ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 26

ເພງ​ທີ 8 ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຮົາ

ໃຫ້​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ຂອງ​ເຈົ້າ

ໃຫ້​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ຂອງ​ເຈົ້າ

“ພະເຈົ້າ​ຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ຫີນ​ຜາ.”1ຊມ. 2:2

ຈຸດ​ສຳຄັນ

ເຮົາ​ຈະ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄຸນລັກສະນະ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເພິ່ນ​ເປັນ​ຄື​ກັບ​ຫີນ​ຜາ ແລະ​ເຮົາ​ຈະ​ຮຽນ​ແບບ​ຄຸນລັກສະນະ​ເຫຼົ່າ​ນັ້ນ​ໄດ້​ແນວ​ໃດ.

1. ໃນ​ເພງ​ສັນລະເສີນ 18:46 ດາວິດ​ສົມທຽບ​ພະ​ເຢໂຫວາ​ກັບ​ຫຍັງ?

 ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ບັນຫາ ບາງ​ເທື່ອ​ເຮົາ​ອາດ​ເຈິ​ບັນຫາ​ທີ່​ເຮັດ​ໃຫ້​ຊີວິດ​ລຳບາກ​ຫຼື​ອາດ​ປ່ຽນ​ຊີວິດ​ເຮົາ​ໄປ​ເລີຍ. ແຕ່​ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ເຮົາ​ສາມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ໄດ້. ໃນ​ບົດ​ກ່ອນ ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ແລະ​ເພິ່ນ​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ​ສະເໝີ. ເມື່ອ​ເພິ່ນ​ຊ່ວຍ​ເຮົາ ເຮົາ​ກໍ​ໝັ້ນໃຈ​ວ່າ “ພະ​ເຢໂຫວາ​ຜູ້​ມີ​ຊີວິດ​ຢູ່” ມີ​ຢູ່​ແທ້. (ອ່ານ​ເພງ​ສັນລະເສີນ 18:46) ຫຼັງ​ຈາກ​ທີ່​ເວົ້າ​ແບບ​ນີ້ ດາວິດ​ກໍ​ເອີ້ນ​ພະ​ເຢໂຫວາ​ວ່າ: “ພະອົງ​ເປັນ​ຫີນ​ຜາ​ຂອງ​ລູກ.” ເປັນ​ຫຍັງ​ດາວິດ​ຈຶ່ງ​ສົມທຽບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ກັບ​ຫີນ​ຜາ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ມີ​ຊີວິດ?

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ​ແນວ​ໃດ ແລະ​ການ​ສົມທຽບ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ເພິ່ນ? ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ໄດ້​ຮຽນ​ວ່າ​ເຮົາ​ຈະ​ເບິ່ງ​ພະ​ເຢໂຫວາ​ວ່າ​ເປັນ​ຫີນ​ຜາ​ສຳລັບ​ເຮົາ​ໄດ້​ແນວ​ໃດ? ແລະ​ສຸດທ້າຍ ເຮົາ​ຈະ​ຮຽນ​ວ່າ​ເຮົາ​ຈະ​ຮຽນ​ແບບ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ຄື​ກັບ​ຫີນ​ຜາ​ໄດ້​ແນວ​ໃດ?

ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ​ແນວ​ໃດ?

3. ຄຳພີ​ໄບເບິນ​ສົມທຽບ​ພະ​ເຢໂຫວາ​ວ່າ​ເປັນ​ຫີນ​ຜາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຫຍັງ? (ເບິ່ງ​ຮູບ​ໜ້າ​ປົກ)

