ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮູ້ສຶກ​ຂອບໃຈ​ສຳລັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ

ຮູ້ສຶກ​ຂອບໃຈ​ສຳລັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ

‘ພະອົງ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່ ພວກ​ເຮົາ​ທຸກ​ຄົນ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ພະອົງ​ຢ່າງ​ລົ້ນ​ເຫຼືອ.’—ໂຢຮັນ 1:16, ລ.ມ.

ເພງ: 95, 13

1, 2. (ກ) ຂໍ​ໃຫ້​ເລົ່າ​ເລື່ອງ​ເຈົ້າ​ຂອງ​ສວນ​ໝາກ​ອະງຸ່ນ​ທີ່​ພະ​ເຍຊູ​ໄດ້​ຍົກ​ເປັນ​ຕົວຢ່າງ. (ຂ) ເລື່ອງ​ນີ້​ອະທິບາຍ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ໃຈ​ກວ້າງ​ແລະ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່?

ເຊົ້າ​ມື້​ໜຶ່ງ ເຈົ້າ​ຂອງ​ສວນ​ໝາກ​ອະງຸ່ນ​ໄດ້​ໄປ​ທີ່​ຕະຫຼາດ​ເພື່ອ​ຊອກ​ຫາ​ຄົນ​ງານ​ມາ​ເຮັດ​ວຽກ. ລາວ​ໄດ້​ສະເໜີ​ຄ່າ​ຈ້າງ​ໃນ​ຈຳນວນ​ເງິນ​ທີ່​ຕາຍ​ຕົວ ແລະ​ຄົນ​ງານ​ກໍ​ຕົກ​ລົງ​ຕາມ​ຂໍ້​ສະເໜີ​ນັ້ນ. ແຕ່​ເນື່ອງ​ຈາກ​ວ່າ​ຄົນ​ງານ​ບໍ່​ພໍ ໃນ​ມື້​ນັ້ນ​ເຈົ້າ​ຂອງ​ສວນ​ຈຶ່ງ​ໄດ້​ກັບ​ໄປ​ທີ່​ຕະຫຼາດ​ຫຼາຍ​ຄັ້ງ​ເພື່ອ​ຫາ​ຄົນ​ມາ​ເພີ່ມ​ອີກ. ລາວ​ສະເໜີ​ວ່າ​ຈະ​ຈ່າຍ​ເງິນ​ໃຫ້​ທຸກ​ຄົນ​ຢ່າງ​ສົມ​ເຫດ​ສົມ​ຜົນ. ເມື່ອ​ຮອດ​ທ້າຍ​ມື້ ເຈົ້າ​ຂອງ​ສວນ​ກໍ​ໄດ້​ເອີ້ນ​ຄົນ​ງານ​ທຸກ​ຄົນ​ໃຫ້​ມາ​ຮັບ​ເອົາ​ຄ່າ​ຈ້າງ​ພ້ອມໆກັນ ແລະ​ລາວ​ໄດ້​ຈ່າຍ​ເງິນ​ໃຫ້​ທຸກ​ຄົນ​ເທົ່າ​ກັນ​ໝົດ ບໍ່​ວ່າ​ຈະ​ເຮັດ​ວຽກ​ໝົດ​ມື້​ຫຼື​ເຮັດ​ວຽກ​ພຽງ​ຊົ່ວ​ໂມງ​ດຽວ. ຢ່າງ​ໃດ​ກໍ​ຕາມ ເມື່ອ​ຄົນ​ທີ່​ເຮັດ​ວຽກ​ໝົດ​ມື້​ເລີ່ມ​ຈົ່ມ ເຈົ້າ​ຂອງ​ສວນ​ຈຶ່ງ​ເວົ້າ​ວ່າ: ‘ເຈົ້າ​ໄດ້​ຕົກ​ລົງ​ຕາມ​ທີ່​ຂ້ອຍ​ສະເໜີ​ໃຫ້​ເຈົ້າ​ແລ້ວ​ແມ່ນ​ບໍ? ຂ້ອຍ​ມີ​ສິດ​ຈ່າຍ​ເງິນ​ໃຫ້​ທຸກ​ຄົນ​ໃນ​ຈຳນວນ​ທີ່​ຂ້ອຍ​ຕ້ອງການ​ແມ່ນ​ບໍ? ເຈົ້າ​ອິດສາ​ຍ້ອນ​ວ່າ​ຂ້ອຍ​ເປັນ​ຄົນ​ໃຈ​ກວ້າງ​ບໍ?’—ມັດທາຍ 20:1-15

