ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ປະກາດ​ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່

ປະກາດ​ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່

“ປະກາດ​ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ໃຫ້​ທົ່ວ​ເຖິງ.”—ກິດຈະການ 20:24, ລ.ມ.

ເພງ: 101, 84

1, 2. ອັກຄະສາວົກ​ໂປໂລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ຂອບໃຈ​ສຳລັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ?

ອັກຄະສາວົກ​ໂປໂລ​ສາມາດ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: ‘ພະ​ຄຸນ [ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່] ນັ້ນ​ເຮົາ​ໄດ້​ຮັບ​ບໍ່​ເປັນ​ການ​ເປົ່າໆ.’ (ອ່ານ 1 ໂກລິນໂທ 15:9, 10) ໂປໂລ​ຮູ້​ຢ່າງ​ຊັດເຈນ​ວ່າ​ລາວ​ບໍ່​ເໝາະ​ຫຼື​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ເມດຕາ​ທີ່​ຍິ່ງໃຫຍ່​ຈາກ​ພະເຈົ້າ ເພາະ​ລາວ​ເປັນ​ຄົນ​ທີ່​ຂົ່ມເຫງ​ຄລິດສະຕຽນ.

2 ໃນ​ຕອນ​ທ້າຍ​ຂອງ​ຊີວິດ ໂປໂລ​ໄດ້​ຂຽນ​ເຖິງ​ຕີໂມເຕ​ວ່າ: ‘ເຮົາ​ຂອບ​ພະ​ຄຸນ​ພະ​ຄລິດ​ເຍຊູ​ພະອົງ​ເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ​ຜູ້​ໄດ້​ຊູ​ແຮງ​ຂອງ​ເຮົາ ເພາະ​ວ່າ​ພະອົງ​ໄດ້​ຖື​ວ່າ​ເຮົາ​ເປັນ​ຄົນ​ສັດ​ຊື່​ຈຶ່ງ​ຕັ້ງ​ເຮົາ​ໄວ້​ໃນ​ວຽກ​ຮັບໃຊ້​ຂອງ​ພະອົງ.’ (1 ຕີໂມເຕ 1:12-14) ວຽກ​ຮັບໃຊ້​ນັ້ນ​ແມ່ນ​ຫຍັງ? ໂປໂລ​ໄດ້​ບອກ​ຜູ້​ເຖົ້າ​ແກ່​ຢູ່​ປະຊາຄົມ​ໃນ​ເມືອງ​ເອເຟດ​ວ່າ: ‘ເຮົາ​ບໍ່​ຖື​ວ່າ​ຊີວິດ​ເຮົາ​ສຳຄັນ ຂໍ​ແຕ່​ເຮົາ​ໄດ້​ແລ່ນ​ຈົນ​ເຖິງ​ເສັ້ນ​ໄຊ​ແລະ​ເຮັດ​ວຽກ​ຮັບໃຊ້​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ພະ​ເຍຊູ​ຜູ້​ເປັນ​ນາຍ​ໃຫ້​ສຳເລັດ ຄື​ປະກາດ​ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ໃຫ້​ທົ່ວ​ເຖິງ.’ກິດຈະການ 20:24, ລ.ມ.

3. ວຽກ​ພິເສດ​ອັນ​ໃດ​ທີ່​ໂປໂລ​ໄດ້​ຮັບ? (ເບິ່ງ​ຮູບ​ທຳອິດ)

3 ໂປໂລ​ໄດ້​ປະກາດ “ຂ່າວ​ດີ” ເລື່ອງ​ຫຍັງ ແລະ​ຂ່າວ​ດີ​ນັ້ນ​ສະແດງ​ເຖິງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ຄື​ແນວ​ໃດ? ໂປໂລ​ເວົ້າ​ກັບ​ຄລິດສະຕຽນ​ໃນ​ເມືອງ​ເອເຟດ​ວ່າ: ‘ພວກ​ທ່ານ​ໄດ້​ຍິນ​ມາ​ແລ້ວ​ວ່າ ພະເຈົ້າ​ໃຫ້​ເຮົາ​ມີ​ໜ້າ​ທີ່​ຊ່ວຍ​ເຫຼືອ​ພວກ​ທ່ານ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ.’ (ເອເຟດ 3:1, 2, ລ.ມ.) ພະ​ເຍຊູ​ໄດ້​ບອກ​ໂປໂລ​ໃຫ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຢິວ. ຕອນ​ນີ້​ຈຶ່ງ​ເປັນ​ໄປ​ໄດ້​ທີ່​ຜູ້​ຄົນ​ຈາກ​ຊາດ​ຕ່າງໆຈະ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ລັດຖະບານ​ທາງ​ພາກ​ສະຫວັນ​ທີ່​ມີ​ເມຊີ​ເປັນ​ຜູ້​ປົກຄອງ. (ອ່ານ​ເອເຟດ 3:5-8) ໂປໂລ​ປະກາດ​ຢ່າງ​ກະຕືລືລົ້ນ​ແລະ​ວາງ​ແບບ​ຢ່າງ​ທີ່​ດີ​ສຳລັບ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້. ລາວ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ບໍ່ “ເປັນ​ການ​ເປົ່າໆ” ຫຼື​ລາວ​ບໍ່​ໄດ້​ເຮັດ​ໃຫ້​ເສຍ​ໄປ​ລ້າໆ.

ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ກະຕຸ້ນ​ເຈົ້າ​ບໍ?

4, 5. ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ “ຂ່າວ​ດີ​ເລື່ອງ​ລາຊະອານາຈັກ” ຄື​ກັບ​ຂ່າວ​ດີ​ເລື່ອງ “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ”?

4 ໃນ​ສະໄໝ​ສຸດ​ທ້າຍ​ນີ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃຫ້​ປະກາດ ‘ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ສະຫວັນ​ໄປ​ທຸກ​ບ່ອນ​ທົ່ວ​ໂລກ ເພື່ອ​ຈະ​ເປັນ​ພິຍານ​ຢືນຢັນ​ໃຫ້​ມະນຸດ​ທຸກ​ຊາດ​ຮູ້.’ (ມັດທາຍ 24:14, ທ.ປ.) ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຍັງ​ເປັນ “ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.” ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ສິ່ງ​ດີໆຕ່າງໆທີ່​ເຮົາ​ຈະ​ໄດ້​ຮັບ​ຈາກ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເປັນ​ຜົນ​ມາ​ຈາກ​ຄວາມ​ກະລຸນາ​ຂອງ​ພະອົງ. (ເອເຟດ 1:3) ໂປໂລ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ໂດຍ​ການ​ປະກາດ​ຢ່າງ​ກະຕືລືລົ້ນ. ເຮົາ​ກຳລັງ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ບໍ?—ອ່ານ​ໂລມ 1:14-16

5 ໃນ​ບົດ​ຄວາມ​ແລ້ວ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ທັງໆທີ່​ເຮົາ​ເປັນ​ມະນຸດ​ທີ່​ຜິດ​ບາບ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ປະໂຫຍດ​ໃນ​ຫຼາຍໆທາງ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ຍ້ອນ​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆ ເຮົາ​ຈຶ່ງ​ມີ​ໜ້າ​ທີ່​ສອນ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຄື​ແນວ​ໃດ ແລະ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄວາມ​ຮັກ​ນີ້. ໃນ​ທາງ​ໃດ​ແດ່​ທີ່​ເຮົາ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຄຸນຄ່າ​ຕໍ່​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ?

ປະກາດ​ຂ່າວ​ດີ​ເລື່ອງ​ຄ່າໄຖ່

6, 7. ເມື່ອ​ອະທິບາຍ​ເລື່ອງ​ຄ່າໄຖ່​ກັບ​ຄົນ​ອື່ນ ເຮົາ​ກຳລັງ​ປະກາດ​ຂ່າວ​ດີ​ອັນ​ໃດ​ໃນ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ?

6 ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ບໍ່​ໄດ້​ຮູ້ສຶກ​ຜິດ​ເມື່ອ​ເຂົາ​ເຈົ້າ​ເຮັດ​ບາບ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ມະນຸດ​ຈຶ່ງ​ຕ້ອງ​ມີ​ຄ່າໄຖ່. ໃນ​ຂະນະ​ດຽວ​ກັນ ຫຼາຍ​ຄົນ​ກໍ​ສຳນຶກ​ວ່າ​ຮູບ​ແບບ​ຊີວິດ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ. ຈົນ​ກະທັ່ງ​ວ່າ​ໄດ້​ລົມ​ກັບ​ພະຍານ​ພະ​ເຢໂຫວາ ຫຼາຍ​ຄົນ​ຈຶ່ງ​ຮູ້​ວ່າ​ບາບ​ແມ່ນ​ຫຍັງ ບາບ​ນັ້ນ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ເຮົາ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຫຼຸດ​ພົ້ນ​ຈາກ​ການ​ເປັນ​ທາດ​ຂອງ​ບາບ. ເມື່ອ​ເຂົ້າ​ໃຈ​ວ່າ​ບາບ​ແມ່ນ​ຫຍັງ ຄົນ​ທີ່​ຢາກ​ຮູ້​ຄວາມ​ຈິງ​ກໍ​ຮູ້ສຶກ​ຂອບໃຈ​ທີ່​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ສົ່ງ​ລູກ​ຊາຍ​ຂອງ​ພະອົງ​ມາ​ທີ່​ໂລກ​ນີ້​ເພື່ອ​ປົດ​ປ່ອຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ພະ​ເຢໂຫວາ​ເຮັດ​ເຊັ່ນ​ນັ້ນ​ກໍ​ຍ້ອນ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ແລະ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ.—1 ໂຢຮັນ 4:9, 10

