ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາສາມາດຕໍ່ສູ້ຊາຕານ—ແລະເອົາຊະນະມັນໄດ້!

ເຮົາສາມາດຕໍ່ສູ້ຊາຕານ—ແລະເອົາຊະນະມັນໄດ້!

“ຈົ່ງຕໍ່ສູ້ . . . ພະຍາມານນັ້ນດ້ວຍຕັ້ງ . . . ໝັ້ນຄົງຢູ່ໃນຄວາມເຊື່ອ.”—1 ເປໂຕ 5:9

1. (ກ) ໂດຍສະເພາະໃນຕອນນີ້ ເປັນຫຍັງການຕໍ່ສູ້ກັບຊາຕານຈຶ່ງເປັນເລື່ອງສຳຄັນ? (ຂ) ເຮົາຮູ້ໄດ້ແນວໃດວ່າເຮົາສາມາດຕໍ່ສູ້ແລະເອົາຊະນະຊາຕານໄດ້?

ຊາຕານກຳລັງຕໍ່ສູ້ກັບຜູ້ຖືກເຈີມທີ່ຍັງເຫຼືອຢູ່ແຜ່ນດິນໂລກ ແລະກັບ “ແກະອື່ນ.” (ໂຢຮັນ 10:16) ເນື່ອງຈາກຮູ້ວ່າເວລາຂອງມັນຍັງເຫຼືອໜ້ອຍ ຊາຕານຈຶ່ງພະຍາຍາມທຸກວິທີເພື່ອທຳລາຍຄວາມເຊື່ອຂອງຜູ້ຮັບໃຊ້ພະເຢໂຫວາໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. (ອ່ານ ຄຳປາກົດ 12:9, 12) ແຕ່ເຮົາສາມາດຕໍ່ສູ້ແລະເອົາຊະນະຊາຕານໄດ້. ຄຳພີໄບເບິນບອກວ່າ: “ຈົ່ງຂັດຂວາງຕໍ່ສູ້ພະຍາມານ ແລະມັນຈະປົບໜີໄປຈາກພວກທ່ານ.”—ຢາໂກໂບ 4:7

2, 3. (ກ) ເປັນຫຍັງຊາຕານຈຶ່ງຢາກໃຫ້ຄົນເຊື່ອວ່າມັນບໍ່ມີຕົວຕົນແທ້? (ຂ) ເຮົາຮູ້ໄດ້ແນວໃດວ່າຊາຕານມີຕົວຕົນແທ້?

2 ຫຼາຍຄົນພາກັນຫົວຂວັນກັບຄວາມຄິດທີ່ວ່າຊາຕານມີຕົວຕົນແທ້. ສຳລັບເຂົາເຈົ້າ ຊາຕານແລະພວກຜີປີສາດເປັນພຽງຕົວລະຄອນທີ່ຢູ່ໃນປຶ້ມເລື່ອງ ໜັງຜີ ແລະເກມຄອມພິວເຕີເທົ່ານັ້ນ. ເຂົາເຈົ້າຄິດວ່າມີແຕ່ຄົນໂງ່ເທົ່ານັ້ນທີ່ເຊື່ອວ່າພວກກາຍວິນຍານຊົ່ວມີຕົວຕົນແທ້. ຊາຕານໃຈຮ້າຍບໍທີ່ຫຼາຍຄົນບໍ່ໄດ້ເຊື່ອວ່າມັນແລະພວກຜີປີສາດມີຕົວຕົນແທ້? ບໍ່ໃຈຮ້າຍເລີຍ. ຄົນທີ່ບໍ່ເຊື່ອວ່າຊາຕານມີຕົວຕົນແທ້ຈະຖືກມັນຫຼອກລວງໄດ້ງ່າຍ. (2 ໂກລິນໂທ 4:4) ທີ່ຈິງ ຊາຕານຢາກໃຫ້ຄົນຄິດວ່າມັນບໍ່ມີຕົວຕົນແທ້ ເພື່ອມັນຈະຫຼອກລວງເຂົາເຈົ້າໄດ້.

3 ພວກເຮົາທີ່ເປັນພະຍານພະເຢໂຫວາບໍ່ໄດ້ຖືກຫຼອກລວງ ເພາະເຮົາຮູ້ວ່າພະຍາມານມີຕົວຕົນແທ້. ເຮົາຮູ້ໄດ້ແນວໃດ? ເພາະຄຳພີໄບເບິນບອກວ່າ ຊາຕານເວົ້າກັບເອວາຜ່ານທາງງູ. (ຕົ້ນເດີມ 3:1-5) ຊາຕານເວົ້າກັບພະເຢໂຫວາແລະຕັ້ງຂໍ້ສົງໄສກ່ຽວກັບແຮງຈູງໃຈຂອງໂຢບ. (ໂຢບ 1:9-12) ຊາຕານພະຍາຍາມລໍ້ໃຈພະເຍຊູ. (ມັດທາຍ 4:1-10) ຫຼັງຈາກທີ່ພະເຍຊູຂຶ້ນເປັນກະສັດໃນປີ 1914 ຊາຕານໄດ້ “ທຳເສິກ [ເຮັດສົງຄາມ]” ກັບຜູ້ຖືກເຈີມທີ່ຍັງເຫຼືອຢູ່ແຜ່ນດິນໂລກ. (ຄຳປາກົດ 12:17) ສົງຄາມນີ້ຍັງດຳເນີນຕໍ່ໄປໂດຍທີ່ຊາຕານພະຍາຍາມທຳລາຍຄວາມເຊື່ອຂອງຜູ້ຖືກເຈີມແລະແກະອື່ນ. ເພື່ອຈະຊະນະສົງຄາມນີ້ ເຮົາຕ້ອງຕໍ່ສູ້ກັບຊາຕານແລະຮັກສາຄວາມເຊື່ອໃຫ້ເຂັ້ມແຂງຢູ່ສະເໝີ. ໃນບົດຄວາມນີ້ຈະພິຈາລະນາສາມວິທີທີ່ຈະຊ່ວຍເຮົາໃຫ້ເຮັດແບບນັ້ນ.

