ບົດຄວາມສຶກສາທີ 23
ເພງທີ 28 ໄດ້ເປັນເພື່ອນກັບພະເຢໂຫວາ
ພະເຢໂຫວາເຊີນເຮົາໃຫ້ເປັນແຂກຂອງເພິ່ນ
“ເຕັ້ນຂອງພະເຈົ້າຢູ່ກັບມະນຸດແລ້ວ. ເພິ່ນຈະຢູ່ກັບເຂົາເຈົ້າ.”—ພນມ. 21:3
ຈຸດສຳຄັນ
ເພື່ອຊ່ວຍເຮົາໃຫ້ເຂົ້າໃຈວ່າການເປັນແຂກໃນເຕັ້ນຂອງພະເຢໂຫວາໝາຍເຖິງຫຍັງ ແລະເພິ່ນຈະເບິ່ງແຍງເຮົາແນວໃດ.
1-2. ພະເຢໂຫວາມີຄຳເຊີນຫຍັງສຳລັບຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນ?
ພະເຢໂຫວາເປັນຫຍັງສຳລັບເຈົ້າ? ເຈົ້າອາດຈະຕອບວ່າ: ‘ພະເຢໂຫວາເປັນພໍ່ ເປັນພະເຈົ້າ ແລະເປັນໝູ່.’ ນອກຈາກນັ້ນ ພະເຢໂຫວາຍັງເປັນອີກຫຼາຍຢ່າງໃນຊີວິດຂອງເຈົ້ານຳ. ແຕ່ເຈົ້າເຄີຍຄິດບໍວ່າພະເຢໂຫວາເປັນເຈົ້າພາບຂອງເຈົ້າ?
2 ກະສັດດາວິດສົມທຽບພະເຢໂຫວາເປັນເຈົ້າພາບ ແລະສົມທຽບຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນເປັນແຂກຂອງເພິ່ນ. ດາວິດຖາມວ່າ: “ພະເຢໂຫວາເອີ້ຍ ໃຜຈະໄດ້ເປັນແຂກໃນເຕັ້ນຂອງພະອົງ? ໃຜຈະໄດ້ຢູ່ເທິງພູທີ່ບໍລິສຸດຂອງພະອົງ?” (ພສ. 15:1) ຈາກຄຳເວົ້ານີ້ເຮົາເຫັນວ່າເຮົາສາມາດເປັນແຂກຫຼືເປັນໝູ່ຂອງພະເຢໂຫວາໄດ້. ເຈົ້າຮູ້ສຶກເປັນກຽດບໍທີ່ພະເຢໂຫວາເຊີນເຈົ້າໃຫ້ເປັນແຂກຂອງເພິ່ນ?
ພະເຢໂຫວາຢາກໃຫ້ເຮົາເປັນແຂກຂອງເພິ່ນ
3. ໃຜເປັນແຂກຜູ້ທຳອິດຂອງພະເຢໂຫວາ ແລະແຂກຜູ້ນີ້ກັບພະເຢໂຫວາຮູ້ສຶກແນວໃດຕໍ່ກັນ?
3 ກ່ອນພະເຢໂຫວາຈະສ້າງສິ່ງຕ່າງໆທີ່ມີຊີວິດ ເພິ່ນມີຊີວິດຢູ່ຜູ້ດຽວມາກ່ອນແລ້ວ. ຕໍ່ມາ ພະເຢໂຫວາໄດ້ສ້າງລູກຊາຍຄົນທຳອິດຂອງເພິ່ນ ແລະໄດ້ເຊີນລູກຊາຍຜູ້ນີ້ໃຫ້ມາເປັນແຂກໃນເຕັ້ນຂອງເພິ່ນ. ຄຳພີໄບເບິນບອກວ່າ ພະເຢໂຫວາ “ມີຄວາມສຸກ” ຫຼາຍທີ່ໄດ້ຢູ່ກັບລູກຊາຍຂອງເພິ່ນ ແລະລູກຊາຍຜູ້ນີ້ກໍ “ມີຄວາມສຸກຕະຫຼອດເວລາທີ່ໄດ້ຢູ່ນຳ [ພະເຢໂຫວາ].”—ສພສ. 8:30
4. ພະເຢໂຫວາຍັງເຊີນໃຜອີກໃຫ້ມາເປັນແຂກໃນເຕັ້ນຂອງເພິ່ນ?
