ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳພີ​ໄບເບິນ​ຍັງເຮັດ​ການ​ປ່ຽນ​ແປງ​ໃນ​ຊີວິດ​ຂອງ​ເຈົ້າ​ບໍ?

ຄຳພີ​ໄບເບິນ​ຍັງເຮັດ​ການ​ປ່ຽນ​ແປງ​ໃນ​ຊີວິດ​ຂອງ​ເຈົ້າ​ບໍ?

‘ໃຫ້​ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່.’—ໂລມ 12:2, ລ.ມ.

ເພງ: 61, 52

1-3. (ກ) ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ ການ​ປ່ຽນ​ແປງ​ອັນ​ໃດ​ທີ່​ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຮັດ? (ຂ) ເມື່ອ​ເຮົາ​ກ້າວ​ໜ້າ​ໄດ້​ຍາກ​ກວ່າ​ທີ່​ຄາດ​ໝາຍ​ໄວ້ ເຮົາ​ອາດ​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ໃດ​ແດ່? (ເບິ່ງ​ຮູບ​ທຳອິດ)

ເປັນ​ເວລາ​ຫຼາຍ​ປີ​ທີ່​ເຄວິນ​ໄດ້​ຫຼິ້ນ​ການ​ພະນັນ ສູບ​ຢາ ດື່ມ​ເຫຼົ້າ​ຫຼາຍ ແລະ​ໃຊ້​ຢາເສບຕິດ. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ຕໍ່​ມາ​ລາວ​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ແລະ​ຕ້ອງການ​ທີ່​ຈະ​ເປັນ​ເພື່ອນ​ກັບ​ພະອົງ. ແຕ່​ເພື່ອ​ຈະ​ເຮັດ​ໄດ້​ແບບ​ນັ້ນ ລາວ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ທີ່​ຍິ່ງໃຫຍ່​ໃນ​ຊີວິດ. ໃນ​ທີ່​ສຸດ ເຄວິນ​ກໍ​ສາມາດ​ເຮັດ​ເຊັ່ນ​ນັ້ນ​ໄດ້​ຍ້ອນ​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ແລະ​ຈາກ​ພະລັງ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ພະ​ຄຳ​ຂອງ​ພະອົງ.—ເຫບເລີ 4:12

2 ຫຼັງ​ຈາກ​ທີ່​ເຄວິນ​ຮັບ​ບັບເຕມາ​ແລ້ວ ລາວ​ຍັງ​ຕ້ອງ​ໄດ້​ປ່ຽນ​ແປງ​ນິດໄສ​ໃຈ​ຄໍ​ເພື່ອ​ລາວ​ຈະ​ເປັນ​ຄລິດສະຕຽນ​ທີ່​ດີ​ຂຶ້ນ. (ເອເຟດ 4:31, 32) ຕົວຢ່າງ​ເຊັ່ນ: ລາວ​ເຄີຍ​ເປັນ​ຄົນ​ທີ່​ໃຈ​ຮ້າຍ​ໄວ. ລາວ​ຮູ້ສຶກ​ແປກ​ໃຈ​ເມື່ອ​ເຫັນ​ວ່າ​ຍາກ​ຫຼາຍ​ແທ້ໆທີ່​ລາວ​ຈະ​ຄວບຄຸມ​ອາລົມ​ຂອງ​ຕົວ​ເອງ. ທີ່​ຈິງ ເຄວິນ​ເວົ້າ​ວ່າ​ການ​ຈະ​ຄວບຄຸມ​ອາລົມ​ຂອງ​ຕົວ​ເອງ​ຍາກ​ກວ່າ​ການ​ເຊົາ​ນິດໄສ​ຕ່າງໆທີ່​ບໍ່​ດີ​ເຊິ່ງ​ລາວ​ໄດ້​ເຮັດ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ! ແຕ່​ເຄວິນ​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ໄດ້​ໂດຍ​ການ​ອ້ອນ​ວອນ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ແລະ​ໂດຍ​ການ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ.

