ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນຫຍັງການຕັດສຳພັນຈຶ່ງເປັນການຈັດຕຽມທີ່ສະແດງເຖິງຄວາມຮັກ?

ເປັນຫຍັງການຕັດສຳພັນຈຶ່ງເປັນການຈັດຕຽມທີ່ສະແດງເຖິງຄວາມຮັກ?

ທ້າວ ຈູລຽນ ຈື່ໄດ້ດີວ່າຮູ້ສຶກແນວໃດເມື່ອໄດ້ຟັງຄຳປະກາດວ່າລູກຊາຍຂອງລາວບໍ່ໄດ້ເປັນພະຍານພະເຢໂຫວາອີກຕໍ່ໄປ. ຈູລຽນບອກວ່າ: “ເບິ່ງຄືວ່າໂລກນີ້ພັງທະລາຍລົງແລ້ວ. ລາວເປັນລູກຊາຍກົກແລະພວກເຮົາສະໜິດກັນຫຼາຍ. ພວກເຮົາມັກເຮັດຫຼາຍສິ່ງຫຼາຍຢ່າງນຳກັນ.” ຈູລຽນອະທິບາຍວ່າລູກຊາຍມີການປະພຶດທີ່ດີຕະຫຼອດເວລາ ແຕ່ຕໍ່ມາກໍປ່ຽນໄປແລະເລີ່ມເຮັດຫຼາຍໆສິ່ງທີ່ບໍ່ດີ. ເມຍຂອງຈູລຽນຮ້ອງໄຫ້ແລ້ວຮ້ອງໄຫ້ອີກ ແລະລາວກໍບໍ່ຮູ້ວ່າຈະປອບໃຈເມຍແນວໃດ. ຈູລຽນບອກວ່າ: “ພວກເຮົາຖາມຕົວເອງຕະຫຼອດວ່າ ພວກເຮົາເປັນພໍ່ແມ່ທີ່ບໍ່ໄດ້ເລື່ອງບໍ.”

ການຕັດສຳພັນເປັນສິ່ງທີ່ເຮັດໃຫ້ເຈັບປວດຫຼາຍ ແຕ່ເປັນຫຍັງຈຶ່ງເວົ້າໄດ້ວ່າການຕັດສຳພັນເປັນການກະທຳທີ່ສະແດງເຖິງຄວາມຮັກ? ຄຳພີໄບເບິນໃຫ້ເຫດຜົນຫຍັງທີ່ຈຳເປັນຕ້ອງໃຊ້ມາດຕະການຂັ້ນເດັດຂາດແບບນີ້ກັບຄົນທີ່ຖືກຕັດສຳພັນ?

ສາເຫດທີ່ຖືກຕັດສຳພັນ

ຖ້າພະຍານພະເຢໂຫວາທີ່ຮັບບັບເຕມາແລ້ວໄດ້ເຮັດຜິດຮ້າຍແຮງແລະບໍ່ຍອມກັບໃຈ ລາວຈະຖືກຕັດສຳພັນ.

ພະເຢໂຫວາບໍ່ໄດ້ຄາດໝາຍຄວາມສົມບູນແບບຈາກເຮົາ ແຕ່ຄາດໝາຍໃຫ້ເຮົາເຊື່ອຟັງກົດໝາຍຂອງພະອົງແລະຮັກສາຕົວໄວ້ໃຫ້ບໍລິສຸດ. ຕົວຢ່າງ: ພະເຢໂຫວາສັ່ງຜູ້ຮັບໃຊ້ຂອງພະອົງໃຫ້ຫຼີກໜີຈາກການເຮັດຜິດຮ້າຍແຮງ ເຊັ່ນ: ການເຮັດຜິດສິນລະທຳທາງເພດ ການບູຊາຮູບປັ້ນ ການລັກ ການຂູດຮີດ ການຂ້າຄົນ ແລະການກ່ຽວຂ້ອງກັບລັດທິຜີປີສາດ.—1 ໂກລິນໂທ 6:9, 10; ຄຳປາກົດ 21:8