2 ເລື່ອງ​ທີ່​ພະ​ເຍຊູ​ເລົ່າ​ສອນ​ບົດຮຽນ​ທີ່​ສຳຄັນ​ກ່ຽວ​ກັບ “ພະ​ຄຸນ​ຂອງ​ພະເຈົ້າ” ເຊິ່ງ​ໝາຍ​ເຖິງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) (ອ່ານ 2 ໂກລິນໂທ 6:1) ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ບາງ​ຄົນ​ອາດ​ຄິດ​ວ່າ​ຄົນ​ທີ່​ເຮັດ​ວຽກ​ໝົດ​ມື້​ຄວນ​ໄດ້​ຮັບ​ຄ່າ​ຈ້າງ​ຫຼາຍ​ກວ່າ​ຄົນ​ອື່ນໆ. ແຕ່​ເຈົ້າ​ຂອງ​ສວນ​ໄດ້​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ຄົນ​ທີ່​ເຮັດ​ວຽກ​ບໍ່​ເຕັມ​ມື້. ຜູ້​ຊ່ຽວຊານ​ຄົນ​ໜຶ່ງ​ໄດ້​ເວົ້າ​ກ່ຽວ​ກັບ​ຄຳ “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່” ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ວ່າ “ຄຳ​ນີ້​ໝາຍ​ເຖິງ​ສິ່ງ​ທີ່​ມະນຸດ​ໄດ້​ຮັບ​ລ້າໆໂດຍ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ​ແລະ​ກໍ​ບໍ່​ສົມຄວນ​ຈະ​ໄດ້​ຮັບ​ດ້ວຍ​ຊໍ້າ.”

ຄວາມ​ໃຈ​ກວ້າງ​ຂອງ​ພະ​ເຢໂຫວາ​ເປັນ​ຂອງ​ຂວັນ

3, 4. ຍ້ອນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຂອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ມະນຸດ​ທຸກ​ຄົນ ແລະ​ພະອົງ​ເຮັດ​ໂດຍ​ວິທີ​ໃດ?

3 ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ເປັນ “ຂອງ​ປະທານ” ຫຼື​ເປັນ​ຂອງ​ຂວັນ. (ເອເຟດ 3:7) ເນື່ອງ​ຈາກ​ວ່າ​ເຮົາ​ບໍ່​ສາມາດ​ເຊື່ອ​ຟັງ​ພະ​ເຢໂຫວາ​ໄດ້​ຢ່າງ​ຄົບ​ຖ້ວນ ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ກະລຸນາ​ໃດໆຈາກ​ພະອົງ. ທີ່​ຈິງ ເຮົາ​ສົມຄວນ​ໄດ້​ຮັບ​ຄວາມ​ຕາຍ. ກະສັດ​ຊາໂລໂມນ​ເວົ້າ​ວ່າ: “ເທິງ​ແຜ່ນດິນ​ບໍ່​ມີ​ຄົນ​ຊອບທຳ​ທີ່​ໄດ້​ເຮັດ​ການ​ດີ​ແລະ​ທີ່​ບໍ່​ໄດ້​ເຮັດ​ບາບ.” (ຜູ້​ເທສະໜາ​ປ່າວ​ປະກາດ 7:20) ຕໍ່​ມາ​ອັກຄະສາວົກ​ໂປໂລ​ໄດ້​ເວົ້າ​ວ່າ: “ຄົນ​ທັງ​ປວງ​ໄດ້​ກະທຳ​ບາບ​ແລະ​ບໍ່​ເຖິງ​ແກ່​ລັດ​ສະໝີ​ແຫ່ງ​ພະເຈົ້າ” ແລະ “ຄ່າ​ຈ້າງ​ຂອງ​ຄວາມ​ບາບ​ເປັນ​ຄວາມ​ຕາຍ.”—ໂລມ 3:23; 6:23 ສ່ວນ ກ.

4 ເນື່ອງ​ຈາກ​ພະ​ເຢໂຫວາ​ຮັກ​ມະນຸດ​ຫຼາຍ ພະອົງ​ຈຶ່ງ​ໄດ້​ສົ່ງ “ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ” ໃຫ້​ມາ​ຕາຍ​ເພື່ອ​ພວກ​ເຮົາ. ການ​ເຮັດ​ແນວ​ນັ້ນ​ສະແດງ​ເຖິງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. (ໂຢຮັນ 3:16) ໂປໂລ​ເວົ້າ​ວ່າ: ‘ຕອນ​ນີ້​ພະ​ເຍຊູ​ໄດ້​ຮັບ​ກຽດຕິຍົດ​ແລະ​ຄວາມ​ສະຫງ່າ​ງາມ​ແລ້ວ​ເພາະ​ພະອົງ​ຍອມ​ສະລະ​ຊີວິດ​ເຊິ່ງ​ເປັນ​ການ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.’ (ເຫບເລີ 2:9, ລ.ມ.) ແມ່ນ​ແລ້ວ ‘ຂອງ​ປະທານ​ຈາກ​ພະເຈົ້າ​ເປັນ​ຊີວິດ​ອັນ​ຕະຫຼອດ​ໄປ ໂດຍ​ທາງ​ພະ​ຄລິດ​ເຍຊູ​ພະອົງ​ເຈົ້າ​ຂອງ​ພວກ​ເຮົາ.’—ໂລມ 6:23 ສ່ວນ ຂ

5, 6. ຜົນ​ຈະ​ເປັນ​ແນວ​ໃດ​ເມື່ອ​ເຮົາ​ຢູ່​ພາຍ​ໃຕ້​ອຳນາດ​ຂອງ (ກ) ບາບ? (ຂ) ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່?