7 ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ໂປໂລ​ເວົ້າ​ກ່ຽວ​ກັບ​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ພະ​ເຢໂຫວາ ລາວ​ເວົ້າ​ວ່າ: ‘ທ່ານ​ຜູ້​ນັ້ນ​ຈ່າຍ​ຄ່າໄຖ່​ດ້ວຍ​ເລືອດ​ຂອງ​ທ່ານ​ເພື່ອ​ປົດ​ປ່ອຍ​ເຮົາ ຄວາມ​ຜິດ​ຂອງ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ໃຫ້​ອະໄພ ນີ້​ສະແດງ​ວ່າ​ພະເຈົ້າ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແທ້ໆ.’ (ເອເຟດ 1:7, ລ.ມ.) ຄ່າໄຖ່​ຂອງ​ພະ​ຄລິດ​ເປັນ​ຫຼັກ​ຖານ​ອັນ​ຍິ່ງໃຫຍ່​ທີ່​ສຸດ​ເຊິ່ງ​ພິສູດ​ວ່າ​ພະເຈົ້າ​ຮັກ​ເຮົາ ແລະ​ພິສູດ​ວ່າ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ຍິ່ງໃຫຍ່​ຫຼາຍ​ແທ້ໆ. ເຮົາ​ຮູ້ສຶກ​ໂລ່ງ​ໃຈ​ທີ່​ໄດ້​ຮຽນ​ຮູ້​ວ່າ​ຖ້າ​ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຍຊູ ເຮົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ແລະ​ຈະ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ! (ເຫບເລີ 9:14) ນີ້​ເປັນ​ຂ່າວ​ດີ​ແທ້ໆທີ່​ເຮົາ​ຕ້ອງ​ບອກ​ໃຫ້​ຄົນ​ອື່ນ​ຮູ້!

ຊ່ວຍ​ຜູ້​ຄົນ​ໃຫ້​ມາ​ເປັນ​ເພື່ອນ​ກັບ​ພະເຈົ້າ

8. ເປັນ​ຫຍັງ​ມະນຸດ​ທີ່​ຜິດ​ບາບ​ຈຶ່ງ​ຈຳເປັນ​ຕ້ອງ​ຄືນ​ດີ​ກັບ​ພະເຈົ້າ?

8 ຖ້າ​ຜູ້​ຄົນ​ບໍ່​ສະແດງ​ຄວາມ​ເຊື່ອ​ໃນ​ເຄື່ອງ​ບູຊາ​ຂອງ​ພະ​ເຍຊູ ພະເຈົ້າ​ຈະ​ຖື​ວ່າ​ເຂົາ​ເຈົ້າ​ເປັນ​ສັດຕູ​ຂອງ​ພະອົງ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ບອກ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ເຂົາ​ເຈົ້າ​ສາມາດ​ເປັນ​ເພື່ອນ​ກັບ​ພະເຈົ້າ​ໄດ້. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: “ຜູ້​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ກໍ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ແຕ່​ວ່າ​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພະ​ບຸດ​ນັ້ນ​ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ວ່າ​ຄວາມ​ຄຽດ​ຂອງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ເທິງ​ຜູ້​ນັ້ນ.” (ໂຢຮັນ 3:36) ເຮົາ​ສາມາດ​ມີ​ຄວາມ​ສຸກ​ເພາະ​ເຄື່ອງ​ບູຊາ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ເຮົາ​ທີ່​ຈະ​ເປັນ​ເພື່ອນ​ກັບ​ພະເຈົ້າ. ໂປໂລ​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ: ‘ເມື່ອ​ກ່ອນ ພວກ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ ແລະ​ເປັນ​ສັດຕູ​ກັບ​ພະອົງ​ເພາະ​ໃຈ​ພວກ​ທ່ານ​ຄິດ​ແຕ່​ຈະ​ເຮັດ​ຊົ່ວ ແຕ່​ຕອນ​ນີ້​ພະເຈົ້າ​ໃຫ້​ພວກ​ທ່ານ​ຄືນ​ດີ​ກັບ​ພະອົງ​ໂດຍ​ໃຫ້​ທ່ານ​ຜູ້​ນັ້ນ​ຕາຍ​ໃນ​ຮ່າງກາຍ​ມະນຸດ.’—ໂກໂລດ 1:21, 22, ລ.ມ.

ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ບອກ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ເຂົາ​ເຈົ້າ​ສາມາດ​ເປັນ​ເພື່ອນ​ກັບ​ພະເຈົ້າ​ໄດ້

9, 10. (ກ) ພະ​ຄລິດ​ໄດ້​ມອບ​ໝາຍ​ໃຫ້​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ຂອງ​ພະອົງ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ໃດ? (ຂ) “ແກະ​ອື່ນ” ໄດ້​ຊ່ວຍ​ຜູ້​ຖືກ​ເຈີມ​ຄື​ແນວ​ໃດ?

9 ພະ​ຄລິດ​ໄດ້​ມອບ​ໝາຍ​ໃຫ້​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ຂອງ​ພະອົງ​ທີ່​ຢູ່​ໂລກ​ນີ້​ໃຫ້ ‘ເຮັດ​ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນ​ດີ’ ກັບ​ພະເຈົ້າ. ໂປໂລ​ບອກ​ເຂົາ​ເຈົ້າ​ວ່າ: ‘ທັງ​ໝົດ​ນີ້​ມາ​ຈາກ​ພະເຈົ້າ​ທີ່​ເຮັດ​ໃຫ້​ເຮົາ​ຄືນ​ດີ​ກັບ​ພະອົງ​ຜ່ານ​ທາງ​ພະ​ຄລິດ​ແລະ​ເຮັດ​ໃຫ້​ເຮົາ​ເຮັດ​ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນ​ດີ​ກັບ​ພະອົງ ນັ້ນ​ໝາຍ​ຄວາມ​ວ່າ​ພະເຈົ້າ​ໃຊ້​ພະ​ຄລິດ​ເພື່ອ​ເຮັດ​ໃຫ້​ຄົນ​ໃນ​ໂລກ​ນີ້​ຄືນ​ດີ​ກັບ​ພະອົງ​ເພື່ອ​ພະອົງ​ຈະ​ບໍ່​ຖື​ໂທດ​ພວກ​ເຂົາ ແລະ​ພະອົງ​ຝາກ​ໃຫ້​ເຮົາ​ໄປ​ປະກາດ​ຂ່າວ​ສານ​ເລື່ອງ​ການ​ຄືນ​ດີ​ນີ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ເປັນ​ທູດ​ເຮັດ​ໜ້າ​ທີ່​ແທນ​ພະ​ຄລິດ ພະເຈົ້າ​ໃຊ້​ເຮົາ​ໃຫ້​ໄປ​ອ້ອນ​ວອນ​ຜູ້​ຄົນ ໃນ​ຖານະ​ຜູ້​ເຮັດ​ໜ້າ​ທີ່​ແທນ​ພະ​ຄລິດ​ເຮົາ​ຂໍຮ້ອງ​ພວກ​ເຂົາ​ວ່າ ມາ​ຄືນ​ດີ​ກັບ​ພະ​ຄລິດ​ເຖີ້ນ.’—2 ໂກລິນໂທ 5:18-20, ລ.ມ.

10 ເປັນ​ສິດທິ​ພິເສດ​ສຳລັບ “ແກະ​ອື່ນ” ທີ່​ໄດ້​ຊ່ວຍ​ຜູ້​ຖືກ​ເຈີມ​ໃນ​ວຽກ​ປະກາດ. (ໂຢຮັນ 10:16) ໃນ​ຖານະ​ເປັນ “ທູດ” ຫຼື​ເປັນ​ຜູ້​ບອກ​ຂ່າວ​ສານ “ແກະ​ອື່ນ” ກຳລັງ​ເຮັດ​ສ່ວນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ວຽກ​ປະກາດ ສອນ​ຜູ້​ຄົນ​ໃຫ້​ຮູ້​ຄວາມ​ຈິງ ແລະ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ນີ້​ເປັນ​ສ່ວນ​ທີ່​ສຳຄັນ​ຂອງ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.

ສອນ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ພະເຈົ້າ​ຟັງ​ຄຳ​ອະທິດຖານ

11, 12. ເປັນ​ຫຍັງ​ຈຶ່ງ​ເປັນ​ຂ່າວ​ດີ​ສຳລັບ​ຜູ້​ຄົນ​ທີ່​ຈະ​ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໄດ້?

11 ຫຼາຍ​ຄົນ​ອະທິດຖານ​ເພາະ​ການ​ເຮັດ​ແນວ​ນັ້ນ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ດີ ແຕ່​ຄົນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ເຊື່ອ​ແທ້ໆວ່າ​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້ “ຟັງ​ຄວາມ​ອ້ອນ​ວອນ.” ດາວິດ​ຜູ້​ຂຽນ​ຄຳເພງ​ໄດ້​ຂຽນ​ວ່າ: ‘ພະອົງ​ຜູ້​ຟັງ​ຄຳ​ອະທິດຖານ ຄົນ​ທຸກ​ຊະນິດ​ຈະ​ມາ​ຫາ​ພະອົງ. ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ​ມີ​ມາກ​ຈົນ​ເກີນ​ຈະ​ແບກ​ຮັບ​ໄຫວ. ແຕ່​ພະອົງ​ໃຫ້​ອະໄພ​ຄວາມ​ຜິດ​ຂອງ​ພວກ​ເຮົາ.’—ຄຳເພງ 65:2, 3, ລ.ມ.

