ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ມີ​ຄວາມ​ນັບຖື​ຢ່າງ​ສູງ​ຕໍ່​ໜັງສື​ຂອງ​ພະເຈົ້າ​ບໍ?

ເຈົ້າ​ມີ​ຄວາມ​ນັບຖື​ຢ່າງ​ສູງ​ຕໍ່​ໜັງສື​ຂອງ​ພະເຈົ້າ​ບໍ?

‘ເມື່ອ​ພວກ​ທ່ານ​ໄດ້​ຍິນ​ຄຳ​ສອນ​ຂອງ​ພະເຈົ້າ . . . ພວກ​ທ່ານ​ຍອມ​ຮັບ​ຄຳ​ສອນ​ນັ້ນ​ໄວ້​ເໝືອນ​ເປັນ​ຄຳ​ສອນ​ຂອງ​ພະເຈົ້າ​ແທ້ໆ.’—1 ເທຊະໂລນີກ 2:13, ລ.ມ.

ເພງ: 114, 113

1-3. ມີ​ຫຍັງ​ອາດ​ເກີດ​ຂຶ້ນ​ລະຫວ່າງ​ເອໂວດີ​ແລະ​ຊີນຕີເກ? ບັນຫາ​ແບບ​ນັ້ນ​ສາມາດ​ຫຼີກ​ລ່ຽງ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

ເຮົາ​ນັບຖື​ຄຳພີ​ໄບເບິນ​ຫຼາຍ ເພາະ​ເຮົາ​ຮູ້​ວ່າ​ເປັນ​ໜັງສື​ຂອງ​ພະເຈົ້າ. ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ບັນຫາ ແລະ​ຍັງ​ແກ້ໄຂ​ເຮົາ​ເມື່ອ​ເຮັດ​ຜິດ​ພາດ. ດັ່ງ​ນັ້ນ ເຮົາ​ຄວນ​ມີ​ທ່າທີ​ແນວ​ໃດ​ຕໍ່​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ? ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ຜູ້​ຍິງ​ສອງ​ຄົນ​ຊື່​ເອໂວດີ​ແລະ​ຊີນຕີເກ​ທີ່​ເປັນ​ຜູ້​ຖືກ​ເຈີມ​ໃນ​ສະຕະວັດ​ທຳອິດ. ຄຳພີ​ໄບເບິນ​ບອກ​ວ່າ​ທັງ​ສອງ​ຜິດ​ກັນ ແຕ່​ບໍ່​ໄດ້​ເວົ້າ​ເຖິງ​ສາເຫດ. ໃຫ້​ເຮົາ​ລອງ​ນຶກ​ພາບ​ໃນ​ສິ່ງ​ທີ່​ອາດ​ເກີດ​ຂຶ້ນ.

2 ບາງ​ທີ​ເອໂວດີ​ໄດ້​ເຊີນ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ບາງ​ຄົນ​ໃຫ້​ມາ​ກິນ​ເຂົ້າ​ຢູ່​ເຮືອນ ແຕ່​ລາວ​ບໍ່​ໄດ້​ເຊີນ​ຊີນຕີເກ. ເມື່ອ​ຊີນຕີເກ​ໄດ້​ຍິນ​ວ່າ​ເຂົາ​ເຈົ້າ​ພາ​ກັນ​ມ່ວນ​ຫຼາຍ ລາວ​ຈຶ່ງ​ຄຽດ​ແຮງ. ຊີນຕີເກ​ອາດ​ຄິດ​ວ່າ: ‘ຂ້ອຍ​ບໍ່​ຢາກ​ເຊື່ອ​ເລີຍ​ວ່າ​ເອໂວດີ​ບໍ່​ໄດ້​ຊວນ​ຂ້ອຍ! ຂ້ອຍ​ຄິດ​ວ່າ​ເຮົາ​ເປັນ​ໝູ່​ທີ່​ສະໜິດ​ກັນ​ທີ່​ສຸດ.’ ຊີນຕີເກ​ຮູ້ສຶກ​ວ່າ​ເອໂວດີ​ຊັງ​ລາວ​ແລະ​ກຳລັງ​ຫຼົບ​ຫຼີກ​ລາວ. ດັ່ງ​ນັ້ນ ຊີນຕີເກ​ຈຶ່ງ​ເຊີນ​ພີ່​ນ້ອງ​ກຸ່ມ​ນັ້ນ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ລາວ ແຕ່​ບໍ່​ໄດ້​ຊວນ​ເອໂວດີ. ເຫດການ​ນີ້​ອາດ​ລົບກວນ​ຄົນ​ອື່ນ​ໃນ​ປະຊາຄົມ. ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ໂປໂລ​ໄດ້​ແກ້ໄຂ​ແລະ​ກະຕຸ້ນ​ພີ່​ນ້ອງ​ສອງ​ຄົນ​ນີ້​ໃຫ້​ສ້າງ​ສັນຕິສຸກ. ເຂົາ​ເຈົ້າ​ອາດ​ຟັງ​ໂປໂລ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ຢ່າງ​ມີ​ຄວາມ​ສຸກ.—ຟີລິບ 4:2, 3

