ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນີ້ແມ່ນສະຖານທີ່ນະມັດສະການຂອງເຮົາ

ນີ້ແມ່ນສະຖານທີ່ນະມັດສະການຂອງເຮົາ

“ຄວາມຮ້ອນຮົນສຳລັບວິຫານຂອງພະເຈົ້າກໍກິນຂ້າພະເຈົ້າ.”—ໂຢຮັນ 2:17

ເພງ: 127, 118

1, 2. (ກ) ໃນອະດີດ ຜູ້ຮັບໃຊ້ຂອງເຢໂຫວານະມັດສະການພະອົງຢູ່ໃສແດ່? (ຂ) ພະເຍຊູຮູ້ສຶກແນວໃດຕໍ່ວິຫານຂອງພະເຢໂຫວາທີ່ຢູ່ໃນເມືອງເຢຣຶຊາເລມ? (ຄ) ໃນບົດຄວາມນີ້ເຮົາຈະພິຈາລະນາເລື່ອງຫຍັງ?

ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ຜູ້ຮັບໃຊ້ຂອງພະເຈົ້າມີສະຖານທີ່ເພື່ອເປັນບ່ອນນະມັດສະການພະອົງ. ຕົວຢ່າງເຊັ່ນ: ອາດເປັນໄປໄດ້ທີ່ອາເບນໄດ້ສ້າງແທ່ນບູຊາເມື່ອຖວາຍເຄື່ອງບູຊາໃຫ້ພະເຢໂຫວາ. (ຕົ້ນເດີມ 4:3, 4) ທັງໂນເອ ອັບລາຫາມ ອີຊາກ ຢາໂຄບ ແລະໂມເຊ ທຸກຄົນລ້ວນແຕ່ໄດ້ສ້າງແທ່ນບູຊາ. (ຕົ້ນເດີມ 8:20; 12:7; 26:25; 35:1; ອົບພະຍົບ 17:15) ຕໍ່ມາ ພະເຢໂຫວາໄດ້ບອກຊາວອິດສະລາແອນໃຫ້ສ້າງທັບອາໄສ. (ອົບພະຍົບ 25:8) ຕໍ່ຈາກນັ້ນ ພະອົງໄດ້ສັ່ງໃຫ້ເຂົາເຈົ້າສ້າງວິຫານ. (1 ກະສັດ 8:27, 29) ຫຼັງຈາກປະຊາຊົນຂອງພະເຈົ້າກັບມາຈາກການເປັນຊະເລີຍໃນປະເທດບາບີໂລນ ເຂົາເຈົ້າກໍປະຊຸມກັນເປັນປະຈຳຢູ່ໂຮງທຳ. (ມາລະໂກ 6:2; ໂຢຮັນ 18:20; ກິດຈະການ 15:21) ໃນສະຕະວັດທຳອິດ ຄລິດສະຕຽນໄດ້ປະຊຸມກັນຢູ່ເຮືອນສ່ວນຕົວ. (ກິດຈະການ 12:12; 1 ໂກລິນໂທ 16:19) ໃນທຸກມື້ນີ້ ປະຊາຊົນຂອງພະເຢໂຫວາຢູ່ທົ່ວໂລກໄດ້ປະຊຸມກັນໃນຫໍປະຊຸມຫຼາຍໝື່ນຫຼັງ ຢູ່ທີ່ນັ້ນເຂົາເຈົ້າໄດ້ຮຽນຮູ້ເລື່ອງພະເຢໂຫວາແລະນະມັດສະການພະອົງ.