ເມື່ອ​ເຮົາ​ສອນ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ຈະ​ອະທິດຖານ​ແນວ​ໃດ ເຮົາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມາ​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

12 ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ: “ຖ້າ​ທ່ານ​ທັງ​ຫຼາຍ​ຂໍ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໃນ​ນາມ​ຊື່​ຂອງ​ເຮົາ ເຮົາ​ຈະ​ກະທຳ​ສິ່ງ​ນັ້ນ.” (ໂຢຮັນ 14:14) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ສາມາດ​ອະທິດຖານ​ຂໍ ‘ສິ່ງ​ໜຶ່ງ​ສິ່ງ​ໃດ’ ທີ່​ສອດຄ່ອງ​ຕາມ​ນໍ້າໃຈ​ຂອງ​ພະ​ເຢໂຫວາ. ໂຢຮັນ​ຂຽນ​ວ່າ: “ອັນ​ນີ້​ເປັນ​ຄວາມ​ໄວ້​ໃຈ​ທີ່​ເຮົາ​ທັງ​ຫຼາຍ​ມີ​ຢູ່​ໃນ​ພະອົງ ຖ້າ​ເຮົາ​ທັງ​ຫຼາຍ​ຂໍ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຕາມ​ນໍ້າໃຈ​ແຫ່ງ​ພະອົງ ພະອົງ​ໂຜດ​ຟັງ​ເຮົາ​ທັງ​ຫຼາຍ.” (1 ໂຢຮັນ 5:14) ເປັນ​ສິ່ງ​ທີ່​ດີ​ແທ້ໆທີ່​ໄດ້​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ອະທິດຖານ​ບໍ່​ໄດ້​ເປັນ​ພຽງ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ​ດີ​ເທົ່າ​ນັ້ນ ແຕ່​ເປັນ​ວິທີ​ທີ່​ຈະ​ເຂົ້າ​ຫາ ‘ບັນລັງ​ຂອງ​ພະເຈົ້າ​ຜູ້​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່’! (ເຫບເລີ 4:16, ລ.ມ.) ເມື່ອ​ເຮົາ​ສອນ​ຜູ້​ຄົນ​ໃຫ້​ຮູ້​ຢ່າງ​ຖືກຕ້ອງ​ວ່າ​ຈະ​ອະທິດຖານ​ແນວ​ໃດ ອະທິດຖານ​ເຖິງ​ໃຜ ແລະ​ຂໍ​ໃນ​ເລື່ອງ​ໃດ ເຮົາ​ກໍ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມາ​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ​ແລະ​ພົບ​ການ​ປອບ​ໂຍນ​ເມື່ອ​ເຂົາ​ເຈົ້າ​ປະສົບ​ຄວາມ​ທຸກ.—ຄຳເພງ 4:1; 145:18

ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ໃນ​ອະນາຄົດ

13, 14. (ກ) ໃນ​ອະນາຄົດ ຜູ້​ຖືກ​ເຈີມ​ຈະ​ໄດ້​ຮັບ​ສິດທິ​ພິເສດ​ທີ່​ລໍ້າ​ຄ່າ​ອັນ​ໃດ? (ຂ) ຜູ້​ຖືກ​ເຈີມ​ຈະ​ເຮັດ​ວຽກ​ທີ່​ດີ​ເລີດ​ອັນ​ໃດ​ເພື່ອ​ມະນຸດ?

