ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈັດ​ໃຫ້​ເປັນ​ລະບຽບ​ສອດຄ່ອງ​ກັບ​ໜັງສື​ຂອງ​ພະເຈົ້າ

ຈັດ​ໃຫ້​ເປັນ​ລະບຽບ​ສອດຄ່ອງ​ກັບ​ໜັງສື​ຂອງ​ພະເຈົ້າ

“ພະ​ເຢໂຫວາ​ໄດ້​ວາງ​ຮາກ​ໂລກ​ລົງ​ໄວ້​ດ້ວຍ​ຄວາມ​ປັນຍາ ແລະ​ພະອົງ​ໄດ້​ຕັ້ງ​ຟ້າ​ສະຫວັນ​ໄວ້​ດ້ວຍ​ຄວາມ​ເຂົ້າ​ໃຈ.”—ສຸພາສິດ 3:19

ເພງ: 105, 107

1, 2. (ກ) ບາງ​ຄົນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຄິດ​ທີ່​ວ່າ​ພະເຈົ້າ​ມີ​ອົງການ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ເມື່ອ​ເວົ້າ​ເຖິງ​ເລື່ອງ​ສາສະໜາ ບາງ​ຄົນ​ເວົ້າ​ວ່າ: “ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ​ອົງການ​ໃດ​ໜຶ່ງ​ເພື່ອ​ຊີ້​ນຳ​ເຮົາ. ສິ່ງ​ທີ່​ເຮົາ​ຕ້ອງ​ມີ​ກໍ​ຄື​ສາຍ​ສຳພັນ​ກັບ​ພະເຈົ້າ​ເທົ່າ​ນັ້ນ.” ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ບໍ? ຄວາມ​ເປັນ​ຈິງ​ສະແດງ​ໃຫ້​ເຫັນ​ສິ່ງ​ໃດ?

2 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ເຮັດ​ສິ່ງ​ຕ່າງໆໃນ​ແບບ​ທີ່​ເປັນ​ລະບຽບ ແລະ​ພະອົງ​ຈັດ​ລະບຽບ​ໃຫ້​ປະຊາຊົນ​ຂອງ​ພະອົງ. ເຮົາ​ຍັງ​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເມື່ອ​ອົງການ​ຂອງ​ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ເຮົາ. (1 ໂກລິນໂທ 14:33, 40) ໃນ​ສະຕະວັດ​ທຳອິດ ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຮັດ​ຕາມ​ການ​ຊີ້​ນຳ​ໃນ​ພະ​ຄຳພີ​ແລະ​ສາມາດ​ປະກາດ​ຂ່າວ​ດີ​ໃນ​ຫຼາຍໆບ່ອນ. ເຊັ່ນ​ດຽວ​ກັບ​ເຂົາ​ເຈົ້າ ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ໃຫ້​ພະ​ຄຳພີ​ຊີ້​ນຳ ແລະ​ເຮົາ​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ. ຜົນ​ກໍ​ຄື ເຮົາ​ສາມາດ​ປະກາດ​ຂ່າວ​ດີ​ຢູ່​ທົ່ວ​ໂລກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮັກສາ​ປະຊາຄົມ​ໃຫ້​ສະອາດ ສະຫງົບ​ສຸກ ແລະ​ກົມ​ກຽວ​ກັນ.

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເປັນ​ລະບຽບ

3. ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເປັນ​ລະບຽບ?

3 ເມື່ອ​ເຮົາ​ເບິ່ງ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ສ້າງ ເຮົາ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່​ເປັນ​ລະບຽບ. ພະອົງ “ວາງ​ຮາກ​ໂລກ​ລົງ​ໄວ້​ດ້ວຍ​ຄວາມ​ປັນຍາ​ແລະ​ພະອົງ​ໄດ້​ຕັ້ງ​ຟ້າ​ສະຫວັນ​ໄວ້​ດ້ວຍ​ຄວາມ​ເຂົ້າ​ໃຈ.” (ສຸພາສິດ 3:19) ເຮົາ​ຮູ້​ພຽງ​ແຕ່​ເລັກ​ໜ້ອຍ​ກ່ຽວ​ກັບ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ສ້າງ. ທີ່​ຈິງ​ເຮົາ ‘ໄດ້​ຍິນ​ພຽງ​ແຕ່​ສຽງ​ຊີ່ມ​ຄ່ອຍໆຂອງ​ພະອົງ​ເທົ່າ​ນັ້ນ.’ (ໂຢບ 26:14, ທ.ປ.) ຈາກ​ຄວາມ​ຮູ້​ພຽງ​ເລັກ​ໜ້ອຍ​ທີ່​ເຮົາ​ຮູ້​ກ່ຽວ​ກັບ​ເອກະພົບ ແຕ່​ເຮົາ​ກໍ​ເຫັນ​ໄດ້​ແຈ້ງ​ວ່າ​ມັນ​ເປັນ​ລະບຽບ​ຫຼາຍ. (ຄຳເພງ 8:3, 4) ດາວ​ຫຼາຍ​ລ້ານ​ດວງ​ເຄື່ອນ​ທີ່​ໃນ​ອະວະກາດ​ຢ່າງ​ເປັນ​ລະບຽບ. ໃຫ້​ຄິດ​ເຖິງ​ວິທີ​ທີ່​ດາວ​ເຄາະ​ຕ່າງໆໃນ​ລະບົບ​ສຸລິຍະ​ປິ່ນ​ອ້ອມ​ດວງ​ຕາເວັນ. ຄວາມ​ເປັນ​ລະບຽບ​ທີ່​ມະຫັດສະຈັນ​ແບບ​ນີ້​ເປັນ​ໄປ​ໄດ້​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ຈັດ​ລະບຽບ​ການ​ເຄື່ອນ​ທີ່​ຂອງ​ດາວ​ເຄາະ​ແລະ​ດວງ​ດາວ​ຕ່າງໆ. ເມື່ອ​ເຮົາ​ຄິດ​ເຖິງ​ວິທີ​ທີ່​ພະອົງ​ສ້າງ​ໂລກ​ນີ້ ແລະ “ສ້າງ​ຟ້າ​ສະຫວັນ​ດ້ວຍ​ຄວາມ​ຮູ້ [“ສະຕິ​ປັນຍາ”, ລ.ມ.]” ເຮົາ​ຢາກ​ສັນລະເສີນ ນະມັດສະການ ແລະ​ພັກດີ​ຕໍ່​ພະອົງ.—ຄຳເພງ 136:1, 5-9

