ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 19

ເພງ​ທີ 22 ລັດຖະບານ​ຂອງ​ພະເຈົ້າ​ກໍ່​ຕັ້ງ​ແລ້ວ—ຂໍ​ໃຫ້​ມາ​ເຖີດ!

ເຮົາ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ອະນາຄົດ?

ເຮົາ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ອະນາຄົດ?

“ພະ​ເຢໂຫວາ . . . ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ.”2ປຕ. 3:9

ຈຸດ​ສຳຄັນ

ເຮົາ​ໝັ້ນໃຈ​ໄດ້​ວ່າ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ອະນາຄົດ​ຈະ​ຖືກຕ້ອງ​ແລະ​ຍຸຕິທຳ.

1. ເປັນ​ຫຍັງ​ຈຶ່ງ​ເວົ້າ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ທີ່​ໜ້າ​ຕື່ນເຕັ້ນ​ແທ້ໆ?

 ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ທີ່​ໜ້າ​ຕື່ນເຕັ້ນ​ແທ້ໆ! ໃນ​ແຕ່​ລະ​ມື້​ເຮົາ​ໄດ້​ເຫັນ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້. ຕົວຢ່າງ​ເຊັ່ນ: ເຮົາ​ໄດ້​ເຫັນ “ກະສັດ​ທິດເໜືອ” ແລະ “ກະສັດ​ທິດໃຕ້” ກຳລັງ​ຍາດ​ກັນ​ປົກຄອງ​ໂລກ. (ດນອ. 11:40) ເຮົາ​ໄດ້​ເຫັນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກຳລັງ​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ​ແລະ​ຫຼາຍ​ລ້ານ​ຄົນ​ໄດ້​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ. (ອຊຢ. 60:22; ມທ. 24:14) ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຮັບ​ອາຫານ​ທີ່​ເສີມ​ຄວາມ​ເຊື່ອ​ຢ່າງ​ຫຼວງ​ຫຼາຍ “ຕາມ​ເວລາ​ທີ່​ເໝາະສົມ.”—ມທ. 24:45-47

2. ເຮົາ​ໝັ້ນໃຈ​ໄດ້​ໃນ​ເລື່ອງ​ໃດ ແຕ່​ເຮົາ​ຕ້ອງ​ຍອມຮັບ​ຫຍັງ?

2 ພະ​ເຢໂຫວາ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ແຈ້ງ​ຂຶ້ນ​ເລື້ອຍໆ​ວ່າ​ຈະ​ມີ​ເຫດການ​ສຳຄັນ​ຫຍັງ​ແດ່​ເກີດຂຶ້ນ​ໃນ​ອະນາຄົດ. (ສພສ. 4:18; ດນອ. 2:28) ເຮົາ​ໝັ້ນໃຈ​ວ່າ​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ເຮົາ​ຈະ​ໄດ້​ຮູ້​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ຮູ້​ເພື່ອ​ຈະ​ອົດທົນ​ຢ່າງ​ສັດຊື່​ແລະ​ຍັງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ພີ່ນ້ອງ​ຕໍ່ໆ​ໄປ. ແຕ່​ເຮົາ​ຕ້ອງ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້​ກ່ຽວກັບ​ອະນາຄົດ. ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ກ່ຽວກັບ​ບາງ​ເຫດການ​ໃນ​ອະນາຄົດ. ຈາກ​ນັ້ນ ເຮົາ​ຈະ​ເບິ່ງ​ວ່າ​ມີ​ຫຍັງ​ແດ່​ທີ່​ເຮົາ​ຮູ້​ກ່ຽວກັບ​ອະນາຄົດ​ແລະ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ.

ມີ​ຫຍັງ​ແດ່​ທີ່​ເຮົາ​ບໍ່​ຮູ້

3. ເຮົາ​ເຄີຍ​ເວົ້າ​ແນວ​ໃດ​ກ່ຽວກັບ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ? ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບ​ນັ້ນ?