ສິ່ງທີ່ພະເຢໂຫວາຄາດໝາຍຈາກເຮົາແມ່ນມີເຫດຜົນ ແລະນັ້ນເປັນການປົກປ້ອງເຮົາໄວ້. ຕົວຢ່າງເຊັ່ນ: ພວກເຮົາທຸກຄົນຢາກມີຊີວິດໃນທ່າມກາງຜູ້ຄົນທີ່ມີຄວາມສະຫງົບສຸກ ສຸພາບ ແລະສັດຊື່ ນັ້ນເປັນສິ່ງທີ່ເຮົາປະສົບພົບພໍ້ໄດ້ໃນທ່າມກາງພີ່ນ້ອງຊາຍຍິງຂອງເຮົາ. ເປັນຫຍັງເຂົາເຈົ້າຈຶ່ງເປັນຄົນແບບນີ້? ເພາະວ່າເຂົາເຈົ້າໄດ້ອຸທິດຕົວໃຫ້ພະເຢໂຫວາແລະສັນຍາວ່າຈະໃຊ້ຊີວິດຕາມຫຼັກການທີ່ພະອົງບອກໄວ້ໃນຄຳພີໄບເບິນ.

ຖ້າພະຍານພະເຢໂຫວາທີ່ຮັບບັບເຕມາແລ້ວໄດ້ເຮັດຜິດຮ້າຍແຮງຍ້ອນຄວາມອ່ອນແອຂອງຕົວເອງເດຈະເປັນແນວໃດ? ສິ່ງນີ້ເຄີຍເກີດຂຶ້ນກັບຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝອະດີດ ແຕ່ພະເຢໂຫວາກໍບໍ່ໄດ້ປະຕິເສດເຂົາເຈົ້າທັນທີ. ຕົວຢ່າງ: ເຖິງວ່າກະສັດດາວິດໄດ້ຫຼິ້ນຊູ້ແລະຂ້າຄົນ ແຕ່ຜູ້ພະຍາກອນນາທານບອກດາວິດວ່າພະເຢໂຫວາໄດ້ຍົກໂທດໃຫ້ດາວິດ.—2 ຊາເມືອນ 12:13

ເປັນຫຍັງພະເຢໂຫວາຈຶ່ງຍົກໂທດໃຫ້ດາວິດ? ເພາະພະເຢໂຫວາເຫັນວ່າດາວິດໄດ້ກັບໃຈຢ່າງແທ້ຈິງ. (ຄຳເພງ 32:1-5) ທຸກມື້ນີ້ກໍຄືກັນ ບາງຄົນທີ່ເຮັດຜິດກໍຈະໄດ້ຮັບການໃຫ້ອະໄພ ຖ້າລາວກັບໃຈຢ່າງແທ້ຈິງແລະເຊົາເຮັດສິ່ງທີ່ບໍ່ດີ. (ກິດຈະການ 3:19; 26:20) ຖ້າຜູ້ເຖົ້າແກ່ໃນຄະນະກຳມະການຕັດສິນເຫັນວ່າຄົນນັ້ນບໍ່ໄດ້ກັບໃຈຢ່າງແທ້ຈິງ ເຂົາເຈົ້າກໍຈຳເປັນຕ້ອງຕັດສຳພັນຜູ້ນັ້ນ.

ຖ້າບາງຄົນໃນຄອບຄົວຫຼືໝູ່ສະໜິດຂອງເຮົາຖືກຕັດສຳພັນ ເຮົາອາດຮູ້ສຶກວ່າເປັນເລື່ອງຍາກທີ່ຈະຍອມຮັບການຕັດສິນແບບນັ້ນແລະຮູ້ສຶກວ່າມັນເຄັ່ງຄັດໂພດ. ແຕ່ຄຳພີໄບເບິນສະແດງໃຫ້ເຫັນຢ່າງຊັດເຈນວ່າການຕັດສຳພັນເປັນການກະທຳທີ່ສະແດງເຖິງຄວາມຮັກ.