2 ພະເຍຊູມີຄວາມນັບຖືຢ່າງແທ້ຈິງຕໍ່ວິຫານຂອງພະເຢໂຫວາທີ່ຢູ່ໃນເມືອງເຢຣຶຊາເລມ. ຄວາມຮັກທີ່ພະເຍຊູມີຕໍ່ວິຫານເຕືອນໃຫ້ພວກລູກສິດຄິດເຖິງຄຳເວົ້າຂອງຜູ້ຂຽນຄຳເພງທີ່ກ່າວວ່າ: “ຄວາມຮ້ອນຮົນສຳລັບວິຫານຂອງພະເຈົ້າໄດ້ກັດກິນຂ້ານ້ອຍແລ້ວ.” (ຄຳເພງ 69:9; ໂຢຮັນ 2:17) ຫໍປະຊຸມລາຊະອານາຈັກບໍ່ຄືກັບ “ວິຫານຂອງພະເຢໂຫວາ” ທີ່ຢູ່ໃນເມືອງເຢຣຶຊາເລມ. (2 ຂ່າວຄາວ 5:13; 33:4) ເຖິງຢ່າງນັ້ນກໍຕາມ ເຮົາຄວນສະແດງຄວາມນັບຖືຢ່າງແທ້ຈິງຕໍ່ສະຖານທີ່ທີ່ເຮົານະມັດສະການ. ໃນບົດຄວາມນີ້ ເຮົາຈະພິຈາລະນາຫຼັກການຕ່າງໆໃນຄຳພີໄບເບິນເຊິ່ງສອນເຮົາກ່ຽວກັບວິທີທີ່ຄວນຈະປະພຶດເມື່ອຢູ່ຫໍປະຊຸມ ວິທີທີ່ຈະເບິ່ງແຍງຫໍປະຊຸມ ແລະວິທີທີ່ຈະຊ່ວຍທາງດ້ານການເງິນເພື່ອສ້າງຫໍປະຊຸມ. *

ສະແດງຄວາມນັບຖືຕໍ່ການປະຊຸມ

3-5. ຫໍປະຊຸມລາຊະອານາຈັກແມ່ນຫຍັງ ແລະເຮົາຄວນຮູ້ສຶກແນວໃດຕໍ່ການປະຊຸມ?

3 ຫໍປະຊຸມລາຊະອານາຈັກແມ່ນສະຖານທີ່ສຳຄັນເຊິ່ງຜູ້ຄົນສາມາດເຕົ້າໂຮມກັນເພື່ອນະມັດສະການພະເຢໂຫວາ. ການປະຊຸມເປັນຂອງຂວັນແລະເປັນສິ່ງທີ່ຊ່ວຍເຮົາໃຫ້ມີສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາ. ຢູ່ທີ່ການປະຊຸມ ອົງການຂອງພະເຢໂຫວາໃຫ້ການໜູນກຳລັງໃຈແລະການຊີ້ນຳທີ່ເຮົາຈຳເປັນຕ້ອງໄດ້ຮັບ.ຖືວ່າເປັນກຽດຫຼາຍທີ່ທຸກໆອາທິດ ພະເຢໂຫວາແລະພະເຍຊູເຊີນເຮົາໃຫ້ມາຮັບປະທານທີ່ “ໂຕະຂອງພະອົງເຈົ້າ [ເຢໂຫວາ].” (1 ໂກລິນໂທ 10:21) ເຮົາຕ້ອງຈື່ໄວ້ວ່າການເຊີນນີ້ພິເສດແທ້ໆ.

4 ພະເຢໂຫວາບອກຢ່າງຊັດເຈນວ່າ ພະອົງຕ້ອງການໃຫ້ເຮົາເຂົ້າຮ່ວມປະຊຸມເພື່ອນະມັດສະການພະອົງແລະຊູໃຈກັນແລະກັນ. (ອ່ານ ເຫບເລີ 10:24, 25) ຍ້ອນເຮົາມີຄວາມນັບຖືຕໍ່ພະເຢໂຫວາ ສະນັ້ນເຮົາຈະບໍ່ຂາດການປະຊຸມນອກຈາກວ່າມີເລື່ອງທີ່ຈຳເປັນແທ້ໆ. ເຮົາສະແດງຄວາມຮູ້ຄຸນຄ່າຕໍ່ການປະຊຸມເມື່ອເຮົາກຽມຕົວແລະຄອຍຖ້າທີ່ຈະມີສ່ວນຮ່ວມໃນການປະຊຸມ.—ຄຳເພງ 22:22

5 ວິທີທີ່ເຮົາປະພຶດຢູ່ການປະຊຸມແລະວິທີທີ່ເຮົາເບິ່ງແຍງຫໍປະຊຸມສະແດງໃຫ້ເຫັນວ່າເຮົານັບຖືພະເຢໂຫວາຫຼາຍສໍ່າໃດ. ເຮົາຢາກໃຫ້ການປະພຶດຂອງເຮົານຳຄຳສັນລະເສີນມາໃຫ້ຊື່ຂອງພະເຢໂຫວາ ເຊິ່ງຂຽນໄວ້ຢູ່ທີ່ປ້າຍຂອງຫໍປະຊຸມ.—ສົມທຽບກັບ 1 ກະສັດ 8:17

