ການເຮັດວຽກຮ່ວມກັບພະເຈົ້າເຮັດໃຫ້ມີຄວາມຍິນດີ
“ພວກເຮົາເປັນຄົນທຳການ [ເຮັດວຽກ] ດ້ວຍກັນ ພວກເຮົາຈຶ່ງເຕືອນສະຕິທ່ານທັງຫຼາຍວ່າໃຫ້ຮັບພະຄຸນຂອງພະເຈົ້າບໍ່ໃຊ່ເປັນການບໍ່ມີປະໂຫຍດ.”—2 ໂກລິນໂທ 6:1
ເພງ: 75, 74
1. ເຖິງວ່າພະເຢໂຫວາເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດ ແຕ່ພະອົງເຊີນຄົນອື່ນໆໃຫ້ມາເຮັດຫຍັງຮ່ວມກັບພະອົງ?
ພະເຢໂຫວາເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດ. ພະອົງໄດ້ສ້າງທຸກສິ່ງ ພະອົງມີສະຕິປັນຍາແລະມີລິດເດດຢ່າງບໍ່ຈຳກັດ. ຫຼັງຈາກທີ່ພະອົງຊ່ວຍໂຢບໃຫ້ເຂົ້າໃຈໃນເລື່ອງນີ້ ລາວເວົ້າວ່າ: “ຂ້ານ້ອຍຮູ້ຈັກວ່າພະອົງອາດກະທຳສັບພະທຸກສິ່ງໄດ້ ແລະບໍ່ມີການໜຶ່ງການໃດທີ່ຍາກໂພດແກ່ພະອົງ.” (ໂຢບ 42:2) ພະເຢໂຫວາສາມາດເຮັດສິ່ງໃດກໍໄດ້ຕາມທີ່ພະອົງຕັດສິນໃຈໄວ້ແລ້ວວ່າຈະເຮັດ ໂດຍບໍ່ຈຳເປັນຕ້ອງໃຫ້ຄົນອື່ນມາຊ່ວຍ. ແຕ່ພະອົງສະແດງຄວາມຮັກໂດຍເຊີນຄົນອື່ນໃຫ້ມາເຮັດວຽກຮ່ວມກັບພະອົງ ເພື່ອເຮັດໃຫ້ຈຸດປະສົງຂອງພະອົງສຳເລັດ.
2. ພະເຢໂຫວາໄດ້ເຊີນພະເຍຊູໃຫ້ເຮັດວຽກອັນໃດທີ່ສຳຄັນ?
2 ກ່ອນທີ່ພະເຢໂຫວາຈະສ້າງທຸກໆຄົນແລະທຸກໆສິ່ງ ພະອົງໄດ້ສ້າງພະເຍຊູເຊິ່ງເປັນລູກຊາຍຂອງພະອົງ. ຈາກນັ້ນ ພະເຢໂຫວາອະນຸຍາດໃຫ້ພະເຍຊູຊ່ວຍພະອົງໃນໂຢຮັນ 1:1-3, 18) ອັກຄະສາວົກໂປໂລຂຽນກ່ຽວກັບພະເຍຊູວ່າ: “ສັບພະທຸກສິ່ງໃນຟ້າສະຫວັນກໍດີ ທີ່ແຜ່ນດິນໂລກກໍດີ ເປັນທີ່ນິລະມິດສ້າງໃນພະອົງ ແມ່ນສິ່ງທີ່ຕາເຫັນໄດ້ກໍດີ ແລະສິ່ງທີ່ຕາເຫັນບໍ່ໄດ້ກໍດີ ແມ່ນເປັນພະທີ່ນັ່ງ ຫຼືເປັນເຈົ້ານາຍ ຫຼືເປັນຜູ້ມີອຳນາດ ຫຼືຜູ້ມີລິດເດດກໍດີ. ສັບພະທຸກສິ່ງນັ້ນເປັນທີ່ນິລະມິດສ້າງດ້ວຍພະອົງແລະສຳລັບພະອົງ.” (ໂກໂລດ 1:15-17) ດັ່ງນັ້ນ ພະເຢໂຫວາບໍ່ພຽງແຕ່ໃຫ້ລູກຊາຍຂອງພະອົງເຮັດວຽກທີ່ສຳຄັນນີ້ ແຕ່ຍັງບອກຄົນອື່ນໃຫ້ຮູ້ກ່ຽວກັບເລື່ອງນີ້. ຖືວ່າເປັນກຽດແທ້ໆທີ່ເຮົາໄດ້ຮູ້ແບບນັ້ນ!
ການສ້າງທຸກສິ່ງ. (3. ພະເຢໂຫວາໄດ້ເຊີນອາດາມໃຫ້ເຮັດວຽກຫຍັງ ແລະເປັນຫຍັງພະອົງຈຶ່ງເຊີນລາວ?