ຜົນປະໂຫຍດຂອງການຕັດສຳພັນ

ພະເຍຊູບອກວ່າ: ‘ສະຕິປັນຍາກໍໄດ້ຮັບການພິສູດວ່າຖືກຕ້ອງໂດຍຜົນຂອງສະຕິປັນຍານັ້ນ.’ (ມັດທາຍ 11:19) ຂໍໃຫ້ພິຈາລະນາເຫດຜົນສາມຢ່າງວ່າເປັນຫຍັງຈຶ່ງເປັນການຕັດສິນໃຈທີ່ສະຫຼາດສຸຂຸມທີ່ຈະຕັດສຳພັນຄົນທີ່ເຮັດຜິດແລ້ວບໍ່ຍອມກັບໃຈ.

ການຕັດສຳພັນປົກປ້ອງຊື່ຂອງພະເຢໂຫວາບໍ່ໃຫ້ເສື່ອມເສຍ. ເນື່ອງຈາກເປັນພະຍານຂອງພະເຢໂຫວາ ຄວາມປະພຶດຂອງເຮົາຈຶ່ງສາມາດເຮັດໃຫ້ພະອົງໄດ້ຮັບການຍົກຍ້ອງຫຼືຖືກຕຳໜິກໍໄດ້. (ເອຊາອີ 43:10) ຄືກັບທີ່ການປະພຶດຂອງລູກອາດເຮັດໃຫ້ພໍ່ແມ່ໄດ້ຮັບການຍົກຍ້ອງຫຼືຖືກຕຳໜິ ດັ່ງນັ້ນ ການປະພຶດຂອງຜູ້ຮັບໃຊ້ຂອງພະເຢໂຫວາກໍສົ່ງຜົນກະທົບແບບດຽວກັນ. ໃນສະໄໝຂອງເອເຊກຽນ ຄົນຈາກຊາດຕ່າງໆຖືວ່າຄົນຢິວມີຄວາມກ່ຽວຂ້ອງກັບຊື່ຂອງພະເຢໂຫວາ. (ເອເຊກຽນ 36:19-23) ໃນທຸກມື້ນີ້ກໍຄືກັນ ຜູ້ຄົນລວມເອົາພະຍານພະເຢໂຫວາເຂົ້າກັບຊື່ຂອງພະເຢໂຫວາ. ດັ່ງນັ້ນ ຖ້າເຮົາເຊື່ອຟັງກົດໝາຍຂອງພະເຢໂຫວາ ເຮົາກໍຈະເຮັດໃຫ້ພະອົງໄດ້ຮັບການຍົກຍ້ອງສັນລະເສີນ.

ອັກຄະສາວົກເປໂຕແນະນຳຄລິດສະຕຽນວ່າ: “ເໝືອນເປັນລູກທີ່ຟັງຄວາມ ຢ່າກະທຳຕາມຄວາມຄຶດຢາກໄດ້ແຕ່ເກົ່າເມື່ອທ່ານທັງຫຼາຍຍັງເປັນຄົນບໍ່ຮູ້ຈັກຄວາມ. ແຕ່ວ່າພະອົງຜູ້ໄດ້ເອີ້ນທ່ານທັງຫຼາຍກໍເປັນບໍລິສຸດສັນໃດ ພວກທ່ານຈົ່ງເປັນຄົນບໍລິສຸດໃນກິດຈະການຂອງທ່ານທຸກຢ່າງສັນນັ້ນດ້ວຍ. ເພາະວ່າມີຄຳຂຽນໄວ້ແລ້ວວ່າ ‘ຈົ່ງເປັນຄົນບໍລິສຸດ ເພາະວ່າຝ່າຍເຮົາ ເຮົາເປັນບໍລິສຸດ.’” (1 ເປໂຕ 1:14-16) ຕົວຢ່າງເຊັ່ນ: ຖ້າເຮົາເຮັດຜິດສິນລະທຳທາງເພດ ເຮົາກໍເຮັດໃຫ້ຊື່ຂອງພະເຢໂຫວາເສື່ອມເສຍ ແຕ່ຖ້າເຮົາມີການປະພຶດທີ່ສະອາດ ເຮົາກໍຈະເຮັດໃຫ້ພະອົງໄດ້ຮັບຄຳສັນລະເສີນ.