5 ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ບາບ​ແລະ​ຕ້ອງ​ຕາຍ? ຄຳພີ​ໄບເບິນ​ບອກ​ວ່າ​ຍ້ອນ ‘ຄວາມ​ຜິດ​ຂອງ​ຄົນ​ຜູ້​ດຽວ ຄວາມ​ຕາຍ​ມີ​ອຳນາດ​ເໝືອນ​ເປັນ​ກະສັດ.’ ເນື່ອງ​ຈາກ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ອາດາມ ເຮົາ​ຈຶ່ງ​ເປັນ​ຄົນ​ບາບ​ແລະ​ເຮົາ​ຕ້ອງ​ຕາຍ. (ໂລມ 5:12, 14, 17) ຢ່າງ​ໃດ​ກໍ​ຕາມ ເຮົາ​ຍັງ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ໃຫ້​ບາບ​ມີ​ອຳນາດ​ເໜືອ​ເຮົາ​ຫຼື​ຄວບຄຸມ​ເຮົາ​ຫຼື​ບໍ່. ເປັນ​ໄປ​ໄດ້​ແນວ​ໃດ? ເມື່ອ​ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ຄລິດ ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ກ່າວ​ວ່າ: ‘ເມື່ອ​ບາບ​ເຫັນ​ໄດ້​ຊັດເຈນ​ຂຶ້ນ ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ກໍ​ຍິ່ງ​ເຫັນ​ຊັດເຈນ​ຂຶ້ນ​ໄປ​ອີກ ເພື່ອ​ຫຍັງ? ກໍ​ເພື່ອ​ໃຫ້​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ມີ​ອຳນາດ​ປົກຄອງ​ເໝືອນ​ກະສັດ ເໝືອນ​ທີ່​ບາບ​ແລະ​ຄວາມ​ຕາຍ​ເຄີຍ​ມີ​ອຳນາດ​ເໝືອນ​ກະສັດ ແລະ​ດ້ວຍ​ຄວາມ​ກະລຸນາ​ນີ້​ເອງ ຄົນ​ເຮົາ​ຈຶ່ງ​ເປັນ​ທີ່​ຍອມ​ຮັບ​ຂອງ​ພະເຈົ້າ​ແລະ​ໄດ້​ຊີວິດ​ຕະຫຼອດ​ໄປ​ໂດຍ​ທາງ​ພະ​ເຍຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ເຮົາ.’—ໂລມ 5:20, 21, ລ.ມ.

6 ເຖິງ​ວ່າ​ເຮົາ​ຍັງ​ເປັນ​ຄົນ​ບາບ ແຕ່​ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ຍອມ​ໃຫ້​ບາບ​ມີ​ອຳນາດ​ເໜືອ​ເຮົາ. ດັ່ງ​ນັ້ນ ເມື່ອ​ເຮົາ​ເຮັດ​ຜິດ ເຮົາ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ. ໂປໂລ​ໄດ້​ເຕືອນ​ເຮົາ​ວ່າ: ‘ຢ່າ​ໃຫ້​ບາບ​ມີ​ອຳນາດ​ເໜືອ​ທ່ານ​ທັງ​ຫຼາຍ ເພາະ​ວ່າ​ພວກ​ທ່ານ​ບໍ່​ຢູ່​ໃຕ້​ພະບັນຍັດ ແຕ່​ວ່າ​ຢູ່​ໃຕ້​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.’ (ໂລມ 6:14) ດັ່ງ​ນັ້ນ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ? ໂປໂລ​ກ່າວ​ວ່າ ‘ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ສອນ​ເຮົາ​ໃຫ້​ປະຕິເສດ​ການ​ເຮັດ​ຊົ່ວ​ແລະ​ຄວາມ​ຕ້ອງການ​ແບບ​ໂລກ ແລະ​ສອນ​ເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ຍຸກ​ນີ້​ຢ່າງ​ມີ​ເຫດຜົນ ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ມີ​ຄວາມ​ເຫຼື້ອມ​ໃສ​ພະເຈົ້າ.’ຕິໂຕ 2:11, 12, ລ.ມ.

ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ທີ່ “ສະແດງ​ອອກ​ໃນ​ຫຼາຍໆທາງ”

7, 8. ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ທີ່ “ສະແດງ​ອອກ​ໃນ​ຫຼາຍໆທາງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

7 ອັກຄະສາວົກ​ເປໂຕ​ຂຽນ​ໄວ້​ວ່າ: “ແຕ່​ລະ​ຄົນ​ໄດ້​ຮັບ​ຄວາມ​ສາມາດ​ຕາມ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ເຊິ່ງ​ພະເຈົ້າ​ສະແດງ​ອອກ​ໃນ​ຫຼາຍໆທາງ ດັ່ງ​ນັ້ນ ໃຫ້​ໃຊ້​ຄວາມ​ສາມາດ​ຕາມ​ຂະໜາດ​ທີ່​ໄດ້​ຮັບ​ມາ​ເພື່ອ​ຮັບໃຊ້​ກັນ​ໃນ​ຖານະ​ຄົນ​ຮັບໃຊ້​ທີ່​ດີ.” (1 ເປໂຕ 4:10, ລ.ມ.) ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ທີ່ “ສະແດງ​ອອກ​ໃນ​ຫຼາຍໆທາງ” ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເມື່ອ​ເຮົາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ ພະ​ເຢໂຫວາ​ກໍ​ຈະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ສາມາດ​ອົດ​ທົນ​ໄດ້. (1 ເປໂຕ 1:6) ພະອົງ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເຊິ່ງ​ເໝາະ​ກັບ​ເວລາ ເພື່ອ​ເຮົາ​ຈະ​ຜ່ານ​ຜ່າ​ແຕ່​ລະ​ບັນຫາ​ໄປ​ໄດ້.