ຢ່າເປັນຄົນຍິ່ງ

4. ຊາຕານເປັນຕົວຢ່າງທີ່ດີເລີດແນວໃດຂອງການພູມໃຈໃນຕົວເອງຫຼາຍເກີນໄປ?

4 ເນື່ອງຈາກພູມໃຈໃນຕົວເອງຫຼາຍເກີນໄປ ຊາຕານຈຶ່ງກ້າທ້າທາຍສິດໃນການປົກຄອງຂອງພະເຢໂຫວາ ແລະພະຍາຍາມເຮັດໃຫ້ມະນຸດນະມັດສະການມັນແທນທີ່ຈະນະມັດສະການພະເຢໂຫວາ. ດັ່ງນັ້ນ ຊາຕານຈຶ່ງເປັນຕົວຢ່າງທີ່ດີເລີດຂອງຄວາມຈອງຫອງແລະການພູມໃຈໃນຕົວເອງຫຼາຍເກີນໄປ. ສະນັ້ນ ວິທີໜຶ່ງທີ່ເຮົາສາມາດຕໍ່ສູ້ກັບຊາຕານໄດ້ກໍຄື ບໍ່ຕ້ອງພູມໃຈໃນຕົວເອງຫຼາຍເກີນໄປ ແຕ່ຕ້ອງເປັນຄົນຖ່ອມໃຈ. (ອ່ານ 1 ເປໂຕ 5:5) ການພູມໃຈໃນຕົວເອງແມ່ນຫຍັງ? ການພູມໃຈໃນຕົວເອງເປັນສິ່ງທີ່ບໍ່ດີສະເໝີໄປບໍ?

5, 6. (ກ) ການພູມໃຈເປັນສິ່ງທີ່ບໍ່ດີສະເໝີໄປບໍ? ຂໍໃຫ້ອະທິບາຍ. (ຂ) ການພູມໃຈແບບໃດທີ່ເປັນອັນຕະລາຍ ແລະໃນຄຳພີໄບເບິນມີຕົວຢ່າງຫຍັງໃນເລື່ອງນີ້?

5 ວັດຈະນານຸກົມຫົວໜຶ່ງບອກວ່າ: ການພູມໃຈໃນຕົວເອງແມ່ນຄວາມຮູ້ສຶກໝັ້ນໃຈແລະມີຄວາມນັບຖືຕົວເອງ. ວັດຈະນານຸກົມຫົວນັ້ນຍັງບອກຕື່ມວ່າ ການພູມໃຈໃນຕົວເອງ “ເປັນການພໍໃຈໃນສິ່ງທີ່ມີ ເພາະວ່າເຮົາຫຼືຄົນໃກ້ຊິດໄດ້ເຮັດບາງສິ່ງທີ່ດີຫຼືເປັນເຈົ້າຂອງບາງຢ່າງທີ່ດີ.” ການມີຄວາມຮູ້ສຶກແບບນັ້ນບໍ່ແມ່ນສິ່ງທີ່ຜິດ ເພາະອັກຄະສາວົກໂປໂລບອກພີ່ນ້ອງໃນເມືອງເທຊະໂລນີກວ່າ: “ພວກເຮົາໄດ້ອວດຕົວເອງເພາະທ່ານທັງຫຼາຍໃນທ່າມກາງພວກຊຸມນຸມທັງຫຼາຍແຫ່ງພະເຈົ້າ ເພາະເຫດຄວາມພຽນ [ອົດທົນ] ແລະຄວາມເຊື່ອຂອງພວກທ່ານໃນການຂົ່ມເຫງທັງປວງແລະໃນຄວາມທຸກຍາກທີ່ພວກທ່ານໄດ້ທົນ.” (2 ເທຊະໂລນີກ 1:4) ດັ່ງນັ້ນ ການມີຄວາມຮູ້ສຶກທີ່ດີຕໍ່ກັບວຽກທີ່ຄົນອື່ນເຮັດແລະການພູມໃຈໃນຕົວເອງແດ່ກໍເປັນປະໂຫຍດ. ເຮົາບໍ່ຈຳເປັນຕ້ອງອາຍກ່ຽວກັບເລື່ອງຄອບຄົວ ວັດທະນະທຳ ຫຼືບ້ານເກີດເມືອງນອນຂອງເຮົາ.—ກິດຈະການ 21:39