3 ພະເຢໂຫວາຍັງໄດ້ເຊີນມະນຸດໃຫ້ເຮັດວຽກຮ່ວມກັບພະອົງ. ຕົວຢ່າງເຊັ່ນ: ພະອົງອະນຸຍາດໃຫ້ອາດາມຕັ້ງຊື່ໃຫ້ສັດຕ່າງໆ. (ຕົ້ນເດີມ 2:19, 20) ໃຫ້ນຶກພາບເບິ່ງວ່າອາດາມມີຄວາມຍິນດີຫຼາຍສໍ່າໃດທີ່ໄດ້ເຮັດວຽກນີ້! ລາວໄດ້ຮຽນຮູ້ຢ່າງລະອຽດກ່ຽວກັບລັກສະນະທ່າທາງແລະການປະພຶດຂອງສັດເຫຼົ່ານັ້ນ ແລ້ວກໍເລືອກຊື່ທີ່ເໝາະສົມໃຫ້ກັບພວກມັນ. ພະເຢໂຫວາສ້າງສັດທັງໝົດ ດັ່ງນັ້ນ ພະອົງສາມາດຕັ້ງຊື່ໃຫ້ພວກມັນດ້ວຍຕົວເອງ. ແຕ່ພະເຢໂຫວາໄດ້ສະແດງໃຫ້ອາດາມເຫັນວ່າພະອົງຮັກລາວຫຼາຍສໍ່າໃດໂດຍອະນຸຍາດໃຫ້ລາວຕັ້ງຊື່ໃຫ້ສັດເຫຼົ່ານັ້ນ. ນອກຈາກນັ້ນ ພະເຢໂຫວາຍັງມອບໝາຍໃຫ້ອາດາມເຮັດໃຫ້ແຜ່ນດິນໂລກທັງໝົດເປັນອຸທິຍານ. (ຕົ້ນເດີມ 1:27, 28) ແຕ່ໃນທີ່ສຸດອາດາມໄດ້ຕັດສິນໃຈທີ່ຈະເຊົາເຮັດວຽກຮ່ວມກັບພະເຢໂຫວາ ແລະຜົນທີ່ໄດ້ຈາກການຕັດສິນໃຈນັ້ນແມ່ນຄວາມທຸກທໍລະມານອັນໃຫຍ່ຫຼວງສຳລັບລາວແລະລູກຫຼານໝົດທຸກຄົນ.—ຕົ້ນເດີມ 3:17-19, 23
4. ຄົນອື່ນໆໄດ້ເຮັດວຽກຮ່ວມກັບພະເຢໂຫວາແນວໃດເພື່ອເຮັດໃຫ້ຈຸດປະສົງຂອງພະອົງສຳເລັດ?
4 ຕໍ່ມາ ພະເຢໂຫວາໄດ້ເຊີນຄົນອື່ນໆໃຫ້ເຮັດວຽກຮ່ວມກັບພະອົງ. ໂນເອໄດ້ສ້າງເຮືອໃຫຍ່ທີ່ຊ່ວຍລາວແລະຄອບຄົວໃຫ້ລອດຊີວິດໃນລະຫວ່າງນໍ້າຖ້ວມໂລກ. ໂມເຊໄດ້ປົດປ່ອຍຊາດອິດສະລາແອນອອກຈາກການເປັນທາດໃນປະເທດເອຢິບ. ໂຢຊວຍໄດ້ນຳຊາວອິດສະລາແອນເຂົ້າສູ່ແຜ່ນດິນທີ່ພະເຈົ້າສັນຍາໄວ້. ຊາໂລໂມນໄດ້ສ້າງວິຫານໃນເມືອງເຢຣຶຊາເລມ. ມາລີໄດ້ມາເປັນແມ່ຂອງພະເຍຊູ. ຜູ້ຮັບໃຊ້ທີ່ສັດຊື່ທັງໝົດນີ້ແລະຄົນອື່ນໆອີກຫຼາຍຄົນໄດ້ເຮັດວຽກຮ່ວມກັບພະເຢໂຫວາເພື່ອເຮັດໃຫ້ຈຸດປະສົງຂອງພະອົງສຳເລັດ.
5. ເຮົາມີສ່ວນຮ່ວມໃນການເຮັດວຽກອັນໃດ ແລະກ່ຽວກັບວຽກນີ້ ພະເຢໂຫວາຈຳເປັນຕ້ອງອາໄສເຮົາບໍ? (ເບິ່ງຮູບທຳອິດ)
5 ໃນທຸກມື້ນີ້ ພະເຢໂຫວາເຊີນພວກເຮົາທຸກຄົນໃຫ້ເຮັດສຸດຄວາມສາມາດເພື່ອສະໜັບສະໜູນລາຊະອານາຈັກຂອງພະອົງ. ເຮົາສາມາດຮັບໃຊ້ພະເຢໂຫວາໄດ້ໃນຫຼາຍແບບ. ເຖິງວ່າພວກເຮົາທຸກຄົນບໍ່ສາມາດຮັບໃຊ້ພະອົງໃນແບບດຽວກັນ ແຕ່ທຸກຄົນກໍສາມາດປະກາດຂ່າວດີເລື່ອງລາຊະອານາຈັກໄດ້. ພະເຢໂຫວາສາມາດເຮັດວຽກນີ້ດ້ວຍຕົວເອງ. ພະອົງສາມາດເວົ້າໂດຍກົງຈາກສະຫວັນກັບຜູ້ຄົນທີ່ຢູ່ໂລກນີ້. ພະເຍຊູເວົ້າວ່າ ພະເຢໂຫວາສາມາດເຮັດໃຫ້ກ້ອນຫີນບອກຜູ້ຄົນກ່ຽວກັບເລື່ອງລາຊະອານາຈັກຂອງພະອົງ. (ລືກາ 19:37-40) ແຕ່ພະເຢໂຫວາອະນຸຍາດໃຫ້ເຮົາເປັນ “ຜູ້ກະທຳການ” ຫຼືເປັນຜູ້ຮ່ວມງານຂອງພະອົງ. (1 ໂກລິນໂທ 3:9) ອັກຄະສາວົກໂປໂລຂຽນວ່າ: “ເພາະພວກເຮົາເປັນຄົນທຳການດ້ວຍກັນ [ກັບພະອົງ] ພວກເຮົາຈຶ່ງເຕືອນສະຕິທ່ານທັງຫຼາຍວ່າໃຫ້ຮັບພະຄຸນຂອງພະເຈົ້າບໍ່ໃຊ່ເປັນການບໍ່ມີປະໂຫຍດ.” (2 ໂກລິນໂທ 6:1) ຖືວ່າເປັນກຽດທີ່ຍິ່ງໃຫຍ່ແທ້ໆທີ່ເຮົາຖືກເຊີນໃຫ້ເຮັດວຽກຮ່ວມກັບພະເຈົ້າ. ໃຫ້ເຮົາມາເບິ່ງບາງເຫດຜົນນຳກັນວ່າເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ເຮົາມີຄວາມສຸກຫຼາຍ.
