ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ວິນຍານ​ເອງ​ເປັນ​ພິຍານ​ກັບ​ຈິດ​ໃຈ​ຂອງ​ພວກ​ເຮົາ

ພະ​ວິນຍານ​ເອງ​ເປັນ​ພິຍານ​ກັບ​ຈິດ​ໃຈ​ຂອງ​ພວກ​ເຮົາ

“ພະ​ວິນຍານ​ເອງ​ເປັນ​ພິຍານ​ກັບ​ວິນຍານ [ຈິດ​ໃຈ] ຂອງ​ພວກ​ເຮົາ​ວ່າ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ.”—ໂລມ 8:16

ເພງ: 109, 108

1-3. ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ເຊິ່ງ​ເຮັດ​ໃຫ້​ວັນ​ເພນເຕກອດ​ເປັນ​ມື້​ທີ່​ພິເສດ ແລະ​ເຫດການ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ໃຫ້​ສິ່ງ​ທີ່​ຂໍ້​ພະ​ຄຳພີ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ສຳເລັດ​ເປັນ​ຈິງ​ຄື​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

ໃນ​ເມືອງ​ເຢຣຶຊາເລມ ມື້​ນັ້ນ​ເປັນ​ຕອນ​ເຊົ້າ​ຂອງ​ວັນ​ອາທິດ. ນີ້​ເປັນ​ມື້​ທີ່​ພິເສດ​ແລະ​ເປັນ​ຕາ​ໜ້າ​ຕື່ນ​ເຕັ້ນ. ຜູ້​ຄົນ​ກຳລັງ​ສະຫຼອງ​ວັນ​ເພນເຕກອດ ເຊິ່ງ​ເປັນ​ເທດ​ສະ​ການ​ສັກສິດ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ລະດູ​ເກັບ​ກ່ຽວ​ເຂົ້າ​ບາເລ້. ໃນ​ຕອນ​ເຊົ້າ​ມື້​ນັ້ນ​ຢູ່​ທີ່​ວິຫານ ປະໂລຫິດ​ໃຫຍ່​ໄດ້​ຖວາຍ​ເຄື່ອງ​ບູຊາ​ຕາມ​ປົກກະຕິ. ຈາກ​ນັ້ນ ປະມານ 9 ໂມງ​ກົງ ປະໂລຫິດ​ໃຫຍ່​ຈະ​ຖວາຍ​ເຂົ້າຈີ່​ສອງ​ກ້ອນ​ທີ່​ເຮັດ​ຈາກ​ເຂົ້າ​ບາເລ້​ເຊິ່ງ​ເປັນ​ໝາກ​ຜົນ​ທຳອິດ​ຂອງ​ການ​ເກັບ​ກ່ຽວ. ປະໂລຫິດ​ໃຫຍ່​ເອົາ​ເຂົ້າຈີ່​ນັ້ນ​ແກວ່ງ​ໄປ​ແກວ່ງ​ມາ​ເພື່ອ​ຖວາຍ​ໃຫ້​ແກ່​ພະ​ເຢໂຫວາ. ມື້​ນັ້ນ​ແມ່ນ​ວັນ​ເພນເຕກອດ​ປີ ຄ.ສ. 33.—ພວກເລວີ 23:15-20

2 ໃນ​ທຸກໆປີ​ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ມາ​ແລ້ວ ປະໂລຫິດ​ໃຫຍ່​ຈະ​ຖວາຍ​ເຄື່ອງ​ບູຊາ​ແກວ່ງ​ໄປ​ແກວ່ງ​ມາ. ການ​ຖວາຍ​ເຄື່ອງ​ບູຊາ​ນີ້​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ​ກັບ​ບາງ​ສິ່ງ​ທີ່​ສຳຄັນ​ຫຼາຍ​ເຊິ່ງ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ແລະ​ສິ່ງ​ນັ້ນ​ເກີດ​ຂຶ້ນ​ກັບ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຈຳນວນ 120 ຄົນ​ທີ່​ກຳລັງ​ອະທິດຖານ​ນຳ​ກັນ​ໃນ​ຫ້ອງ​ຊັ້ນ​ເທິງ​ໃນ​ເມືອງ​ເຢຣຶຊາເລມ. (ກິດຈະການ 1:13-15) ແປດ​ຮ້ອຍ​ປີ​ກ່ອນ​ໜ້າ​ນີ້ ຜູ້​ພະຍາກອນ​ໂຢເອນ​ໄດ້​ຂຽນ​ກ່ຽວ​ກັບ​ເຫດການ​ນີ້. (ໂຢເອນ 2:28-32; ກິດຈະການ 2:16-21) ມີ​ຫຍັງ​ເກີດ​ຂຶ້ນ​ເຊິ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ແທ້ໆ?

3 ອ່ານ​ກິດຈະການ 2:2-4. ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ພະເຈົ້າ​ໄດ້​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ແກ່​ຄລິດສະຕຽນ​ທີ່​ຢູ່​ໃນ​ເຫດການ​ນັ້ນ ແລະ​ເຂົາ​ເຈົ້າ​ກໍ​ຖືກ​ເຈີມ. (ກິດຈະການ 1:8) ຈາກ​ນັ້ນ ຝູງ​ຄົນ​ກໍ​ເລີ່ມ​ມາ​ອ້ອມ​ຮອບ​ເຂົາ​ເຈົ້າ ແລະ​ພວກ​ລູກ​ສິດ​ໄດ້​ເລີ່ມ​ຕົ້ນ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ດີ​ເລີດ​ຕ່າງໆທີ່​ເຂົາ​ເຈົ້າ​ຫາ​ກໍ​ໄດ້​ເຫັນ​ແລະ​ໄດ້​ຍິນ. ອັກຄະສາວົກ​ເປໂຕ​ອະທິບາຍ​ເຖິງ​ສິ່ງ​ທີ່​ຫາ​ກໍ​ເກີດ​ຂຶ້ນ​ແລະ​ເຫດຜົນ​ທີ່​ວ່າ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ຫຼາຍ​ແທ້ໆ. ຫຼັງ​ຈາກ​ນັ້ນ ລາວ​ໄດ້​ບອກ​ຝູງ​ຄົນ​ວ່າ: “ຈົ່ງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແລະ​ຮັບ​ສິນ​ບັບເຕມາ​ໃນ​ນາມ​ຊື່​ແຫ່ງ​ພະ​ເຍຊູ​ຄລິດ​ທຸກ​ຄົນ​ເພື່ອ​ບາບ​ຂອງ​ທ່ານ​ທັງ​ຫຼາຍ​ຈະ​ເປັນ​ທີ່​ຍົກ​ເສຍ ແລະ​ທ່ານ​ທັງ​ຫຼາຍ​ຈະ​ໄດ້​ຮັບ​ພະ​ວິນຍານ [ພະລັງ] ບໍລິສຸດ​ເປັນ​ຂອງ​ປະທານ.” ໃນ​ມື້​ນັ້ນ ມີ​ປະມານ 3.000 ຄົນ​ໄດ້​ຮັບ​ບັບເຕມາ ແລະ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ເຊັ່ນ​ດຽວ​ກັນ.—ກິດຈະການ 2:37, 38, 41

