ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ເຈົ້າ​ເຮັດ​ຕາມ​ຄຳ​ປະຕິຍານ

ໃຫ້​ເຈົ້າ​ເຮັດ​ຕາມ​ຄຳ​ປະຕິຍານ

“ຈົ່ງ​ຖວາຍ​ແກ່​ພະ​ເຢໂຫວາ​ຕາມ​ຄຳ​ສາບານ [“ຄຳ​ປະຕິຍານ,” ລ.ມ.] ຂອງ​ທ່ານ.”—ມັດທາຍ 5:33

ເພງ: 63, 59

1. (ກ) ເຢບເທ​ແລະ​ອານາ​ມີ​ຫຍັງ​ທີ່​ຄື​ກັນ? (ເບິ່ງ​ຮູບ​ທຳອິດ) (ຂ) ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ນີ້?

ເຢບເທ​ເປັນ​ຜູ້​ນຳ​ທີ່​ກ້າຫານ​ແລະ​ເປັນ​ນັກ​ຮົບ​ຜູ້​ເກັ່ງ​ກ້າ. ອານາ​ເປັນ​ຜູ້​ຍິງ​ທີ່​ອ່ອນ​ນ້ອມ​ແລະ​ຖ່ອມ​ຕົວ​ເຊິ່ງ​ເບິ່ງ​ແຍງ​ຜົວ​ແລະ​ຄອບຄົວ​ຢ່າງ​ດີ. ນອກ​ຈາກ​ທັງ​ສອງ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ ເຂົາ​ເຈົ້າ​ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ຄື​ກັນ ທັງ​ເຢບເທ​ແລະ​ອານາ​ໄດ້​ໃຫ້​ຄຳ​ປະຕິຍານ​ແກ່​ພະ​ເຢໂຫວາ ແລະ​ກໍ​ເຮັດ​ຕາມ​ນັ້ນ​ຢ່າງ​ສັດ​ຊື່. ເຂົາ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ສຳລັບ​ຊາຍ​ຍິງ​ໃນ​ທຸກ​ມື້​ນີ້​ທີ່​ໄດ້​ເລືອກ​ໃຫ້​ຄຳ​ປະຕິຍານ​ແກ່​ພະ​ເຢໂຫວາ. ຕອນ​ນີ້​ໃຫ້​ເຮົາ​ເບິ່ງ​ຄຳຕອບ​ຂອງ​ຄຳຖາມ​ສາມ​ຂໍ້​ຄື: ຄຳ​ປະຕິຍານ​ແມ່ນ​ຫຍັງ? ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະເຈົ້າ​ເປັນ​ເລື່ອງ​ຈິງ​ຈັງ​ສໍ່າ​ໃດ? ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເຢບເທ​ແລະ​ອານາ?

2, 3. (ກ) ຄຳ​ປະຕິຍານ​ແມ່ນ​ຫຍັງ? (ຂ) ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ເລື່ອງ​ການ​ໃຫ້​ຄຳ​ປະຕິຍານ​ແກ່​ພະເຈົ້າ?

