ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຝຶກສອນລູກທີ່ຍັງນ້ອຍໃຫ້ຮັບໃຊ້ພະເຢໂຫວາ

ຝຶກສອນລູກທີ່ຍັງນ້ອຍໃຫ້ຮັບໃຊ້ພະເຢໂຫວາ

“ຄົນຂອງພະເຈົ້າ [ອົງທ່ຽງແທ້] . . . ໂຜດ . . . ສັ່ງສອນໝູ່ຂ້ານ້ອຍໃຫ້ຮູ້ຈັກວ່າຕ້ອງເຮັດການໃດແກ່ເດັກນ້ອຍທີ່ເກີດມານັ້ນ.”—ຜູ້ຕັດສິນ 13:8

ເພງ: 88, 120

1. ເມື່ອຮູ້ວ່າຈະມີລູກ ມາໂນອາໄດ້ເຮັດຫຍັງ?

ມາໂນອາແລະເມຍໝັ້ນໃຈວ່າຈະບໍ່ມີມື້ທີ່ຈະມີລູກໄດ້. ແຕ່ມີມື້ໜຶ່ງ ທູດສະຫວັນຂອງພະເຢໂຫວາໄດ້ມາບອກເມຍຂອງມາໂນອາວ່າຈະໄດ້ລູກຊາຍ. ນັ້ນເປັນເລື່ອງທີ່ເຮັດໃຫ້ຕື່ນເຕັ້ນແທ້ໆ! ເມື່ອລາວບອກມາໂນອາກ່ຽວກັບເລື່ອງນີ້ ມາໂນອາກໍດີໃຈຫຼາຍ. ແຕ່ມາໂນອາກໍຍັງຄິດໜັກໃຈກ່ຽວກັບສິ່ງທີ່ພະເຢໂຫວາຄາດໝາຍຈາກລາວໃນຖານະທີ່ເປັນພໍ່. ລາວແລະເມຍຈະຝຶກສອນລູກແນວໃດໃຫ້ຮັກພະເຢໂຫວາແລະຮັບໃຊ້ພະອົງ ໃນຂະນະທີ່ຫຼາຍຄົນໃນອິດສະລາແອນກຳລັງເຮັດສິ່ງທີ່ບໍ່ດີ? ມາໂນອາໄດ້ອ້ອນວອນຂໍໃຫ້ພະເຢໂຫວາສົ່ງທູດສະຫວັນມາຫາອີກຄັ້ງ ໂດຍເວົ້າວ່າ: “ໂອ້ພະອົງເຈົ້າຂ້າ ຄົນຂອງພະເຈົ້ານັ້ນທີ່ພະອົງໄດ້ໃຊ້ມາແລ້ວ ຂໍພະອົງໂຜດໃຊ້ມາຫາໝູ່ຂ້ານ້ອຍອີກຈຶ່ງສັ່ງສອນໝູ່ຂ້ານ້ອຍໃຫ້ຮູ້ຈັກວ່າຕ້ອງເຮັດການໃດແກ່ເດັກນ້ອຍທີ່ເກີດມານັ້ນ.”—ຜູ້ຕັດສິນ 13:1-8

2. ເຈົ້າຈຳເປັນຕ້ອງສອນລູກໃນເລື່ອງໃດ ແລະຈະເຮັດເຊັ່ນນັ້ນໄດ້ແນວໃດ? (ຂໍໃຫ້ເບິ່ງຂອບ “ ນັກສຶກສາຄຳພີໄບເບິນຄົນທີ່ສຳຄັນທີ່ສຸດຂອງເຈົ້າ.”)