6 ການທີ່ເຮົາພູມໃຈໃນຕົວເອງຫຼາຍເກີນໄປສາມາດທຳລາຍສາຍສຳພັນຂອງເຮົາກັບຄົນອື່ນໄດ້ ໂດຍສະເພາະແມ່ນສາຍສຳພັນກັບພະເຢໂຫວາ. ການພູມໃຈໃນຕົວເອງແບບນີ້ສາມາດເຮັດໃຫ້ເຮົາບໍ່ພໍໃຈເມື່ອໄດ້ຮັບຄຳແນະນຳ ຫຼືເຖິງຂັ້ນບໍ່ຍອມຟັງຄຳແນະນຳຊໍ້າ. (ຄຳເພງ 141:5) ມີການພັນລະນາຄວາມພູມໃຈແບບນີ້ວ່າເປັນການຄິດເຖິງຕົວເອງຫຼາຍເກີນໄປ ຫຼືເປັນ “ຄວາມຍິ່ງທີ່ຜູ້ຄົນມັກສະແດງອອກມາແລະຖືວ່າຕົວເອງດີກວ່າຄົນອື່ນ.” ພະເຢໂຫວາກຽດຊັງຄວາມຍິ່ງຈອງຫອງ. (ເອເຊກຽນ 33:28; ອາໂມດ 6:8) ແຕ່ຊາຕານມັກເມື່ອເຫັນມະນຸດຮຽນແບບຄວາມຍິ່ງຈອງຫອງຂອງມັນໂດຍການຍົກຍ້ອງຕົວເອງ. ລອງນຶກພາບເບິ່ງວ່າຊາຕານຈະດີໃຈຫຼາຍສໍ່າໃດເມື່ອເຫັນເນມໂຣດ ຟາໂລ ແລະອາບຊາໂລມສະແດງຄວາມພູມໃຈໃນຕົວເອງຫຼາຍເກີນໄປໂດຍຍົກຍ້ອງຕົວເອງ. (ຕົ້ນເດີມ 10:8, 9; ອົບພະຍົບ 5:1, 2; 2 ຊາເມືອນ 15:4-6) ຄວາມຍິ່ງເຮັດໃຫ້ກາອີນສູນເສຍສາຍສຳພັນກັບພະເຢໂຫວາ. ເມື່ອພະເຢໂຫວາເອງເປັນຜູ້ໃຫ້ຄຳແນະນຳ ກາອີນພັດຍິ່ງໂພດຈຶ່ງບໍ່ສົນໃຈຟັງ. ກາອີນຫົວແຂງ ບໍ່ສົນໃຈຄຳເຕືອນ ແລະລາວໄດ້ເຮັດຜິດຕໍ່ພະເຢໂຫວາ.—ຕົ້ນເດີມ 4:6-8

7, 8. (ກ) ການຈຳແນກເຊື້ອຊາດແມ່ນຫຍັງ ແລະເລື່ອງນີ້ກ່ຽວຂ້ອງແນວໃດກັບຄວາມຍິ່ງ? (ຂ) ຂໍໃຫ້ອະທິບາຍວ່າຄວາມ ຍິ່ງອາດທຳລາຍຄວາມສະຫງົບສຸກໃນປະຊາຄົມແນວໃດ.

7 ໃນທຸກມື້ນີ້ ຄວາມຍິ່ງທີ່ຜູ້ຄົນສະແດງອອກມາເຮັດໃຫ້ເກີດຄວາມເສຍຫາຍມາກມາຍ. ບາງຄັ້ງຄວາມຍິ່ງກ່ຽວຂ້ອງກັບການຈຳແນກເຊື້ອຊາດ. ວັດຈະນານຸກົມຫົວໜຶ່ງອະທິບາຍວ່າ “ການຈຳແນກເຊື້ອຊາດໝາຍເຖິງການມີອະຄະຕິຕໍ່ກັບຄົນທີ່ມີເຊື້ອຊາດຕ່າງຈາກເຮົາ” ແລະ “ເປັນຄວາມເຊື່ອທີ່ວ່າຄົນທີ່ມີເຊື້ອຊາດຕ່າງກັນຈະມີຄຸນລັກສະນະແລະຄວາມສາມາດຕ່າງກັນ ແລະຖືວ່າບາງເຊື້ອຊາດເໜືອກວ່າຫຼືຕໍ່າຕ້ອຍກວ່າອີກເຊື້ອຊາດໜຶ່ງ.” ການຈຳແນກເຊື້ອຊາດແບບນີ້ເຮັດໃຫ້ເກີດການຕໍ່ສູ້ກັນ ສົງຄາມ ແລະລວມເຖິງການສັງຫານໝູ່.