4. ເປັນ​ຫຍັງ​ນັກ​ວິທະຍາສາດ​ຈຶ່ງ​ບໍ່​ສາມາດ​ຕອບ​ຄຳຖາມ​ສຳຄັນ​ຫຼາຍ​ຂໍ້?

4 ນັກ​ວິທະຍາສາດ​ໄດ້​ໃຊ້​ຫຼາຍ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເອກະພົບ​ແລະ​ໂລກ​ຂອງ​ເຮົາ​ເພື່ອ​ເຮັດ​ໃຫ້​ຊີວິດ​ເຮົາ​ດີ​ຂຶ້ນ. ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ສາມາດ​ຕອບ​ຄຳຖາມ​ສຳຄັນ​ຫຼາຍ​ຂໍ້. ຕົວຢ່າງ​ເຊັ່ນ: ນັກ​ດາລາສາດ​ບໍ່​ສາມາດ​ບອກ​ເຮົາ​ໄດ້​ຢ່າງ​ແນ່ນອນ​ວ່າ​ເອກະພົບ​ເລີ່ມ​ຕົ້ນ​ຂຶ້ນ​ແນວ​ໃດ ຫຼື​ເປັນ​ຫຍັງ​ໃນ​ໂລກ​ນີ້​ຈຶ່ງ​ມີ​ມະນຸດ ສັດ ແລະ​ຕົ້ນ​ໄມ້. ນອກ​ຈາກ​ນັ້ນ ຄົນ​ສ່ວນ​ຫຼາຍ​ກໍ​ບໍ່​ສາມາດ​ອະທິບາຍ​ໄດ້​ວ່າ​ເປັນ​ຫຍັງ​ມະນຸດ​ຈຶ່ງ​ມີ​ຄວາມ​ຕ້ອງການ​ແທ້ໆທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ຜູ້​ເທສະໜາ​ປ່າວ​ປະກາດ 3:11) ເຫດຜົນ​ໜຶ່ງ​ທີ່​ຜູ້​ຄົນ​ບໍ່​ໄດ້​ຮັບ​ຄຳຕອບ​ສຳລັບ​ຄຳຖາມ​ເຫຼົ່າ​ນີ້​ກໍ​ຍ້ອນ​ວ່າ​ນັກ​ວິທະຍາສາດ​ແລະ​ຄົນ​ອື່ນໆເວົ້າ​ວ່າ​ບໍ່​ມີ​ພະເຈົ້າ ແລະ​ເຂົາ​ເຈົ້າ​ສົ່ງເສີມ​ເລື່ອງ​ວິວັດທະນາການ. ແຕ່​ພະເຈົ້າ​ມີ​ຄຳຕອບ​ສຳລັບ​ເຮົາ​ຢູ່​ໃນ​ໜັງສື​ຂອງ​ພະອົງ ເຊິ່ງ​ກໍ​ຄື​ຄຳພີ​ໄບເບິນ.

5. ໃນ​ທາງ​ໃດ​ແດ່​ທີ່​ມະນຸດ​ອາໄສ​ກົດ​ຕ່າງໆໃນ​ທຳມະຊາດ?

5 ພະ​ເຢໂຫວາ​ສ້າງ​ກົດ​ຕ່າງໆໃນ​ທຳມະຊາດ ແລະ​ກົດ​ເຫຼົ່າ​ນີ້​ບໍ່​ເຄີຍ​ປ່ຽນ​ແປງ. ຊ່າງ​ໄຟ​ຟ້າ ຊ່າງ​ນໍ້າ​ປະ​ປາ ນັກ​ວິສະວະກອນ ນັກ​ບິນ ໝໍ​ຜ່າ​ຕັດ ແລະ​ຄົນ​ອື່ນໆອາໄສ​ກົດ​ເຫຼົ່າ​ນີ້​ເພື່ອ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ຕາມ​ປົກກະຕິ​ແລ້ວ​ຫົວໃຈ​ຂອງ​ຄົນ​ເຮົາ​ຈະ​ຢູ່​ຈຸດ​ດຽວ​ກັນ​ໃນ​ຮ່າງກາຍ ດັ່ງ​ນັ້ນ ໝໍ​ຜ່າ​ຕັດ​ຈຶ່ງ​ຮູ້​ວ່າ​ຈະ​ເຫັນ​ຫົວໃຈ​ຂອງ​ຄົນ​ເຈັບ​ແຕ່​ລະ​ຄົນ​ໄດ້​ຢູ່​ໃສ. ເຮົາ​ໝົດ​ທຸກ​ຄົນ​ຮູ້​ວ່າ​ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ໂດດ​ລົງ​ມາ​ຈາກ​ບ່ອນ​ສູງໆ ລາວ​ຈະ​ຕົກ​ແລະ​ຕາຍ. ເຮົາ​ເຊື່ອ​ຟັງ​ກົດ​ຕ່າງໆໃນ​ທຳມະຊາດ ເຊັ່ນ: ກົດ​ເລື່ອງ​ແຮງ​ດຶງ​ດູດ ເພາະ​ເຮົາ​ຢາກ​ມີ​ຊີວິດ​ຢູ່​ຕໍ່​ໄປ.