2 ຖ້າເຈົ້າມີລູກແລ້ວ ເຈົ້າຈະເຂົ້າໃຈຄວາມຮູ້ສຶກຂອງມາໂນອາ ເພາະເຈົ້າເອງກໍຕ້ອງມີໜ້າທີ່ຮັບຜິດຊອບຄືກັນທີ່ຈະຊ່ວຍລູກໃຫ້ຮູ້ຈັກແລະຮັກພະເຢໂຫວາ. (ສຸພາສິດ 1:8) ໃນລະຫວ່າງການນະມັດສະການປະຈຳຄອບຄົວ ເຈົ້າສາມາດຊ່ວຍລູກໃຫ້ຮຽນຮູ້ຕໍ່ໆໄປກ່ຽວກັບພະເຢໂຫວາແລະຄຳພີໄບເບິນ. ແນ່ນອນ ເຈົ້າຕ້ອງບໍ່ພຽງແຕ່ສຶກສາຄຳພີໄບເບິນໃຫ້ລູກທຸກໆອາທິດເທົ່ານັ້ນ. (ອ່ານພະບັນຍັດ 6:6-9) ມີສິ່ງໃດອີກທີ່ຈະຊ່ວຍເຈົ້າຝຶກສອນລູກໃຫ້ຮັກແລະຮັບໃຊ້ພະເຢໂຫວາ? ໃນບົດຄວາມນີ້ ເຮົາຈະພິຈາລະນາຕົວຢ່າງຂອງພະເຍຊູ. ເຖິງວ່າພະອົງບໍ່ມີລູກ ແຕ່ເຈົ້າກໍສາມາດຮຽນຮູ້ຈາກວິທີທີ່ພະອົງສອນແລະຝຶກສອນພວກລູກສິດ. ພະເຍຊູຮັກເຂົາເຈົ້າແລະສະແດງຄວາມຖ່ອມຕົວ. ພະອົງມີຄວາມເຂົ້າໃຈທີ່ເລິກເຊິ່ງ ດ້ວຍເຫດນັ້ນ ພະອົງຈຶ່ງເຂົ້າໃຈວ່າພວກລູກສິດຮູ້ສຶກແນວໃດແທ້ໆແລະຮູ້ວ່າຈະຊ່ວຍເຂົາເຈົ້າແນວໃດ. ຕອນນີ້ຂໍໃຫ້ມາເບິ່ງວ່າເຮົາຈະຮຽນແບບພະເຍຊູໄດ້ແນວໃດ.

ສະແດງຄວາມຮັກຕໍ່ລູກ

3. ພວກລູກສິດຮູ້ໄດ້ແນວໃດວ່າພະເຍຊູຮັກເຂົາເຈົ້າ?

3 ພະເຍຊູບອກພວກລູກສິດສະເໝີວ່າພະອົງຮັກເຂົາເຈົ້າ. (ອ່ານໂຢຮັນ 15:9) ນອກຈາກນັ້ນ ພະອົງຍັງໃຊ້ເວລາຫຼາຍກັບພວກລູກສິດ. (ມາລະໂກ 6:31, 32; ໂຢຮັນ 2:2; 21:12, 13) ພະເຍຊູບໍ່ໄດ້ເປັນພຽງຜູ້ສອນເຂົາເຈົ້າ ແຕ່ຍັງເປັນໝູ່ກັບເຂົາເຈົ້ານຳອີກ. ດັ່ງນັ້ນ ພວກລູກສິດຈຶ່ງໝັ້ນໃຈໄດ້ວ່າພະອົງຮັກເຂົາເຈົ້າ. ເຈົ້າສາມາດຮຽນຮູ້ຫຍັງຈາກພະເຍຊູ?

4. ເຈົ້າຈະເຮັດແນວໃດເພື່ອໃຫ້ລູກເຫັນວ່າເຈົ້າຮັກເຂົາເຈົ້າ? (ເບິ່ງຮູບທຳອິດ)

4 ໃຫ້ເຈົ້າບອກລູກວ່າເຈົ້າຮັກເຂົາເຈົ້າ ແລະເຮັດໃຫ້ລູກເຫັນວ່າເຂົາເຈົ້າສຳຄັນຕໍ່ເຈົ້າຫຼາຍ. (ສຸພາສິດ 4:3; ຕິໂຕ 2:4) ຊາເມືອນເຊິ່ງອາໄສຢູ່ປະເທດອົດສະຕຣາລີ ລາວເວົ້າວ່າ: “ຕອນຂ້ອຍຍັງເປັນເດັກນ້ອຍ ພໍ່ໄດ້ອ່ານປຶ້ມໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ ໃຫ້ຂ້ອຍຟັງທຸກໆແລງ. ພໍ່ຕອບຄຳຖາມຕ່າງໆຂອງຂ້ອຍ ພໍ່ກອດແລະຈູບຂ້ອຍກ່ອນຈະເຂົ້ານອນ. ຂ້ອຍແປກໃຈຫຼາຍແທ້ໆທີ່ຮູ້ວ່າພໍ່ບໍ່ໄດ້ຖືກລ້ຽງມາໃນຄອບຄົວທີ່ມັກກອດແລະຈູບ! ເຖິງແນວນັ້ນກໍຕາມ ພໍ່ໄດ້ພະຍາຍາມຫຼາຍແທ້ໆ ທີ່ຈະສະແດງຄວາມຮັກຕໍ່ຂ້ອຍ. ດັ່ງນັ້ນ ຂ້ອຍຈຶ່ງມີສາຍສຳພັນທີ່ແໜ້ນແຟ້ນກັບພໍ່ ແລະຂ້ອຍຮູ້ສຶກອົບອຸ່ນແລະປອດໄພ.” ໃຫ້ເຈົ້າຊ່ວຍລູກໃຫ້ຮູ້ສຶກແບບນັ້ນໂດຍບອກເຂົາເຈົ້າເລື້ອຍໆວ່າ: “ເຈົ້າຮັກເຂົາເຈົ້າ.” ໃຫ້ເຈົ້າກອດແລະຈູບລູກ. ນອກຈາກນັ້ນ ໃຫ້ມີເວລາເວົ້າລົມກັນ ກິນເຂົ້ານຳກັນ ແລະຫຼິ້ນນຳກັນກັບເຂົາເຈົ້າ.