ການເຮັດວຽກຮ່ວມກັບພະເຈົ້າເຮັດໃຫ້ເຮົາມີຄວາມສຸກ
6. ລູກຊາຍກົກຂອງພະເຢໂຫວາພັນລະນາເຖິງຄວາມຮູ້ສຶກຂອງຕົວເອງແນວໃດກ່ຽວກັບການເຮັດວຽກຢູ່ຄຽງຂ້າງພໍ່?
6 ການເຮັດວຽກຮ່ວມກັບພະເຢໂຫວາເຮັດໃຫ້ຜູ້ຮັບໃຊ້ຂອງພະອົງມີຄວາມສຸກສະເໝີ. ກ່ອນຈະມາເກີດຢູ່ໂລກນີ້ ພະເຍຊູເຊິ່ງເປັນລູກຊາຍກົກຂອງພະເຢໂຫວາ ເພິ່ນເວົ້າວ່າ: ສຸພາສິດ 8:22, ທ.ປ., 30) ເມື່ອເຮັດວຽກຮ່ວມກັບພໍ່ ພະເຍຊູມີຄວາມສຸກເພາະໄດ້ປະສົບຜົນສຳເລັດຫຼາຍຢ່າງແລະຮູ້ວ່າພໍ່ຮັກພະອົງ. ແຕ່ສຳລັບເຮົາເດ?
“ພະຜູ້ເປັນເຈົ້າສ້າງເຮົາກ່ອນສິ່ງທັງໝົດ . . . ເມື່ອນັ້ນເຮົາໄດ້ຢູ່ຂ້າງພະອົງເປັນຜູ້ຮັບໃຊ້ສຳເລັດການ [ນາຍຊ່າງ] ຂອງພະອົງ ເຮົາໄດ້ເປັນຄວາມສະໜຸກ [ບໍ່ເກີດຄວາມຊື່ນຊົມຍິນດີ] ຂອງພະອົງທຸກວັນໆ ແລະໄດ້ຊົມຊື່ນຍິນດີຕໍ່ໜ້າພະອົງເລື້ອຍບໍ່ຂາດ.” (7. ເປັນຫຍັງວຽກປະກາດຈຶ່ງເຮັດໃຫ້ເຮົາມີຄວາມສຸກ?
7 ພະເຍຊູບອກວ່າເຮົາມີຄວາມສຸກທັງເມື່ອເຮົາເປັນຜູ້ໃຫ້ແລະເມື່ອເຮົາເປັນຜູ້ຮັບ. (ກິດຈະການ 20:35) ເຮົາມີຄວາມສຸກເມື່ອເຮົາໄດ້ຮັບຄວາມຈິງ ແຕ່ເປັນຫຍັງເຮົາຈຶ່ງມີຄວາມສຸກເຊັ່ນກັນເມື່ອໄດ້ບອກຄວາມຈິງແກ່ຄົນອື່ນ? ກໍຍ້ອນວ່າເຮົາເຫັນຄົນເຫຼົ່ານັ້ນມີຄວາມສຸກແທ້ເມື່ອເຂົາເຈົ້າເຂົ້າໃຈໃນສິ່ງທີ່ຄຳພີໄບເບິນສອນແລະເລີ່ມມີສາຍສຳພັນກັບພະເຢໂຫວາ. ເຮົາຕື່ນເຕັ້ນທີ່ເຫັນຄົນເຫຼົ່ານັ້ນປ່ຽນແປງວິທີຄິດແລະຮູບແບບຊີວິດຂອງເຂົາເຈົ້າ. ວຽກປະກາດເປັນສິ່ງທີ່ສຳຄັນທີ່ສຸດແລະເປັນວຽກທີ່ເຮັດໃຫ້ມີຄວາມອີ່ມໃຈພໍໃຈທີ່ສຸດທີ່ເຮົາສາມາດເຮັດໄດ້. ວຽກປະກາດເຮັດໃຫ້ຄົນທີ່ໄດ້ມາເປັນເພື່ອນຂອງພະເຢໂຫວາມີໂອກາດຈະໄດ້ຊີວິດຕະຫຼອດໄປ.—2 ໂກລິນໂທ 5:20
8. ບາງຄົນເວົ້າແນວໃດກ່ຽວກັບຄວາມສຸກທີ່ໄດ້ຈາກການເຮັດວຽກຮ່ວມກັບພະເຢໂຫວາ?