6. ຜູ້ຄົນເວົ້າແນວໃດກ່ຽວກັບຫໍປະຊຸມລາຊະອານາຈັກແລະຄົນທີ່ເຂົ້າຮ່ວມການປະຊຸມ? (ເບິ່ງຮູບທຳອິດ)

6 ເມື່ອເຮົາສະແດງຄວາມນັບຖືຕໍ່ສະຖານທີ່ທີ່ເຮົາປະຊຸມ ຄົນອື່ນກໍຈະສັງເກດເຫັນ. ຕົວຢ່າງເຊັ່ນ: ມີຜູ້ຊາຍຄົນໜຶ່ງໃນປະເທດຕວກກີເວົ້າວ່າ: “ຂ້ອຍຮູ້ສຶກປະທັບໃຈທີ່ສັງເກດເຫັນຫໍປະຊຸມທັງສະອາດແລະເປັນລະບຽບ. ຄົນທີ່ເຂົ້າຮ່ວມປະຊຸມກໍນຸ່ງເຄື່ອງສຸພາບຮຽບຮ້ອຍ ມີໃບໜ້າຍິ້ມແຍ້ມແຈ່ມໃຈ ແລະຕ້ອນຮັບຂ້ອຍຢ່າງອົບອຸ່ນ. ສິ່ງນີ້ປະທັບໃຈຂ້ອຍຫຼາຍແທ້ໆ.” ຜູ້ຊາຍຄົນນີ້ເລີ່ມຕົ້ນມາປະຊຸມທຸກລາຍການແລະບໍ່ດົນກໍຮັບບັບເຕມາ. ໃນເມືອງໜຶ່ງຂອງປະເທດອິນໂດເນເຊຍ ພີ່ນ້ອງຂອງເຮົາໄດ້ເຊີນເພື່ອນບ້ານ ເຈົ້າເມືອງ ແລະເຈົ້າໜ້າທີ່ຄົນອື່ນໆໃຫ້ມາເບິ່ງຫໍປະຊຸມລາຊະອານາຈັກຫຼັງໃໝ່ຂອງເຂົາເຈົ້າ. ເຈົ້າເມືອງຮູ້ສຶກປະທັບໃຈທີ່ເຫັນວ່າອາຄານນີ້ຖືກອອກແບບແລະສ້າງເປັນຢ່າງດີ ແລະຕົບແຕ່ງສວນຢ່າງສວຍງາມ. ລາວເວົ້າວ່າ: “ຄວາມສະອາດຂອງຫໍປະຊຸມສະທ້ອນເຖິງຄວາມເຊື່ອແທ້ຂອງພວກເຈົ້າ.”

ວິທີທີ່ເຮົາປະພຶດອາດສະແດງໃຫ້ເຫັນວ່າເຮົາບໍ່ນັບຖືພະເຈົ້າ (ເບິ່ງຂໍ້ 7, 8)

7, 8. ເມື່ອຢູ່ຫໍປະຊຸມ ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາໃຫ້ກຽດພະເຢໂຫວາ?

7 ພະເຢໂຫວາເປັນຜູ້ເຊີນເຮົາໃຫ້ມາປະຊຸມ ແລະພະອົງກໍສົນໃຈຕໍ່ການແຕ່ງຕົວແລະການປະພຶດຂອງເຮົາຢູ່ທີ່ນັ້ນ. ດັ່ງນັ້ນ ພວກເຮົາຈຶ່ງຄວນຫຼີກລ່ຽງຄວາມບໍ່ພໍດີພໍງາມ. ໃນທາງກົງກັນຂ້າມ ເຮົາບໍ່ຢາກເຂັ້ມງວດແລະເປັນທາງການຫຼາຍເກີນໄປ ທັງບໍ່ຢາກເຮັດແບບສະບາຍໆແລະເປັນກັນເອງຫຼາຍໂພດ. ແມ່ນຢູ່ ພະເຢໂຫວາຢາກໃຫ້ເຮົາແລະຄົນທີ່ເຮົາເຊີນມາຮູ້ສະບາຍໃຈເມື່ອຢູ່ຫໍປະຊຸມ ແຕ່ເຮົາກໍບໍ່ຢາກສະແດງອອກໃນທາງໃດທາງໜຶ່ງວ່າບໍ່ນັບຖືຕໍ່ສະຖານທີ່ປະຊຸມ. ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ນຸ່ງເຄື່ອງທີ່ບໍ່ຮຽບຮ້ອຍຫຼືແບບສະບາຍໂພດ ແລະເຮົາຕ້ອງລະວັງທີ່ຈະບໍ່ຂຽນຂໍ້ຄວາມ ລົມກັນ ຫຼືກິນແລະດື່ມໃນລະຫວ່າງທີ່ມີການປະຊຸມ. ຜູ້ທີ່ເປັນພໍ່ແມ່ຄວນສອນລູກວ່າບໍ່ໃຫ້ແລ່ນຫຼິ້ນຫຼືຢອກກັນຢູ່ໃນຫໍປະຊຸມ.—ຜູ້ເທສະໜາປ່າວປະກາດ 3:1

