ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄົນ​ໜຸ່ມ​ນ້ອຍ​ທັງ​ຫຼາຍ, ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ

ຄົນ​ໜຸ່ມ​ນ້ອຍ​ທັງ​ຫຼາຍ, ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ

“ຄວາມ​ເຊື່ອ . . . ເປັນ​ຄວາມ​ແນ່​ໃຈ​ເພາະ​ມີ​ຫຼັກ​ຖານ​ຊັດເຈນ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ຈິງ.”—ເຫບເລີ 11:1, ລ.ມ.

ເພງ: 41, 69

1, 2. ບາງ​ຄັ້ງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຍັງ​ໜຸ່ມ​ນ້ອຍ​ອາດ​ສົງໄສ​ແນວ​ໃດ ແລະ​ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ຫຍັງ?

ໃນ​ປະເທດ​ອັງກິດ ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຍັງ​ໜຸ່ມ​ນ້ອຍ​ຖືກ​ນັກ​ຮຽນ​ຄົນ​ໜຶ່ງ​ໃນ​ຫ້ອງ​ເວົ້າ​ໃຫ້​ວ່າ: “ເຈົ້າ​ກໍ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ສະຫຼາດ​ຫຼາຍ ແຕ່​ເປັນ​ຫຍັງ​ເຊື່ອ​ເລື່ອງ​ພະເຈົ້າ.” ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ເຢຍລະມັນ ລາວ​ຂຽນ​ວ່າ: “ພວກ​ອາຈານ​ຖື​ວ່າ​ບັນທຶກ​ເລື່ອງ​ການ​ສ້າງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເປັນ​ພຽງ​ນິທານ. ເຂົາ​ເຈົ້າ​ໃຫ້​ນັກ​ຮຽນ​ເຊື່ອ​ເລື່ອງ​ວິວັດທະນາການ.” ໃນ​ປະເທດ​ຝຣັ່ງ ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຍັງ​ໜຸ່ມ​ນ້ອຍ ລາວ​ເວົ້າ​ວ່າ: “ພວກ​ອາຈານ​ຢູ່​ໂຮງ​ຮຽນ​ຂ້ອນ​ຂ້າງ​ຕື່ນ​ຕົກໃຈ​ທີ່​ມີ​ນັກ​ຮຽນ​ບາງ​ຄົນ​ຍັງ​ເຊື່ອ​ໃນ​ຄຳພີ​ໄບເບິນ.”

2 ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ບໍ່​ເຊື່ອ​ວ່າ​ພະເຈົ້າ​ສ້າງ​ເຮົາ. ຖ້າ​ເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຊິ່ງ​ອາຍຸ​ຍັງ​ນ້ອຍ ຫຼື​ເປັນ​ຄົນ​ໜຸ່ມ​ນ້ອຍ​ທີ່​ກຳລັງ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ ບາງ​ຄັ້ງ​ເຈົ້າ​ອາດ​ສົງໄສ​ວ່າ​ເຈົ້າ​ຈະ​ພິສູດ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ສ້າງ​ເຮົາ. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຄິດ​ຢ່າງ​ຖີ່​ຖ້ວນ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຫຼື​ອ່ານ ແລະ​ຫາ​ເຫດຜົນ​ໃນ​ສິ່ງ​ນັ້ນ. ຄຳພີ​ໄບເບິນ​ກ່າວ​ວ່າ: “ຄວາມ​ຄຶດ​ຕຶກຕອງ​ຈະ​ເຝົ້າ​ຮັກສາ​ເຈົ້າ.” ໂດຍ​ວິທີ​ໃດ? ຄວາມ​ຄຶດ​ຕຶກຕອງ​ຈະ​ຊ່ວຍ​ເຮົາ​ໃຫ້​ປະຕິເສດ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ ແລະ​ຊ່ວຍ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ພະ​ເຢໂຫວາ.—ອ່ານ​ສຸພາສິດ 2:10-12

3. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ໜັກແໜ້ນ​ໃນ​ພະ​ເຢໂຫວາ ເຮົາ​ຕ້ອງ​ຮູ້ຈັກ​ພະອົງ​ເປັນ​ຢ່າງ​ດີ. (1 ຕີໂມເຕ 2:4) ດັ່ງ​ນັ້ນ ເມື່ອ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ແລະ​ສັບພະ​ໜັງສື​ຕ່າງໆຂອງ​ອົງການ ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ຈະ​ຢຸດ​ແລະ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ກຳລັງ​ອ່ານ ແລະ​ພະຍາຍາມ​ເຂົ້າ​ໃຈ​ໃນ​ເລື່ອງ​ນັ້ນ. (ມັດທາຍ 13:23) ຖ້າ​ເຈົ້າ​ສຶກສາ​ແບບ​ນີ້ ເຈົ້າ​ຈະ​ເຫັນ​ຫຼັກ​ຖານ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ສ້າງ​ເຮົາ​ແລະ​ຄຳພີ​ໄບເບິນ​ກໍ​ມາ​ຈາກ​ພະອົງ. (ເຫບເລີ 11:1) ໃຫ້​ພິຈາລະນາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ເຊັ່ນ​ນີ້​ໄດ້​ແນວ​ໃດ?

ວິທີ​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ

4. ການ​ເຊື່ອ​ເລື່ອງ​ວິວັດທະນາການ​ແລະ​ເລື່ອງ​ການ​ສ້າງ​ຄ້າຍ​ຄື​ກັນ​ໃນ​ແງ່​ໃດ? ດັ່ງ​ນັ້ນ ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ຫຍັງ?