ສິ່ງ​ທີ່​ພະເຈົ້າ​ຈັດ​ໃຫ້​ເປັນ​ລະບຽບ

6. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ປະຊາຊົນ​ຂອງ​ພະອົງ​ນະມັດສະການ​ຢ່າງ​ເປັນ​ລະບຽບ?

6 ພະ​ເຢໂຫວາ​ຈັດ​ລະບຽບ​ເອກະພົບ​ໃນ​ແບບ​ທີ່​ດີ​ເລີດ​ແທ້ໆ. ແນ່ນອນ​ວ່າ​ພະອົງ​ຄົງ​ຢາກ​ໃຫ້​ປະຊາຊົນ​ຂອງ​ພະອົງ​ນະມັດສະການ​ຢ່າງ​ເປັນ​ລະບຽບ. ທີ່​ຈິງ ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄຳພີ​ໄບເບິນ​ເພື່ອ​ສອນ​ເຮົາ​ກ່ຽວ​ກັບ​ວິທີ​ນະມັດສະການ​ພະອົງ. ໂດຍ​ເຮັດ​ຕາມ​ການ​ຊີ້​ນຳ​ທີ່​ພະອົງ​ໃຫ້​ຜ່ານ​ທາງ​ຄຳພີ​ໄບເບິນ​ແລະ​ອົງການ​ຂອງ​ພະອົງ​ເທົ່າ​ນັ້ນ ເຮົາ​ຈຶ່ງ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ.

7. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ມີ​ການ​ຂຽນ​ຄຳພີ​ໄບເບິນ?

7 ຄຳພີ​ໄບເບິນ​ເປັນ​ຂອງ​ຂວັນ​ທີ່​ພິເສດ​ຈາກ​ພະເຈົ້າ. ນັກ​ວິຊາການ​ບາງ​ຄົນ​ເວົ້າ​ວ່າ ຄຳພີ​ໄບເບິນ​ເປັນ​ພຽງ​ໜັງສື​ຕ່າງໆຂອງ​ຄົນ​ຢິວ​ແລະ​ຂອງ​ຄລິດສະຕຽນ​ທີ່​ມະນຸດ​ເອົາ​ມາ​ລວບລວມ​ເຂົ້າ​ກັນ. ແຕ່​ຄວາມ​ຈິງ​ກໍ​ຄື ພະເຈົ້າ​ເປັນ​ຜູ້ຕັດສິນ​ໃຈ​ວ່າ​ໃຜ​ຈະ​ຂຽນ​ພະທຳ​ຕ່າງໆ ເຂົາ​ເຈົ້າ​ຈະ​ຂຽນ​ເມື່ອ​ໃດ ແລະ​ຂຽນ​ກ່ຽວ​ກັບ​ຫຍັງ. ຍ້ອນ​ເຫດຜົນ​ນີ້​ພະທຳ​ຕ່າງໆໃນ​ຄຳພີ​ໄບເບິນ​ຈຶ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຂ່າວ​ສານ​ຂອງ​ພະເຈົ້າ. ຈາກ​ພະທຳ​ຕົ້ນເດີມ​ເຖິງ​ຄຳປາກົດ ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ມີ “ເຊື້ອ​ສາຍ” ທີ່​ຈະ​ເຮັດ​ໃຫ້​ໂລກ​ນີ້​ກາຍ​ເປັນ​ອຸທິຍານ​ອີກ​ຄັ້ງ​ໜຶ່ງ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮຽນ​ຮູ້​ວ່າ “ເຊື້ອ​ສາຍ” ນີ້​ກໍ​ຄື​ພະ​ຄລິດ​ເຍຊູ ແລະ​ລາຊະອານາຈັກ​ຂອງ​ພະອົງ​ຈະ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ຢູ່​ເໜືອ​ທຸກ​ຄົນ.—ອ່ານ​ຕົ້ນເດີມ 3:15; ມັດທາຍ 6:10; ຄຳປາກົດ 11:15

8. ໃນ​ທາງ​ໃດ​ແດ່​ທີ່​ຊາວ​ອິດສະລາແອນ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ຢ່າງ​ດີ?

8 ຊາວ​ອິດສະລາແອນ​ເຊື່ອ​ຟັງ​ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ແກ່​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ຢ່າງ​ດີ​ຫຼາຍ. ຕົວຢ່າງ​ເຊັ່ນ: ມີ ‘ພວກ​ຜູ້​ຍິງ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຮັບໃຊ້​ຢູ່​ທາງ​ເຂົ້າ​ເຕັ້ນ.’ (ອົບພະຍົບ 38:8, ລ.ມ.) ຊາວ​ອິດສະລາແອນ​ຍັງ​ໄດ້​ຮັບ​ຄຳ​ແນະນຳ​ກ່ຽວ​ກັບ​ວິທີ​ເຄື່ອນ​ຍ້າຍ​ເຕັ້ນ​ແລະ​ທັບ​ອາໄສ​ໃນ​ແບບ​ທີ່​ເປັນ​ລະບຽບ. ຕໍ່​ມາ​ກະສັດ​ດາວິດ​ໄດ້​ຈັດ​ໃຫ້​ພວກ​ປະໂລຫິດ​ແລະ​ພວກເລວີ​ເຮັດ​ໜ້າ​ທີ່​ບາງ​ຢ່າງ​ສະເພາະ​ໃນ​ວິຫານ. (1 ຂ່າວຄາວ 23:1-6; 24:1-3) ເມື່ອ​ຊາວ​ອິດສະລາແອນ​ເຊື່ອ​ຟັງ​ພະ​ເຢໂຫວາ ພະອົງ​ກໍ​ອວຍ​ພອນ​ໃຫ້​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເປັນ​ລະບຽບ ມີ​ຄວາມ​ສະຫງົບ​ສຸກ ແລະ​ກົມ​ກຽວ​ກັນ.—ພະບັນຍັດ 11:26, 27; 28:1-14

9. ປະຊາຄົມ​ຕ່າງໆໃນ​ສະຕະວັດ​ທຳອິດ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ແນວ​ໃດ?