4 ຕໍ່ມາ ພະເຢໂຫວາໄດ້ສ້າງທູດສະຫວັນແລະເຂົາເຈົ້າກໍຖືກເຊີນໃຫ້ເປັນແຂກໃນເຕັ້ນຂອງເພິ່ນຄືກັນ. ຄຳພີໄບເບິນເອີ້ນທູດສະຫວັນເຫຼົ່ານີ້ວ່າ: “ລູກຂອງພະເຈົ້າ” ແລະເຂົາເຈົ້າກໍມີຄວາມສຸກທີ່ໄດ້ຢູ່ກັບພະເຢໂຫວາ. (ໂຢບ 38:7; ດນອ. 7:10) ຕອນທຳອິດ ແຂກຂອງພະເຢໂຫວາມີແຕ່ຢູ່ໃນສະຫວັນເທົ່ານັ້ນ. ແຕ່ຕໍ່ມາພະເຢໂຫວາໄດ້ສ້າງມະນຸດຢູ່ໃນໂລກແລະໃຫ້ເຂົາເຈົ້າມີໂອກາດໄດ້ເປັນແຂກຂອງເພິ່ນຄືກັນ. ຄົນເຫຼົ່ານັ້ນມີເອໂນກ ໂນອາ ອັບຣາຮາມ ແລະໂຢບ. ຄຳພີໄບເບິນບອກວ່າຄົນເຫຼົ່ານີ້ເປັນໝູ່ຂອງພະເຈົ້າ ຫຼືເປັນຄົນທີ່ “ໃຊ້ຊີວິດແບບທີ່ພະເຈົ້າທ່ຽງແທ້ພໍໃຈ.”—ປຖກ. 5:24; 6:9; ໂຢບ 29:4; ອຊຢ. 41:8
5. ເຮົາຮຽນຫຍັງຈາກຄຳພະຍາກອນໃນເອເຊກຽນ 37:26, 27?
5 ເຖິງວ່າຈະຜ່ານໄປຫຼາຍພັນປີແລ້ວ ພະເຢໂຫວາກໍຍັງເຊີນໝູ່ຂອງເພິ່ນໃຫ້ມາເປັນແຂກຂອງເພິ່ນ. (ອ່ານເອເຊກຽນ 37:26, 27) ຕົວຢ່າງເຊັ່ນ: ໃນຄຳພະຍາກອນຂອງເອເຊກຽນ ເຮົາເຫັນວ່າພະເຢໂຫວາຕ້ອງການແທ້ໆທີ່ຈະໃຫ້ຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນມາສະໜິດກັບເພິ່ນ. ເພິ່ນ “ເຮັດສັນຍາກັບເຂົາເຈົ້າເພື່ອໃຫ້ເຂົາເຈົ້າມີຄວາມສະຫງົບສຸກ.” ຕາມຄຳພະຍາກອນນີ້ເຮົາເຫັນວ່າຜູ້ທີ່ມີຄວາມຫວັງທີ່ຈະມີຊີວິດໃນສະຫວັນກັບຄົນທີ່ມີຄວາມຫວັງທີ່ຈະມີຊີວິດໃນໂລກຈະລວມກັນເປັນ “ຝູງດຽວ” ໃນເຕັ້ນຂອງພະເຢໂຫວາ. (ຢຮ. 10:16) ເວລາທີ່ເວົ້າເຖິງນັ້ນກໍຄືທຸກມື້ນີ້.