3 ກ່ອນ​ທີ່​ຈະ​ຮັບ​ບັບເຕມາ ພວກ​ເຮົາ​ຫຼາຍ​ຄົນ​ຕ້ອງ​ໄດ້​ເຮັດ​ການ​ປ່ຽນ​ແປງ​ຕ່າງໆທີ່​ຍິ່ງໃຫຍ່​ໃນ​ຊີວິດ​ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ເຮັດ. ແມ່ນ​ແຕ່​ຮອດ​ຕອນ​ນີ້ ເຮົາ​ຮູ້​ວ່າ​ມີ​ການ​ປ່ຽນ​ແປງ​ທີ່​ເລັກ​ນ້ອຍ​ກວ່າ​ທີ່​ເຮົາ​ຈຳເປັນ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ​ຄື​ກັບ​ພະເຈົ້າ​ແລະ​ພະ​ຄລິດ​ໃຫ້​ຫຼາຍ​ຂຶ້ນ. (ເອເຟດ 5:1, 2; 1 ເປໂຕ 2:21) ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ສັງເກດ​ເຫັນ​ວ່າ​ເຮົາ​ຈົ່ມ​ຫຼາຍ​ຫຼື​ມັກ​ເວົ້າ​ນິນທາ​ຢູ່​ເລື້ອຍໆແລະ​ເວົ້າ​ສິ່ງ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ອື່ນ ຫຼື​ບາງ​ຄັ້ງ​ເຮົາ​ອາດ​ຢ້ານ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ອາດ​ຄິດ​ຫຼື​ເວົ້າ​ວ່າ​ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ບາງ​ທີ​ເຮົາ​ອາດ​ພະຍາຍາມ​ທີ່​ຈະ​ປ່ຽນ​ແປງ​ມາ​ຫຼາຍ​ປີ​ແລ້ວ ແຕ່​ເຮົາ​ກໍ​ຍັງ​ເຮັດ​ສິ່ງ​ທີ່​ຜິດ​ຄື​ເກົ່າ. ດັ່ງ​ນັ້ນ ເຮົາ​ອາດ​ສົງໄສ​ວ່າ: ‘ເປັນ​ຫຍັງ​ຄື​ຍາກ​ແທ້​ທີ່​ຂ້ອຍ​ຈະ​ປ່ຽນ​ແປງ​ໃນ​ສິ່ງ​ເຫຼົ່າ​ນີ້​ທີ່​ເລັກ​ນ້ອຍ​ກວ່າ? ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ນຳ​ໃຊ້​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເພື່ອ​ຈະ​ສາມາດ​ປັບ​ປຸງ​ນິດໄສ​ໃຈ​ຄໍ​ຂອງ​ຂ້ອຍ​ເອງ​ຕໍ່ໆໄປ?’

ເຈົ້າ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

4. ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ໄດ້​ໃນ​ທຸກໆສິ່ງ​ທີ່​ເຮົາ​ເຮັດ?

4 ເຮົາ​ຮັກ​ພະ​ເຢໂຫວາ ແລະ​ເຮົາ​ປາຖະໜາ​ຢ່າງ​ສຸດ​ຫົວໃຈ​ທີ່​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ແຕ່​ໜ້າ​ເສຍໃຈ​ທີ່​ເຮົາ​ບໍ່​ສາມາດ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ໄດ້​ຕະຫຼອດ​ເວລາ. ຫຼາຍ​ຄັ້ງ​ເຮົາ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ເວົ້າ​ວ່າ: “ການ​ຢາກ​ເຮັດ​ດີ​ມີ​ຢູ່​ໃນ​ຕົວ​ເຮົາ ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້.”—ໂລມ 7:18, ທ.ປ.; ຢາໂກໂບ 3:2

5. ກ່ອນ​ທີ່​ຈະ​ຮັບ​ບັບເຕມາ ເຮົາ​ໄດ້​ເຮັດ​ການ​ປ່ຽນ​ແປງ​ຫຍັງ​ແດ່ ແຕ່​ເຮົາ​ອາດ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຈຸດ​ອ່ອນແອ​ອັນ​ໃດ​ແດ່?

5 ກ່ອນ​ທີ່​ເຮົາ​ຈະ​ສາມາດ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ ເຮົາ​ຕ້ອງ​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. (1 ໂກລິນໂທ 6:9, 10) ແຕ່​ເຮົາ​ຍັງ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ. (ໂກໂລດ 3:9, 10) ດັ່ງ​ນັ້ນ ເຮົາ​ຍັງ​ເຮັດ​ຜິດ​ຢູ່​ຕໍ່ໆໄປ​ເຖິງ​ວ່າ​ເຮົາ​ຈະ​ຮັບ​ບັບເຕມາ​ໄດ້​ຫຼາຍ​ປີ​ແລ້ວ​ກໍ​ຕາມ. ໃນ​ບາງ​ຄັ້ງ​ບາງ​ຄາວ ເຮົາ​ອາດ​ມີ​ຄວາມ​ປາຖະໜາ​ແລະ​ຄວາມ​ຮູ້ສຶກ​ທີ່​ຜິດ ຫຼື​ເຮົາ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຄວບຄຸມ​ຈຸດ​ອ່ອນແອ​ທາງ​ດ້ານ​ນິດໄສ​ໃຈ​ຄໍ​ຂອງ​ເຮົາ. ທີ່​ຈິງ ເຮົາ​ອາດ​ຕ້ອງ​ຕໍ່​ສູ້​ກັບ​ຈຸດ​ອ່ອນແອ​ເກົ່າໆເຫຼົ່າ​ນີ້​ເປັນ​ເວລາ​ຫຼາຍ​ປີ.