3 ແຕ່​ກີ້​ເຮົາ​ເຂົ້າໃຈ​ວ່າ​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ຄົນ​ທີ່​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ຈະ​ບໍ່​ມີ​ໂອກາດ​ໄດ້​ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ ແລະ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ​ອາມາເຄໂດນ. ເຮົາ​ເວົ້າ​ແບບ​ນັ້ນ​ຍ້ອນ​ເຮົາ​ຄິດ​ວ່າ​ແຕ່​ລະ​ຄົນ​ແລະ​ແຕ່​ລະ​ເຫດການ​ໃນ​ສະໄໝ​ນ້ຳຖ້ວມ​ໂລກ​ໝາຍເຖິງ​ບາງ​ຢ່າງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ຕົວຢ່າງ​ເຊັ່ນ: ເຮົາ​ຄິດ​ວ່າ​ຄື​ກັບ​ທີ່​ພະ​ເຢໂຫວາ​ປິດ​ປະຕູ​ເຮືອ​ໃຫຍ່​ຕອນ​ນ້ຳຖ້ວມ​ໂລກ ເພິ່ນ​ກໍ​ຈະ​ປິດ​ໂອກາດ​ຄົນ​ໃນ​ໂລກ​ຊົ່ວ​ຂອງ​ຊາຕານ​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ຄົນ​ເຫຼົ່າ​ນັ້ນ​ຈະ​ບໍ່​ມີ​ໃຜ​ລອດ.—ມທ. 24:37-39

4. ຖືກ​ບໍ​ທີ່​ຈະ​ເວົ້າ​ວ່າ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ສະໄໝ​ນ້ຳຖ້ວມ​ໂລກ​ໝາຍເຖິງ​ບາງ​ຢ່າງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ? ຂໍ​ໃຫ້​ອະທິບາຍ.

4 ຖືກ​ບໍ​ທີ່​ຈະ​ເວົ້າ​ວ່າ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ສະໄໝ​ນ້ຳຖ້ວມ​ໂລກ​ໝາຍເຖິງ​ບາງ​ຢ່າງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ? ບໍ່​ຖືກ. ຍ້ອນ​ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ເວົ້າ​ແບບ​ນັ້ນ. a ກະ​ແມ່ນ​ຢູ່​ທີ່​ພະ​ເຢຊູ​ສົມທຽບ “ສະໄໝ​ຂອງ​ໂນອາ” ວ່າ​ຄື​ກັບ​ການ​ມາ​ຂອງ​ເພິ່ນ. ແຕ່​ພະ​ເຢຊູ​ບໍ່​ເຄີຍ​ສົມທຽບ​ວ່າ​ແຕ່​ລະ​ຄົນ​ຫຼື​ແຕ່​ລະ​ເຫດການ​ໃນ​ສະໄໝ​ຂອງ​ໂນອາ​ໝາຍເຖິງ​ບາງ​ຢ່າງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ ເຊັ່ນ ເລື່ອງ​ທີ່​ພະ​ເຢໂຫວາ​ປິດ​ປະຕູ​ເຮືອ​ໃຫຍ່. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຮົາ​ກໍ​ໄດ້​ບົດ​ຮຽນ​ຫຼາຍ​ຢ່າງ​ຈາກ​ເລື່ອງ​ຂອງ​ໂນອາ​ແລະ​ເລື່ອງ​ນ້ຳຖ້ວມ​ໂລກ.

5. (ກ) ໂນອາ​ໄດ້​ເຮັດ​ຫຍັງ​ກ່ອນ​ນ້ຳຖ້ວມ​ໂລກ? (ເຮັບເຣີ 11:7; 1 ເປໂຕ 3:20) (ຂ) ວຽກ​ປະກາດ​ຂອງ​ໂນອາ​ກັບ​ວຽກ​ປະກາດ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້​ຄ້າຍຄື​ກັນ​ແນວ​ໃດ?