ຖ້າພະຍານພະເຢໂຫວາຄົນໜຶ່ງໄດ້ເຮັດສິ່ງທີ່ບໍ່ດີ ຄົນທີ່ຮູ້ຈັກລາວກໍຄົງຈະຮູ້ກ່ຽວກັບສິ່ງທີ່ລາວກຳລັງເຮັດ. ດັ່ງນັ້ນ ເມື່ອເຂົາເຈົ້າຮູ້ວ່າລາວບໍ່ໄດ້ເປັນພະຍານພະເຢໂຫວາອີກຕໍ່ໄປ ເຂົາເຈົ້າກໍຈະເຂົ້າໃຈວ່າປະຊາຊົນຂອງພະເຢໂຫວາຕ້ອງເຊື່ອຟັງໃນສິ່ງທີ່ຄຳພີໄບເບິນບອກແລະຮັກສາປະຊາຄົມໃຫ້ສະອາດ. ຕົວຢ່າງ: ມີຜູ້ຊາຍຄົນໜຶ່ງໃນປະເທດສະວິດເຊີແລນໄດ້ມາການປະຊຸມຂອງພະຍານພະເຢໂຫວາແລະບອກວ່າລາວຢາກເປັນສະມາຊິກຂອງປະຊາຄົມ. ນ້ອງສາວຂອງລາວຖືກຕັດສຳພັນຍ້ອນເຮັດຜິດສິນລະທຳ ແລະຕອນນີ້ຜູ້ຊາຍຄົນນີ້ຈຶ່ງຢາກເຂົ້າຮ່ວມໃນອົງການທີ່ “ບໍ່ຍອມໃຫ້ກັບການປະພຶດທີ່ບໍ່ດີ.”

ການຕັດສຳພັນຮັກສາປະຊາຄົມຄລິດສະຕຽນໃຫ້ສະອາດ. ອັກຄະສາວົກໂປໂລເຕືອນຄລິດສະຕຽນໃນເມືອງໂກລິນໂທກ່ຽວກັບອັນຕະລາຍຂອງການຍອມໃຫ້ຄົນເຮັດຜິດທີ່ບໍ່ກັບໃຈຢູ່ໃນປະຊາຄົມຕໍ່ໄປ. ລາວສົມທຽບອິດທິພົນທີ່ບໍ່ດີຂອງຄົນເຮັດຜິດທີ່ບໍ່ກັບໃຈວ່າເປັນຄືກັບເຊື້ອທີ່ເຮັດໃຫ້ແປ້ງຟູຂຶ້ນ. ໂປໂລກ່າວວ່າ: ‘ເຊື້ອເຂົ້າຈີ່ໜ້ອຍໜຶ່ງກໍເຮັດໃຫ້ແປ້ງຟູຂຶ້ນໝົດກ້ອນ.’ ຈາກນັ້ນ ລາວໄດ້ແນະນຳເຂົາເຈົ້າວ່າ: “ຈົ່ງຂັບໄລ່ຄົນຊົ່ວນັ້ນໃຫ້ອອກຈາກພວກທ່ານເຖີ້ນ.”—1 ໂກລິນໂທ 5:6, 11-13

“ຄົນຊົ່ວ” ນັ້ນເຮັດຜິດສິນລະທຳທາງເພດໂດຍບໍ່ຮູ້ສຶກອາຍ. ບາງຄົນໃນປະຊາຄົມເຖິງຂັ້ນຍອມໃຫ້ກັບການປະພຶດຊົ່ວຂອງລາວ. (1 ໂກລິນໂທ 5:1, 2) ນີ້ເປັນເລື່ອງທີ່ອັນຕະລາຍເພາະຄລິດສະຕຽນຄົນອື່ນອາດໄດ້ຮັບຜົນກະທົບຈາກການໃຊ້ຊີວິດແບບຜິດສິນລະທຳເຊິ່ງເປັນເລື່ອງປົກກະຕິທຳມະດາໃນເມືອງໂກລິນໂທ. ໃນທຸກມື້ນີ້ກໍຄ້າຍຄືກັນ ຖ້າປະຊາຄົມບໍ່ໃສ່ໃຈຕໍ່ກັບການເຮັດຜິດທີ່ຮ້າຍແຮງ ບາງຄົນອາດເລີ່ມຖືວ່າມາດຕະຖານຂອງພະເຢໂຫວາບໍ່ສຳຄັນ. (ຜູ້ເທສະໜາປ່າວປະກາດ 8:11) ຄືກັບ “ແກ້ງ” ທີ່ສາມາດເຮັດໃຫ້ເຮືອຫຼົ້ມ ຄົນເຮັດຜິດທີ່ບໍ່ກັບໃຈກໍສາມາດທຳລາຍຄວາມເຊື່ອຂອງຄົນອື່ນໃນປະຊາຄົມ.—ຢູເດ 4, 12