13 ໃນ​ອະນາຄົດ ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ​ຫຼາຍ​ຕື່ມ​ອີກ ໂດຍ​ວິທີ​ໃດ? ພະ​ເຢໂຫວາ​ຈະ​ໃຫ້​ສິດທິ​ພິເສດ​ຢ່າງ​ໜຶ່ງ​ທີ່​ໜ້າ​ອັດສະຈັນ​ແກ່ 144.000 ຄົນ​ເຊິ່ງ​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ຄລິດ​ໃນ​ສະຫວັນ. ໂປໂລ​ໄດ້​ອະທິບາຍ​ວ່າ​ສິດທິ​ພິເສດ​ນັ້ນ​ແມ່ນ​ຫຍັງ​ເມື່ອ​ລາວ​ຂຽນ​ວ່າ: ‘ພະເຈົ້າ​ມີ​ຄວາມ​ເມດຕາ​ລົ້ນ​ເຫຼືອ​ແລະ​ຮັກ​ພວກ​ເຮົາ​ຫຼາຍ​ແທ້ໆ ພະອົງ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ຮ່ວມ​ກັບ​ພະ​ຄລິດ​ເຖິງ​ແມ່ນ​ເຮົາ​ຕາຍ​ໄປ​ແລ້ວ​ເພາະ​ການ​ເຮັດ​ຜິດ ດັ່ງ​ນັ້ນ ທີ່​ພວກ​ທ່ານ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ກໍ​ເພາະ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ. ພະອົງ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ແລະ​ໃຫ້​ເຮົາ​ນັ່ງ​ຮ່ວມ​ກັບ​ພະ​ຄລິດ​ເຍຊູ​ໃນ​ສະຫວັນ​ໃນ​ຖານະ​ສາວົກ​ຂອງ​ທ່ານ ເພື່ອ​ວ່າ​ໃນ​ອະນາຄົດ​ພະເຈົ້າ​ຜູ້​ມີ​ຄຸນ​ຄວາມ​ດີ​ຈະ​ໄດ້​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຢ່າງ​ມາກ​ມາຍ​ຕໍ່​ພວກ​ເຮົາ​ທີ່​ເປັນ​ສາວົກ​ພະ​ຄລິດ​ເຍຊູ.’—ເອເຟດ 2:4-7, ລ.ມ.

14 ເປັນ​ເລື່ອງ​ຍາກ​ທີ່​ຈະ​ນຶກ​ພາບ​ເຖິງ​ສິ່ງ​ຕ່າງໆທີ່​ດີ​ເລີດ​ເຊິ່ງ​ພະ​ເຢໂຫວາ​ໄດ້​ກຽມ​ໄວ້​ສຳລັບ​ຄລິດສະຕຽນ​ຜູ້​ຖືກ​ເຈີມ ເມື່ອ​ເຂົາ​ເຈົ້າ​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ສະຫວັນ. (ລືກາ 22:28-30; ຟີລິບ 3:20, 21; 1 ໂຢຮັນ 3:2) ພະ​ເຢໂຫວາ​ຈະ “ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຢ່າງ​ມາກ​ມາຍ, ລ.ມ.” ຕໍ່​ເຂົາ​ເຈົ້າ​ໃນ​ວິທີ​ທີ່​ພິເສດ. ເຂົາ​ເຈົ້າ​ຈະ​ເປັນ “ເມືອງ​ເຢຣຶຊາເລມ​ໃໝ່” ເຊິ່ງ​ໝາຍ​ເຖິງ​ການ​ເປັນ​ເຈົ້າ​ສາວ​ຂອງ​ພະ​ຄລິດ. (ຄຳປາກົດ 3:12; 17:14; 21:2, 9, 10) ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ການ “ປົວ​ພວກ​ຕ່າງ​ປະເທດ” ເຊິ່ງ​ໝາຍ​ເຖິງ​ການ​ປິ່ນປົວ​ຜູ້​ຄົນ​ຈາກ​ຊາດ​ຕ່າງໆ. ເຂົາ​ເຈົ້າ​ຈະ​ຊ່ວຍ​ມະນຸດ​ໃຫ້​ຫຼຸດ​ພົ້ນ​ຈາກ​ແອກ​ຂອງ​ບາບ​ແລະ​ຄວາມ​ຕາຍ ແລະ​ຈະ​ຊ່ວຍ​ມະນຸດ​ໃຫ້​ກາຍ​ເປັນ​ຄົນ​ທີ່​ສົມບູນ​ແບບ.—ອ່ານ​ຄຳປາກົດ 22:1, 2, 17

15, 16. ໃນ​ອະນາຄົດ ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່ “ແກະ​ອື່ນ” ຄື​ແນວ​ໃດ?

15 ໃນ​ເອເຟດ 2:7 (ລ.ມ.) ກ່າວ​ວ່າ “ໃນ​ອະນາຄົດ” ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່. ເມື່ອ​ຮອດ​ຕອນ​ນັ້ນ ແນ່ນອນ​ວ່າ​ທຸກ​ຄົນ​ໃນ​ໂລກ​ນີ້​ຈະ​ໄດ້​ຮັບ “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຢ່າງ​ມາກ​ມາຍ” ຈາກ​ພະອົງ. (ລືກາ 18:29, 30) ວິທີ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເຊິ່ງ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຢູ່​ໃນ​ໂລກ​ນີ້​ແມ່ນ​ໂດຍ​ການ​ປຸກ​ມະນຸດ​ຈາກ “ບ່ອນ​ຝັງ​ສົບ” ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. (ໂຢບ 14:13-15, ລ.ມ.; ໂຢຮັນ 5:28, 29) ໃຜ​ແດ່​ຈະ​ຖືກ​ປຸກ? ຊາຍ​ຍິງ​ທີ່​ສັດ​ຊື່​ເຊິ່ງ​ໄດ້​ຕາຍ​ກ່ອນ​ທີ່​ພະ​ຄລິດ​ຕາຍ ແລະ​ຄົນ​ທີ່​ເປັນ “ແກະ​ອື່ນ” ເຊິ່ງ​ຕາຍ​ດ້ວຍ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ. ຄົນ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ຈະ​ກັບ​ມາ​ມີ​ຊີວິດ​ອີກ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ.