5 ຕອນ​ທີ່​ໂນອາ​ໄດ້​ຍິນ​ຄຳ​ເຕືອນ​ຈາກ​ພະ​ເຢໂຫວາ ລາວ​ສະແດງ​ຄວາມ​ເຊື່ອ​ໂດຍ​ສ້າງ​ເຮືອ​ໃຫຍ່. (ອ່ານ​ເຮັບເຣີ 11:7; 1 ເປໂຕ 3:20) ຄ້າຍຄື​ກັນ ຄົນ​ທີ່​ໄດ້​ຍິນ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໂດຍ​ເຮັດ​ຕາມ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮຽນ. (ກຈກ. 3:17-20) ເປໂຕ​ເອີ້ນ​ໂນອາ​ວ່າ: “ຜູ້​ປະກາດ​ແນວ​ທາງ​ທີ່​ຖືກຕ້ອງ.” (2ປຕ. 2:5) ເຖິງ​ວ່າ​ໂນອາ​ພະຍາຍາມ​ເຕັມທີ​ທີ່​ຈະ​ປະກາດ ແຕ່​ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນບົດ​ກ່ອນ ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ລາວ​ສາມາດ​ປະກາດ​ກັບ​ທຸກ​ຄົນ​ໃນ​ໂລກ​ກ່ອນ​ນ້ຳຖ້ວມ​ໂລກ. ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ພະຍາຍາມ​ເຕັມທີ​ທີ່​ຈະ​ປະກາດ​ກັບ​ທຸກ​ຄົນ​ຢູ່​ທົ່ວ​ໂລກ ແຕ່​ບໍ່​ວ່າ​ເຮົາ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ບໍ່​ສາມາດ​ປະກາດ​ກັບ​ທຸກ​ຄົນ​ໃນ​ໂລກ​ໄດ້​ກ່ອນ​ຈຸດຈົບ​ຈະ​ມາ​ຮອດ. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ?

6-7. ເປັນ​ຫຍັງ​ເຮົາ​ບໍ່​ສາມາດ​ປະກາດ​ຂ່າວ​ດີ​ໃຫ້​ຄົບ​ທຸກ​ຄົນ​ໄດ້​ກ່ອນ​ຈຸດຈົບ​ຈະ​ມາ​ຮອດ?

6 ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກ່ຽວກັບ​ຂອບເຂດ​ຂອງ​ການ​ປະກາດ. ເພິ່ນ​ບອກ​ລ່ວງ​ໜ້າ​ວ່າ: “ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ.” (ມທ. 24:14) ຄຳ​ພະຍາກອນ​ນີ້​ກຳລັງ​ເກີດຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້​ໃນ​ແບບ​ທີ່​ບໍ່​ເຄີຍ​ເກີດຂຶ້ນ​ມາ​ກ່ອນ. ພວກ​ເຮົາ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ​ໃນ​ຫຼາຍ​ກວ່າ 1.000 ພາສາ ແລະ​ໂດຍ​ທາງ​ເວັບໄຊ jw.org ຄົນ​ສ່ວນ​ຫຼາຍ​ໃນ​ໂລກ​ສາມາດ​ຮຽນ​ຮູ້​ກ່ຽວກັບ​ຂ່າວ​ດີ​ນີ້​ໄດ້.

7 ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢຊູ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ ເຂົາເຈົ້າ​ຈະ “ປະກາດ​ບໍ່​ທັນ​ຄົບ​ທຸກ​ເມືອງ” ຫຼື​ປະກາດ​ບໍ່​ຄົບ​ທຸກ​ຄົນ​ກ່ອນ​ທີ່​ເພິ່ນ​ຈະ​ມາ. (ມທ. 10:23; 25:31-33) ຄຳເວົ້າ​ຂອງ​ພະ​ເຢຊູ​ຈະ​ເກີດຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຮົາ​ຄື​ກັນ. ໃນ​ທຸກ​ມື້​ນີ້​ຫຼາຍ​ລ້ານ​ຄົນ​ຢູ່​ໃນ​ປະເທດ​ທີ່​ເຮົາ​ບໍ່​ສາມາດ​ປະກາດ​ໄດ້​ຢ່າງ​ເສລີ. ນອກ​ຈາກ​ນັ້ນ ໃນ​ທຸກໆ​ນາທີ​ມີ​ຫຼາຍ​ຮ້ອຍ​ຄົນ​ເກີດ​ມາ. ສະນັ້ນ ເຮົາ​ບໍ່​ສາມາດ​ປະກາດ​ກັບ​ທຸກ​ຄົນ​ໃນ​ໂລກ​ໄດ້​ກ່ອນ​ຈຸດຈົບ​ຈະ​ມາ​ຮອດ ເຖິງ​ວ່າ​ເຮົາ​ຈະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ປະກາດ​ກັບ​ຄົນ “ທຸກ​ປະເທດ ທຸກ​ຕະກູນ [ແລະ] ທຸກ​ພາສາ.”—ພນມ. 14:6