ເມື່ອ​ເຮົາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເຊິ່ງ​ເໝາະ​ກັບ​ເວລາ ເພື່ອ​ເຮົາ​ຈະ​ຜ່ານ​ຜ່າ​ແຕ່​ລະ​ບັນຫາ​ໄປ​ໄດ້

8 ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: ‘ພະອົງ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່ ພວກ​ເຮົາ​ທຸກ​ຄົນ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ພະອົງ​ຢ່າງ​ລົ້ນ​ເຫຼືອ.’ (ໂຢຮັນ 1:16, ລ.ມ.) ເນື່ອງ​ຈາກ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ໃນ​ຫຼາຍໆທາງ ດັ່ງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຮັບ​ປະໂຫຍດ​ຫຼາຍໆ​ດ້ານ. ປະໂຫຍດ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່?

9. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ແນວ​ໃດ​ສຳລັບ​ສິ່ງ​ນີ້?

9 ພະ​ເຢໂຫວາ​ໃຫ້​ອະໄພ​ໃນ​ຄວາມ​ຜິດ​ຂອງ​ເຮົາ. ເນື່ອງ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ພະອົງ​ຈຶ່ງ​ໃຫ້​ອະໄພ​ໃນ​ຄວາມ​ຜິດ​ຂອງ​ເຮົາ. ແຕ່​ພະອົງ​ຈະ​ເຮັດ​ເຊັ່ນ​ນັ້ນ​ກໍ​ຕໍ່​ເມື່ອ​ເຮົາ​ກັບ​ໃຈ​ແລະ​ຕໍ່​ສູ້​ຕໍ່ໆໄປ​ກັບ​ຄວາມ​ປາຖະໜາ​ທີ່​ຜິດ. (ອ່ານ 1 ໂຢຮັນ 1:8, 9) ໂປໂລ​ໄດ້​ອະທິບາຍ​ກັບ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໃນ​ສະໄໝ​ຂອງ​ລາວ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ຄວາມ​ຜິດ. ລາວ​ເວົ້າ​ວ່າ: ‘[ພະເຈົ້າ] ໄດ້​ຊ່ອຍ​ກູ້​ເອົາ​ພວກ​ເຮົາ​ອອກ​ມາ​ຈາກ​ອຳນາດ​ຂອງ​ຄວາມ​ມືດ ແລະ​ໄດ້​ນຳ​ພາ​ພວກ​ເຮົາ​ເຂົ້າ​ສູ່​ບ່ອນ​ປອດໄພ ເຊິ່ງ​ພະ​ບຸດ​ທີ່​ຮັກ​ຂອງ​ພະອົງ​ປົກຄອງ​ຢູ່​ເໜືອ​ພວກ​ເຮົາ ໂດຍ​ພະ​ບຸດ​ນັ້ນ​ພວກ​ເຮົາ​ໄດ້​ຖືກ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ ແລະ​ການ​ບາບ​ຂອງ​ພວກ​ເຮົາ​ກໍ​ໄດ້​ຮັບ​ການ​ໃຫ້​ອະໄພ.’ (ໂກໂລດ 1:13, 14, ທ.ປ.) ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ສຳລັບ​ຄວາມ​ກະລຸນາ​ຂອງ​ພະ​ເຢໂຫວາ ສະນັ້ນ​ເຮົາ​ຈຶ່ງ​ຕ້ອງການ​ຈະ​ສັນລະເສີນ​ພະອົງ. ເນື່ອງ​ຈາກ​ພະ​ເຢໂຫວາ​ໃຫ້​ອະໄພ​ໃນ​ຄວາມ​ຜິດ​ຂອງ​ເຮົາ ເຮົາ​ຈຶ່ງ​ສາມາດ​ໄດ້​ຮັບ​ປະໂຫຍດ​ທີ່​ດີ​ເລີດ​ອີກ​ຫຼາຍ​ຢ່າງ..

10. ເຮົາ​ມີ​ຄວາມ​ຍິນດີ​ຫຍັງ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ?