8 ເມື່ອພະເຍຊູເຫັນຄົນຂາຍເຄື່ອງຢູ່ທີ່ວິຫານຂອງພະເຈົ້າ ພະອົງກໍໃຈຮ້າຍແລະໄລ່ເຂົາເຈົ້າອອກຈາກທີ່ນັ້ນ. (ໂຢຮັນ 2:13-17) ຢູ່ທີ່ຫໍປະຊຸມ ເຮົານະມັດສະການພະເຢໂຫວາແລະຮຽນຮູ້ເລື່ອງຂອງພະອົງ. ດັ່ງນັ້ນ ເປັນສິ່ງບໍ່ຖືກຕ້ອງທີ່ເຮົາຈະເວົ້າຫຼືເຮັດສິ່ງທີ່ກ່ຽວຂ້ອງກັບທຸລະກິດໃນຂະນະທີ່ຢູ່ຫໍປະຊຸມ.—ສົມທຽບກັບເນເຫມີ 13:7, 8

ມີສ່ວນຮ່ວມໃນການສ້າງຫໍປະຊຸມ

9, 10. (ກ) ປະຊາຊົນຂອງພະເຢໂຫວາສ້າງຫໍປະຊຸມໂດຍວິທີໃດ ແລະຜົນທີ່ໄດ້ຮັບເປັນແນວໃດ? (ຂ) ສຳລັບປະຊາຄົມທີ່ບໍ່ມີເງິນພຽງພໍໃນການສ້າງຫໍປະຊົມຂອງຕົນເອງ ອົງການຂອງພະເຢໂຫວາໄດ້ຊ່ວຍເຫຼືອແນວໃດ?

9 ປະຊາຊົນຂອງພະເຢໂຫວາຢູ່ທົ່ວໂລກເຮັດວຽກໜັກໃນການສ້າງຫໍປະຊຸມລາຊະອານາຈັກ. ອາສາສະໝັກທີ່ບໍ່ຮັບຄ່າຈ້າງໄດ້ອອກແບບ ກໍ່ສ້າງ ແລະປັບປຸງຫໍປະຊຸມຄືນໃໝ່. ຜົນກໍຄື ໃນ 15 ປີທີ່ຜ່ານມາ ມີການສ້າງຫໍປະຊຸມທີ່ສວຍງາມໄດ້ຫຼາຍກວ່າ 28.000 ຫຼັງ ຫຼືທຸກໆມື້ເຮົາສ້າງຫໍປະຊຸມໄດ້ປະມານຫ້າຫຼັງ.

10 ອົງການຂອງພະເຢໂຫວາໄດ້ໃຊ້ເງິນທີ່ໄດ້ຈາກການບໍລິຈາກ ແລະມອບໝາຍໃຫ້ອາສາສະໝັກສ້າງຫໍປະຊຸມໃນບ່ອນທີ່ມີຄວາມຈຳເປັນ. ເຮົາເຮັດຕາມຫຼັກການໃນຄຳພີໄບເບິນທີ່ວ່າ ຜູ້ທີ່ມີຫຼາຍກວ່າສາມາດຊ່ວຍຜູ້ທີ່ມີບໍ່ພຽງພໍ. (ອ່ານ 2 ໂກລິນໂທ 8:13-15) ຜົນທີ່ໄດ້ຮັບເປັນແນວໃດ? ມີການສ້າງຫໍປະຊຸມໄດ້ຫຼາຍແຫ່ງສຳລັບປະຊາຄົມທີ່ມີເງິນບໍ່ພຽງພໍໃນການກໍ່ສ້າງ.