4 ບາງ​ຄົນ​ອາດ​ເວົ້າ​ກັບ​ເຈົ້າ​ວ່າ: “ຂ້ອຍ​ເຊື່ອ​ເລື່ອງ​ວິວັດທະນາການ​ເພາະ​ພວກ​ນັກ​ວິທະຍາສາດ​ເວົ້າ​ວ່າ​ນັ້ນ​ເປັນ​ຄວາມ​ຈິງ. ເຈົ້າ​ຈະ​ເຊື່ອ​ເລື່ອງ​ພະເຈົ້າ​ໄດ້​ແນວ​ໃດ​ໃນ​ເມື່ອ​ບໍ່​ມີ​ໃຜ​ເຄີຍ​ເຫັນ​ພະອົງ?” ຫຼາຍ​ຄົນ​ຄິດ​ແບບ​ນີ້. ເປັນ​ຄວາມ​ຈິງ​ທີ່​ວ່າ ບໍ່​ມີ​ໃຜ​ເຄີຍ​ເຫັນ​ພະເຈົ້າ​ຫຼື​ໄດ້​ເຝົ້າ​ເບິ່ງ​ຕອນ​ທີ່​ບາງ​ສິ່ງ​ກຳລັງ​ຖືກ​ສ້າງ​ຂຶ້ນ​ມາ. (ໂຢຮັນ 1:18) ແຕ່​ສຳລັບ​ຄົນ​ທີ່​ເຊື່ອ​ເລື່ອງ​ວິວັດທະນາການ​ເດ? ເຂົາ​ເຈົ້າ​ກໍ​ເຊັ່ນ​ກັນ​ເຊື່ອ​ໃນ​ສິ່ງ​ທີ່​ຕົນ​ເອງ​ບໍ່​ສາມາດ​ເຫັນ​ໄດ້. ບໍ່​ມີ​ນັກ​ວິທະຍາສາດ​ຈັກ​ຄົນ​ຫຼື​ມະນຸດ​ຄົນ​ໃດ​ເລີຍ​ທີ່​ໄດ້​ເຝົ້າ​ສັງເກດ​ເບິ່ງ​ວ່າ​ຊີວິດ​ໃນ​ຮູບ​ແບບ​ໜຶ່ງ​ວິວັດທະນາການ​ໄປ​ເປັນ​ຊີວິດ​ໃນ​ຮູບ​ແບບ​ອື່ນ. ຕົວຢ່າງ​ເຊັ່ນ: ບໍ່​ມີ​ມະນຸດ​ຄົນ​ໃດ​ໄດ້​ເຝົ້າ​ເບິ່ງ​ວ່າ​ສັດ​ເລືອຄານ​ວິວັດທະນາການ​ໄປ​ເປັນ​ສັດ​ລ້ຽງ​ລູກ​ດ້ວຍ​ນົມ. (ໂຢບ 38:1, 4) ດັ່ງ​ນັ້ນ ເຮົາ​ທຸກ​ຄົນ​ຕ້ອງ​ເບິ່ງ​ຄວາມ​ເປັນ​ຈິງ ຄິດ​ກ່ຽວ​ກັບ​ເລື່ອງ​ນີ້​ຢ່າງ​ຖີ່​ຖ້ວນ ແລະ​ຕັດສິນ​ໃຈ​ວ່າ​ສິ່ງ​ເຫຼົ່າ​ນີ້​ພິສູດ​ເຖິງ​ເລື່ອງ​ໃດ​ແທ້ໆ. ຫຼາຍ​ຄົນ​ເບິ່ງ​ສິ່ງ​ຕ່າງໆທີ່​ມີ​ໃນ​ທຳມະຊາດ​ແລະ “ເຂົ້າ​ໃຈ” ວ່າ​ມີ​ພະເຈົ້າ. ເຂົາ​ເຈົ້າ “ເຫັນ” ຢ່າງ​ຈະ​ແຈ້ງ​ວ່າ​ພະອົງ​ເປັນ​ຜູ້​ສ້າງ ພະອົງ​ມີ​ລິດເດດ ແລະ​ພະອົງ​ມີ​ຄຸນ​ລັກສະນະ​ຕ່າງໆທີ່​ດີ​ເລີດ.—ໂລມ 1:20 

ເຄື່ອງ​ມື​ຄົ້ນ​ຄວ້າ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ອະທິບາຍ​ຄວາມ​ເຊື່ອ​ກັບ​ຄົນ​ອື່ນ (ເບິ່ງ​ຂໍ້ 5)

5. ເຄື່ອງ​ມື​ຄົ້ນ​ຄວ້າ​ອັນ​ໃດ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ເລື່ອງ​ການ​ສ້າງ?

5 ເມື່ອ​ເຮົາ​ເບິ່ງ​ທຳມະຊາດ​ແລະ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສິ່ງ​ນີ້ ເຮົາ​ຈະ​ເຫັນ​ວ່າ​ທຸກ​ສິ່ງ​ຖືກ​ສ້າງ​ຢ່າງ​ໜ້າ​ອັດສະຈັນ. “ດ້ວຍ​ຄວາມ​ເຊື່ອ ເຮົາ​ທັງ​ຫຼາຍ​ເຂົ້າ​ໃຈ​ວ່າ” ມີ​ຜູ້​ສ້າງ ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ເຫັນ​ພະອົງ​ກໍ​ຕາມ. ເຮົາ​ສຳນຶກ​ວ່າ​ພະອົງ​ມີ​ນິດໄສ​ໃຈ​ຄໍ​ທີ່​ດີ​ງາມ​ແລະ​ມີ​ສະຕິ​ປັນຍາ​ທີ່​ຍິ່ງໃຫຍ່. (ເຫບເລີ 11:3, 27) ເຮົາ​ສາມາດ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ຕ່າງໆທີ່​ພະອົງ​ໄດ້​ສ້າງ​ໂດຍ​ການ​ອ່ານ​ສິ່ງ​ທີ່​ນັກ​ວິທະຍາສາດ​ໄດ້​ຄົ້ນ​ພົບ. ຂໍ້​ມູນ​ບາງ​ຢ່າງ​ນັ້ນ​ມີ​ຢູ່​ໃນ​ເຄື່ອງ​ມື​ຄົ້ນ​ຄວ້າ​ຕ່າງໆເຊັ່ນ: ວິດີໂອ​ເລື່ອງ​ສິ່ງ​ຊົງ​ສ້າງ​ທີ່​ໜ້າ​ພິດສະຫວົງ​ເຜີຍ​ໃຫ້​ເຫັນ​ຄວາມ​ລໍ້າ​ເລີດ​ຂອງ​ພະເຈົ້າ ຈຸນລະສານ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ? ຈຸນລະສານ​ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ ປຶ້ມ​ພະ​ຜູ້​ສ້າງ​ຜູ້​ໄຝ່​ພະໄທ​ໃນ​ຕົວ​ເຈົ້າ​ມີ​ບໍ? ແລະ​ໃນ​ວາລະສານ​ຕື່ນ​ເຖີດ! ຫຼາຍ​ຄັ້ງ​ມີ​ການ​ສຳ​ພາດ​ນັກ​ວິທະຍາສາດ​ແລະ​ຄົນ​ອື່ນໆເຊິ່ງ​ອະທິບາຍ​ວ່າ​ເປັນ​ຫຍັງ​ຕອນ​ນີ້​ເຂົາ​ເຈົ້າ​ເຊື່ອ​ເລື່ອງ​ພະເຈົ້າ. ນອກ​ຈາກ​ນັ້ນ​ໃນ​ບົດ​ຄວາມ​ຊຸດ​ທີ່​ຊື່​ວ່າ: “ຊີວິດ​ມາ​ຈາກ​ໃສ?” ມີ​ລາຍ​ລະອຽດ​ເລື່ອງ​ສັດ​ແລະ​ສິ່ງ​ອື່ນໆທີ່​ຢູ່​ໃນ​ທຳມະຊາດ​ເຊິ່ງ​ລວມ​ເຖິງ​ຕົວຢ່າງ​ຕ່າງໆທີ່​ນັກ​ວິທະຍາສາດ​ພະຍາຍາມ​ຮຽນ​ແບບ​ວິທີ​ການ​ເຮັດ​ວຽກ​ຂອງ​ສິ່ງ​ເຫຼົ່າ​ນີ້.

