ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

‘ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ທຸກ​ວັນ’

‘ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ທຸກ​ວັນ’

“ຖ້າ​ທ່ານ​ມີ​ຄຳ​ເຕືອນ​ສະຕິ [“ໃຫ້​ກຳລັງ​ໃຈ”, ລ.ມ.] ຄຳ​ໜຶ່ງ​ຄຳ​ໃດ​ສຳລັບ​ຄົນ​ທັງ​ຫຼາຍ ຈົ່ງ​ເວົ້າ​ເຖີ້ນ.”—ກິດຈະການ 13:15

ເພງ: 83, 57

1, 2. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

ຄລິດຕິນາ​ອາຍຸ 18 ປີ​ເລົ່າ​ວ່າ: “ພໍ່​ແມ່​ເກືອບ​ບໍ່​ເຄີຍ​ໃຫ້​ກຳລັງ​ໃຈ​ຂ້ອຍ​ເລີຍ ມີ​ແຕ່​ຕຳໜິ​ຂ້ອຍ. ຄຳ​ເວົ້າ​ຂອງ​ພວກ​ເພິ່ນ​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ. ພໍ່​ແມ່​ບອກ​ວ່າ​ຂ້ອຍ​ບໍ່​ເປັນ​ຜູ້​ໃຫຍ່ ຂ້ອຍ​ຈະ​ບໍ່​ເຄີຍ​ຮຽນ​ຮູ້​ຫຍັງ ແລະ​ຂ້ອຍ​ຕຸ້ຍ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງຮ້ອງໄຫ້​ເລື້ອຍໆ ແລະ​ບໍ່​ຢາກ​ເວົ້າ​ນຳ​ພວກ​ເພິ່ນ. ຂ້ອຍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ.” [1] (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ) ຊີວິດ​ຄົງ​ຈະ​ລຳບາກ​ຫຼາຍ​ເມື່ອ​ຄົນ​ອື່ນ​ບໍ່​ໄດ້​ໃຫ້​ກຳລັງ​ໃຈ​ເຮົາ!

2 ໃນ​ທາງ​ກົງ​ກັນ​ຂ້າມ ໃຫ້​ຄິດ​ເບິ່ງ​ວ່າ​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໄດ້​ຫຼາຍ​ສໍ່າ​ໃດ​ເມື່ອ​ເຮົາ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ. ພີ່​ນ້ອງ​ຣູເບັນ​ເວົ້າ​ວ່າ: “ເປັນ​ເວລາ​ຫຼາຍ​ປີ​ທີ່​ຂ້ອຍ​ໄດ້​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ທີ່​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ແຕ່​ມີ​ເທື່ອ​ໜຶ່ງ​ທີ່​ຂ້ອຍ​ກຳລັງ​ປະກາດ​ກັບ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ເຊິ່ງ​ຮູ້​ວ່າ​ຂ້ອຍ​ບໍ່​ມີ​ຄວາມ​ສຸກ​ໃນ​ມື້​ນັ້ນ. ລາວ​ຟັງ​ຂ້ອຍ​ແບບ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ຂ້ອຍ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ. ຈາກ​ນັ້ນ ລາວ​ບອກ​ຂ້ອຍ​ໃຫ້​ຄິດ​ເຖິງ​ສິ່ງ​ດີໆທີ່​ຂ້ອຍ​ກຳລັງ​ເຮັດ​ໃຫ້​ສຳເລັດ. ລາວ​ຍັງ​ບອກ​ຂ້ອຍ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ ເຮົາ​ແຕ່​ລະ​ຄົນ​ມີ​ຄ່າ​ຫຼາຍ​ກວ່າ​ນົກ​ຈອກ​ຫຼາຍ​ຕົວ. ຂ້ອຍ​ຄິດ​ເຖິງ​ພະ​ຄຳພີ​ຂໍ້​ນັ້ນ​ຕະຫຼອດ ແລະ​ມັນ​ກໍ​ຍັງ​ປະທັບ​ໃຈ​ຂ້ອຍ. ຄຳ​ເວົ້າ​ຂອງ​ຜູ້​ເຖົ້າ​ແກ່​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ແຕກຕ່າງ​ຫຼາຍ.”—ມັດທາຍ 10:31

3. (ກ) ອັກຄະສາວົກ​ໂປໂລ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ເປັນ​ປະຈຳ. ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ຊາວ​ເຫບເລີ​ວ່າ: ‘ພີ່​ນ້ອງ​ທັງ​ຫຼາຍ​ເອີຍ​ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ມີ​ຜູ້​ໜຶ່ງ​ຜູ້​ໃດ​ໃນ​ພວກ​ທ່ານ​ມີ​ໃຈ​ຊົ່ວ​ບໍ່​ເຊື່ອ ໂດຍ​ປະພະເຈົ້າ​ຜູ້​ເປັນ​ຊີວິດ​ຢູ່ ແຕ່​ວ່າ​ຈົ່ງ​ເຕືອນ​ສະຕິ [“ໃຫ້​ກຳລັງ​ໃຈ”, ລ.ມ.] ກັນ​ແລະ​ກັນ​ທຸກ​ວັນ.’ ໂປໂລ​ໄດ້​ອະທິບາຍ​ເຫດຜົນ​ວ່າ: ‘ເພື່ອ​ບໍ່​ໃຫ້​ຜູ້​ໜຶ່ງ​ຜູ້​ໃດ​ໃນ​ພວກ​ທ່ານ​ມີ​ໃຈ​ແຂງ​ໄປ​ດ້ວຍ​ຄວາມ​ລໍ້​ລວງ​ຂອງ​ບາບ.’ (ເຫບເລີ 3:12, 13) ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ຮູ້ສຶກ​ດີ​ສໍ່າ​ໃດ​ເມື່ອ​ບາງ​ຄົນ​ໃຫ້​ກຳລັງ​ໃຈ​ເຈົ້າ. ດັ່ງ​ນັ້ນ ເຮົາ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຈະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ? ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ ພະ​ເຍຊູ ແລະ​ໂປໂລ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ? ແລະ​ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ? ໃຫ້​ເຮົາ​ພິຈາລະນາ​ຄຳຖາມ​ເຫຼົ່າ​ນີ້.

ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ

4. ໃຜ​ແດ່​ຕ້ອງການ​ກຳລັງ​ໃຈ? ໃນ​ທຸກ​ມື້​ນີ້​ເປັນ​ຫຍັງ​ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

4 ເຮົາ​ທຸກ​ຄົນ​ຕ້ອງການ​ກຳລັງ​ໃຈ ແລະ​ຈຳເປັນ​ແທ້ໆທີ່​ພໍ່​ແມ່​ຕ້ອງ​ໃຫ້​ກຳລັງ​ໃຈ​ລູກ. ອາຈານ​ສອນ​ຄົນ​ໜຶ່ງ​ຊື່ ຕີ​ໂມ​ທີ ອີ​ວານ ອະທິບາຍ​ວ່າ: ເດັກ​ນ້ອຍ “ຕ້ອງການ​ກຳລັງ​ໃຈ​ຄື​ກັບ​ທີ່​ຕົ້ນ​ໄມ້​ຕ້ອງການ​ນໍ້າ.” ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ໂດຍ​ການ​ໃຫ້​ກຳລັງ​ໃຈ ເດັກ​ນ້ອຍ​ຈະ​ຮູ້ສຶກ​ວ່າ​ຕົວ​ເອງ​ມີ​ຄ່າ​ແລະ​ເປັນ​ປະໂຫຍດ.” ແຕ່​ຍ້ອນ​ເຮົາ​ມີ​ຊີວິດ​ຢູ່ “ໃນ​ສະໄໝ​ສຸດ​ທ້າຍ, ລ.ມ.” ຫຼາຍ​ຄົນ​ຈຶ່ງ​ເຫັນ​ແກ່​ຕົວ​ແລະ​ມີ ‘ຄວາມ​ຮັກ​ຕາມ​ທຳມະຊາດ’ ພຽງ​ໜ້ອຍ​ດຽວ​ຕໍ່​ຄົນ​ອື່ນ. (2 ຕີໂມເຕ 3:1-5) ພໍ່​ແມ່​ບາງ​ຄົນ​ບໍ່​ໄດ້​ໃຫ້​ກຳລັງ​ໃຈ​ລູກ ຍ້ອນ​ວ່າ​ເຂົາ​ເຈົ້າ​ເອງ​ກໍ​ບໍ່​ເຄີຍ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພໍ່​ແມ່. ຜູ້​ໃຫຍ່​ຕ້ອງການ​ກຳລັງ​ໃຈ​ເຊັ່ນ​ກັນ ແຕ່​ສ່ວນ​ຫຼາຍ​ກໍ​ບໍ່​ເຄີຍ​ໄດ້​ຮັບ. ຕົວຢ່າງ​ເຊັ່ນ: ຫຼາຍ​ຄົນ​ຈົ່ມ​ວ່າ​ເຂົາ​ເຈົ້າ​ບໍ່​ເຄີຍ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ເລີຍ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ຢູ່​ບ່ອນ​ເຮັດ​ວຽກ.

ຊົມ​ເຊີຍ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້​ດີ

5. ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ວິທີ​ໃດ?

5 ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ຊົມ​ເຊີຍ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້​ດີ. ເຮົາ​ຍັງ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ບອກ​ວ່າ​ເຂົາ​ເຈົ້າ​ມີ​ຄຸນ​ລັກສະນະ​ທີ່​ດີ ແລະ​ໂດຍ​ປອບ​ໃຈ​ເຂົາ​ເຈົ້າ​ເມື່ອ​ໂສກ​ເສົ້າ​ຫຼື​ທໍ້​ໃຈ. (1 ເທຊະໂລນີກ 5:14) ຍ້ອນ​ວ່າ​ເຮົາ​ຢູ່​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເລື້ອຍໆ ເຮົາ​ຈຶ່ງ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ເວົ້າ​ບາງ​ສິ່ງ​ເພື່ອ​ໃຫ້​ກຳລັງ​ໃຈ​ກັນ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 4:9, 10) ດັ່ງ​ນັ້ນ ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຫັນ​ຄຸນຄ່າ​ແລະ​ຮັກ​ເຂົາ​ເຈົ້າ? ແລະ​ຂ້ອຍ​ເວົ້າ​ແບບ​ນີ້​ບໍ​ເມື່ອ​ມີ​ໂອກາດ?’ ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ທີ່​ວ່າ: “ຖ້ອຍຄຳ​ທີ່​ອອກ​ຖືກ​ເວລາ​ສົມຄວນ​ກໍ​ປະເສີດ​ຫຼາຍ​ແທ້.”—ສຸພາສິດ 15:23

6. ເປັນ​ຫຍັງ​ຊາຕານ​ຢາກ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ທໍ້​ໃຈ? ໃຫ້​ຍົກ​ຕົວຢ່າງ​ວ່າ​ມັນ​ໄດ້​ພະຍາຍາມ​ແນວ​ໃດ​ທີ່​ຈະ​ເຮັດ​ແບບ​ນີ້.