8. ເຮົາ​ອາດ​ສົງໄສ​ເລື່ອງ​ຫຍັງ​ກ່ຽວກັບ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃນ​ອະນາຄົດ? (ເບິ່ງ​ຮູບ​ນຳ)

8 ຕາມ​ທີ່​ເຮົາ​ຫາກໍ​ໄດ້​ເບິ່ງ​ໃນ​ຂໍ້ 7 ເຮົາ​ອາດ​ສົງໄສ​ວ່າ: ‘ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຜູ້​ທີ່​ເພິ່ນ​ເລືອກ​ໃຫ້​ຕັດສິນ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ທີ່​ອາດ​ຈະ​ບໍ່​ມີ​ໂອກາດ​ໄດ້​ຍິນ​ຂ່າວ​ດີ​ກ່ອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ?’ (ຢຮ. 5:19, 22, 27; ກຈກ. 17:31) ຂໍ້​ຄຳພີ​ຫຼັກ​ໃນ​ບົດ​ນີ້​ບອກ​ວ່າ ພະ​ເຢໂຫວາ “ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.” (2ປຕ. 3:9; 1ຕມ. 2:4) ເຖິງ​ວ່າ​ເຮົາ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເປັນ​ແບບ​ນີ້ ແຕ່​ເພິ່ນ​ຍັງ​ບໍ່​ທັນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ທີ່​ຍັງ​ບໍ່​ມີ​ໂອກາດ​ໄດ້​ຍິນ​ຂ່າວ​ດີ. ເພິ່ນ​ບໍ່​ຈຳເປັນ​ຕ້ອງ​ບອກ​ໃຫ້​ເຮົາ​ຮູ້​ທຸກ​ຢ່າງ​ວ່າ​ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່​ແລ້ວ​ຫຼື​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ.

ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ທີ່​ອາດ​ຈະ​ບໍ່​ມີ​ໂອກາດ​ໄດ້​ຍິນ​ຂ່າວ​ດີ​ກ່ອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ? (ເບິ່ງ​ຂໍ້ 8) c


9. ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ?

9 ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ບາງ​ຢ່າງ​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ຈະ​ເຮັດ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ຈະ​ປຸກ “ຄົນ​ຊົ່ວ” ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ເຂົາເຈົ້າ​ຈະ​ມີ​ໂອກາດ​ໄດ້​ຮຽນ​ຮູ້​ເລື່ອງ​ຂ່າວ​ດີ​ແລະ​ປ່ຽນແປງ​ໂຕເອງ. (ກຈກ. 24:15; ລກ. 23:42, 43) ຍ້ອນ​ແນວ​ນີ້​ຈຶ່ງ​ມີ​ຄຳ​ຖາມ​ສຳຄັນ​ອື່ນໆ​ຕື່ມ​ອີກ.

10. ມີ​ຄຳ​ຖາມ​ຫຍັງ​ຕື່ມ​ອີກ?

10 ທຸກ​ຄົນ​ທີ່​ຕາຍ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ຖືກ​ທຳລາຍ​ຕະຫຼອດ​ໄປ​ແລະ​ບໍ່​ມີ​ຄວາມ​ຫວັງ​ທີ່​ຈະ​ຖືກປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ບໍ? ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ຄົນ​ທີ່​ຕັ້ງໃຈ​ຕໍ່ຕ້ານ​ພະ​ເຢໂຫວາ​ແລະ​ຄົນ​ທີ່​ພະ​ເຢໂຫວາ​ກັບ​ກອງທັບ​ຂອງ​ເພິ່ນ​ທຳລາຍ​ໃນ​ສົງຄາມ​ອາມາເຄໂດນ​ຈະ​ບໍ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. (2ທຊ. 1:6-10) ແຕ່​ບາງ​ຄົນ​ທີ່​ຕາຍ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ເຊັ່ນ: ຕາຍ​ຍ້ອນ​ເຈັບ​ປ່ວຍ ຍ້ອນ​ເຖົ້າ​ແກ່ ຍ້ອນ​ອຸບັດຕິເຫດ ຫຼື​ຍ້ອນ​ຖືກ​ຂ້າ. (ປຍຈ. 9:11; ຊຄຢ. 14:13) ຄົນ​ເຫຼົ່າ​ນີ້​ຢູ່​ໃນ​ກຸ່ມ “ຄົນ​ຊົ່ວ” ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ໂລກ​ໃໝ່​ບໍ? ເຮົາ​ບໍ່​ຮູ້.