11. ພີ່ນ້ອງບາງຄົນໄດ້ເວົ້າແນວໃດກ່ຽວກັບຫໍປະຊຸມຫຼັງໃໝ່ຂອງເຂົາເຈົ້າ ແລະເລື່ອງນີ້ເຮັດໃຫ້ເຈົ້າຮູ້ສຶກແນວໃດ?

11 ພີ່ນ້ອງຈາກປະຊາຄົມໜຶ່ງໃນປະເທດໂກສະຕາຣິກາຂຽນວ່າ: “ເມື່ອຢືນຢູ່ຕໍ່ໜ້າຫໍປະຊຸມ ເຮົາຮູ້ສຶກຄືກັບວ່າກຳລັງຝັນຢູ່ນີ້ແຫຼະ! ເຮົາບໍ່ຢາກຈະເຊື່ອເລີຍ. ຫໍປະຊຸມທີ່ສວຍງາມຂອງເຮົາສ້າງສຳເລັດຮຽບຮ້ອຍພາຍໃນແປດມື້ເທົ່ານັ້ນ! ເລື່ອງນີ້ເປັນໄປໄດ້ກໍຍ້ອນພະເຢໂຫວາອວຍພອນ ແລະຍ້ອນການຈັດຕຽມໂດຍທາງອົງການຂອງພະອົງ ແລະການສະໜັບສະໜູນຈາກພີ່ນ້ອງທີ່ຮັກຂອງເຮົາ. ທີ່ຈິງແລ້ວສະຖານທີ່ນະມັດສະການນີ້ເປັນຂອງຂວັນທີ່ມີຄ່າ ເປັນສິ່ງລໍ້າຄ່າທີ່ພະເຢໂຫວາມອບໃຫ້ເຮົາ. ເຮົາຮູ້ສຶກຊົມຊື່ນຍິນດີຫຼາຍແທ້ໆທີ່ມີຫໍປະຊຸມ.” ເລື່ອງນີ້ເຮັດໃຫ້ເຮົາມີຄວາມສຸກແທ້ໆທີ່ໄດ້ຍິນພີ່ນ້ອງຊາຍຍິງຂອບໃຈພະເຢໂຫວາສຳລັບສິ່ງທີ່ພະອົງໄດ້ເຮັດເພື່ອເຂົາເຈົ້າ. ເຮົາຍິນດີຫຼາຍທີ່ພີ່ນ້ອງໃນທົ່ວໂລກມີຫໍປະຊຸມເປັນຂອງເຂົາເຈົ້າເອງ. ເຫັນໄດ້ແຈ້ງວ່າພະເຢໂຫວາກຳລັງອວຍພອນວຽກການກໍ່ສ້າງຫໍປະຊຸມ ເພາະບໍ່ດົນຫຼັງຈາກທີ່ຫໍປະຊຸມສ້າງແລ້ວກໍມີຫຼາຍຄົນເລີ່ມເຂົ້າຮ່ວມການປະຊຸມເພື່ອຈະຮຽນຮູ້ເລື່ອງພະເຢໂຫວາ.—ຄຳເພງ 127:1

12. ເຈົ້າຈະມີສ່ວນຮ່ວມແນວໃດໃນການສ້າງຫໍປະຊຸມ?

12 ເຈົ້າຈະມີສ່ວນຮ່ວມແນວໃດໃນການສ້າງຫໍປະຊຸມ? ບາງທີເຈົ້າສາມາດເປັນອາສະໝັກເພື່ອຊ່ວຍໃນວຽກນັ້ນ. ພວກເຮົາທຸກຄົນສາມາດບໍລິຈາກເງິນເພື່ອຊ່ວຍເປັນຄ່າໃຊ້ຈ່າຍໃນການສ້າງຫໍປະຊຸມ. ເມື່ອເຮົາເຮັດທຸກສິ່ງທຸກຢ່າງທີ່ສາມາດເຮັດໄດ້ເພື່ອສະໜັບສະໜູນວຽກນີ້ ເຮົາກໍຈະຮູ້ສຶກດີໃຈທີ່ໄດ້ເປັນຜູ້ໃຫ້ ແລະສຳຄັນກວ່ານັ້ນ ເຮົາໄດ້ສັນລະເສີນພະເຢໂຫວາ. ເຮົາເຮັດຕາມຕົວຢ່າງຂອງປະຊາຊົນຂອງພະເຈົ້າໃນສະໄໝທີ່ມີການຂຽນຄຳພີໄບເບິນ ເຂົາເຈົ້າກະຕືລືລົ້ນທີ່ຈະບໍລິຈາກເພື່ອສ້າງສະຖານທີ່ນະມັດສະການຂອງເຂົາເຈົ້າ.—ອົບພະຍົບ 25:2; 2 ໂກລິນໂທ 9:7