ພະເຢໂຫວາເບິ່ງແຍງເຮົາບໍ່ວ່າເຮົາຈະຢູ່ໃສ
6. ເຮົາຈະເປັນແຂກໃນເຕັ້ນຂອງພະເຢໂຫວາໄດ້ແນວໃດ ແລະເຕັ້ນຂອງເພິ່ນແມ່ນສະຖານທີ່ໃດໜຶ່ງສະເພາະບໍ?
6 ໃນສະໄໝທີ່ຂຽນຄຳພີໄບເບິນ ເຕັ້ນເປັນບ່ອນພັກແລະເປັນບ່ອນປົກປ້ອງທີ່ປອດໄພ. ຕາມປົກກະຕິແລ້ວ ແຂກທີ່ພັກຢູ່ເຕັ້ນຈະຄາດໝາຍໃຫ້ເຈົ້າພາບເບິ່ງແຍງລາວ. ເມື່ອເຮົາອຸທິດໂຕໃຫ້ພະເຢໂຫວາ ເຮົາກໍໄດ້ເຂົ້າມາເປັນແຂກໃນເຕັ້ນຂອງເພິ່ນ. (ພສ. 61:4) ເຮົາໄດ້ກິນອາຫານຫຼືໄດ້ຮັບຄວາມຮູ້ທີ່ເສີມຄວາມເຊື່ອຫຼາຍຢ່າງ ແລະມີຄວາມສຸກນຳກັນກັບພີ່ນ້ອງຄົນອື່ນໆທີ່ເປັນແຂກຂອງພະເຢໂຫວາຄືກັນກັບເຮົາ. ແຕ່ເຕັ້ນຂອງພະເຢໂຫວາບໍ່ແມ່ນສະຖານທີ່ໃດໜຶ່ງສະເພາະ. ເຈົ້າຄືຊິໄດ້ເຈິກັບພີ່ນ້ອງຈາກບ່ອນຕ່າງໆທີ່ເປັນແຂກທີ່ມີຄວາມສຸກທີ່ໄດ້ຢູ່ໃນເຕັ້ນຂອງພະເຢໂຫວາ ຕອນທີ່ເຈົ້າໄປປະເທດອື່ນຫຼືເຂົ້າຮ່ວມການປະຊຸມພິເສດ. ທີ່ຈິງ ບໍ່ວ່າເຮົາຈະຢູ່ບ່ອນໃດໃນໂລກ ຖ້າເຮົາຮັບໃຊ້ພະເຢໂຫວາຢ່າງສັດຊື່ ເຮົາກໍຈະໄດ້ເປັນແຂກໃນເຕັ້ນຂອງເພິ່ນ.—ພນມ. 21:3
7. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາທີ່ຕາຍໄປແລ້ວຍັງເປັນແຂກໃນເຕັ້ນຂອງເພິ່ນຢູ່? (ເບິ່ງຮູບນຳ)
7 ສຳລັບຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາທີ່ຕາຍໄປແລ້ວເດ? ເຂົາເຈົ້າຍັງເປັນແຂກໃນເຕັ້ນຂອງເພິ່ນຢູ່ບໍ? ເປັນແທ້! ເປັນຫຍັງຈຶ່ງເວົ້າແບບນັ້ນ? ຍ້ອນພະເຢໂຫວາບໍ່ເຄີຍລືມເຂົາເຈົ້າ ແລະເພິ່ນຖືວ່າເຂົາເຈົ້າຍັງມີຊີວິດຢູ່. ພະເຢຊູເວົ້າວ່າ: “ເລື່ອງທີ່ຄົນຕາຍຈະຟື້ນຄືນມານັ້ນ ແມ່ນແຕ່ໂມເຊກໍໄດ້ຂຽນໄວ້ໃນເລື່ອງຟຸ່ມໜາມແລ້ວ. ຕອນນັ້ນ ລາວເອີ້ນພະເຢໂຫວາວ່າ ‘ພະເຈົ້າຂອງອັບຣາຮາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຢາໂຄບ.’ ພະອົງບໍ່ໄດ້ເປັນພະເຈົ້າຂອງຄົນຕາຍ ແຕ່ເປັນພະເຈົ້າຂອງຄົນເປັນ ຍ້ອນເພິ່ນເຫັນວ່າເຂົາເຈົ້າທຸກຄົນມີຊີວິດຢູ່.”—ລກ. 20:37, 38
ການເປັນແຂກຂອງພະເຢໂຫວາໄດ້ຮັບປະໂຫຍດ ແຕ່ກໍມີໜ້າທີ່ຮັບຜິດຊອບ
8. ແຂກຂອງພະເຢໂຫວາໄດ້ຮັບປະໂຫຍດຫຍັງແດ່ຈາກການໄດ້ຢູ່ໃນເຕັ້ນຂອງເພິ່ນ?