6, 7. (ກ) ສິ່ງ​ໃດ​ທີ່​ສາມາດ​ເຮັດ​ໃຫ້​ເຮົາ​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ​ໄດ້​ເຖິງ​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ? (ຂ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຍັບ​ຢັ້ງ​ຕົວ​ເອງ​ທີ່​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້?

6 ເຖິງ​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ແຕ່​ເຮົາ​ກໍ​ສາມາດ​ມີ​ມິດຕະພາບ​ກັບ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ​ໄດ້. ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ທຳອິດ​ເຈົ້າ​ໄດ້​ມາ​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ. ພະອົງ​ເປັນ​ຜູ້​ທີ່​ເຫັນ​ສິ່ງ​ທີ່​ດີ​ໃນ​ຕົວ​ເຈົ້າ​ແລະ​ຕ້ອງການ​ໃຫ້​ເຈົ້າ​ໄດ້​ຮູ້ຈັກ​ພະອົງ. (ໂຢຮັນ 6:44) ພະ​ເຢໂຫວາ​ຍັງ​ຮູ້​ວ່າ​ເຈົ້າ​ມີ​ຂໍ້​ບົກ​ພ່ອງ​ແລະ​ມີ​ຄວາມ​ອ່ອນແອ​ເຊິ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ເຮັດ​ຜິດ​ພາດ​ໄດ້. ແຕ່​ພະ​ເຢໂຫວາ​ຍັງ​ຕ້ອງການ​ໃຫ້​ເຈົ້າ​ມາ​ເປັນ​ເພື່ອນ​ກັບ​ພະອົງ.

7 ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ຈົນ​ໄດ້​ມອບ​ຂອງ​ຂວັນ​ທີ່​ລໍ້າ​ຄ່າ​ໃຫ້​ແກ່​ເຮົາ. ພະ​ເຢໂຫວາ​ໄດ້​ສົ່ງ​ພະ​ເຍຊູ​ຜູ້​ເປັນ​ລູກ​ຊາຍ​ຂອງ​ພະອົງ​ໃຫ້​ມາ​ທີ່​ໂລກ​ນີ້​ເພື່ອ​ມອບ​ຊີວິດ​ໃຫ້​ເປັນ​ຄ່າໄຖ່​ສຳລັບ​ຄວາມ​ຜິດ​ບາບ​ຂອງ​ເຮົາ. (ໂຢຮັນ 3:16) ເມື່ອ​ເຮົາ​ເຮັດ​ຜິດ​ພາດ ເຮົາ​ສາມາດ​ຂໍ​ໃຫ້​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ເຮົາ. ຍ້ອນ​ມີ​ຄ່າໄຖ່ ເຮົາ​ຈຶ່ງ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ຍົກ​ໂທດ​ໃຫ້​ເຮົາ​ແລະ​ເຮົາ​ຍັງ​ຈະ​ເປັນ​ເພື່ອນ​ຂອງ​ພະອົງ. (ໂລມ 7:24, 25; 1 ໂຢຮັນ 2:1, 2) ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຍຊູ​ຕາຍ​ເພື່ອ​ຄົນ​ບາບ​ທີ່​ກັບ​ໃຈ​ແລ້ວ. ດັ່ງ​ນັ້ນ ເຖິງ​ແມ່ນ​ເຮົາ​ຮູ້ສຶກ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ເປັນ​ສິ່ງ​ທີ່​ບໍ່​ດີ​ຫຼາຍ ແຕ່​ເຮົາ​ຕ້ອງ​ບໍ່​ເຊົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ໃຫ້​ພະອົງ​ຍົກ​ໂທດ​ໃຫ້​ເຮົາ. ຖ້າ​ເຮົາ​ບໍ່​ໄດ້​ຂໍ​ໃຫ້​ພະອົງ​ຍົກ​ໂທດ​ໃຫ້​ເຮົາ ນັ້ນ​ກໍ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່​ຍອມ​ລ້າງ​ມື​ຂອງ​ເຮົາ​ທີ່​ເປື້ອນ. ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ສາມາດ​ເປັນ​ເພື່ອນ​ກັບ​ພະອົງ​ໄດ້​ເຖິງ​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ​ກໍ​ຕາມ!—ອ່ານ 1 ຕີໂມເຕ 1:15

ຖ້າ​ເຮົາ​ຕ້ອງການ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ຕ້ອງ​ພະຍາຍາມ​ທີ່​ຈະ​ຮຽນ​ແບບ​ພະອົງ​ແລະ​ລູກ​ຊາຍ​ຂອງ​ພະອົງ

8. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເສີຍ​ເມີນ​ຕໍ່​ຈຸດ​ອ່ອນແອ​ຂອງ​ເຮົາ?