ຮັກສາຫໍປະຊຸມຂອງເຮົາໃຫ້ສະອາດຢູ່ສະເໝີ

13, 14. ເຮົາຮຽນຮູ້ຫຍັງໃນຄຳພີໄບເບິນທີ່ຊີ້ບອກວ່າເຮົາຕ້ອງຮັກສາຫໍປະຊຸມໃຫ້ສະອາດແລະເປັນລະບຽບຢູ່ສະເ?

13 ພະເຢໂຫວາເປັນພະເຈົ້າທີ່ບໍລິສຸດແລະສະອາດ ແລະຍັງມີຄວາມເປັນລະບຽບຮຽບຮ້ອຍນຳອີກ. ນັ້ນເປັນເຫດຜົນທີ່ເຮົາຕ້ອງຮັກສາຫໍປະຊຸມຂອງເຮົາໃຫ້ສະອາດແລະເປັນລະບຽບຢູ່ສະເໝີ. (ອ່ານ 1 ໂກລິນໂທ 14:33, 40) ດັ່ງນັ້ນ ເພື່ອຈະສະອາດແລະບໍລິສຸດຄືກັບພະເຢໂຫວາ ເຮົາບໍ່ພຽງແຕ່ຮັກສາການນະມັດສະການ ຄວາມຄິດ ແລະການປະພຶດຂອງເຮົາໃຫ້ສະອາດເທົ່ານັ້ນ ແຕ່ເຮົາຍັງຕ້ອງຮັກສາຮ່າງກາຍຂອງເຮົາໃຫ້ສະອາດນຳອີກ.—ຄຳປາກົດ 19:8

14 ເມື່ອຮັກສາຫໍປະຊຸມໃຫ້ສະອາດແລະເປັນລະບຽບ ເຮົາກໍພູມໃຈທີ່ຈະເຊີນຄົນອື່ນໃຫ້ມາປະຊຸມຮ່ວມກັບເຮົາ. ຄົນອື່ນກໍຈະເຫັນແທ້ໆວ່າເຮົາເຮັດຕາມສິ່ງທີ່ເຮົາປະກາດກ່ຽວກັບເລື່ອງໂລກໃໝ່ທີ່ສະອາດ. ເຂົາເຈົ້າຈະເຫັນວ່າເຮົານະມັດສະການພະເຈົ້າທີ່ບໍລິສຸດແລະສະອາດ ແລະພະອົງເປັນຜູ້ທີ່ຈະເຮັດໃຫ້ໂລກນີ້ເປັນອຸທິຍານທີ່ສວຍງາມ.—ເອຊາອີ 6:1-3; ຄຳປາກົດ 11:18

15, 16. (ກ) ເປັນຫຍັງຈຶ່ງບໍ່ແມ່ນເລື່ອງງ່າຍທີ່ຈະຮັກສາຫໍປະຊຸມໃຫ້ສະອາດຢູ່ສະເໝີ? ເປັນຫຍັງເຮົາຕ້ອງຮັກສາຫໍປະຊຸມໃຫ້ສະອາດ? (ຂ) ຢູ່ຫໍປະຊຸມຂອງເຈົ້າ ມີການແບ່ງວຽກເຮັດຄວາມສະອາດແນວໃດ ແລະເຮົາແຕ່ລະຄົນໄດ້ຮັບກຽດໃຫ້ເຮັດຫຍັງ?