8 ຄືກັບເຕັ້ນແທ້ໆທີ່ເປັນທັງບ່ອນພັກແລະຊ່ວຍປົກປ້ອງໃຫ້ປອດໄພ ເຕັ້ນຂອງພະເຢໂຫວາກໍປົກປ້ອງແຂກຂອງເພິ່ນຈາກອັນຕະລາຍທີ່ສ້າງຄວາມເສຍຫາຍຕໍ່ສາຍສຳພັນຂອງເຂົາເຈົ້າກັບພະເຢໂຫວາ ແລະຊ່ວຍເຂົາເຈົ້າໃຫ້ມີຄວາມຫວັງແທ້ກ່ຽວກັບອະນາຄົດ. ເມື່ອເຮົາສະໜິດກັບພະເຢໂຫວາ ຊາຕານກໍບໍ່ສາມາດເຮັດຫຍັງທີ່ສ້າງຄວາມເສຍຫາຍຕໍ່ເຮົາຕະຫຼອດໄປໄດ້. (ພສ. 31:23; 1ຢຮ. 3:8) ໃນໂລກໃໝ່ ພະເຢໂຫວາຈະປົກປ້ອງໝູ່ຂອງເພິ່ນຕໍ່ໆໄປ ເພິ່ນບໍ່ພຽງແຕ່ຊ່ວຍເຂົາເຈົ້າໃຫ້ມີສາຍສຳພັນທີ່ດີກັບເພິ່ນເທົ່ານັ້ນ ແຕ່ຍັງຊ່ວຍເຂົາເຈົ້າບໍ່ໃຫ້ຕາຍນຳອີກ.—ພນມ. 21:4
9. ພະເຢໂຫວາຢາກໃຫ້ແຂກຂອງເພິ່ນປະພຶດໂຕແນວໃດ?