6 ສຸພາສິດ 24:10 ບອກ​ວ່າ: “ຖ້າ​ເຈົ້າ​ເສຍໃຈ [“ທໍ້​ໃຈ”, ລ.ມ.] ໃນ​ວັນ​ທີ່​ມີ​ຄວາມ​ຂັດສົນ​ຫຼາຍ ເຫື່ອ​ແຮງ​ຂອງ​ເຈົ້າ​ກໍ​ໜ້ອຍ.” ຊາຕານ​ຮູ້​ວ່າ​ຖ້າ​ມັນ​ເຮັດ​ໃຫ້​ເຮົາ​ທໍ້​ໃຈ ມັນ​ກໍ​ຈະ​ສາມາດ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ອ່ອນແອ​ລົງ. ມັນ​ພະຍາຍາມ​ເຮັດ​ໃຫ້​ໂຢບ​ທໍ້​ໃຈ​ໂດຍ​ເຮັດ​ໃຫ້​ລາວ​ປະສົບ​ກັບ​ຄວາມ​ທຸກ​ທໍລະມານ​ຢ່າງ​ຮ້າຍແຮງ. ແຕ່​ແຜນການ​ທີ່​ໂຫດ​ຮ້າຍ​ຂອງ​ມັນ​ບໍ່​ປະສົບ​ຜົນ​ສຳເລັດ ເພາະ​ໂຢບ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ. (ໂຢບ 2:3; 22:3; 27:5) ເຮົາ​ກໍ​ເຊັ່ນ​ກັນ​ສາມາດ​ຕໍ່​ສູ້​ກັບ​ຊາຕານ​ໄດ້​ແລະ​ໝັ້ນ​ໃຈ​ວ່າ​ມັນ​ຈະ​ບໍ່​ປະສົບ​ຜົນ​ສຳເລັດ. ຖ້າ​ເຮົາ​ໃຫ້​ກຳລັງ​ໃຈ​ຄົນ​ໃນ​ຄອບຄົວ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ​ຕໍ່ໆໄປ ເຮົາ​ກໍ​ຈະ​ຊ່ວຍ​ກັນ​ແລະ​ກັນ​ໃຫ້​ມີ​ຄວາມ​ຍິນດີ​ແລະ​ຮັກສາ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ.

ຕົວຢ່າງ​ທີ່​ເຮົາ​ສາມາດ​ຮຽນ​ແບບ​ໄດ້

7, 8. (ກ) ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຜູ້​ຄົນ​ແນວ​ໃດ? (ຂ) ພໍ່​ແມ່​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

7 ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຜູ້​ຄົນ. ຜູ້​ຂຽນ​ຄຳເພງ​ຂຽນ​ວ່າ: ‘ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ຂາດ [“ຫົວໃຈ​ແຕກ​ສະ​ຫຼາຍ”, ລ.ມ.] ແລະ​ພະອົງ​ຊ່ອຍ​ຄົນ​ທັງ​ຫຼາຍ​ທີ່​ເສົ້າ​ເສຍໃຈ.’ (ຄຳເພງ 34:18) ເມື່ອ​ຜູ້​ພະຍາກອນ​ເຢເຣມີ​ຢ້ານ​ແລະ​ທໍ້​ໃຈ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ລາວ. (ເຢເຣມີ 1:6-10) ພະ​ເຢໂຫວາ​ໄດ້​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ໃຫ້​ໄປ​ເສີມ​ກຳລັງ​ຜູ້​ພະຍາກອນ​ດານຽນ​ທີ່​ເຖົ້າ​ແລ້ວ. ທູດ​ສະຫວັນ​ອົງ​ນັ້ນ​ໄດ້​ເອີ້ນ​ດານຽນ​ວ່າ​ເປັນ​ຄົນ​ທີ່​ມີ “ຄ່າ​ຫຼາຍ, ລ.ມ.” (ດານຽນ 10:8, 11, 18, 19) ເຈົ້າ​ຈະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃນ​ແບບ​ທີ່​ຄ້າຍໆກັນ​ນີ້​ໄດ້​ບໍ ເຊິ່ງ​ລວມ​ເຖິງ​ໄພໂອເນຍ​ແລະ​ຜູ້​ສູງ​ອາຍຸ​ທີ່​ບໍ່​ສາມາດ​ເຮັດ​ວຽກ​ປະກາດ​ໄດ້​ຫຼາຍ​ຄື​ແຕ່​ກ່ອນ?