ການພູມໃຈໃນຕົວເອງຫຼາຍເກີນໄປສາມາດທຳລາຍຄວາມສະຫງົບສຸກໃນປະຊາຄົມໄດ້

8 ແນ່ນອນວ່າບໍ່ຄວນມີຄວາມຍິ່ງແບບນີ້ໃນປະຊາຄົມຄລິດສະຕຽນ. ແນວໃດກໍຕາມ ການບໍ່ເຫັນດີນຳກັນລະຫວ່າງພີ່ນ້ອງຊາຍຍິງອາດເລີ່ມຈາກການພູມໃຈໃນຕົວເອງຫຼາຍເກີນໄປຈົນກາຍເປັນຄວາມຍິ່ງ. ເລື່ອງແບບນີ້ເຄີຍເກີດຂຶ້ນກັບຄລິດສະຕຽນໃນສະຕະວັດທຳອິດຈົນຢາໂກໂບຕ້ອງຖາມເຂົາເຈົ້າກົງໆວ່າ: “ການເລວກັນແລະການຜິດກັນໃນທ່າມກາງພວກທ່ານນັ້ນມາແຕ່ໃສ?” (ຢາໂກໂບ 4:1) ຖ້າເຮົາຮູ້ສຶກວ່າກຽດຊັງຄົນອື່ນແລະຮູ້ສຶກວ່າຕົວເອງດີກວ່າເຂົາເຈົ້າ ນັ້ນອາດເຮັດໃຫ້ເຮົາເວົ້າຫຼືເຮັດບາງສິ່ງທີ່ເຮັດໃຫ້ເຂົາເຈົ້າເຈັບໃຈ. (ສຸພາສິດ 12:18) ເຫັນໄດ້ແຈ້ງວ່າການພູມໃຈໃນຕົວເອງຫຼາຍເກີນໄປສາມາດທຳລາຍຄວາມສະຫງົບສຸກໃນປະຊາຄົມໄດ້.

9. ຄຳພີໄບເບິນຊ່ວຍເຮົາແນວໃດໃຫ້ຫຼີກລ່ຽງຄວາມຍິ່ງແລະການຈຳແນກເຊື້ອຊາດ? (ເບິ່ງຮູບທຳອິດ)

9 ຖ້າເຮົາມີທ່າອຽງທີ່ຈະຄິດວ່າຕົວເອງດີກວ່າຄົນອື່ນ ເຮົາຕ້ອງຈື່ໄວ້ວ່າພະເຢໂຫວາ ‘ກຽດຊັງທຸກຄົນທີ່ຈອງຫອງ.’ (ສຸພາສິດ 16:5) ເຮົາຕ້ອງກວດກາເບິ່ງຕົວເອງແລະຖາມຕົວເອງວ່າ: ‘ເຮົາຖືວ່າຕົວເອງດີກວ່າຄົນເຊື້ອຊາດອື່ນ ສັນຊາດອື່ນ ແລະວັດທະນະທຳອື່ນບໍ?’ ຖ້າຮູ້ສຶກແບບນັ້ນ ເຮົາກໍກຳລັງລືມທີ່ວ່າ ພະເຈົ້າໄດ້ “ສ້າງມະນຸດທຸກຊາດໃຫ້ເກີດມາຈາກມະນຸດຄົນດຽວ, ທ.ປ.” (ກິດຈະການ 17:26) ຄວາມຈິງກໍຄື ພວກເຮົາທຸກຄົນມີເຊື້ອຊາດດຽວກັນເພາະທຸກຄົນມາຈາກອາດາມ. ເປັນເລື່ອງໂງ່ແທ້ໆທີ່ເຊື່ອວ່າພະເຈົ້າສ້າງຄົນບາງຊາດດີກວ່າຊາດອື່ນ. ຖ້າຄິດແບບນີ້ ເຮົາກໍກຳລັງຍອມໃຫ້ຊາຕານທຳລາຍຄວາມຮັກແລະຄວາມເປັນນໍ້າໜຶ່ງໃຈດຽວຂອງພວກເຮົາ. (ໂຢຮັນ 13:35) ດັ່ງນັ້ນ ເພື່ອຈະຕໍ່ສູ້ແລະເອົາຊະນະຊາຕານໄດ້ ເຮົາຕ້ອງຫຼີກລ່ຽງຄວາມຍິ່ງທຸກຮູບແບບ.—ສຸພາສິດ 16:18

ຫຼີກລ່ຽງການນິຍົມວັດຖຸແລະການຮັກໂລກ

10, 11. (ກ) ເປັນຫຍັງຈຶ່ງເປັນເລື່ອງງ່າຍທີ່ເຮົາຈະຮັກໂລກນີ້? (ຂ) ການທີ່ເດມາຮັກໂລກນີ້ມີຜົນກະທົບຕໍ່ລາວແນວໃດ?