3 ຄຳພີ​ໄບເບິນ​ສົມທຽບ​ພະ​ເຢໂຫວາ​ວ່າ​ເປັນ “ຫີນ​ຜາ” ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄຸນລັກສະນະ​ຂອງ​ເພິ່ນ. ຫຼາຍ​ເທື່ອ​ເມື່ອ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ສັນລະເສີນ​ເພິ່ນ​ຍ້ອນ​ຄຸນລັກສະນະ​ທີ່​ດີ​ເລີດ​ຂອງ​ເພິ່ນ. ເຂົາເຈົ້າ​ມັກ​ເວົ້າ​ເຖິງ​ເພິ່ນ​ວ່າ​ເປັນ​ຄື​ກັບ “ຫີນ​ຜາ.” ເທື່ອ​ທຳອິດ​ທີ່​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ “ຫີນ​ຜາ” ແມ່ນ​ຢູ່​ໃນ​ພະ​ບັນຍັດ 32:4. ໃນ​ຄຳ​ອະທິດຖານ​ຂອງ​ຮັນນາ ລາວ​ກໍ​ເວົ້າ​ວ່າ: “ພະເຈົ້າ​ຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ຫີນ​ຜາ.” (1ຊມ. 2:2) ຮາບາກຸກ​ກໍ​ເອີ້ນ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ຜູ້​ເປັນ​ຫີນ​ຜາ​ຂອງ​ລູກ.” (ຮບກ. 1:12) ນອກ​ຈາກ​ນັ້ນ ຜູ້​ຂຽນ​ເພງ​ສັນລະເສີນ​ບົດ 73 ຍັງ​ເວົ້າ​ວ່າ: “ພະເຈົ້າ​ຈະ​ປົກປ້ອງ​ຫົວໃຈ​ຂອງ​ລູກ. ພະອົງ​ເປັນ​ຫີນ​ຜາ​ຂອງ​ລູກ.” (ພສ. 73:26) ແມ່ນ​ແຕ່​ພະ​ເຢໂຫວາ​ກໍ​ເອີ້ນ​ໂຕເອງ​ວ່າ​ເປັນ​ຫີນ​ຜາ. (ອຊຢ. 44:8) ໃຫ້​ເຮົາ​ມາ​ເບິ່ງ​ຄຸນລັກສະນະ 3 ຢ່າງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ ແລະ​ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ໃຫ້​ເພິ່ນ​ເປັນ “ຫີນ​ຜາ” ຂອງ​ເຮົາ​ໄດ້​ແນວ​ໃດ?—ພບຍ. 32:31

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເບິ່ງ​ວ່າ​ເພິ່ນ​ເປັນ​ຫີນ​ຜາ​ຂອງ​ເຂົາເຈົ້າ (ເບິ່ງ​ຂໍ້ 3)


4. ພະ​ເຢໂຫວາ​ເປັນ​ບ່ອນ​ລີ້ໄພ​ແນວ​ໃດ? (ເພງ​ສັນລະເສີນ 94:22)

4 ພະ​ເຢໂຫວາ​ເປັນ​ບ່ອນ​ລີ້ໄພ. ຄື​ກັບ​ຫີນ​ທີ່​ໃຫຍ່ໆ​ສາມາດ​ບັງ​ເຮົາ​ຈາກ​ພາຍຸ​ຝົນ​ໄດ້ ພະ​ເຢໂຫວາ​ກໍ​ເປັນ​ບ່ອນ​ລີ້ໄພ​ຂອງ​ເຮົາ​ໄດ້​ຄື​ກັນ​ຕອນ​ທີ່​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ​ໃນ​ຊີວິດ. (ອ່ານ​ເພງ​ສັນລະເສີນ 94:22) ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ປົກປ້ອງ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ເພິ່ນ ແລະ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ຄວາມ​ທຸກ​ທີ່​ເຮົາ​ເຈິ​ໃນ​ຕອນນີ້​ຈະ​ບໍ່​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ຜົນ​ເສຍຫາຍ​ຕະຫຼອດ​ໄປ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ສັນຍາ​ວ່າ ໃນ​ອະນາຄົດ​ເພິ່ນ​ຈະ​ກຳຈັດ​ທຸກ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ກັງວົນ​ຫຼື​ທຸກໃຈ—ອຊກ. 34:25, 26

5. ເຮົາ​ຈະ​ໃຫ້​ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ​ແລະ​ເປັນ​ບ່ອນ​ລີ້ໄພ​ຂອງ​ເຮົາ​ໄດ້​ແນວ​ໃດ?

5 ວິທີ​ໜຶ່ງ​ທີ່​ເຮົາ​ໃຫ້​ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ​ແລະ​ເປັນ​ບ່ອນ​ລີ້ໄພ​ຂອງ​ເຮົາ​ແມ່ນ​ການ​ອະທິດຖານ​ຫາ​ເພິ່ນ. ເມື່ອ​ເຮົາ​ອະທິດຖານ ພະ​ເຢໂຫວາ​ຈະ​ໃຫ້ “ສັນຕິສຸກ​ຂອງ​ພະເຈົ້າ” ປົກປ້ອງ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ເຮົາ​ໄວ້. (ຟລປ. 4:6, 7) ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊາຍ​ຊື່​ອາເທັມ​ທີ່​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ. ລາວ​ຖືກ​ເອີ້ນ​ໄປ​ສອບ​ສວນ​ຫຼາຍ​ເທື່ອ​ແລະ​ຍັງ​ຖືກ​ເຈົ້າ​ໜ້າທີ່​ກົດ​ດັນ​ແລະ​ເຍາະເຍີ້ຍ​ນຳ. ອາເທັມ​ເວົ້າ​ວ່າ: “ຂ້ອຍ​ເຄັ່ງ​ຕຶງ​ທຸກ​ເທື່ອ​ທີ່​ຖືກ​ເອີ້ນ​ໄປ​ສອບ​ສວນ. . . . ຂ້ອຍ​ອະທິດຖານ​ຫາ​ພະ​ເຢໂຫວາ​ທຸກ​ເທື່ອ​ເພື່ອ​ຂໍ​ໃຫ້​ມີ​ສະຕິ​ປັນຍາ​ແລະ​ຂໍ​ໃຫ້​ມີ​ໃຈ​ທີ່​ສະຫງົບ. ບໍ່​ວ່າ​ເຈົ້າ​ໜ້າທີ່​ຈະ​ໃຊ້​ວິທີ​ໃດ​ກັບ​ຂ້ອຍ ລາວ​ກໍ​ເຮັດ​ບໍ່​ສຳເລັດ. . . . ຍ້ອນ​ພະ​ເຢໂຫວາ​ຊ່ວຍ ຂ້ອຍ​ຈຶ່ງ​ຮູ້ສຶກ​ຄື​ກັບ​ວ່າ​ມີ​ກຳແພງ​ຫີນ​ປ້ອງກັນ​ຂ້ອຍ​ໄວ້.”

