​ໄດ້ ການ​ເຊົາ​ເປັນ​ແຟນ​ກັນ​ອາດ​ເປັນ​ການ​ຕັດສິນໃຈ​ທີ່​ດີ​ທີ່​ສຸດ​ສຳລັບ​ທັງ​ສອງ​ຄົນ. d

13. ອັນ​ໃດ​ຈະ​ຊ່ວຍ​ຄົນ​ທີ່​ເປັນ​ແຟນ​ກັນ​ໃຫ້​ຕັດສິນໃຈ​ວ່າ​ຈະ​ຄົບຫາ​ກັນ​ດົນ​ປານ​ໃດ?

13 ຄວນ​ຄົບຫາ​ກັນ​ດົນ​ປານ​ໃດ? ການ​ຟ້າວ​ຕັດສິນໃຈ​ໄວ​ໂພດ​ມັກ​ຈະ​ມີ​ຜົນ​ເສຍຫາຍ​ຕາມ​ມາ. (ສພສ. 21:5) ດັ່ງນັ້ນ ເຈົ້າ​ສອງ​ຄົນ​ຄວນ​ຄົບຫາ​ກັນ​ດົນ​ພໍ​ສົມຄວນ​ເພື່ອ​ຈະ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ. ແຕ່​ກໍ​ບໍ່​ຄວນ​ດົນ​ເກີນ​ໄປ​ຖ້າ​ບໍ່​ຈຳເປັນ. ຄຳພີ​ໄບເບິນ​ບອກ​ວ່າ: “ຄວາມ​ຫວັງ e​ທີ່​ຖືກ​ເລື່ອນ​ອອກ​ໄປ​ເຮັດ​ໃຫ້​ເສຍໃຈ.” (ສພສ. 13:12) ນອກ​ຈາກ​ນັ້ນ ແຮ່ງ​ຄົບຫາ​ກັນ​ດົນ​ເທົ່າ​ໃດ ກໍ​ແຮ່ງ​ຍາກ​ທີ່​ຈະ​ຕ້ານ​ທານ​ການ​ລໍ້ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (1ກຣ. 7:9) ແທນ​ທີ່​ຈະ​ສົນໃຈ​ວ່າ​ຄົບຫາ​ກັນ​ດົນ​ປານ​ໃດ​ແລ້ວ ໃຫ້​ຖາມ​ໂຕເອງ​ວ່າ: ‘ມີ​ຫຍັງ​ອີກ​ບໍ​ທີ່​ຂ້ອຍ​ຕ້ອງ​ຮຽນ​ຮູ້​ກ່ຽວກັບ​ລາວ​ເພື່ອ​ຈະ​ຕັດສິນໃຈ​ໄດ້?’

ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ​ແນວ​ໃດ?

14. ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

14 ຖ້າ​ເຮົາ​ຮູ້​ຈັກ​ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ ເຮົາ​ຈະ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ? ເຮົາ​ສາມາດ​ຊວນ​ເຂົາເຈົ້າ​ມາ​ກິນ​ເຂົ້າ ສຶກສາ​ຄອບຄົວ ຫຼື​ເຮັດ​ບາງ​ຢ່າງ​ນຳ​ກັນ​ກັບ​ເຮົາ. (ຣມ. 12:13) ການ​ເຮັດ​ແບບ​ນີ້​ອາດ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ​ອີກ. ເຂົາເຈົ້າ​ຢາກ​ໃຫ້​ມີ​ໝູ່​ໄປ​ຫັ້ນ​ໄປ​ນີ້​ນຳ​ບໍ? ເຂົາເຈົ້າ​ຢາກ​ໃຫ້​ມີ​ຄົນ​ຂີ່​ລົດ​ໄປ​ນຳ​ບໍ? ຫຼື​ເຂົາເຈົ້າ​ຢາກ​ໄດ້​ບ່ອນ​ທີ່​ຈະ​ລົມ​ກັນ​ເປັນ​ສ່ວນ​ໂຕ​ບໍ? ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້​ບໍ? (ຄລຕ. 6:10) ອາລິເຊຍ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ເຖິງ​ຕອນ​ທີ່​ລາວ​ກັບ​ອັດຊ໌ວິນ​ເປັນ​ແຟນ​ກັນ. ເຂົາເຈົ້າ​ເຫັນຄ່າ​ຫຼາຍ​ທີ່​ພີ່ນ້ອງ​ຊ່ວຍ​ເຂົາເຈົ້າ. ອາລິເຊຍ​ເວົ້າ​ວ່າ: “ເຮົາ​ດີ​ໃຈ​ຫຼາຍ​ທີ່​ພີ່ນ້ອງ​ບອກ​ວ່າ​ເຮົາ​ສາມາດ​ໄປ​ຫາ​ເຂົາເຈົ້າ​ຢູ່​ເຮືອນ​ໄດ້​ຖ້າ​ເຮົາ​ຢາກ​ໄດ້​ບ່ອນ​ລົມ​ກັນ​ເປັນ​ສ່ວນ​ໂຕ ແຕ່​ບໍ່​ໄດ້​ຢູ່​ນຳ​ກັນ​ສອງ​ຕໍ່​ສອງ.” ຖ້າ​ຄົນ​ທີ່​ເປັນ​ແຟນ​ກັນ​ຂໍ​ໃຫ້​ເຈົ້າ​ໄປ​ເປັນ​ໝູ່ ໃຫ້​ຖື​ວ່າ​ເປັນ​ໂອກາດ​ທີ່​ດີ​ທີ່​ຈະ​ຊ່ວຍ​ໝູ່. ເຈົ້າ​ຮູ້​ວ່າ​ເຂົາເຈົ້າ​ຢາກ​ມີ​ເວລາ​ແລະ​ຢາກ​ໄດ້​ບ່ອນ​ລົມ​ກັນ​ເປັນ​ສ່ວນ​ໂຕ ແຕ່​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ປ່ອຍ​ໃຫ້​ເຂົາເຈົ້າ​ຢູ່​ນຳ​ກັນ​ສອງ​ຕໍ່​ສອງ.—ຟລປ. 2:4