10 ຊາຕານເປັນ “ເຈົ້ານາຍແຫ່ງໂລກນີ້” ແລະມັນກໍຄວບຄຸມໂລກນີ້. (ໂຢຮັນ 12:31; 1 ໂຢຮັນ 5:19) ຫຼາຍສິ່ງທີ່ໂລກນີ້ສົ່ງເສີມຂັດກັບມາດຕະຖານໃນຄຳພີໄບເບິນ. ແນ່ນອນ ບໍ່ແມ່ນທຸກສິ່ງໃນໂລກນີ້ຊົ່ວຮ້າຍໝົດ. ແຕ່ແນ່ໃຈໄດ້ເລີຍວ່າຊາຕານຈະໃຊ້ໂລກທີ່ມັນຄວບຄຸມຢູ່ເພື່ອສວຍໂອກາດຈາກຄວາມປາຖະໜາຂອງເຮົາແລະພະຍາຍາມເຮັດໃຫ້ເຮົາເຮັດຜິດ ຫຼືອາດຈະພະຍາຍາມເຮັດໃຫ້ເຮົາຮັກໂລກແລ້ວກໍປະຖິ້ມການນະມັດສະການພະເຢໂຫວາ.—ອ່ານ 1 ໂຢຮັນ 2:15, 16

11 ຄລິດສະຕຽນບາງຄົນໃນສະຕະວັດທຳອິດໄດ້ຮັກໂລກ. ຕົວຢ່າງເຊັ່ນ: ໂປໂລບອກວ່າ: “ທ່ານເດມາໄດ້ປະເຮົາເສຍເພາະໄດ້ຮັກໂລກນີ້.” (2 ຕີໂມເຕ 4:10) ຄຳພີໄບເບິນບໍ່ໄດ້ບອກວ່າເດມາຮັກຫຍັງໃນໂລກນີ້ຈົນເຮັດໃຫ້ລາວປະຖິ້ມໂປໂລ. ອາດເປັນໄປໄດ້ທີ່ເດມາເລີ່ມຮັກວັດຖຸສິ່ງຂອງຫຼາຍກວ່າຮັກການຮັບໃຊ້ພະເຢໂຫວາ. ຖ້າເປັນແບບນັ້ນແທ້ ເດມາກໍສູນເສຍໂອກາດທີ່ຈະມີສິດທິພິເສດອັນໜ້າຕື່ນເຕັ້ນໃນວຽກຮັບໃຊ້ພະເຢໂຫວາ. ນັ້ນຄຸ້ມຄ່າບໍ? ບໍ່ຄຸ້ມຄ່າເລີຍ. ສິ່ງທີ່ໂລກນີ້ສະເໜີໃຫ້ເດມາບໍ່ມີຄ່າເທົ່າກັບສິ່ງທີ່ໄດ້ຮັບຈາກພະເຢໂຫວາ ນັ້ນຄືການໄດ້ເປັນເພື່ອນຮ່ວມງານກັບໂປໂລ!—ສຸພາສິດ 10:22

ຂໍເຮົາຢ່າປ່ອຍໃຫ້ເງິນຄຳມີຄວາມສຳຄັນຫຼາຍກວ່າມິດຕະພາບຂອງເຮົາກັບພະເຢໂຫວາ

12. ຊາຕານສວຍໂອກາດແນວໃດຈາກຄວາມປາຖະໜາຂອງເຮົາໂດຍໃຊ້ “ຄວາມລໍ້ລວງດ້ວຍຢາກໄດ້ເຂົ້າຂອງເງິນຄຳ”?

12 ເລື່ອງນີ້ສາມາດເກີດຂຶ້ນກັບເຮົາໃນທຸກມື້ນີ້ໄດ້. ເນື່ອງຈາກເປັນພະຍານພະເຢໂຫວາຈຶ່ງເປັນເລື່ອງທຳມະດາທີ່ເຮົາຢາກຈັດຫາສິ່ງຈຳເປັນສຳລັບຕົວເອງແລະຄອບຄົວ. (1 ຕີໂມເຕ 5:8) ພະເຢໂຫວາຢາກໃຫ້ເຮົາມີຄວາມສຸກໃນຊີວິດ. ເຮົາຮູ້ກໍຍ້ອນວ່າພະອົງໃຫ້ອາດາມແລະເອວາມີຊີວິດຢູ່ໃນສວນອຸທິຍານທີ່ສວຍງາມ. (ຕົ້ນເດີມ 2:9) ແຕ່ຊາຕານມັກສວຍໂອກາດຈາກຄວາມປາຖະໜາຂອງເຮົາໂດຍໃຊ້ “ຄວາມລໍ້ລວງດ້ວຍຢາກໄດ້ເຂົ້າຂອງເງິນຄຳ.” (ມັດທາຍ 13:22) ຫຼາຍຄົນຄິດວ່າເງິນແລະວັດຖຸສິ່ງຂອງຈະເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼືປະສົບຜົນສຳເລັດ. ແຕ່ຖ້າຄິດແບບນີ້ກໍຈະເຮັດໃຫ້ເຮົາສູນເສຍສິ່ງອັນມີຄ່າທີ່ສຸດເຊິ່ງເຮົາມີ ນັ້ນຄືມິດຕະພາບກັບພະເຢໂຫວາ. ພະເຍຊູເຕືອນວ່າ: “ບໍ່ມີຜູ້ໃດອາດເປັນຂ້າໃຊ້ຂອງເຈົ້ານາຍ 2 ທ່ານໄດ້ ເຫດວ່າເພິ່ນຈະຊັງນາຍຜູ້ນີ້ແລະຮັກນາຍຜູ້ນັ້ນ ຫຼືຈະຕິດພັນກັບນາຍຜູ້ນີ້ແລະປະໝາດນາຍຜູ້ນັ້ນ. ທ່ານທັງຫຼາຍອາດເປັນຂ້າໃຊ້ຂອງພະເຈົ້າແລະຂ້າໃຊ້ຂອງເຂົ້າຂອງເງິນຄຳກໍບໍ່ໄດ້.” (ມັດທາຍ 6:24) ຖ້າເຮົາເປັນທາດຂອງວັດຖຸເງິນຄຳ ເຮົາກໍຈະເຊົາຮັບໃຊ້ພະເຢໂຫວາ. ຊາຕານຢາກໃຫ້ເຮົາເປັນແບບນັ້ນແຫຼະ! ຂໍເຮົາຢ່າປ່ອຍໃຫ້ເງິນຄຳຫຼືສິ່ງຂອງຕ່າງໆທີ່ເງິນສາມາດຊື້ໄດ້ມີຄວາມສຳຄັນຫຼາຍກວ່າມິດຕະພາບຂອງເຮົາກັບພະເຢໂຫວາ. ດັ່ງນັ້ນ ເພື່ອຈະຕໍ່ສູ້ແລະເອົາຊະນະຊາຕານໄດ້ ເຮົາຕ້ອງມີແນວຄິດທີ່ຖືກຕ້ອງຕໍ່ກັບວັດຖຸເງິນຄຳ.—ອ່ານ 1 ຕີໂມເຕ 6:6-10