10 ເຮົາ​ສາມາດ​ມີ​ສາຍ​ສຳພັນ​ທີ່​ສະຫງົບ​ສຸກ​ກັບ​ພະເຈົ້າ. ເຮົາ​ເປັນ​ມະນຸດ​ທີ່​ມີ​ບາບ ດັ່ງ​ນັ້ນ ຕັ້ງ​ແຕ່​ເຮົາ​ເກີດ​ມາ ເຮົາ​ກໍ​ເປັນ​ສັດຕູ​ຂອງ​ພະເຈົ້າ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ໂປໂລ​ໄດ້​ເວົ້າ​ວ່າ: ‘ເມື່ອ​ເຮົາ​ຍັງ​ເປັນ​ສັດຕູ​ກັບ​ພະເຈົ້າ ເຮົາ​ຄືນ​ດີ​ກັບ​ພະອົງ​ດ້ວຍ​ຄວາມ​ຕາຍ​ແຫ່ງ​ພະ​ບຸດ​ຂອງ​ພະອົງ.’ (ໂລມ 5:10) ຍ້ອນ​ຄ່າໄຖ່ ເຮົາ​ຈຶ່ງ​ສາມາດ​ຄືນ​ດີ​ກັບ​ພະເຈົ້າ​ໄດ້ ເຊິ່ງ​ໝາຍ​ເຖິງ​ເຮົາ​ມີ​ສັນຕິສຸກ​ກັບ​ພະອົງ​ແລະ​ກາຍ​ເປັນ​ເພື່ອນ​ຂອງ​ພະອົງ. ໂປໂລ​ໄດ້​ອະທິບາຍ​ເລື່ອງ​ນີ້​ແລະ​ວິທີ​ທີ່​ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ລາວ​ເວົ້າ​ກັບ​ພີ່​ນ້ອງ​ທີ່​ເປັນ​ຜູ້​ຖືກ​ເຈີມ​ວ່າ: “ເມື່ອ​ພະເຈົ້າ​ຖື​ວ່າ​ເຮົາ​ເປັນ​ທີ່​ຍອມ​ຮັບ​ຂອງ​ພະອົງ​ແລ້ວ​ເພາະ​ເຮົາ​ມີ​ຄວາມ​ເຊື່ອ ກໍ​ໃຫ້​ເຮົາ​ຮັກສາ​ຄວາມ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ໄວ້​ເຊິ່ງ​ເຮົາ​ໄດ້​ມາ​ທາງ​ພະ​ເຍຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ເຮົາ ແລະ​ດ້ວຍ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຢ່າງ​ທີ່​ເຮົາ​ຮັບ​ຢູ່​ຕອນ​ນີ້.” (ໂລມ 5:1, 2, ລ.ມ.) ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ມີ​ສາຍ​ສຳພັນ​ທີ່​ສະຫງົບ​ສຸກ​ກັບ​ພະ​ເຢໂຫວາ!

ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ສະແດງ​ອອກ​ດັ່ງ​ນີ້: ໃຫ້​ມີ​ສິດທິ​ພິເສດ​ໄດ້​ຍິນ​ຂ່າວ​ດີ (ເບິ່ງ​ຂໍ້ 11)

11. ຜູ້​ຖືກ​ເຈີມ​ຊ່ວຍ “ແກະ​ອື່ນ” ແນວ​ໃດ​ໃຫ້​ເຮັດ​ສິ່ງ​ທີ່​ຊອບທຳ?

11 ເຮົາ​ສາມາດ​ເປັນ​ຄົນ​ຊອບທຳ​ຕໍ່​ໜ້າ​ພະເຈົ້າ. ຜູ້​ພະຍາກອນ​ດານຽນ​ຂຽນ​ວ່າ ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ “ຄົນ​ສະຫຼາດ​ທັງ​ຫຼາຍ” ຫຼື​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ​ທີ່​ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ ເຂົາ​ເຈົ້າ​ຈະ​ຊ່ວຍ ‘ຫຼາຍ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຊອບທຳ.’ (ອ່ານ​ດານຽນ 12:3) ຜູ້​ຖືກ​ເຈີມ​ເຫຼົ່າ​ນັ້ນ​ຊ່ວຍ​ແນວ​ໃດ? ເຂົາ​ເຈົ້າ​ປະກາດ​ຂ່າວ​ດີ​ແລະ​ສອນ “ແກະ​ອື່ນ” ຈຳນວນ​ຫຼາຍ​ລ້ານ​ຄົນ​ໃຫ້​ຮູ້ຈັກ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ. (ໂຢຮັນ 10:16) ຜູ້​ຖືກ​ເຈີມ​ຊ່ວຍ​ຄົນ​ເຫຼົ່າ​ນີ້​ໃຫ້​ໄດ້​ຮັບ​ການ​ພິຈາລະນາ​ວ່າ​ເປັນ​ຄົນ​ຊອບທຳ​ຕໍ່​ໜ້າ​ພະເຈົ້າ ເລື່ອງ​ນີ້​ເປັນ​ໄປ​ໄດ້​ກໍ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ. ໂປໂລ​ໄດ້​ອະທິບາຍ​ວ່າ: “ພວກ​ເຂົາ​ເປັນ​ທີ່​ຍອມ​ຮັບ​ຂອງ​ພະອົງ​ເພາະ​ມີ​ຄ່າໄຖ່​ທີ່​ພະ​ຄລິດ​ເຍຊູ​ໄດ້​ຈ່າຍ​ໃຫ້ ສິ່ງ​ນີ້​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ​ຜູ້​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.”—ເອເຟດ 3:12, ລ.ມ.

ໃຫ້​ມີ​ສິດທິ​ພິເສດ​ອະທິດຖານ​ເຖິງ​ພະອົງ​ໄດ້ (ເບິ່ງ​ຂໍ້ 12)

12. ການ​ອະທິດຖານ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ?