2 ໃນ​ຄຳພີ​ໄບເບິນ ຄຳ​ປະຕິຍານ​ແມ່ນ​ຄຳ​ສັນຍາ​ທີ່​ຈິງ​ຈັງ​ເຊິ່ງ​ໄດ້​ໃຫ້​ແກ່​ພະເຈົ້າ. ຕົວຢ່າງ​ເຊັ່ນ: ຄົນ​ຜູ້​ໜຶ່ງ​ອາດ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ເຮັດ​ບາງ​ສິ່ງ ຖວາຍ​ບາງ​ຢ່າງ ຮັບໃຊ້​ໃນ​ບາງ​ຮູບ​ແບບ ຫຼື​ລະ​ເວັ້ນ​ບາງ​ສິ່ງ​ບາງ​ຢ່າງ. ເຮົາ​ໃຫ້​ຄຳ​ປະຕິຍານ​ໄດ້​ຢ່າງ​ເສລີ​ເພາະ​ເຮົາ​ມີ​ອິດ​ສະຫຼະ​ໃນ​ການ​ເລືອກ ດັ່ງ​ນັ້ນ ບໍ່​ຄວນ​ມີ​ຜູ້​ໃດ​ຖືກ​ບັງຄັບ​ໃຫ້​ເຮັດ​ຄຳ​ປະຕິຍານ. ແຕ່​ຖ້າ​ຄົນ​ຜູ້​ໜຶ່ງ​ເລືອກ​ທີ່​ຈະ​ໃຫ້​ຄຳ​ປະຕິຍານ ພະ​ເຢໂຫວາ​ຖື​ວ່າ​ນັ້ນ​ເປັນ​ຄຳ​ສັນຍາ​ທີ່​ຈິງ​ຈັງ​ເຊິ່ງ​ລາວ​ຕ້ອງ​ນັບຖື​ແລະ​ເຮັດ​ຕາມ. ຄຳ​ສາບານ​ແມ່ນ​ຄຳ​ເວົ້າ​ທີ່​ຄົນ​ຜູ້​ໜຶ່ງ​ສັນຍາ​ວ່າ​ຈະ​ເຮັດ​ຫຼື​ບໍ່​ເຮັດ​ບາງ​ສິ່ງ. (ຕົ້ນເດີມ 14:22, 23; ເຫບເລີ 6:16, 17) ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ເລື່ອງ​ຄວາມ​ຈິງ​ຈັງ​ຂອງ​ການ​ໃຫ້​ຄຳ​ປະຕິຍານ​ແກ່​ພະເຈົ້າ?

3 ໃນ​ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ ເຮົາ​ອ່ານ​ວ່າ ຖ້າ​ຄົນ​ຜູ້​ໜຶ່ງ​ໃຫ້​ຄຳ​ປະຕິຍານ​ແກ່​ພະ​ເຢໂຫວາ “ລາວ​ຈະ​ລະເມີດ​ຄຳ​ປະຕິຍານ​ບໍ່​ໄດ້ ລາວ​ຕ້ອງ​ເຮັດ​ຕາມ​ທີ່​ປະຕິຍານ​ໄວ້​ທຸກ​ຢ່າງ.” (ຈົດເຊັນບັນຊີ 30:2, ລ.ມ.) ຕໍ່​ມາ ຊາໂລໂມນ​ຂຽນ​ວ່າ: “ເມື່ອ​ເຈົ້າ​ຈະ​ໄດ້​ສັນຍາ​ບົນ​ຕົວ [“ປະຕິຍານ,” ລ.ມ.] ໄວ້​ແກ່​ພະເຈົ້າ ຢ່າ​ຊ້າ​ນານ​ຈະ​ໃຫ້​ຄຳ​ສັນຍາ [“ຄຳ​ປະຕິຍານ,” ລ.ມ.] ນັ້ນ​ສຳເລັດ​ແລ້ວ ເຫດ​ວ່າ​ພະເຈົ້າ​ບໍ່​ຊອບ​ໃຈ​ກັບ​ຄົນ​ໂງ່​ທັງ​ຫຼາຍ. ສິ່ງ​ໃດ​ທີ່​ເຈົ້າ​ໄດ້​ສັນຍາ [“ປະຕິຍານ,” ລ.ມ.] ໄວ້​ນັ້ນ​ຈົ່ງ​ໃຫ້​ສຳເລັດ.” (ຜູ້​ເທສະໜາ​ປ່າວ​ປະກາດ 5:4) ພະ​ເຍຊູ​ສອນ​ວ່າ​ການ​ໃຫ້​ຄຳ​ປະຕິຍານ​ແກ່​ພະເຈົ້າ​ເປັນ​ເລື່ອງ​ຈິງ​ຈັງ ເມື່ອ​ພະອົງ​ເວົ້າ​ວ່າ: “ທ່ານ​ທັງ​ຫຼາຍ​ໄດ້​ຍິນ​ວ່າ​ມີ​ຄຳ​ກ່າວ​ໄວ້​ແກ່​ຄົນ​ບູຮານ​ວ່າ ‘ຢ່າ​ສາບານ​ເປັນ​ຄຳ​ລ່າຍ [ຕົວະ] ແຕ່​ວ່າ​ຈົ່ງຖວາຍ​ແກ່​ພະ​ເຢໂຫວາ​ຕາມ​ຄຳ​ສາບານ [“ຄຳ​ປະຕິຍານ,” ລ.ມ.] ຂອງ​ທ່ານ.’”—ມັດທາຍ 5:33

4. (ກ) ການ​ໃຫ້​ຄຳ​ປະຕິຍານ​ແກ່​ພະເຈົ້າ​ເປັນ​ເລື່ອງ​ຈິງ​ຈັງ​ສໍ່າ​ໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ກ່ຽວ​ກັບ​ເຢບເທ​ແລະ​ອານາ?