5, 6. (ກ) ຍ້ອນພະເຍຊູຮັກພວກລູກສິດ ພະອົງຈຶ່ງໄດ້ເຮັດຫຍັງ? (ຂ) ເຈົ້າຄວນຕີສອນລູກແນວໃດ?

5 ພະເຍຊູກ່າວວ່າ: ‘ຄົນທັງປວງທີ່ເຮົາຮັກ ເຮົາຕິຕຽນແລະຕີສອນ.’ * (ຄຳປາກົດ 3:19) ຕົວຢ່າງເຊັ່ນ: ພວກລູກສິດໄດ້ຖຽງກັນຫຼາຍຄັ້ງວ່າ ໃຜເປັນໃຫຍ່ທີ່ສຸດໃນພວກເຂົາເຈົ້າ. ພະເຍຊູບໍ່ໄດ້ຖືເບົາຕໍ່ບັນຫານີ້ ແຕ່ໄດ້ແນະນຳເຂົາເຈົ້າເທື່ອແລ້ວເທື່ອອີກຢ່າງອົດທົນ. ພະອົງສະແດງຄວາມກະລຸນາຕໍ່ເຂົາເຈົ້າສະເໝີ ແລະເມື່ອຈະແກ້ໄຂເຂົາເຈົ້າ ພະອົງລໍຖ້າໃຫ້ເຖິງໂອກາດທີ່ເໝາະສົມ.—ມາລະໂກ 9:33-37

ໃຫ້ຊອກຫາໂອກາດທີ່ເໝາະສົມເພື່ອຕີສອນລູກແລະໃຫ້ເຮັດດ້ວຍວິທີທີ່ກະລຸນາ

6 ຍ້ອນຮັກລູກ ເຈົ້າຈຶ່ງຮູ້ວ່າຕ້ອງຕີສອນເຂົາເຈົ້າ. ບາງຄັ້ງພຽງແຕ່ອະທິບາຍໃຫ້ລູກຮູ້ເຫດຜົນວ່າສິ່ງໃດຖືກຫຼືສິ່ງໃດຜິດກໍພຽງພໍແລ້ວ. ແຕ່ຖ້າລູກຍັງບໍ່ເຊື່ອຟັງເດ? (ສຸພາສິດ 22:15) ໃຫ້ເຈົ້າຮຽນຮູ້ຈາກຕົວຢ່າງຂອງພະເຍຊູ. ໃຫ້ອົດທົນຕີສອນເຂົາເຈົ້າຕໍ່ໆໄປໂດຍການຊີ້ນຳ ຝຶກສອນ ແລະແກ້ໄຂເຂົາເຈົ້າ. ໃຫ້ຊອກຫາໂອກາດທີ່ເໝາະສົມເພື່ອຕີສອນລູກ ແລະໃຫ້ເຮັດດ້ວຍວິທີທີ່ກະລຸນາ. ເອເລນ ພີ່ນ້ອງຍິງຈາກປະເທດອາຝຼິກກາໃຕ້ຈື່ວິທີທີ່ພໍ່ແມ່ຕີສອນລາວ. ພໍ່ແມ່ໄດ້ບອກລາວເລື້ອຍໆວ່າເຂົາເຈົ້າຄາດໝາຍສິ່ງໃດຈາກລາວ. ຖ້າພໍ່ແມ່ບອກລາວວ່າຈະຖືກລົງໂທດເມື່ອບໍ່ເຊື່ອຟັງ ເຂົາເຈົ້າກໍຈະເຮັດຕາມນັ້ນ. ແຕ່ເອເລນບອກວ່າ: “ພໍ່ແມ່ບໍ່ເຄີຍຕີສອນຂ້ອຍຕອນທີ່ພວກເພິ່ນໃຈຮ້າຍຫຼືບໍ່ໄດ້ບອກເຫດຜົນວ່າເປັນຫຍັງຂ້ອຍຈຶ່ງຖືກຕີສອນ.” ດ້ວຍເຫດນີ້ ເອເລນຈຶ່ງຮູ້ສຶກໄດ້ສະເໝີວ່າພໍ່ແມ່ຮັກລາວ.