9 ເຮົາຮູ້ສຶກເປັນກຽດແທ້ໆທີ່ໄດ້ຢູ່ໃນເຕັ້ນຂອງພະເຢໂຫວາທີ່ເຮັດໃຫ້ເຮົາໄດ້ສະໜິດກັບເພິ່ນຕະຫຼອດໄປ. ເຮົາຄວນປະພຶດໂຕແນວໃດຖ້າຢາກເປັນແຂກໃນເຕັ້ນຂອງພະເຢໂຫວາຕໍ່ໆໄປ? ສົມມຸດວ່າມີຄົນເຊີນເຈົ້າໄປເຮືອນ. ເຈົ້າຄືຊິຢາກຮູ້ວ່າເຈົ້າຂອງເຮືອນຢາກໃຫ້ເຈົ້າເຮັດຫຍັງແດ່ ເຊັ່ນ ລາວຢາກໃຫ້ເຈົ້າປົດເກີບກ່ອນເຂົ້າເຮືອນບໍ? ຖ້າແມ່ນ ເຈົ້າກໍຈະເຕັມໃຈເຮັດຕາມທີ່ລາວຕ້ອງການ. ຄ້າຍຄືກັນ ເຮົາກໍຢາກຮູ້ວ່າພະເຢໂຫວາຢາກໃຫ້ແຂກທີ່ຢູ່ໃນເຕັ້ນຂອງເພິ່ນເຮັດຫຍັງແດ່. ເມື່ອຮູ້ແລ້ວ ຄວາມຮັກຈະກະຕຸ້ນເຮົາໃຫ້ເຮັດທຸກຢ່າງຕາມທີ່ພະເຢໂຫວາຕ້ອງການເພື່ອຈະ “ເຮັດໃຫ້ເພິ່ນພໍໃຈສະເໝີ.” (ກລຊ. 1:10) ເຖິງເຮົາຈະຖືວ່າພະເຢໂຫວາເປັນໝູ່ຂອງເຮົາ ແຕ່ເຮົາຄວນຈື່ໄວ້ວ່າເພິ່ນເປັນພະເຈົ້າແລະເປັນພໍ່ຂອງເຮົາທີ່ເຮົາຕ້ອງນັບຖືຫຼາຍທີ່ສຸດ. (ພສ. 25:14) ເມື່ອເຮົາຄິດແບບນີ້ສະເໝີ ເຮົາກໍຈະຢ້ານຢຳເພິ່ນແລະບໍ່ລືມວ່າເພິ່ນແມ່ນໃຜ. ການເຮັດແບບນີ້ຈະຊ່ວຍເຮົາບໍ່ໃຫ້ເຮັດສິ່ງທີ່ເພິ່ນບໍ່ມັກ. ເຮົາຢາກ “ໃຊ້ຊີວິດແບບຈຽມໂຕ” ຕາມແນວທາງຂອງພະເຈົ້າສະເໝີ.—ມກ. 6:8
ພະເຢໂຫວາປະຕິບັດກັບຄົນອິດສະຣາເອນແບບບໍ່ລຳອຽງ
10-11. ວິທີທີ່ພະເຢໂຫວາປະຕິບັດກັບຄົນອິດສະຣາເອນຢູ່ບ່ອນກັນດານຊີນາຍສະແດງໃຫ້ເຫັນແນວໃດວ່າເພິ່ນບໍ່ລຳອຽງ?
10 ພະເຢໂຫວາປະຕິບັດກັບແຂກຂອງເພິ່ນແບບເທົ່າທຽມກັນ. (ຣມ. 2:11) ເຮົາເຂົ້າໃຈແຈ້ງວ່າພະເຢໂຫວາບໍ່ລຳອຽງໂດຍເບິ່ງຈາກວິທີທີ່ເພິ່ນປະຕິບັດກັບຄົນອິດສະຣາເອນຕອນທີ່ເຂົາເຈົ້າຢູ່ບ່ອນກັນດານຊີນາຍ.
11 ຫຼັງຈາກທີ່ພະເຢໂຫວາຊ່ວຍຄົນອິດສະຣາເອນປະຊາຊົນຂອງເພິ່ນໃຫ້ຫຼຸດພົ້ນຈາກການເປັນທາດຢູ່ເອຢິບ ເພິ່ນໄດ້ແຕ່ງຕັ້ງພວກປະໂລຫິດໃຫ້ຮັບໃຊ້ຢູ່ເຕັ້ນສັກສິດ ແລະເພິ່ນໄດ້ມອບໝາຍໃຫ້ຄົນເລວີເຮັດວຽກອື່ນໆທີ່ກ່ຽວຂ້ອງກັບເຕັ້ນນັ້ນ. ພະເຢໂຫວາເບິ່ງແຍງຄົນທີ່ຮັບໃຊ້ຢູ່ເຕັ້ນສັກສິດຫຼືຄົນທີ່ຕັ້ງຄ້າຍຢູ່ໃກ້ເຕັ້ນນັ້ນດີກວ່າຄົນອື່ນບໍ? ບໍ່ແມ່ນ. ພະເຢໂຫວາປະຕິບັດກັບທຸກຄົນແບບເທົ່າທຽມກັນ.