4 ເຫັນ​ໄດ້​ແຈ້ງ ເຮົາ​ຕ້ອງ​ຖື​ວ່າ​ຄຳ​ສັນຍາ​ທີ່​ໃຫ້​ແກ່​ພະ​ເຢໂຫວາ​ເປັນ​ເລື່ອງ​ຈິງ​ຈັງ​ຫຼາຍ. ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ຂຶ້ນ​ກັບ​ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ຄຳ​ປະຕິຍານ. ດາວິດ​ເຮັດ​ໃຫ້​ເຫັນ​ແຈ້ງ​ໃນ​ເລື່ອງ​ນີ້​ເມື່ອ​ຂຽນ​ວ່າ: “ໃຜ​ຈະ​ຂຶ້ນ [ໄປ] ເທິງ​ພູ​ຂອງ​ພະ​ເຢໂຫວາ​ໄດ້ ແລະ​ໃຜ​ຈະ​ຢູ່​ໃນ​ບ່ອນ​ແຫ່ງ​ຄວາມ​ບໍລິສຸດ​ຂອງ​ພະອົງ​ໄດ້?” ຈາກ​ນັ້ນ​ລາວ​ຕອບ​ໂດຍ​ເວົ້າ​ວ່າ ພະ​ເຢໂຫວາ​ຈະ​ຍອມ​ຮັບ​ຄົນ​ທີ່ “ບໍ່​ສາບານ​ຕົວະ.” (ຄຳເພງ 24:3, 4) ເຢບເທ​ແລະ​ອານາ​ໄດ້​ປະຕິຍານ​ຫຍັງ​ໄວ້? ແລະ​ງ່າຍ​ບໍ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ນັ້ນ?

ເຂົາ​ເຈົ້າ​ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະເຈົ້າ

5. ເຢບເທ​ໄດ້​ປະຕິຍານ​ຫຍັງ? ແລະ​ຜົນ​ເປັນ​ແນວ​ໃດ?

5 ເຢບເທ​ໄດ້​ໃຫ້​ຄຳ​ສັນຍາ​ແກ່​ພະ​ເຢໂຫວາ​ເມື່ອ​ລາວ​ຈະ​ໄປ​ຕໍ່​ສູ້​ພວກ​ອາມໂມນ ເຊິ່ງ​ຊາດ​ນີ້​ເປັນ​ສັດຕູ​ຂອງ​ປະຊາຊົນ​ພະເຈົ້າ. (ຜູ້ຕັດສິນ 10:7-9) ເຢບເທ​ໄດ້​ອ້ອນ​ວອນ​ພະ​ເຢໂຫວາ​ຂໍ​ໃຫ້​ລາວ​ຊະນະ​ແລະ​ປະຕິຍານ​ວ່າ: “ຖ້າ​ພະອົງ​ມອບ​ລູກ​ຫຼານ​ອາມໂມນ​ໄວ້​ໃນ​ມື​ຂ້າ​ນ້ອຍ ຢູ່​ມາ​ສິ່ງ​ໃດ​ທີ່​ຈະ​ອອກ​ມາ​ແຕ່​ເຮືອນ​ຂ້າ​ນ້ອຍ​ມາ​ຕ້ອນຮັບ​ຂ້າ​ນ້ອຍ​ເມື່ອ​ຈະ​ຫຼົບ​ມາ​ແຕ່​ລູກ​ຫຼານ​ອາມໂມນ​ດ້ວຍ​ຄວາມ​ສຸກ​ສຳລານ ສິ່ງ​ນັ້ນ​ຈະ​ເປັນ​ຂອງ​ພະ​ເຢໂຫວາ.” ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ເຢບເທ​ແລະ​ຊ່ວຍ​ລາວ​ໃຫ້​ສູ້​ຮົບ​ຊະນະ. ເມື່ອ​ເຢບເທ​ກັບ​ເມືອ​ເຮືອນ ລູກ​ສາວ​ສຸດ​ທີ່​ຮັກ​ໄດ້​ອອກ​ມາ​ຕ້ອນຮັບ​ລາວ. ລູກ​ຄົນ​ນີ້​ຈະ “ເປັນ​ຂອງ​ພະ​ເຢໂຫວາ.” (ຜູ້ຕັດສິນ 11:30-34) ນີ້​ໝາຍ​ຄວາມ​ວ່າ​ລູກ​ສາວ​ຂອງ​ເຢບເທ​ຕ້ອງ​ເຮັດ​ຫຍັງ?