6. ເຄື່ອງ​ມື​ຄົ້ນ​ຄວ້າ​ສາມາດ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

6 ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ອາ​ເມຣິ​ກາ​ເຊິ່ງ​ອາຍຸ 19 ປີ ລາວ​ເວົ້າ​ວ່າ: “ຈຸນລະສານ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ? ແລະ​ຈຸນລະສານ​ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ ເປັນ​ປະໂຫຍດ​ຫຼາຍ​ແທ້ໆຕໍ່​ຂ້ອຍ. ຂ້ອຍ​ໄດ້​ສຶກສາ​ປະມານ 12 ຮອບ​ແລ້ວ.” ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະເທດ​ຝຣັ່ງ ລາວ​ຂຽນ​ວ່າ: “ບົດ​ຄວາມ​ຕ່າງໆທີ່​ຢູ່​ໃນ​ຫົວ​ເລື່ອງ ‘ຊີວິດ​ມາ​ຈາກ​ໃສ?’ ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ງຶດງໍ້​ຫຼາຍ! ບົດ​ຄວາມ​ເຫຼົ່າ​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ນັກ​ວິສະວະກຳ​ສາດ​ທີ່​ເກັ່ງ​ທີ່​ສຸດ​ອາດ​ຈະ​ຮຽນ​ແບບ​ສິ່ງ​ທີ່​ມີ​ໃນ​ທຳມະຊາດ​ໄດ້ ແຕ່​ຈະ​ບໍ່​ມີ​ວັນ​ເຮັດ​ໄດ້​ທຽບ​ເທົ່າ​ກັບ​ຄວາມ​ສະ​ຫຼັບ​ຊັບຊ້ອນ​ທີ່​ມີ​ໃນ​ທຳມະຊາດ.” ພໍ່​ແມ່​ຂອງ​ເດັກ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ອາຍຸ 15 ປີ​ທີ່​ຢູ່​ອາ​ຝຼິກ​ກາ​ໃຕ້ ເຂົາ​ເຈົ້າ​ເວົ້າ​ວ່າ: “ສິ່ງ​ທຳອິດ​ທີ່​ລູກ​ສາວ​ຂອງ​ເຮົາ​ມັກ​ອ່ານ​ໃນ​ວາລະສານ​ຕື່ນ​ເຖີດ! ແມ່ນ​ບົດ​ຄວາມ ‘ສຳ​ພາດ.’” ສັບພະ​ໜັງສື​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ເຈົ້າ​ໄດ້​ເຊັ່ນ​ກັນ​ເພື່ອ​ຈະ​ເຫັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ມີ​ຜູ້​ສ້າງ ແລະ​ເຈົ້າ​ຈະ​ເບິ່ງ​ອອກ​ແລະ​ປະຕິເສດ​ຄຳ​ສອນ​ທີ່​ຜິດໆໄດ້. ເມື່ອ​ເຮັດ​ແນວ​ນັ້ນ ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ຈະ​ເຂັ້ມແຂງ​ຄື​ກັບ​ວ່າ​ເຈົ້າ​ເປັນ​ຕົ້ນ​ໄມ້​ທີ່​ມີ​ຮາກ​ຢັ່ງ​ລົງ​ເລິກ​ແລະ​ຈະ​ບໍ່​ລົ້ມ​ລົງ​ເມື່ອ​ປະສົບ​ກັບ​ພາຍຸ​ທີ່​ຮຸນແຮງ.—ເຢເຣມີ 17:5-8

ຄວາມ​ເຊື່ອ​ຂອງ​ເຈົ້າ​ກ່ຽວ​ກັບ​ຄຳພີ​ໄບເບິນ

7. ເປັນ​ຫຍັງ​ພະເຈົ້າ​ຢາກ​ໃຫ້​ເຈົ້າ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ?