8 ແນ່ນອນ ເຮົາ​ບໍ່​ສາມາດ​ເມີນ​ເສີຍ​ຕໍ່​ຈຸດ​ອ່ອນແອ​ຂອງ​ເຮົາ​ຫຼື​ຫາ​ແກ້​ຕົວ​ສຳລັບ​ຈຸດ​ອ່ອນແອ​ເຫຼົ່າ​ນັ້ນ. ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ບຸກຄົນ​ແບບ​ໃດ​ທີ່​ພະອົງ​ຕ້ອງການ​ໃຫ້​ມາ​ເປັນ​ເພື່ອນ​ຂອງ​ພະອົງ. (ຄຳເພງ 15:1-5) ດັ່ງ​ນັ້ນ ຖ້າ​ເຮົາ​ຕ້ອງການ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ຕ້ອງ​ພະຍາຍາມ​ທີ່​ຈະ​ຮຽນ​ແບບ​ພະອົງ​ແລະ​ລູກ​ຊາຍ​ຂອງ​ພະອົງ. ເຮົາ​ຕ້ອງ​ພະຍາຍາມ​ທີ່​ຈະ​ຄວບຄຸມ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ຂອງ​ເຮົາ ແລະ​ເຮົາ​ອາດ​ຈະ​ສາມາດ​ກຳຈັດ​ຄວາມ​ປາຖະໜາ​ບາງ​ຢ່າງ​ໃຫ້​ໝົດ​ໄປ​ໄດ້. ບໍ່​ວ່າ​ເຮົາ​ຈະ​ຮັບ​ບັບເຕມາ​ໄດ້​ດົນ​ປານ​ໃດ​ແລ້ວ​ກໍ​ຕາມ ເຮົາ​ຕ້ອງ​ປັບ​ປຸງ​ຕົວ​ເອງ​ໃນ​ດ້ານ​ນິດໄສ​ໃຈ​ຄໍ​ຕໍ່ໆໄປ.—2 ໂກລິນໂທ 13:11

9. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ສາມາດ​ທີ່​ຈະປູກ​ຝັງ​ນິດໄສ​ໃຈ​ຄໍ​ໃໝ່​ຕໍ່ໆໄປ?

9 ອັກຄະສາວົກ​ໂປໂລ​ບອກ​ຄລິດສະຕຽນ​ວ່າ: ‘ດ້ວຍ​ທຳນຽມ​ເກົ່າ​ຂອງ​ພວກ​ທ່ານ​ນັ້ນ​ໃຫ້​ທ່ານ​ທັງ​ຫຼາຍ​ຖອດ​ຖິ້ມ​ນິດໄສ​ໃຈ​ຄໍ​ເກົ່າ​ທີ່​ເປື່ອຍ​ເນົ່າ​ເສຍ​ໄປ​ຕາມ​ຄວາມ​ຄຶດ​ຢາກ​ໄດ້​ອັນ​ເປັນ​ທີ່​ລໍ້​ລວງ ແລະ​ໃຫ້​ທ່ານ​ທັງ​ຫຼາຍ​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່​ຢ່າງ​ຕໍ່​ເນື່ອງ ແລະ​ໃຫ້​ເອົາ​ນິດໄສ​ໃຈ​ຄໍ​ໃໝ່​ຫົ່ມ​ໄວ້​ທີ່​ນິລະມິດ​ສ້າງ​ຂຶ້ນ​ໃໝ່​ຕາມ​ພະເຈົ້າ​ໃນ​ຄວາມ​ຊອບທຳ​ແລະ​ໃນ​ຄວາມ​ບໍລິສຸດ​ແຫ່ງ​ຄວາມ​ຈິງ.’ (ເອເຟດ 4:22-24) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຕໍ່ໆໄປ​ທີ່​ຈະ​ປ່ຽນ​ແປງ​ແລະ ‘ປູກ​ຝັງ​ນິດໄສ​ໃຈ​ຄໍ​ໃໝ່.’ ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ແລ້ວ​ກໍ​ຕາມ ເຮົາ​ສາມາດ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ສະເໝີ​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ. ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ກໍ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຮັດ​ການ​ປ່ຽນ​ແປງ​ຕໍ່ໆໄປ​ໃນ​ເລື່ອງ​ນິດໄສ​ໃຈ​ຄໍ​ຂອງ​ເຮົາ​ເພື່ອ​ຈະ​ເປັນ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ເປັນ​ຫຍັງ​ຈຶ່ງ​ປ່ຽນ​ແປງ​ໄດ້​ຍາກ​ແທ້?