3 ໃນ​ປະຊາຄົມ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້ ບາງ​ຄັ້ງ​ເຮົາ​ເອງ​ກໍ​ອາດ​ມີ​ບັນຫາ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ. ແຕ່​ຖ້າ​ເຮົາ​ເຊື່ອ​ຟັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ສາມາດ​ແກ້ໄຂ​ບັນຫາ​ແບບ​ນັ້ນ​ໄດ້. ທີ່​ຈິງ ເຮົາ​ເຖິງ​ຂັ້ນ​ຫຼີກ​ລ່ຽງ​ມັນ​ໄດ້. ເມື່ອ​ເຮົາ​ເຊື່ອ​ຟັງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ນັບຖື​ໜັງສື​ຂອງ​ພະເຈົ້າ​ຢ່າງ​ແທ້​ຈິງ.—ຄຳເພງ 27:11

ຄຳພີ​ໄບເບິນ​ສອນ​ເລື່ອງ​ການ​ຄວບຄຸມ​ອາລົມ

4, 5. ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ຫຍັງ​ໃນ​ເລື່ອງ​ການ​ຄວບຄຸມ​ອາລົມ?

4 ເປັນ​ເລື່ອງ​ຍາກ​ທີ່​ຈະ​ຄວບຄຸມ​ອາລົມ​ຂອງ​ເຮົາ​ເອງ. ເຮົາ​ອາດ​ຮູ້ສຶກ​ເສຍໃຈ​ຫຼື​ໃຈ​ຮ້າຍ​ຖ້າ​ບາງ​ຄົນ​ເວົ້າ​ດູຖູກ​ຫຼື​ປະຕິບັດ​ຕໍ່​ເຮົາ​ແບບ​ບໍ່​ຍຸຕິທຳ ບາງ​ທີ​ອາດ​ເປັນ​ຍ້ອນ​ປະເພນີ ສີ​ຜິວ ຫຼື​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ເຮົາ. ເຮົາ​ອາດ​ຈະ​ຮູ້ສຶກ​ເຈັບ​ໃຈ​ຫຼາຍ​ຕື່ມ​ອີກ ຖ້າ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ເປັນ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ. ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໄດ້?

5 ພະ​ເຢໂຫວາ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ມະນຸດ​ບໍ່​ສາມາດ​ຄວບຄຸມ​ອາລົມ​ຂອງ​ຕົວ​ເອງ. ເມື່ອ​ຄຽດ​ຫຼື​ໃຈ​ຮ້າຍ ເຮົາ​ອາດ​ເວົ້າ​ຫຼື​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ຈະ​ຮູ້ສຶກ​ເສຍໃຈ​ໃນ​ພາຍ​ຫຼັງ. ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ແນະນຳ​ໃຫ້​ເຮົາ​ຄວບຄຸມ​ອາລົມ​ຂອງ​ເຮົາ ແລະ​ບອກ​ວ່າ: “ຢ່າຊູ່​ຟ້າວ​ເຄືອງ​ໃຈ.” ລອງ​ຄິດ​ເບິ່ງ​ວ່າ​ເຮົາ​ຈະ​ຫຼີກ​ລ່ຽງ​ບັນຫາ​ໄດ້​ຫຼາຍ​ສໍ່າ​ໃດ​ເມື່ອ​ເຊື່ອ​ຟັງ​ຄຳ​ແນະນຳ​ນັ້ນ​ແລະ​ບໍ່​ຄຽດ​ງ່າຍ! (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:9; ສຸພາສິດ 16:32) ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ. ທີ່​ຈິງ ພະ​ເຍຊູ​ບອກ​ວ່າ​ຖ້າ​ເຮົາ​ບໍ່​ໃຫ້​ອະໄພ​ຄົນ​ອື່ນ ພະ​ເຢໂຫວາ​ກໍ​ຈະ​ບໍ່​ໃຫ້​ອະໄພ​ເຮົາ. (ມັດທາຍ 6:14, 15) ເຈົ້າ​ຕ້ອງ​ອົດ​ທົນ​ຫຼາຍ​ຂຶ້ນ​ແລະ​ເຕັມ​ໃຈ​ຫຼາຍ​ຂຶ້ນ​ບໍ​ເພື່ອ​ໃຫ້​ອະໄພ​ຄົນ​ອື່ນ?

6. ສິ່ງ​ໃດ​ອາດ​ເກີດ​ຂຶ້ນ​ຖ້າ​ເຮົາ​ບໍ່​ຄວບຄຸມ​ອາລົມ​ຂອງ​ຕົວ​ເອງ?