7 ຜິດ​ບໍ​ທີ່​ຈະ​ຖາມ​ວ່າ: ‘ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຊື່ອ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ?’ ບໍ່​ຜິດ​ເລີຍ. ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຈົ້າ​ເຊື່ອ​ໃນ​ບາງ​ສິ່ງ​ຍ້ອນ​ວ່າ​ຄົນ​ອື່ນ​ເຊື່ອ. ພະອົງ​ຢາກ​ໃຫ້​ເຈົ້າ​ໃຊ້ “ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ, ລ.ມ.” ເພື່ອ​ຈະ​ຮູ້ຈັກ​ຄຳພີ​ໄບເບິນ​ແລະ​ເຫັນ​ຫຼັກ​ຖານ​ຢືນຢັນ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະອົງ​ແທ້ໆ. ເມື່ອ​ເຈົ້າ​ຮູ້​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ ຄວາມ​ເຊື່ອ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ຄຳພີ​ໄບເບິນ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. (ອ່ານ​ໂລມ 12:1, 2; 1 ຕີໂມເຕ 2:4) ວິທີ​ໜຶ່ງ​ທີ່​ຈະ​ຮູ້ຈັກ​ຄຳພີ​ໄບເບິນ​ກໍ​ໂດຍ​ການ​ສຶກສາ​ຫົວ​ຂໍ້​ທີ່​ສະເພາະ​ເຈາະ​ຈົງ​ເຊິ່ງ​ເຈົ້າ​ຢາກ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ເລື່ອງ​ນັ້ນ.

8, 9. (ກ) ບາງ​ຄົນ​ມັກ​ສຶກສາ​ຫົວ​ເລື່ອງ​ໃດ? (ຂ) ບາງ​ຄົນ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ຄຶດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ອ່ານ?

8 ບາງ​ຄົນ​ມັກ​ສຶກສາ​ຄຳ​ພະຍາກອນ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ ຫຼື​ເຂົາ​ເຈົ້າ​ອາດ​ມັກ​ສົມ​ທຽບ​ບັນທຶກ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກັບ​ສິ່ງ​ທີ່​ນັກ​ປະຫວັດສາດ ນັກ​ວິທະຍາສາດ ຫຼື​ນັກ​ບູຮານຄະດີ​ເວົ້າ. ຂໍ​ໃຫ້​ເບິ່ງ​ຕົ້ນເດີມ 3:15 ເປັນ​ຕົວຢ່າງ. ພະ​ເຢໂຫວາ​ບອກ​ຄຳ​ພະຍາກອນ​ນັ້ນ​ທີ່​ສຳຄັນ​ຫຼາຍ ທັນທີ​ຫຼັງ​ຈາກ​ທີ່​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ແລະ​ຂັດຂືນ​ຕໍ່​ການ​ປົກຄອງ​ຂອງ​ພະອົງ. ນີ້​ເປັນ​ຄຳ​ພະຍາກອນ​ທຳອິດ​ໃນ​ຫຼາຍໆຄຳ​ພະຍາກອນ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວິທີ​ທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ພິສູດ​ວ່າ​ການ​ປົກຄອງ​ຂອງ​ພະອົງ​ແມ່ນ​ດີ​ທີ່​ສຸດ ແລະ​ເຂົ້າ​ໃຈ​ວິທີ​ທີ່​ລາຊະອານາຈັກ​ນີ້​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ໃຫ້​ໝົດ​ໄປ. ເຈົ້າ​ຈະ​ສຶກສາ​ຕົ້ນເດີມ 3:15 ແນວ​ໃດ? ເຈົ້າ​ອາດ​ເຮັດ​ລາຍການ​ຂອງ​ຂໍ້​ພະ​ຄຳພີ​ຕ່າງໆທີ່​ໃຫ້​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ທີ່​ຄຳ​ພະຍາກອນ​ນີ້​ຈະ​ສຳເລັດ​ເປັນ​ຈິງ. ຈາກ​ນັ້ນ ເຈົ້າ​ອາດ​ຄົ້ນ​ຄວ້າ​ເບິ່ງ​ວ່າ​ຂໍ້​ພະ​ຄຳພີ​ເຫຼົ່າ​ນັ້ນ​ຂຽນ​ຕອນ​ໃດ​ແລ້ວ​ກໍ​ຈັດ​ຕາມ​ລຳດັບ​ເວລາ. ໃນ​ທີ່​ສຸດ​ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ວ່າ​ຄົນ​ທີ່​ຂຽນ​ຄຳພີ​ໄບເບິນ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ເວລາ​ທີ່​ແຕກຕ່າງ​ກັນ ແຕ່​ເຂົາ​ເຈົ້າ​ແຕ່​ລະ​ຄົນ​ຂຽນ​ສິ່ງ​ທີ່​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ແຈ້ງ​ຂຶ້ນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ພິສູດ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊີ້​ນຳ​ຄົນ​ເຫຼົ່າ​ນີ້.—2 ເປໂຕ 1:21

9 ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ເຢຍລະມັນ​ໄດ້​ພິຈາລະນາ​ວ່າ​ພະທຳ​ແຕ່​ລະ​ເຫຼັ້ມ​ໃນ​ຄຳພີ​ໄບເບິນ​ມີ​ລາຍ​ລະອຽດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ. ລາວ​ເວົ້າ​ວ່າ: “ມີ​ປະມານ 40 ຄົນ​ທີ່​ຂຽນ​ຄຳພີ​ໄບເບິນ ແລະ​ຫຼາຍ​ຄົນ​ໃນ​ນັ້ນ​ມີ​ຊີວິດ​ຢູ່​ຄົນ​ລະ​ສະໄໝ​ແລະ​ບໍ່​ຮູ້ຈັກ​ກັນ​ເປັນ​ສ່ວນ​ຕົວ​ຊໍ້າ.” ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະເທດ​ອົດສະຕຣາລີ​ໄດ້​ສຶກສາ​ບົດ​ຄວາມ​ໜຶ່ງ​ໃນ​ຫໍສັງເກດການ ແລະ​ໄດ້​ຮຽນ​ຮູ້​ວ່າ​ການ​ສະຫຼອງ​ປັດສະຄາ​ມີ​ຄວາມ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ​ກັບ​ຕົ້ນເດີມ 3:15 ແລະ​ເລື່ອງ​ເມຊີ. [1] (ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ) ລາວ​ຂຽນ​ວ່າ: “ການ​ສຶກສາ​ນັ້ນ​ເປີດ​ຕາ​ຂອງ​ຂ້ອຍ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ດີ​ເລີດ​ແທ້ໆ. ການ​ທີ່​ບາງ​ຄົນ​ຄິດ​ໄດ້​ໃນ​ເລື່ອງ​ການ​ຈັດ​ຕຽມ​ນີ້​ສຳລັບ​ຊາວ​ອິດສະລາແອນ​ແລະ​ເພື່ອ​ຈະ​ໃຫ້​ຄຳ​ສັນຍາ​ນີ້​ສຳເລັດ​ເປັນ​ຈິງ​ໃນ​ພະ​ເຍຊູ ສິ່ງ​ນີ້​ປະທັບ​ໃຈ​ຂ້ອຍ​ຫຼາຍ. ຂ້ອຍ​ໄດ້​ຢຸດ​ແລະ​ຄຶດ​ຕຶກຕອງ​ເຖິງ​ຄວາມ​ເຫຼືອ​ເຊື່ອ​ທີ່​ການ​ສະຫຼອງ​ປັດສະຄາ​ເປັນ​ພາບ​ທີ່​ບອກ​ເຫດການ​ລ່ວງ​ໜ້າ!” ເປັນ​ຫຍັງ​ພີ່​ນ້ອງ​ຍິງ​ຄົນ​ນີ້​ຈຶ່ງ​ຮູ້ສຶກ​ແບບ​ນີ້? ກໍ​ຍ້ອນ​ວ່າ​ລາວ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສິ່ງ​ທີ່​ອ່ານ​ແລະ​ເຂົ້າ​ໃຈ​ໃນ​ເລື່ອງ​ນັ້ນ. ສິ່ງ​ນີ້​ຊ່ວຍ​ເສີມ​ຄວາມ​ເຊື່ອ​ຂອງ​ລາວ​ແລະ​ເຮັດ​ໃຫ້​ລາວ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ມັດທາຍ 13:23