4. (ກ) ເປັນ​ຫຍັງ​ເຮົາ​ຄວນ​ສົນ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ເພນເຕກອດ? (ຂ) ມີ​ເຫດການ​ສຳຄັນ​ອັນ​ໃດ​ອີກ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ນັ້ນ​ໃນ​ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ? (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ)

4 ປະໂລຫິດ​ໃຫຍ່​ແລະ​ເຄື່ອງ​ບູຊາ​ທີ່​ລາວ​ຖວາຍ​ໃນ​ວັນ​ເພນເຕກອດ​ທຸກໆປີ​ເປັນ​ພາບ​ສະແດງ​ເຖິງ​ຫຍັງ? ປະໂລຫິດ​ໃຫຍ່​ເປັນ​ພາບ​ສະແດງ​ເຖິງ​ພະ​ເຍຊູ. ເຂົ້າຈີ່​ເປັນ​ພາບ​ສະແດງ​ເຖິງ​ພວກ​ລູກ​ສິດ​ທີ່​ຖືກ​ເຈີມ​ຂອງ​ພະ​ເຍຊູ. ພວກ​ລູກ​ສິດ​ເຫຼົ່າ​ນີ້​ຖືກ​ເລືອກ​ຈາກ​ທ່າມກາງ​ມະນຸດ​ທີ່​ຜິດ​ບາບ ແລະ​ເຂົາ​ເຈົ້າ​ຖືກ​ເອີ້ນ​ວ່າ: “ໝາກ​ແຮກ [ທຳອິດ].” (ຢາໂກໂບ 1:18) ພະເຈົ້າ​ຍອມ​ຮັບ​ຄົນ​ເຫຼົ່າ​ນີ້​ໃນ​ຖານະ​ເປັນ​ລູກ​ແລະ​ໄດ້​ເລືອກ​ເຂົາ​ເຈົ້າ​ໃຫ້​ປົກຄອງ​ໃນ​ຖານະ​ເປັນ​ກະສັດ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ລາຊະອານາຈັກ​ຂອງ​ພະເຈົ້າ. (1 ເປໂຕ 2:9) ພະ​ເຢໂຫວາ​ຈະ​ໃຊ້​ລາຊະອານາຈັກ​ຂອງ​ພະອົງ​ເພື່ອ​ອວຍ​ພອນ​ມະນຸດ​ທຸກ​ຄົນ​ທີ່​ເຊື່ອ​ຟັງ. ດັ່ງ​ນັ້ນ ບໍ່​ວ່າ​ພວກ​ເຮົາ​ຈະ​ໄປ​ຢູ່​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ທີ່​ເປັນ​ອຸທິຍານ ເຫດການ​ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ຈຶ່ງ​ມີ​ຄວາມ​ສຳຄັນ​ຕໍ່​ພວກ​ເຮົາ​ຫຼາຍ. [1]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ.

ມີ​ສິ່ງ​ໃດ​ເກີດ​ຂຶ້ນ​ເມື່ອ​ບາງ​ຄົນ​ຖືກ​ເຈີມ?

5. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ທຸກ​ຄົນ​ທີ່​ຖືກ​ເຈີມ​ບໍ່​ໄດ້​ຮັບ​ການ​ເຈີມ​ໃນ​ແບບ​ດຽວ​ກັນ?

5 ພວກ​ລູກ​ສິດ​ທີ່​ຢູ່​ໃນ​ຫ້ອງ​ຊັ້ນ​ເທິງ​ຈະ​ບໍ່​ມີ​ວັນ​ລືມ​ມື້​ນັ້ນ. ເຂົາ​ເຈົ້າ​ແຕ່​ລະ​ຄົນ​ມີ​ສິ່ງ​ທີ່​ຄ້າຍ​ຄື​ກັບ​ແປວ​ໄຟ​ປາກົດ​ຢູ່​ເທິງ​ຫົວ​ຂອງ​ເຂົາ​ເຈົ້າ. ພະ​ເຢໂຫວາ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສາມາດ​ທີ່​ຈະ​ເວົ້າ​ພາສາ​ຕ່າງໆໄດ້. ເຂົາ​ເຈົ້າ​ຈຶ່ງ​ແນ່​ໃຈ​ວ່າ​ຕົນ​ເອງ​ຖືກ​ເຈີມ​ໂດຍ​ພະລັງ​ບໍລິສຸດ. (ກິດຈະການ 2:6-12) ແຕ່​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ແບບ​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ທຸກ​ຄົນ​ເມື່ອ​ເຂົາ​ເຈົ້າ​ຖືກ​ເຈີມ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ມີ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັບ​ແປວ​ໄຟ​ປາກົດ​ຢູ່​ເທິງ​ຫົວ​ຂອງ​ຫຼາຍ​ພັນ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣຶຊາເລມ​ເຊິ່ງ​ຖືກ​ເຈີມ​ໃນ​ເວລາ​ຕໍ່​ມາ​ຂອງ​ມື້​ນັ້ນ. ເຂົາ​ເຈົ້າ​ຖືກ​ເຈີມ​ຕອນ​ທີ່​ຮັບ​ບັບເຕມາ. (ກິດຈະການ 2:38) ນອກ​ຈາກ​ນັ້ນ ບໍ່​ແມ່ນ​ຄລິດສະຕຽນ​ໝົດ​ທຸກ​ຄົນ​ຖືກ​ເຈີມ​ໃນ​ຕອນ​ທີ່​ເຂົາ​ເຈົ້າ​ຮັບ​ບັບເຕມາ. ຊາວ​ສະມາລີ​ຖືກ​ເຈີມ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ໄດ້​ໄລຍະ​ໜຶ່ງ​ແລ້ວ. (ກິດຈະການ 8:14-17) ໃນ​ກໍລະນີ​ພິເສດ ໂຄເນເລຍ​ແລະ​ຄົນ​ໃນ​ຄົວ​ເຮືອນ​ຂອງ​ລາວ​ໄດ້​ຖືກ​ເຈີມ​ກ່ອນ​ທີ່​ເຂົາ​ເຈົ້າ​ຮັບ​ບັບເຕມາ.—ກິດຈະການ 10:44-48

6. ຜູ້​ຖືກ​ເຈີມ​ທຸກ​ຄົນ​ໄດ້​ຮັບ​ຫຍັງ ແລະ​ສິ່ງ​ນີ້​ມີ​ຜົນ​ກະທົບ​ຕໍ່​ເຂົາ​ເຈົ້າ​ຄື​ແນວ​ໃດ?