6. ເປັນ​ຫຍັງ​ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ໄດ້​ສະເໝີ? (ເອຊາຢາ 26:3, 4)

6 ພະ​ເຢໂຫວາ​ໄວ້ໃຈ​ໄດ້. ຄື​ກັບ​ຫີນ​ທີ່​ໃຫຍ່ໆ​ຫຼື​ພູ​ທີ່​ບໍ່​ມີ​ໃຜ​ສາມາດ​ຍ້າຍ​ມັນ​ໄດ້ ພະ​ເຢໂຫວາ​ກໍ​ຈະ​ຢູ່​ກັບ​ເຮົາ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ​ສະເໝີ. ເຮົາ​ໄວ້ໃຈ​ເພິ່ນ​ໄດ້ ຍ້ອນ​ເພິ່ນ​ເປັນ​ຄື​ກັບ “ຫີນ​ຜາ​ທີ່​ໝັ້ນຄົງ.” (ອ່ານ​ເອຊາຢາ 26:3, 4) ເພິ່ນ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ເພິ່ນ​ຈຶ່ງ​ສາມາດ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ສະເໝີ ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ແລະ​ຊ່ວຍ​ເຮົາ​ໄດ້​ເມື່ອ​ເຮົາ​ຕ້ອງການ. ນອກ​ຈາກ​ນັ້ນ ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ໄດ້​ຍ້ອນ​ເພິ່ນ​ສັດຊື່​ຕໍ່​ຜູ້​ທີ່​ຮັບໃຊ້​ເພິ່ນ. (2ຊມ. 22:26) ເພິ່ນ​ບໍ່​ມີ​ວັນ​ລືມ​ສິ່ງ​ທີ່​ເຮົາ​ເຮັດ ແລະ​ເພິ່ນ​ຈະ​ໃຫ້​ລາງວັນ​ເຮົາ​ສະເໝີ.—ຮຣ. 6:10; 11:6

7. ເມື່ອ​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ ຄວາມ​ໄວ້ໃຈ​ທີ່​ເຮົາ​ມີ​ຕໍ່​ເພິ່ນ​ເປັນ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

7 ເຮົາ​ໃຫ້​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ຂອງ​ເຮົາ ເມື່ອ​ເຮົາ​ໄວ້ໃຈ​ເພິ່ນ​ເຕັມ​ທີ. ເຮົາ​ໝັ້ນໃຈ​ວ່າ​ເມື່ອ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ​ແມ່ນ​ແຕ່​ຕອນ​ທີ່​ເຈິ​ຄວາມ​ຫຍຸ້ງ​ຍາກ​ລຳບາກ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນ່ນອນ. (ອຊຢ. 48:17, 18) ທຸກ​ເທື່ອ​ທີ່​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ ເຮົາ​ກໍ​ຈະ​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ເຮົາ​ໝັ້ນໃຈ​ວ່າ​ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຊ່ວຍ​ເຮົາ​ໄດ້​ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ແບບ​ໃດ​ກໍ​ຕາມ. ຫຼາຍ​ເທື່ອ​ໃນ​ສະຖານະການ​ທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ໃຜ​ຊ່ວຍ​ເຮົາ​ໄດ້ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ​ສະເໝີ. ວາ​ລາ​ດິ​ເມຍ​ເວົ້າ​ວ່າ: “ຕອນ​ທີ່​ຢູ່​ໃນ​ຄຸກ​ເປັນ​ຊ່ວງ​ເວລາ​ທີ່​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ທີ່​ສຸດ. ຂ້ອຍ​ຮຽນ​ຮູ້​ທີ່​ຈະ​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ ຍ້ອນ​ຕອນ​ນັ້ນ​ຂ້ອຍ​ຢູ່​ຄົນ​ດຽວ​ແລະ​ບໍ່​ສາມາດ​ຄວບຄຸມ​ຫຍັງ​ໄດ້​ເລີຍ.”