ຕ້ານທານການເຮັດຜິດສິນລະທຳທາງເພດ

13. ໂລກນີ້ສົ່ງເສີມຄວາມຄິດຜິດໆແນວໃດ ໃນເລື່ອງການແຕ່ງດອງແລະເລື່ອງເພດສຳພັນ?

13 ບ້ວງແຮ້ວອີກຢ່າງໜຶ່ງຂອງຊາຕານຄືການເຮັດຜິດສິນລະທຳທາງເພດ. ຫຼາຍຄົນຄິດວ່າການສັດຊື່ຕໍ່ຜົວຫຼືເມຍ ທັງສັດຊື່ຕໍ່ການແຕ່ງດອງເປັນເລື່ອງທີ່ຫຼ້າສະໄໝແລະເຮັດໃຫ້ບໍ່ມີອິດສະຫຼະ. ຕົວຢ່າງເຊັ່ນ: ດາລາຍິງຄົນໜຶ່ງບອກວ່າເປັນໄປບໍ່ໄດ້ທີ່ເຮົາຈະຮັກດຽວໃຈດຽວ. ລາວຍັງບອກອີກວ່າ: “ຂ້ອຍບໍ່ຮູ້ຈັກໃຜທີ່ຮັກດຽວໃຈດຽວຫຼືຢາກເປັນຄົນແບບນັ້ນ.” ດາລາຊາຍຄົນໜຶ່ງບອກວ່າ: “ຂ້ອຍບໍ່ແນ່ໃຈວ່າເປັນທຳມະຊາດຂອງຄົນເຮົາແທ້ໆບໍ ທີ່ຈະຢູ່ກັບຜູ້ໃດຜູ້ໜຶ່ງຕະຫຼອດຊີວິດ.” ຊາຕານຕ້ອງມີຄວາມສຸກຫຼາຍແທ້ໆທີ່ຄົນມີຊື່ສຽງວິພາກວິຈານເລື່ອງການແຕ່ງດອງທີ່ເປັນຂອງຂວັນຈາກພະເຢໂຫວາ. ພະຍາມານບໍ່ໄດ້ສະໜັບສະໜູນການຈັດຕຽມເລື່ອງການແຕ່ງດອງ ແລະມັນກໍບໍ່ຢາກໃຫ້ເຮົາມີຊີວິດຄອບຄົວທີ່ປະສົບຜົນສຳເລັດ. ດັ່ງນັ້ນ ເພື່ອຈະຕໍ່ສູ້ແລະເອົາຊະນະຊາຕານໄດ້ ເຮົາຕ້ອງເບິ່ງເລື່ອງການແຕ່ງດອງຄືກັບທີ່ພະເຢໂຫວາເບິ່ງ.

14, 15. ເຮົາຈະເຮັດແນວໃດເມື່ອຖືກລໍ້ໃຈໃຫ້ເຮັດຜິດສິນລະທຳທາງເພດ?