6 ເຫັນ​ໄດ້​ແຈ້ງ​ວ່າ ຄລິດສະຕຽນ​ຮູ້​ຕົວ​ໃນ​ວິທີ​ທີ່​ແຕກຕ່າງ​ກັນ​ວ່າ​ເຂົາ​ເຈົ້າ​ຖືກ​ເຈີມ. ບາງ​ຄົນ​ອາດ​ຮູ້​ຕົວ​ໃນ​ເວລາ​ນັ້ນ​ເລີຍ​ວ່າ​ພະ​ເຢໂຫວາ​ເຈີມ​ເຂົາ​ເຈົ້າ. ສ່ວນ​ຄົນ​ອື່ນໆຮູ້​ຕົວ​ວ່າ​ຖືກ​ເຈີມ​ເມື່ອ​ເວລາ​ຜ່ານ​ໄປ​ໄລຍະ​ໜຶ່ງ​ແລ້ວ. ແຕ່​ອັກຄະສາວົກ​ໂປໂລ​ອະທິບາຍ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ແຕ່​ລະ​ຄົນ. ລາວ​ເວົ້າ​ວ່າ: “ເມື່ອ​ທ່ານ​ທັງ​ຫຼາຍ​ໄດ້​ເຊື່ອ​ໃນ​ພະອົງ​ແລ້ວ ທ່ານ​ທັງ​ຫຼາຍ​ເປັນ​ທີ່​ໝາຍ​ຕີ [ຕາ] ປະທັບ​ໄວ້​ດ້ວຍ​ພະ​ວິນຍານ​ບໍລິສຸດ​ແຫ່ງ​ຄຳ​ປະຕິຍານ​ໄວ້ ພະ​ວິນຍານ​ນັ້ນ​ເປັນ​ຂອງ​ວາງ​ປະຈຳ [ຫຼັກ​ຄໍ້າ​ປະກັນ] ແຫ່ງ​ມູນລະດົກ​ຂອງ​ເຮົາ​ທັງ​ຫຼາຍ.” (ເອເຟດ 1:13, 14) ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຊ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ເພື່ອ​ເຮັດ​ໃຫ້​ຄລິດສະຕຽນ​ເຫຼົ່າ​ນີ້​ຮູ້​ຢ່າງ​ຊັດເຈນ​ແທ້ໆວ່າ​ພະອົງ​ເລືອກ​ເຂົາ​ເຈົ້າ​ໃຫ້​ໄປ​ສະຫວັນ. ໃນ​ກໍລະນີ​ນີ້ ພະລັງ​ບໍລິສຸດ​ຈຶ່ງ​ເປັນ ‘ຫຼັກ​ຄໍ້າ​ປະກັນ’ ຫຼື​ເປັນ​ຫຼັກ​ຖານ​ຢືນຢັນ​ກັບ​ເຂົາ​ເຈົ້າ​ວ່າ​ໃນ​ອະນາຄົດ​ເຂົາ​ເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ​ບໍ່​ແມ່ນ​ຢູ່​ໃນ​ໂລກ​ນີ້.—ອ່ານ 2 ໂກລິນໂທ 1:21, 22; 5:5

ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແຕ່​ລະ​ຄົນ​ຕ້ອງ​ບໍ່​ປ່ອຍ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ

7. ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແຕ່​ລະ​ຄົນ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ໃນ​ສະຫວັນ?

7 ເມື່ອ​ຄລິດສະຕຽນ​ຄົນ​ໜຶ່ງ​ຖືກ​ເຈີມ​ແລ້ວ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ຈະ​ໄດ້​ຮັບ​ລາງວັນ​ນັ້ນ​ແທ້ໆບໍ? ບໍ່​ໄດ້​ໝາຍ​ຄວາມ​ວ່າ​ແບບ​ນັ້ນ. ລາວ​ແນ່​ໃຈ​ວ່າ​ຕົນ​ເອງ​ຖືກ​ເຊີນ​ໃຫ້​ໄປ​ສະຫວັນ ແຕ່​ລາວ​ຈະ​ໄດ້​ຮັບ​ລາງວັນ​ເມື່ອ​ລາວ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄວ້​ສະເໝີ. ເປໂຕ​ອະທິບາຍ​ດັ່ງ​ນີ້​ວ່າ: “ເຫດ​ສັນນີ້ ພວກ​ພີ່​ນ້ອງ​ເອີຍ ຈົ່ງ​ເອົາໃຈໃສ່​ຫຼາຍ​ກວ່າ​ອີກ​ໃຫ້​ກະທຳ​ຄວາມ​ເອີ້ນ​ແລະ​ຄວາມ​ເລືອກ​ໄວ້​ຂອງ​ພວກ​ທ່ານ​ຢັ້ງຢືນ ເຫດ​ວ່າ​ຖ້າ​ໄດ້​ກະທຳ​ດັ່ງ​ນັ້ນ ທ່ານ​ທັງ​ຫຼາຍ​ຈະ​ບໍ່​ສະດຸດ​ບໍ່​ຕົກ​ສັກ​ເທື່ອ ເຫດ​ວ່າ​ຢ່າງ​ນັ້ນ​ທ່ານ​ທັງ​ຫຼາຍ​ຈະ​ໄດ້​ເຂົ້າ​ດ້ວຍ​ສະດວກ​ໃນ​ແຜ່ນດິນ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ແຫ່ງ​ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ ແລະ​ຜູ້​ຊ່ວຍ​ເຮົາ​ທັງ​ຫຼາຍ​ໃຫ້​ພົ້ນ.” (2 ເປໂຕ 1:10, 11) ດັ່ງ​ນັ້ນ ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແຕ່​ລະ​ຄົນ​ຕ້ອງ​ບໍ່​ປ່ອຍ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ເຖິງ​ວ່າ​ລາວ​ໄດ້​ຖືກ​ເຊີນ​ຫຼື​ຖືກ​ເອີ້ນ​ໄປ​ສະຫວັນ​ແລ້ວ​ກໍ​ຕາມ ແຕ່​ຖ້າ​ລາວ​ບໍ່​ຮັກສາ​ຄວາມ​ສັດ​ຊື່​ໄວ້​ສະເໝີ ລາວ​ກໍ​ຈະ​ບໍ່​ໄດ້​ຮັບ​ລາງວັນ.—ເຫບເລີ 3:1; ຄຳປາກົດ 2:10

ບາງ​ຄົນ​ຮູ້​ໄດ້​ແນວ​ໃດ​ວ່າ​ຕົວ​ເອງ​ຖືກ​ເຈີມ?

8, 9. (ກ) ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ສຳລັບ​ຄົນ​ສ່ວນ​ຫຼາຍ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ບາງ​ຄົນ​ຖືກ​ເຈີມ? (ຂ) ຄົນ​ຜູ້​ໜຶ່ງ​ຮູ້​ໄດ້​ແນວ​ໃດ​ວ່າ​ຕົວ​ເອງ​ຖືກ​ເຊີນ​ໃຫ້​ໄປ​ສະຫວັນ?

8 ໃນ​ທຸກ​ມື້​ນີ້​ຜູ້​ຮັບໃຊ້​ສ່ວນ​ຫຼາຍ​ຂອງ​ພະເຈົ້າ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ບາງ​ຄົນ​ເມື່ອ​ພະເຈົ້າ​ເຈີມ​ຄົນ​ນັ້ນ. ນີ້​ເປັນ​ເລື່ອງ​ທຳມະດາ ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ຖືກ​ເຈີມ. ພະເຈົ້າ​ໄດ້​ສ້າງ​ມະນຸດ​ເພື່ອ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ ບໍ່​ແມ່ນ​ໃຫ້​ຢູ່​ໃນ​ສະຫວັນ. (ຕົ້ນເດີມ 1:28; ຄຳເພງ 37:29) ແຕ່​ພະ​ເຢໂຫວາ​ໄດ້​ເລືອກ​ບາງ​ຄົນ​ໃຫ້​ເປັນ​ກະສັດ​ແລະ​ປະໂລຫິດ​ໃນ​ສະຫວັນ. ດັ່ງ​ນັ້ນ ເມື່ອ​ພະອົງ​ເຈີມ​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ຄວາມ​ຫວັງ​ແລະ​ວິທີ​ທີ່​ເຂົາ​ເຈົ້າ​ຄິດ​ປ່ຽນ​ໄປ ແລະ​ເຂົາ​ເຈົ້າ​ຈຶ່ງ​ຕັ້ງ​ໃຈ​ຄອຍ​ຖ້າ​ຊີວິດ​ໃນ​ສະຫວັນ.—ອ່ານ​ເອເຟດ 1:18

9 ແຕ່​ຄົນ​ຜູ້​ໜຶ່ງ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຕົວ​ເອງ​ຖືກ​ເຊີນ​ໄປ​ສະຫວັນ? ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ໂປໂລ​ເວົ້າ​ກັບ​ພີ່​ນ້ອງ​ທີ່​ຖືກ​ເຈີມ​ໃນ​ເມືອງ​ໂລມ ເຊິ່ງ​ຖືກ “ເອີ້ນ​ໄວ້​ໃຫ້​ເປັນ​ຄົນ​ບໍລິສຸດ.” ລາວ​ບອກ​ເຂົາ​ເຈົ້າ​ວ່າ: “ເຫດ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ໄດ້​ຮັບ​ພະ​ວິນຍານ​ທີ່​ໃຫ້​ເປັນ​ທາດ ເພື່ອ​ຈະ​ມີ​ຄວາມ​ຢ້ານ​ກົວ​ອີກ ແຕ່​ວ່າ​ທ່ານ​ໄດ້​ຮັບ​ພະ​ວິນຍານ​ທີ່​ໃຫ້​ເປັນ​ລູກ ແລະ​ດ້ວຍ​ພະ​ວິນຍານ​ນັ້ນ​ພວກ​ເຮົາ​ຮ້ອງ​ເອີ້ນ​ວ່າ “ອັບບາ ຄື​ວ່າ​ພະ​ບິດາ.” ຝ່າຍ​ພະ​ວິນຍານ​ເອງ​ເປັນ​ພິຍານ​ກັບ​ວິນຍານ [ຈິດ​ໃຈ] ຂອງ​ພວກ​ເຮົາ​ວ່າ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ.” (ໂລມ 1:7; 8:15, 16) ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ພະອົງ ພະເຍໂຫວາ​ເຮັດ​ໃຫ້​ບາງ​ຄົນ​ຮູ້​ຢ່າງ​ຊັດເຈນ​ວ່າ​ຕົວ​ເອງ​ຖືກ​ເຊີນ​ໃຫ້​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ຖານະ​ເປັນ​ກະສັດ​ໃນ​ສະຫວັນ.—1 ເທຊະໂລນີກ 2:12

10. 1 ໂຢຮັນ 2:27 ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ ເມື່ອ​ເວົ້າ​ວ່າ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ບໍ່​ຈຳເປັນ​ຕ້ອງ​ມີ​ຄົນ​ມາ​ສັ່ງ​ສອນ​ເຂົາ​ເຈົ້າ?

10 ຄົນ​ເຫຼົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ເຊີນ​ຈາກ​ພະເຈົ້າ​ບໍ່​ຈຳເປັນ​ຕ້ອງ​ມີ​ຄົນ​ບອກ​ເຂົາ​ເຈົ້າ​ວ່າ​ເຂົາ​ເຈົ້າ​ຖືກ​ເຈີມ. ພະ​ເຢໂຫວາ​ເຮັດ​ໃຫ້​ເຂົາ​ເຈົ້າ​ແນ່​ໃຈ​ໄດ້​ດ້ວຍ​ຕົວ​ເອງ. ອັກຄະສາວົກ​ໂຢຮັນ​ບອກ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ວ່າ: “ທ່ານ​ທັງ​ຫຼາຍ​ໄດ້​ຮັບ​ການ​ຊະໂລມ​ທາ​ຈາກ​ພະອົງ​ຜູ້​ບໍລິສຸດ ແລະ​ທ່ານ​ທັງ​ຫຼາຍ​ຮູ້ຈັກ​ສັບພະ​ທຸກ​ສິ່ງ.” ລາວ​ຍັງ​ເວົ້າ​ຕື່ມ​ອີກ​ວ່າ: “ຝ່າຍ​ພວກ​ທ່ານ ການ​ຊະໂລມ​ທາ [ເຈີມ] ທີ່​ທ່ານ​ທັງ​ຫຼາຍ​ໄດ້​ຮັບ​ຈາກ​ພະອົງ​ກໍ​ຕັ້ງ​ຢູ່​ໃນ​ທ່ານ​ທັງ​ຫຼາຍ ແລະ​ພວກ​ທ່ານ​ບໍ່​ຕ້ອງການ​ໃຫ້​ຄົນ​ໜຶ່ງ​ຄົນ​ໃດ​ສັ່ງ​ສອນ​ພວກ​ທ່ານ ແຕ່​ວ່າ​ເໝືອນ​ການ​ຊະໂລມ​ທາ​ນັ້ນ​ສັ່ງ​ສອນ​ພວກ​ທ່ານ​ດ້ວຍ​ທຸກ​ສິ່ງ ແລະ​ເປັນ​ຄວາມ​ຈິງ​ແລະ​ບໍ່​ເປັນ​ຄຳ​ຕົວະ ແລະ​ຕາມ​ການ​ຊະໂລມ​ທາ​ນັ້ນ​ສັ່ງ​ສອນ​ພວກ​ທ່ານ​ແລ້ວ ພວກ​ທ່ານ​ຈະ​ຕັ້ງ​ຢູ່ [ເປັນ​ອັນ​ໜຶ່ງ​ອັນ​ດຽວ] ໃນ​ພະອົງ.” (1 ໂຢຮັນ 2:20, 27) ຄລິດສະຕຽນ​ຜູ້​ຖືກ​ເຈີມ​ກໍ​ຈຳເປັນ​ຕ້ອງ​ໃຫ້​ພະ​ເຢໂຫວາ​ສອນ​ຄື​ກັບ​ຄົນ​ອື່ນໆ. ແຕ່​ເຂົາ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຄົນ​ອື່ນ​ຢືນຢັນ​ວ່າ​ເຂົາ​ເຈົ້າ​ຖືກ​ເຈີມ. ພະ​ເຢໂຫວາ​ໃຊ້​ພະລັງ​ທີ່​ມີ​ລິດເດດ​ທີ່​ສຸດ ນັ້ນ​ກໍ​ຄື​ພະລັງ​ບໍລິສຸດ​ຂອງ​ພະອົງ ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ຢ່າງ​ຊັດເຈນ​ແທ້ໆວ່າ​ເຂົາ​ເຈົ້າ​ຖືກ​ເຈີມ!

ເຂົາ​ເຈົ້າ “ເກີດ​ໃໝ່”

11, 12. ຄລິດສະຕຽນ​ຄົນ​ໜຶ່ງ​ທີ່​ຖືກ​ເຈີມ​ອາດ​ສົງໄສ​ໃນ​ເລື່ອງ​ໃດ ແຕ່​ລາວ​ບໍ່​ເຄີຍ​ສົງໄສ​ໃນ​ເລື່ອງ​ໃດ?

11 ເມື່ອ​ຄລິດສະຕຽນ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ ເຂົາ​ເຈົ້າ​ໄດ້​ປ່ຽນ​ໄປ​ຫຼາຍ. ທີ່​ຈິງ ພະ​ເຍຊູ​ເວົ້າ​ວ່າ​ເຂົາ​ເຈົ້າ “ເກີດ​ໃໝ່”. (ໂຢຮັນ 3:3, 5) ຈາກ​ນັ້ນ ພະອົງ​ອະທິບາຍ​ວ່າ: “ຢ່າ​ປະຫຼາດ​ໃຈ​ດ້ວຍ​ຄຳ​ທີ່​ເຮົາ​ກ່າວ​ແກ່​ທ່ານ​ວ່າ ທ່ານ​ທັງ​ຫຼາຍ​ຕ້ອງ​ເກີດ​ໃໝ່​ມາ​ອີກ ລົມ​ຢາກ​ພັດ​ທາງ​ໃດ​ກໍ​ພັດ​ທາງ​ນັ້ນ​ແລະ​ທ່ານ​ໄດ້​ຍິນ​ສຽງ​ມັນ ແຕ່​ວ່າ​ບໍ່​ຮູ້ຈັກ​ມັນ​ມາ​ແຕ່​ໃສ​ແລະ​ມັນ​ໄປ​ໃສ ຄົນ​ທຸກ​ຄົນ​ທີ່​ໄດ້​ເກີດ​ແຕ່​ພະ​ວິນຍານ​ກໍ​ເປັນ​ຢ່າງ​ນັ້ນ.” (ໂຢຮັນ 3:7, 8) ເຫັນ​ໄດ້​ແຈ້ງ​ວ່າ ຜູ້​ຖືກ​ເຈີມ​ບໍ່​ສາມາດ​ອະທິບາຍ​ຄວາມ​ຮູ້ສຶກ​ທີ່​ຖືກ​ເຈີມ​ໃຫ້​ກັບ​ຄົນ​ທີ່​ບໍ່​ໄດ້​ຖືກ​ເຈີມ​ໃຫ້​ເຂົ້າ​ໃຈ. [2]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ.

ບາງ​ຄົນ​ທີ່​ຖືກ​ເຈີມ​ຈະ​ບໍ່​ສົງໄສ​ວ່າ​ພະ​ເຢໂຫວາ​ໄດ້​ເລືອກ​ລາວ​ຫຼື​ບໍ່

12 ບາງ​ຄົນ​ທີ່​ເປັນ​ຜູ້​ຖືກ​ເຈີມ​ອາດ​ສົງໄສ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ເລືອກ​ຂ້ອຍ​ແລະ​ບໍ່​ເລືອກ​ຄົນ​ອື່ນ?’ ຄົນ​ນັ້ນ​ອາດ​ເຖິງ​ຂັ້ນ​ສົງໄສ​ວ່າ​ຕົວ​ເອງ​ດີ​ພຽງ​ພໍ​ບໍ​ສຳລັບ​ໜ້າ​ທີ່​ມອບ​ໝາຍ​ນີ້. ແຕ່​ລາວ​ຈະ​ບໍ່​ສົງໄສ​ວ່າ​ພະ​ເຢໂຫວາ​ໄດ້​ເລືອກ​ລາວ​ຫຼື​ບໍ່. ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ລາວ​ຮູ້ສຶກ​ມີ​ຄວາມ​ສຸກ​ທີ່​ສຸດ​ແລະ​ຮູ້ສຶກ​ຂອບໃຈ​ສຳລັບ​ຂອງ​ປະທານ​ເຊັ່ນ​ນີ້. ພວກ​ຜູ້​ຖືກ​ເຈີມ​ຮູ້ສຶກ​ແບບ​ດຽວ​ກັບ​ເປໂຕ​ເມື່ອ​ລາວ​ເວົ້າ​ວ່າ: “ຄວາມ​ສັນລະເສີນ​ຈົ່ງ​ມີ​ແກ່​ພະເຈົ້າ​ແລະ​ພະ​ບິດາ​ແຫ່ງ​ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ ດ້ວຍ​ຄວາມ​ອີ່ດູ​ອັນ​ໃຫຍ່​ຂອງ​ພະອົງ ພະອົງ​ໄດ້​ໂຜດ​ໃຫ້​ເຮົາ​ທັງ​ຫຼາຍ​ໄດ້​ເກີດ​ໃໝ່​ສຳລັບ​ຄວາມ​ໄວ້​ໃຈ​ອັນ​ມີ​ຊີວິດ​ຢູ່​ດ້ວຍ​ພະ​ເຍຊູ​ຄລິດ​ໄດ້​ຄືນ​ມາ​ຈາກ​ໝູ່​ຄົນ​ຕາຍ ຈຶ່ງ​ໄດ້​ຮັບ​ມູນ​ທີ່​ບໍ່​ຮູ້​ເປື່ອຍ​ເນົ່າ​ປາສະຈາກ​ຖ່ອຍ​ຮ້າຍ​ທີ່​ຈະ​ບໍ່​ຫ່ຽວ​ແຫ້ງ​ໄປ. ແລະ​ເປັນ​ທີ່​ຮັກສາ​ໄວ້​ໃນ​ຟ້າ​ສະຫວັນ​ສຳລັບ​ທ່ານ​ທັງ​ຫຼາຍ.” (1 ເປໂຕ 1:3, 4) ເມື່ອ​ຜູ້​ຖືກ​ເຈີມ​ອ່ານ​ຖ້ອຍຄຳ​ເຫຼົ່າ​ນີ້ ເຂົາ​ເຈົ້າ​ຮູ້​ໄດ້​ຢ່າງ​ແນ່ນອນ​ວ່າ​ພະ​ເຢໂຫວາ​ກຳລັງ​ເວົ້າ​ກັບ​ເຂົາ​ເຈົ້າ​ເປັນ​ສ່ວນ​ຕົວ.

13. ເມື່ອ​ຄົນ​ຜູ້​ໜຶ່ງ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ ວິທີ​ທີ່​ລາວ​ຄິດ​ປ່ຽນ​ໄດ້​ໄປ​ຄື​ແນວ​ໃດ ແລະ​ສິ່ງ​ໃດ​ທີ່​ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ນີ້?

13 ກ່ອນ​ທີ່​ພະ​ເຢໂຫວາ​ໄດ້​ເຊີນ​ຄລິດສະຕຽນ​ເຫຼົ່າ​ນີ້​ໃຫ້​ໄປ​ສະຫວັນ ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ຕະຫຼອດ​ໄປ. ເຂົາ​ເຈົ້າ​ຄອຍ​ຖ້າ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ​ແລະ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ໃຫ້​ໝົດ​ໄປ. ບາງ​ທີ​ເຂົາ​ເຈົ້າ​ນຶກ​ພາບ​ວ່າ​ຕົວ​ເອງ​ໄດ້​ຕ້ອນຮັບ​ຄົນ​ໃນ​ຄອບຄົວ​ແລະ​ໝູ່​ເພື່ອນ​ທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ແລະ​ເຂົາ​ເຈົ້າ​ຄອຍ​ຖ້າ​ທີ່​ຈະ​ໄດ້​ປຸກ​ເຮືອນ​ແລະ​ຢູ່​ໃນ​ເຮືອນ​ນັ້ນ ຫຼື​ໄດ້​ປູກ​ຕົ້ນ​ໄມ້​ແລະ​ກິນ​ໝາກ​ຈາກ​ຕົ້ນ​ນັ້ນ. (ເອຊາອີ 65:21-23) ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເລີ່ມ​ຄິດ​ແຕກຕ່າງ​ຈາກ​ເກົ່າ? ເຂົາ​ເຈົ້າ​ປ່ຽນ​ໄປ​ຍ້ອນ​ຮູ້ສຶກ​ວ່າ​ໂສກ​ເສົ້າ​ແລະ​ເປັນ​ທຸກ​ຫຼາຍ​ບໍ? ຢູ່​ດີໆເຂົາ​ເຈົ້າ​ກໍ​ຕັດສິນ​ໃຈ​ບໍ​ວ່າ​ການ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້​ຈະ​ເປັນ​ເລື່ອງ​ທີ່​ໜ້າ​ເບື່ອ​ແລະ​ເຂົາ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ສຸກ​ໃນ​ໂລກ​ນີ້? ຫຼື​ເຂົາ​ເຈົ້າ​ຢາກ​ມີ​ປະສົບການ​ທີ່​ວ່າ​ຊີວິດ​ຢູ່​ໃນ​ສະຫວັນ​ຈະ​ເປັນ​ແນວ​ໃດ? ບໍ່​ແມ່ນ​ແບບ​ນັ້ນ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະເຈົ້າ​ເປັນ​ຜູ້​ທີ່​ຕັດສິນ​ເລື່ອງ​ນີ້​ສຳລັບ​ເຂົາ​ເຈົ້າ. ເມື່ອ​ພະເຈົ້າ​ເຊີນ​ເຂົາ​ເຈົ້າ ພະອົງ​ໄດ້​ໃຊ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ເພື່ອ​ປ່ຽນ​ວິທີ​ທີ່​ເຂົາ​ເຈົ້າ​ຄິດ​ແລະ​ລາງວັນ​ທີ່​ເຂົາ​ເຈົ້າ​ຄອຍ​ຖ້າ.

14. ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ທີ່​ຢູ່​ໃນ​ໂລກ​ນີ້?

14 ດັ່ງ​ນັ້ນ ນີ້​ໝາຍ​ຄວາມ​ວ່າ​ຜູ້​ຖືກ​ເຈີມ​ບໍ່​ຢາກ​ມີ​ຊີວິດ​ບໍ? ໂປໂລ​ພັນລະນາ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຖືກ​ເຈີມ. ລາວ​ສົມ​ທຽບ​ຮ່າງກາຍ​ຂອງ​ເຂົາ​ເຈົ້າ​ທີ່​ເປັນ​ມະນຸດ​ວ່າ​ເປັນ​ຄື​ກັບ “ເຕັນ” ແລະ​ເວົ້າ​ວ່າ: “ເຮົາ​ເຊິ່ງ​ຢູ່​ໃນ​ເຕັນ​ທີ່​ຄໍ່າຄວນ​ແລະ​ເປັນ​ທຸກ ບໍ່​ແມ່ນ​ເພາະ​ຢາກ​ຈະ​ປົດ​ເຕັນ​ນີ້​ອອກ ແຕ່​ເພາະ​ຢາກ​ຈະ​ສວມ​ເຕັນ​ອີກ​ຫຼັງ​ໜຶ່ງ ເພື່ອ​ຊີວິດ​ນິລັນ​ຈະ​ມາ​ແທນ​ກາຍ​ທີ່​ຕາຍ​ໄດ້.” (2 ໂກລິນໂທ 5:4, ທ.ປ.) ຄລິດສະຕຽນ​ເຫຼົ່າ​ນີ້​ບໍ່​ຕ້ອງການ​ທີ່​ຈະ​ຕາຍ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ກັບ​ຊີວິດ​ແລະ​ຕ້ອງການ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ຄອບຄົວ​ແລະ​ໝູ່​ເພື່ອນ​ຕາບ​ເທົ່າ​ທີ່​ເຂົາ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່. ແຕ່​ບໍ່​ວ່າ​ເຂົາ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ໃດ​ກໍ​ຕາມ ເຂົາ​ເຈົ້າ​ຈະ​ບໍ່​ລືມ​ສິ່ງ​ທີ່​ພະເຈົ້າ​ໄດ້​ສັນຍາ​ກັບ​ເຂົາ​ເຈົ້າ​ສຳລັບ​ອະນາຄົດ.—1 ໂກລິນໂທ 15:53; 2 ເປໂຕ 1:4; 1 ໂຢຮັນ 3:2, 3; ຄຳປາກົດ 20:6

ພະ​ເຢໂຫວາ​ໄດ້​ເຊີນ​ເຈົ້າ​ບໍ?