9 ປະຊາຄົມ​ຕ່າງໆໃນ​ສະຕະວັດ​ທຳອິດ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ເຊັ່ນ​ດຽວ​ກັນ. ມີ​ຄະນະ​ກຳມະການ​ປົກຄອງ​ເຊິ່ງ​ກໍຄື​ກຸ່ມ​ຂອງ​ພີ່​ນ້ອງ​ຊາຍ​ທີ່​ໃຫ້​ການ​ຊີ້​ນຳ​ປະຊາຄົມ​ຕ່າງໆ. ທຳອິດ ກຸ່ມ​ນີ້​ປະກອບ​ດ້ວຍ​ພວກ​ອັກຄະສາວົກ​ເທົ່າ​ນັ້ນ ແຕ່​ຕໍ່​ມາ​ກໍ​ມີ​ພວກ​ຜູ້​ເຖົ້າ​ແກ່​ຮ່ວມ​ຢູ່​ນຳ. (ກິດຈະການ 6:1-6; 15:6) ພະ​ເຢໂຫວາ​ຊີ້​ນຳ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ແລະ​ຄົນ​ອື່ນໆທີ່​ເຮັດ​ວຽກ​ໃກ້​ຊິດ​ກັບ​ເຂົາ​ເຈົ້າ​ໃຫ້​ຂຽນ​ຈົດ​ໝາຍ​ທີ່​ມີ​ຄຳ​ຕັກ​ເຕືອນ​ແລະ​ຄຳ​ແນະນຳ​ໃຫ້​ແກ່​ປະຊາຄົມ​ຕ່າງໆ. (1 ຕີໂມເຕ 3:1-13; ຕິໂຕ 1:5-9) ປະຊາຄົມ​ເຫຼົ່າ​ນັ້ນ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ທີ່​ໄດ້​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປົກຄອງ?

10. ຜົນ​ເປັນ​ແນວ​ໃດ​ເມື່ອ​ປະຊາຄົມ​ຕ່າງໆໃນ​ສະຕະວັດ​ທຳອິດ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄະນະ​ກຳມະການ​ປົກຄອງ? (ເບິ່ງ​ຮູບ​ທຳອິດ)

10 ອ່ານ​ກິດຈະການ 16:4, 5. ໃນ​ສະຕະວັດ​ທຳອິດ ພີ່​ນ້ອງ​ຊາຍ​ບາງ​ຄົນ​ໄດ້​ໄປ​ຢາມ​ປະຊາຄົມ​ຕ່າງໆເພື່ອ​ບອກ “ຄຳ​ສັ່ງ​ທີ່​ພວກ​ລາຊະທູດ​ແລະ​ຜູ້​ເຖົ້າ​ແກ່​ໃນ​ເມືອງ​ເຢຣຶຊາເລມ​ໄດ້​ຕັ້ງ​ໄວ້ [“ຕົກ​ລົງ​ກັນ”, ທ.ປ.]” ເຊິ່ງ​ກໍ​ແມ່ນ​ໂດຍ​ຄະນະ​ກຳມະການ​ປົກຄອງ. ປະຊາຄົມ​ຕ່າງໆເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນັ້ນ ແລະ​ໄດ້ ‘ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ ແລະ​ຝູງ​ຄົນ​ໄດ້​ເພີ່ມ​ມາກ​ຂຶ້ນ​ທຸກ​ວັນ.’ ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ເພື່ອ​ຈະ​ຊ່ວຍ​ປະຊາຄົມ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້?

ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ບໍ?

11. ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ​ຂອງ​ພະເຈົ້າ ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ຄວນ​ເຮັດ​ຫຍັງ?

11 ສະມາຊິກ​ຂອງ​ຄະນະ​ກຳມະການ​ສາຂາ​ຫຼື​ຄະນະ​ກຳມະການ​ປະເທດ ຜູ້​ດູ​ແລ​ໝວດ ແລະ​ຜູ້​ເຖົ້າ​ແກ່​ຕ້ອງ​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ອົງການ​ຂອງ​ພະເຈົ້າ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ເຮົາ​ທຸກ​ຄົນ​ໃຫ້​ເຊື່ອ​ຟັງ​ຜູ້​ທີ່​ກຳລັງ​ນຳ​ໜ້າ. (ພະບັນຍັດ 30:16; ເຫບເລີ 13:7, 17) ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ​ຈະ​ບໍ່​ຂັດຂືນ​ແລະ​ບໍ່​ຈົ່ມ​ກ່ຽວ​ກັບ​ຄຳ​ແນະນຳ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ. ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ດີໂອເທບ​ທີ່​ບໍ່​ມີ​ຄວາມ​ນັບຖື​ຕໍ່​ພີ່​ນ້ອງ​ທີ່​ນຳ​ໜ້າ. (ອ່ານ 3 ໂຢຮັນ 9, 10) ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ ເຮົາ​ກໍ​ຊ່ວຍ​ຮັກສາ​ສັນຕິສຸກ​ແລະ​ຄວາມ​ກົມ​ກຽວ​ກັນ​ໃນ​ປະຊາຄົມ. ດັ່ງ​ນັ້ນ ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ກະຕຸ້ນ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ເປັນ​ຄົນ​ພັກດີ​ຕໍ່​ພະ​ເຢໂຫວາ​ບໍ? ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ​ຂອງ​ພະເຈົ້າ ຂ້ອຍ​ລົງ​ມື​ເຮັດ​ຕາມ​ທັນທີ​ບໍ?’

12. ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ຖືກ​ແຕ່ງ​ຕັ້ງ​ແນວ​ໃດ?

12 ເມື່ອ​ບໍ່​ດົນ​ມາ​ນີ້ ຄະນະ​ກຳມະການ​ປົກຄອງ​ໄດ້​ປ່ຽນ​ວິທີ​ການ​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ໃນ​ແຕ່​ລະ​ປະຊາຄົມ. “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ພະຈິກ 2014 ໄດ້​ອະທິບາຍ​ວ່າ ໃນ​ສະຕະວັດ​ທຳອິດ ຄະນະ​ກຳມະການ​ປົກຄອງ​ໄດ້​ມອບ​ສິດ​ອຳນາດ​ໃຫ້​ຜູ້​ດູ​ແລ​ເດີນ​ທາງ​ເປັນ​ຜູ້​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້. ດ້ວຍ​ເຫດ​ນີ້ ນັບ​ຕັ້ງ​ແຕ່​ເດືອນ ກັນ​ຍາ 2014 ຜູ້​ດູ​ແລ​ໝວດ​ໄດ້​ເຮັດ​ການ​ແຕ່ງ​ຕັ້ງ​ນີ້. ເມື່ອ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ສະເໜີ​ໃຫ້​ພີ່​ນ້ອງ​ຊາຍ​ຄົນ​ໃດ​ຄົນ​ໜຶ່ງ​ຮັບໃຊ້​ເປັນ​ຜູ້​ເຖົ້າ​ແກ່​ຫຼື​ຜູ້​ຊ່ວຍ​ງານ​ຮັບໃຊ້ ຜູ້​ດູ​ແລ​ໝວດ​ພະຍາຍາມ​ທີ່​ຈະ​ຮູ້ຈັກ​ພີ່​ນ້ອງ​ຄົນ​ນັ້ນ​ແລະ​ຄອບຄົວ​ຂອງ​ລາວ. ຕົວຢ່າງ​ເຊັ່ນ: ລາວ​ອາດ​ໄປ​ປະກາດ​ກັບ​ພີ່​ນ້ອງ​ຄົນ​ນັ້ນ. (1 ຕີໂມເຕ 3:4, 5) ຈາກ​ນັ້ນ ຜູ້​ດູ​ແລ​ໝວດ​ແລະ​ຜູ້​ເຖົ້າ​ແກ່​ກໍ​ຈະພົບ​ກັນ ແລະ​ເຂົາ​ເຈົ້າ​ຈະ​ເບິ່ງ​ຂໍ້​ພະ​ຄຳພີ​ຢ່າງ​ລະອຽດ​ທີ່ເວົ້າ​ເຖິງ​ຄຸນ​ລັກສະນະ​ຕ່າງໆຂອງ​ຜູ້​ເຖົ້າ​ແກ່​ຫຼື​ຜູ້​ຊ່ວຍ​ງານ​ຮັບໃຊ້.—1 ຕີໂມເຕ 3:1-10, 12, 13; 1 ເປໂຕ 5:1-3

ຜູ້​ເຖົ້າ​ແກ່​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ເພາະ​ເຂົາ​ເຈົ້າ​ຕ້ອງການ​ປົກ​ປ້ອງ​ແລະ​ເບິ່ງ​ແຍງ​ປະຊາຄົມ

13. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮ່ວມ​ມື​ກັບ​ຄຳ​ແນະນຳ​ຈາກ​ຜູ້​ເຖົ້າ​ແກ່?

13 ຜູ້​ເຖົ້າ​ແກ່​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ເພາະ​ເຂົາ​ເຈົ້າ​ຕ້ອງການ​ປົກ​ປ້ອງ​ແລະ​ເບິ່ງ​ແຍງ​ປະຊາຄົມ. ເຮົາ​ຕ້ອງ​ຮ່ວມ​ມື​ກັບ​ເຂົາ​ເຈົ້າ ເພາະ​ສິ່ງ​ນີ້​ເປັນ​ປະໂຫຍດ​ຕໍ່​ເຮົາ. (1 ຕີໂມເຕ 6:3) ໃນ​ສະຕະວັດ​ທຳອິດ ບາງ​ຄົນ​ເປັນ​ຄົນ “ຊະຊາຍ.” ເຂົາ​ເຈົ້າ​ບໍ່​ເຮັດ​ວຽກ​ຫຍັງ​ເລີຍ ແຕ່​ເຂົ້າ​ໄປ​ຫຍຸ້ງ​ເລື່ອງ​ຂອງ​ຄົນ​ອື່ນ. ຜູ້​ເຖົ້າ​ແກ່​ພະຍາຍາມ​ແກ້ໄຂ​ຄົນ​ເຫຼົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ບໍ່​ຍອມ​ປ່ຽນ​ແປງ. ໂປໂລ​ບອກ​ພີ່​ນ້ອງ​ໃນ​ປະຊາຄົມ​ເຖິງ​ວິທີ​ທີ່​ຄວນ​ປະຕິບັດ​ກັບ​ຄົນ​ແບບ​ນັ້ນ. ລາວ​ເວົ້າ​ວ່າ: “ຈົ່ງ​ໝາຍ​ຜູ້​ນັ້ນ​ໄວ້ ຢ່າ​ຄົບຫາ​ກັນ​ກັບ​ເພິ່ນ.” ເຂົາ​ເຈົ້າ​ຕ້ອງ​ເຊົາ​ຄົບຫາ​ກັບ​ຄົນ​ແບບ​ນັ້ນ ແຕ່​ບໍ່​ໃຫ້​ປະຕິບັດ​ຕໍ່ລາວ​ເໝືອນ​ເປັນ​ສັດຕູ. (2 ເທຊະໂລນີກ 3:11-15) ຜູ້​ເຖົ້າ​ແກ່​ໃນ​ທຸກ​ມື້​ນີ້​ພະຍາຍາມ​ຊ່ວຍ​ຄົນ​ທີ່​ເມີນ​ເສີຍ​ຕໍ່​ມາດຕະຖານ​ຂອງ​ພະເຈົ້າ ເຊັ່ນ: ຄົນ​ທີ່​ເປັນ​ແຟນ​ກັບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຕ່າງ​ກັນ. (1 ໂກລິນໂທ 7:39) ຖ້າ​ຄົນ​ນັ້ນ​ບໍ່​ຍອມ​ປ່ຽນ​ແປງ​ພຶດຕິກຳ​ຂອງ​ລາວ ຜູ້​ເຖົ້າ​ແກ່​ອາດ​ຕັດສິນ​ໃຈ​ທີ່​ຈະ​ໃຫ້​ຄຳ​ບັນລະຍາຍ​ເພື່ອ​ອະທິບາຍ​ວ່າ​ການ​ປະພຶດ​ແບບ​ນັ້ນ​ສາມາດ​ເຮັດ​ໃຫ້​ຄົນ​ອື່ນ​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ປະຊາຄົມ. ຖ້າ​ມີ​ຄຳ​ບັນລະຍາຍ​ແບບ​ນັ້ນ​ໃນ​ປະຊາຄົມ ເຈົ້າ​ຈະ​ມີ​ທ່າທີ​ແນວ​ໃດ? ຖ້າ​ເຈົ້າ​ຮູ້​ວ່າ​ເລື່ອງ​ນີ້​ກຳລັງ​ເວົ້າ​ເຖິງ​ໃຜ ເຈົ້າ​ຈະ​ຫຼີກ​ລ່ຽງ​ການ​ຄົບຫາ​ກັບ​ຄົນ​ນັ້ນ​ບໍ? ການ​ເຮັດ​ແບບ​ນີ້​ອາດ​ຊ່ວຍ​ລາວ​ໃຫ້​ສຳນຶກ​ວ່າ​ການ​ປະພຶດ​ເຊັ່ນ​ນັ້ນ​ເປັນ​ອັນຕະລາຍ​ຕໍ່​ຕົວ​ລາວ​ແລະ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ ນັ້ນ​ອາດ​ເຮັດ​ໃຫ້​ລາວ​ປ່ຽນ​ແປງ​ຄວາມ​ຄິດ​ກໍ​ໄດ້. [1]—ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ

ຮັກສາ​ປະຊາຄົມ​ໃຫ້​ສະອາດ ສະຫງົບ​ສຸກ ແລະ​ກົມ​ກຽວ​ກັນ

14. ເຮົາ​ຈະ​ຊ່ວຍ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ໄດ້​ແນວ​ໃດ?

14 ຄຳພີ​ໄບເບິນ​ບອກ​ໃນ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຄວນ​ເຮັດ​ເພື່ອ​ຈະ​ບໍ່​ປ່ອຍ​ໃຫ້​ມີ​ຄວາມ​ຊົ່ວ​ຮ້າຍ​ໃນ​ປະຊາຄົມ. ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ເມືອງ​ໂກລິນໂທ. ໂປໂລ​ຮັກ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຢູ່​ໃນ​ເມືອງ​ນີ້ ເພາະ​ລາວ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ. (1 ໂກລິນໂທ 1:1, 2) ດັ່ງ​ນັ້ນ ລອງ​ນຶກ​ພາບ​ເບິ່ງ​ວ່າ​ໂປໂລ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຮູ້​ວ່າ​ພີ່ນ້ອງ​ຄົນ​ໜຶ່ງ​ກຳລັງ​ໃຊ້​ຊີວິດ​ທີ່​ຜິດ​ສິນລະທຳ​ທາງ​ເພດ​ແລະ​ພີ່​ນ້ອງ​ກໍ​ຍອມ​ໃຫ້​ລາວ​ຢູ່​ໃນ​ປະຊາຄົມ​ຕໍ່​ໄປ! ໂປໂລ​ບອກ​ຜູ້​ເຖົ້າ​ແກ່​ໃຫ້ “ມອບ​ຄົນ​ຢ່າງ​ນັ້ນ​ໄວ້​ແກ່​ຊາຕານ.” ເຂົາ​ເຈົ້າ​ຕ້ອງ​ໄລ່​ຄົນ​ນັ້ນ​ອອກ​ຈາກ​ປະຊາຄົມ ນັ້ນ​ຄື​ຕັດ​ສຳພັນ​ລາວ. (1 ໂກລິນໂທ 5:1, 5-7, 12) ໃນ​ທຸກ​ມື້​ນີ້ ຜູ້​ເຖົ້າ​ແກ່​ອາດ​ຕັດສິນ​ໃຈ​ທີ່​ຈະ​ຕັດ​ສຳພັນ​ບາງ​ຄົນ​ຍ້ອນ​ວ່າ​ລາວ​ເຮັດ​ຜິດ​ຮ້າຍແຮງ​ແລະ​ບໍ່​ກັບ​ໃຈ. ໃນ​ກໍລະນີ​ແບບ​ນີ້ ເຮົາ​ຈະ​ປະຕິບັດ​ກັບ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ຄື​ກັບ​ທີ່​ພະ​ຄຳພີ​ແນະນຳ​ເຮົາ​ໃຫ້​ເຮັດ​ບໍ? ຖ້າ​ແມ່ນ ເຮົາ​ກໍ​ຊ່ວຍ​ຮັກສາ​ປະຊາຄົມ​ໃຫ້​ສະອາດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຊ່ວຍ​ຄົນ​ນັ້ນ​ໃຫ້​ສຳນຶກ​ວ່າ​ລາວ​ຕ້ອງ​ກັບ​ໃຈ​ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ລາວ.