8 ເມື່ອຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາ ເຮົາຮູ້ວ່າເຮົາກຳລັງເຮັດໃຫ້ພະອົງພໍໃຈແລະຮູ້ວ່າພະອົງຮູ້ຄຸນຄ່າຄວາມພະຍາຍາມຂອງເຮົາໃນການຮັບໃຊ້ພະອົງ. ສິ່ງນີ້ກໍເຮັດໃຫ້ມີຄວາມຍິນດີຄືກັນ. (ອ່ານ 1 ໂກລິນໂທ 15:58) ມາໂຄເຊິ່ງອາໄສຢູ່ປະເທດອີຕາລີ ລາວເວົ້າວ່າ: “ຂ້ອຍມີຄວາມສຸກທີ່ສຸດທີ່ຮູ້ວ່າຂ້ອຍກຳລັງໃຫ້ສິ່ງທີ່ດີທີ່ສຸດແກ່ພະເຢໂຫວາແລະບໍ່ແມ່ນໃຫ້ແກ່ຄົນອື່ນເຊິ່ງອີກບໍ່ດົນກໍຈະລືມສິ່ງທີ່ຂ້ອຍໄດ້ເຮັດ.” ຟານໂຄເຊິ່ງຮັບໃຊ້ຢູ່ປະເທດອີຕາລີ ລາວເວົ້າຄ້າຍໆກັນວ່າ: “ໂດຍທາງຄຳພີໄບເບິນແລະການຈັດຕຽມອື່ນໆເພື່ອບຳລຸງລ້ຽງຄວາມເຊື່ອ ພະເຢໂຫວາເຕືອນເຮົາທຸກໆມື້ວ່າພະອົງຮັກເຮົາແລະທຸກສິ່ງທີ່ເຮົາເຮັດເພື່ອພະອົງແມ່ນສຳຄັນ ເຖິງແມ່ນຄວາມພະຍາຍາມຂອງເຮົາອາດເບິ່ງຄືວ່າບໍ່ມີຄ່າຫຍັງຕໍ່ເຮົາ. ຍ້ອນແນວນີ້ການເຮັດວຽກກັບພະເຈົ້າຈຶ່ງເຮັດໃຫ້ຂ້ອຍມີຄວາມສຸກແລະເຮັດໃຫ້ຊີວິດຂອງຂ້ອຍມີຄວາມໝາຍ.”
ການເຮັດວຽກກັບພະເຈົ້າເຮັດໃຫ້ເຮົາໃກ້ຊິດກັບພະອົງແລະພີ່ນ້ອງຂອງເຮົາ
9. ພະເຢໂຫວາແລະພະເຍຊູມີສາຍສຳພັນແບບໃດ ແລະຍ້ອນຫຍັງຈຶ່ງເປັນແນວນັ້ນ?
9 ເມື່ອເຮົາເຮັດວຽກກັບຄົນທີ່ເຮົາຮັກ ເຮົາຈະໃກ້ຊິດກັບເຂົາເຈົ້າ. ເຮົາຈະຮູ້ຈັກນິດໄສໃຈຄໍແລະຄຸນລັກສະນະຕ່າງໆຂອງເຂົາເຈົ້າຫຼາຍຂຶ້ນ. ເຮົາຈະຮຽນຮູ້ວ່າອັນໃດຄືເປົ້າໝາຍຂອງເຂົາເຈົ້າ ແລະເຂົາເຈົ້າພະຍາຍາມແນວໃດເພື່ອໄປເຖິງເປົ້າໝາຍນັ້ນ. ອາດເປັນໄປໄດ້ທີ່ພະເຍຊູໄດ້ເຮັດວຽກຮ່ວມກັບພະເຢໂຫວາເປັນເວລາຫຼາຍພັນລ້ານປີ ຍ້ອນແນວນັ້ນຄວາມຮັກແລະຄວາມຜູກພັນທີ່ທັງສອງມີຕໍ່ກັນແລະກັນຈຶ່ງແໜ້ນແຟ້ນຫຼາຍຈົນບໍ່ມີສິ່ງໃດສາມາດທຳລາຍໄດ້. ພະເຍຊູອະທິບາຍວ່າສາຍສຳພັນນັ້ນໃກ້ຊິດຫຼາຍສໍ່າໃດເມື່ອພະອົງເວົ້າວ່າ: “ເຮົາກັບພະບິດາເປັນອົງດຽວ.” (ໂຢຮັນ 10:30) ທັງສອງເປັນອັນໜຶ່ງອັນດຽວກັນແທ້ໆ ແລະທັງສອງກໍຮ່ວມມືກັນຢ່າງເຕັມທີເມື່ອເຮັດວຽກນຳກັນ.
ວຽກປະກາດເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ ເພາະວຽກນີ້ເຕືອນເຮົາໃນເລື່ອງຄຳສັນຍາຕ່າງໆ ຂອງພະເຈົ້າແລະມາດຕະຖານຕ່າງໆຂອງພະອົງທີ່ປ່ຽມດ້ວຍຄວາມຮັກ
10. ເປັນຫຍັງວຽກປະກາດຈຶ່ງເຮັດໃຫ້ເຮົາໃກ້ຊິດກັບພະເຢໂຫວາແລະກັບພີ່ນ້ອງ?