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປ່ຽນ​ແປງ​ຕົວ​ເອງ​ຕໍ່ໆໄປ​ໂດຍ​ອາໄສ​ການ​ຊ່ວຍ​ເຫຼືອ​ຈາກ​ຄຳພີ​ໄບເບິນ ແລະ​ເຮົາ​ອາດ​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ໃດ​ແດ່?

10 ເຮົາ​ທຸກ​ຄົນ​ຕ້ອງການ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ. ແຕ່​ເຮົາ​ຕ້ອງ​ໄດ້​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆຖ້າ​ເຮົາ​ຕ້ອງການ​ທີ່​ຈະ​ເຮັດ​ການ​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ. ເປັນ​ຫຍັງ​ເຮົາ​ຕ້ອງ​ໄດ້​ພະຍາຍາມ​ຫຼາຍ​ປານ​ນັ້ນ? ພະ​ເຢໂຫວາ​ສາມາດ​ເຮັດ​ໃຫ້​ງ່າຍ​ໄດ້​ບໍ​ເພື່ອ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ?

11-13. ເປັນ​ຫຍັງ​ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຮົາ​ອອກ​ຄວາມ​ພະຍາຍາມ​ຕໍ່ໆໄປ​ທີ່​ຈະ​ເອົາ​ຊະນະ​ຈຸດ​ອ່ອນແອ​ຂອງ​ເຮົາ?

11 ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ເອກະພົບ​ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ເອກະພົບ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ໄດ້. ຕົວຢ່າງ​ເຊັ່ນ: ພະອົງ​ສ້າງ​ດວງ​ຕາເວັນ​ໃຫ້​ມີ​ພະລັງ​ຢ່າງ​ມະຫາສານ. ໃນ​ທຸກໆວິນາທີ ດວງ​ຕາເວັນ​ຜະລິດ​ແສງ​ສະຫວ່າງ​ແລະ​ຄວາມ​ຮ້ອນ​ອອກ​ຢ່າງ​ຫຼວງ​ຫຼາຍ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ພະລັງ​ງານ​ນີ້​ພຽງ​ແຕ່​ໜ້ອຍ​ດຽວ​ກໍ​ສາມາດ​ເຮັດ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ໃນ​ໂລກ​ນີ້​ດຳລົງ​ຢູ່​ໄດ້. (ຄຳເພງ 74:16; ເອຊາອີ 40:26) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ກຳລັງ​ແກ່​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ຢູ່​ໂລກ​ນີ້​ເມື່ອ​ເຂົາ​ເຈົ້າ​ຕ້ອງການ. (ເອຊາອີ 40:29) ເຫັນ​ໄດ້​ແຈ້ງ​ວ່າ ຖ້າ​ພະ​ເຢໂຫວາ​ຕ້ອງການ​ຈະ​ເຮັດ ພະອົງ​ກໍ​ສາມາດ​ເຮັດ​ໃຫ້​ງ່າຍ​ຫຼາຍ​ທີ່​ເຮົາ​ຈະ​ຕໍ່​ສູ້​ກັບ​ຈຸດ​ອ່ອນແອ​ຂອງ​ຕົວ​ເອງ ແລະ​ສາມາດ​ເຮັດ​ໃຫ້​ເຮົາ​ເຊົາ​ມີ​ຄວາມ​ປາຖະໜາ​ທີ່​ຜິດ​ໄດ້. ແຕ່​ເປັນ​ຫຍັງ​ພະອົງ​ຈຶ່ງ​ບໍ່​ເຮັດ?

