ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ໃດ​ແດ່​ຈະ​ໝົດ​ໄປ​ເມື່ອ​ລາຊະອານາຈັກ​ມາ​ປົກຄອງ?

ສິ່ງ​ໃດ​ແດ່​ຈະ​ໝົດ​ໄປ​ເມື່ອ​ລາຊະອານາຈັກ​ມາ​ປົກຄອງ?

‘ໂລກ​ນີ້​ກັບ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ໂລກ​ພວມ​ຜ່ານ​ພົ້ນ​ໄປ ແຕ່​ວ່າ​ຜູ້​ທີ່​ກະທຳ​ຕາມ​ນໍ້າໃຈ​ແຫ່ງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ໄປ​ເປັນ​ນິດ.’—1 ໂຢຮັນ 2:17

ເພງ: 134, 24

1, 2. (ກ) ໃນ​ແງ່​ໃດ​ທີ່​ໂລກ​ຊົ່ວ​ນີ້​ຄ້າຍ​ຄື​ກັບ​ອາດຊະຍາກອນ​ທີ່​ພວມ​ຈະ​ຖືກ​ປະຫານ​ຊີວິດ? (ເບິ່ງ​ຮູບ​ທຳອິດ) (ຂ) ຫຼັງ​ຈາກ​ລະບົບ​ຊົ່ວ​ນີ້​ຖືກ​ທຳລາຍ ທັງ​ທູດ​ສະຫວັນ​ແລະ​ມະນຸດ​ທຸກ​ຄົນ​ຈະ​ຮູ້ສຶກ​ແນວ​ໃດ?

ໃຫ້​ນຶກ​ພາບ​ວ່າ​ອາດຊະຍາກອນ​ທີ່​ອັນຕະລາຍ​ກຳລັງ​ຍ່າງ​ໄປ​ຕາມ​ທາງ​ໃນ​ຄຸກ​ແລະ​ພວກ​ຄົນ​ຍາມ​ທີ່​ໄປ​ນຳ​ລາວ​ກໍ​ຮ້ອງ​ວ່າ “ຄົນ​ຕາຍ​ກຳລັງ​ຍ່າງ​ຢູ່!” ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ? ເຖິງ​ວ່າ​ອາດຊະຍາກອນ​ຄົນ​ນີ້​ຍັງ​ມີ​ຊີວິດ​ແລະ​ແຂງແຮງ ແຕ່​ລາວ​ຖືກ​ຕັດສິນ​ລົງໂທດ​ໃຫ້​ຕາຍ​ແລະ​ກຳລັງ​ຈະ​ຖືກ​ປະຫານ​ຊີວິດ. ນີ້​ກໍ​ເທົ່າ​ກັບ​ວ່າ​ລາວ​ໄດ້​ຕາຍ​ແລ້ວ. *—ເບິ່ງ​ໄຂ​ເງື່ອນ.

2 ໂລກ​ຊົ່ວ​ທີ່​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ເປັນ​ຄື​ກັບ​ອາດຊະຍາກອນ​ຄົນ​ນັ້ນ​ທີ່​ພວມ​ຈະ​ຖືກ​ປະຫານ​ຊີວິດ. ຄຳພີ​ໄບເບິນ​ບອກ​ວ່າ: ‘ໂລກ​ພວມ​ຜ່ານ​ພົ້ນ​ໄປ.’ (1 ໂຢຮັນ 2:17) ພະ​ເຢໂຫວາ​ຕັດສິນ​ໃຈ​ແລ້ວ​ວ່າ​ໃນ​ອີກ​ບໍ່​ດົນ​ພະອົງ​ຈະ​ທຳລາຍ​ລະບົບ​ນີ້ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ມັນ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ. ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ເຊິ່ງ​ແຕກຕ່າງ​ກັນ​ລະຫວ່າງ​ການ​ທຳລາຍ​ລະບົບ​ນີ້​ກັບ​ການ​ປະຫານ​ຊີວິດ​ອາດຊະຍາກອນ​ຄົນ​ນັ້ນ. ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ລາວ​ຖືກ​ຕັດສິນ​ຢ່າງ​ບໍ່​ຍຸຕິທຳ ແລະ​ເຂົາ​ເຈົ້າ​ອາດ​ປະ​ທ້ວງ ໂດຍ​ຫວັງ​ວ່າ​ລາວ​ຈະ​ບໍ່​ຖືກ​ປະຫານ​ຊີວິດ. ແຕ່​ພະ​ເຢໂຫວາ​ເປັນ​ຜູ້​ພິພາກສາ​ທີ່​ຍຸຕິທຳ ແລະ​ການ​ຕັດສິນ​ໃຈ​ຂອງ​ພະອົງ​ທີ່​ຈະ​ທຳລາຍ​ລະບົບ​ນີ້​ກໍ​ຍຸຕິທຳ​ແທ້ໆ. (ພະບັນຍັດ 32:4) ການ​ທຳລາຍ​ລະບົບ​ນີ້​ຈະ​ບໍ່​ຊັກຊ້າ. ຫຼັງ​ຈາກ​ລະບົບ​ນີ້​ຖືກ​ທຳລາຍ​ແລ້ວ ທັງ​ທູດ​ສະຫວັນ​ແລະ​ມະນຸດ​ທຸກ​ຄົນ​ຈະ​ເຫັນ​ດີ​ນຳ​ວ່າ​ພະ​ເຢໂຫວາ​ຕັດສິນ​ຢ່າງ​ຖືກຕ້ອງ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໂລ່ງ​ໃຈ​ແທ້ໆ!