6 ຖ້າ​ເຮົາ​ບໍ່​ຄວບຄຸມ​ອາລົມ​ຂອງ​ຕົວ​ເອງ ເຮົາ​ອາດ​ເກັບ​ຄວາມ​ຮູ້ສຶກ​ໃຈ​ຮ້າຍ​ເອົາ​ໄວ້​ແລະ​ອາດ​ເລີ່ມ​ຮູ້ສຶກ​ຊັງ​ບາງ​ຄົນ ຫຼື​ເຮົາ​ອາດ​ມີ​ອິດທິພົນ​ຕໍ່​ບາງ​ຄົນ​ໃນ​ປະຊາຄົມ​ໃຫ້​ຮູ້ສຶກ​ແບບ​ດຽວ​ກັນ​ນັ້ນ. ເຖິງ​ວ່າ​ເຮົາ​ພະຍາຍາມ​ເຊື່ອງ​ຄວາມ​ໃຈ​ຮ້າຍ​ຫຼື​ຄວາມ​ກຽດ​ຊັງ​ເອົາ​ໄວ້ ແຕ່​ໃນ​ທີ່​ສຸດ​ຄົນ​ອື່ນ​ຈະ​ຮູ້​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ. ຈາກ​ນັ້ນ ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ອາດ​ຈະ​ຢູ່​ຫ່າງໆຈາກ​ເຮົາ. (ສຸພາສິດ 26:24-26) ຜູ້​ເຖົ້າ​ແກ່​ຈະໃຊ້​ຄຳພີ​ໄບເບິນ​ເພື່ອ​ພະຍາຍາມ​ຊ່ວຍ​ເຮົາ​ໃຫ້​ກຳຈັດ​ຄວາມ​ໃຈ​ຮ້າຍ​ແລະ​ຄວາມ​ກຽດ​ຊັງ​ໃຫ້​ໝົດ​ໄປ ແລະ​ໃຫ້​ອະໄພ​ຄົນ​ອື່ນ. (ພວກເລວີ 19:17, 18; ໂລມ 3:11-18) ເມື່ອ​ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ໜັງສື​ຂອງ​ພະເຈົ້າ​ບໍ?

ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ເຮົາ

7, 8. (ກ) ພະ​ເຢໂຫວາ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ແນວ​ໃດ? (ຂ) ໃນ​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ຟັງ​ຄຳ​ແນະນຳ​ເຫຼົ່າ​ນັ້ນ?

7 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ຊີ້​ນຳ​ແລະ​ສອນ​ຄົນ​ທີ່​ຢູ່​ໃນ​ອົງການ​ຂອງ​ພະອົງ. ໂດຍ​ວິທີ​ໃດ? ພະອົງ​ໄດ້​ແຕ່ງ​ຕັ້ງ​ໃຫ້​ພະ​ເຍຊູ​ເປັນ “ຜູ້​ນຳ​ຂອງ​ປະຊາຄົມ” ແລະ​ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ​ໃຫ້ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ”, ລ.ມ.]” ເພື່ອ​ສອນ​ແລະ​ຊີ້​ນຳ​ປະຊາຊົນ​ຂອງ​ພະ​ເຢໂຫວາ. (ເອເຟດ 5:23; ມັດທາຍ 24:45-47) ເຊັ່ນ​ດຽວ​ກັບ​ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ ຂ້າ​ໃຊ້​ນີ້​ນັບຖື​ຄຳພີ​ໄບເບິນ​ແທ້ໆເພາະ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ. (ອ່ານ 1 ເທຊະໂລນີກ 2:13) ໃນ​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ແດ່?

8 ຄຳພີ​ໄບເບິນ​ແນະນຳ​ເຮົາ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ. (ເຫບເລີ 10:24, 25) ຄຳພີ​ໄບເບິນ​ສະໜັບສະໜູນ​ເຮົາ​ທຸກ​ຄົນ​ໃຫ້​ເຊື່ອ​ຄຳ​ສອນ​ອັນ​ດຽວ​ກັນ​ທີ່​ຢູ່​ໃນ​ປຶ້ມ​ນີ້. (1 ໂກລິນໂທ 1:10) ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ໃຫ້ “ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ.” (ມັດທາຍ 6:33) ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ປະກາດ​ຕາມ​ບ້ານ ບ່ອນ​ສາທາລະນະ ແລະ​ບ່ອນ​ອື່ນໆທີ່​ອາດ​ຈະ​ພົບ​ຜູ້​ຄົນ. (ມັດທາຍ 28:19, 20; ກິດຈະການ 5:42; 17:17; 20:20) ຄຳພີ​ໄບເບິນ​ຍັງ​ແນະນຳ​ຜູ້​ເຖົ້າ​ແກ່​ໃຫ້​ຮັກສາ​ປະຊາຄົມ​ໃຫ້​ສະອາດ. (1 ໂກລິນໂທ 5:1-5, 13; 1 ຕີໂມເຕ 5:19-21) ຄຳພີ​ໄບເບິນ​ຍັງ​ບອກ​ໃຫ້​ເຮົາ​ຮັກສາ​ຮ່າງກາຍ​ໃຫ້​ສະອາດ​ແລະ​ຫຼີກ​ໜີ​ຈາກ​ຄວາມ​ຄິດ​ແລະ​ການ​ປະພຶດ​ທີ່​ພະ​ເຢໂຫວາ​ກຽດ​ຊັງ.—2 ໂກລິນໂທ 7:1