ພໍ່​ແມ່​ທັງ​ຫຼາຍ ໃຫ້​ຊ່ວຍ​ລູກ​ທີ່​ຈະ​ອົດ​ທົນ​ກັບ​ການ​ທົດລອງ​ຢູ່​ໂຮງ​ຮຽນ

8 ເຖິງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ຢູ່​ນຳ​ກັນ​ເປັນ​ເວລາ​ຫຼາຍ​ປີ ແຕ່​ພະ​ເຢໂຫວາ​ຮູ້​ວ່າ​ຍັງ​ຈຳເປັນ​ຕ້ອງ​ໃຫ້​ກຳລັງ​ໃຈ​ພະ​ເຍຊູ​ເມື່ອ​ພະອົງ​ຢູ່​ໂລກ​ນີ້. ພະ​ເຍຊູ​ໄດ້​ຍິນ​ສຽງ​ພໍ່​ເວົ້າ​ຈາກ​ສະຫວັນ​ເມື່ອ​ພະອົງ​ເລີ່ມ​ຕົ້ນ​ເຮັດ​ວຽກ​ປະກາດ ແລະ​ໃນ​ລະຫວ່າງ​ປີ​ສຸດ​ທ້າຍ​ທີ່​ຢູ່​ໂລກ​ນີ້. ໃນ​ສອງ​ໂອກາດ​ນີ້ ພະ​ເຢໂຫວາ​ເວົ້າ​ວ່າ: “ພະອົງ​ນີ້​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.” (ມັດທາຍ 3:17; 17:5) ແນ່ນອນ ພະ​ເຍຊູ​ຕ້ອງ​ຮູ້ສຶກ​ວ່າ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆເມື່ອ​ໄດ້​ຍິນ​ພໍ່​ບອກ​ວ່າ​ຮັກ​ແລະ​ພູມ​ໃຈ​ໃນ​ຕົວ​ພະອົງ. ຕໍ່​ມາ​ໃນ​ຄືນ​ກ່ອນ​ພະ​ເຍຊູ​ຈະ​ຕາຍ ພະອົງ​ຮູ້ສຶກ​ກັງວົນ​ໃຈ​ຫຼາຍ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຫ້​ກຳລັງ​ໃຈ​ພະອົງ​ໂດຍ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ໃຫ້​ມາ​ເສີມ​ກຳລັງ​ແລະ​ປອບ​ໃຈ​ພະອົງ. (ລືກາ 22:43) ພໍ່​ແມ່​ທັງ​ຫຼາຍ ເຈົ້າ​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ ໂດຍ​ໃຫ້​ກຳລັງ​ໃຈ​ລູກ​ເປັນ​ປະຈຳ. ຊົມ​ເຊີຍ​ເມື່ອ​ລູກ​ເຮັດ​ບາງ​ສິ່ງ​ໄດ້​ດີ. ເມື່ອ​ລູກ​ພົບ​ການ​ທົດລອງ​ຢູ່​ໂຮງ​ຮຽນ ໃຫ້​ເຈົ້າ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເສີມ​ກຳລັງ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ອົດ​ທົນ.

9. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ພວກ​ອັກຄະສາວົກ?

9 ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ເພື່ອ​ໃຫ້​ເຮົາ​ຮຽນ​ແບບ. ໃນ​ຄືນ​ກ່ອນ​ພະ​ເຍຊູ​ຈະ​ຕາຍ ພະອົງ​ໄດ້​ລ້າງ​ຕີນ​ໃຫ້​ພວກ​ອັກຄະສາວົກ​ແລະ​ບອກ​ເຂົາ​ເຈົ້າ​ວ່າ​ການ​ເປັນ​ຄົນ​ຖ່ອມ​ຕົວ​ສຳຄັນ​ຫຼາຍ. ແຕ່​ເຂົາ​ເຈົ້າ​ຍິ່ງ​ແລະ​ຖຽງ​ກັນ​ວ່າ​ຜູ້​ໃດ​ເປັນ​ໃຫຍ່​ທີ່​ສຸດ ແລະ​ເປໂຕ​ໄດ້​ໂອ້​ອວດ​ວ່າ​ລາວ​ຈະ​ບໍ່​ມີ​ທາງ​ປະ​ຖິ້ມ​ພະ​ເຍຊູ. (ລືກາ 22:24, 33, 34) ແຕ່​ພະ​ເຍຊູ​ບໍ່​ໄດ້​ຈົດຈໍ່​ໃນ​ຂໍ້​ຜິດ​ພາດ​ຂອງ​ເຂົາ​ເຈົ້າ ພະອົງ​ຊົມ​ເຊີຍ​ເຂົາ​ເຈົ້າ​ທີ່​ຮັກສາ​ຄວາມ​ພັກດີ​ຕໍ່​ພະອົງ. ພະອົງ​ສັນຍາ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ໃນ​ສິ່ງ​ທີ່​ໃຫຍ່​ກວ່າ​ພະອົງ​ໄດ້​ເຮັດ ແລະ​ຮັບຮອງ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາ​ເຈົ້າ. (ລືກາ 22:28; ໂຢຮັນ 14:12; 16:27) ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ແລະ​ຊົມ​ເຊີຍ​ຄົນ​ອື່ນ​ບໍ​ສຳລັບ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ເຂົາ​ເຈົ້າ ແທນ​ທີ່​ຈະ​ຈົດຈໍ່​ໃນ​ຂໍ້​ຜິດ​ພາດ​ຂອງ​ເຂົາ​ເຈົ້າ?’

10, 11. ໂປໂລ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ແນວ​ໃດ ແລະ​ລາວ​ເຕັມ​ໃຈ​ເຮັດ​ຫຍັງ?