15. ເຮົາ​ຈະ​ຮັກສາ​ສັນຕິສຸກ​ໃນ​ປະຊາຄົມ​ໄດ້​ແນວ​ໃດ?

15 ໃນ​ປະຊາຄົມ​ໂກລິນໂທ​ຍັງ​ມີ​ອີກ​ບັນຫາ​ໜຶ່ງ. ບາງ​ຄົນໄດ້​ເອົາ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໄປ​ຂຶ້ນ​ສານ. ໂປໂລ​ຖາມ​ເຂົາ​ເຈົ້າ​ວ່າ: “ເປັນ​ຫຍັງ​ບໍ່​ຍອມ​ເປັນ​ຝ່າຍ​ເສຍ​ປຽບ?” (1 ໂກລິນໂທ 6:1-8, ລ.ມ.) ໃນ​ທຸກ​ມື້​ນີ້ ບາງ​ຄົນ​ໃນ​ປະຊາຄົມ​ໄດ້​ເຮັດ​ສັນຍາ​ຕົກ​ລົງ​ໃນ​ເລື່ອງ​ທຸລະກິດ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ແຕ່​ຕໍ່​ມາ​ໄດ້​ສູນ​ເສຍ​ເງິນ​ຄຳ​ຫຼື​ຮູ້ສຶກ​ວ່າ​ພີ່ນ້ອງ​ໄດ້​ສໍ້​ໂກງ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ເອົາ​ພີ່​ນ້ອງ​ໄປ​ຂຶ້ນ​ສານ. ເມື່ອ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ ນັ້ນ​ອາດ​ເຮັດ​ໃຫ້​ຜູ້​ຄົນເວົ້າ​ບໍ່​ດີ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ ແລະ​ອາດ​ເຮັດ​ໃຫ້​ເກີດ​ບັນຫາ​ໃນ​ປະຊາຄົມ. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ຮັກສາ​ສັນຕິສຸກ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ເຖິງ​ວ່າ​ເຮົາ​ສູນ​ເສຍ​ເງິນ​ກໍ​ຕາມ. [2] (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ) ທີ່​ຈິງ​ພະ​ເຍຊູ​ໄດ້​ສອນ​ເຮົາ​ກ່ຽວ​ກັບ​ວິທີ​ແກ້ໄຂ​ບັນຫາ​ທີ່​ຮ້າຍແຮງ​ແລະ​ການ​ເຂົ້າ​ໃຈ​ຜິດ​ກັນ. (ອ່ານ​ມັດທາຍ 5:23, 24; 18:15-17) ເມື່ອ​ເຮົາ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພະອົງ ເຮົາ​ກໍ​ຮັກສາ​ສັນຕິສຸກ​ແລະ​ຄວາມ​ກົມ​ກຽວ​ກັນ​ໃນ​ປະຊາຄົມ.

16. ເປັນ​ຫຍັງ​ປະຊາຊົນ​ຂອງ​ພະເຈົ້າ​ຈຶ່ງ​ກົມ​ກຽວ​ກັນ?

16 ຄຳພີ​ໄບເບິນ​ບອກ​ວ່າ: “ດັ່ງ​ນີ້​ເມື່ອ​ພີ່​ນ້ອງ​ທັງ​ຫຼາຍ​ຕັ້ງ​ຢູ່​ນຳ​ກັນ ຕິດ​ພັນ​ຢູ່​ນຳ​ກັນ​ເປັນ​ການ​ດີ​ການ​ຊອບ​ໃຈ​ຫຼາຍ​ແທ້ໆ.” (ຄຳເພງ 133:1) ເມື່ອ​ຊາວ​ອິດສະລາແອນ​ເຊື່ອ​ຟັງ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ແລະ​ມີ​ຄວາມ​ກົມ​ກຽວ​ກັນ. ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ປະຊາຊົນ​ຂອງ​ພະອົງ​ວ່າ: “ເຮົາ​ຈະ​ໃຫ້​ພວກ​ເຂົາ​ຢູ່​ດ້ວຍ​ກັນ​ເໝືອນ​ແກະ​ໃນ​ຄອກ.” (ມີເກ 2:12, ລ.ມ.) ພະ​ເຢໂຫວາ​ຍັງ​ບອກ​ລ່ວງ​ໜ້າ​ວ່າ​ປະຊາຊົນ​ຂອງ​ພະອົງ​ຈະ​ຮຽນ​ຮູ້​ຄວາມ​ຈິງ​ຈາກ​ພະ​ຄຳພີ​ແລະ​ຈະ​ຮັບໃຊ້​ພະອົງ​ຢ່າງ​ກົມ​ກຽວ​ກັນ. ພະອົງ​ເວົ້າ​ວ່າ: ‘ເຮົາ​ຈະ​ໃຫ້​ມະນຸດ​ປ່ຽນ​ໄປ​ເວົ້າ​ພາສາ​ບໍລິສຸດ​ເພື່ອ​ທຸກ​ຄົນ​ຈະ​ຮ້ອງ​ອອກ​ຊື່​ພະ​ເຢໂຫວາ​ແລະ​ຈະ​ຮັບໃຊ້​ຄຽງ​ບ່າ​ຄຽງ​ໄລ່​ກັນ.’ (ໂຊໂຟນີ 3:9, ລ.ມ.) ເຮົາ​ດີ​ໃຈ​ແທ້ໆທີ່​ສາມາດ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ກົມ​ກຽວ​ກັນ!

17. ເມື່ອ​ບາງ​ຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍແຮງ ຜູ້​ເຖົ້າ​ແກ່​ຄວນ​ເຮັດ​ຫຍັງ?