16 ມະນຸດ​ຫຼາຍ​ລ້ານ​ຄົນ​ເຊິ່ງ​ຕາຍ​ໂດຍ​ທີ່​ຍັງ​ບໍ່​ໄດ້​ຮູ້ຈັກ​ພະ​ເຢໂຫວາ ຄົນ​ເຫຼົ່າ​ນັ້ນ​ກໍ​ຈະ​ຖືກ​ປຸກ​ຄື​ກັນ. ໂຢຮັນ​ຂຽນ​ວ່າ: ‘ເຮົາ​ໄດ້​ເຫັນ​ຝູງ​ຄົນ​ຕາຍ​ແລ້ວ​ທັງ​ຜູ້​ໃຫຍ່​ທັງ​ຜູ້​ນ້ອຍ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ນັ້ນ ແລະ​ໜັງສື​ທັງ​ຫຼາຍ​ຖືກ​ເປີດ​ອອກ. ແລະ​ມີ​ໜັງສື​ມ້ວນ​ໜຶ່ງ​ອີກ​ເປີດ​ອອກ ເປັນ​ໜັງສື​ສຳລັບ​ຊີວິດ. ແລະ​ຄົນ​ຕາຍ​ທັງ​ປວງ​ໄດ້​ຖືກ​ຕັດສິນ​ຕາມ​ຂໍ້​ຄວາມ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ຫນັງສື​ທັງ​ຫຼາຍ​ນັ້ນ​ຕາມ​ກິດຈະການ​ຂອງ​ເຂົາ. ແລະ​ນໍ້າ​ທະເລ​ໄດ້​ສົ່ງ​ຄືນ​ຄົນ​ຕາຍ​ທັງ​ຫຼາຍ​ທີ່​ຢູ່​ໃນ​ທີ່​ນັ້ນ ແລະ​ຄວາມ​ຕາຍ​ແລະ​ບ່ອນ​ຝັງ​ສົບ​ໄດ້​ສົ່ງ​ຄືນ​ຄົນ​ຕາຍ​ທັງ​ຫຼາຍ​ທີ່​ຢູ່​ໃນ​ທີ່​ນັ້ນ ແລະ​ເຂົາ​ໄດ້​ຖືກ​ຕັດສິນ​ຕາມ​ກິດຈະການ​ຂອງ​ເຂົາ​ທຸກ​ຄົນ.’ (ຄຳປາກົດ 20:12, 13) ຄົນ​ເຫຼົ່າ​ນັ້ນ​ທີ່​ຖືກ​ປຸກ​ຈະ​ມີ​ໂອກາດ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ເອົາ​ການ​ປົກຄອງ​ຂອງ​ພະອົງ. ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ຮຽນ​ຮູ້​ແລະ​ນຳ​ໃຊ້​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ ແລະ​ນຳ​ໃຊ້​ການ​ຊີ້​ນຳ​ໃໝ່​ທີ່​ມີ​ໃນ “ໜັງສື​ທັງ​ຫຼາຍ.” ຄຳ​ແນະນຳ​ໃໝ່ໆເຫຼົ່າ​ນີ້​ຈະ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ.

ປະກາດ​ຂ່າວ​ດີ​ຕໍ່ໆໄປ

17. ເມື່ອ​ເຮັດ​ວຽກ​ປະກາດ ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ສະເໝີ?

17 ເປັນ​ເລື່ອງ​ສຳຄັນ​ກວ່າ​ທີ່​ຜ່ານ​ມາ​ທີ່​ເຮົາ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ ເພາະ​ອະວະສານ​ໃກ້​ເຂົ້າ​ມາ​ຫຼາຍ​ແລ້ວ! (ມາລະໂກ 13:10) ເຮົາ​ຕ້ອງ​ຈື່​ວ່າ​ເປົ້າ​ໝາຍ​ທີ່​ເຮົາ​ປະກາດ​ແມ່ນ​ເພື່ອ​ໃຫ້​ກຽດ​ພະ​ເຢໂຫວາ. ເຮົາ​ຈະ​ເຮັດ​ເຊັ່ນ​ນີ້​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ບອກ​ຜູ້​ຄົນ​ວ່າ​ສິ່ງ​ດີໆທຸກ​ຢ່າງ​ທີ່​ເຮົາ​ຈະ​ມີ​ໃນ​ໂລກ​ໃໝ່​ແມ່ນ​ເປັນ​ໄປ​ໄດ້​ກໍ​ຍ້ອນ​ຄວາມ​ກະລຸນາ​ທີ່​ພິເສດ​ຂອງ​ພະ​ເຢໂຫວາ.