10 ອັກຄະສາວົກ​ໂປໂລ​ມັກ​ເວົ້າ​ເຖິງ​ສິ່ງ​ທີ່​ດີ​ກ່ຽວ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ. ລາວ​ໃຊ້​ເວລາ​ຫຼາຍ​ປີ​ໃນ​ການ​ເດີນ​ທາງ​ກັບ​ພີ່​ນ້ອງ​ບາງ​ຄົນ ດັ່ງ​ນັ້ນ ລາວ​ຈຶ່ງ​ຮູ້ຈັກ​ເຂົາ​ເຈົ້າ​ດີ ລາວ​ບໍ່​ໄດ້​ຂຽນ​ເຖິງ​ຂໍ້​ຜິດ​ພາດ​ຂອງ​ເຂົາ​ເຈົ້າ ແຕ່​ລາວ​ຊົມ​ເຊີຍ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ໂປໂລ​ເວົ້າ​ວ່າ​ຕີໂມເຕ​ເປັນ “ລູກ​ທີ່​ຮັກ​ຂອງ​ເຮົາ ແລະ​ເປັນ​ຄົນ​ສັດ​ຊື່​ໃນ​ພະອົງ​ເຈົ້າ” ແລະ​ລາວ​ໝັ້ນ​ໃຈ​ວ່າ​ຕີໂມເຕ​ຈະ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ໄດ້. (1 ໂກລິນໂທ 4:17; ຟີລິບ 2:19, 20) ໂປໂລ​ບອກ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ວ່າ ຕິໂຕ​ເປັນ “ເພື່ອນ​ຮ່ວມ​ຮັບໃຊ້” ກັບ​ລາວ ແລະ ‘ເຮັດ​ວຽກ​ເພື່ອ​ປະໂຫຍດ​ຂອງ​ເຂົາ​ເຈົ້າ.’ (2 ໂກລິນໂທ 8:23, ລ.ມ.) ແນ່ນອນ​ວ່າ​ຕີໂມເຕ​ແລະ​ຕິໂຕ​ໄດ້​ກຳລັງ​ໃຈ​ເມື່ອ​ຮູ້​ວ່າ​ໂປໂລ​ຄິດ​ແນວ​ໃດ​ກັບ​ເຂົາ​ເຈົ້າ!

11 ໂປໂລ​ແລະ​ບານາບາ​ທີ່​ເປັນ​ເພື່ອນ​ຮ່ວມ​ເດີນ​ທາງ​ຂອງ​ລາວ​ໄດ້​ສ່ຽງ​ຊີວິດ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ຮູ້​ວ່າ​ຫຼາຍ​ຄົນ​ໃນ​ເມືອງ​ລີສະທາ​ຢາກ​ຂ້າ​ເຂົາ​ເຈົ້າ. ແຕ່​ທັງ​ສອງ​ກໍ​ກັບ​ໄປ​ທີ່​ນັ້ນ​ເພື່ອ​ໃຫ້​ກຳລັງ​ໃຈ​ພວກ​ລູກ​ສິດ​ໃໝ່​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. (ກິດຈະການ 14:19-22) ຕໍ່​ມາ​ຢູ່​ເມືອງ​ເອເຟດ ໂປໂລ​ຕົກ​ຢູ່​ໃນ​ອັນຕະລາຍ​ຍ້ອນ​ຝູງ​ຄົນ​ທີ່​ໃຈ​ຮ້າຍ ແຕ່​ລາວ​ກໍ​ຢູ່​ຫັ້ນ​ດົນ​ສົມຄວນ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ. ກິດຈະການ 20:1, 2 ບອກ​ວ່າ: ‘ໂປໂລ​ໄດ້​ເຊີນ​ພວກ​ລູກ​ສິດ​ມາ ແລະ​ເມື່ອ​ໄດ້​ເຕືອນ​ສະຕິ [“ໃຫ້​ກຳລັງ​ໃຈ”, ລ.ມ.] ເຂົາ​ແລ້ວ ທ່ານ​ໄດ້​ລາ​ເຂົາ​ໄປ​ເພື່ອ​ຈະ​ໄປ​ໃນ​ແຂວງ​ມາເຊດັວນ. ແລະ​ເມື່ອ​ໄດ້​ຜ່າ​ແຂວງ​ນັ້ນ​ແລະ​ໄດ້​ເຕືອນ​ສະຕິ [“ໃຫ້​ກຳລັງ​ໃຈ”, ລ.ມ.] ເຂົາ​ດ້ວຍ​ຖ້ອຍຄຳ​ຫຼາຍ​ຂໍ້​ແລ້ວ ທ່ານ​ໄດ້​ເຂົ້າ​ໄປ​ໃນ​ປະເທດ​ເຫເລນ.’

ໃຫ້​ກຳລັງ​ໃຈ​ຄົນ​ອື່ນ

12. ເປັນ​ຫຍັງ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ເຮົາ​ຈະ​ປະຊຸມ​ກັນ?