15. ມີ​ຫຍັງ​ແດ່​ທີ່​ບໍ່​ໄດ້​ພິສູດ​ວ່າ​ຄົນ​ຜູ້​ໜຶ່ງ​ເປັນ​ຜູ້​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ?

15 ບາງ​ທີ​ເຈົ້າ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ໄດ້​ເຊີນ​ເຈົ້າ​ໃຫ້​ໄປ​ສະຫວັນ​ຫຼື​ບໍ່. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ພະເຈົ້າ​ອາດ​ໄດ້​ເຊີນ​ເຈົ້າ ໃຫ້​ຄິດ​ເຖິງ​ຄຳຖາມ​ທີ່​ສຳຄັນ​ເຫຼົ່າ​ນີ້: ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ກະຕືລືລົ້ນ​ເປັນ​ພິເສດ​ໃນ​ວຽກ​ປະກາດ​ບໍ? ໃນ​ເລື່ອງ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ຮຽນ​ຮູ້ “ສິ່ງ​ເລິກ​ຂອງ​ພະເຈົ້າ” ເຈົ້າ​ຮູ້ສຶກ​ມັກ​ເປັນ​ພິເສດ​ບໍ? (1 ໂກລິນໂທ 2:10) ເຈົ້າ​ຮູ້ສຶກ​ວ່າພະ​ເຢໂຫວາ​ໄດ້​ໃຫ້​ເຈົ້າ​ເກີດ​ຜົນ​ດີ​ໃນ​ວຽກ​ປະກາດ​ບໍ? ເຈົ້າ​ຕ້ອງການ​ເຮັດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ຫຼາຍ​ກວ່າ​ການ​ເຮັດ​ສິ່ງ​ອື່ນ​ບໍ? ເຈົ້າ​ມີ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ຄົນ​ອື່ນ​ແລະ​ຮູ້ສຶກ​ວ່າ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ຍິ່ງໃຫຍ່​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ບໍ? ເຈົ້າ​ເຫັນ​ຫຼັກ​ຖານ​ທີ່​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຈົ້າ​ໃນ​ຫຼາຍໆວິທີ​ທີ່​ສະເພາະ​ເຈາະ​ຈົງ​ໃນ​ຊີວິດ​ຂອງ​ເຈົ້າ​ບໍ? ຖ້າ​ເຈົ້າ​ຕອບ​ຄຳຖາມ​ທັງ​ໝົດ​ນີ້​ວ່າ​ແມ່ນ ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ໄດ້​ເຊີນ​ເຈົ້າ​ໃຫ້​ໄປ​ສະຫວັນ​ບໍ? ບໍ່​ໄດ້​ໝາຍ​ຄວາມ​ວ່າ​ແບບ​ນັ້ນ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະເຈົ້າ​ສາມາດ​ຮູ້ສຶກ​ແບບ​ນີ້​ໄດ້ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ເຈີມ​ຫຼື​ບໍ່​ກໍ​ຕາມ. ໂດຍ​ທາງ​ພະລັງບໍລິສຸດ​ຂອງ​ພະອົງ ພະ​ເຢໂຫວາ​ສາມາດ​ໃຫ້​ຄວາມ​ສາມາດ​ແບບ​ດຽວ​ກັນ​ນີ້​ແກ່​ຜູ້​ຮັບໃຊ້​ຂອງ​ພະອົງ​ຄົນ​ໃດ​ກໍ​ໄດ້ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ລາງວັນ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ນີ້. ທີ່​ຈິງ ຖ້າ​ເຈົ້າ​ກຳລັງ​ສົງໄສ​ວ່າ​ຕົນ​ເອງ​ຈະ​ໄປ​ສະຫວັນ​ຫຼື​ບໍ່ ນີ້​ກໍ​ໝາຍ​ຄວາມ​ວ່າ​ເຈົ້າ​ບໍ່​ໄດ້​ຖືກ​ເຊີນ​ໃຫ້​ໄປ​ສະຫວັນ. ຄົນ​ທີ່​ຖືກ​ພະ​ເຢໂຫວາ​ເລືອກ​ຈະ​ບໍ່​ສົງໄສ​ກ່ຽວ​ກັບ​ເລື່ອງ​ນີ້​ຢ່າງ​ເດັດ​ຂາດ! ເຂົາ​ເຈົ້າ​ຮູ້​ໄດ້​ຢ່າງ​ແນ່ນອນ!

16. ພວກ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ບໍ່​ແມ່ນ​ທຸກ​ຄົນ​ທີ່​ໄດ້​ຮັບ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ແລ້ວ​ຈະ​ຖືກ​ເຊີນ​ໃຫ້​ໄປ​ສະຫວັນ?