ຮັບໃຊ້​ຢ່າງ​ກະຕືລືລົ້ນ ‘ໃນ​ຖານະ​ຄົນ​ຮັບໃຊ້​ທີ່​ດີ​ທີ່​ເວົ້າ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.’—1 ເປໂຕ 4:10, ລ.ມ. (ເບິ່ງ​ຂໍ້ 17-19)

18, 19. ເຮົາ​ຈະ​ຍົກຍ້ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

18 ເມື່ອ​ປະກາດ​ກັບ​ຜູ້​ຄົນ ເຮົາ​ສາມາດ​ອະທິບາຍ​ວ່າ​ເມື່ອ​ລາຊະອານາຈັກ​ຂອງ​ພະ​ຄລິດ​ປົກຄອງ ມະນຸດ​ຈະ​ໄດ້​ຮັບ​ປະໂຫຍດ​ທຸກ​ຢ່າງ​ຈາກ​ຄ່າໄຖ່ ແລະ​ກໍ​ຈະ​ຄ່ອຍໆກາຍ​ເປັນ​ມະນຸດ​ທີ່​ສົມບູນ​ແບບ. ຄຳພີ​ໄບເບິນ​ກ່າວ​ວ່າ: ‘ສິ່ງ​ທີ່​ພະເຈົ້າ​ສ້າງ​ຈະ​ໄດ້​ພົ້ນ​ຈາກ​ອຳນາດ​ແຫ່ງ​ຄວາມ​ເປື່ອຍ​ເນົ່າ​ເສຍ ແລະ​ຈະ​ເຂົ້າ​ໄປ​ໃນ​ສ່ວນ​ລັດ​ສະໝີ​ແຫ່ງ​ລູກ​ທັງ​ຫຼາຍ​ຂອງ​ພະເຈົ້າ.’ (ໂລມ 8:21) ສິ່ງ​ນີ້​ຈະ​ເປັນ​ໄປ​ໄດ້​ກໍ​ໂດຍ​ທາງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ.

19 ເຮົາ​ມີ​ສິດທິ​ພິເສດ​ທີ່​ຈະ​ບອກ​ທຸກ​ຄົນ​ກ່ຽວ​ກັບ​ຄຳ​ສັນຍາ​ທີ່​ໜ້າ​ຕື່ນ​ເຕັ້ນ​ນີ້​ເຊິ່ງ​ຢູ່​ໃນ​ຄຳປາກົດ 21:4, 5 ທີ່​ບອກ​ໄວ້​ວ່າ: ‘ພະເຈົ້າ​ຈະ​ເຊັດ​ນໍ້າ​ຕາ​ທັງ​ຫຼາຍ​ຈາກ​ຕາ​ຂອງ​ເຂົາ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ ແລະ​ຄວາມ​ທຸກ​ໂສກ ແລະ​ສຽງ​ຮ້ອງໄຫ້ ແລະ​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ຕໍ່​ໄປ. ເຫດ​ວ່າ​ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ເມື່ອ​ກ່ອນ​ນັ້ນ​ກໍ​ຜ່ານ​ພົ້ນ​ໄປ​ແລ້ວ.’ ພະ​ເຢໂຫວາ​ຜູ້​ທີ່​ນັ່ງ​ຢູ່​ບັນລັງ ພະອົງ​ໄດ້​ບອກ​ວ່າ: “ຈົ່ງ​ເບິ່ງ ເຮົາ​ສ້າງ​ສັບພະ​ທຸກ​ສິ່ງ​ຂຶ້ນ​ໃໝ່.” ພະອົງ​ຍັງ​ບອກ​ຕື່ມ​ອີກ​ວ່າ: “ຈົ່ງ​ຂຽນ​ໄວ້​ເຖີ້ນ ເພາະ​ວ່າ​ຖ້ອຍຄຳ​ທັງ​ຫຼາຍ​ນີ້​ເປັນ​ຄຳ​ສັດ​ຊື່​ແລະ​ທ່ຽງ​ແທ້.” ເມື່ອ​ເຮົາ​ປະກາດ​ຂ່າວ​ດີ​ນີ້​ກັບ​ຄົນ​ອື່ນ​ຢ່າງ​ກະຕືລືລົ້ນ ທີ່​ຈິງ​ແລ້ວ​ເຮົາ​ກຳລັງ​ຍົກຍ້ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ!