ເຈົ້າຮູ້ບໍ? ເປີດ ເຈົ້າຮູ້ບໍ? ຄົນໃນສະໄໝບູຮານດັງໄຟແນວໃດເມື່ອເຂົາເຈົ້າເດີນທາງ? ໃນຕົ້ນເດີມບົດທີ 22 ພະເຈົ້າບອກອັບລາຫາມໃຫ້ເດີນທາງໄປສະຖານທີ່ໜຶ່ງເຊິ່ງຢູ່ໄກຫຼາຍຈາກເຮືອນຂອງລາວເພື່ອຖວາຍເຄື່ອງບູຊາ. ໃນບົດນັ້ນບອກວ່າ: ‘ອັບລາຫາມໃຫ້ອີຊາກລູກແຫ່ງຕົນແບກຟືນທີ່ຈະເຜົາເຄື່ອງບູຊາ ແລະທ່ານໄດ້ຖືໄຟກັບມີດໃນມື ແລະເຂົາທັງສອງໄດ້ໄປດ້ວຍກັນ.’—ຕົ້ນເດີມ 22:6 ຄຳພີໄບເບິນບໍ່ໄດ້ອະທິບາຍວ່າຄົນໃນສະໄໝບູຮານດັງໄຟແນວໃດ. ທັງບໍ່ໄດ້ບອກເຊັ່ນກັນເຖິງວິທີທີ່ອັບລາຫາມແລະອີຊາກດັງໄຟ ແລະຈາກນັ້ນກໍຖືຖ່ານໄຟທີ່ລຸກຢູ່ໄປນຳເຂົາເຈົ້າ? ຜູ້ອະທິບາຍຄຳພີໄບເບິນຄົນໜຶ່ງເວົ້າວ່າ ຖ້າເຮັດແບບນັ້ນ ຖ່ານໄຟຄົງຈະມອດກາງທາງສຳລັບການເດີນທາງໄກ ດັ່ງນັ້ນ ອັບລາຫາມແລະລູກຊາຍອາດຈະເອົາສິ່ງຕ່າງໆທີ່ຈຳເປັນສຳລັບການດັງໄຟຖືໄປນຳ. ແຕ່ບາງຄົນກໍເວົ້າວ່າການດັງໄຟໃນສະໄໝນັ້ນບໍ່ແມ່ນເລື່ອງງ່າຍ. ດັ່ງນັ້ນ ເປັນໄປໄດ້ທີ່ຜູ້ຄົນຈະດັງໄຟໂດຍເອົາຖ່ານໄຟທີ່ຮ້ອນຈາກໄຟທີ່ກຳລັງລຸກຢູ່ ບາງເທື່ອອາດຈະເອົາຖ່ານໄຟຈາກເພື່ອນບ້ານ. ນັກວິຊາການຫຼາຍຄົນເຊື່ອວ່າ ກ່ອນທີ່ອັບລາຫາມຈະອອກເດີນທາງ ລາວໄດ້ເອົາຖ່ານໄຟທີ່ຮ້ອນຈາກໄຟທີ່ກຳລັງລຸກຢູ່ ແລ້ວອາດຈະເອົາຖ່ານໄຟນັ້ນໃສ່ໃນໝໍ້ດິນທີ່ມີສາຍຫິ້ວເປັນໂສ້ເຫຼັກ ແລະຖືໝໍ້ນັ້ນໄປນຳເມື່ອເດີນທາງ. (ເອຊາອີ 30:14) ເມື່ອຕ້ອງການດັງໄຟ ລາວກໍຈະໃຊ້ຖ່ານໄຟນັ້ນແລະໄມ້ແຫ້ງທ່ອນນ້ອຍໆເພື່ອກໍ່ໄຟ. ຄືນຫຼັງ ຕໍ່ໄປ ພິມ ແຊຣ໌ ແຊຣ໌ ເຈົ້າຮູ້ບໍ? ຫໍສັງເກດການສະບັບສຶກສາ ເຈົ້າຮູ້ບໍ?—ມັງກອນ 2017 ລາວ ເຈົ້າຮູ້ບໍ?—ມັງກອນ 2017 https://cms-imgp.jw-cdn.org/img/p/402017244/univ/art/402017244_univ_sqr_xl.jpg