12 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ. ຍ້ອນ​ແນວ​ນັ້ນ​ພະອົງ​ຈຶ່ງ​ບອກ​ໃຫ້​ເຮົາ​ປະຊຸມ​ຮ່ວມ​ກັນ​ເປັນ​ປະຈຳ ເພາະ​ຢູ່​ທີ່​ນັ້ນ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. (1 ໂກລິນໂທ 14:31; ອ່ານ​ເຫບເລີ 10:24, 25) ຄລິດ​ຕິ​ນາ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ​ນີ້ ລາວ​ເວົ້າ​ວ່າ: “ສິ່ງ​ທີ່​ຂ້ອຍ​ມັກ​ທີ່​ສຸດ​ຢູ່​ການ​ປະຊຸມ​ແມ່ນ​ການ​ໄດ້​ຮັບ​ຄວາມ​ຮັກ​ແລະ​ກຳລັງ​ໃຈ. ບາງ​ຄັ້ງ​ຂ້ອຍ​ຮູ້ສຶກ​ເສົ້າໃຈ​ເມື່ອ​ມາ​ຮອດ​ຫໍ​ປະຊຸມ ແຕ່​ຫຼັງ​ຈາກ​ທີ່​ພີ່​ນ້ອງ​ຍິງ​ຫຼາຍ​ຄົນ​ຍ່າງ​ມາ​ຫາ​ຂ້ອຍ ກອດ​ຂ້ອຍ ເວົ້າ​ວ່າ​ຂ້ອຍ​ເບິ່ງ​ເປັນ​ຕາ​ຮັກ ແລະ​ບອກ​ວ່າ​ເຂົາ​ເຈົ້າ​ຮັກ​ຂ້ອຍ​ແລະ​ດີ​ໃຈ​ທີ່​ເຫັນ​ຂ້ອຍ​ກ້າວ​ໜ້າ​ໃນ​ຄວາມ​ເຊື່ອ. ການ​ໃຫ້​ກຳລັງ​ໃຈ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ!” ເປັນ​ສິ່ງ​ສຳຄັນ​ແທ້ໆທີ່​ເຮົາ​ແຕ່​ລະ​ຄົນ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ.—ໂລມ 1:11, 12

13. ເປັນ​ຫຍັງ​ແມ່ນ​ແຕ່​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ​ກໍ​ຕ້ອງການ​ກຳລັງ​ໃຈ?

13 ແມ່ນ​ແຕ່​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ​ກໍ​ຕ້ອງການ​ກຳລັງ​ໃຈ. ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ໂຢຊວຍ. ຕອນ​ທີ່​ຊາວ​ອິດ​ສະລະ​ແອນ​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້ ພະອົງ​ໄດ້​ເລືອກ​ໂຢຊວຍ​ໃຫ້​ເປັນ​ຜູ້​ນຳ​ພາ​ເຂົາ​ເຈົ້າ. ພະອົງ​ບອກ​ໂມເຊ​ໃຫ້​ກຳລັງ​ໃຈ​ໂຢຊວຍ ເຖິງ​ວ່າ​ລາວ​ໄດ້​ຮັບໃຊ້​ມາ​ຫຼາຍ​ປີ​ແລ້ວ​ກໍ​ຕາມ. ພະ​ເຢໂຫວາ​ບອກ​ວ່າ: “ຈົ່ງ​ສັ່ງ​ແກ່​ທ່ານ​ໂຢຊວຍ​ແລະ​ຊູ​ແຮງ [“ໃຫ້​ກຳລັງ​ໃຈ”, ລ.ມ.] ແກ່​ທ່ານ​ໃຫ້​ຕັ້ງ​ໝັ້ນ​ຄົງ​ຢູ່ ເຫດ​ວ່າ​ທ່ານ​ນັ້ນ​ຈະ​ຂວ້າມ [ແມ່ນໍ້າ] ໄປ​ຕໍ່​ໜ້າ​ພວກ​ນີ້​ແລະ​ຈະ​ໃຫ້​ເຂົາ​ຮັບ​ເອົາ​ປະເທດ​ທີ່​ເຈົ້າ​ຈະ​ເຫັນ​ນັ້ນ.” (ພະບັນຍັດ 3:27, 28) ໂຢຊວຍ​ຕ້ອງການ​ກຳລັງ​ໃຈ ເພາະ​ຕໍ່​ມາ​ຊາດ​ນີ້​ຈະ​ຕ້ອງ​ຕໍ່​ສູ້​ຫຼາຍ​ຄັ້ງ ແລະ​ກໍ​ຜ່າຍ​ແພ້​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ. (ໂຢຊວຍ 7:1-9) ໃນ​ທຸກ​ມື້​ນີ້ ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຜູ້​ເຖົ້າ​ແກ່​ແລະ​ຜູ້​ດູ​ແລ​ໝວດ​ທີ່​ເຮັດ​ວຽກ​ໜັກ​ເພື່ອ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະເຈົ້າ. (ອ່ານ 1 ເທຊະໂລນີກ 5:12, 13) ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ເວົ້າ​ວ່າ: “ບາງ​ຄັ້ງ​ພີ່​ນ້ອງ​ຂຽນ​ຈົດ​ໝາຍ​ຂອບໃຈ​ໃຫ້​ເຮົາ​ແລະ​ບອກ​ວ່າ​ເຂົາ​ເຈົ້າ​ມ່ວນ​ຫຼາຍ​ກັບ​ການ​ຢ້ຽມ​ຢາມ​ນັ້ນ. ເຮົາ​ເກັບ​ຈົດ​ໝາຍ​ເຫຼົ່າ​ນັ້ນ​ໄວ້​ແລະ​ອ່ານ​ມັນ​ເມື່ອ​ຮູ້ສຶກ​ເສົ້າໃຈ. ຈົດ​ໝາຍ​ເຫຼົ່າ​ນັ້ນ​ເປັນ​ແຫຼ່ງ​ທີ່​ໃຫ້​ກຳລັງ​ໃຈ​ແທ້ໆ.”

14. ເມື່ອ​ເຮົາ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ຊົມ​ເຊີຍ​ເຂົາ​ເຈົ້າ?