ເຮົາ​ໃຫ້​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ຂອງ​ເຮົາ ເມື່ອ​ເຮົາ​ໄວ້ໃຈ​ເພິ່ນ​ເຕັມທີ (ເບິ່ງ​ຂໍ້ 7)


8. (ກ) ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ໝັ້ນຄົງ? (ຂ) ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ມີ​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ຂອງ​ເຮົາ? (ເພງ​ສັນລະເສີນ 62:6, 7)

8 ພະ​ເຢໂຫວາ​ໝັ້ນຄົງ. ພະ​ເຢໂຫວາ​ໜັກແໜ້ນ​ໝັ້ນຄົງຄື​ກັບ​ຫີນ​ທີ່​ໃຫຍ່ໆ. ຄຸນລັກສະນະ​ຂອງ​ເພິ່ນ​ບໍ່​ເຄີຍ​ປ່ຽນ​ແລະ​ເພິ່ນ​ກໍ​ບໍ່​ເຄີຍ​ປ່ຽນ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ຄືກັນ. (ມລກ. 3:6) ຕອນ​ທີ່​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ ພະ​ເຢໂຫວາ​ບໍ່​ໄດ້​ປ່ຽນ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ມະນຸດ. ໂປໂລ​ຂຽນ​ວ່າ ພະ​ເຢໂຫວາ “ປະຕິເສດ​ໂຕເອງ​ບໍ່​ໄດ້.” (2ຕມ. 2:13) ນີ້​ໝາຍ​ຄວາມ​ວ່າ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຫຼື​ໃຜ​ຈະ​ເຮັດ​ຫຍັງ​ກໍ​ຕາມ ພະ​ເຢໂຫວາ​ຈະ​ບໍ່​ປ່ຽນ​ຄຸນລັກສະນະ ຄວາມ​ຕ້ອງການ ຫຼື​ມາດຕະຖານ​ຂອງ​ເພິ່ນ. ຖ້າ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ໝັ້ນຄົງ ເຮົາ​ຈະ​ເພິ່ງ​ເພິ່ນ​ຕອນ​ທີ່​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເພິ່ນ​ສັນຍາ​ໄວ້​ກ່ຽວກັບ​ອະນາຄົດ.—ອ່ານ​ເພງ​ສັນລະເສີນ 62:6, 7

9. ເຈົ້າ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຕັດ​ຢາ​ນາ?

9 ການ​ຄິດ​ຕຶກຕອງ​ເຖິງ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ໂລກ​ນີ້​ແລະ​ຕໍ່​ມະນຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ເພິ່ນ ແລະ​ໃຫ້​ເພິ່ນ​ເປັນ​ຫີນ​ຜາ​ຂອງ​ເຮົາ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສະຫງົບໃຈ​ແລະ​ສັດຊື່​ຕໍ່​ເພິ່ນ​ຕໍ່ໆ​ໄປ​ເຖິງ​ຈະ​ເຈິ​ຄວາມ​ຍາກ​ລຳບາກ. (ພສ. 16:8) ເລື່ອງ​ນີ້​ເປັນ​ຈິງ​ກັບ​ພີ່ນ້ອງ​ຍິງ​ຊື່​ຕັດ​ຢາ​ນາ. ລາວ​ຖືກ​ກັກ​ບໍລິເວນ​ໃຫ້​ຢູ່​ແຕ່​ໃນ​ເຮືອນ​ຍ້ອນ​ຮັກສາ​ຄວາມ​ເຊື່ອ. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ໂດດ​ດ່ຽວ​ຫຼາຍ​ແທ້ໆ. ຕອນ​ທຳອິດ ຂ້ອຍ​ຮູ້ສຶກ​ວ່າ​ມັນ​ຍາກ​ຫຼາຍ ແລະ​ຂ້ອຍ​ທໍ້ໃຈ​ຕະຫຼອດ.” ແຕ່​ເມື່ອ​ຕັດ​ຢາ​ນາ​ຄິດ​ຄັກໆ​ວ່າ​ບັນຫາ​ທີ່​ລາວ​ກຳລັງ​ເຈິ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ໂລກ​ນີ້​ແລະ​ຕໍ່​ມະນຸດ ມັນ​ຊ່ວຍ​ລາວ​ໃຫ້​ສະຫງົບໃຈ ມີ​ກຳລັງ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ​ໄດ້. ຕັດ​ຢາ​ນາ​ເວົ້າ​ຕໍ່​ອີກ​ວ່າ: “ການ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ຂ້ອຍ​ຕ້ອງ​ເຈິ​ເລື່ອງ​ແບບ​ນີ້​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ລືມ​ວ່າ​ຂ້ອຍ​ອົດທົນ​ກັບ​ເລື່ອງ​ທັງໝົດ​ນີ້​ກໍ​ເພື່ອ​ພະ​ເຢໂຫວາ. ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຄິດ​ເຖິງໂຕເອງ​ຫຼາຍ​ເກີນ​ໄປ.”

10. ເຮົາ​ຈະ​ໃຫ້​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ສຳລັບ​ເຮົາ​ຕັ້ງແຕ່​ຕອນນີ້​ໄດ້​ແນວ​ໃດ?

10 ອີກ​ບໍ່​ດົນ ເຮົາ​ຈະ​ເຈິ​ກັບ​ເວລາ​ທີ່​ຍາກ​ລຳບາກ​ທີ່​ສຸດ ແລະ​ເຮົາ​ຕ້ອງ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ. ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ໄວ້ໃຈ​ພະ​ເຢໂຫວາ​ຕັ້ງແຕ່​ຕອນນີ້ ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ເຈິ​ກັບ​ຫຍັງ​ກໍ​ຕາມ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ເຮັດ​ໄດ້​ໂດຍ​ອ່ານ​ເລື່ອງ​ຂອງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ແລະ​ອ່ານ​ເລື່ອງ​ຂອງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ປັດຈຸບັນ. ໃຫ້​ສັງເກດ​ວ່າ​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ສຳລັບ​ເຂົາເຈົ້າ​ແນວ​ໃດ​ແລະ​ເພິ່ນ​ຊ່ວຍ​ເຂົາເຈົ້າ​ຈັ່ງ​ໃດ ແລະ​ໃຫ້​ຄິດ​ຕຶກຕອງ​ວ່າ​ເລື່ອງ​ເຫຼົ່າ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຈົ້າ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ໃຫ້​ພະ​ເຢໂຫວາ​ເປັນ​ຫີນ​ຜາ​ສຳລັບ​ເຈົ້າ.

ຮຽນ​ແບບ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ຄື​ກັບ​ຫີນ​ຜາ

11. ເປັນ​ຫຍັງ​ເຮົາ​ຢາກ​ຮຽນ​ແບບ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ຄື​ກັບ​ຫີນ​ຜາ? (ເບິ່ງ​ຂອບ “ ເປົ້າໝາຍ​ສຳລັບ​ພີ່ນ້ອງ​ຊາຍ​ທີ່​ເປັນ​ໄວລຸ້ນ” ນຳ)

11 ເຮົາ​ໄດ້​ເຫັນ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ແລ້ວ​ທີ່​ເພິ່ນ​ເປັນ​ຄື​ກັບ​ຫີນ​ຜາ​ສຳລັບ​ເຮົາ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ຄຸນລັກສະນະ​ເຫຼົ່າ​ນັ້ນ​ໄດ້​ແນວ​ໃດ? ຖ້າ​ເຮົາ​ພະຍາຍາມ​ຮຽນ​ແບບ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ເຂັ້ມແຂງ​ໄດ້. ຕົວຢ່າງ​ເຊັ່ນ: ພະ​ເຢຊູ​ຕັ້ງ​ຊື່​ໃຫ້​ຊີໂມນ​ວ່າ​ເກຟາ (ແປ​ເປັນ​ພາສາ​ກຣີກ​ວ່າ “ເປໂຕ”) ເຊິ່ງ​ໝາຍ​ຄວາມ​ວ່າ “ກ້ອນ​ຫີນ.” (ຢຮ. 1:42) ການ​ທີ່​ພະ​ເຢຊູ​ຕັ້ງ​ຊື່​ໃຫ້​ເປໂຕ​ແບບ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ເປໂຕ​ຈະ​ມີ​ສ່ວນ​ສຳຄັນ​ໃນ​ການ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ໝັ້ນຄົງ. ມີ​ການ​ເວົ້າ​ເຖິງ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ວ່າ​ເປັນ​ຄື​ກັບ “ເງົາ​ຂອງ​ຫີນ​ຜາ​ໃຫຍ່.” ນີ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຈະ​ປົກປ້ອງ​ພີ່ນ້ອງ​ໃນ​ປະຊາຄົມ. (ອຊຢ. 32:2) ແຕ່​ທີ່ຈິງ​ພວກ​ເຮົາ​ທຸກ​ຄົນ​ສາມາດ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ປະຊາຄົມ​ໄດ້ ຖ້າ​ເຮົາ​ຮຽນ​ແບບ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ຄື​ກັບ​ຫີນ​ຜາ.—ອຟຊ. 5:1

12. ເຮົາ​ຈະ​ເປັນ​ບ່ອນ​ລີ້ໄພ​ໃຫ້​ພີ່ນ້ອງ​ໄດ້​ແນວ​ໃດ​ແດ່?