ຖ້າ​ເຮົາ​ຮູ້​ຈັກ​ຄົນ​ທີ່​ກຳລັງ​ເປັນ​ແຟນ​ກັນ ເຮົາ​ສາມາດ​ຊ່ວຍ​ເຂົາເຈົ້າ​ໄດ້ (ເບິ່ງ​ຂໍ້ 14-15)


15. ມີ​ຫຍັງ​ອີກ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຊ່ວຍ​ຄົນ​ທີ່​ເປັນ​ແຟນ​ກັນ? (ສຸພາສິດ 12:18)

15 ເຮົາ​ຍັງ​ສາມາດ​ຊ່ວຍ​ຄົນ​ທີ່​ເປັນ​ແຟນ​ກັນ​ໂດຍ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ຄວນ​ເວົ້າ​ຫຼື​ບໍ່​ຄວນ​ເວົ້າ. ບາງ​ເທື່ອ​ເຮົາ​ອາດ​ຕ້ອງ​ຄວບຄຸມ​ໂຕເອງ​ແລະ​ບໍ່​ເວົ້າ​ຫຍັງ​ເລີຍ. (ອ່ານ​ສຸພາສິດ 12:18) ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ຕື່ນເຕັ້ນ​ຢາກ​ບອກ​ຄົນ​ອື່ນ​ວ່າ​ມີ​ຄົນ​ກຳລັງ​ຄົບຫາ​ກັນ ແຕ່​ເຂົາເຈົ້າ​ອາດ​ຢາກ​ບອກ​ເລື່ອງ​ນັ້ນ​ດ້ວຍ​ໂຕເອງ. ເຮົາ​ບໍ່​ຄວນ​ເວົ້າ​ຂວັນ​ເຂົາເຈົ້າ ຫຼື​ຕຳໜິ​ເຂົາເຈົ້າ​ກ່ຽວກັບ​ເລື່ອງ​ສ່ວນ​ໂຕ. (ສພສ. 20:19; ຣມ. 14:10; 1ທຊ. 4:11) ນອກ​ຈາກ​ນັ້ນ ເຮົາ​ບໍ່​ຄວນ​ເວົ້າ​ຫຼື​ຖາມ​ກ່ຽວກັບ​ເລື່ອງ​ແຕ່ງດອງ​ເຊິ່ງ​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ຖືກ​ກົດດັນ. ພີ່ນ້ອງ​ເອລີດສ໌​ກັບ​ຜົວ​ເວົ້າ​ວ່າ: “ເຮົາ​ຮູ້ສຶກ​ອຶດ​ອັດ​ຕອນ​ທີ່​ມີ​ຄົນ​ຖາມ​ວ່າ​ມື້​ໃດ​ຊິ​ແຕ່ງ ທັງໆ​ທີ່​ເຮົາ​ຍັງ​ບໍ່​ໄດ້​ລົມ​ກັນ​ເລື່ອງ​ນີ້​ຊ້ຳ.”

16. ຖ້າ​ຄົນ​ທີ່​ເປັນ​ແຟນ​ກັນ​ເຊົາ​ຄົບຫາ​ກັນ ເຮົາ​ຄວນ​ເຮັດ​ແນວ​ໃດ?