14 ບໍ່ວ່າເຮົາຈະແຕ່ງດອງແລ້ວຫຼືເປັນໂສດ ເຮົາກໍຕ້ອງພະຍາຍາມຢ່າງໜັກເພື່ອຕໍ່ສູ້ກັບການເຮັດຜິດສິນລະທຳທາງເພດທຸກຮູບແບບ. ແຕ່ມັນງ່າຍບໍ? ບໍ່ງ່າຍເລີຍ! ຕົວຢ່າງເຊັ່ນ: ຖ້າເປັນໄວຮຸ່ນ ເຮົາອາດໄດ້ຍິນໝູ່ທີ່ຮຽນນຳກັນເວົ້າໂອ້ອວດວ່າຈະມີເພດສຳພັນກັບໃຜກໍໄດ້ທີ່ເຂົາເຈົ້າຕ້ອງການ. ເຂົາເຈົ້າອາດເວົ້າໂອ້ອວດເລື່ອງການສົ່ງຂໍ້ຄວາມແລະຮູບພາບກ່ຽວກັບເລື່ອງເພດທາງໂທລະສັບມືຖື. ທີ່ຈິງ ໃນບາງປະເທດເຂົ້າໃຈວ່າການສົ່ງຂໍ້ມູນແບບນີ້ຮ້າຍແຮງເທົ່າກັບການສົ່ງຮູບໂປ້ຂອງເດັກນ້ອຍໄປໃຫ້ຜູ້ໃດຜູ້ໜຶ່ງ. ຄຳພີໄບເບິນບອກວ່າ: “ຄົນທີ່ . . . ຜິດຊາຍຍິງກໍຜິດຕໍ່ກາຍຂອງຕົນເອງ.” (1 ໂກລິນໂທ 6:18) ພະຍາດຕິດຕໍ່ຕ່າງໆທີ່ແພ່ລະບາດໂດຍທາງເພດສຳພັນພາໃຫ້ມີຄວາມເຈັບປວດມາກມາຍແລະຄວາມຕາຍ. ໜຸ່ມສາວສ່ວນຫຼາຍທີ່ມີເພດສຳພັນແຕ່ຍັງບໍ່ທັນໄດ້ແຕ່ງດອງບອກວ່າ ເຂົາເຈົ້າເສຍໃຈໃນສິ່ງທີ່ໄດ້ເຮັດ. ຄວາມບັນເທີງຂອງໂລກນີ້ຢາກໃຫ້ເຮົາເຊື່ອວ່າເຮົາຈະບໍ່ໄດ້ຮັບຜົນເສຍຫາຍຫຍັງຈາກການລະເມີດກົດໝາຍຂອງພະເຢໂຫວາ. ຖ້າເຮົາເຊື່ອຄຳຕົວະແບບນັ້ນ ເຮົາກໍຈະຖືກຫຼອກລວງດ້ວຍ “ຄວາມລໍ້ລວງແຫ່ງຄວາມບາບ.”—ເຫບເລີ 3:13

15 ຖ້າຖືກລໍ້ໃຈໃຫ້ເຮັດຜິດສິນລະທຳທາງເພດ ເຮົາຄວນຈະເຮັດແນວໃດ? ທຳອິດ ເຮົາຕ້ອງຍອມຮັບວ່າຕົວເອງມີຈຸດອ່ອນ. (ໂລມ 7:22, 23) ຈາກນັ້ນ ເຮົາຕ້ອງອະທິດຖານຂໍກຳລັງຈາກພະເຢໂຫວາ. (ຟີລິບ 4:6, 7, 13) ຫຼີກລ່ຽງສະຖານະການທີ່ອາດຈະເຮັດໃຫ້ເຮົາເຮັດຜິດສິນລະທຳທາງເພດ. (ສຸພາສິດ 22:3) ເມື່ອມີການລໍ້ໃຈກໍໃຫ້ປະຕິເສດທັນທີ.—ຕົ້ນເດີມ 39:12

16. ເມື່ອຊາຕານພະຍາຍາມລໍ້ໃຈ ພະເຍຊູເວົ້າແນວໃດ ແລະເຮົາຮຽນຫຍັງໄດ້ແດ່ຈາກຕົວຢ່າງນັ້ນ?

16 ພະເຍຊູວາງຕົວຢ່າງທີ່ດີເລີດໃຫ້ກັບເຮົາ. ພະອົງບໍ່ໄດ້ຫຼົງເຊື່ອຄຳສັນຍາຂອງຊາຕານ ແລະບໍ່ໄດ້ເສຍເວລາຄິດໃນເລື່ອງນັ້ນ. ແທນທີ່ຈະເປັນແນວນັ້ນ ພະເຍຊູຕອບໂຕ້ທັນທີວ່າ: “ມີຄຳຂຽນໄວ້ວ່າ.” (ອ່ານ ມັດທາຍ 4:4-10) ພະເຍຊູຮູ້ຈັກຄຳພີໄບເບິນຈຶ່ງເຮັດໃຫ້ພະອົງຍົກຂໍ້ຄວາມຈາກພະຄຳພີຂຶ້ນມາອ້າງໄດ້ທັນທີເມື່ອຊາຕານພະຍາຍາມລໍ້ໃຈພະອົງ. ດັ່ງນັ້ນ ເພື່ອຈະຕໍ່ສູ້ແລະເອົາຊະນະຊາຕານໄດ້ ເຮົາຕ້ອງບໍ່ຍອມຖືກລໍ້ໃຈໃຫ້ເຮັດຜິດສິນລະທຳທາງເພດ.—1 ໂກລິນໂທ 6:9, 10

ຊະນະການຕໍ່ສູ້ໂດຍການອົດທົນ

17, 18. (ກ) ມີບ້ວງແຮ້ວອັນໃດອີກທີ່ຊາຕານໃຊ້ ແລະເປັນຫຍັງເຮົາຄາດໝາຍໄດ້ວ່າຈະປະສົບກັບສິ່ງນັ້ນ? (ຂ) ຈະເກີດຫຍັງຂຶ້ນກັບຊາຕານ ແລະນັ້ນຈະຊ່ວຍເຮົາແນວໃດໃຫ້ອົດທົນ?