3. ເມື່ອ​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ປົກຄອງ ມີ​ບັນຫາ​ຫຍັງ​ແດ່​ທີ່​ຈະ​ຖືກ​ກຳຈັດ​ຕະຫຼອດ​ໄປ?

3 “ໂລກ” ທີ່ ‘ພວມ​ຜ່ານ​ພົ້ນ​ໄປ’ ລວມ​ເຖິງ​ຫຍັງ​ແດ່? ລວມ​ເຖິງ​ສິ່ງ​ບໍ່​ດີ​ຕ່າງໆທີ່​ເປັນ​ສ່ວນ​ໜຶ່ງ​ໃນ​ຊີວິດ​ປັດຈຸບັນ. ແຕ່​ອີກ​ບໍ່​ດົນ​ມັນ​ຈະ​ຖືກ​ທຳລາຍ ແລະ​ການ​ກຳຈັດ​ສິ່ງ​ເຫຼົ່າ​ນີ້​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ ‘ຄຳ​ປະເສີດ​ແຫ່ງ​ແຜ່ນດິນ’ ເຊິ່ງ​ໝາຍ​ເຖິງ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. (ມັດທາຍ 24:14) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ຮູ້​ວ່າ ເມື່ອ​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ປົກຄອງ ມີ 4 ບັນຫາ​ທີ່​ຈະ​ຖືກ​ກຳຈັດ​ຕະຫຼອດ​ໄປ ນັ້ນ​ຄື: ຄົນ​ຊົ່ວ ອົງການ​ທີ່​ເສື່ອມຊາມ ການ​ປະພຶດ​ຊົ່ວ ແລະ​ສະພາບການ​ຊົ່ວ​ຮ້າຍ. ໃນ​ແຕ່​ລະ​ບັນຫາ​ເຮົາ​ຈະ​ຮຽນ​ຮູ້ 3 ເລື່ອງ​ຄື: (1) ສິ່ງ​ເຫຼົ່າ​ນີ້​ມີ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນ​ນີ້ (2) ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ກັບ​ສິ່ງ​ເຫຼົ່າ​ນີ້ ແລະ (3) ພະອົງ​ຈະ​ເອົາ​ຫຍັງ​ມາ​ປ່ຽນ​ແທນ​ສິ່ງ​ເຫຼົ່າ​ນີ້.

ຄົນ​ຊົ່ວ

4. ຄົນ​ຊົ່ວ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ?

4 ຄົນ​ຊົ່ວ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນ​ນີ້? ອັກຄະສາວົກ​ໂປໂລ​ບອກ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຈະ “ເກີດ​ຄວາມ​ລຳບາກ​ຢ່າງ​ຮ້າຍແຮງ, ທ.ປ.” ຈາກ​ນັ້ນ​ລາວ​ບອກ​ຕື່ມ​ອີກ​ວ່າ: “ຄົນ​ຊົ່ວ​ແລະ​ຄົນ​ລໍ້​ລວງ​ທັງ​ຫຼາຍ​ຈະ​ທຳ​ຊົ່ວ​ຮ້າຍ​ມາກ​ກວ່າ​ຂຶ້ນ​ໄປ.” (2 ຕີໂມເຕ 3:1-5, 13) ເຈົ້າ​ເຄີຍ​ປະສົບ​ກັບ​ເລື່ອງ​ນີ້​ບໍ? ພວກ​ເຮົາ​ຫຼາຍ​ຄົນ​ເຄີຍ​ຕົກ​ເປັນ​ເຫຍື່ອ​ຂອງ​ຄົນ​ຊົ່ວ ເຊັ່ນ: ຄົນ​ທີ່​ກໍ່​ຄວາມ​ຮຸນແຮງ ຄົນ​ທີ່​ກຽດ​ຊັງ​ເຊື້ອ​ຊາດ ແລະ​ຄົນ​ທີ່​ເຮັດ​ຜິດ​ກົດ​ໝາຍ​ຢ່າງ​ຊົ່ວ​ຮ້າຍ. ເຂົາ​ເຈົ້າ​ບາງ​ຄົນ​ເຮັດ​ສິ່ງ​ຊົ່ວ​ຢ່າງ​ເປີດ​ເຜີຍ. ສ່ວນ​ບາງ​ຄົນ​ທຳ​ທ່າ​ເຮັດ​ຄື​ວ່າ​ຊ່ວຍ​ເຫຼືອ​ຄົນ​ອື່ນ ແຕ່​ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ເປັນ​ຄົນ​ຊົ່ວ. ເຖິງ​ວ່າ​ເຮົາ​ບໍ່​ເຄີຍ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ກະທຳ​ຜິດ​ໃນ​ຮູບ​ແບບ​ໃດ​ໜຶ່ງ ແຕ່​ເຮົາ​ຍັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄົນ​ຊົ່ວ. ເຮົາ​ຮູ້ສຶກ​ສະເທືອນ​ໃຈ​ເມື່ອ​ໄດ້​ຍິນ​ເລື່ອງ​ໂຫດ​ຮ້າຍ​ທີ່​ຄົນ​ຊົ່ວ​ເຮັດ​ຕໍ່​ເດັກ​ນ້ອຍ ຜູ້​ເຖົ້າ ແລະ​ຄົນ​ທີ່​ບໍ່​ມີ​ທາງ​ສູ້. ຄົນ​ຊົ່ວ​ເຫຼົ່າ​ນີ້​ເຮັດ​ໃຫ້​ຕົວ​ເອງ​ເປັນ​ຄື​ກັບ​ສັດ​ຮ້າຍ​ຫຼື​ປີສາດ. (ຢາໂກໂບ 3:15) ແຕ່​ເຮົາ​ຮູ້ສຶກ​ດີ​ໃຈ​ທີ່​ຄຳພີ​ໄບເບິນ​ໃຫ້​ເຮົາ​ມີ​ຄວາມ​ຫວັງ.