12 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິດ​ໃນ​ການ​ເລືອກ. ພະອົງ​ຍອມ​ໃຫ້​ເຮົາ​ເລືອກ​ໄດ້​ເອງ​ວ່າ​ເຮົາ​ຈະ​ເຊື່ອ​ຟັງ​ຫຼື​ບໍ່​ເຊື່ອ​ຟັງ​ພະອົງ. ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ແລະ​ພະຍາຍາມ​ຫຼາຍ​ແທ້ໆເພື່ອຈະ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ ເຮົາ​ສະແດງ​ໃຫ້​ພະອົງ​ເຫັນ​ວ່າ​ເຮົາ​ຮັກ​ແລະ​ຕ້ອງການ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ຊາຕານ​ເວົ້າ​ວ່າ ພະ​ເຢໂຫວາ​ບໍ່​ມີ​ສິດ​ທີ່​ຈະ​ປົກຄອງ. ແຕ່​ເມື່ອ​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງການ​ໃຫ້​ພະອົງ​ເປັນ​ຜູ້​ປົກຄອງ​ຂອງ​ເຮົາ. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພໍ່​ທີ່​ຮັກ​ຂອງ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄວາມ​ພະຍາຍາມ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ເພື່ອ​ຈະ​ເຊື່ອ​ຟັງ​ພະອົງ. (ໂຢບ 2:3-5; ສຸພາສິດ 27:11) ເມື່ອ​ເຮົາ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ຄວບຄຸມ​ຈຸດ​ອ່ອນແອ​ຂອງ​ເຮົາ​ເຖິງ​ວ່າ​ຈະ​ບໍ່​ງ່າຍ​ກໍ​ຕາມ ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ ແລະ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງການ​ໃຫ້​ພະອົງ​ເປັນ​ຜູ້​ປົກຄອງ​ຂອງ​ເຮົາ.

13 ພະ​ເຢໂຫວາ​ບອກ​ເຮົາ​ວ່າ ເຮົາ​ຄວນ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆເພື່ອ​ຈະ​ຮຽນ​ແບບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ. (ໂກໂລດ 3:12; ອ່ານ 2 ເປໂຕ 1:5-7) ນອກ​ຈາກ​ນັ້ນ ພະອົງ​ຍັງ​ຄາດ​ໝາຍ​ໃຫ້​ເຮົາ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ຄວບຄຸມ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ. (ໂລມ 8:5; 12:9) ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ເຮັດ​ການ​ປ່ຽນ​ແປງ​ຕົວ​ເອງ ແລະ​ເຮັດ​ໄດ້​ສຳເລັດ ເຮົາ​ກໍ​ຈະ​ຮູ້ສຶກ​ມີ​ຄວາມ​ສຸກ​ເປັນ​ພິເສດ.

ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ປ່ຽນ​ແປງ​ຕົວ​ເຈົ້າ​ຕໍ່ໆໄປ?

14, 15. ເຮົາ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ພັດທະນາ​ຄຸນ​ລັກສະນະ​ຕ່າງໆທີ່​ພະເຈົ້າ​ຮັກ? (ເບິ່ງ​ຂອບ “ຄຳພີ​ໄບເບິນ​ແລະ​ການ​ອະທິດຖານ​ໄດ້​ປ່ຽນ​ແປງ​ຊີວິດ​ຂອງ​ເຂົາ​ເຈົ້າ”)

14 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພັດທະນາ​ຄຸນ​ລັກສະນະ​ຕ່າງໆທີ່​ພະ​ເຢໂຫວາ​ຮັກ? ແທນ​ທີ່​ຈະ​ພຽງ​ແຕ່​ຕັດສິນ​ໃຈ​ເອົາ​ເອງ​ໃນ​ສິ່ງ​ທີ່​ເຮົາ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ ເຮົາ​ຈຳເປັນ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊີ້​ນຳ. ໂລມ 12:2 ກ່າວ​ວ່າ: ‘ຢ່າ​ກະທຳ​ຕາມ​ທຳນຽມ​ໂລກ​ນີ້ ແຕ່​ວ່າ​ຈົ່ງ​ປ່ຽນ​ແປງ​ຕົວ​ເອງ​ໂດຍ​ປ່ຽນ​ຄວາມ​ຄິດ​ໃໝ່ ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ໄດ້​ລອງ​ເບິ່ງ​ຮູ້​ວ່າ​ນໍ້າໃຈ​ຂອງ​ພະເຈົ້າ​ເປັນ​ອັນ​ດີ​ແລະ​ເປັນ​ທີ່​ຊອບ​ໃຈ​ແລະ​ສຳເລັດ​ດີ​ທີ່​ສຸດ.’ ດັ່ງ​ນັ້ນ ເພື່ອ​ຈະ​ຮູ້ຈັກ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ ເຮົາ​ຕ້ອງ​ໝາຍ​ເພິ່ງ​ໃນ​ການ​ຊ່ວຍ​ເຫຼືອ​ທີ່​ພະອົງ​ໄດ້​ຈັດ​ຕຽມ​ໄວ້. ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ຄຶດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຮົາ​ອ່ານ ແລະ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ. (ລືກາ 11:13; ຄາລາຊີ 5:22, 23) ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ ແລະ​ເຮົາ​ກໍ​ສາມາດ​ຮຽນ​ຮູ້​ທີ່​ຈະ​ຄິດ​ຄື​ກັບ​ທີ່​ພະອົງ​ຄິດ. ຜົນ​ກໍ​ຄື ສິ່ງ​ທີ່​ເຮົາ​ຄິດ ເວົ້າ ແລະ​ກະທຳ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ຂຶ້ນ ແລະ​ເຮົາ​ກໍ​ຈະ​ຮຽນ​ຮູ້​ວິທີ​ທີ່​ຈະ​ຄວບຄຸມ​ຈຸດ​ອ່ອນແອ​ຂອງ​ເຮົາ. ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ສິ່ງ​ເຫຼົ່າ​ນັ້ນ​ຕໍ່ໆໄປ.—ສຸພາສິດ 4:23