ມີ​ຫຍັງ​ແດ່​ທີ່​ເຮົາ​ຮູ້

11. ໃນ​ສົງຄາມ​ອາມາເຄໂດນ ຄົນ​ຈະ​ຖືກ​ຕັດສິນ​ໂດຍ​ເບິ່ງ​ຈາກ​ຫຍັງ?

11 ເຮົາ​ຮູ້​ບາງ​ຢ່າງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ ເຊັ່ນ ເຮົາ​ຮູ້​ວ່າ​ພະ​ເຢຊູ​ຈະ​ຕັດສິນ​ວ່າ​ໃຜ​ເປັນ​ແກະ​ຫຼື​ເປັນ​ແບ້​ໂດຍ​ເບິ່ງ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ຕໍ່​ພີ່ນ້ອງ​ຂອງ​ເພິ່ນ. (ມທ. 25:40) ຄົນ​ທີ່​ສະໜັບສະໜູນ​ຜູ້​ຖືກ​ເລືອກ​ແລະ​ພະ​ເຢຊູ​ຈະ​ຖືກ​ຕັດສິນ​ວ່າ​ເປັນ​ແກະ. ເຮົາ​ຫຍັງ​ຮູ້​ອີກ​ວ່າ​ຫຼັງ​ຈາກ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ພີ່ນ້ອງ​ຂອງ​ພະຄລິດ​ບາງ​ຄົນ​ຈະ​ຍັງ​ຢູ່​ໃນ​ໂລກ​ນີ້​ແລະ​ຈະ​ຂຶ້ນ​ໄປ​ສະຫວັນ​ບໍ່​ດົນ​ກ່ອນ​ຈະ​ເກີດ​ສົງຄາມ​ອາມາເຄໂດນ. ນີ້​ໝາຍ​ຄວາມ​ວ່າ​ເປັນ​ໄປ​ໄດ້​ທີ່​ບາງ​ຄົນ​ເຊິ່ງ​ມີ​ຫົວໃຈ​ທີ່​ດີ​ຈະ​ມີ​ໂອກາດ​ສະໜັບສະໜູນ​ພີ່ນ້ອງ​ຂອງ​ພະຄລິດ​ແລະ​ວຽກ​ທີ່​ເຂົາເຈົ້າ​ເຮັດ​ຕອນ​ຢູ່​ໂລກ​ນີ້. (ມທ. 25:31, 32; ພນມ. 12:17) ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

12-13. ບາງ​ຄົນ​ອາດ​ເຮັດ​ແນວ​ໃດ​ຫຼັງ​ຈາກ​ທີ່​ເຫັນ “ບາບີໂລນ​ໃຫຍ່” ຖືກ​ທຳລາຍ? (ເບິ່ງ​ຮູບ​ນຳ)

12 ເຖິງ​ວ່າ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ແລ້ວ ອາດ​ມີ​ບາງ​ຄົນ​ທີ່​ເຫັນ “ບາບີໂລນ​ໃຫຍ່” ຖືກ​ທຳລາຍ​ຈະ​ຄິດ​ເຖິງ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ເຄີຍ​ເວົ້າ​ມາ​ດົນ​ແລ້ວ. ຄົນ​ເຫຼົ່າ​ນີ້​ອາດ​ປ່ຽນແປງ​ໂຕເອງ​ແລະ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ກັບ​ຄົນ​ຂອງ​ເພິ່ນ​ກໍ​ໄດ້.—ພນມ. 17:5; ອຊກ. 33:33