5. (ກ) ມີ​ໂອກາດ​ຫຍັງ​ສຳລັບ​ຄົນ​ຊົ່ວ? (ຂ) ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ບໍ່​ຍອມ​ປ່ຽນ​ແປງ​ຕົວ​ເອງ?

5 ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ຕໍ່​ຄົນ​ຊົ່ວ? ຕອນ​ນີ້​ພະ​ເຢໂຫວາ​ກຳລັງ​ເປີດ​ໂອກາດ​ໃຫ້​ຄົນ​ຊົ່ວ​ປ່ຽນ​ແປງ​ຕົວ​ເອງ. (ເອຊາອີ 55:7) ໃນ​ອີກ​ບໍ່​ດົນ​ລະບົບ​ນີ້​ຈະ​ຖືກ​ທຳລາຍ ແຕ່​ຄົນ​ຊົ່ວ​ຍັງ​ບໍ່​ຖືກ​ຕັດສິນ​ຂັ້ນ​ສຸດ​ທ້າຍ​ເທື່ອ. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ບໍ່​ຍອມ​ປ່ຽນ​ແປງ​ຕົວ​ເອງ​ແລະ​ຄົນ​ທີ່​ສະໜັບສະໜູນ​ລະບົບ​ນີ້​ຈົນ​ເຖິງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່? ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ກຳຈັດ​ຄົນ​ຊົ່ວ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້. (ອ່ານ​ຄຳເພງ 37:10) ທຸກ​ມື້​ນີ້ ຫຼາຍ​ຄົນ​ເຮັດ​ຊົ່ວ​ແບບ​ລັບໆ ແລະ​ຫຼາຍ​ຄັ້ງ​ເຂົາ​ເຈົ້າ​ກໍ​ບໍ່​ຖືກ​ລົງໂທດ. (ໂຢບ 21:7, 9) ແຕ່​ຄຳພີ​ໄບເບິນ​ເຕືອນ​ວ່າ: ‘ພະເຈົ້າ​ເຝົ້າ​ເບິ່ງ​ການ​ກະທຳ​ຂອງ​ທຸກ​ຄົນ​ແລະ​ຂີດ​ໝາຍ​ການ​ເດີນ​ໄປ​ຂອງ​ມະນຸດ​ທຸກ​ບາດ​ກ້າວ. ບໍ່​ມີ​ຄວາມ​ມືດ​ອັນ​ໃດ​ທີ່​ຈະ​ມືດ​ໜາ​ຫຼາຍ​ພໍ​ທີ່​ຈະ​ປິດ​ບັງ​ຄົນ​ບາບ​ໜາ​ຈາກ​ພະເຈົ້າ​ໄວ້​ໄດ້.’ (ໂຢບ 34:21, 22, ທ.ປ.) ເມື່ອ​ເປັນ​ເຊັ່ນ​ນັ້ນ​ຈຶ່ງ​ບໍ່​ມີ​ທາງ​ປິດ​ບັງ​ພະ​ເຢໂຫວາ​ໄດ້. ພະອົງ​ເຫັນ​ທຸກ​ສິ່ງ​ທີ່​ຄົນ​ຊົ່ວ​ກຳລັງ​ເຮັດ. ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ ເຮົາ​ອາດ​ແນມ​ເບິ່ງ​ບ່ອນ​ທີ່​ຄົນ​ຊົ່ວ​ເຄີຍ​ຢູ່ ແຕ່​ຈະ​ບໍ່​ເຫັນ ເພາະ​ເຂົາ​ເຈົ້າ​ຖືກ​ທຳລາຍ​ຕະຫຼອດ​ໄປ!—ຄຳເພງ 37:12-15

6. ໃຜ​ຈະ​ລອດ​ຊີວິດ​ເມື່ອ​ຄົນ​ຊົ່ວ​ຖືກ​ທຳລາຍ​ຕະຫຼອດ​ໄປ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເປັນ​ຂ່າວ​ດີ?

6 ໃຜ​ຈະ​ລອດ​ຊີວິດ​ເມື່ອ​ຄົນ​ຊົ່ວ​ຖືກ​ທຳລາຍ​ຕະຫຼອດ​ໄປ? ພະ​ເຢໂຫວາ​ສັນຍາ​ວ່າ: “ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ຈະ​ໄດ້​ຢູ່​ໃນ​ໂລກ ພວກ​ເຂົາ​ຈະ​ຊົມຊື່ນ​ຍິນດີ​ແລະ​ມີ​ແຕ່​ຄວາມ​ສະຫງົບ​ສຸກ, ລ.ມ.” ໃນ​ຄຳເພງ​ບົດ​ດຽວ​ກັນ​ນີ້ ເຮົາ​ອ່ານ​ວ່າ: “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.” (ຄຳເພງ 37:11, 29) “ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ” ແລະ “ຄົນ​ຊອບທຳ” ໝາຍ​ເຖິງ​ໃຜ? ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ແມ່ນ​ຄົນ​ຖ່ອມ​ທີ່​ຢາກ​ຮຽນ​ຮູ້​ຈາກ​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ພະອົງ. ຄົນ​ຊອບທຳ​ແມ່ນ​ຄົນ​ທີ່​ມັກ​ເຮັດ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ຖືກຕ້ອງ. ໃນ​ໂລກ​ທຸກ​ມື້​ນີ້ ຄົນ​ຊົ່ວ​ມີ​ຫຼາຍ​ກວ່າ​ຄົນ​ຊອບທຳ. ແຕ່​ໃນ​ໂລກ​ໃໝ່​ຈະ​ມີ​ແຕ່​ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ແລະ​ຄົນ​ຊອບທຳ ແລະ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ!

ອົງການ​ທີ່​ເສື່ອມຊາມ

7. ອົງການ​ທີ່​ເສື່ອມຊາມ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນ​ນີ້?

7 ອົງການ​ທີ່​ເສື່ອມຊາມ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນ​ນີ້? ຄວາມ​ຊົ່ວ​ຮ້າຍ​ສ່ວນ​ຫຼາຍ​ໃນ​ໂລກ​ທຸກ​ມື້​ນີ້​ບໍ່​ໄດ້​ເກີດ​ຈາກ​ບຸກຄົນ​ໃດ​ໜຶ່ງ​ແຕ່​ເກີດ​ຈາກ​ອົງການ​ຕ່າງໆ. ອົງການ​ທາງ​ສາສະໜາ​ໄດ້​ຫຼອກ​ລວງ​ຫຼາຍ​ລ້ານ​ຄົນ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ສອນ​ເລື່ອງ​ຕົວະ​ກ່ຽວ​ກັບ​ພະເຈົ້າ ເຂົາ​ເຈົ້າ​ບອກ​ວ່າ​ຄຳພີ​ໄບເບິນ​ໄວ້​ໃຈ​ບໍ່​ໄດ້ ແລະ​ເຂົາ​ເຈົ້າ​ຕົວະ​ຜູ້​ຄົນ​ກ່ຽວ​ກັບ​ອະນາຄົດ​ຂອງ​ໂລກ​ແລະ​ຂອງ​ມະນຸດ. ລັດຖະບານ​ທີ່​ເສື່ອມຊາມ​ສະໜັບສະໜູນ​ສົງຄາມ​ແລະ​ຄວາມ​ຮຸນແຮງ​ທີ່​ເກີດ​ຈາກ​ການ​ແບ່ງ​ແຍກ​ເຊື້ອ​ຊາດ ແລະ​ກົດ​ຂີ່​ຄົນ​ທຸກ​ຍາກ​ແລະ​ຄົນ​ທີ່​ບໍ່​ມີ​ທາງ​ສູ້. ຍ້ອນ​ລັດຖະບານ​ເຫຼົ່າ​ນີ້​ລຳອຽງ​ຫຼື​ກິນ​ສິນບົນ ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຮັ່ງມີ​ຫຼາຍ​ຂຶ້ນ​ແລະ​ມີ​ອຳນາດ​ຕື່ມ​ອີກ. ທຸລະກິດ​ຕ່າງໆທີ່​ໂລບ​ມາກ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ເປັນ​ພິດ ເຮັດ​ໃຫ້​ຊັບພະຍາກອນ​ທຳມະຊາດ​ຖືກ​ທຳລາຍ ແລະ​ເຮັດ​ໃຫ້​ຜູ້​ຄົນ​ຖືກ​ເອົາ​ປຽບ​ເພື່ອ​ຄົນ​ຈຳນວນ​ໜຶ່ງ​ຈະ​ຮັ່ງມີ. ເຫັນ​ໄດ້​ແຈ້ງ​ວ່າ ຄວາມ​ທຸກ​ລຳບາກ​ທີ່​ມີ​ຢູ່​ໃນ​ໂລກ​ທຸກ​ມື້​ນີ້ ອົງການ​ທີ່​ເສື່ອມຊາມ​ຕ້ອງ​ໄດ້​ຮັບ​ຜິດ​ຊອບ​ເປັນ​ສ່ວນ​ຫຼາຍ.

8. ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ອົງການ​ທີ່​ເບິ່ງ​ຄື​ໝັ້ນ​ຄົງ​ສຳລັບ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້?