10. ຄວາມ​ສັດ​ຊື່​ຂອງ​ຜູ້​ຂຽນ​ຄຳພີ​ໄບເບິນ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ແນວ​ໃດ​ໃນ​ຄຳພີ​ໄບເບິນ?

10 ຂໍ​ໃຫ້​ຄິດ​ເຖິງ​ຄວາມ​ສັດ​ຊື່​ຂອງ​ບຸກຄົນ​ທີ່​ຂຽນ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ເວົ້າ​ຄວາມ​ຈິງ​ສະເໝີ​ແລະ​ບໍ່​ຢ້ານ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ. ຫຼາຍ​ຄັ້ງ ຜູ້​ຂຽນ​ໃນ​ສະໄໝ​ນັ້ນ​ຂຽນ​ແຕ່​ສິ່ງ​ດີໆກ່ຽວ​ກັບ​ຊາດ​ແລະ​ຜູ້​ນຳ​ຂອງ​ຕົນ​ເອງ. ແຕ່​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ຂຽນ​ສະເພາະ​ສິ່ງ​ດີໆເທົ່າ​ນັ້ນ ເຂົາ​ເຈົ້າ​ຍັງ​ຂຽນ​ສິ່ງ​ບໍ່​ດີ​ທີ່​ຊາວ​ອິດສະລາແອນ​ແລະ​ກະສັດ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ. (2 ຂ່າວຄາວ 16:9, 10; 24:18-22) ເຂົາ​ເຈົ້າ​ຍັງ​ເວົ້າ​ເຖິງ​ຂໍ້​ຜິດ​ພາດ​ຂອງ​ຕົນ​ເອງ​ແລະ​ຂອງ​ຜູ້​ຮັບໃຊ້​ຄົນ​ອື່ນໆຂອງ​ພະເຈົ້າ. (2 ຊາເມືອນ 12:1-14; ມາລະໂກ 14:50) ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຢູ່​ປະເທດ​ອັງກິດ ລາວ​ເວົ້າ​ວ່າ: “ຄວາມ​ສັດ​ຊື່​ແບບ​ນັ້ນ​ຫາ​ໄດ້​ຍາກ​ຫຼາຍ. ເລື່ອງ​ນີ້​ເສີມ​ຄວາມ​ໝັ້ນ​ໃຈ​ໃຫ້​ເຮົາ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະ​ເຢໂຫວາ​ແທ້ໆ.”

11. ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ແນວ​ໃດ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ?

11 ເມື່ອ​ຜູ້​ຄົນ​ຍອມ​ໃຫ້​ຄຳພີ​ໄບເບິນ​ຊີ້​ນຳ​ແນວ​ທາງ​ການ​ໃຊ້​ຊີວິດ​ຂອງ​ເຂົາ​ເຈົ້າ ຄົນ​ເຫຼົ່າ​ນັ້ນ​ກໍ​ຈະ​ເຫັນ​ວ່າ​ປຶ້ມ​ຫົວ​ນີ້​ຊ່ວຍ​ໄດ້. ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ. (ອ່ານ​ຄຳເພງ 19:7-11) ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຍັງ​ໜຸ່ມ​ນ້ອຍ​ເຊິ່ງ​ຢູ່​ປະເທດ​ຍີ່ປຸ່ນ ລາວ​ຂຽນ​ວ່າ: “ການ​ນຳ​ໃຊ້​ຄຳ​ສອນ​ທີ່​ຢູ່​ໃນ​ພະ​ຄຳພີ​ເຮັດ​ໃຫ້​ຄອບຄົວ​ຂອງ​ຂ້ອຍ​ມີ​ຄວາມ​ສຸກ​ແທ້ໆ. ເຮົາ​ພົບ​ຄວາມ​ສະຫງົບ​ສຸກ ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ແລະ​ຄວາມ​ຮັກ.” ຄຳພີ​ໄບເບິນ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ສຳນຶກ​ວ່າ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ​ບໍ່​ໄດ້​ເປັນ​ຄວາມ​ຈິງ. (ຄຳເພງ 115:3-8) ຄຳພີ​ໄບເບິນ​ຊີ້​ນຳ​ຜູ້​ຄົນ​ໃຫ້​ໝາຍ​ເພິ່ງ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ອົງ​ມີ​ລິດເດດ​ທີ່​ໃຫຍ່​ທີ່​ສຸດ ແລະ​ຄຳພີ​ໄບເບິນ​ກໍ​ສັນຍາ​ເລື່ອງ​ອະນາຄົດ​ທີ່​ດີ​ກວ່າ. ແຕ່​ສຳລັບ​ບາງ​ຄົນ​ທີ່​ເວົ້າ​ວ່າ​ບໍ່​ມີ​ພະເຈົ້າ ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ເຮັດ​ໃຫ້​ທຳມະຊາດ​ເປັນ​ຄື​ກັບ​ພະເຈົ້າ. ບາງ​ຄົນ​ກໍ​ເວົ້າ​ວ່າ​ມະນຸດ​ສາມາດ​ເຮັດ​ໃຫ້​ມີ​ອະນາຄົດ​ທີ່​ດີ​ກວ່າ ແຕ່​ເມື່ອ​ເຮົາ​ເບິ່ງ​ສິ່ງ​ທີ່​ມະນຸດ​ເຮັດ​ມາ​ຈົນ​ຮອດ​ປັດຈຸບັນ​ນີ້ ເຮົາ​ກໍ​ເຫັນ​ວ່າ​ເຂົາ​ເຈົ້າ​ບໍ່​ສາມາດ​ແກ້ໄຂ​ບັນຫາ​ຕ່າງໆໃນ​ໂລກ​ນີ້​ໄດ້.—ຄຳເພງ 146:3, 4