12 ເຮົາ​ສາມາດ​ໃກ້​ຊິດ​ກັບ​ພະເຈົ້າ​ໂດຍ​ທາງ​ການ​ອະທິດຖານ. ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ສາມາດ​ອະທິດຖານ​ເຖິງ​ພະອົງ​ໄດ້. ໂປໂລ​ເອີ້ນ​ບັນລັງ​ຂອງ​ພະ​ເຢໂຫວາ​ວ່າ​ເປັນ “ບັນລັງ​ຂອງ​ພະເຈົ້າ​ຜູ້​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່” ແລະ​ລາວ​ເຊີນ​ເຮົາ​ໃຫ້​ເຂົ້າ​ຫາ​ແລະ “ກ້າ​ເວົ້າ” ຕໍ່​ໜ້າ​ບັນລັງ​ນີ້. (ເຫບເລີ 4:16 ສ່ວນ ກ, ລ.ມ.) ໂດຍ​ຜ່ານ​ທາງ​ພະ​ເຍຊູ ເຮົາ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເວລາ​ໃດ​ກໍ​ໄດ້. ຖື​ວ່າ​ເປັນ​ກຽດ​ທີ່​ຍິ່ງໃຫຍ່​ແທ້ໆ! ໂປໂລ​ເວົ້າ​ວ່າ: “ຄວາມ​ເຊື່ອ​ໃນ​ພະ​ຄລິດ​ນີ້​ແຫຼະ​ທີ່​ເຮັດ​ໃຫ້​ເຮົາ​ກ້າ​ເວົ້າ​ແລະ​ອະທິດຖານ​ເຖິງ​ພະເຈົ້າ​ໄດ້​ຢ່າງ​ໝັ້ນ​ໃຈ.”—ເອເຟດ 3:12, ລ.ມ.

ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ເວລາ​ທີ່​ຕ້ອງການ (ເບິ່ງ​ຂໍ້ 13)

13. “ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ” ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ສາມາດ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ?

13 ເຮົາ​ສາມາດ​ພົບ​ການ​ຊ່ວຍ​ເຫຼືອ​ໃນ​ເວລາ​ທີ່​ຕ້ອງການ. ເມື່ອ​ມີ​ຄວາມ​ຈຳເປັນ ໂປໂລ​ສະໜັບສະໜູນ​ເຮົາ​ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ “ເພື່ອ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ແລະ​ຄວາມ​ກະລຸນາ​ນັ້ນ​ຈາກ​ພະອົງ​ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.” (ເຫບເລີ 4:16 ສ່ວນ ຂ, ລ.ມ.) ເມື່ອ​ເຮົາ​ມີ​ບັນຫາ​ຫຼື​ມີ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ ເຮົາ​ສາມາດ​ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ພະອົງ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ເຖິງ​ວ່າ​ພະອົງ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ເຊັ່ນ​ນັ້ນ. ຫຼາຍ​ຄັ້ງ​ພະອົງ​ໃຊ້​ພີ່​ນ້ອງ​ຄລິດສະຕຽນ​ເພື່ອ​ຊ່ວຍ​ເຫຼືອ​ເຮົາ. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ‘ເຮົາ​ຈຶ່ງ​ມີ​ຄວາມ​ກ້າ​ແລະ​ເວົ້າ​ໄດ້​ວ່າ ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ແລະ​ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ. ມະນຸດ​ຈະ​ເຮັດ​ຫຍັງ​ຂ້ອຍ​ໄດ້?’—ເຫບເລີ 13:6, ລ.ມ.

14. ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ໃຫ້​ປະໂຫຍດ​ແນວ​ໃດ​ຕໍ່​ຫົວໃຈ​ຂອງ​ເຮົາ?

14 ເຮົາ​ສາມາດ​ໄດ້​ຮັບ​ການ​ເລົ້າໂລມ​ໃຈ. ເປັນ​ພະ​ພອນ​ທີ່​ຍິ່ງໃຫຍ່​ແທ້ໆທີ່​ພະ​ເຢໂຫວາ​ເລົ້າໂລມ​ໃຈ​ເຮົາ​ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ມີ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ອາລົມ. (ຄຳເພງ 51:17) ເມື່ອ​ຄລິດສະຕຽນ​ໃນ​ເມືອງ​ເທຊະໂລນີກ​ກຳລັງ​ຖືກ​ຂົ່ມເຫງ​ຢ່າງ​ໜັກ ໂປໂລ​ຂຽນ​ວ່າ: ‘[ຂໍ​ໃຫ້] ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ​ຂອງ​ເຮົາ​ແລະ​ພະເຈົ້າ​ພະ​ບິດາ​ຂອງ​ພວກ​ເຮົາ​ຜູ້​ທີ່​ຮັກ​ເຮົາ​ແລະ​ປະທານ​ໃຫ້​ເຮົາ​ມີ​ຄວາມ​ເລົ້າໂລມ​ຢູ່​ໄປ​ເປັນ​ນິດ​ແລະ​ມີ​ຄວາມ​ຫວັງ​ທີ່​ດີ​ດ້ວຍ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່ ເລົ້າໂລມ​ໃຈ​ຂອງ​ທ່ານ​ທັງ​ຫຼາຍ​ແລະ​ຊ່ວຍ​ໃຫ້​ຕັ້ງ​ໝັ້ນ​ຄົງ​ຢູ່.’ (2 ເທຊະໂລນີກ 2:16, 17) ເຮົາ​ໄດ້​ຮັບ​ການ​ເລົ້າໂລມ​ໃຈ​ແທ້ໆທີ່​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຫ່ວງ​ເຮົາ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ!