ເຢບເທ​ແລະ​ລູກ​ສາວ​ເປັນ​ຄົນ​ພັກດີ​ຈົນ​ບໍ່​ເຄີຍ​ຄິດ​ທີ່​ຈະ​ລະເມີດ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະເຈົ້າ

6. (ກ) ງ່າຍ​ບໍ​ທີ່​ເຢບເທ​ແລະ​ລູກ​ສາວ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະເຈົ້າ? (ຂ) ໃນ​ພະບັນຍັດ 23:21, 23 ແລະ​ຄຳເພງ 15:4 ເຮົາ​ຮຽນ​ຫຍັງ​ເລື່ອງ​ຄຳ​ປະຕິຍານ?

6 ເພື່ອ​ເຮັດ​ຕາມ​ຄຳ​ປະຕິຍານ​ຂອງ​ພໍ່ ລູກ​ສາວ​ຂອງ​ເຢບເທ​ຕ້ອງ​ໄປ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ​ຢູ່​ທັບ​ອາໄສ. ເຢບເທ​ໃຫ້​ຄຳ​ສັນຍາ​ໂດຍ​ບໍ່​ໄດ້​ຄິດ​ຢ່າງ​ຮອບຄອບ​ບໍ? ບໍ່​ແມ່ນ. ບາງ​ທີ​ເຢບເທ​ອາດ​ຮູ້​ແລ້ວ​ວ່າ​ລູກ​ສາວ​ຈະ​ເປັນ​ຄົນ​ທຳອິດ​ທີ່​ອອກ​ມາ​ຕ້ອນຮັບ​ລາວ. ເຖິງ​ວ່າ​ຈະ​ຮູ້​ຫຼື​ບໍ່​ກໍ​ຕາມ ແຕ່​ບໍ່​ງ່າຍ​ທີ່​ເຢບເທ​ແລະ​ລູກ​ສາວ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ນີ້. ເມື່ອ​ເຫັນ​ລູກ​ສາວ ເຢບເທ​ບອກ​ວ່າ ຫົວໃຈ​ຂອງ​ລາວ​ແຕກ​ສະ​ຫຼາຍ. ສ່ວນ​ລູກ​ສາວ​ຂອງ​ເຢບເທ​ກໍ​ໄປ “ຮ້ອງໄຫ້​ເພາະ​ລາວ​ຈະ​ບໍ່​ໄດ້​ແຕ່ງ​ດອງ, ລ.ມ.” ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຢບເທ​ບໍ່​ມີ​ລູກ​ຊາຍ ແລະ​ຕອນ​ນີ້​ລູກ​ສາວ​ຄົນ​ດຽວ​ກໍ​ຈະ​ບໍ່​ໄດ້​ແຕ່ງ​ດອງ​ແລະ​ບໍ່​ມີ​ລູກ. ນີ້​ໝາຍ​ຄວາມ​ວ່າ​ເຢບເທ​ຈະ​ບໍ່​ມີ​ຄົນ​ສືບ​ຕະກູນ​ເລີຍ. ແຕ່​ທັງ​ເຢບເທ​ແລະ​ລູກ​ສາວ​ສຳນຶກ​ວ່າ​ມີ​ສິ່ງ​ທີ່​ສຳຄັນ​ກວ່າ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ. ເຢບເທ​ຈຶ່ງ​ເວົ້າ​ວ່າ: ‘ຂ້ອຍ​ໄດ້​ອ້າ​ປາກ​ຖວາຍ​ແກ່​ພະ​ເຢໂຫວາ​ແລະ​ຂ້ອຍ​ຫຼົບ​ຄວາມ​ບໍ່​ໄດ້.’ ລູກ​ສາວ​ຂອງ​ລາວ​ໄດ້​ເວົ້າ​ວ່າ: ‘ຈົ່ງ​ກະທຳ​ແກ່​ຂ້ອຍ​ຕາມ​ຄວາມ​ທີ່​ໄດ້​ອອກ​ມາ​ຈາກ​ປາກ​ພໍ່.’ (ຜູ້ຕັດສິນ 11:35-39) ເຢບເທ​ແລະ​ລູກ​ສາວ​ເປັນ​ຄົນ​ພັກດີ​ຈົນ​ບໍ່​ເຄີຍ​ຄິດ​ທີ່​ຈະ​ລະເມີດ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະເຈົ້າ ເຖິງ​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ຍາກ​ຫຼາຍ.—ອ່ານ​ພະບັນຍັດ 23:21, 23; ຄຳເພງ 15:4