ວິທີ​ຫາ​ເຫດຜົນ​ກັບ​ຄົນ​ອື່ນ

12, 13. ເຮົາ​ຈະ​ລົມ​ກັບ​ຄົນ​ອື່ນ​ແນວ​ໃດ​ໃນ​ເລື່ອງ​ຄຳພີ​ໄບເບິນ​ຫຼື​ເລື່ອງ​ການ​ສ້າງ?

12 ເມື່ອ​ເຮົາ​ລົມ​ກັບ​ຄົນ​ອື່ນ​ໃນ​ເລື່ອງ​ຄຳພີ​ໄບເບິນ​ຫຼື​ເລື່ອງ​ການ​ສ້າງ ທຳອິດ​ໃຫ້​ເຮົາ​ພະຍາຍາມ​ທີ່​ຈະ​ຮູ້​ວ່າ​ລາວ​ເຊື່ອ​ແທ້ໆໃນ​ສິ່ງ​ໃດ. ຂໍ​ໃຫ້​ຈື່​ໄວ້​ວ່າ​ບາງ​ຄົນ​ທີ່​ເຊື່ອ​ເລື່ອງ​ວິວັດທະນາການ​ກໍ​ເຊື່ອ​ວ່າ​ມີ​ພະເຈົ້າ. ເຂົາ​ເຈົ້າ​ເວົ້າ​ວ່າ​ພະເຈົ້າ​ໄດ້​ໃຊ້​ວິວັດທະນາການ​ເພື່ອ​ສ້າງ​ທຸກໆສິ່ງ​ທີ່​ມີ​ຊີວິດ. ບາງ​ຄົນ​ເຊື່ອ​ວ່າ​ວິວັດທະນາການ​ຕ້ອງ​ເປັນ​ເລື່ອງ​ຈິງ​ເພາະ​ມີ​ການ​ສອນ​ຢູ່​ໂຮງ​ຮຽນ. ບາງ​ຄົນ​ກໍ​ເຊົາ​ເຊື່ອ​ໃນ​ພະເຈົ້າ​ຍ້ອນ​ວ່າ​ຜິດ​ຫວັງ​ກັບ​ສາສະໜາ. ດັ່ງ​ນັ້ນ ທຳອິດ​ຂໍ​ໃຫ້​ຖາມ​ຄົນ​ນັ້ນ​ວ່າ​ລາວ​ເຊື່ອ​ໃນ​ສິ່ງ​ໃດ​ແລະ​ເປັນ​ຫຍັງ​ຈຶ່ງ​ເຊື່ອ​ແບບ​ນັ້ນ ແລ້ວ​ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ລາວ​ເວົ້າ. ເມື່ອ​ເຮັດ​ແບບ​ນັ້ນ ລາວ​ອາດ​ເຕັມ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຟັງ​ເຈົ້າ.—ຕິໂຕ 3:2 

ໃຫ້​ຖາມ​ຜູ້​ຄົນ​ດ້ວຍ​ຄວາມ​ນັບຖື​ວ່າ​ເຂົາ​ເຈົ້າ​ເຊື່ອ​ສິ່ງ​ໃດ ແລ້ວ​ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ

13 ຖ້າ​ບາງ​ຄົນ​ເວົ້າ​ວ່າ ເຈົ້າ​ໂງ່​ແທ້​ທີ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ ເຈົ້າ​ຈະ​ຕອບ​ແນວ​ໃດ? ໃຫ້​ຖາມ​ລາວ​ດ້ວຍ​ຄວາມ​ນັບຖື​ໂດຍ​ໃຫ້​ລາວ​ອະທິບາຍ​ວ່າ ລາວ​ຄິດ​ວ່າ​ຊີວິດ​ເລີ່ມ​ຕົ້ນ​ແນວ​ໃດ. ເຈົ້າ​ອາດ​ເວົ້າ​ວ່າ ຖ້າ​ຊີວິດ​ມາ​ຈາກ​ວິວັດທະນາການ ສິ່ງ​ທຳອິດ​ທີ່​ມີ​ຊີວິດ​ຕ້ອງ​ມີ​ຄວາມ​ສາມາດ​ໃນ​ການ​ສ້າງ​ຕົວ​ເອງ​ໃໝ່. ທີ່​ຈິງ ສາສະດາ​ຈານ​ເຄມີ​ສາດ​ຄົນ​ໜຶ່ງ​ໄດ້​ເວົ້າ​ວ່າ ຢ່າງ​ໜ້ອຍ​ຈຳເປັນ​ຕ້ອງ​ມີ (1) ສິ່ງ​ທີ່​ເປັນ​ເຍື່ອ​ຫຸ້ມ​ເພື່ອ​ປ້ອງກັນ​ຕົວ​ເອງ (2) ວິທີ​ການ​ເກັບ​ແລ້ວ​ໃຊ້​ພະລັງ​ງານ (3) ຂໍ້​ມູນ​ເພື່ອ​ຄວບຄຸມ​ຮູບ​ຊົງ​ແລະ​ການ​ຂະຫຍາຍ​ຕົວ ແລະ (4) ຄວາມ​ສາມາດ​ໃນ​ການ​ຄັດ​ລອກ​ຂໍ້​ມູນ. ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ຄົນ​ເຮົາ​ປະທັບ​ໃຈ​ຫຼາຍ​ເມື່ອ​ເຫັນ​ວ່າ​ສິ່ງ​ມີ​ຊີວິດ​ທີ່​ບໍ່​ສະ​ຫຼັບ​ຊັບຊ້ອນ​ທີ່​ສຸດ​ກໍ​ຍັງ​ສະ​ຫຼັບ​ຊັບຊ້ອນ​ຫຼາຍ.”