‘ຂ້ອຍ​ຈະ​ພັກດີ​ຕໍ່​ພະ​ເຍຊູ​ແລະ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ​ບໍ?’

9. ພະ​ເຍຊູ​ແຕ່ງ​ຕັ້ງ​ໃຜ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ?

9 ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ໃຜ​ອະທິບາຍ​ຄຳພີ​ໄບເບິນ​ໃຫ້​ເຂົາ​ເຈົ້າ. ແຕ່​ນັບ​ຕັ້ງ​ແຕ່​ປີ 1919 ພະ​ເຍຊູ​ໄດ້​ໃຊ້ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ”, ລ.ມ.]” ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ. ໂດຍ​ການ​ເຊື່ອ​ຟັງ​ຄຳພີ​ໄບເບິນ ເຮົາ​ຮັກສາ​ປະຊາຄົມ​ໃຫ້​ສະອາດ ສະຫງົບ​ສຸກ ແລະ​ກົມ​ກຽວ​ກັນ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ພັກດີ​ຕໍ່​ພະ​ເຍຊູ​ແລະ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ​ບໍ?’

ລົດ​ກະສັດ​ຂອງ​ພະ​ເຢໂຫວາ​ກຳລັງ​ເຄື່ອນ​ທີ່​ໄວ!

10. ພະທຳ​ເອເຊກຽນ​ພັນລະນາ​ແນວ​ໃດ​ກ່ຽວ​ກັບ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ສະຫວັນ?

10 ໂດຍ​ທາງ​ຄຳພີ​ໄບເບິນ ເຮົາ​ຮຽນ​ຮູ້​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ສະຫວັນ​ກໍ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ເຊັ່ນ​ກັນ. ຕົວຢ່າງ​ເຊັ່ນ: ເອເຊກຽນ​ເຫັນ​ນິມິດ​ທີ່​ພະ​ເຢໂຫວາ​ຂີ່​ລົດ​ກະສັດ​ເຊິ່ງ​ສາມາດ​ເຄື່ອນ​ທີ່​ໄດ້​ໄວ​ແລະ​ໄປ​ທິດ​ທາງ​ໃດ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕ້ອງການ. (ເອເຊກຽນ 1:4-28) ລົດ​ກະສັດ​ໝາຍ​ເຖິງ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ສະຫວັນ ເຊິ່ງ​ພ້ອມ​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະອົງ​ທັນທີ. ອົງການ​ນີ້​ມີ​ອິດທິພົນ​ຕໍ່​ອົງການ​ຂອງ​ພະອົງ​ທີ່​ຢູ່​ໃນ​ໂລກ​ນີ້. ໃຫ້​ຄິດ​ເຖິງ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ​ໄລຍະ​ສິບ​ປີ​ທີ່​ຜ່ານ​ມາ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຊີ້​ນຳ​ການ​ປ່ຽນ​ແປງ​ດັ່ງ​ກ່າວ​ນັ້ນ. ອີກ​ບໍ່​ດົນ​ພະ​ເຍຊູ​ແລະ​ພວກ​ທູດ​ສະຫວັນ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້ ດັ່ງ​ນັ້ນ ຄົນ​ທີ່​ບໍ່​ໃຫ້​ກຽດ​ພະ​ເຢໂຫວາ​ແລະ​ຊື່​ຂອງ​ພະອົງ ຫຼື​ຄົນ​ທີ່​ຕຳໜິ​ວິທີ​ການ​ປົກຄອງ​ຂອງ​ພະອົງ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ!

11, 12. ອົງການ​ຂອງ​ພະ​ເຢໂຫວາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ສະໄໝ​ສຸດ​ທ້າຍ​ນີ້?