7. (ກ) ອານາ​ໄດ້​ປະຕິຍານ​ຫຍັງ ແລະ​ຍ້ອນ​ຫຍັງ? ຜົນ​ເປັນ​ແນວ​ໃດ? (ຂ) ຄຳ​ປະຕິຍານ​ຂອງ​ອານາ​ໝາຍ​ເຖິງ​ຫຍັງ​ສຳລັບ​ຊາເມືອນ? (ເບິ່ງ​ໄຂ​ເງື່ອນ)

7 ອານາ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ໃຫ້​ຄຳ​ປະຕິຍານ​ແກ່​ພະ​ເຢໂຫວາ​ໃນ​ຕອນ​ທີ່​ຊີວິດ​ຖືກ​ກົດ​ດັນ​ຫຼາຍ. ລາວ​ທຸກ​ໃຈ​ເນື່ອງ​ຈາກ​ເປັນ​ໝັນ ທັງ​ຖືກ​ຂົ່ມເຫງ​ແລະ​ຖືກ​ເຍາະ​ເຍີ້ຍ​ຍ້ອນ​ບໍ່​ມີ​ລູກ. (1 ຊາເມືອນ 1:4-7, 10, 16) ລາວ​ລະບາຍ​ຄວາມ​ຮູ້ສຶກ​ນັ້ນ​ຕໍ່​ພະ​ເຢໂຫວາ​ແລະ​ສັນຍາ​ວ່າ: ‘ໂອ້​ພະ​ເຢໂຫວາ​ແຫ່ງ​ກອງທັບ​ທັງ​ຫຼາຍ ຖ້າ​ພະອົງ​ເຫັນ​ແກ່​ຄວາມ​ທຸກ​ຂອງ​ສາວ​ໃຊ້​ຂອງ​ພະອົງ​ແລະ​ຖ້າ​ພະອົງ​ລະນຶກ​ເຖິງ​ຂ້າ​ນ້ອຍ​ແລະ​ບໍ່​ລືມ​ສາວ​ໃຊ້​ຂອງ​ພະອົງ​ແລະ​ຖ້າ​ພະອົງ​ໂຜດ​ໃຫ້​ສາວ​ໃຊ້​ຂອງ​ພະອົງ​ມີ​ລູກ​ຊາຍ​ຜູ້​ໜຶ່ງ ຂ້າ​ນ້ອຍ​ຈະ​ເອົາ​ລູກ​ຊາຍ​ນັ້ນ​ມາ​ຖວາຍ​ແກ່​ພະ​ເຢໂຫວາ​ຈົນ​ສິ້ນ​ຊີວິດ​ເພິ່ນ​ແລະ​ຈະ​ບໍ່​ແຖ​ຫົວ​ເພິ່ນ​ສັກ​ເທື່ອ.’ * (ເບິ່ງ​ໄຂ​ເງື່ອນ) (1 ຊາເມືອນ 1:11) ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ອານາ ແລະ​ປີ​ຕໍ່​ມາ​ລາວ​ກໍ​ໄດ້​ລູກ​ຊາຍ ເຊິ່ງ​ກໍ​ຄື​ຊາເມືອນ. ອານາ​ມີ​ຄວາມ​ສຸກ​ຫຼາຍ! ແຕ່​ລາວ​ບໍ່​ໄດ້​ລືມ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະເຈົ້າ. ເມື່ອ​ລູກ​ເກີດ ອານາ​ເວົ້າ​ວ່າ: ຂ້ອຍ ‘ຂໍ​ລູກ​ຄົນ​ນີ້​ນຳ​ພະ​ເຢໂຫວາ.’—1 ຊາເມືອນ 1:20