10 ພະເຍຊູຂໍໃຫ້ພະເຢໂຫວາປົກປ້ອງພວກລູກສິດຂອງພະອົງ. ຍ້ອນຫຍັງ? ພະອົງອະທິດຖານວ່າ: “ເພື່ອເຂົາຈະເປັນອັນໜຶ່ງ [ອັນດຽວກັນ] ເໝືອນດັ່ງເຮົາທັງສອງ.” (ໂຢຮັນ 17:11) ເມື່ອເຮົາໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາແລະເຮັດວຽກປະກາດ ເຮົາກໍເຂົ້າໃຈຄຸນລັກສະນະທີ່ດີເລີດຂອງພະອົງຫຼາຍຂຶ້ນ. ເຮົາຮຽນຮູ້ວ່າເປັນຫຍັງຈຶ່ງເປັນເລື່ອງສຸຂຸມທີ່ຈະໄວ້ວາງໃຈໃນພະອົງແລະເຮັດຕາມການຊີ້ນຳຂອງພະອົງ. ເມື່ອເຮົາໃກ້ຊິດກັບພະເຢໂຫວາ ພະອົງກໍຈະໃກ້ຊິດກັບເຮົາເຊັ່ນກັນ. (ອ່ານຢາໂກໂບ 4:8) ນອກຈາກນັ້ນ ເຮົາຍັງຈະໃກ້ຊິດກັບພີ່ນ້ອງຊາຍຍິງຍ້ອນວ່າເຮົາປະສົບກັບບັນຫາແລະປະສົບກັບຄວາມສຸກທີ່ຄ້າຍໆກັນ ແລະຍ້ອນວ່າເຮົາມີເປົ້າໝາຍຄືກັນ. ພວກເຮົາເຮັດວຽກນຳກັນ ຍິນດີນຳກັນ ແລະອົດທົນນຳກັນ. ອ໋ອກຕາເວຍເປັນພີ່ນ້ອງຍິງຄົນໜຶ່ງເຊິ່ງອາໄສຢູ່ປະເທດອັງກິດ ລາວເວົ້າວ່າ: “ການເຮັດວຽກກັບພະເຢໂຫວາເຮັດໃຫ້ຂ້ອຍໃກ້ຊິດກັບພີ່ນ້ອງຫຼາຍຂຶ້ນ.” ລາວອະທິບາຍອີກວ່າ ຍ້ອນວ່າມິດຕະພາບຂອງລາວໃນຕອນນີ້ແມ່ນອາໄສ “ເປົ້າໝາຍແລະການຊີ້ນຳອັນດຽວກັນ.” ແນ່ນອນວ່າເຮົາຮູ້ສຶກແບບດຽວກັນນັ້ນ. ເມື່ອເຫັນຄວາມພະຍາຍາມຂອງພີ່ນ້ອງໃນການເຮັດໃຫ້ພະເຢໂຫວາພໍໃຈ ສິ່ງນີ້ກໍຈະເຮັດໃຫ້ເຮົາໃກ້ຊິດກັບເຂົາເຈົ້າຫຼາຍຂຶ້ນ.
11. ໃນໂລກໃໝ່ ເປັນຫຍັງເຮົາຈະໃກ້ຊິດກັບພະເຢໂຫວາແລະກັບພີ່ນ້ອງຂອງເຮົາຫຼາຍຂຶ້ນ?
11 ຕອນນີ້ຄວາມຮັກທີ່ເຮົາມີຕໍ່ພະເຈົ້າແລະຕໍ່ພີ່ນ້ອງຈະແໜ້ນແຟ້ນຂຶ້ນ ແຕ່ໃນໂລກໃໝ່ຄວາມຮັກນີ້ຈະແໜ້ນແຟ້ນຫຼາຍຂຶ້ນກວ່າອີກ. ຂໍໃຫ້ຄິດເຖິງວຽກທຸກຢ່າງທີ່ໜ້າຕື່ນເຕັ້ນເຊິ່ງເຮົາຈະເຮັດໃນອະນາຄົດ! ເຮົາຈະຕ້ອນຮັບຄົນທີ່ຟື້ນຄືນມາຈາກຕາຍແລະສອນເຂົາເຈົ້າກ່ຽວກັບເລື່ອງຂອງພະເຢໂຫວາ. ເຮົາຈະເຮັດວຽກເພື່ອເຮັດໃຫ້ໂລກນີ້ກາຍເປັນອຸທິຍານ. ນັ້ນຈະເປັນຄວາມຍິນດີແທ້ໆທີ່ຈະໄດ້ເຮັດວຽກນຳກັນແລະຄ່ອຍໆກາຍເປັນຄົນທີ່ສົມບູນແບບພາຍໃຕ້ການປົກຄອງຂອງພະຄລິດ. ມະນຸດທຸກຄົນຈະໃກ້ຊິດກັນແລະກັນຫຼາຍຂຶ້ນແລະທັງຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນເຊັ່ນກັນ. ແນ່ນອນວ່າພະເຢໂຫວາຈະໃຫ້ “ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ.”—ຄຳເພງ 145:16
ການເຮັດວຽກກັບພະເຈົ້າເປັນການປົກປ້ອງ
12. ວຽກປະກາດຈະປົກປ້ອງເຮົາໄດ້ແນວໃດ?