17 ຖ້າ​ບາງ​ຄົນ​ເຮັດ​ຜິດ​ຮ້າຍແຮງ ຜູ້​ເຖົ້າ​ແກ່​ຕ້ອງ​ແກ້ໄຂ​ລາວ​ທັນທີ​ດ້ວຍ​ຄວາມ​ຮັກ. ຜູ້​ເຖົ້າ​ແກ່​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ປົກ​ປ້ອງ​ປະຊາຄົມ​ຈາກ​ອິດທິພົນ​ທີ່​ບໍ່​ດີ ແລະ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ແລະ​ກົມ​ກຽວ​ກັນ. (ສຸພາສິດ 15:3) ໂປໂລ​ຮັກ​ພີ່​ນ້ອງ​ຢູ່​ເມືອງ​ໂກລິນໂທ​ແທ້ໆ ແລະ​ລາວ​ໄດ້​ແກ້ໄຂ​ເຂົາ​ເຈົ້າ​ເມື່ອ​ຈຳເປັນ​ຕ້ອງ​ເຮັດ​ເຊັ່ນ​ນັ້ນ ດັ່ງ​ທີ່​ເຮົາ​ອ່ານ​ໃນ​ຈົດ​ໝາຍ​ສະບັບ​ທຳອິດ​ທີ່​ລາວ​ຂຽນ​ໄປ​ຫາ​ເຂົາ​ເຈົ້າ. ເຮົາ​ຮູ້​ວ່າ​ຜູ້​ເຖົ້າ​ແກ່​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ​ທັນທີ ເພາະ​ຫຼາຍ​ເດືອນ​ຕໍ່​ມາ​ໂປໂລ​ໄດ້​ຊົມ​ເຊີຍ​ຄົນ​ເຫຼົ່າ​ນີ້​ໃນ​ຈົດ​ໝາຍ​ສະບັບ​ທີ​ສອງ​ທີ່​ລາວ​ຂຽນ​ໄປ​ຫາ​ເຂົາ​ເຈົ້າ. ຖ້າ​ພີ່​ນ້ອງ​ຄົນ​ໜຶ່ງ “ກຳລັງ​ກ້າວ​ໄປ​ຜິດ​ທາງ​ໂດຍ​ບໍ່​ຮູ້​ຕົວ” ຜູ້​ເຖົ້າ​ແກ່​ຄວນ​ແກ້ໄຂ​ລາວ​ດ້ວຍ​ຄວາມ​ກະລຸນາ.—ຄາລາຊີ 6:1, ລ.ມ.

18. (ກ) ໃນ​ສະຕະວັດ​ທຳອິດ ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ປະຊາຄົມ​ຕ່າງໆແນວ​ໃດ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

18 ເຫັນ​ໄດ້​ແຈ້ງ​ວ່າ​ເມື່ອ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ ປະຊາຄົມ​ກໍ​ສະອາດ ສະຫງົບ​ສຸກ ແລະ​ກົມ​ກຽວ​ກັນ. (1 ໂກລິນໂທ 1:10; ເອເຟດ 4:11-13; 1 ເປໂຕ 3:8) ຜົນ​ກໍ​ຄື ພີ່​ນ້ອງ​ເຫຼົ່າ​ນັ້ນ​ສາມາດ​ປະກາດ​ຂ່າວ​ດີ “ແກ່​ຄົນ​ທັງ​ປວງ​ທີ່​ຢູ່​ໃຕ້​ຟ້າ.” (ໂກໂລດ 1:23) ໃນ​ທຸກ​ມື້​ນີ້​ກໍ​ເຊັ່ນ​ກັນ ປະຊາຊົນ​ຂອງ​ພະ​ເຢໂຫວາ​ກົມ​ກຽວ​ກັນ​ແລະ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ ແລະ​ເຂົາ​ເຈົ້າ​ປະກາດ​ຂ່າວ​ດີ​ຢູ່​ທົ່ວ​ໂລກ. ບົດ​ຄວາມ​ຕໍ່​ໄປ​ຈະ​ໃຫ້​ຫຼັກ​ຖານ​ເພີ່ມ​ເຕີມ​ວ່າ​ຄວາມ​ປາຖະໜາ​ທີ່​ຍິ່ງໃຫຍ່​ຂອງ​ເຂົາ​ເຈົ້າ​ກໍ​ຄື​ການ​ໃຫ້​ກຽດ​ພະ​ເຢໂຫວາ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ແລະ​ເຊື່ອ​ຟັງ​ການ​ຊີ້​ນຳ​ຈາກ​ໜັງສື​ຂອງ​ພະອົງ ເຊິ່ງ​ກໍ​ຄື​ຄຳພີ​ໄບເບິນ.—ຄຳເພງ 71:15, 16

^ [1] (ຂໍ້ 13) ໃຫ້​ເບິ່ງ​ປຶ້ມ​ລວບລວມ​ເປັນ​ອົງການ​ເພື່ອ​ທຳ​ຕາມ​ຄວາມ​ປະສົງ​ຂອງ​ພະ​ເຢໂຫວາ ໜ້າ 134-136.

^ [2] (ຂໍ້ 15) ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ສະຖານະການ​ບາງ​ຢ່າງ​ທີ່​ຄລິດສະຕຽນ​ຄົນ​ໜຶ່ງ​ອາດ​ຕັດສິນ​ໃຈ​ດຳເນີນ​ຄະດີ​ທາງ​ກົດ​ໝາຍ​ຕໍ່​ຄລິດສະຕຽນ​ອີກ​ຄົນ​ໜຶ່ງ ຂໍ​ໃຫ້​ເບິ່ງ​ໄຂ​ເງື່ອນ​ໃນ​ປຶ້ມ “ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ໜ້າ 223.