ອານາ​ເຕັມ​ໃຈ​ສະລະ​ສິ່ງ​ທີ່​ສຳຄັນ​ຕໍ່​ລາວ​ເພື່ອ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ແກ່​ພະເຈົ້າ

8. (ກ) ງ່າຍ​ບໍ​ທີ່​ອານາ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ? (ຂ) ຄຳເພງ​ບົດ 61 ເຮັດ​ໃຫ້​ເຈົ້າ​ຄິດ​ເຖິງ​ຕົວຢ່າງ​ທີ່​ດີ​ຂອງ​ອານາ​ແນວ​ໃດ?

8 ເມື່ອ​ຊາເມືອນ​ອາຍຸ​ປະມານ​ສາມ​ປີ ອານາ​ໄດ້​ເຮັດ​ຕາມ​ທີ່​ສັນຍາ​ກັບ​ພະ​ເຢໂຫວາ. ລາວ​ພາ​ຊາເມືອນ​ໄປ​ຫາ​ປະໂລຫິດ​ໃຫຍ່​ເອລີ​ທີ່​ວິຫານ​ໃນ​ເມືອງ​ຊີໂລ​ແລະ​ເວົ້າ​ວ່າ: “ຜູ້​ຂ້າ​ໄດ້​ອ້ອນ​ວອນ​ຂໍ​ລູກ​ນີ້​ແລະ​ພະ​ເຢໂຫວາ​ໄດ້​ໂຜດ​ປະທານ​ຕາມ​ຜູ້​ຂ້າ​ໄດ້​ຂໍ. ແລະ​ເພາະ​ເຫດ​ນັ້ນ​ຜູ້​ຂ້າ​ໄດ້​ເອົາ​ເພິ່ນ​ມາ​ຖວາຍ​ແກ່​ພະ​ເຢໂຫວາ.” (1 ຊາເມືອນ 1:24-28) ຕັ້ງ​ແຕ່​ນັ້ນ​ມາ​ຊາເມືອນ​ກໍ​ຢູ່​ທີ່​ທັບ​ອາໄສ. ຄຳພີ​ໄບເບິນ​ບອກ​ວ່າ: “ຊາເມືອນ​ໄດ້​ໃຫຍ່​ຂຶ້ນ​ຢູ່​ນຳ​ພະ​ເຢໂຫວາ.” (1 ຊາເມືອນ 2:21) ບໍ່​ງ່າຍ​ທີ່​ອານາ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ນັ້ນ ເພາະ​ນີ້​ໝາຍ​ຄວາມ​ວ່າ​ລາວ​ຈະ​ບໍ່​ໄດ້​ຢູ່​ນຳ​ລູກ​ຊາຍ​ສຸດ​ທີ່​ຮັກ​ແລະ​ບໍ່​ມີ​ໂອກາດ​ເຫັນ​ລູກ​ເຕີບ​ໃຫຍ່. ແຕ່​ອານາ​ຖື​ວ່າ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະ​ເຢໂຫວາ​ເປັນ​ເລື່ອງ​ຈິງ​ຈັງ. ລາວ​ເຕັມ​ໃຈ​ສະລະ​ສິ່ງ​ທີ່​ສຳຄັນ​ຕໍ່​ລາວ​ເພື່ອ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ແກ່​ພະເຈົ້າ.—1 ຊາເມືອນ 2:1, 2; ອ່ານ​ຄຳເພງ 61:1, 5, 8

ເຈົ້າ​ກຳລັງ​ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະ​ເຢໂຫວາ​ບໍ?

