ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມຈາກຜູ້ອ່ານ

ຄຳຖາມຈາກຜູ້ອ່ານ

ນັກບູຮານຄະດີໄດ້ພົບສິ່ງໃດທີ່ພິສູດວ່າເມືອງເຢລິໂກຖືກຍຶດພາຍໃນເວລາສັ້ນໆ?

ໂຢຊວຍ 6:10-15, 20 ກ່າວວ່າ ທະຫານອິດສະລາແອນໄດ້ແຫ່ຂະບວນຍ່າງອ້ອມເມືອງເຢລິໂກມື້ລະໜຶ່ງຮອບເປັນເວລາຫົກມື້. ແຕ່ໃນມື້ທີເຈັດ ເຂົາເຈົ້າໄດ້ຍ່າງອ້ອມເມືອງເຖິງເຈັດຮອບ. ຈາກນັ້ນ ພະເຢໂຫວາກໍໄດ້ເຮັດໃຫ້ກຳແພງເມືອງເຢລິໂກທີ່ແໜ້ນໜາພັງລົງມາ ແລະຊາວອິດສະລາແອນກໍໄດ້ບຸກຍຶດເມືອງນັ້ນ. ນັກບູຮານຄະດີໄດ້ພົບສິ່ງໃດບໍທີ່ພິສູດວ່າເມືອງເຢລິໂກຖືກລ້ອມພາຍໃນເວລາສັ້ນໆ ຄືດັ່ງທີ່ຄຳພີໄບເບິນບອກໄວ້?

ໃນສະໄໝບູຮານ ເມືອງໜຶ່ງຈະຖືກລ້ອມເມື່ອມີກອງທັບໄດ້ມາອ້ອມກຳແພງເມືອງໄວ້ເຊິ່ງພ້ອມທີ່ຈະໂຈມຕີໄດ້ທຸກເວລາ. ຖ້າເມືອງຖືກລ້ອມເປັນເວລາດົນນານ ຜູ້ຄົນໃນເມືອງຈະກິນອາຫານທີ່ເຂົາເຈົ້າເກັບທ້ອນໄວ້ຈົນເກືອບໝົດ. ໃນທີ່ສຸດ ເມື່ອພວກທະຫານຍຶດເມືອງໄດ້ແລ້ວ ເຂົາເຈົ້າຈະເອົາທຸກສິ່ງທີ່ຕົວເອງຕ້ອງການ ລວມເຖິງອາຫານທີ່ຍັງເຫຼືອ. ນັ້ນຈຶ່ງເປັນເຫດຜົນທີ່ນັກບູຮານຄະດີຄົ້ນພົບວ່າມີອາຫານຈຳນວນໜ້ອຍແທ້ໆຫຼືບໍ່ມີເຫຼືອເລີຍໃນຊາກທີ່ເປ່ເພຂອງເມືອງຕ່າງໆໃນເຂດປາແລດສະຕິນເຊິ່ງຖືກໂຈມຕີດ້ວຍວິທີດັ່ງກ່າວນີ້. ແຕ່ຊາກທີ່ເປ່ເພຂອງເມືອງເຢລິໂກພັດບໍ່ເປັນແບບນັ້ນ. ປຶ້ມຫົວໜຶ່ງທີ່ຊື່ວ່າ Biblical Archaeology Review ກ່າວວ່າ: “ນອກຈາກເຫັນເຄື່ອງປັ້ນດິນເຜົາແລ້ວ ຍັງພົບເຫັນທັນຍະພືດຈຳນວນຫຼາຍທີ່ສຸດ.” ປຶ້ມຫົວນັ້ນຍັງບອກຕື່ມອີກວ່າ: “ການພົບທັນຍະພືດຈຳນວນຫຼາຍເຊັ່ນນັ້ນເປັນເລື່ອງທີ່ຜິດປົກກະຕິແທ້ໆ.”

ຄຳພີໄບເບິນກ່າວວ່າ ຊາວອິດສະລາແອນບໍ່ໄດ້ເອົາອາຫານຈາກເມືອງເຢລິໂກ ເພາະພະເຢໂຫວາສັ່ງວ່າບໍ່ໃຫ້ເຂົາເຈົ້າເອົາສິ່ງໃດເລີຍ. (ໂຢຊວຍ 6:17, 18) ນອກຈາກນັ້ນ ຄຳພີໄບເບິນຍັງບອກວ່າຊາວອິດສະລາແອນໂຈມຕີເມືອງເຢລິໂກໃນລະດູໃບໄມ້ປົ່ງທີ່ເປັນລະດູຕໍ່ຈາກລະດູເກັບກ່ຽວ ເຊິ່ງຕອນນັ້ນມີການເກັບທັນຍະພືດຈຳນວນຫຼາຍໄວ້ໃນເມືອງ. (ໂຢຊວຍ 3:15-17; 5:10) ຄວາມຈິງທີ່ວ່າຍັງມີທັນຍະພືດຈຳນວນຫຼາຍເຫຼືອຢູ່ໃນເມືອງເຢລິໂກພາຍຫຼັງທີ່ຖືກລ້ອມໄດ້ຢັ້ງຢືນວ່າເມືອງຖືກລ້ອມໃນໄລຍະເວລາສັ້ນໆ ຄືດັ່ງທີ່ຄຳພີໄບເບິນບອກໄວ້.