14. ເມື່ອ​ລົມ​ກັບ​ຄົນ​ອື່ນ​ໃນ​ເລື່ອງ​ການ​ສ້າງ ເຈົ້າ​ສາມາດ​ໃຊ້​ເຫດຜົນ​ອັນ​ໃດ​ທີ່​ງ່າຍໆ?

14 ເມື່ອ​ລົມ​ກັນ​ໃນ​ເລື່ອງ​ການ​ສ້າງ ເຈົ້າ​ອາດ​ໃຊ້​ເຫດຜົນ​ງ່າຍໆທີ່​ອັກຄະສາວົກ​ໂປໂລ​ໃຊ້. ລາວ​ຂຽນ​ວ່າ: “ເຫດ​ວ່າ​ເຮືອນ​ທຸກ​ຫຼັງ​ຄົງ​ມີ​ຜູ້​ສ້າງ ແຕ່​ວ່າ​ຜູ້​ໄດ້​ສ້າງ​ສັບພະ​ທຸກ​ສິ່ງ​ເປັນ​ພະເຈົ້າ.” (ເຫບເລີ 3:4) ແມ່ນ​ແລ້ວ ເຮືອນ​ກໍ​ມີ​ຜູ້​ອອກ​ແບບ​ແລະ​ຜູ້​ສ້າງ. ແນ່ນອນ​ວ່າ​ສິ່ງ​ຕ່າງໆທີ່​ມີ​ຊີວິດ​ເຊິ່ງ​ສະ​ຫຼັບ​ຊັບຊ້ອນ​ຫຼາຍ​ກວ່າ​ເຮືອນ​ກໍ​ຕ້ອງ​ມີ​ຜູ້​ອອກ​ແບບ​ແລະ​ຜູ້​ສ້າງ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ໃຊ້​ສັບພະ​ໜັງສື​ຕ່າງໆຂອງ​ອົງການ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ລົມ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ. ລາວ​ເອົາ​ຈຸນລະສານ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ? ແລະ​ຈຸນລະສານ​ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ ໃຫ້​ກັບ​ຊາຍ​ໜຸ່ມ​ຄົນ​ນັ້ນ ແລະ​ປະມານ​ອາທິດ​ໜຶ່ງ​ຕໍ່​ມາ ລາວ​ກໍ​ເວົ້າ​ວ່າ: “ຕອນ​ນີ້​ຂ້ອຍ​ເຊື່ອ​ໃນ​ພະເຈົ້າ.” ຊາຍ​ໜຸ່ມ​ຄົນ​ນັ້ນ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແລະ​ຕໍ່​ມາ​ກໍ​ໄດ້​ເປັນ​ພີ່​ນ້ອງ​ຂອງ​ເຮົາ.

15, 16. ເຮົາ​ຄວນ​ເຮັດ​ຫຍັງ​ກ່ອນ​ທີ່​ຈະ​ອະທິບາຍ​ກັບ​ບາງ​ຄົນ​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ? ແລະ​ເຮົາ​ຄວນ​ຈື່​ສິ່ງ​ໃດ​ໄວ້​ສະເໝີ?

15 ຖ້າ​ບາງ​ຄົນ​ມີ​ຂໍ້​ສົງໄສ​ກ່ຽວ​ກັບ​ຄຳພີ​ໄບເບິນ ເຈົ້າ​ຈະ​ຫາ​ເຫດຜົນ​ກັບ​ລາວ​ແນວ​ໃດ. ດັ່ງ​ທີ່​ກ່າວ​ໄວ້​ກ່ອນ​ໜ້າ​ນີ້ ທຳອິດ​ໃຫ້​ຖາມ​ວ່າ​ລາວ​ເຊື່ອ​ແນວ​ໃດ ແລະ​ຈາກ​ນັ້ນ​ໃຫ້​ຊອກ​ຮູ້​ໃນ​ສິ່ງ​ທີ່​ລາວ​ສົນ​ໃຈ. (ສຸພາສິດ 18:13) ຖ້າ​ລາວ​ມັກ​ເລື່ອງ​ວິທະຍາສາດ ໃຫ້​ລາວ​ເບິ່ງ​ຕົວຢ່າງ​ຕ່າງໆໃນ​ຄຳພີ​ໄບເບິນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຄຳພີ​ໄບເບິນ​ເວົ້າ​ຖືກຕ້ອງ​ສະເໝີ​ກ່ຽວ​ກັບ​ເລື່ອງ​ວິທະຍາສາດ. ຖ້າ​ລາວ​ມັກ​ເລື່ອງ​ປະຫວັດສາດ ເຈົ້າ​ອາດ​ກ່າວ​ເຖິງ​ເຫດການ​ໜຶ່ງ​ທີ່​ບອກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຕ່າງໆ ແລະ​ໃຫ້​ລາວ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ໄດ້​ບອກ​ລ່ວງ​ໜ້າ​ເລື່ອງ​ເຫດການ​ນັ້ນ​ເປັນ​ເວລາ​ຫຼາຍ​ປີ​ກ່ອນ​ທີ່​ມັນ​ຈະ​ເກີດ​ຂຶ້ນ. ບາງ​ຄົນ​ອາດ​ຟັງ​ເຈົ້າ ຖ້າ​ເຈົ້າ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ສິ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເຊິ່ງ​ສາມາດ​ປັບ​ປຸງ​ຊີວິດ​ຂອງ​ເຂົາ​ເຈົ້າ​ໄດ້ ເຊັ່ນ: ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳ​ເທດ​ເທິງ​ພູເຂົາ.