8 ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ຕໍ່​ອົງການ​ທີ່​ເສື່ອມຊາມ? ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ເມື່ອ​ອຳນາດ​ທາງ​ການ​ເມືອງ​ໂຈມຕີ​ອົງການ​ສາສະໜາ​ປອມ​ທັງ​ໝົດ ເຊິ່ງ​ຄຳພີ​ໄບເບິນ​ເອີ້ນ​ວ່າ​ເປັນ​ຍິງ​ແມ່​ຈ້າງ​ທີ່​ຊື່ ບາບີໂລນ​ໃຫຍ່. (ຄຳປາກົດ 17:1, 2, 16; 18:1-4) ອົງການ​ສາສະໜາ​ເຫຼົ່າ​ນີ້​ຈະ​ຖືກ​ທຳລາຍ​ໃຫ້​ສິ້ນ​ຊາກ. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ອົງການ​ທັງ​ໝົດ​ທີ່​ເສື່ອມຊາມ? ຄຳພີ​ໄບເບິນ​ສົມ​ທຽບ​ອົງການ​ເຫຼົ່າ​ນີ້​ວ່າ​ເປັນ​ພູເຂົາ​ແລະ​ເກາະ​ຕ່າງໆທີ່​ເບິ່ງ​ຄື​ໝັ້ນ​ຄົງ​ແລະ​ແຂງ​ແກ່ນ. (ອ່ານ​ຄຳປາກົດ 6:14) ຄຳພີ​ໄບເບິນ​ຍັງ​ບອກ​ຕື່ມ​ວ່າ​ລັດຖະບານ​ຕ່າງໆແລະ​ອົງການ​ທັງ​ໝົດ​ຈະ​ຖືກ​ທຳລາຍ ເພາະ​ບໍ່​ໄດ້​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ. ເຫດການ​ນີ້​ຈະ​ເປັນ​ສ່ວນ​ສຸດ​ທ້າຍ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. (ເຢເຣມີ 25:31-33) ໃນ​ທີ່​ສຸດ​ຈະ​ບໍ່​ມີ​ອົງການ​ທີ່​ເສື່ອມຊາມ​ອີກ​ຕໍ່​ໄປ!

9. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ແຜ່ນດິນ​ໂລກ​ໃໝ່​ຈະ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ​ຢ່າງ​ດີ?

9 ສິ່ງ​ໃດ​ຈະ​ມາ​ປ່ຽນ​ແທນ​ອົງ​ການ​ທີ່​ເສື່ອມຊາມ? ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ ຈະ​ມີ​ອົງການ​ໃດ​ໜຶ່ງ​ໃນ​ໂລກ​ນີ້​ບໍ? ຄຳພີ​ໄບເບິນ​ບອກ​ວ່າ: “ຕາມ​ຄຳ​ປະຕິຍານ​ຂອງ​ພະອົງ ເຮົາ​ທັງ​ຫຼາຍ​ຄອຍ​ຖ້າ​ຟ້າ​ອາກາດ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຢູ່​ທີ່​ນັ້ນ​ຄວາມ​ຊອບທຳ​ຕັ້ງ​ຢູ່.” (2 ເປໂຕ 3:13) ຟ້າ​ອາກາດ​ເກົ່າ​ໝາຍ​ເຖິງ​ລັດຖະບານ​ຕ່າງໆທີ່​ເສື່ອມຊາມ ແລະ​ແຜ່ນດິນ​ໂລກ​ເກົ່າ​ໝາຍ​ເຖິງ​ຄົນ​ບໍ່​ຊອບທຳ​ທີ່​ລັດຖະບານ​ເຫຼົ່າ​ນີ້​ຄວບຄຸມ. ຫຼັງ​ຈາກ​ທີ່​ລັດຖະບານ​ເຫຼົ່າ​ນີ້​ຖືກ​ທຳລາຍ​ແລ້ວ ສິ່ງ​ໃດ​ຈະ​ມາ​ປ່ຽນ​ແທນ? ຄຳພີ​ໄບເບິນ​ບອກ​ວ່າ: “ຟ້າ​ອາກາດ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່” ຈະ​ມາ​ປ່ຽນ​ແທນ. ຟ້າ​ອາກາດ​ໃໝ່​ໝາຍ​ເຖິງ​ລັດຖະບານ​ໃໝ່ ເຊິ່ງ​ກໍ​ຄື​ລາຊະອານາຈັກ​ທີ່​ພະ​ເຍຊູ​ປົກຄອງ​ຮ່ວມ​ກັບ 144.000 ຄົນ. ແຜ່ນດິນ​ໂລກ​ໃໝ່​ໝາຍ​ເຖິງ​ຄົນ​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ລາຊະອານາຈັກ​ນີ້. ພະ​ເຍຊູ​ແລະ​ຜູ້​ຮ່ວມ​ປົກຄອງ​ກັບ​ພະອົງ​ຈະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະເຈົ້າ​ໄດ້​ຄົບ​ຖ້ວນ ເພາະ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລະບຽບ. (1 ໂກລິນໂທ 14:33) ດັ່ງ​ນັ້ນ “ແຜ່ນດິນ​ໂລກ​ໃໝ່” ຈະ​ຖືກ​ຈັດ​ໃຫ້​ເປັນ​ລະບຽບ ແລະ​ຈະ​ມີ​ຄົນ​ທີ່​ດີ​ເບິ່ງ​ແຍງ​ສິ່ງ​ຕ່າງໆ. (ຄຳເພງ 45:16) ພະ​ເຍຊູ​ແລະ​ຜູ້​ຮ່ວມ​ປົກຄອງ​ກັບ​ພະອົງ​ຈະ​ຊີ້​ນຳ​ຄົນ​ເຫຼົ່າ​ນີ້. ໃຫ້​ນຶກ​ເຖິງ​ເວລາ​ທີ່​ອົງການ​ທັງ​ໝົດ​ທີ່​ເສື່ອມຊາມ​ຈະ​ຖືກ​ປ່ຽນ​ແທນ​ໂດຍ​ອົງການ​ໜຶ່ງ​ທີ່​ມີ​ຄວາມ​ເປັນ​ເອກະພາບ​ເຊິ່ງ​ຈະ​ບໍ່​ສ້າງ​ຄວາມ​ເສຍຫາຍ​ຈັກ​ເທື່ອ!