12 ເຮົາຕ້ອງປົກປ້ອງສາຍສຳພັນຂອງເຮົາກັບພະເຢໂຫວາເອົາໄວ້. ເຮົາມີຊີວິດຢູ່ໃນໂລກທີ່ຊາຕານປົກຄອງແລະເຮົາກໍເປັນມະນຸດທີ່ບໍ່ສົມບູນແບບ ດັ່ງນັ້ນຈຶ່ງເປັນເລື່ອງງ່າຍທີ່ເຮົາຈະຄິດແລະເຮັດຕາມຄົນໃນໂລກນີ້. ຄ້າຍຄືກັບການລອຍນໍ້າໃນແມ່ນໍ້າທີ່ກະແສນໍ້າສາມາດພັດເອົາເຮົາໄປໃນທິດທາງທີ່ເຮົາບໍ່ຕ້ອງການຈະໄປ. ດັ່ງນັ້ນ ເຮົາຕ້ອງໃຊ້ແຮງທັງໝົດຂອງເຮົາເພື່ອຈະລອຍໄປໃນທິດທາງອື່ນ. ຄ້າຍໆກັນ ເຮົາຕ້ອງອອກຄວາມພະຍາຍາມຢ່າງໜັກເພື່ອຈະຫຼີກລ່ຽງອິດທິພົນບໍ່ດີທີ່ມີຢູ່ໃນໂລກທີ່ຊາຕານປົກຄອງ. ວຽກປະກາດຈະປົກປ້ອງເຮົາໄດ້ແນວໃດ? ເມື່ອເຮົາເວົ້າກ່ຽວກັບພະເຢໂຫວາແລະຄຳພີໄບເບິນ ເຮົາຈົດຈໍ່ຢູ່ກັບສິ່ງທີ່ສຳຄັນແລະສິ່ງທີ່ດີ ບໍ່ແມ່ນຢູ່ກັບສິ່ງທີ່ເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນແອ. (ຟີລິບ 4:8) ວຽກປະກາດເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ ເພາະວຽກນີ້ເຕືອນເຮົາໃນເລື່ອງຄຳສັນຍາຕ່າງໆຂອງພະເຈົ້າແລະມາດຕະຖານຕ່າງໆຂອງພະອົງທີ່ປ່ຽມດ້ວຍຄວາມຮັກ. ນອກຈາກນັ້ນ ວຽກປະກາດຍັງຊ່ວຍເຮົາໃຫ້ຮັກສາຄຸນລັກສະນະຕ່າງໆທີ່ເຮົາຈຳເປັນຕ້ອງມີເພື່ອປົກປ້ອງຕົວເອງຈາກຊາຕານແລະໂລກທີ່ມັນປົກຄອງ.—ອ່ານເອເຟດ 6:14-17
ເມື່ອຈົດຈໍ່ຢູ່ກັບວຽກຂອງພະເຢໂຫວາ ເຮົາກໍບໍ່ມີເວລາທີ່ຈະກັງວົນຫຼາຍຈົນເກີນໄປກ່ຽວກັບບັນຫາຂອງຕົວເອງ
13. ໃນປະເທດອົດສະຕຣາລີ ພະຍານພະເຢໂຫວາຄົນໜຶ່ງຮູ້ສຶກແນວໃດກ່ຽວກັບວຽກປະກາດ?
13 ເມື່ອເຮົາຫຍຸ້ງຢູ່ສະເໝີກັບວຽກປະກາດ ການສຶກສາພະຄຳພີ ແລະການເຮັດສິ່ງຕ່າງໆເພື່ອຄົນອື່ນໃນປະຊາຄົມ ເຮົາກໍໄດ້ຮັບການປົກປ້ອງ ເພາະເຮົາບໍ່ມີເວລາທີ່ຈະກັງວົນຫຼາຍຈົນເກີນໄປກ່ຽວກັບບັນຫາຂອງຕົວເອງ. ໂຈແອວເຊິ່ງອາໄສຢູ່ປະເທດອົດສະຕຣາລີ ລາວເວົ້າວ່າ: “ວຽກປະກາດຊ່ວຍໃຫ້ຂ້ອຍບໍ່ລືມວ່າແທ້ຈິງແລ້ວໂລກເປັນແນວໃດ. ວຽກນີ້ເຕືອນຂ້ອຍກ່ຽວກັບຄວາມຫຍຸ້ງຍາກຕ່າງໆທີ່ຜູ້ຄົນກຳລັງປະສົບຢູ່ ແລະເຕືອນຂ້ອຍກ່ຽວກັບຜົນປະໂຫຍດທີ່ຂ້ອຍໄດ້ຮັບຈາກການນຳເອົາຫຼັກການໃນຄຳພີໄບເບິນມາໃຊ້ໃນຊີວິດຂອງຂ້ອຍ. ວຽກປະກາດຊ່ວຍຂ້ອຍໃຫ້ເປັນຄົນຖ່ອມຕົວຢູ່ສະເໝີ ນອກຈາກນັ້ນ ວຽກນີ້ຍັງເປີດໂອກາດໃຫ້ຂ້ອຍໄວ້ວາງໃຈໃນພະເຢໂຫວາແລະພີ່ນ້ອງຊາຍຍິງ.”
14. ເປັນຫຍັງຄວາມພະຍາຍາມຂອງເຮົາໃນວຽກປະກາດຈຶ່ງສະແດງໃຫ້ເຫັນວ່າພະລັງບໍລິສຸດຂອງພະເຈົ້າຢູ່ກັບເຮົາ?