15 ຄົນທົ່ວໄປມີຄວາມຄິດເຫັນທີ່ແຕກຕ່າງກັນໃນເລື່ອງຄວາມສະອາດ. ເປັນຫຍັງຈຶ່ງເປັນແນວນັ້ນ? ອາດເປັນຍ້ອນວິທີທີ່ເຂົາເຈົ້າໄດ້ຮັບການລ້ຽງດູມາ. ນອກຈາກນັ້ນ ບາງຄົນອາໄສຢູ່ໃນເຂດທີ່ມີຝຸ່ນຫຼາຍຫຼືໃນເຂດທີ່ມີຫົນທາງເປື້ອນແລະມີຂີ້ຕົມ. ສ່ວນຄົນອື່ນໆກໍຢູ່ໃນເຂດທີ່ມີນໍ້າບໍ່ພຽງພໍຫຼືບໍ່ມີນໍ້າຢາເພື່ອເຮັດຄວາມສະອາດ. ແຕ່ບໍ່ວ່າເຮົາຈະຢູ່ໃສຫຼືຜູ້ຄົນຈະຄິດແນວໃດໃນເລື່ອງຄວາມສະອາດ ເຮົາຕ້ອງຮັກສາຫໍປະຊຸມໃຫ້ສະອາດແລະເປັນລະບຽບຢູ່ສະເໝີ ເພາະຫໍປະຊຸມລາຊະອານາຈັກເປັນບ່ອນທີ່ເຮົານະມັດສະການພະເຢໂຫວາ.—ພະບັນຍັດ 23:14

16 ຖ້າເຮົາຕ້ອງການໃຫ້ຫໍປະຊຸມຂອງເຮົາສະອາດເທົ່າທີ່ເປັນໄປໄດ້ ເຮົາຕ້ອງມີການຈັດຕັ້ງຄັກແນ່. ຜູ້ເຖົ້າແກ່ຕ້ອງໄດ້ຈັດຕາຕະລາງສຳລັບປະຊາຄົມແລະຈັດໃຫ້ມີເຄື່ອງໃຊ້ແລະນໍ້າຢາເພື່ອເຮັດຄວາມສະອາດ. ຜູ້ເຖົ້າແກ່ຍັງໄດ້ແບ່ງວຽກຕ່າງໆເພື່ອໃຫ້ການເຮັດຄວາມສະອາດສຳເລັດ. ມີບາງຢ່າງທີ່ເຮົາຕ້ອງເຮັດຄວາມສະອາດທຸກໆຄັ້ງຫຼັງຈາກທີ່ຈົບການປະຊຸມ ແຕ່ກໍມີບາງສິ່ງທີ່ຕ້ອງໄດ້ເຮັດດົນໆເທື່ອໜຶ່ງ. ເຮົາທຸກຄົນໄດ້ຮັບກຽດໃຫ້ມີສ່ວນຮ່ວມໃນການເຮັດຄວາມສະອາດຫໍປະຊຸມຂອງເຮົາ.

ເບິ່ງແຍງຫໍປະຊຸມຂອງເຮົາໃຫ້ຢູ່ໃນສະພາບທີ່ດີ

17, 18. (ກ) ເຮົາສາມາດຮຽນຫຍັງໄດ້ຈາກວິທີທີ່ຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝກ່ອນເບິ່ງແຍງວິຫານ? (ຂ) ເປັນຫຍັງເຮົາຕ້ອງເບິ່ງແຍງຫໍປະຊຸມຂອງເຮົາ?

17 ເຮົາຍັງຮັກສາຫໍປະຊຸມໃຫ້ຢູ່ໃນສະພາບທີ່ດີໂດຍເຮັດການສ້ອມແປງຕ່າງໆທີ່ຈຳເປັນ. ຜູ້ຮັບໃຊ້ຂອງພະເຢໂຫວາໃນອະດີດກໍເຮັດເຊັ່ນນັ້ນ. ຕົວຢ່າງເຊັ່ນ: ໃນລະຫວ່າງທີ່ກະສັດໂຢອາຊປົກຄອງຢູເດ ປະຊາຊົນໄດ້ບໍລິຈາກເງິນໃນວິຫານ. ກະສັດສັ່ງໃຫ້ປະໂລຫິດໃຊ້ເງິນນີ້ເພື່ອສ້ອມແປງວິຫານໃນບ່ອນທີ່ເປ່ເພ. (2 ກະສັດ 12:4, 5) ຫຼາຍກວ່າ 200 ປີຜ່ານໄປ ກະສັດໂຢເຊຍເຊຍັງໃຊ້ເງິນທີ່ໄດ້ຈາກການບໍລິຈາກເພື່ອຈ່າຍຄ່າສ້ອມແປງວິຫານ.—ອ່ານ 2 ຂ່າວຄາວ 34:9-11