ການ​ປະພຶດ​ຊົ່ວ

10. ໃນ​ເຂດ​ທີ່​ເຈົ້າ​ຢູ່ ການ​ປະພຶດ​ຊົ່ວ​ແບບ​ໃດ​ທີ່​ຖື​ເປັນ​ເລື່ອງ​ທຳມະດາ ເຈົ້າ​ແລະ​ຄອບຄົວ​ໄດ້​ຮັບ​ຜົນ​ກະທົບ​ແນວ​ໃດ?

10 ການ​ປະພຶດ​ຊົ່ວ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນ​ນີ້? ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ຖື​ວ່າ​ການ​ຜິດ​ສິນລະທຳ ຄວາມ​ບໍ່​ສັດ​ຊື່ ແລະ​ຄວາມ​ຮຸນແຮງ​ທີ່​ໂຫດ​ຮ້າຍ​ເປັນ​ເລື່ອງ​ທຳມະດາ. ຄວາມ​ບັນເທີງ​ຂອງ​ໂລກ​ເຮັດ​ໃຫ້​ສິ່ງ​ເຫຼົ່າ​ນີ້​ໜ້າ​ສົນ​ໃຈ ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ເຍາະ​ເຍີ້ຍ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ທີ່​ຖືກ​ແລະ​ຜິດ. (ເອຊາອີ 5:2) ດັ່ງ​ນັ້ນ ພໍ່​ແມ່​ຕ້ອງ​ບາກບັ່ນ​ເພື່ອ​ປົກ​ປ້ອງ​ລູກ​ຈາກ​ອິດທິພົນ​ຊົ່ວ​ເຫຼົ່າ​ນີ້. ໃນ​ໂລກ​ທີ່​ບໍ່​ໄດ້​ນັບຖື​ມາດຕະຖານ​ຂອງ​ພະ​ເຢໂຫວາ ຜູ້​ນະມັດສະການ​ພະອົງ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆເພື່ອ​ປົກ​ປ້ອງ​ສາຍ​ສຳພັນ​ກັບ​ພະອົງ.

11. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ຕໍ່​ເມືອງ​ຊໍດົມ​ແລະ​ໂຄໂມລາ?

11 ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ຕໍ່​ການ​ປະພຶດ​ຊົ່ວ? ໃຫ້​ເບິ່ງ​ຄືນ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ຕໍ່​ການ​ປະພຶດ​ຊົ່ວ​ຮ້າຍ​ໃນ​ເມືອງ​ຊໍດົມ​ແລະ​ໂຄໂມລາ. (ອ່ານ 2 ເປໂຕ 2:6-8) ໂລດ​ເປັນ​ຄົນ​ທີ່​ຊອບທຳ ລາວ​ແລະ​ຄອບຄົວ​ທຸກ​ໃຈ​ຫຼາຍ​ຍ້ອນ​ການ​ກະທຳ​ຊົ່ວ​ທຸກ​ຢ່າງ​ຂອງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ. ເພື່ອ​ກຳຈັດ​ການ​ປະພຶດ​ຊົ່ວ ພະ​ເຢໂຫວາ​ໄດ້​ທຳລາຍ​ບໍລິເວນ​ເຫຼົ່າ​ນັ້ນ​ທັງ​ໝົດ. ການ​ທີ່​ພະອົງ​ເຮັດ​ແນວ​ນັ້ນ​ກໍ​ເພື່ອ “ໃຫ້​ເປັນ​ສຳຄັນ” ຫຼື​ເປັນ​ຕົວຢ່າງ​ເຕືອນ​ໃຈ​ຄົນ​ຊົ່ວ​ໃນ​ທຸກ​ມື້​ນີ້​ດ້ວຍ. ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ກຳຈັດ​ການ​ປະພຶດ​ຜິດ​ສິນລະທຳ​ໃນ​ສະໄໝ​ກ່ອນ ໃນ​ສະໄໝ​ນີ້​ພະອົງ​ກໍ​ຈະ​ເຮັດ​ຄື​ກັນ​ເມື່ອ​ພະອົງ​ທຳລາຍ​ລະບົບ​ປັດຈຸບັນ​ນີ້.

12. ເມື່ອ​ລະບົບ​ນີ້​ຖືກ​ທຳລາຍ ເຈົ້າ​ຄອຍ​ຖ້າ​ທີ່​ຈະ​ເຮັດ​ສິ່ງ​ໃດ​ແດ່?

12 ສິ່ງ​ໃດ​ຈະ​ມາ​ປ່ຽນ​ແທນ​ການ​ປະພຶດ​ຊົ່ວ? ໃນ​ໂລກ​ໃໝ່ ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ເຮັດ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ເຊັ່ນ: ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ​ແລະ​ປຸກ​ເຮືອນ​ສຳລັບ​ຕົວ​ເອງ​ແລະ​ຄົນ​ທີ່​ເຮົາ​ຮັກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ໄດ້​ຕ້ອນຮັບ​ຫຼາຍ​ລ້ານ​ຄົນ​ທີ່​ຟື້ນ​ຂຶ້ນ​ມາ​ຈາກ​ຕາຍ ແລະ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ເລື່ອງ​ພະ​ເຢໂຫວາ​ແລະ​ທຸກ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ມະນຸດ. (ເອຊາອີ 65:21, 22; ກິດຈະການ 24:15) ໃນ​ຕອນ​ນັ້ນ ເຮົາ​ຈະ​ເຮັດ​ສິ່ງ​ຕ່າງໆທີ່​ພາ​ໃຫ້​ມີ​ຄວາມ​ສຸກ​ແລະ​ນຳ​ຄຳ​ສັນລະເສີນ​ມາ​ໃຫ້​ພະ​ເຢໂຫວາ!