ການຕັດສຳພັນອາດຊ່ວຍຄົນທີ່ເຮັດຜິດໃຫ້ສຳນຶກຕົວ. ພະເຍຊູໃຊ້ຕົວຢ່າງເລື່ອງຂອງຊາຍໜຸ່ມຄົນໜຶ່ງທີ່ໜີອອກຈາກເຮືອນຂອງພໍ່ແລະໄດ້ຜານຊັບສົມບັດເງິນຄຳທັງໝົດຂອງຕົນກັບຊີວິດທີ່ເສລີບີຮົ່ວ. ໃນທີ່ສຸດ ຊາຍໜຸ່ມກໍຮຽນຮູ້ວ່າຊີວິດຂ້າງນອກແມ່ນໄຮ້ຄວາມໝາຍ. ດັ່ງນັ້ນ ລາວຈຶ່ງກັບໃຈແລະຕັດສິນໃຈກັບຄືນມາຫາຄອບຄົວ. ຜູ້ເປັນພໍ່ດີໃຈຫຼາຍເມື່ອເຫັນລູກຊາຍປ່ຽນແນວຄິດ ແລະພໍ່ກໍຕ້ອນຮັບລາວກັບບ້ານ. (ລືກາ 15:11-24) ເລື່ອງນີ້ຊ່ວຍເຮົາໃຫ້ເຂົ້າໃຈວ່າພະເຢໂຫວາຮູ້ສຶກແນວໃດເມື່ອບາງຄົນໄດ້ກັບໃຈ. ພະອົງບອກວ່າ: “ເຮົາບໍ່ຊອບໃຈໃນຄວາມຕາຍຂອງຄົນຮ້າຍ ແຕ່ວ່າເຮົາຊອບໃຈເມື່ອຄົນຮ້າຍປະຮີດຄອງແຫ່ງຕົນແລະມີຊີວິດຢູ່.”—ເອເຊກຽນ 33:11

ປະຊາຄົມຄລິດສະຕຽນເປັນຄືກັບຄອບຄົວແຫ່ງຄວາມເຊື່ອຂອງເຮົາ. ດັ່ງນັ້ນ ເມື່ອຜູ້ໃດຜູ້ໜຶ່ງຖືກຕັດສຳພັນ ລາວກໍບໍ່ໄດ້ເປັນສ່ວນໜຶ່ງຂອງຄອບຄົວນັ້ນອີກຕໍ່ໄປ. ຫຼັງຈາກປະສົບກັບຜົນຂອງການປະພຶດທີ່ບໍ່ດີຂອງຕົນເອງ ລາວອາດສຳນຶກເຖິງຄວາມຜິດແລະຈື່ວ່າຕົນເອງມີຄວາມສຸກສໍ່າໃດເມື່ອມີສາຍສຳພັນທີ່ດີກັບພະເຢໂຫວາແລະກັບປະຊາຄົມ. ສິ່ງນີ້ອາດກະຕຸ້ນລາວໃຫ້ກັບຄືນມາຫາຄອບຄົວແຫ່ງຄວາມເຊື່ອອີກເທື່ອໜຶ່ງ.