14 ການປະກາດຍັງເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນວ່າພະລັງບໍລິສຸດຂອງພະເຈົ້າຢູ່ກັບເຮົາ. ໃຫ້ສົມທຽບດັ່ງນີ້: ຂໍໃຫ້ນຶກພາບວ່າວຽກຫຼັກຂອງເຈົ້າແມ່ນການແຈກຢາຍເຂົ້າຈີ່ໃຫ້ກັບຜູ້ຄົນທີ່ຢູ່ໃນຊຸມຊົນຂອງເຈົ້າ. ເຈົ້າບໍ່ໄດ້ຮັບຄ່າຈ້າງຈາກການເຮັດວຽກນີ້ ແລະເຈົ້າຕ້ອງຮັບຜິດຊອບສຳລັບຄ່າໃຊ້ຈ່າຍສ່ວນຕົວເອົາເອງ. ອີກຢ່າງໜຶ່ງ ຜູ້ຄົນສ່ວນຫຼາຍບໍ່ຕ້ອງການເຂົ້າຈີ່ ແລະບາງຄົນກໍເຖິງຂັ້ນວ່າຊັງເຈົ້າຊໍ້າທີ່ເອົາເຂົ້າຈີ່ມາໃຫ້ເຂົາເຈົ້າ. ເຈົ້າຈະເຮັດວຽກແບບນັ້ນຕໍ່ໆໄປໄດ້ອີກດົນປານໃດ? ອີກບໍ່ດົນເຈົ້າຈະຮູ້ສຶກທໍ້ໃຈ ແລະອາດຈະເຊົາເຮັດວຽກນີ້ກໍໄດ້. ຢ່າງໃດກໍຕາມ ພວກເຮົາຫຼາຍຄົນຍັງເຮັດວຽກປະກາດຕໍ່ໆໄປເຖິງວ່າເວລາຈະຜ່ານໄປປີແລ້ວປີເລົ່າ ເຖິງວ່າເຮົາຈະເສຍເວລາແລະເງິນຄຳ ແລະເຖິງວ່າຜູ້ຄົນຈະເຍາະເຍີ້ຍເຮົາຫຼືໃຈຮ້າຍໃສ່ເຮົາ.ການທີ່ເຮົາອົດທົນໄດ້ແບບນີ້ພິສູດໃຫ້ເຫັນວ່າພະລັງບໍລິສຸດຂອງພະເຈົ້າກຳລັງຊ່ວຍເຮົາ.
ການເຮັດວຽກກັບພະເຈົ້າສະແດງໃຫ້ເຫັນວ່າເຮົາຮັກພະອົງແລະຄົນອື່ນໆ
15. ການປະກາດຂ່າວດີກ່ຽວຂ້ອງແນວໃດກັບຈຸດປະສົງຂອງພະເຈົ້າທີ່ມີຕໍ່ມະນຸດ?
15 ວຽກປະກາດກ່ຽວຂ້ອງແນວໃດກັບຈຸດປະສົງຂອງພະເຈົ້າເອຊາອີ 55:11) ພະເຈົ້າໄດ້ຈັດຕຽມສິ່ງທີ່ຊ່ວຍເຮົາໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍ. ໂດຍວິທີໃດ? ໂດຍໃຫ້ພະເຍຊູມາເກີດຢູ່ໂລກນີ້ແລະເສຍສະລະຊີວິດຂອງພະອົງເພື່ອເປັນຄ່າໄຖ່. ແຕ່ເພື່ອຈະໄດ້ຮັບປະໂຫຍດຈາກສິ່ງທີ່ພະເຍຊູເສຍສະລະ ມະນຸດຕ້ອງເຊື່ອຟັງພະເຈົ້າ. ດັ່ງນັ້ນ ພະເຍຊູຈຶ່ງສອນຜູ້ຄົນໃຫ້ຮູ້ໃນສິ່ງທີ່ພະເຈົ້າຮຽກຮ້ອງຈາກເຂົາເຈົ້າ ແລະພະອົງໄດ້ສັ່ງພວກລູກສິດໃຫ້ເຮັດຕາມຄືກັນ. ໃນທຸກມື້ນີ້ ເມື່ອເຮົາປະກາດແລະຊ່ວຍຄົນອື່ນໆໃຫ້ໄດ້ມາເປັນເພື່ອນຂອງພະເຈົ້າ ເຮົາກຳລັງເຮັດວຽກໂດຍກົງກັບພະເຈົ້າໃນເລື່ອງການຈັດຕຽມທີ່ປ່ຽມດ້ວຍຄວາມຮັກຂອງພະອົງເພື່ອຊ່ວຍຊີວິດມະນຸດໃຫ້ຫຼຸດພົ້ນຈາກຄວາມບາບແລະຄວາມຕາຍ.
ທີ່ມີຕໍ່ມະນຸດ? ຈຸດປະສົງຂອງພະເຈົ້າກໍຄືໃຫ້ມະນຸດມີຊີວິດຕະຫຼອດໄປ ແລະຈຸດປະສົງນີ້ກໍບໍ່ໄດ້ປ່ຽນໄປເມື່ອອາດາມເຮັດຜິດ. (16. ການປະກາດຂອງເຮົາກ່ຽວຂ້ອງແນວໃດກັບຄຳສັ່ງຂໍ້ທີ່ສຳຄັນທີ່ສຸດຂອງພະເຈົ້າ?