ສະພາບການ​ທີ່​ຊົ່ວ​ຮ້າຍ

13. ການ​ກະບົດ​ໃນ​ສວນ​ເອເດນ​ກໍ່​ຜົນ​ແນວ​ໃດ?

13 ສະພາບການ​ທີ່​ຊົ່ວ​ຮ້າຍ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນ​ນີ້? ເນື່ອງ​ຈາກ​ໂລກ​ນີ້​ເຕັມ​ແຕ່​ຄົນ​ຊົ່ວ ອົງການ​ທີ່​ເສື່ອມຊາມ ແລະ​ການ​ປະພຶດ​ຊົ່ວ ດັ່ງ​ນັ້ນ​ຈຶ່ງ​ເກີດ​ມີ​ສະພາບການ​ຊົ່ວ​ຮ້າຍ. ເຮົາ​ທຸກ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສົງຄາມ ຄວາມ​ອຶດຢາກ ການ​ແບ່ງ​ແຍກ​ເຊື້ອ​ຊາດ ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ຕາຍ. ສະພາບການ​ເຫຼົ່າ​ນີ້​ເປັນ​ຍ້ອນ​ຊາຕານ ອາດາມ ແລະ​ເອວາ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ. ດັ່ງ​ນັ້ນ ເຮົາ​ທຸກ​ຄົນ​ຈຶ່ງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກະບົດ​ຂອງ​ເຂົາ​ເຈົ້າ.

14. ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ຕໍ່​ສະພາບການ​ຊົ່ວ​ຮ້າຍ?

14 ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ຕໍ່​ສະພາບການ​ຊົ່ວ​ຮ້າຍ? ໃຫ້​ຄິດ​ເຖິງ​ບາງ​ຕົວຢ່າງ​ຕໍ່​ໄປ​ນີ້. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ບໍ່​ໃຫ້​ມີ​ສົງຄາມ​ອີກ​ຕໍ່​ໄປ. (ອ່ານ​ຄຳເພງ 46:8, 9) ພະອົງ​ຈະ​ກຳຈັດ​ຄວາມ​ເຈັບ​ປ່ວຍ​ໃຫ້​ໝົດ​ໄປ. (ເອຊາອີ 33:24) ພະອົງ​ຈະ​ທຳລາຍ​ຄວາມ​ຕາຍ​ໃຫ້​ສາບ​ສູນ. (ເອຊາອີ 25:8) ພະອົງ​ຈະ​ເຮັດ​ໃຫ້​ຄວາມ​ອຶດຢາກ​ໝົດ​ໄປ. (ຄຳເພງ 72:12-16) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຈະ​ກຳຈັດ​ສະພາບການ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ທີ່​ເຮັດ​ໃຫ້​ຊີວິດ​ໃນ​ຕອນ​ນີ້​ທຸກ​ຍາກ. ແມ່ນ​ແຕ່​ອິດທິພົນ​ທີ່​ຊົ່ວ​ຮ້າຍ​ຂອງ​ຊາຕານ​ແລະ​ພວກ​ປີສາດ​ຂອງ​ມັນ ພະອົງ​ກໍ​ຈະ​ກຳຈັດ​ບໍ່​ໃຫ້​ເຫຼືອ!—ເອເຟດ 2:2

ໃຫ້​ນຶກ​ພາບ​ເຖິງ​ໂລກ​ທີ່​ບໍ່​ມີ​ສົງຄາມ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ! (ເບິ່ງ​ຂໍ້ 15)

15. ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ ມີ​ຫຍັງ​ແດ່​ຈະ​ຖືກ​ກຳຈັດ​ຕະຫຼອດ​ໄປ?

15 ຂໍ​ໃຫ້​ນຶກ​ພາບ​ເຖິງ​ຊີວິດ​ໃນ​ໂລກ​ທີ່​ບໍ່​ມີ​ສົງຄາມ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ! ເພາະ​ວ່າ​ຈະ​ບໍ່​ມີ​ກອງ​ທະຫານ ອາວຸດ ຫຼື​ອະນຸສາວະລີ​ນັກ​ຮົບ ເຮົາ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ມີ​ໂຮງ​ໝໍ ທ່ານ​ໝໍ ພະຍາບານ ໂຮງ​ເຢັນ ຫຼື​ປ່າຊ້າ. ເນື່ອງ​ວ່າ​ຈະ​ບໍ່​ມີ​ອາດຊະຍາກຳ ຈຶ່ງ​ບໍ່​ຕ້ອງ​ມີ​ຕຳ​ຫຼວດ ລະບົບ​ເຕືອນ​ໄພ ຫຼື​ແມ່ນ​ແຕ່​ກະແຈ! ສະພາບການ​ຊົ່ວ​ຮ້າຍ​ທັງ​ໝົດ​ນີ້​ຈະ​ຖືກ​ກຳຈັດ​ຕະຫຼອດ​ໄປ ເພາະ​ມັນ​ເຮັດ​ໃຫ້​ເຮົາ​ກັງວົນ​ໃຈ​ຫຼາຍ.