ສະແດງຄວາມຖ່ອມຕົວ

7, 8. (ກ) ພວກລູກສິດຂອງພະເຍຊູຮຽນຮູ້ຫຍັງຈາກຄຳອະທິດຖານຂອງພະອົງ? (ຂ) ເຈົ້າຈະອະທິດຖານແນວໃດເພື່ອເປັນການສອນລູກໃຫ້ໄວ້ວາງໃຈໃນພະເຢໂຫວາ?

7 ເມື່ອກຳລັງຈະຖືກຈັບແລະຖືກຂ້າ ພະເຍຊູໄດ້ອ້ອນວອນເຖິງພະເຢໂຫວາວ່າ: “ອັບບາ ພະບິດາເຈົ້າຂ້າພະອົງອາດກະທຳສັບພະທຸກສິ່ງໄດ້ ຂໍໃຫ້ຈອກນີ້ກາຍໄປຈາກຂ້າພະເຈົ້າເຖີ້ນ. ເຖິງປານນັ້ນຢ່າໃຫ້ເປັນຕາມນໍ້າໃຈຂອງຂ້າພະເຈົ້າ ແຕ່ວ່າໃຫ້ເປັນຕາມນໍ້າໃຈຂອງພະອົງເຖີ້ນ.” * (ມາລະໂກ 14:36) ລອງນຶກພາບເບິ່ງວ່າພວກລູກສິດຂອງພະເຍຊູຈະຮູ້ສຶກແນວໃດເມື່ອໄດ້ຍິນຫຼືໄດ້ຮຽນຮູ້ຄຳອະທິດຖານຂອງພະອົງໃນພາຍຫຼັງ. ເຂົາເຈົ້າສຳນຶກວ່າເຖິງແມ່ນພະອົງເປັນມະນຸດທີ່ສົມບູນແບບ ພະອົງກໍຍັງຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ. ດັ່ງນັ້ນ ພວກລູກສິດຈຶ່ງຮຽນຮູ້ວ່າເຂົາເຈົ້າເອງກໍຄວນສະແດງຄວາມຖ່ອມຕົວແລະໄວ້ວາງໃຈໃນພະເຢໂຫວາ.

ເມື່ອລູກໄດ້ຍິນຄຳອະທິດຖານຂອງເຈົ້າ ລູກກໍຈະຮຽນຮູ້ວ່າຕ້ອງໝາຍເພິ່ງພະເຢໂຫວາຄືກັນ

8 ລູກສາມາດຮຽນຮູ້ຫຼາຍສິ່ງຈາກຄຳອະທິດຖານຂອງເຈົ້າ. ແນ່ນອນ ເຫດຜົນຫຼັກທີ່ເຈົ້າອະທິດຖານບໍ່ແມ່ນເພື່ອສອນລູກເທົ່ານັ້ນ ແຕ່ເມື່ອໄດ້ຍິນຄຳອະທິດຖານຂອງເຈົ້າ ລູກກໍຈະຮຽນຮູ້ວ່າຕ້ອງໝາຍເພິ່ງພະເຢໂຫວາ. ເມື່ອອະທິດຖານ ເຈົ້າຢ່າຂໍໃຫ້ພະເຢໂຫວາຊ່ວຍລູກຂອງເຈົ້າເທົ່ານັ້ນ ແຕ່ເຈົ້າຕ້ອງຂໍໃຫ້ພະອົງຊ່ວຍເຈົ້ານຳອີກ. ພີ່ນ້ອງອານາເຊິ່ງອາໄສຢູ່ປະເທດເບຣຊິນ ລາວເລົ່າວ່າ: “ເມື່ອມີບັນຫາເກີດຂຶ້ນ ເຊັ່ນ: ເມື່ອພໍ່ຕູ້ແມ່ຕູ້ບໍ່ສະບາຍຫຼາຍ ພໍ່ແມ່ຈະອະທິດຖານຂໍໃຫ້ພະເຢໂຫວາຊ່ວຍພວກເພິ່ນໃຫ້ມີກຳລັງເພື່ອຮັບມືກັບສະຖານະການນັ້ນ ແລະຂໍໃຫ້ມີສະຕິປັນຍາເພື່ອເຮັດການຕັດສິນໃຈທີ່ດີ. ເຖິງວ່າຢູ່ພາຍໃຕ້ຄວາມກົດດັນຢ່າງໜັກ ແຕ່ພວກເພິ່ນກໍຝາກບັນຫານັ້ນໄວ້ກັບພະເຢໂຫວາ. ຜົນກໍຄື ຂ້ອຍໄດ້ຮຽນຮູ້ທີ່ຈະໄວ້ວາງໃຈໃນພະເຢໂຫວາ.” ເມື່ອລູກໄດ້ຍິນເຈົ້າຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ມີຄວາມກ້າຫານເພື່ອປະກາດກັບເພື່ອນບ້ານ ຫຼືຂໍລາພັກວຽກກັບຫົວໜ້າເພື່ອເຂົ້າຮ່ວມການປະຊຸມພາກ ເຂົາເຈົ້າກໍຈະສຳນຶກວ່າເຈົ້າໄວ້ວາງໃຈໃຫ້ພະເຢໂຫວາຊ່ວຍເຫຼືອ ແລະເຂົາເຈົ້າກໍຈະຮຽນຮູ້ທີ່ຈະເຮັດໃນແບບດຽວກັບທີ່ເຈົ້າເຮັດ.