ໃຫ້​ເກັບ​ລວບລວມ​ບົດ​ຄວາມ​ຕ່າງໆຈາກ​ໜັງສື​ຂອງ​ເຮົາ ຫຼື​ຂໍ້​ພະ​ຄຳພີ​ຕ່າງໆຈາກ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຈົ້າ​ໃຫ້​ຕໍ່​ສູ້​ກັບ​ຈຸດ​ອ່ອນແອ​ຂອງ​ເຈົ້າ ແລະ​ໃຫ້​ອ່ານ​ຄືນ​ອີກ​ໃນ​ບາງ​ຄັ້ງ​ບາງ​ຄາວ (ເບິ່ງ​ຂໍ້ 15)

15 ນອກ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ແລ້ວ ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ໂດຍ​ອາໄສ​ການ​ຊ່ວຍ​ເຫຼືອ​ຈາກ​ໜັງສື​ຕ່າງໆຂອງ​ອົງການ ເຊັ່ນ: ຫໍສັງເກດການແລະ​ຕື່ນ​ເຖີດ! ໃນ​ວາລະສານ​ເຫຼົ່າ​ນີ້​ມີ​ຫຼາຍ​ບົດ​ຄວາມ​ທີ່​ສອນ​ເຮົາ​ກ່ຽວ​ກັບ​ວິທີ​ທີ່​ຈະ​ສາມາດ​ຮຽນ​ແບບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະ​ເຢໂຫວາ ແລະ​ວິທີ​ທີ່​ຈະ​ຕໍ່​ສູ້​ກັບ​ຈຸດ​ອ່ອນແອ​ຂອງ​ເຮົາ. ເຮົາ​ອາດ​ພົບ​ບົດ​ຄວາມ​ໃດ​ໜຶ່ງ​ຫຼື​ຂໍ້​ພະ​ຄຳພີ​ໃດ​ໜຶ່ງ​ທີ່​ເປັນ​ປະໂຫຍດ​ຕໍ່​ເຮົາ​ໂດຍ​ສະເພາະ. ເຮົາ​ສາມາດ​ເກັບ​ລວບລວມ​ຂໍ້​ພະ​ຄຳພີ​ເຫຼົ່າ​ນັ້ນ​ແລະ​ບົດ​ຄວາມ​ຕ່າງໆໄວ້​ເພື່ອ​ເຮົາ​ຈະ​ສາມາດ​ອ່ານ​ຄືນ​ໄດ້​ອີກ​ໃນ​ບາງ​ຄັ້ງ​ບາງ​ຄາວ.

16. ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ໝົດ​ກຳລັງ​ໃຈ​ຖ້າ​ເຮົາ​ບໍ່​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ໄດ້​ໄວ?

16 ຕ້ອງ​ໄດ້​ໃຊ້​ເວລາ​ເພື່ອ​ຈະ​ຮຽນ​ແບບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ໄດ້​ເຮັດ​ການ​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ເທົ່າ​ທີ່​ເຈົ້າ​ຕ້ອງການ​ຈະ​ປ່ຽນ ຂໍ​ໃຫ້​ສະແດງ​ຄວາມ​ອົດ​ທົນ. ທຳອິດ​ເຈົ້າ​ອາດ​ຕ້ອງ​ບັງຄັບ​ຕົວ​ເອງ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ. ແຕ່​ເມື່ອ​ເຈົ້າ​ຄິດ​ແລະ​ປະພຶດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຕ້ອງການ ກໍ​ແຮ່ງ​ງ່າຍ​ຂຶ້ນ​ທີ່​ເຈົ້າ​ຈະ​ຄິດ​ໃນ​ແບບ​ທີ່​ພະອົງ​ຄິດ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.—ຄຳເພງ 37:31; ສຸພາສິດ 23:12; ຄາລາຊີ 5:16, 17

ໃຫ້​ຄິດ​ເຖິງ​ອະນາຄົດ​ທີ່​ດີ​ເລີດ

17. ຖ້າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ ເຮົາ​ສາມາດ​ຄອຍ​ຖ້າ​ສິ່ງ​ໃດ​ທີ່​ເປັນ​ອະນາຄົດ​ທີ່​ມີ​ຄວາມ​ສຸກ?