16, 17. (ກ) ຄົນ​ທີ່​ລອດ​ຊີວິດ​ຜ່ານ​ສົງຄາມ​ອະລະມະເຄໂດນ​ຈະ​ຮູ້ສຶກ​ແນວ​ໃດ? ໃຫ້​ຍົກ​ຕົວຢ່າງ. (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ໝັ້ນ​ໃຈ​ວ່າ​ຈະ​ລອດ​ຊີວິດ​ຫຼັງ​ຈາກ​ໂລກ​ນີ້​ຖືກ​ທຳລາຍ?

16 ຊີວິດ​ຈະ​ເປັນ​ແນວ​ໃດ​ເມື່ອ​ສະພາບການ​ທີ່​ຊົ່ວ​ຮ້າຍ​ຖືກ​ກຳຈັດ​ຕະຫຼອດ​ໄປ? ບໍ່​ງ່າຍ​ທີ່​ຈະ​ນຶກ​ພາບ​ແບບ​ນັ້ນ ເພາະ​ເຮົາ​ມີ​ຊີວິດ​ໃນ​ສະພາບການ​ທີ່​ຊົ່ວ​ຮ້າຍ​ມາ​ດົນ ຈົນ​ບໍ່​ໄດ້​ຮູ້ສຶກ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ເຄັ່ງ​ຕຶງ​ຫຼາຍ​ສໍ່າ​ໃດ. ເພື່ອ​ເປັນ​ຕົວຢ່າງ ຄົນ​ທີ່​ອາໄສ​ຢູ່​ໃກ້​ສະຖານີ​ລົດ​ໄຟ​ທີ່​ວຸ່ນວາຍ ເມື່ອ​ຢູ່​ດົນໆໄປ​ກໍ​ລຶ້ງ ແລະ​ອາດ​ບໍ່​ຮູ້ສຶກ​ວ່າ​ມີ​ສຽງ​ຟົດ​ນັນ. ຄົນ​ທີ່​ອາໄສ​ຢູ່​ໃກ້​ບ່ອນ​ຖິ້ມ​ຂີ້ເຫຍື້ອ ເມື່ອ​ຢູ່​ດົນໆໄປ​ກໍ​ລຶ້ງ ແລະ​ອາດ​ບໍ່​ຮູ້ສຶກ​ວ່າ​ມີ​ກິ່ນ​ເໝັນ. ດັ່ງ​ນັ້ນ ເມື່ອ​ພະ​ເຢໂຫວາ​ກຳຈັດ​ສະພາບການ​ຊົ່ວ​ຮ້າຍ​ທັງ​ໝົດ ເຮົາ​ຈະ​ໂລ່ງ​ໃຈ​ຫຼາຍ​ແທ້ໆ!

17 ສິ່ງ​ໃດ​ຈະ​ມາ​ປ່ຽນ​ແທນ​ຄວາມ​ເຄັ່ງ​ຕຶງ​ທຸກ​ຢ່າງ​ທີ່​ເຮົາ​ຮູ້ສຶກ​ໃນ​ຕອນ​ນີ້? ຄຳເພງ 37:11 (ລ.ມ.) ບອກ​ວ່າ: “ພວກ​ເຂົາ​ຈະ​ຊົມຊື່ນ​ຍິນດີ​ແລະ​ມີ​ແຕ່​ຄວາມ​ສະຫງົບ​ສຸກ.” ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ທີ່​ຮູ້​ວ່າ ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ເຫຼົ່າ​ນີ້! ໃນ​ເວລາ​ທີ່​ເຄັ່ງ​ຕຶງ​ນີ້ ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ. ເນື່ອງ​ຈາກ​ຄວາມ​ຫວັງ​ເລື່ອງ​ອະນາຄົດ​ເປັນ​ສິ່ງ​ທີ່​ມີ​ຄ່າ​ແທ້ໆ ຂໍ​ໃຫ້​ເຈົ້າ​ຄິດ​ຢ່າງ​ເລິກ​ເຊິ່ງ​ໃນ​ເລື່ອງ​ນີ້ ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ຄວາມ​ຫວັງ​ນັ້ນ​ເປັນ​ຈິງ​ສຳລັບ​ເຈົ້າ ແລະ​ເວົ້າ​ເລື່ອງ​ນີ້​ໃຫ້​ຄົນ​ອື່ນ​ຟັງ. (1 ຕີໂມເຕ 4:15, 16; 1 ເປໂຕ 3:15) ຖ້າ​ເຮັດ​ແບບ​ນີ້ ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ເມື່ອ​ລະບົບ​ນີ້​ຖືກ​ທຳລາຍ ເຈົ້າ​ກໍ​ຈະ​ລອດ​ຊີວິດ​ແລະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

^ ຂໍ້ 1 ຂໍ້​ນີ້​ເວົ້າ​ເຖິງ​ປະເພນີ​ໜຶ່ງ​ເມື່ອ​ຫຼາຍ​ປີ​ແລ້ວ​ໃນ​ບາງ​ເຂດ​ຂອງ​ອາເມຣິກາ​ເຊິ່ງ​ຖື​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ຄຸກ​ຕ່າງໆຈະ​ເວົ້າ​ແບບ​ນີ້.