15. ເນື່ອງ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ຫຍັງ?

15 ພວກ​ເຮົາ​ມີ​ຄວາມ​ຫວັງ​ສຳລັບ​ຊີວິດ​ຕະຫຼອດ​ໄປ. ເນື່ອງ​ຈາກ​ເປັນ​ມະນຸດ​ທີ່​ມີ​ບາບ ເຮົາ​ຈຶ່ງ​ບໍ່​ມີ​ຄວາມ​ຫວັງ​ໃດໆເລີຍ​ຖ້າ​ບໍ່​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. (ອ່ານ​ຄຳເພງ 49:7, 8) ແຕ່​ພະອົງ​ໄດ້​ໃຫ້​ຄວາມ​ຫວັງ​ທີ່​ດີ​ເລີດ​ແກ່​ເຮົາ. ຄວາມ​ຫວັງ​ຫຍັງ? ພະ​ເຍຊູ​ເວົ້າ​ວ່າ: ‘ອັນ​ນີ້​ເປັນ​ນໍ້າໃຈ​ແຫ່ງ​ພະ​ບິດາ​ຂອງ​ເຮົາ ຄື​ວ່າ​ຄົນ​ທຸກ​ຄົນ​ທີ່​ຍອມ​ຮັບ​ແລະ​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.’ (ໂຢຮັນ 6:40) ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ໂປໂລ​ເວົ້າ​ວ່າ: “ພະເຈົ້າ​ສະແດງ​ໃຫ້​ເຫັນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ​ເຊິ່ງ​ຊ່ວຍ​ຄົນ​ທຸກ​ຊະນິດ​ໃຫ້​ລອດ.”—ຕິໂຕ 2:11, ລ.ມ.

ຢ່າ​ພິກ​ປີ້ນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ເພື່ອ​ໃຊ້​ເປັນ​ຂໍ້​ແກ້​ຕົວ​ໃນ​ການ​ເຮັດ​ບາບ

16. ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ໄດ້​ພິກ​ປີ້ນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ແນວ​ໃດ?

16 ເຮົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ​ຍ້ອນ​ຄວາມ​ກະລຸນາ​ຂອງ​ພະ​ເຢໂຫວາ. ແຕ່​ເຮົາ​ບໍ່​ຄວນ​ໃຊ້​ສິ່ງ​ນີ້​ໃນ​ທາງ​ທີ່​ຜິດ ເຊິ່ງ​ກໍ​ຄື​ການ​ພິກ​ປີ້ນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ນັ້ນ​ເພື່ອ​ໃຊ້​ເປັນ​ຂໍ້​ແກ້​ຕົວ​ໃນ​ການ​ເຮັດ​ບາບ. ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ໄດ້​ພະຍາຍາມ ‘ພິກ​ປີ້ນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ເພື່ອ​ໃຊ້​ເປັນ​ຂໍ້​ແກ້​ຕົວ​ສຳລັບ​ການ​ປະພຶດ​ທີ່​ໄຮ້​ຢາງ​ອາຍ.’ (ຢູເດ 4, ລ.ມ.) ເຫັນ​ໄດ້​ວ່າ​ຄລິດສະຕຽນ​ທີ່​ບໍ່​ຊື່​ສັດ​ເຫຼົ່າ​ນີ້​ຄິດ​ວ່າ​ເຂົາ​ເຈົ້າ​ສາມາດ​ເຮັດ​ບາບ​ໄດ້​ແລະ​ພະ​ເຢໂຫວາ​ກໍ​ຈະ​ໃຫ້​ອະໄພ​ທຸກ​ຄັ້ງ. ຄົນ​ເຫຼົ່າ​ນີ້​ຈຶ່ງ​ເຖິງ​ຂັ້ນ​ພະຍາຍາມ​ເຮັດ​ໃຫ້​ພີ່​ນ້ອງ​ຄລິດສະຕຽນ​ຮ່ວມ​ເຮັດ​ບາບ​ກັບ​ເຂົາ​ເຈົ້າ. ໃນ​ທຸກ​ມື້​ນີ້ ຄົນ​ທີ່​ເຮັດ​ແບບ​ນັ້ນ​ໄດ້ ‘ໝິ່ນ​ປະໝາດ​ພະລັງ​ຂອງ​ພະເຈົ້າ​ທີ່​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.’—ເຫບເລີ 10:29, ລ.ມ.

17. ເປໂຕ​ໃຫ້​ຄຳ​ແນະນຳ​ທີ່​ໜັກແໜ້ນ​ແນວ​ໃດ?