14 ໃນ​ໂອກາດ​ໜຶ່ງ ອັກຄະສາວົກ​ໂປໂລ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ​ແກ່​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ. ເມື່ອ​ພີ່​ນ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ ລາວ​ກໍ​ຊົມ​ເຊີຍ​ເຂົາ​ເຈົ້າ. (2 ໂກລິນໂທ 7:8-11) ແນ່ນອນ​ວ່າ​ຄຳ​ເວົ້າ​ຂອງ​ໂປໂລ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆໄປ. ໃນ​ທຸກ​ມື້​ນີ້ ຜູ້​ເຖົ້າ​ແກ່​ແລະ​ພໍ່​ແມ່​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ໄດ້. ພີ່​ນ້ອງ​ອັນແດອັດສ ມີ​ລູກ 2 ຄົນ ລາວ​ເວົ້າ​ວ່າ: “ກຳລັງ​ໃຈ​ຊ່ວຍ​ລູກ​ໃຫ້​ກ້າວ​ໜ້າ​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ດ້ານ​ອາລົມ​ຄວາມ​ຮູ້ສຶກ ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ຄຳ​ແນະນຳ​ເປັນ​ສິ່ງ​ທີ່​ຈົດ​ຈຳ​ໄດ້​ແລະ​ເຂົ້າ​ໃຈ​ໄດ້​ງ່າຍ​ໂດຍ​ການ​ໃຫ້​ກຳລັງ​ໃຈ. ເຖິງ​ວ່າ​ລູກ​ຮູ້​ໃນ​ສິ່ງ​ທີ່​ຖືກຕ້ອງ ແຕ່​ເຂົາ​ເຈົ້າ​ຈະ​ເຮັດ​ສິ່ງ​ນີ້​ເປັນ​ນິດໄສ​ຍ້ອນ​ເຮົາ​ໃຫ້​ກຳລັງ​ໃຈ​ຕະຫຼອດ.”

ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

15. ວິທີ​ໜຶ່ງ​ທີ່​ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ຄື​ການ​ເຮັດ​ຫຍັງ?

15 ບອກ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ວ່າ​ເຈົ້າ​ເຫັນ​ຄຸນຄ່າ​ຫຼາຍ​ແທ້ໆໃນ​ຄວາມ​ພະຍາຍາມ​ແລະ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ເຂົາ​ເຈົ້າ. (2 ຂ່າວຄາວ 16:9; ໂຢບ 1:8) ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ. ທັງ​ສອງ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພວກ​ເພິ່ນ ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ເຮັດ​ໄດ້​ຫຼາຍ​ຄື​ກັບ​ທີ່​ເຮົາ​ຢາກ​ເຮັດ. (ອ່ານ​ລືກາ 21:1-4; 2 ໂກລິນໂທ 8:12) ຕົວຢ່າງ​ເຊັ່ນ: ເຮົາ​ຮູ້​ວ່າ​ຄົນ​ສູງ​ອາຍຸ​ເຊິ່ງ​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ມາ​ປະຊຸມ​ແລະ​ໄປ​ປະກາດ​ເປັນ​ປະຈຳ. ເຮົາ​ໃຫ້​ກຳລັງ​ໃຈ​ແລະ​ຊົມ​ເຊີຍ​ສຳລັບ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ບໍ?

16. ເມື່ອ​ໃດ​ທີ່​ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

16 ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ເລື້ອຍໆເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ເມື່ອ​ເຈົ້າ​ສັງເກດ​ເຫັນ​ວ່າ​ຄົນ​ໜຶ່ງ​ເຮັດ​ບາງ​ສິ່ງ​ໄດ້​ດີ ເຈົ້າ​ຕ້ອງ​ແນ່​ໃຈ​ວ່າ​ໄດ້​ຊົມ​ເຊີຍ​ລາວ. ເມື່ອ​ໂປໂລ​ແລະ​ບານາບາ​ຢູ່​ເມືອງ​ອັນຕີອົກ​ໃນ​ແຂວງ​ປີຊີດີ ພວກ​ຫົວ​ໜ້າ​ໂຮງ​ທຳ​ບອກ​ເຂົາ​ເຈົ້າ​ວ່າ: “ພີ່​ນ້ອງ​ເອີຍ ຖ້າ​ທ່ານ​ມີ​ຄຳ​ເຕືອນ​ສະຕິ [“ໃຫ້​ກຳລັງ​ໃຈ”, ລ.ມ.] ຄຳ​ໜຶ່ງ​ຄຳ​ໃດ​ສຳລັບ​ຄົນ​ທັງ​ຫຼາຍ ຈົ່ງ​ເວົ້າ​ເຖີ້ນ.” ໂປໂລ​ໃຊ້​ໂອກາດ​ນັ້ນ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ. (ກິດຈະການ 13:13-16, 42-44) ເມື່ອ​ເຮົາ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ ເຂົາ​ເຈົ້າ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ເຊັ່ນ​ກັນ.—ລືກາ 6:38

17. ອັນ​ໃດ​ເປັນ​ວິທີ​ດີ​ທີ່​ສຸດ​ເພື່ອ​ຊົມ​ເຊີຍ​ຄົນ​ອື່ນ?