ເພື່ອຊ່ວຍເຫຼືອຄົນທີ່ຖືກຕັດສຳພັນໃຫ້ກັບເຂົ້າມາໃນປະຊາຄົມ ພວກເຮົາຕ້ອງສະແດງຄວາມຮັກຕໍ່ລາວໂດຍການເປັນຄົນເຂັ້ມແຂງ. ຕົວຢ່າງ: ລອງນຶກພາບວ່າມີນັກປີນພູສອງຄົນກຳລັງລໍຖ້າໃຫ້ໜ່ວຍກູ້ໄພມາຊ່ວຍຊີວິດເຂົາເຈົ້າໃນມື້ທີ່ອາກາດໜາວເຢັນແລະມີຫິມະຕົກ. ເນື່ອງຈາກອາກາດເປັນແບບນັ້ນ ນັກປີນພູຄົນໜຶ່ງຈຶ່ງໝົດແຮງແລະເຫງົານອນ ຖ້ານອນຫຼັບລາວກໍມີແຕ່ຈະຕາຍເທົ່ານັ້ນ. ເພື່ອຊ່ວຍລາວໃຫ້ຕື່ນຢູ່ສະເໝີ ໝູ່ຈຶ່ງຕົບໜ້າລາວເປັນບາດໆ. ການຖືກຕົບໜ້າອາດເຮັດໃຫ້ເຈັບ ແຕ່ກໍຊ່ວຍຊີວິດລາວໄດ້. ດາວິດສະແດງຄວາມຄິດເຫັນຄ້າຍໆກັນເມື່ອເວົ້າວ່າ: “ຄົນຊອບທຳຕີຂ້ານ້ອຍກໍເປັນບຸນຄຸນ.” (ຄຳເພງ 141:5) ດາວິດສຳນຶກວ່າເຖິງວ່າການຕີສອນນັ້ນຈະເຈັບປວດ ແຕ່ມັນຈະຊ່ວຍລາວໄດ້.

ຄືກັບການຕົບໜ້າໄດ້ຊ່ວຍຊີວິດ ການຕັດສຳພັນເປັນສິ່ງຈຳເປັນເພື່ອຄົນນັ້ນຈະກັບມາຫາພະເຢໂຫວາອີກ. ລູກຊາຍຂອງຈູລຽນ ເຊິ່ງໄດ້ກ່າວເຖິງໃນຕອນຕົ້ນຂອງບົດຄວາມນີ້ ໄດ້ປ່ຽນແປງຊີວິດແລະກັບເຂົ້າມາໃນປະຊາຄົມຫຼັງຈາກທີ່ຖືກຕັດສຳພັນໄດ້ 10 ປີ ແລະຕອນນີ້ລາວຮັບໃຊ້ເປັນຜູ້ເຖົ້າແກ່. ລາວຍອມຮັບວ່າ: “ການຖືກຕັດສຳພັນເຮັດໃຫ້ຂ້ອຍໄດ້ເຫັນຜົນຂອງການໃຊ້ຊີວິດແບບຜິດໆ. ຂ້ອຍສົມຄວນໄດ້ຮັບການຕີສອນແບບນັ້ນແຫຼະ.”—ເຫບເລີ 12:7-11

ວິທີປະຕິບັດດ້ວຍຄວາມຮັກຕໍ່ຜູ້ທີ່ຖືກຕັດສຳພັນ

ເປັນເລື່ອງໜ້າເສົ້າໃຈເມື່ອຄົນໃດຄົນໜຶ່ງຖືກຕັດສຳພັນ ແຕ່ກໍບໍ່ໄດ້ໝາຍຄວາມວ່າຄົນນັ້ນຈະບໍ່ສາມາດກັບຄືນມາຫາພະເຢໂຫວາອີກ. ເປັນສິ່ງສຳຄັນທີ່ພວກເຮົາທຸກຄົນຈະຍອມໃຫ້ການຕີສອນນັ້ນເກີດຜົນ. ພວກເຮົາຈະເຮັດໂດຍວິທີໃດ?