17 ໃນ​ທຸກ​ມື້​ນີ້​ຊາຕານ​ໄດ້​ຫຼອກ​ລວງ​ຄລິດສະຕຽນ​ບາງ​ຄົນ​ໃຫ້​ຄິດ​ວ່າ​ເຂົາ​ເຈົ້າ​ສາມາດ​ເຮັດ​ບາບ​ໄດ້​ແລະ​ພະ​ເຢໂຫວາ​ກໍ​ຈະ​ໃຫ້​ອະໄພ​ຢ່າງ​ອັດຕະໂນມັດ. ແມ່ນ​ຢູ່​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ບາບ​ເຊິ່ງ​ກັບ​ໃຈ ແຕ່​ພະອົງ​ກໍ​ຄາດ​ໝາຍ​ໃຫ້​ເຮົາ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດ​ນັ້ນ. ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ເປໂຕ​ຂຽນ​ວ່າ: ‘ພີ່​ນ້ອງ​ທີ່​ຮັກ ເມື່ອ​ຮູ້ຢ່າງ​ນີ້​ແລ້ວ ກໍ​ໃຫ້​ລະວັງ​ຢ່າ​ຖືກ​ຊັກ​ນຳ​ໃຫ້​ຫຼົງ​ໄປ​ກັບ​ພວກ​ເຂົາ​ດ້ວຍ​ເລື່ອງ​ຕົວະ​ຂອງ​ຄົນ​ຊົ່ວ​ແລະ​ກາຍ​ເປັນ​ຄົນ​ບໍ່​ໝັ້ນ​ຄົງ ແຕ່​ຂໍ​ໃຫ້​ພວກ​ທ່ານ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ເພີ່ມ​ຂຶ້ນ​ເລື້ອຍໆແລະ​ເຕີບໂຕ​ຂຶ້ນ​ໃນ​ຄວາມ​ຮູ້​ເລື່ອງ​ພະ​ເຍຊູ​ຄລິດ​ຜູ້​ເປັນ​ນາຍ​ແລະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.’—2 ເປໂຕ 3:17, 18, ລ.ມ.

ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ເຮັດ​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ

18. ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ໃດ?

18 ເຮົາ​ຂອບໃຈ​ແທ້ໆສຳລັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ ເຮົາ​ຄວນ​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ​ເພື່ອ​ໃຫ້​ກຽດ​ພະ​ເຢໂຫວາ​ແລະ​ຊ່ວຍ​ຄົນ​ອື່ນໆ ເພາະ​ເຮົາ​ເປັນ​ໜີ້​ຕໍ່​ເຂົາ​ເຈົ້າ. ເຮົາ​ຈະ​ໃຊ້​ຄວາມ​ສາມາດ​ເຫຼົ່າ​ນີ້​ແນວ​ໃດ? ໂປໂລ​ຂຽນ​ວ່າ: ‘ເຮົາ​ໄດ້​ຮັບ​ຄວາມ​ສາມາດ​ຕ່າງ​ກັນ​ຕາມ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ . . . ຖ້າ​ໃຜ​ມີ​ຄວາມ​ສາມາດ​ດ້ານ​ການ​ຮັບໃຊ້ ກໍ​ໃຫ້​ຮັບໃຊ້​ເຕັມທີ ຖ້າ​ໃຜ​ມີ​ຄວາມ​ສາມາດ​ດ້ານ​ການ​ສອນ ກໍ​ໃຫ້​ທຸ່ມ​ເທ​ກັບ​ການ​ສອນ ຖ້າ​ໃຜ​ມີ​ຄວາມ​ສາມາດ​ໃນ​ການ​ໃຫ້​ກຳລັງ​ໃຈ ກໍ​ໃຫ້​ເຂົາ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ . . . ຖ້າ​ໃຜ​ເປັນ​ຄົນ​ເມດຕາ ກໍ​ໃຫ້​ສະແດງ​ຄວາມ​ເມດຕາ​ດ້ວຍ​ຄວາມ​ຍິນດີ.’ (ໂລມ 12:6-8, ລ.ມ.) ດັ່ງ​ນັ້ນ ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ເຮັດ​ວຽກ​ໜັກ​ໃນ​ການ​ຮັບໃຊ້ ການ​ສອນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ ການ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຄລິດສະຕຽນ ແລະ​ການ​ໃຫ້​ອະໄພ​ຄົນ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ເຄືອງ​ໃຈ.

19. ໃນ​ບົດ​ຄວາມ​ຕໍ່​ໄປ​ຈະ​ພິຈາລະນາ​ວ່າ​ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ໃດ?

19 ເນື່ອງ​ຈາກ​ເຮົາ​ເປັນ​ຜູ້​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ດັ່ງ​ນັ້ນ ເຮົາ​ຄວນ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ “ປະກາດ​ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ໃຫ້​ທົ່ວ​ເຖິງ.” (ກິດຈະການ 20:24, ລ.ມ.) ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ພິຈາລະນາ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ນີ້.

^ [1] (ຂໍ້ 2) ເບິ່ງ​ຄຳ​ວ່າ “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່” ໃນ “ສ່ວນ​ອະທິບາຍ​ສັບ​ໃນ​ຄຳພີ​ໄບເບິນ” ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ພາສາ​ໄທ.