12. ຕອນຢູ່ບ່ອນກັນດານ ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເພິ່ນບໍ່ລຳອຽງຕໍ່ຄົນອິດສະຣາເອນ? (ອົບພະຍົບ 40:38) (ເບິ່ງຮູບນຳ)
12 ຄົນອິດສະຣາເອນທຸກຄົນສາມາດສະໜິດກັບພະເຢໂຫວາໄດ້ ບໍ່ວ່າເຂົາເຈົ້າຈະຮັບໃຊ້ຢູ່ເຕັ້ນສັກສິດຫຼືບໍ່ ແລະບໍ່ວ່າເຂົາເຈົ້າຈະຢູ່ໃກ້ເຕັ້ນສັກສິດຫຼືບໍ່. ຕົວຢ່າງເຊັ່ນ: ພະເຢໂຫວາໃຫ້ຄົນອິດສະຣາເອນໝົດຊາດສາມາດແນມເຫັນເສົາຂີ້ເຝື້ອໃນຕອນກາງເວັນແລະແນມເຫັນເສົານັ້ນທີ່ເປັນເສົາໄຟໃນຕອນກາງຄືນທີ່ລອຍຢູ່ເທິງເຕັ້ນສັກສິດ. (ອ່ານອົບພະຍົບ 40:38) ເມື່ອເສົາຂີ້ເຝື້ອເລີ່ມເຄື່ອນທີ່ ຄົນທີ່ຢູ່ໄກທີ່ສຸດຈາກເຕັ້ນສັກສິດກໍແນມເຫັນ ແລ້ວເຂົາເຈົ້າກໍຈະເກັບເຄື່ອງຂອງ ມ້າງເຕັ້ນທີ່ໂຕເອງພັກ ແລະເດີນທາງໄປພ້ອມກັບຄົນຊາດດຽວກັນ. (ຈຊບ. 9:15-23) ຄົນອິດສະຣາເອນທຸກຄົນສາມາດໄດ້ຍິນສຽງແກເງິນ 2 ອັນທີ່ບອກໃຫ້ຮູ້ວ່າຕ້ອງເລີ່ມເດີນທາງແລ້ວ. (ຈຊບ. 10:2) ເຫັນໄດ້ແຈ້ງວ່າການຢູ່ໃກ້ເຕັ້ນສັກສິດບໍ່ໄດ້ໝາຍຄວາມວ່າເຂົາເຈົ້າຈະສະໜິດກັບພະເຢໂຫວາຫຼາຍກວ່າຄົນທີ່ຢູ່ໄກຈາກເຕັ້ນນັ້ນ. ຄົນອິດສະຣາເອນທຸກຄົນສາມາດເປັນແຂກຂອງພະເຢໂຫວາ ໄດ້ຮັບການຊີ້ນຳ ແລະໄດ້ຮັບການປົກປ້ອງຈາກເພິ່ນຄືກັນ. ໃນທຸກມື້ນີ້ກໍຄ້າຍຄືກັນ ບໍ່ວ່າເຮົາຈະຢູ່ບ່ອນໃດໃນໂລກ ເຮົາກໍໄດ້ຮັບຄວາມຮັກ ການເບິ່ງແຍງ ແລະການປົກປ້ອງຈາກພະເຢໂຫວາ.
ໃນທຸກມື້ນີ້ພະເຢໂຫວາປະຕິບັດກັບພວກເຮົາແບບບໍ່ລຳອຽງ
13. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າໃນທຸກມື້ນີ້ພະເຢໂຫວາບໍ່ລຳອຽງ?