9. (ກ) ພະເຍຊູໄດ້ສອນພວກລູກສິດແນວໃດໃຫ້ສະແດງຄວາມຖ່ອມຕົວແລະບໍ່ເຫັນແກ່ຕົວ? (ຂ) ຖ້າເຈົ້າສະແດງຄວາມຖ່ອມຕົວແລະບໍ່ເຫັນແກ່ຕົວ ລູກຈະຮຽນຮູ້ຫຍັງຈາກເຈົ້າ?

9 ພະເຍຊູບອກພວກລູກສິດໃຫ້ສະແດງຄວາມຖ່ອມຕົວແລະບໍ່ເຫັນແກ່ຕົວ ແລ້ວພະອົງກໍຍັງວາງແບບຢ່າງໃຫ້ເຂົາເຈົ້ານຳອີກ. (ອ່ານລືກາ 22:27) ພວກອັກຄະສາວົກເຫັນວ່າພະເຍຊູເສຍສະລະຕົວເອງເພື່ອຮັບໃຊ້ພະເຢໂຫວາແລະຊ່ວຍເຫຼືອຄົນອື່ນ ດັ່ງນັ້ນ ເຂົາເຈົ້າຈຶ່ງຮຽນຮູ້ທີ່ຈະເຮັດໃນແບບດຽວກັບທີ່ພະອົງເຮັດ. ເຈົ້າເອງກໍສາມາດສອນລູກໂດຍທາງຕົວຢ່າງຂອງເຈົ້າ. ເດັບບີເຊິ່ງມີລູກສອງຄົນ ລາວເວົ້າວ່າ: “ຂ້ອຍບໍ່ເຄີຍຮູ້ສຶກອິດສາທີ່ຜົວຂອງຂ້ອຍໃຊ້ເວລາກັບຄົນອື່ນໃນຖານະເປັນຜູ້ເຖົ້າແກ່. ຂ້ອຍຮູ້ວ່າ ເມື່ອຄອບຄົວຂອງເຮົາຕ້ອງການຄວາມເອົາໃຈໃສ່ ຜົວຂອງຂ້ອຍກໍຈະເຮັດໃນສິ່ງນັ້ນ.” (1 ຕີໂມເຕ 3:4, 5) ຕົວຢ່າງຂອງເດັບບີແລະພຣານັດສມີຜົນກະທົບແນວໃດຕໍ່ຄອບຄົວ? ພຣານັດສເວົ້າວ່າ: ລູກຂອງເຮົາເຕັມໃຈສະເໝີທີ່ຈະຊ່ວຍວຽກຢູ່ການປະຊຸມໃຫຍ່. ເຂົາເຈົ້າມີຄວາມສຸກ ມີໝູ່ທີ່ດີ ແລະມັກຢູ່ກັບພີ່ນ້ອງຊາຍຍິງ. ຕອນນີ້ທຸກຄົນໃນຄອບຄົວຮັບໃຊ້ພະເຢໂຫວາໃນຮູບແບບເຕັມເວລາ. ຖ້າເຈົ້າສະແດງຄວາມຖ່ອມຕົວແລະບໍ່ເຫັນແກ່ຕົວ ເຈົ້າກໍຈະສອນລູກໃຫ້ເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ.

ມີຄວາມເຂົ້າໃຈທີ່ເລິກເຊິ່ງ

10. ເມື່ອບາງຄົນມາຈາກແຂວງຄາລິເລເພື່ອຊອກຫາພະເຍຊູ ພະອົງໄດ້ໃຊ້ຄວາມເຂົ້າໃຈທີ່ເລິກເຊິ່ງແນວໃດ?