ຕ້ອງໃຊ້ຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຊ່ວຍຄົນທີ່ກັບໃຈໃຫ້ກັບຄືນມາຫາພະເຢໂຫວາອີກ

ຜູ້ເຖົ້າແກ່ພະຍາຍາມຮຽນແບບຄວາມຮັກຂອງພະເຢໂຫວາ ໂດຍສະເພາະຕອນທີ່ຕ້ອງບອກບາງຄົນວ່າລາວບໍ່ໄດ້ເປັນພະຍານພະເຢໂຫວາອີກຕໍ່ໄປ. ເຂົາເຈົ້າຈະບອກຄົນທີ່ເຮັດຜິດດ້ວຍຄວາມກະລຸນາແລະຢ່າງຊັດເຈນກ່ຽວກັບຂັ້ນຕອນຕ່າງໆທີ່ລາວຕ້ອງເຮັດເພື່ອຈະກັບມາຫາພະເຢໂຫວາແລະມາເປັນສ່ວນໜຶ່ງຂອງປະຊາຄົມອີກ. ຖ້າຜູ້ທີ່ຖືກຕັດສຳພັນສະແດງໃຫ້ເຫັນວ່າຢາກກັບເຂົ້າມາໃນປະຊາຄົມ ຜູ້ເຖົ້າແກ່ຈະໄປຢາມລາວເປັນບາງຄັ້ງຄາວເພື່ອບອກໃຫ້ລາວຮູ້ສິ່ງທີ່ຕ້ອງເຮັດເພື່ອຈະກັບມາຫາພະເຢໂຫວາອີກ. *

ຄົນໃນຄອບຄົວ ສະແດງຄວາມຮັກຕໍ່ຜູ້ທີ່ຖືກຕັດສຳພັນແລະຕໍ່ປະຊາຄົມ ເມື່ອເຂົາເຈົ້າສະໜັບສະໜູນການຕັດສິນໃຈຂອງຜູ້ເຖົ້າແກ່. ຈູລຽນບອກວ່າ: “ລາວຍັງເປັນລູກຂອງຂ້ອຍຢູ່ ແຕ່ວິທີການໃຊ້ຊີວິດຂອງລາວເປັນຮົ້ວກັ້ນລະຫວ່າງພວກເຮົາ.”

ທຸກຄົນໃນປະຊາຄົມ ສະແດງຄວາມຮັກທີ່ແທ້ຈິງຕໍ່ຜູ້ທີ່ຖືກຕັດສຳພັນ ໂດຍສະໜັບສະໜູນການຕີສອນຈາກພະເຢໂຫວາຜ່ານທາງຜູ້ເຖົ້າແກ່. ນີ້ໝາຍຄວາມວ່າບໍ່ຄວນໃຊ້ເວລາຫຼືແມ່ນແຕ່ເວົ້າລົມກັບຜູ້ທີ່ຖືກຕັດສຳພັນ. (1 ໂກລິນໂທ 5:11; 2 ໂຢຮັນ 10, 11) ທຸກຄົນໃນປະຊາຄົມຄວນເຮັດເປັນພິເສດທີ່ຈະສະແດງຄວາມຮັກແລະສະໜັບສະໜູນຄອບຄົວຂອງຜູ້ທີ່ຖືກຕັດສຳພັນ ເພາະນີ້ເປັນເວລາທີ່ຍາກຫຼາຍສຳລັບເຂົາເຈົ້າ. ເຮົາບໍ່ຄວນເຮັດໃຫ້ເຂົາເຈົ້າຮູ້ສຶກຄືກັບວ່າຖືກໄລ່ອອກຈາກປະຊາຄົມຄືກັນ.—ໂລມ 12:13, 15

ຈູລຽນລົງຄວາມເຫັນວ່າ: “ການຕັດສຳພັນເປັນການຈັດຕຽມທີ່ຈຳເປັນ ເພາະຈະຊ່ວຍເຮົາໃຫ້ໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາ. ເຖິງວ່າການເຮັດແບບນັ້ນເຮັດໃຫ້ເຈັບປວດ ແຕ່ໃນໄລຍະຍາວຈະເກີດຜົນທີ່ດີກວ່າ. ຖ້າຂ້ອຍໄດ້ໂຍະຍານຕໍ່ກັບການເຮັດຜິດຂອງລູກຊາຍ ລາວຄົງບໍ່ສຳນຶກຕົວແລະບໍ່ກັບຄືນມາ.”

^ ຂໍ້ 24 ຂໍໃຫ້ເບິ່ງວາລະສານຫໍສັງເກດການ ສະບັບວັນທີ 15 ເມສາ 1991 ໜ້າ 21-23