13 ໃນທຸກມື້ນີ້ ພີ່ນ້ອງບາງຄົນຮັບໃຊ້ຢູ່ສຳນັກງານໃຫຍ່ຫຼືສຳນັກງານສາຂາຂອງພະຍານພະເຢໂຫວາ. ສ່ວນບາງຄົນກໍຢູ່ໃກ້ບ່ອນເຫຼົ່ານີ້ ເຂົາເຈົ້າຈຶ່ງສາມາດຊ່ວຍວຽກຫຼາຍຢ່າງໄດ້ແລະຢູ່ໃກ້ຊິດກັບຄົນທີ່ນຳໜ້າໃນອົງການ. ນອກຈາກນັ້ນ ບາງຄົນຍັງຮັບໃຊ້ເປັນຜູ້ເບິ່ງແຍງໝວດຫຼືຮັບໃຊ້ເຕັມເວລາປະເພດພິເສດຮູບແບບອື່ນໆ. ຖ້າເຈົ້າເປັນພີ່ນ້ອງຄົນໜຶ່ງໃນພີ່ນ້ອງຈຳນວນຫຼາຍທີ່ບໍ່ໄດ້ຢູ່ໃກ້ແລະບໍ່ໄດ້ເຮັດວຽກເຫຼົ່ານັ້ນ ຂໍໃຫ້ໝັ້ນໃຈວ່າເຈົ້າຍັງເປັນແຂກຂອງພະເຢໂຫວາ ແລະເພິ່ນກໍຮັກແລະເປັນຫ່ວງຜູ້ຮັບໃຊ້ຂອງເພິ່ນທຸກຄົນສ່ຳກັນ. (1ປຕ. 5:7) ພະເຢໂຫວາໃຫ້ຜູ້ຮັບໃຊ້ຂອງເພິ່ນ ທຸກຄົນໄດ້ຮັບຄວາມຮູ້ທີ່ເສີມຄວາມເຊື່ອ ໄດ້ຮັບການຊີ້ນຳ ແລະໄດ້ຮັບການປົກປ້ອງຄືກັນ.
14. ພະເຢໂຫວາໃຫ້ຫຍັງເຮົາອີກທີ່ສະແດງວ່າເພິ່ນບໍ່ລຳອຽງ?
14 ມີອີກສິ່ງໜຶ່ງທີ່ສະແດງວ່າພະເຢໂຫວາບໍ່ລຳອຽງແມ່ນ ເພິ່ນໃຫ້ຄົນຢູ່ທົ່ວໂລກມີຄຳພີໄບເບິນອ່ານ. ທຳອິດ ຄຳພີໄບເບິນຂຽນໃນ 3 ພາສາຄື: ພາສາເຮັບເຣີ ພາສາອາຣາເມອິກ ແລະພາສາກຣີກ. ແຕ່ຄົນທີ່ອ່ານຄຳພີໄບເບິນໃນພາສາດັ້ງເດີມຈະສະໜິດກັບພະເຢໂຫວາຫຼາຍກວ່າຄົນທີ່ບໍ່ສາມາດອ່ານພາສາເຫຼົ່ານັ້ນບໍ? ບໍ່ແມ່ນ.—ມທ. 11:25
15. ມີຫຼັກຖານຫຍັງທີ່ສະແດງວ່າພະເຢໂຫວາບໍ່ລຳອຽງ? (ເບິ່ງຮູບນຳ)
15 ພະເຢໂຫວາເຊີນເຮົາໃຫ້ເປັນໝູ່ຂອງເພິ່ນ ບໍ່ແມ່ນຍ້ອນເຮົາມີການສຶກສາສູງຫຼືຍ້ອນເຮົາຮູ້ພາສາດັ້ງເດີມທີ່ໃຊ້ຂຽນຄຳພີໄບເບິນ. ພະເຢໂຫວາໃຫ້ທຸກຄົນຢູ່ທົ່ວໂລກໄດ້ຮູ້ຈັກສະຕິປັນຍາຂອງເພິ່ນ ບໍ່ແມ່ນແຕ່ຄົນທີ່ມີການສຶກສາສູງເທົ່ານັ້ນ. ພະເຢໂຫວາໃຫ້ມີການແປຄຳພີໄບເບິນເປັນຫຼາຍພັນພາສາ. ດັ່ງນັ້ນ ທຸກຄົນຢູ່ທົ່ວໂລກຈຶ່ງສາມາດໄດ້ຮັບປະໂຫຍດຈາກຄຳສອນທີ່ຢູ່ໃນຄຳພີໄບເບິນແລະຮຽນຮູ້ວ່າເຂົາເຈົ້າຈະເປັນໝູ່ກັບເພິ່ນໄດ້ແນວໃດ.—2ຕມ. 3:16, 17
ໃຫ້ເປັນຄົນທີ່ພະເຢໂຫວາ “ຍອມຮັບ” ຕໍ່ໆໄປ
16. ຕາມກິດຈະການ 10:34, 35 ເຮົາຈະເປັນຄົນທີ່ພະເຢໂຫວາຍອມຮັບຕໍ່ໆໄປໄດ້ແນວໃດ?