17 ເຮົາ​ຄອຍ​ຖ້າ​ໃຫ້​ເຖິງ​ເວລາ​ທີ່​ເຮົາ​ຈະ​ເປັນ​ຄົນ​ທີ່​ສົມບູນ​ແບບ​ແລະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຕະຫຼອດ​ໄປ. ເມື່ອ​ເຖິງ​ຕອນ​ນັ້ນ ເຮົາ​ຈະ​ບໍ່​ຈຳເປັນ​ຕ້ອງ​ຕໍ່​ສູ້​ກັບ​ຈຸດ​ອ່ອນແອ​ໃດໆເລີຍ ແລະ​ນັ້ນ​ຈະ​ງ່າຍ​ຂຶ້ນ​ຫຼາຍ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຕອນ​ນີ້​ເຮົາ​ກໍ​ສາມາດ​ນະມັດສະການ​ພະ​ເຢໂຫວາໄດ້​ເນື່ອງ​ຈາກ​ວ່າ​ພະອົງ​ໄດ້​ມອບ​ຄ່າໄຖ່​ໃຫ້​ເປັນ​ຂອງ​ຂວັນ​ສຳລັບ​ເຮົາ. ເຖິງ​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ແຕ່​ເຮົາ​ກໍ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ໄດ້​ຖ້າ​ເຮົາ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆຕໍ່ໆໄປ​ເພື່ອ​ເຮັດ​ການ​ປ່ຽນ​ແປງ​ຕົວ​ເອງ ແລະ​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ສອນ​ເຮົາ​ໃນ​ຄຳພີ​ໄບເບິນ.

18, 19. ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳພີ​ໄບເບິນ​ມີ​ພະລັງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ການ​ປ່ຽນ​ແປງ​ຕໍ່ໆໄປ​ໃນ​ຊີວິດ​ຂອງ​ເຮົາ?

18 ເຄວິນ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮຽນ​ຮູ້​ທີ່​ຈະ​ຄວບຄຸມ​ອາລົມ​ຮ້າຍ​ຂອງ​ຕົນ​ເອງ. ລາວ​ຄິດ​ຕຶກ​ຕອງ​ເຖິງ​ສິ່ງ​ທີ່​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ ແລະ​ໄດ້​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ເຮັດ​ການ​ປ່ຽນ​ແປງ​ໃນ​ຊີວິດ​ຂອງ​ລາວ. ນອກ​ຈາກ​ນັ້ນ ລາວ​ຍັງ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພື່ອນ​ຄລິດສະຕຽນ. ເຖິງ​ວ່າ​ຕ້ອງ​ໃຊ້​ເວລາ​ສອງ​ສາມ​ປີ​ເພື່ອ​ເຄວິນ​ຈະ​ປັບ​ປຸງ​ຕົວ​ເອງ​ໄດ້ ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ສາມາດ​ຮັບໃຊ້​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້. ໃນ​ໄລຍະ 20 ປີ​ທີ່​ຜ່ານ​ມາ ເຄວິນ​ໄດ້​ຮັບໃຊ້​ເປັນ​ຜູ້​ເຖົ້າ​ແກ່. ແມ່ນ​ແຕ່​ໃນ​ຕອນ​ນີ້ ລາວ​ກໍ​ຮູ້​ວ່າ​ຍັງ​ຈຳເປັນ​ຕ້ອງ​ຕໍ່​ສູ້​ກັບ​ຈຸດ​ອ່ອນແອ​ຂອງ​ຕົວ​ເອງ​ຕໍ່ໆໄປ.

19 ຄື​ກັບ​ເຄວິນ ເຮົາ​ສາມາດ​ປັບ​ປຸງ​ຕົວ​ເອງ​ຕໍ່ໆໄປ​ໃນ​ດ້ານ​ນິດໄສ​ໃຈ​ຄໍ​ຂອງ​ເຮົາ. ຖ້າ​ເຮົາ​ເຮັດ​ເຊັ່ນ​ນັ້ນ ເຮົາ​ກໍ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕໍ່ໆໄປ. (ຄຳເພງ 25:14) ແລະ​ເມື່ອ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ການ​ປ່ຽນ​ແປງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ພະອົງ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໄດ້​ສຳເລັດ. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ຄຳພີ​ໄບເບິນ ເຮົາ​ຈະ​ສາມາດ​ເຮັດ​ການ​ປ່ຽນ​ແປງ​ໃນ​ຊີວິດ​ຂອງ​ເຮົາ.—ຄຳເພງ 34:8

^ [1] (ຂໍ້ 1) ຊື່​ສົມມຸດ.