17 ໃຫ້​ເວົ້າ​ແບບ​ເຈາະ​ຈົງ. ເມື່ອ​ພະ​ເຍຊູ​ຊົມ​ເຊີຍ​ຄລິດສະຕຽນ​ໃນ​ເມືອງ​ທີອາທີຣາ ພະອົງ​ເວົ້າ​ແບບ​ເຈາະ​ຈົງ​ແລະ​ອະທິບາຍ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້​ດີ. (ອ່ານ​ຄຳປາກົດ 2:18, 19) ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ? ບາງ​ທີ​ເຮົາ​ອາດ​ຊົມ​ເຊີຍ​ແມ່​ທີ່​ໄຮ້​ຄູ່​ໃນ​ວິທີ​ທີ່​ລາວ​ລ້ຽງ​ລູກ​ເຖິງ​ວ່າ​ນັ້ນ​ຈະ​ເປັນ​ເລື່ອງ​ຍາກ​ກໍ​ຕາມ. ຖ້າ​ເຈົ້າ​ເປັນ​ພໍ່​ຫຼື​ແມ່ ເຈົ້າ​ສາມາດ​ຊົມ​ເຊີຍ​ລູກ​ທີ່​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ. ອະທິບາຍ​ໃຫ້​ລູກ​ຮູ້​ກ່ຽວ​ກັບ​ສິ່ງ​ດີໆທີ່​ເຈົ້າ​ໄດ້​ສັງເກດ​ເຫັນ​ໃນ​ຕົວ​ເຂົາ​ເຈົ້າ. ຖ້າ​ເຮົາ​ເວົ້າ​ຢ່າງ​ເຈາະ​ຈົງ​ເມື່ອ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ ເຂົາ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ໝາຍ​ຄວາມ​ວ່າ​ແບບ​ນັ້ນ​ແທ້ໆ.

18, 19. ເຮົາ​ຈະ​ຊ່ວຍ​ກັນ​ແລະ​ກັນ​ແນວ​ໃດ​ໃຫ້​ຮັກສາ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ?

18 ພະ​ເຢໂຫວາ​ໄດ້​ບອກ​ໂມເຊ​ໃຫ້​ກຳລັງ​ໃຈ​ແລະ​ເສີມ​ຄວາມ​ເຂັ້ມແຂງ​ໃຫ້​ໂຢຊວຍ​. ແນ່ນອນ​ວ່າ​ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ຈະ​ບໍ່​ເວົ້າ​ກັບ​ເຮົາ​ແລະ​ບອກ​ເຮົາ​ໃຫ້​ກຳລັງ​ໃຈ​ຄົນ​ໃດ​ຄົນ​ໜຶ່ງ. ແຕ່​ພະອົງ​ພໍ​ໃຈ​ເມື່ອ​ເຫັນ​ເຮົາ​ພະຍາຍາມ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. (ສຸພາສິດ 19:17; ເຫບເລີ 12:12) ຕົວຢ່າງ​ເຊັ່ນ: ເມື່ອ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ຄຳ​ບັນລະຍາຍ​ຢູ່ປະຊາຄົມ​ຂອງ​ເຮົາ ເຮົາ​ສາມາດ​ບອກ​ລາວ​ເຖິງ​ສິ່ງ​ທີ່​ເຮົາ​ມັກ​ໃນ​ຄຳ​ບັນລະຍາຍ​ນັ້ນ. ບາງ​ທີ​ສິ່ງ​ທີ່​ລາວ​ເວົ້າ​ໄດ້​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ໃດ​ໜຶ່ງ ຫຼື​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ພະ​ຄຳພີ​ຂໍ້​ໃດ​ຂໍ້​ໜຶ່ງ​ສະເພາະ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ຂຽນ​ເຖິງ​ພີ່​ນ້ອງ​ຊາຍ​ທີ່​ໃຫ້​ຄຳ​ບັນລະຍາຍ​ວ່າ: “ເຖິງ​ວ່າ​ເຮົາ​ໄດ້​ລົມ​ກັນ​ພຽງ​ແຕ່​ໜ້ອຍ​ດຽວ​ເທົ່າ​ນັ້ນ ແຕ່​ເຈົ້າ​ໄດ້​ເຫັນ​ຄວາມ​ທຸກ​ໃຈ​ຂອງ​ຂ້ອຍ ແລະ​ເຈົ້າ​ໄດ້​ປອບ​ໂຍນ​ແລະ​ໃຫ້​ກຳລັງ​ໃຈ​ຂ້ອຍ. ຂ້ອຍ​ຢາກ​ໃຫ້​ເຈົ້າ​ຮູ້​ວ່າ​ເມື່ອ​ເຈົ້າ​ເວົ້າ​ໃນ​ແບບ​ທີ່​ກະລຸນາ​ເຊັ່ນ​ນັ້ນ ທັງ​ຕອນ​ທີ່​ໃຫ້​ຄຳ​ບັນລະຍາຍ​ແລະ​ຕອນ​ທີ່​ລົມ​ກັນ ຂ້ອຍ​ຮູ້ສຶກ​ວ່າ​ນັ້ນ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ.”

19 ເຮົາ​ຈະ​ຊ່ວຍ​ກັນ​ແລະ​ກັນ​ໃຫ້​ຮັກສາ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ວ່າ: “ຈົ່ງ​ເລົ້າໂລມ​ກັນ​ແລະ​ກັນ ແລະ​ຈົ່ງ​ກະທຳ​ໃຫ້​ກັນ​ແລະ​ກັນ​ຈຳເລີນ​ຂຶ້ນ​ເໝືອນ​ດັ່ງ​ທ່ານ​ທັງ​ຫຼາຍ​ກະທຳ​ຢູ່​ນັ້ນ.” (1 ເທຊະໂລນີກ 5:11) ຖ້າ​ເຮົາ “ເຕືອນ​ສະຕິ [“ໃຫ້​ກຳລັງ​ໃຈ”, ລ.ມ.] ກັນ​ແລະ​ກັນ​ທຸກ​ວັນ” ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ!

^ [1] (ຂໍ້ 1) ຊື່​ສົມມຸດ.