11 ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ສາມາດ​ເຮັດ​ໄດ້​ໃນ​ສະໄໝ​ສຸດ​ທ້າຍ​ນີ້. ການ​ກໍ່​ສ້າງ. ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຮ້ອຍ​ຄົນ​ເຮັດ​ວຽກ​ໜັກ​ເພື່ອ​ສ້າງ​ສຳນັກງານ​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ເມືອງ​ວໍວິກ ລັດ​ນິວຢອກ ປະເທດ​ອາ​ເມຣິກາ. ອາສາ​ສະໝັກ​ຫຼາຍ​ພັນ​ຄົນ​ຢູ່​ທົ່ວ​ໂລກ​ກຳລັງ​ສ້າງ​ຫໍ​ປະຊຸມ​ແລະ​ສຳນັກງານ​ສາຂາ. ອາສາ​ສະໝັກ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະແນກ​ອອກ​ແບບ/ກໍ່​ສ້າງ​ທົ່ວ​ໂລກ. ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ຫຼາຍ​ຄົນ​ເຮັດ​ວຽກ​ໜັກ​ຫຼາຍ​ໃນ​ການ​ກໍ່​ສ້າງ​ແບບ​ນີ້! ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກໆແຫ່ງ​ໃຫ້​ສິ່ງ​ທີ່​ເຂົາ​ເຈົ້າ​ສາມາດ​ໃຫ້​ໄດ້​ເພື່ອ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ກໍ່​ສ້າງ​ສະຖານ​ທີ່​ເຫຼົ່າ​ນີ້. ພະ​ເຢໂຫວາ​ອວຍ​ພອນ​ປະຊາຊົນ​ຂອງ​ພະອົງ​ທີ່​ໄດ້​ສະແດງ​ຄວາມ​ຖ່ອມ​ໃຈ​ແລະ​ຄວາມ​ພັກດີ.—ລືກາ 21:1-4

12 ການ​ສຶກສາ. ພະ​ເຢໂຫວາ​ຮັກ​ການ​ສອນ​ຜູ້​ຄົນ. (ເອຊາອີ 2:2, 3) ຂໍ​ໃຫ້​ຄິດ​ເຖິງ​ໂຮງ​ຮຽນ​ຕ່າງໆທີ່​ພວກ​ເຮົາ​ມີ ເຊັ່ນ: ໂຮງ​ຮຽນ​ໄພໂອເນຍ ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ ໂຮງ​ຮຽນ​ກິລຽດ ໂຮງ​ຮຽນ​ສຳລັບ​ເຂົ້າ​ເບເທນ ໂຮງ​ຮຽນ​ສຳລັບ​ຜູ້​ດູ​ແລ​ໝວດ​ແລະ​ເມຍ ໂຮງ​ຮຽນ​ສຳລັບ​ຜູ້​ເຖົ້າ​ແກ່ ໂຮງ​ຮຽນ​ພະ​ລາຊະກິດ ແລະ​ໂຮງ​ຮຽນ​ສຳລັບ​ຄະນະ​ກຳມະການ​ສາຂາ​ແລະ​ເມຍ. ໃນ​ເວັບໄຊ jw.org ເຮົາ​ເຫັນ​ວ່າ​ມີ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆໃນ​ຫຼາຍ​ຮ້ອຍ​ພາສາ. ໃນ​ເວັບໄຊ​ນີ້​ຍັງ​ມີ​ສ່ວນ​ສະເພາະ​ສຳລັບ​ເດັກ​ນ້ອຍ​ແລະ​ຄອບຄົວ ລວມ​ທັງ​ສ່ວນ​ທີ່​ມີ​ຂ່າວ​ເລື່ອງ​ຕ່າງໆ. ເຈົ້າ​ໃຊ້​ເວັບໄຊ jw.org ໃນ​ການ​ປະກາດ​ແລະ​ການ​ນະມັດສະການ​ປະຈຳ​ຄອບຄົວ​ບໍ?

ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ສະໜັບສະໜູນ​ອົງການ​ຂອງ​ພະອົງ

13. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ໃດ?