13 ຖ້າ​ເປັນ​ແບບ​ນັ້ນ ມັນ​ກໍ​ຈະ​ຄ້າຍຄື​ກັບ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ເອຢິບ​ໃນ​ສະໄໝ​ຂອງ​ໂມເຊ. ໃນ​ຕອນ​ນັ້ນ “ມີ​ຄົນ​ຕ່າງ​ຊາດ​ກຸ່ມ​ໃຫຍ່” ໄປ​ກັບ​ພວກ​ອິດສະຣາເອນ​ຕອນ​ທີ່​ອອກ​ຈາກ​ເອຢິບ. (ອພຍ. 12:38) ເຂົາເຈົ້າ​ບາງ​ຄົນ​ອາດ​ຫາກໍ​ເລີ່ມ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຫຼັງ​ຈາກ​ທີ່​ໄດ້​ເຫັນ​ໄພພິບັດ 10 ຢ່າງ​ເກີດຂຶ້ນ​ແທ້​ຕາມ​ທີ່​ໂມເຊ​ບອກ. ຖ້າ​ເລື່ອງ​ຄ້າຍໆ​ກັນ​ນີ້​ເກີດຂຶ້ນ​ຫຼັງ​ຈາກ​ທີ່​ຄົນ​ເຫັນ “ບາບີໂລນ​ໃຫຍ່” ຖືກ​ທຳລາຍ ເຮົາ​ຄວນ​ຜິດ​ຫວັງ​ແລະ​ຮູ້ສຶກ​ວ່າ​ບໍ່​ຍຸຕິທຳ​ບໍ​ທີ່​ຄົນ​ເຫຼົ່າ​ນີ້​ໄດ້​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ບໍ່​ດົນ​ກ່ອນ​ຈຸດຈົບ​ຈະ​ມາ​ຮອດ ແລ້ວ​ມີ​ໂອກາດ​ເຂົ້າ​ໄປ​ໃນ​ໂລກ​ໃໝ່? ເຮົາ​ບໍ່​ຄວນ​ຄິດ​ແບບ​ນັ້ນ! ເຮົາ​ຢາກ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ທີ່​ເປັນ “ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ ແລະ​ເວົ້າ​ແຕ່​ຄວາມ​ຈິງ.” bອພຍ. 34:6

ບາງ​ຄົນ​ທີ່​ເຫັນ “ບາບີໂລນ​ໃຫຍ່” ຖືກ​ທຳລາຍ​ຈະ​ຄິດ​ເຖິງ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ເຄີຍ​ເວົ້າ​ມາ​ດົນ​ແລ້ວ​ກ່ຽວກັບ​ເລື່ອງ​ນີ້ (ເບິ່ງ​ຂໍ້ 12-13) d


14-15. ຄວາມ​ຫວັງ​ໃນ​ອະນາຄົດ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ຂຶ້ນ​ກັບ​ວ່າ​ລາວ​ຕາຍ​ຕອນ​ໃດ​ຫຼື​ລາວ​ຢູ່​ໃສ​ບໍ? ຂໍ​ໃຫ້​ອະທິບາຍ. (ເພງ​ສັນລະເສີນ 33:4, 5)

14 ບາງ​ເທື່ອ​ເຮົາ​ອາດ​ໄດ້​ຍິນ​ພີ່ນ້ອງ​ບາງ​ຄົນ​ເວົ້າ​ເຖິງ​ຍາດ​ຕິ​ພີ່ນ້ອງ​ຫຼື​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ວ່າ: “ຖ້າ​ລາວ​ຕາຍ​ກ່ອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ກະ​ຄື​ຊິ​ດີ​ກວ່າ ລາວ​ຈຶ່ງ​ຊິ​ມີ​ໂອກາດ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.” ພີ່ນ້ອງ​ເວົ້າ​ແບບ​ນີ້​ກໍ​ຍ້ອນ​ເປັນ​ຫ່ວງ​ຜູ້​ນັ້ນ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ຄວາມ​ຫວັງ​ໃນ​ອະນາຄົດ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ລາວ​ຕາຍ​ຕອນ​ໃດ. ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ທີ່​ດີ​ທີ່​ສຸດ ເພິ່ນ​ຈະ​ຕັດສິນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ. (ອ່ານ​ເພງ​ສັນລະເສີນ 33:4, 5) ເຮົາ​ໝັ້ນໃຈ​ໄດ້​ວ່າ “ຜູ້​ຕັດສິນ​ທົ່ວ​ໂລກ” ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.—ປຖກ. 18:25