16 ເມື່ອເຮົາຊ່ວຍຄົນອື່ນໆໃຫ້ພົບວິທີທີ່ຈະໄດ້ຊີວິດຕະຫຼອດໄປ ເຮົາກໍສະແດງໃຫ້ເຫັນວ່າເຮົາຮັກເຂົາເຈົ້າແລະຮັກພະເຢໂຫວາ. ພະອົງ “ມີນໍ້າໃຈໃຫ້ຄົນທັງປວງເຖິງທີ່ພົ້ນແລະມາເຖິງຄວາມຮູ້ຈັກຄວາມຈິງ.” (1 ຕີໂມເຕ 2:4) ເມື່ອຟາລິຊຽນຄົນໜຶ່ງຖາມພະເຍຊູວ່າຄຳສັ່ງຂອງພະເຈົ້າຂໍ້ໃດສຳຄັນທີ່ສຸດ ພະເຍຊູຕອບວ່າ: “‘ເຈົ້າຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າ ເຈົ້າຈົ່ງຮັກດ້ວຍສຸດໃຈແລະດ້ວຍສຸດຈິດແລະດ້ວຍສຸດຄວາມຄຶດຂອງເຈົ້າ.’ ຂໍ້ນີ້ເປັນຂໍ້ອັນຕົ້ນແລະຂໍ້ອັນໃຫຍ່. ແລະຂໍ້ທີ 2 ກໍສະເໝີກັນ ‘ເຈົ້າຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ.’” (ມັດທາຍ 22:37-39) ເມື່ອປະກາດຂ່າວດີ ເຮົາກໍກຳລັງເຊື່ອຟັງຂໍ້ຄຳສັ່ງເຫຼົ່ານີ້.—ອ່ານກິດຈະການ 10:42
17. ເຈົ້າຮູ້ສຶກແນວໃດທີ່ໄດ້ຮັບກຽດໃຫ້ປະກາດຂ່າວດີ?
17 ຖືວ່າເປັນພະພອນແທ້ໆສຳລັບເຮົາ! ພະເຢໂຫວາໃຫ້ເຮົາເຮັດວຽກທີ່ພາໃຫ້ມີຄວາມຍິນດີ ເຊິ່ງເຮັດໃຫ້ເຮົາໃກ້ຊິດກັບພະອົງແລະພີ່ນ້ອງຂອງເຮົາ ແລະວຽກນີ້ປົກປ້ອງສາຍສຳພັນຂອງເຮົາກັບພະອົງ. ນອກຈາກນັ້ນ ວຽກນີ້ຍັງເປີດໂອກາດໃຫ້ເຮົາສະແດງໃຫ້ເຫັນວ່າເຮົາຮັກພະເຈົ້າແລະຄົນອື່ນໆ. ພະເຢໂຫວາມີຜູ້ຮັບໃຊ້ຫຼາຍລ້ານຄົນຢູ່ທົ່ວໂລກ ແລະເຂົາເຈົ້າໝົດທຸກຄົນກໍມີສະພາບການທີ່ແຕກຕ່າງກັນຫຼາຍ. ບໍ່ວ່າເຮົາຈະເປັນໄວຮຸ່ນຫຼືມີອາຍຸຫຼາຍແລ້ວ ຮັ່ງມີຫຼືທຸກຍາກ ແຂງແຮງຫຼືອ່ອນເພຍ ພວກເຮົາທຸກຄົນໄດ້ເຮັດສຸດຄວາມສາມາດໃນການບອກຄວາມເຊື່ອຂອງເຮົາໃຫ້ກັບຄົນອື່ນໆ. ເຮົາຮູ້ສຶກຄ້າຍໆກັບພີ່ນ້ອງຈັນເທວເຊິ່ງມາຈາກປະເທດຝຣັ່ງ ລາວເວົ້າວ່າ: “ຜູ້ທີ່ມີລິດເດດສູງສຸດໃນເອກະພົບ ຜູ້ທີ່ສ້າງທຸກສິ່ງ ແລະຜູ້ທີ່ເປັນພະເຈົ້າທີ່ມີຄວາມສຸກ ພະອົງເວົ້າກັບຂ້ອຍວ່າ: ‘ໄປ! ໄປເວົ້າ! ໄປເວົ້າແທນຂ້ອຍ ເວົ້າຈາກຫົວໃຈຂອງເຈົ້າ. ຂ້ອຍຈະໃຫ້ກຳລັງທີ່ຂ້ອຍມີແກ່ເຈົ້າ ໃຫ້ຖ້ອຍຄຳຂອງຂ້ອຍແກ່ເຈົ້າ ໃຫ້ການສະໜັບສະໜູນເຈົ້າຈາກສະຫວັນ ໃຫ້ເຈົ້າມີໝູ່ຢູ່ໂລກນີ້ ໃຫ້ເຈົ້າກ້າວໜ້າໃນການຝຶກອົບຮົມ ແລະໃຫ້ຄຳແນະນຳທີ່ຈະແຈ້ງໃນເວລາທີ່ເໝາະສົມ.’ ຖືເປັນສິດທິພິເສດອັນຍິ່ງໃຫຍ່ທີ່ໄດ້ເຮັດສິ່ງທີ່ພະເຢໂຫວາພະເຈົ້າຂອງເຮົາໄດ້ຂໍກັບເຮົາແລະເຮັດວຽກຮ່ວມກັບພະອົງ!”