13 ຖື​ວ່າ​ເປັນ​ກຽດ​ແທ້ໆທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ພະອົງ​ຮຽກ​ຮ້ອງ​ຫຍັງ​ຈາກ​ເຮົາ! ຍ້ອນ​ເຮົາ​ຮູ້​ວ່າ​ສິ່ງ​ໃດ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ດັ່ງ​ນັ້ນ ເຮົາ​ຈຶ່ງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ເຊື່ອ​ຟັງ​ພະອົງ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເຖິງ​ວ່າ​ຫຼາຍ​ຄົນ​ມັກ​ເຮັດ​ສິ່ງ​ບໍ່​ດີ ແຕ່​ເຮົາ​ຕ້ອງ “ກຽດ​ຊັງ​ການ​ຊົ່ວ​ຮ້າຍ” ຄື​ກັບ​ພະ​ເຢໂຫວາ. (ຄຳເພງ 97:10) ເຮົາ​ຕ້ອງ​ບໍ່​ເປັນ​ຄື​ກັບ​ຄົນ​ທີ່​ຄິດ​ວ່າ ‘ຮ້າຍ​ເປັນ​ດີ​ແລະ​ດີ​ເປັນ​ຮ້າຍ.’ (ເອຊາອີ 5:20) ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ເປັນ​ຄົນ​ສະອາດ​ໃນ​ທຸກໆດ້ານ. (1 ໂກລິນໂທ 6:9-11) ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ເຮົາ​ໃນ​ຄຳພີ​ໄບເບິນ​ກໍ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ເອງ. ເຮົາ​ຮັກ​ພະອົງ​ແລະ​ຢາກ​ພັກດີ​ຕໍ່​ພະອົງ. ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ເຊື່ອ​ຟັງ​ຄຳ​ແນະນຳ​ນັ້ນ​ເມື່ອ​ຢູ່​ເຮືອນ ຢູ່​ປະຊາຄົມ ຢູ່​ບ່ອນ​ເຮັດ​ວຽກ ຢູ່​ໂຮງ​ຮຽນ ຫຼື​ຢູ່​ບ່ອນ​ອື່ນ. (ສຸພາສິດ 15:3) ໃຫ້​ຄິດ​ເຖິງ​ສະພາບການ​ອື່ນ​ອີກ​ທີ່​ເຮົາ​ຕ້ອງ​ສະແດງ​ຄວາມ​ພັກດີ​ຕໍ່​ພະເຈົ້າ.

ພໍ່​ແມ່​ທີ່​ຮັກ​ພະ​ເຢໂຫວາ​ຢາກ​ໃຫ້​ລູກ​ມີ​ສາຍ​ສຳພັນ​ໃກ້​ຊິດ​ກັບ​ພະອົງ

14. ພໍ່​ແມ່​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ?

14 ການ​ລ້ຽງ​ລູກ. ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ແກ່​ພໍ່​ແມ່​ກ່ຽວ​ກັບ​ວິທີ​ຝຶກ​ສອນ​ລູກ. ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ລະວັງ​ບໍ່​ປ່ອຍ​ໃຫ້​ວິທີ​ຄິດ​ເຊິ່ງ​ເປັນ​ເລື່ອງ​ທຳມະດາ​ຂອງ​ໂລກ​ນີ້​ມີ​ອິດທິພົນ​ຕໍ່​ເຂົາ​ເຈົ້າ. (ເອເຟດ 2:2) ຕົວຢ່າງ​ເຊັ່ນ: ໃນ​ບາງ​ປະເທດ ຜູ້​ເປັນ​ພໍ່​ອາດ​ຄິດ​ວ່າ ‘ແມ່​ມີ​ໜ້າ​ທີ່​ສອນ​ລູກ.’ ແຕ່​ຄຳພີ​ໄບເບິນ​ສັ່ງ​ຜູ້​ເປັນ​ພໍ່​ຢ່າງ​ຈະ​ແຈ້ງ​ວ່າ​ໃຫ້​ສອນ​ລູກ​ໃນ​ເລື່ອງ​ຂອງ​ພະ​ເຢໂຫວາ. (ເອເຟດ 6:4) ພໍ່​ແມ່​ທີ່​ຮັກ​ພະ​ເຢໂຫວາ​ຢາກ​ໃຫ້​ລູກ​ມີ​ສາຍ​ສຳພັນ​ໃກ້​ຊິດ​ກັບ​ພະອົງ ຄື​ກັບ​ຕອນ​ທີ່​ຊາເມືອນ​ຍັງ​ນ້ອຍ.—1 ຊາເມືອນ 3:19

15. ເມື່ອ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ​ທີ່​ສຳຄັນ ເຮົາ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ?