16 ເຮົາຮູ້ສຶກເປັນກຽດຫຼາຍແທ້ໆທີ່ໄດ້ເປັນແຂກໃນເຕັ້ນຂອງພະເຢໂຫວາ. ເພິ່ນເປັນເຈົ້າພາບທີ່ໃຈດີທີ່ສຸດ ຮັກເຮົາທີ່ສຸດ ແລະເຕັມໃຈຕ້ອນຮັບເຮົາຫຼາຍທີ່ສຸດ. ນອກຈາກນັ້ນ ເພິ່ນຍັງບໍ່ລຳອຽງແລະຕ້ອນຮັບພວກເຮົາທຸກຄົນບໍ່ວ່າເຮົາຈະມາຈາກໃສ ພູມຫຼັງເປັນຈັ່ງໃດ ການສຶກສາລະດັບໃດ ເຊື້ອຊາດໃດ ຊົນເຜົ່າໃດ ອາຍຸສ່ຳໃດ ຫຼືບໍ່ວ່າເຮົາຈະເປັນຜູ້ຊາຍຫຼືຜູ້ຍິງ. ແຕ່ເພື່ອຈະເປັນແຂກທີ່ພະເຢໂຫວາຍອມຮັບ ເຮົາຕ້ອງເຊື່ອຟັງແລະເຮັດຕາມມາດຕະຖານຂອງເພິ່ນສະເໝີ.—ອ່ານກິດຈະການ 10:34, 35
17. ເຮົາຈະໄດ້ຄຳຕອບຈາກໃສວ່າໃຜຈະເປັນແຂກໃນເຕັ້ນຂອງພະເຢໂຫວາ?
17 ໃນເພງສັນລະເສີນ 15:1 ດາວິດຖາມວ່າ: “ພະເຢໂຫວາເອີ້ຍ ໃຜຈະໄດ້ເປັນແຂກໃນເຕັ້ນຂອງພະອົງ? ໃຜຈະໄດ້ຢູ່ເທິງພູທີ່ບໍລິສຸດຂອງພະອົງ?” ຈາກນັ້ນ ພະເຢໂຫວາໃຊ້ດາວິດໃຫ້ຕອບຄຳຖາມເຫຼົ່ານີ້ໃນເພງສັນລະເສີນບົດ 15. ໃນບົດຕໍ່ໄປຈະເວົ້າເຖິງຂໍ້ຮຽກຮ້ອງບາງຢ່າງທີ່ເຮົາຕ້ອງເຮັດເພື່ອຈະເປັນຄົນທີ່ພະເຢໂຫວາຍອມຮັບຕໍ່ໆໄປ.
ເພງທີ 32 ຂໍໃຫ້ຢູ່ຝ່າຍພະເຢໂຫວາ