18 ຄະນະກຳມະການສາຂາບາງຄົນສັງເກດວ່າຜູ້ຄົນໃນປະເທດຂອງເຂົາເຈົ້າບໍ່ລຶ້ງເຄີຍກັບການຮັກສາອາຄານຫຼືອຸປະກອນເຄື່ອງໃຊ້ໃຫ້ຢູ່ໃນສະພາບທີ່ດີ. ອາດຈະເປັນຍ້ອນວ່າໃນປະເທດເຫຼົ່ານີ້ມີຄົນຈຳນວນໜ້ອຍທີ່ຮູ້ວິທີເຮັດຄວາມສະອາດ ຫຼືເຂົາເຈົ້າອາດມີເງິນບໍ່ພຽງພໍທີ່ຈະຈ່າຍຄ່າສ້ອມແປງ. ແຕ່ຖ້າເຮົາບໍ່ສ້ອມແປງຫໍປະຊຸມເມື່ອຈຳເປັນຕ້ອງໄດ້ເຮັດ ຄົນອື່ນກໍຈະສັງເກດເຫັນວ່າຫໍປະຊຸມຂອງເຮົາບໍ່ຮຽບຮ້ອຍແລະຈະເຮັດໃຫ້ຄົນອື່ນຕຳໜິໄດ້. ແທນທີ່ຈະປ່ອຍປະລະເລີຍ ເຮົາຈະເຮັດທຸກຢ່າງທີ່ເຮັດໄດ້ເພື່ອເບິ່ງແຍງຫໍປະຊຸມ ເຮົາຈະສັນລະເສີນພະເຢໂຫວາແລະບໍ່ເຮັດໃຫ້ເງິນທີ່ພີ່ນ້ອງບໍລິຈາກເສຍໄປລ້າໆ.

ເຮົາຕ້ອງຮັກສາຫໍປະຊຸມໃຫ້ສະອາດແລະຢູ່ໃນສະພາບທີ່ດີຢູ່ສະເໝີ (ເບິ່ງຂໍ້ 16, 18)

19. ເຈົ້າຈະເຮັດຫຍັງເພື່ອສະແດງໃຫ້ເຫັນວ່າເຈົ້ານັບຖືສະຖານທີ່ນະມັດສະການພະເຢໂຫວາ?

19 ຫໍປະຊຸມລາຊະອານາຈັກແມ່ນອາຄານທີ່ໄດ້ອຸທິດໃຫ້ແກ່ພະເຢໂຫວາ ດັ່ງນັ້ນຈຶ່ງບໍ່ແມ່ນຂອງຄົນໃດຄົນໜຶ່ງຫຼືຂອງປະຊາຄົມໃດໜຶ່ງ. ຕາມທີ່ເຮົາໄດ້ພິຈາລະນາໃນບົດຄວາມນີ້ ຫຼັກການຕ່າງໆທີ່ມີໃນຄຳພີໄບເບິນຈະຊ່ວຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງຕໍ່ກັບສະຖານທີ່ທີ່ເຮົານະມັດສະການ. ຍ້ອນວ່າເຮົານັບຖືພະເຢໂຫວາ ເຮົາຈຶ່ງສະແດງຄວາມນັບຖືຕໍ່ການປະຊຸມແລະຕໍ່ຫໍປະຊຸມ. ເຮົາມີຄວາມສຸກທີ່ໄດ້ບໍລິຈາກເງິນເພື່ອສ້າງຫໍປະຊຸມ ແລະເຮົາໄດ້ອອກແຮງຫຼາຍເພື່ອເບິ່ງແຍງແລະຮັກສາຫໍປະຊຸມໃຫ້ສະອາດຢູ່ສະເໝີ. ຄືກັບພະເຍຊູ ໃຫ້ເຮົາກະຕືລືລົ້ນແລະນັບຖືສະຖານທີ່ທີ່ເຮົານະມັດສະການພະເຢໂຫວາ.—ໂຢຮັນ 2:17

^ ຂໍ້ 2 ບົດຄວາມນີ້ເວົ້າເຖິງຫໍປະຊຸມລາຊະອານາຈັກ ແຕ່ສິ່ງທີ່ເຮົາຈະພິຈາລະນາຍັງໃຊ້ໄດ້ກັບຫໍປະຊຸມໃຫຍ່ແລະສະຖານທີ່ອື່ນໆທີ່ເພື່ອນະມັດສະການພະເຢໂຫວາ.