15 ການ​ຕັດສິນ​ໃຈ. ກ່ອນ​ຈະ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ​ທີ່​ສຳຄັນ​ໃນ​ຊີວິດ ເຮົາ​ຢາກ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ຕໍ່​ເລື່ອງ​ນັ້ນ​ເພື່ອ​ເຮົາ​ຈະ​ພັກດີ​ຕໍ່​ພະອົງ​ໄດ້. ຄຳພີ​ໄບເບິນ​ແລະ​ອົງການ​ຂອງ​ພະອົງ​ສາມາດ​ຊ່ວຍ​ເຮົາ​ໄດ້. ຕົວຢ່າງ​ເຊັ່ນ: ໃນ​ທຸກ​ມື້​ນີ້ ພໍ່​ແມ່​ບາງ​ຄູ່​ເຊິ່ງ​ໄດ້​ອອກ​ຈາກ​ປະເທດ​ທີ່​ຕົນ​ອາໄສ​ຢູ່ ເຂົາ​ເຈົ້າ​ຕັດສິນ​ໃຈ​ຈະ​ສົ່ງ​ລູກ​ທີ່​ຫາ​ກໍ​ເກີດ​ໃໝ່​ໃຫ້​ກັບ​ໄປ​ຢູ່​ນຳ​ຍາດ​ພີ່​ນ້ອງ ເພື່ອ​ເຂົາ​ເຈົ້າ​ຈະ​ສາມາດ​ເຮັດ​ວຽກ​ແລະ​ຫາ​ເງິນ​ໄດ້​ຕໍ່​ໄປ. ແມ່ນ​ຢູ່​ວ່າ​ເລື່ອງ​ນີ້​ເປັນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ ແຕ່​ຜົວ​ແລະ​ເມຍ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ພະ​ເຢໂຫວາ​ຈະ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ເຮົາ?’ (ອ່ານ​ໂລມ 14:12) ກ່ອນ​ທີ່​ເຮົາ​ຈະ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ​ກ່ຽວ​ກັບ​ຄອບຄົວ​ແລະ​ວຽກ ທຳອິດ​ເປັນ​ເລື່ອງ​ສຸຂຸມ​ທີ່​ຈະ​ຄິດ​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ. ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເພາະ​ເຮົາ​ບໍ່​ສາມາດ​ຊີ້​ນຳ​ບາດ​ຍ່າງ​ຂອງ​ຕົວ​ເອງ​ໄດ້.—ເຢເຣມີ 10:23

16. ເມື່ອ​ໄດ້​ລູກ​ຊາຍ ແມ່​ຄົນ​ໜຶ່ງ​ຕ້ອງ​ເລືອກ​ແນວ​ໃດ? ສິ່ງ​ໃດ​ທີ່​ຊ່ວຍ​ລາວ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ?

16 ຫຼັງ​ຈາກ​ຜົວ​ເມຍ​ຄູ່​ໜຶ່ງ​ຍ້າຍ​ໄປ​ຢູ່​ປະເທດ​ອື່ນ ເຂົາ​ເຈົ້າ​ກໍ​ໄດ້​ລູກ​ຊາຍ​ແລະ​ທັງ​ສອງ​ວາງ​ແຜນ​ສົ່ງ​ລູກ​ທີ່​ຍັງ​ເປັນ​ແອ​ນ້ອຍ​ໃຫ້​ກັບ​ໄປ​ຢູ່​ນຳ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ. ແຕ່​ໃນ​ຕອນ​ນັ້ນ ຜູ້​ເປັນ​ເມຍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ແລະ​ລາວ​ຮຽນ​ຮູ້​ວ່າ​ເປັນ​ໜ້າ​ທີ່​ຂອງ​ແມ່​ທີ່​ຈະ​ສອນ​ລູກ​ກ່ຽວ​ກັບ​ພະ​ເຢໂຫວາ. (ຄຳເພງ 127:3; ສຸພາສິດ 22:6) ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ເຮັດ ຍິງ​ສາວ​ຄົນ​ນີ້​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຂໍ​ໃຫ້​ພະອົງ​ຊ່ວຍ​ລາວ​ເພື່ອ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. (ຄຳເພງ 62:7, 8) ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ປຶກສາ​ບັນຫາ​ນີ້​ກັບ​ພີ່​ນ້ອງ​ຍິງ​ທີ່​ສຶກສາ​ໃຫ້​ລາວ​ແລະ​ລົມ​ກັບ​ພີ່​ນ້ອງ​ຄົນ​ອື່ນ​ໃນ​ປະຊາຄົມ. ເຖິງ​ວ່າ​ຍາດ​ພີ່​ນ້ອງ​ແລະ​ໝູ່​ເພື່ອນ​ບອກ​ຕະຫຼອດ​ວ່າ​ລາວ​ຄວນ​ສົ່ງ​ລູກ​ນ້ອຍ​ກັບ​ໄປ​ຢູ່​ນຳ​ພໍ່​ຕູ້​ແມ່​ຕູ້ ແຕ່​ລາວ​ຕັດສິນ​ໃຈ​ວ່າ​ການ​ເຮັດ​ແບບ​ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ. ຜົວ​ສັງເກດ​ເຫັນ​ວ່າ​ພີ່​ນ້ອງ​ໃນ​ປະຊາຄົມ​ໄດ້​ຊ່ວຍ​ເມຍ​ແລະ​ລູກ​ຂອງ​ລາວ​ຫຼາຍ ລາວ​ຈຶ່ງ​ປະທັບ​ໃຈ​ຫຼາຍ​ຈົນ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແລະ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ຄອບຄົວ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ແມ່​ຄົນ​ນີ້​ຈະ​ດີ​ໃຈ​ສໍ່າ​ໃດ​ເມື່ອ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ລາວ!

17. ເມື່ອ​ສຶກສາ​ຄຳພີ​ໄບເບິນ​ກັບ​ບາງ​ຄົນ ເຮົາ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ອັນ​ໃດ?