16 ຖ້າ​ຄົນ​ທີ່​ເປັນ​ແຟນ​ກັນ​ຕັດສິນໃຈ​ເຊົາ​ຄົບຫາ​ກັນ ເຮົາ​ບໍ່​ຄວນ​ຖາມ​ເລື່ອງ​ນັ້ນ​ຫຼື​ໂທດ​ວ່າ​ໃຜ​ເປັນ​ຝ່າຍ​ຜິດ. (1ປຕ. 4:15) ພີ່ນ້ອງ​ຍິງ​ຊື່​ເລອາ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ໄດ້​ຍິນ​ຄົນ​ອື່ນ​ເວົ້າ​ໂດຍ​ບໍ່​ຮູ້​ຄວາມ​ຈິງ​ເລື່ອງ​ທີ່​ຂ້ອຍ​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເຊົາ​ເປັນ​ແຟນ​ກັນ ມັນ​ເຮັດ​ໃຫ້​ຂ້ອຍ​ເສຍໃຈ​ຫຼາຍ.” ຄື​ກັບ​ທີ່​ໄດ້​ເວົ້າ​ແລ້ວ ການ​ເຊົາ​ເປັນ​ແຟນ​ກັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ລົ້ມເຫຼວ. ທີ່ຈິງ ເຂົາເຈົ້າ​ໄດ້​ເຮັດ​ຕາມ​ຈຸດປະສົງ​ຂອງ​ການ​ຄົບຫາ​ເປັນ​ແຟນ​ກັນ​ແລ້ວ ນັ້ນ​ກໍ​ຄື​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ. ເຖິງ​ຈະ​ເປັນ​ແນວ​ນັ້ນ ການ​ເຊົາ​ເປັນ​ແຟນ​ກັນ​ອາດ​ເຮັດ​ໃຫ້​ຮູ້ສຶກ​ເສຍໃຈ​ຫຼື​ຮູ້ສຶກ​ເຫງົາ. ດັ່ງນັ້ນ ເຮົາ​ຄວນ​ຊອກ​ວິທີ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ.—ສພສ. 17:17

17. ຄົນ​ທີ່​ເປັນ​ແຟນ​ກັນ​ຄວນ​ເຮັດ​ຫຍັງ​ຕໍ່ໆ​ໄປ?

17 ຄື​ກັບ​ທີ່​ເຮົາ​ໄດ້​ເບິ່ງ​ມາ​ແລ້ວ ຕອນ​ທີ່​ເປັນ​ແຟນ​ກັນ​ອາດ​ມີ​ບັນຫາ​ຢູ່ ແຕ່​ກໍ​ມີ​ຄວາມ​ສຸກ​ນຳ. ເຈດຊິກ້າ​ເວົ້າ​ວ່າ: “ເວົ້າ​ແທ້ໆ​ເດີ້ ຕອນ​ທີ່​ເປັນ​ແຟນ​ກັນ​ມັນ​ຍາກ​ອີ່ຫຼີ ແຕ່​ມັນ​ກໍ​ຄຸ້ມ​ຄ່າ​ແທ້ໆ​ທີ່​ໄດ້​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຈະ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ.” ຖ້າ​ເຈົ້າ​ກຳລັງ​ຄົບຫາ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ຂໍ​ໃຫ້​ພະຍາຍາມ​ຕໍ່ໆ​ໄປ​ເພື່ອ​ຈະ​ຮູ້​ຈັກ​ກັນ​ຫຼາຍ​ຂຶ້ນ. ຖ້າ​ເຮັດ​ແບບ​ນີ້ ການ​ຄົບຫາ​ເປັນ​ແຟນ​ກັນ​ຈະ​ຊ່ວຍ​ເຈົ້າ​ສອງ​ຄົນ​ໃຫ້​ຕັດສິນໃຈ​ຢ່າງ​ຖືກຕ້ອງ.

ເພງ​ທີ 49 ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ

a ຊື່​ສົມມຸດ.

b ຖ້າ​ຢາກ​ເບິ່ງ​ຄຳ​ຖາມ​ອື່ນ​ອີກ ໃຫ້​ເບິ່ງ​ປຶ້ມ​ຄຳ​ຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳ​ຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ 2 ໜ້າ 39-40. (ພາສາ​ໄທ)

c ການ​ລູບ​ອະໄວຍະວະ​ເພດ​ຂອງ​ອີກ​ຝ່າຍ​ໜຶ່ງ​ເພື່ອ​ກະຕຸ້ນ​ເປັນ​ຮູບ​ແບບ​ໜຶ່ງ​ຂອງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຖ້າ​ເລື່ອງ​ແບບ​ນີ້​ເກີດຂຶ້ນ ຄະນະ​ຜູ້​ເບິ່ງແຍງ​ກໍ​ຕ້ອງ​ຕັ້ງ​ຄະນະ​ຕັດສິນ​ຄວາມ. ນອກ​ຈາກ​ນັ້ນ ການ​ລູບ​ໜ້າ​ເອິກ​ຫຼື​ການ​ລົມ​ກັນ​ເລື່ອງ​ຜິດ​ສິນລະທຳ​ໂດຍ​ທາງ​ໂທລະສັບ​ຫຼື​ການ​ສົ່ງ​ຂໍ້​ຄວາມ​ກໍ​ອາດ​ຕ້ອງ​ໃຫ້​ມີ​ການ​ຕັດສິນ​ຄວາມ​ຄື​ກັນ ເຊິ່ງ​ເລື່ອງ​ນີ້​ຂຶ້ນ​ກັບ​ແຕ່​ລະ​ສະຖານະການ.

d ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ “ຄຳ​ຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ສິງຫາ 1999. (ພາສາ​ໄທ)

e ຄວາມ​ຄາດ​ຫວັງ