12 ເປັນ​ບ່ອນ​ລີ້ໄພ. ເມື່ອ​ພີ່ນ້ອງ​ຂອງ​ເຮົາ​ສູນ​ເສຍ​ເຮືອນ​ຫຼື​ຕ້ອງ​ໜີ​ອອກ​ຈາກ​ເຮືອນ​ຍ້ອນ​ໄພ​ທຳມະຊາດ​ຫຼື​ສົງຄາມ ເຮົາ​ອາດ​ເປັນ​ບ່ອນ​ລີ້ໄພ​ໃຫ້​ເຂົາເຈົ້າ​ໄດ້​ໂດຍ​ໃຫ້​ເຂົາເຈົ້າ​ມາ​ພັກ​ຢູ່​ເຮືອນ​ຂອງ​ເຮົາ. ໃນ “ສະໄໝ​ສຸດທ້າຍ” ສະພາບການ​ແຮ່ງ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ. (2ຕມ. 3:1) ດັ່ງນັ້ນ ເຮົາ​ມີ​ໂອກາດ​ທີ່​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຊ່ວຍ​ພີ່ນ້ອງ​ທາງ​ດ້ານ​ອາລົມ​ແລະ​ຄວາມ​ເຊື່ອ​ໄດ້​ນຳ. ວິທີ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ແມ່ນ​ຕ້ອນຮັບ​ເຂົາເຈົ້າ​ຢ່າງ​ອົບອຸ່ນ​ແລະ​ສ້າງ​ບັນຍາກາດ​ທີ່​ດີ​ຢູ່​ຫໍປະຊຸມ. ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄວາມ​ໂຫດ​ຮ້າຍ ຄວາມ​ເຢັນ​ຊາ ແລະ​ຄວາມ​ເຄັ່ງ​ຕຶງ ເຮົາ​ຈຶ່ງ​ຢາກ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ພີ່ນ້ອງ​ຮູ້ສຶກ​ວ່າ​ເຮົາ​ຮັກ​ເຂົາເຈົ້າ ຮູ້ສຶກ​ສົດ​ຊື່ນ ແລະ​ຮູ້ສຶກ​ປອດໄພ.

13. ຜູ້​ເບິ່ງແຍງ​ຈະ​ເປັນ​ບ່ອນ​ລີ້ໄພ​ສຳລັບ​ພີ່ນ້ອງ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

13 ຜູ້​ເບິ່ງແຍງ​ຍັງ​ເປັນ​ບ່ອນ​ລີ້ໄພ​ໃຫ້​ພີ່ນ້ອງ​ຕອນ​ທີ່​ເຂົາເຈົ້າ​ເຈິ​ພາຍຸ​ແທ້ໆ​ຫຼື​ເຈິ​ຄວາມ​ຍາກ​ລຳບາກ​ທີ່​ເປັນ​ຄື​ກັບ​ພາຍຸ. ຕອນ​ທີ່​ພີ່ນ້ອງ​ເຈິ​ໄພພິບັດ​ຫຼື​ຕອນ​ທີ່​ພີ່ນ້ອງ​ເຈັບ​ປ່ວຍ​ກະທັນຫັນ ຜູ້​ເບິ່ງແຍງ​ຈະ​ຟ້າວ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທັນທີ. ນອກ​ຈາກ​ນັ້ນ ຜູ້​ເບິ່ງແຍງ​ຍັງ​ຊ່ວຍ​ເຫຼືອ​ພີ່ນ້ອງ​ໃນ​ເລື່ອງ​ຄວາມ​ເຊື່ອ​ນຳ. ພີ່ນ້ອງ​ຈະ​ຢາກ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຖ້າ​ຜູ້​ເບິ່ງແຍງ​ເປັນ​ຄົນ​ອ່ອນໂຍນ ເຫັນອົກເຫັນໃຈ ແລະ​ພ້ອມ​ທີ່​ຈະ​ຟັງ​ເຂົາເຈົ້າ. ຄຸນລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ຮູ້​ວ່າ​ຜູ້​ເບິ່ງແຍງ​ຮັກ​ເຂົາເຈົ້າ​ແທ້ໆ. ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ພີ່ນ້ອງ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ເບິ່ງແຍງ​ທີ່​ມາ​ຈາກ​ຄຳພີ​ໄບເບິນ.—1ທຊ. 2:7, 8, 11

ຜູ້​ເບິ່ງແຍງ​ເປັນ​ບ່ອນ​ລີ້ໄພ​ສຳລັບ​ພີ່ນ້ອງ​ຕອນ​ທີ່​ເຂົາເຈົ້າ​ເຈິ​ພາຍຸ​ແທ້ໆ​ຫຼື​ເຈິ​ຄວາມ​ຍາກ​ລຳບາກ​ທີ່​ເປັນ​ຄື​ກັບ​ພາຍຸ (ເບິ່ງ​ຂໍ້ 13) a


14. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

14 ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ເຮົາ​ຢາກ​ໃຫ້​ພີ່ນ້ອງ​ໝັ້ນໃຈ​ວ່າ​ເຮົາ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຂົາເຈົ້າ​ສະເໝີ ໂດຍ​ສະເພາະ​ຕອນ​ທີ່​ເຂົາເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ. (ສພສ. 17:17) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ຄົນ​ທີ່​ມີ​ຊື່​ສຽງ​ວ່າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້? ໃຫ້​ເຮົາ​ພະຍາຍາມ​ເຕັມທີ​ທີ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ທຸກໆ​ມື້ ເຊັ່ນ: ເຮົາ​ຕ້ອງ​ຮັກສາ​ສັນຍາ​ແລະ​ກົງ​ຕໍ່​ເວລາ. (ມທ. 5:37) ເຮົາ​ຍັງ​ສາມາດ​ສະເໜີ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ມີ​ຄວາມ​ຈຳເປັນ. ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ໄດ້​ຮັບ​ມອບໝາຍ​ວຽກ​ຕ່າງໆ​ໃນ​ປະຊາຄົມ ໃຫ້​ເຮົາ​ຕັ້ງໃຈ​ເຮັດ​ໃຫ້​ແລ້ວ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ.

15. ເມື່ອ​ຜູ້​ເບິ່ງແຍງ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່?

15 ເມື່ອ​ຜູ້​ເບິ່ງແຍງ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ປະຊາຄົມ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່? ພີ່ນ້ອງ​ຈະ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ເຂົາເຈົ້າ​ຮູ້​ວ່າ​ສາມາດ​ຕິດຕໍ່​ຜູ້​ເບິ່ງແຍງ​ຕອນ​ໃດ​ກໍ​ໄດ້ ແລະ​ພີ່ນ້ອງ​ຈະ​ຮູ້ສຶກ​ອຸ່ນ​ໃຈ​ເມື່ອ​ເຂົາເຈົ້າ​ຮູ້​ວ່າ​ຜູ້​ເບິ່ງແຍງ​ເຕັມໃຈ​ຊ່ວຍ​ເຂົາເຈົ້າ​ແທ້ໆ. ເມື່ອ​ຜູ້​ເບິ່ງແຍງ​ໃຊ້​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ເພື່ອ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ບໍ່​ແມ່ນ​ໃຊ້​ຄວາມ​ຄິດ​ສ່ວນ​ໂຕ ພີ່ນ້ອງ​ກໍ​ຈະ​ໄວ້ໃຈ​ຜູ້​ເບິ່ງແຍງ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ເມື່ອ​ພີ່ນ້ອງ​ເລົ່າ​ເລື່ອງ​ສ່ວນ​ໂຕ​ໃຫ້​ຜູ້​ເບິ່ງແຍງ​ຟັງ ແລະ​ຂໍ​ໃຫ້​ລາວ​ເກັບ​ໄວ້​ເປັນ​ຄວາມ​ລັບ ເມື່ອ​ຜູ້​ເບິ່ງແຍງ​ເຮັດ​ຕາມ ພີ່ນ້ອງ​ກໍ​ແຮ່ງ​ຈະ​ໄວ້ໃຈ​ລາວ​ຫຼາຍ​ຂຶ້ນ.

16. ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ​ໃນ​ທຸກ​ເລື່ອງ ເຮົາ​ເອງ​ແລະ​ຄົນ​ອື່ນ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