10 ພະເຍຊູມີຄວາມເຂົ້າໃຈທີ່ເລິກເຊິ່ງຢ່າງບໍ່ຂາດຕົກບົກພ່ອງ. ພະອົງບໍ່ໄດ້ສົນໃຈສະເພາະສິ່ງທີ່ຜູ້ຄົນເຮັດ ແຕ່ສົນໃຈວ່າເປັນຫຍັງເຂົາເຈົ້າເຮັດສິ່ງນັ້ນ. ພະອົງສາມາດອ່ານຫົວໃຈເຂົາເຈົ້າໄດ້. ຕົວຢ່າງເຊັ່ນ: ມີຄັ້ງໜຶ່ງທີ່ບາງຄົນມາຈາກແຂວງຄາລິເລເພື່ອຊອກຫາພະເຍຊູ. (ໂຢຮັນ 6:22-24) ພະອົງຮູ້ເຫດຜົນຕົ້ນຕໍທີ່ເຂົາເຈົ້າມາ ບໍ່ແມ່ນຍ້ອນຕ້ອງການຟັງພະອົງສອນ ແຕ່ຍ້ອນຕ້ອງການອາຫານ. (ໂຢຮັນ 2:25) ພະເຍຊູຮູ້ວ່າເຂົາເຈົ້າຮູ້ສຶກແນວໃດແທ້ໆ. ຈາກນັ້ນ ພະອົງໄດ້ແກ້ໄຂເຂົາເຈົ້າດ້ວຍຄວາມອົດທົນແລະອະທິບາຍໃຫ້ເຂົາເຈົ້າຮູ້ໃນສິ່ງທີ່ຕ້ອງເຮັດເພື່ອຈະປັບປ່ຽນຕົວເອງ.—ອ່ານໂຢຮັນ 6:25-27

ຊ່ວຍລູກຂອງເຈົ້າໃຫ້ມ່ວນກັບວຽກປະກາດ (ເບິ່ງຂໍ້ 11)

11. (ກ) ເຈົ້າຈະພະຍາຍາມແນວໃດເພື່ອເຂົ້າໃຈຄວາມຮູ້ສຶກທີ່ລູກມີຕໍ່ວຽກປະກາດ? (ຂ) ເຈົ້າຈະຊ່ວຍລູກແນວໃດໃຫ້ມ່ວນກັບວຽກປະກາດ?

11 ເຖິງວ່າເຈົ້າບໍ່ສາມາດອ່ານໃຈຄົນໄດ້ ແຕ່ເຈົ້າກໍສາມາດມີຄວາມເຂົ້າໃຈທີ່ເລິກເຊິ່ງໄດ້. ຕົວຢ່າງເຊັ່ນ: ໃຫ້ເຈົ້າພະຍາຍາມເຂົ້າໃຈຄວາມຮູ້ສຶກທີ່ລູກມີຕໍ່ວຽກປະກາດ. ເຈົ້າອາດຖາມຕົວເອງວ່າ: ‘ລູກມ່ວນບໍຕອນປະກາດ ຫຼືວ່າມ່ວນສະເພາະຕອນທີ່ພວກເຮົາຢຸດພັກກິນນໍ້າແລະກິນເຂົ້າໜົມ?’ ຖ້າເຈົ້າຮູ້ວ່າລູກບໍ່ມ່ວນປານໃດໃນວຽກປະກາດ ໃຫ້ພະຍາຍາມເຮັດໃຫ້ສິ່ງນັ້ນເປັນຕາໜ້າສົນໃຈຫຼາຍຂຶ້ນສຳລັບເຂົາເຈົ້າ. ໃຫ້ລູກເຮັດສິ່ງເລັກໆນ້ອຍໆທີ່ລາວສາມາດເຮັດໄດ້ເພື່ອໃຫ້ເຂົາເຈົ້າຮູ້ສຶກວ່າຕົນເອງມີສ່ວນຮ່ວມນຳ.

12. (ກ) ພະເຍຊູໄດ້ເຕືອນພວກລູກສິດໃນເລື່ອງໃດ? (ຂ) ເປັນຫຍັງຈຶ່ງຈຳເປັນແທ້ໆທີ່ພວກລູກສິດຕ້ອງໄດ້ຮັບຄຳເຕືອນຈາກພະອົງ?