15 ມີ​ເຫດຜົນ​ຄື​ກັນ​ທີ່​ຈະ​ເວົ້າ​ວ່າ​ຄວາມ​ຫວັງ​ໃນ​ອະນາຄົດ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ລາວ​ຢູ່​ໃສ. ພະ​ເຢໂຫວາ​ຈະ​ບໍ່​ມີ​ທາງ​ຕັດສິນ​ຄົນ​ຫຼາຍ​ລ້ານ​ວ່າ​ເປັນ​ແບ້​ຍ້ອນ​ເຂົາເຈົ້າ​ຢູ່​ໃນ​ປະເທດ​ທີ່​ບໍ່​ມີ​ໂອກາດ​ໄດ້​ຮູ້​ຈັກ​ຂ່າວ​ດີ. (ມທ. 25:46) ຜູ້​ຕັດສິນ​ທົ່ວ​ໂລກ​ທີ່​ຍຸຕິທຳ​ເປັນ​ຫ່ວງ​ຄົນ​ເຫຼົ່າ​ນີ້​ຫຼາຍ​ກວ່າ​ເຮົາ​ອີກ. ເຮົາ​ບໍ່​ຮູ້​ວ່າ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ພະ​ເຢໂຫວາ​ຈະ​ໃຫ້​ມີ​ເຫດການ​ຫຍັງ​ເກີດຂຶ້ນ. ບາງ​ເທື່ອ​ຄົນ​ເຫຼົ່າ​ນີ້​ອາດ​ມີ​ໂອກາດ​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ ແລະ​ເລືອກ​ຢູ່​ຝ່າຍ​ພະ​ເຢໂຫວາ​ຕອນ​ທີ່​ເພິ່ນ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ໂລກ​ຮູ້​ຈັກ​ຊື່​ຂອງ​ເພິ່ນ.—ອຊກ. 38:16

ຫຼັງ​ຈາກ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ແລ້ວ ເປັນ​ໄປ​ໄດ້​ບໍ​ທີ່​ບາງ​ຄົນ​ຈະ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ?

16. ເຮົາ​ໄດ້​ຮູ້​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

16 ເມື່ອ​ເຮົາ​ຮຽນ​ຄຳພີ​ໄບເບິນ ເຮົາ​ກໍ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ວ່າ​ມະນຸດ​ທຸກ​ຄົນ​ມີ​ຄ່າ​ຫຼາຍ​ແທ້ໆ​ສຳລັບ​ເພິ່ນ. ເພິ່ນ​ຈຶ່ງ​ໃຫ້​ລູກ​ຊາຍ​ມາ​ຕາຍ​ເປັນ​ຄ່າໄຖ່​ເພື່ອ​ພວກ​ເຮົາ​ທຸກ​ຄົນ​ຈະ​ມີ​ໂອກາດ​ມີ​ຊີວິດ​ຕະຫຼອດ​ໄປ. (ຢຮ. 3:16) ພວກ​ເຮົາ​ທຸກ​ຄົນ​ຮູ້ສຶກ​ໄດ້​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ເຮົາ. (ອຊຢ. 49:15) ພະ​ເຢໂຫວາ​ຮູ້​ຈັກ​ຊື່​ຂອງ​ເຮົາ​ແຕ່​ລະ​ຄົນ. ທີ່ຈິງ ເພິ່ນ​ຮູ້​ຈັກ​ເຮົາ​ດີ​ແທ້ໆ​ເຖິງຂັ້ນ​ວ່າ​ຖ້າ​ເຮົາ​ຕາຍ ເພິ່ນ​ກໍ​ສາມາດ​ປຸກ​ເຮົາ​ໃຫ້​ຄືນ​ມາ​ເປັນ​ຄົນ​ເກົ່າ​ທີ່​ມີ​ຄວາມ​ຊົງ​ຈຳ​ແບບ​ເກົ່າ ຍ້ອນ​ເພິ່ນ​ຈື່​ລາຍລະອຽດ​ທຸກ​ຢ່າງ​ກ່ຽວກັບ​ໂຕ​ເຮົາ​ໄດ້! (ມທ. 10:29-31) ດັ່ງນັ້ນ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຈະ​ຕັດສິນ​ແຕ່​ລະ​ຄົນ​ຢ່າງ​ຖືກຕ້ອງ​ຍ້ອນ​ເພິ່ນ​ສະຫຼາດ ຍຸຕິທຳ ແລະ​ມີ​ຄວາມ​ເມດຕາ.—ຢກບ. 2:13

ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຕັດສິນ​ແຕ່​ລະ​ຄົນ​ຢ່າງ​ຖືກຕ້ອງ​ຍ້ອນ​ເພິ່ນ​ສະຫຼາດ ຍຸຕິທຳ ແລະ​ມີ​ຄວາມ​ເມດຕາ (ເບິ່ງ​ຂໍ້ 16)


17. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

17 ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃໝ່​ນີ້​ແຮ່ງ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ວຽກ​ປະກາດ​ເປັນ​ວຽກ​ທີ່​ດ່ວນ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ? ແລະ​ສິ່ງ​ໃດ​ກະຕຸ້ນ​ເຮົາ​ໃຫ້​ປະກາດ​ຂ່າວ​ດີ​ຢ່າງ​ກະຕືລືລົ້ນ​ຕໍ່ໆ​ໄປ? ເຮົາ​ຈະ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້​ໃນ​ບົດ​ຕໍ່​ໄປ.

ເພງ​ທີ 76 ເຈົ້າ​ຮູ້ສຶກ​ແນວ​ໃດ?

a ສຳລັບ​ຄຳ​ອະທິບາຍ​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ການ​ປັບ​ປ່ຽນ​ໃນ​ເລື່ອງ​ນີ້ ເບິ່ງ​ບົດ​ຄວາມ “ພະອົງ​ພໍໃຈ​ທີ່​ເຮັດ​ແບບ​ນັ້ນ” ໃນ​ຫໍສັງເກດການ 15 ມີນາ 2015 ໜ້າ 7-11. (ພາສາ​ໄທ)

b ຫຼັງ​ຈາກ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ຈະ​ຖືກ​ທົດສອບ​ຕອນ​ທີ່​ໂຄກ​ແຫ່ງ​ມາໂຄກ​ມາ​ໂຈມຕີ. ຜູ້​ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ກັບ​ຄົນ​ຂອງ​ເພິ່ນ​ຫຼັງ​ຈາກ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ​ກໍ​ຈະ​ຖືກ​ທົດສອບ​ຄື​ກັນ.

c ຄຳ​ອະທິບາຍ​ຮູບ: ສາມ​ຮູບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ວຽກ​ປະກາດ​ຂອງ​ເຮົາ​ຢູ່​ທົ່ວ​ໂລກ​ອາດ​ຈະ​ເຂົ້າ​ເຖິງ​ບາງ​ຄົນ​ບໍ່​ໄດ້. (1) ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ໃນ​ປະເທດ​ທີ່​ສາສະໜາ​ປະຈຳ​ຊາດ​ບໍ່​ແມ່ນ​ສາສະໜາ​ຄລິດສະຕຽນ ມັນ​ຈຶ່ງ​ບໍ່​ປອດໄພ​ທີ່​ພະຍານ​ພະ​ເຢໂຫວາ​ຈະ​ປະກາດ​ຢູ່​ຫັ້ນ (2) ຜົວ​ເມຍ​ຄູ່​ໜຶ່ງ​ຢູ່​ໃນ​ປະເທດ​ທີ່​ລັດຖະບານ​ຫ້າມ​ວຽກ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ ແລະ​ຖ້າ​ປະກາດ​ກໍ​ຈະ​ເປັນ​ອັນຕະລາຍ (3) ຜູ້​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ເຂດ​ທີ່​ຫ່າງ​ໄກ​ແລະ​ບໍ່​ສາມາດ​ເຂົ້າ​ເຖິງ​ໄດ້.

d ຄຳ​ອະທິບາຍ​ຮູບ: ໄວລຸ້ນ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ອອກ​ຈາກ​ຄວາມ​ຈິງ​ຈື່​ສິ່ງ​ທີ່​ລາວ​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ “ບາບີໂລນ​ໃຫຍ່” ຈະ​ຖືກ​ທຳລາຍ. ລາວ​ຈຶ່ງ​ຕັດສິນໃຈ​ກັບ​ມາ​ຫາ​ພະ​ເຢໂຫວາ​ແລະ​ພໍ່​ແມ່​ທີ່​ເປັນ​ພະຍານ. ຖ້າ​ເລື່ອງ​ແບບ​ນີ້​ເກີດຂຶ້ນ ເຮົາ​ຢາກ​ສະແດງ​ຄວາມ​ເມດຕາ​ແລະ​ຄວາມ​ເຫັນອົກເຫັນໃຈ​ຄື​ກັບ​ພະ​ເຢໂຫວາ​ແລະ​ດີ​ໃຈ​ທີ່​ຄົນ​ທີ່​ເຮັດ​ຜິດ​ກັບຄືນມາ.