16 ໃນ​ຄຳພີ​ໄບເບິນ ມີ​ຫຼາຍໆຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທີ່​ໄດ້​ຮັບ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ໄປ​ສະຫວັນ. ຕົວຢ່າງ​ໜຶ່ງ​ກໍ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບເຕມາ. ພະ​ເຍຊູ​ເວົ້າ​ວ່າ ບໍ່​ມີ​ຜູ້​ໃດ​ທີ່​ເປັນ​ໃຫຍ່​ກວ່າ​ໂຢຮັນ ແຕ່​ຈາກ​ນັ້ນ​ພະອົງ​ເວົ້າ​ວ່າ​ໂຢຮັນ​ຈະ​ບໍ່​ໄດ້​ປົກຄອງ​ໃນ​ຖານະ​ເປັນ​ກະສັດ​ໃນ​ສະຫວັນ. (ມັດທາຍ 11:10, 11) ດາວິດ​ກໍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ບໍລິສຸດ​ເຊັ່ນ​ດຽວ​ກັນ. (1 ຊາເມືອນ 16:13) ພະລັງ​ບໍລິສຸດ​ໄດ້​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະ​ເຢໂຫວາ​ແລະ​ຍັງ​ໄດ້​ຊີ້​ນຳ​ລາວ​ໃຫ້​ຂຽນ​ສ່ວນ​ຕ່າງໆໃນ​ຄຳພີ​ໄບເບິນ. (ມາລະໂກ 12:36) ເຖິງ​ແນວ​ນັ້ນ​ກໍ​ຕາມ ອັກຄະສາວົກ​ເປໂຕ​ເວົ້າ​ເຖິງ​ດາວິດ​ວ່າ ລາວ “ບໍ່​ໄດ້​ເຫາະ​ຂຶ້ນ​ໄປ​ສະຫວັນ.” (ກິດຈະການ 2:34) ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ເພື່ອ​ໃຫ້​ຄົນ​ເຫຼົ່າ​ນີ້​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ສິ່ງ​ຕ່າງໆທີ່​ໜ້າ​ງຶດງໍ້​ໄດ້ ແຕ່​ພະອົງ​ກໍ​ບໍ່​ໄດ້​ໃຊ້​ພະລັງ​ບໍລິສຸດ​ນີ້​ເພື່ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ໄປ​ສະຫວັນ. ນີ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ສັດ​ຊື່​ພຽງ​ພໍ​ຫຼື​ບໍ່​ມີ​ຄຸນສົມບັດ​ທີ່​ຈະ​ປົກຄອງ​ໃນ​ສະຫວັນ​ບໍ? ບໍ່​ແມ່ນ​ແບບ​ນັ້ນ. ແຕ່​ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ​ໃນ​ໂລກ​ທີ່​ເປັນ​ອຸທິຍານ.—ໂຢຮັນ 5:28, 29; ກິດຈະການ 24:15

17, 18. (ກ) ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ສ່ວນ​ຫຼາຍ​ຂອງ​ພະເຈົ້າ​ຄອຍ​ຖ້າ​ລາງວັນ​ຫຍັງ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ໃດ​ແດ່​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ໃນ​ທຸກ​ມື້​ນີ້​ຜູ້​ຮັບໃຊ້​ຂອງ​ພະເຈົ້າ ສ່ວນ​ຫຼາຍ​ຈະ​ບໍ່​ໄດ້​ໄປ​ສະຫວັນ. ຄື​ກັບ​ອັບລາຫາມ ດາວິດ ໂຢຮັນ​ຜູ້​ໃຫ້​ບັບເຕມາ ແລະ​ຊາຍ​ຍິງ​ອີກ​ຫຼາຍ​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ເຂົາ​ເຈົ້າ​ຄອຍ​ຖ້າ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ເມື່ອ​ລັດຖະບານ​ຂອງ​ພະເຈົ້າ​ຈະ​ປົກຄອງ​ເຂົາ​ເຈົ້າ. (ເຫບເລີ 11:10) ຜູ້​ທີ່​ປົກຄອງ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ​ຈະ​ມີ​ຈຳນວນ 144.000 ຄົນ. ແຕ່​ຄຳພີ​ໄບເບິນ​ກ່າວ​ເຖິງ “ຜູ້​ທີ່​ເຫຼືອ” ຂອງ​ກຸ່ມ​ຄົນ​ທີ່​ເປັນ​ຜູ້​ຖືກ​ເຈີມ​ເຊິ່ງ​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ໃນ​ໄລຍະ​ອະວະສານ. (ຄຳປາກົດ 12:17) ຜູ້​ຖືກ​ເຈີມ​ໃນ​ຈຳນວນ 144.000 ຄົນ ສ່ວນ​ຫຼາຍ​ໄດ້​ຕາຍ​ໄປ​ແລ້ວ ແລະ​ຕອນ​ນີ້​ມີ​ຊີວິດ​ຢູ່​ໃນ​ສະຫວັນ.

18 ແຕ່​ຖ້າ​ບາງ​ຄົນ​ບອກ​ວ່າ​ລາວ​ຖືກ​ເຈີມ ຄົນ​ທີ່​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ໃນ​ໂລກ​ນີ້​ຄວນ​ມີ​ທ່າທີ​ແນວ​ໃດ? ຖ້າ​ມີ​ບາງ​ຄົນ​ໃນ​ປະຊາຄົມ​ຂອງ​ເຈົ້າ​ເລີ່ມ​ຕົ້ນ​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ ເຈົ້າ​ຄວນ​ປະຕິບັດ​ຕໍ່​ລາວ​ແນວ​ໃດ? ແລະ​ຈະ​ວ່າ​ແນວ​ໃດ​ຖ້າ​ຈຳນວນ​ຄົນ​ທີ່​ບອກ​ວ່າ​ເຂົາ​ເຈົ້າ​ຖືກ​ເຈີມ​ມີ​ເພີ່ມ​ຂຶ້ນ​ເລື້ອຍໆ? ເຈົ້າ​ຄວນ​ກັງວົນ​ກ່ຽວ​ກັບ​ເລື່ອງ​ນີ້​ບໍ? ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

^ [1] (ຂໍ້ 4) ອາດ​ເປັນ​ໄປ​ໄດ້​ທີ່​ມີ​ການ​ສະຫຼອງ​ເທດ​ສະ​ການ​ເພນເຕກອດ​ໃນ​ເວລາ​ດຽວ​ຂອງ​ປີ​ທີ່​ກົງ​ກັບ​ຕອນ​ທີ່​ໂມເຊ​ໄດ້​ຮັບ​ກົດ​ໝາຍ​ຈາກ​ພະເຈົ້າ​ຢູ່​ພູເຂົາ​ຊີນາອີ. (ອົບພະຍົບ 19:1) ບາງ​ທີ​ໂມເຊ​ໄດ້​ນຳ​ເອົາ​ຊາດ​ອິດສະລາແອນ​ເຂົ້າ​ສູ່​ສັນຍາ​ແຫ່ງ​ພະບັນຍັດ​ໃນ​ມື້​ດຽວ​ກັນ​ຂອງ​ປີ​ທີ່​ກົງ​ກັບ​ໃນ​ຕອນ​ທີ່​ພະ​ເຍຊູ​ນຳ​ເອົາ​ຜູ້​ຖືກ​ເຈີມ​ເຂົ້າ​ສູ່​ຄຳ​ສັນຍາ​ໃໝ່.

^ [2] (ຂໍ້ 11) ສຳລັບ​ຄຳ​ອະທິບາຍ​ເພີ່ມ​ເຕີມ​ວ່າ​ການ​ເກີດ​ໃໝ່​ໝາຍ​ຄວາມ​ວ່າ​ແນວ​ໃດ ຂໍ​ໃຫ້​ເບິ່ງ​ຫໍສັງເກດການ 1 ເມສາ 2009 ໜ້າ 3-11 (ພາສາ​ໄທ).