12 ພະເຍຊູໃຊ້ຄວາມເຂົ້າໃຈທີ່ເລິກເຊິ່ງໂດຍວິທີໃດອີກ? ພະອົງຮູ້ວ່າການເຮັດຜິດໃນສິ່ງໜຶ່ງສາມາດນຳໄປສູ່ການເຮັດຜິດໃນສິ່ງອື່ນອີກ ແລະເຖິງຂັ້ນເຮັດຜິດຮ້າຍແຮງໄດ້. ດັ່ງນັ້ນ ພະອົງຈຶ່ງເຕືອນພວກລູກສິດກ່ຽວກັບເລື່ອງນີ້. ຕົວຢ່າງເຊັ່ນ: ພວກລູກສິດຮູ້ແລ້ວວ່າການເຮັດຜິດສິນລະທຳທາງເພດເປັນສິ່ງທີ່ຜິດ. ແຕ່ພະເຍຊູໄດ້ເຕືອນເຂົາເຈົ້າໃຫ້ຮູ້ໃນສິ່ງທີ່ຈະນຳໄປສູ່ການເຮັດຜິດເຊັ່ນນັ້ນ. ພະອົງກ່າວວ່າ: “ທຸກຄົນທີ່ເບິ່ງຍິງຜູ້ໜຶ່ງດ້ວຍໃຈຄຶດຢາກໄດ້ໃນຍິງນັ້ນ ຜູ້ນັ້ນໄດ້ຫຼິ້ນຊູ້ສູ່ໃນໃຈເອງກັບຍິງນັ້ນແລ້ວໆ. ແຕ່ວ່າຖ້າຕາເບື້ອງຂວາຂອງທ່ານກະທຳໃຫ້ທ່ານຕົກໃນບາບ ຈົ່ງຄວັດຕານັ້ນອອກແລະຖິ້ມໄກຈາກຕົວເສຍເຖີ້ນ.” (ມັດທາຍ 5:27-29) ເນື່ອງຈາກວ່າພວກລູກສິດມີຊີວິດຢູ່ໃນທ່າມກາງຄົນໂລມທີ່ເຮັດຜິດສິນລະທຳທາງເພດເຊິ່ງມັກເບິ່ງລະຄອນທີ່ມີສາກຕ່າງໆທີ່ເນັ້ນແຕ່ເລື່ອງເພດສຳພັນແລະພາສາທີ່ລາມົກ. ດັ່ງນັ້ນ ພະເຍຊູຈຶ່ງເຕືອນດ້ວຍຄວາມຮັກວ່າ ບໍ່ໃຫ້ພວກລູກສິດເບິ່ງສິ່ງທີ່ຈະເຮັດໃຫ້ເປັນເລື່ອງຍາກທີ່ເຂົາເຈົ້າຈະເຮັດໃນສິ່ງທີ່ຖືກຕ້ອງ.

13, 14. ເຈົ້າຈະຊ່ວຍລູກແນວໃດໃຫ້ຫຼີກລ່ຽງຄວາມບັນເທີງທີ່ຜິດສິນລະທຳທາງເພດ?

13 ເນື່ອງຈາກເປັນພໍ່ແມ່ ເຈົ້າສາມາດໃຊ້ຄວາມເຂົ້າໃຈທີ່ເລິກເຊິ່ງເພື່ອຈະປົກປ້ອງລູກຈາກການເຮັດບາງສິ່ງທີ່ພະເຢໂຫວາບໍ່ພໍໃຈ. ໜ້າເສົ້າໃຈ ໃນທຸກມື້ນີ້ແມ່ນແຕ່ເດັກນ້ອຍໆກໍມີຄວາມສ່ຽງທີ່ຈະເຫັນພາບໂປ້ແລະສິ່ງທີ່ຜິດສິນລະທຳທາງເພດໃນຮູບແບບຕ່າງໆໄດ້ຢ່າງໂຈ່ງແຈ້ງ. ແນ່ນອນ ເຈົ້າຄວນບອກລູກວ່າການເບິ່ງສິ່ງທີ່ຜິດສິນລະທຳທາງເພດເປັນສິ່ງທີ່ຜິດ. ແຕ່ເພື່ອປົກປ້ອງລູກ ເຈົ້າສາມາດເຮັດຫຼາຍກວ່ານັ້ນອີກ. ໃຫ້ຖາມຕົວເອງວ່າ: ‘ລູກຂອງຂ້ອຍຮູ້ບໍວ່າເປັນຫຍັງພາບໂປ້ຈຶ່ງເປັນອັນຕະລາຍຫຼາຍ? ສິ່ງໃດທີ່ເຮັດໃຫ້ລູກຢາກເບິ່ງຮູບພາບເຫຼົ່ານັ້ນ? ເພື່ອລູກຈະກ້າຂໍຄວາມຊ່ວຍເຫຼືອເມື່ອຖືກລໍ້ໃຈໃຫ້ເບິ່ງພາບໂປ້ ຂ້ອຍເຮັດໃຫ້ງ່າຍສຳລັບລູກບໍທີ່ຈະລົມກັບຂ້ອຍໄດ້ໃນທຸກໆເລື່ອງ?’ ແມ່ນແຕ່ເມື່ອລູກຍັງນ້ອຍຢູ່ ເຈົ້າກໍສາມາດເວົ້າກັບລູກວ່າ: “ຖ້າລູກເຫັນບາງສິ່ງໃນອິນເຕີເນັດທີ່ເຮັດໃຫ້ລູກຢາກຮູ້ໃນເລື່ອງເຊັກແລະຢາກຈະເບິ່ງຮູບນັ້ນ ຂໍໃຫ້ລູກມາລົມກັບພໍ່ແມ່. ບໍ່ຕ້ອງຢ້ານຫຼືອາຍທີ່ຈະມາຂໍຄວາມຊ່ວຍເຫຼືອຈາກພໍ່ແມ່. ພໍ່ແມ່ຢາກຊ່ວຍລູກແທ້ໆ.”

14 ເມື່ອເລືອກຄວາມບັນເທີງສຳລັບຕົວເອງ ຂໍໃຫ້ເຈົ້າຄິດຢ່າງຮອບຄອບວ່າຈະເປັນຕົວຢ່າງທີ່ດີໃຫ້ກັບລູກໄດ້ແນວໃດ. ພຣານັດສທີ່ກ່າວເຖິງກ່ອນໜ້ານີ້ ລາວເວົ້າວ່າ: “ເຈົ້າສາມາດເວົ້າຫຼາຍສິ່ງຫຼາຍຢ່າງ ແຕ່ລູກຈະເບິ່ງການກະທຳຂອງເຈົ້າແລ້ວກໍຮຽນແບບເຈົ້າ.” ຖ້າເຈົ້າລະວັງຢູ່ສະເໝີໃນການເລືອກຄວາມບັນເທີງທີ່ສະອາດກ່ຽວກັບເພງທີ່ຟັງ ປຶ້ມທີ່ອ່ານ ແລະໜັງທີ່ເບິ່ງ ເຈົ້າກໍຈະຊ່ວຍລູກໃຫ້ເລືອກໃນແບບດຽວກັບທີ່ເຈົ້າເລືອກ.—ໂລມ 2:21-24

ພະເຢໂຫວາຈະຊ່ວຍເຈົ້າ

15, 16. (ກ) ເຈົ້າຈະໝັ້ນໃຈໄດ້ແນວໃດວ່າພະເຢໂຫວາຈະຊ່ວຍເຈົ້າໃນການຝຶກສອນລູກ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມຕໍ່ໄປ?

15 ຜົນເປັນແນວໃດ ເມື່ອມາໂນອາຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ເປັນພໍ່ທີ່ດີ? ຜົນກໍຄື: “ພະເຈົ້າໄດ້ຟັງສຽງປາກທ່ານມາໂນອາ.” (ຜູ້ຕັດສິນ 13:9) ພໍ່ແມ່ທັງຫຼາຍ ພະເຢໂຫວາຈະຟັງຄຳອະທິດຖານຂອງເຈົ້າຄືກັນ. ພະອົງຈະຊ່ວຍເຈົ້າໃນການຝຶກສອນລູກ. ນອກຈາກນັ້ນ ພະອົງຈະຊ່ວຍເຈົ້າໃຫ້ສະແດງຄວາມຮັກ ຄວາມຖ່ອມຕົວ ແລະຄວາມເຂົ້າໃຈທີ່ເລິກເຊິ່ງ.

16 ຄືກັບທີ່ພະເຢໂຫວາຈະຊ່ວຍເຈົ້າໃນການຝຶກສອນລູກເມື່ອເຂົາເຈົ້າຍັງນ້ອຍ ພະອົງກໍຈະຊ່ວຍເຈົ້າໃນການຝຶກສອນລູກເມື່ອເຂົາເຈົ້າເປັນໄວຮຸ່ນ. ໃນບົດຄວາມຕໍ່ໄປ ເຮົາຈະພິຈາລະນາວ່າແບບຢ່າງຂອງພະເຍຊູໃນເລື່ອງການສະແດງຄວາມຮັກ ຄວາມຖ່ອມຕົວ ແລະຄວາມເຂົ້າໃຈທີ່ເລິກເຊິ່ງຈະສາມາດຊ່ວຍເຈົ້າແນວໃດໃຫ້ຝຶກສອນລູກທີ່ເປັນໄວຮຸ່ນໃຫ້ຮັບໃຊ້ພະເຢໂຫວາ.

^ ຂໍ້ 5 ຄຳພີໄບເບິນສອນວ່າການຕີສອນໝາຍເຖິງການຊີ້ນຳ ຝຶກສອນ ແກ້ໄຂ ແລະບາງຄັ້ງກໍຕ້ອງໄດ້ລົງໂທດ. ພໍ່ແມ່ຄວນຕີສອນດ້ວຍວິທີທີ່ກະລຸນາແລະບໍ່ຄວນເຮັດຕອນທີ່ຕົນເອງໃຈຮ້າຍ.

^ ຂໍ້ 7 ປຶ້ມອ້າງອີງຫົວໜຶ່ງທີ່ຊື່ວ່າ The International Standard Bible Encyclopedia ກ່າວວ່າ: ໃນສະໄໝຂອງພະເຍຊູ ລູກຈະເອີ້ນພໍ່ຂອງຕົວເອງວ່າ ອັບບາ. ຄຳນີ້ສະແດງເຖິງຄວາມຮັກແລະຄວາມນັບຖືຢ່າງຍິ່ງ.