16 ຂໍ​ໃຫ້​ຈື່​ໄວ້​ວ່າ ເຮົາ​ບໍ່​ຕ້ອງການ​ທີ່​ຈະ​ຖຽງ​ກັບ​ຜູ້​ຄົນ ແຕ່​ເຮົາ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ມ່ວນ​ໃນ​ການ​ລົມ​ກັບ​ເຮົາ​ແລະ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ໃຫ້​ຖາມ​ຄຳຖາມ​ໃນ​ແບບ​ທີ່​ສະແດງ​ຄວາມ​ນັບຖື ແລະ​ຈາກ​ນັ້ນ​ກໍ​ໃຫ້​ຕັ້ງ​ໃຈ​ຟັງ. ເມື່ອ​ເຈົ້າ​ບອກ​ບາງ​ຄົນ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ເຊື່ອ ຂໍ​ໃຫ້​ເຮັດ​ຢ່າງ​ສຸພາບ ໂດຍ​ສະເພາະ​ເມື່ອ​ຄົນ​ນັ້ນ​ອາຍຸ​ຫຼາຍ​ກວ່າ​ເຈົ້າ. ຖ້າ​ເຈົ້າ​ນັບຖື​ຄົນ​ອື່ນ ອາດ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ກໍ​ຈະ​ນັບຖື​ເຈົ້າ​ເຊັ່ນ​ກັນ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ປະທັບ​ໃຈ​ແທ້ໆກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ເຊື່ອ​ເຖິງ​ວ່າ​ເຈົ້າ​ຍັງ​ນ້ອຍ​ກໍ​ຕາມ. ຖ້າ​ບາງ​ຄົນ​ພຽງ​ແຕ່​ຢາກ​ຖຽງ​ຫຼື​ເຍາະ​ເຍີ້ຍ​ເຈົ້າ ເຈົ້າ​ກໍ​ບໍ່​ຈຳເປັນ​ຕ້ອງ​ຕອບ​ລາວ.—ສຸພາສິດ 26:4

ຄົ້ນ​ຫາ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລະ​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ

17, 18. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເສີມ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ? (ຂ) ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

17 ເຮົາ​ອາດ​ຮູ້ຈັກ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ ແຕ່​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເຮົາ​ຕ້ອງ​ຮູ້ຈັກ​ຫຼາຍ​ກວ່າ​ນັ້ນ. ເຮົາ​ຕ້ອງ​ຂຸດ​ຄົ້ນ​ແລະ​ຄົ້ນ​ຫາ​ຄວາມ​ຈິງ​ທີ່​ເລິກ​ເຊິ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ຄື​ກັບ​ທີ່​ເຮົາ​ກຳລັງ​ຊອກ​ຫາ​ຊັບ​ສົມບັດ​ທີ່​ເຊື່ອງ​ໄວ້. (ສຸພາສິດ 2:3-6) ການ​ອ່ານ​ຄຳພີ​ໄບເບິນ​ໝົດ​ຫົວ​ເປັນ​​ທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ. ບາງ​ທີ​ເຈົ້າ​ອາດ​ພະຍາຍາມ​ອ່ານ​ໃຫ້​ຈົບ​ພາຍ​ໃນ​ໜຶ່ງ​ປີ. ການ​ເຮັດ​ແບບ​ນີ້​ໄດ້​ຊ່ວຍ​ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕອນ​ທີ່​ລາວ​ຍັງ​ນ້ອຍ. ລາວ​ເວົ້າ​ວ່າ: “ການ​ອ່ານ​ຄຳພີ​ໄບເບິນ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ເປັນ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າ​ໃຈ​ວ່າ​ນີ້​ເປັນ​ພະ​ຄຳ​ຂອງ​ພະເຈົ້າ. ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ​ທີ່​ຂ້ອຍ​ໄດ້​ຮຽນ​ຕອນ​ຍັງ​ນ້ອຍໆ ໃນ​ທີ່​ສຸດ​ມັນ​ກໍ​ເປັນ​ເລື່ອງ​ທີ່​ມີ​ເຫດ​ມີ​ຜົນ​ສຳລັບ​ຂ້ອຍ.” ນອກ​ຈາກ​ນັ້ນ ໃຫ້​ໃຊ້​ເຄື່ອງ​ມື​ຄົ້ນ​ຄວ້າ​ຕ່າງໆທີ່​ມີ​ໃນ​ພາສາ​ຂອງ​ເຈົ້າ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ອ່ານ. ເຈົ້າ​ອາດ​ມີ​ດີ​ວິ​ດີ​ສຳລັບ​ຫ້ອງ​ສະ​ໝຸດ​ຂອງ​ວັອດທາວເວີ (Watchtower Library) ຫ້ອງ​ສະ​ໝຸດອອນ​ລາຍ​ຂອງ​ວັອດທາວເວີ (Watchtower ONLINE LIBRARY) ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດທາວເວີ (Watch Tower Publications Index) ຫຼື​ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ (Research Guide for Jehovahs Witnesses).

18 ພໍ່​ແມ່​ທັງ​ຫຼາຍ​ເຈົ້າ​ມີ​ບົດບາດ​ສຳຄັນ ເພາະ​ເຈົ້າ​ສາມາດ​ສອນ​ລູກ​ກ່ຽວ​ກັບ​ພະ​ເຢໂຫວາ. ດັ່ງ​ນັ້ນ ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພະ​ເຢໂຫວາ? ບົດ​ຄວາມ​ຕໍ່​ໄປ​ຈະ​ເວົ້າ​ເຖິງ​ບາງ​ວິທີ​ທີ່​ເຈົ້າ​ສາມາດ​ເຮັດ​ເຊັ່ນ​ນີ້​ໄດ້.

^ [1] (ຂໍ້ 9) ຫໍສັງເກດການ 15 ທັນວາ 2013.