16 ເປັນ​ຄົນ​ໝັ້ນຄົງ. ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ​ທຸກ​ເລື່ອງ​ແລະ​ຕັດສິນໃຈ​ໂດຍ​ອາໄສ​ຫຼັກການ​ທີ່​ມາ​ຈາກ​ຄຳພີ​ໄບເບິນ ເຮົາ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ອື່ນ. ເມື່ອ​ເຮົາ​ອ່ານ​ແລະ​ຄົ້ນຄວ້າ​ຄຳພີ​ໄບເບິນ​ແລະ​ເສີມສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ ເຮົາ​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ. ເຮົາ​ຈະ​ບໍ່​ເປັນ​ຄົນ​ໂລເລ ບໍ່​ເປັນ​ຄົນ​ບໍ່​ແນ່​ບໍ່​ນອນ ຫຼື​ບໍ່​ຄ້ອຍ​ໄປ​ນຳ​ຄຳສອນ​ຜິດໆ​ຫຼື​ຄິດ​ຄື​ກັບ​ຄົນ​ທົ່ວໄປ​ໃນ​ໂລກ. (ອຟຊ. 4:14; ຢກບ. 1:6-8) ເມື່ອ​ເຮົາ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ຄຳ​ສັນຍາ​ຂອງ​ເພິ່ນ ເຮົາ​ຈະ​ມີ​ໃຈ​ທີ່​ສະຫງົບ ເມື່ອ​ໄດ້​ຍິນ​ຂ່າວ​ຮ້າຍ. (ພສ. 112:7, 8) ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຊ່ວຍ​ຄົນ​ອື່ນ​ທີ່​ອາດ​ເຈິ​ບັນຫາ​ໄດ້​ນຳ.—1ທຊ. 3:2, 3

17. ອັນ​ໃດ​ຈະ​ຊ່ວຍ​ຜູ້​ເບິ່ງແຍງ​ໃຫ້​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພີ່ນ້ອງ?

17 ຜູ້​ເບິ່ງແຍງ​ຕ້ອງ​ເປັນ​ຄົນ​ທີ່​ຄວບຄຸມ​ໂຕເອງ​ໄດ້​ໃນ​ທຸກ​ດ້ານ ມີ​ສະຕິ​ຮອບຄອບ ມີ​ລະບຽບ ແລະ​ມີ​ເຫດຜົນ. ເມື່ອ​ຜູ້​ເບິ່ງແຍງ “ຍຶດ​ໝັ້ນ​ກັບ​ຖ້ອຍຄຳ​ທີ່​ເປັນ​ຄວາມ​ຈິງ” ເຂົາເຈົ້າ​ກໍ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພີ່ນ້ອງ​ແລະ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (ຕຕ. 1:9; 1ຕມ. 3:1-3) ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ ໄປ​ປະກາດ ແລະ​ສຶກສາ​ສ່ວນ​ໂຕ​ເປັນ​ປະຈຳ ຖ້າ​ເຂົາເຈົ້າ​ໄປ​ຢາມ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ເຫຼົ່າ​ນີ້. ເມື່ອ​ພີ່ນ້ອງ​ມີ​ບັນຫາ​ທີ່​ເຮັດ​ໃຫ້​ອຸກໃຈ ຜູ້​ເບິ່ງແຍງ​ຈະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃຫ້​ໄວ້ໃຈ​ພະ​ເຢໂຫວາ​ແລະ​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ເພິ່ນ​ສະເໝີ.

18. ເປັນ​ຫຍັງ​ເຮົາ​ຢາກ​ສັນລະເສີນ​ພະ​ເຢໂຫວາ​ແລະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ? (ເບິ່ງ​ຂອບ “ ວິທີ​ຊ່ວຍ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ” ນຳ)

18 ຫຼັງ​ຈາກ​ທີ່​ເຮົາ​ໄດ້​ເຫັນ​ຄຸນລັກສະນະ​ຕ່າງໆ​ທີ່​ດີ​ເລີດ​ຂອງ​ພະ​ເຢໂຫວາ​ແລ້ວ ເຮົາ​ຢາກ​ຈະ​ເວົ້າ​ຄື​ກັບ​ກະສັດ​ດາວິດ​ທີ່​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ຜູ້​ເປັນ​ຫີນ​ຜາ​ຂອງ​ຂ້ອຍ​ໄດ້​ຮັບ​ການ​ສັນລະເສີນ.” (ພສ. 144:1) ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ໄດ້​ສະເໝີ ແລະ​ເຖິງ​ວ່າ​ເຮົາ​ຈະ​ອາຍຸ​ຫຼາຍ​ຂຶ້ນ ເຮົາ​ກໍ​ສາມາດ​ໄວ້ໃຈ​ພະ​ເຢໂຫວາ​ໄດ້​ຕໍ່ໆ​ໄປ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ເພິ່ນ​ສະເໝີ ແລະ​ເຮົາ​ເວົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ໄດ້​ວ່າ: “ເພິ່ນ​ເປັນ​ຫີນ​ຜາ​ຂອງ​ຂ້ອຍ.”ພສ. 92:14, 15

ເພງ​ທີ 150 ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

a ຄຳ​ອະທິບາຍ​ຮູບ: ຕອນ​ຢູ່​ຫໍປະຊຸມ ພີ່ນ້ອງ​ຍິງ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຈະ​ລົມ​ກັບ​ຜູ້​ເບິ່ງແຍງ 2 ຄົນ.