17 ຄວາມຍິ່ງ ການນິຍົມວັດຖຸ ແລະການເຮັດຜິດສິນລະທຳທາງເພດເປັນບ້ວງແຮ້ວພຽງແຕ່ສາມຢ່າງທີ່ຊາຕານໃຊ້ ແຕ່ທີ່ຈິງແລ້ວຍັງມີຫຼາຍກວ່ານີ້ອີກ. ຕົວຢ່າງເຊັ່ນ: ພະຍານພະເຢໂຫວາບາງຄົນຖືກຄອບຄົວຕໍ່ຕ້ານຫຼືຖືກໝູ່ຢູ່ໂຮງຮຽນເຍາະເຍີ້ຍ ສ່ວນຄົນອື່ນໆອາໄສຢູ່ໃນປະເທດທີ່ລັດຖະບານພະຍາຍາມສັ່ງຫ້າມວຽກການປະກາດ. ທີ່ຈິງ ເຮົາຄາດໝາຍໄດ້ວ່າຈະພົບຄວາມຫຍຸ້ງຍາກແບບນັ້ນ. ພະເຍຊູເຕືອນວ່າ: “ຄົນທັງປວງຈະກຽດຊັງທ່ານທັງຫຼາຍເພາະ . . . ນາມຊື່ຂອງເຮົາ ແຕ່ວ່າຜູ້ທີ່ຈະອົດທົນເຖິງທີ່ສຸດຜູ້ນັ້ນຈະໄດ້ພົ້ນ.”—ມັດທາຍ 10:22

ໃນທີ່ສຸດຊາຕານຈະຖືກທຳລາຍ (ເບິ່ງຂໍ້ 18)

18 ເຮົາຈະສາມາດຕໍ່ສູ້ແລະເອົາຊະນະຊາຕານໄດ້ແນວໃດ? ພະເຍຊູບອກໄວ້ວ່າ: “ທ່ານທັງຫຼາຍຈະໄດ້ຊີວິດ . . . ດ້ວຍຄວາມພຽນ [ອົດທົນ] ຂອງທ່ານ.” (ລືກາ 21:19) ຈື່ໄວ້ວ່າ ບໍ່ມີມະນຸດຄົນໃດເຮັດຄວາມເສຍຫາຍໃຫ້ເຮົາໄດ້ຢ່າງຖາວອນ ແລະບໍ່ມີຜູ້ໃດຈະສາມາດພາກເອົາມິດຕະພາບລະຫວ່າງເຮົາກັບພະເຢໂຫວາໄປໄດ້ ນອກຈາກວ່າຕົວເຮົາເອງຈະຍອມໃຫ້ເກີດຂຶ້ນ. (ໂລມ 8:38, 39) ເຖິງແມ່ນວ່າຜູ້ຮັບໃຊ້ຂອງພະເຢໂຫວາບາງຄົນຕ້ອງຕາຍ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຊາຕານເປັນຜູ້ຊະນະ ເພາະພະເຢໂຫວາຈະປຸກເຂົາເຈົ້າໃຫ້ຟື້ນຄືນມາໃຫ້ມີຊີວິດອີກ. (ໂຢຮັນ 5:28, 29) ແຕ່ສຳລັບຊາຕານມັນບໍ່ມີອະນາຄົດ. ຫຼັງຈາກທີ່ໂລກຊົ່ວນີ້ຖືກທຳລາຍ ມັນຈະຖືກຖິ້ມລົງໃນເຫວເລິກເປັນເວລາ 1.000 ປີ. (ຄຳປາກົດ 20:1-3) ເມື່ອການປົກຄອງ 1.000 ປີ ຂອງພະຄລິດສິ້ນສຸດລົງ ຊາຕານກໍຈະຖືກ “ປ່ອຍອອກຈາກຄຸກທີ່ມັນຢູ່ນັ້ນ” ແລະມັນຈະໃຊ້ຄວາມພະຍາຍາມເປັນຄັ້ງສຸດທ້າຍເພື່ອທີ່ຈະລໍ້ລວງມະນຸດທີ່ສົມບູນແບບ. ຫຼັງຈາກນັ້ນ ມັນກໍຈະຖືກທຳລາຍ. (ຄຳປາກົດ 20:7-10) ຊາຕານບໍ່ມີອະນາຄົດ ແຕ່ເຮົາມີ! ດັ່ງນັ້ນ ໃຫ້ເຮົາຕໍ່ສູ້ຊາຕານຕໍ່ໆໄປແລະຮັກສາຄວາມເຊື່ອໃຫ້ເຂັ້ມແຂງຢູ່ສະເໝີ ເພາະເຮົາສາມາດຕໍ່ສູ້ແລະເອົາຊະນະຊາຕານໄດ້!