17 ເຮັດ​ຕາມ​ຄຳ​ແນະນຳ. ຖ້າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ອົງການ​ພະອົງ. ຕົວຢ່າງ​ເຊັ່ນ: ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ຫຼັງ​ຈາກ​ເລີ່ມ​ສຶກສາ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ກັບ​ບາງ​ຄົນ​ໄດ້​ບໍ່​ດົນ. ມີ​ຄຳ​ແນະນຳ​ວ່າ​ໃຫ້​ເຮົາ​ໃຊ້​ເວລາ​ໜ້ອຍ​ໜຶ່ງ​ຫຼັງ​ຈາກ​ການ​ສຶກສາ​ແຕ່​ລະ​ຄັ້ງ​ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ອົງການ​ຂອງ​ພະ​ເຢໂຫວາ. ເຮົາ​ສາມາດ​ໃຊ້​ວິດີໂອ​ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ? ແລະ​ຈຸນລະສານ​ໃຜ​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້? ຫຼັງ​ຈາກ​ຈົບ​ປຶ້ມ​ໄບເບິນ​ສອນ ເຮົາ​ສາມາດ​ຊ່ວຍ​ນັກ​ສຶກສາ​ໃຫ້ “ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ” ຫຼາຍ​ຂຶ້ນ​ໂດຍ​ສຶກສາ​ປຶ້ມ “ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ເຖິງ​ວ່າ​ລາວ​ໄດ້​ຮັບ​ບັບເຕມາ​ໃນ​ລະຫວ່າງ​ທີ່​ຍັງ​ສຶກສາ​ຢູ່​ກໍ​ຕາມ. (ໂກໂລດ 2:7) ເຈົ້າ​ກຳລັງ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ບໍ?

18, 19. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ?

18 ມີ​ຫຼາຍ​ເຫດຜົນ​ທີ່​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ! ເຫດຜົນ​ໜຶ່ງ​ກໍ​ຍ້ອນ​ວ່າ “ເຮົາ​ມີ​ຊີວິດ​ດຳລົງ​ຢູ່​ແລະ​ເຄື່ອນ​ໄຫວ​ໄດ້​ກໍ​ໂດຍ​ພະອົງ.” (ກິດຈະການ 17:27, 28, ລ.ມ.) ພະອົງ​ຍັງ​ຈັດ​ໃຫ້​ເຮົາ​ມີ​ໜັງສື​ຂອງ​ພະອົງ ເຊິ່ງ​ກໍ​ຄື​ຄຳພີ​ໄບເບິນ. ຄື​ກັບ​ຄລິດສະຕຽນ​ໃນ​ເມືອງ​ເທສະໂລນີກ ເຮົາ​ທະນຸ​ຖະໜອມ​ຂອງ​ຂວັນ​ນີ້​ເພາະ​ແມ່ນ​ຂ່າວ​ສານ​ຈາກ​ພະ​ເຢໂຫວາ.—1 ເທຊະໂລນີກ 2:13

19 ຄຳພີ​ໄບເບິນ​ໄດ້​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ ແລະ​ພະອົງ​ກໍ​ໃກ້​ຊິດ​ກັບ​ເຮົາ. (ຢາໂກໂບ 4:8) ເຮົາ​ຍັງ​ຂອບໃຈ​ຫຼາຍ​ທີ່​ພະອົງ​ໄດ້​ເຊີນ​ເຮົາ​ໃຫ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ອົງການ​ພະອົງ. ເຮົາ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ຂຽນ​ວ່າ: “ຈົ່ງ​ໂມທະນາ​ພະ​ເດດ​ພະ​ຄຸນ [“ຂອບຄຸນ”, ລ.ມ.] ພະ​ເຢໂຫວາ ເຫດ​ວ່າ​ພະອົງ​ແມ່ນ​ດີ ເຫດ​ວ່າ​ຄວາມ​ດີ​ແຫ່ງ​ພະອົງ​ຕັ້ງ​ຢູ່​ເປັນ​ນິດ.” (ຄຳເພງ 136:1) ໃນ​ທຸກ​ຂໍ້​ຂອງ​ຄຳເພງ​ບົດ​ນັ້ນ ຜູ້​ຂຽນ​ກ່າວ​ຊໍ້າ​ຄຳ​ວ່າ “ຄວາມ​ດີ​ແຫ່ງ​ພະອົງ​ຕັ້ງ​ຢູ່​ເປັນ​ນິດ.” ແມ່ນ​ແລ້ວ ຖ້າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ທີ່​ພະອົງ​ຈັດ​ໃຫ້​ຜ່ານ​ທາງ​ອົງການ​ຂອງ​ພະອົງ ພະອົງ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ​ແລະ​ກໍ​ຈະ​ພັກດີ​ຕໍ່​ເຮົາ​ຕະຫຼອດ​ໄປ!