9. ຕໍ່​ໄປ​ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ?

9 ຕອນ​ນີ້​ເຮົາ​ເຂົ້າ​ໃຈ​ແລ້ວ​ວ່າ​ການ​ໃຫ້​ຄຳ​ປະຕິຍານ​ແກ່​ພະ​ເຢໂຫວາ​ເປັນ​ເລື່ອງ​ຈິງ​ຈັງ ດັ່ງ​ນັ້ນ ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ເລື່ອງ​ຕໍ່​ໄປ​ນີ້: ໃນ​ທຸກ​ມື້​ນີ້ ເຮົາ​ອາດ​ໃຫ້​ຄຳ​ປະ​ຕິ​ຍາ​ໃນ​ເລື່ອງ​ໃດ​ແດ່? ແລະ​ເຮົາ​ຄວນ​ຕັ້ງ​ໃຈ​ຫຼາຍ​ສໍ່າ​ໃດ​ເພື່ອ​ເຮັດ​ຕາມ​ຄຳ​ປະຕິຍານ​ນັ້ນ?

ຄຳ​ປະຕິຍານ​ເມື່ອ​ອຸທິດ​ຕົວ

ຄຳ​ປະຕິຍານ​ເມື່ອ​ອຸທິດ​ຕົວ (ເບິ່ງ​ຂໍ້ 10)

10. ຄຳ​ປະຕິຍານ​ອັນ​ທີ​ໜຶ່ງ​ເຊິ່ງ​ສຳຄັນ​ທີ່​ສຸດ​ຂອງ​ຄລິດສະຕຽນ​ແມ່ນ​ຫຍັງ? ແລະ​ໝາຍ​ເຖິງ​ຫຍັງ​ແດ່?

10 ຄຳ​ປະຕິຍານ​ອັນ​ທີ​ໜຶ່ງ​ເຊິ່ງ​ສຳຄັນ​ທີ່​ສຸດ​ຂອງ​ຄລິດສະຕຽນ​ແມ່ນ​ການ​ປະຕິຍານ​ເມື່ອ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ. ໃນ​ຄຳ​ອະທິດຖານ​ສ່ວນ​ຕົວ ລາວ​ໄດ້​ສັນຍາ​ວ່າ​ຈະ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະເຈົ້າ​ຕະຫຼອດ​ໄປ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ. ພະ​ເຍຊູ​ບອກ​ວ່າ​ໃຫ້​ເຮົາ “ເຊົາ​ໃຊ້​ຊີວິດ​ເພື່ອ​ຕົວ​ເອງ” ເຊິ່ງ​ໝາຍ​ເຖິງ​ການ​ສັນຍາ​ວ່າ​ເຮົາ​ຈະ​ໃຫ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ບໍ່​ແມ່ນ​ຕົວ​ເຮົາ​ເອງ. (ມັດທາຍ 16:24, ລ.ມ.) ນັບ​ຕັ້ງ​ແຕ່​ມື້​ນັ້ນ ‘ເຮົາ​ເປັນ​ຂອງ​ພະ​ເຢໂຫວາ.’ (ໂລມ 14:8) ເຮົາ​ຖື​ວ່າ​ການ​ອຸທິດ​ຕົວ​ເປັນ​ເລື່ອງ​ຈິງ​ຈັງ. ເຮົາ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ເວົ້າ​ວ່າ: “ຂ້ອຍ​ຈະ​ເອົາ​ສິ່ງ​ໃດ​ໄປ​ຕອບ​ຄຸນ​ແກ່​ພະ​ເຢໂຫວາ​ແທນ​ການ​ດີ​ທັງ​ຫຼາຍ​ທີ່​ພະອົງ​ໄດ້​ກະທຳ​ແກ່​ຂ້ອຍ? ຂ້ອຍ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ບົນ​ຕົວ​ໄວ້ [“ຄຳ​ປະຕິຍານ,” ລ.ມ.] ແກ່​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ແຫ່ງ​ພະອົງ​ທັງ​ສິ້ນ.”—ຄຳເພງ 116:12, 14

11. ມື້​ທີ່​ຮັບ​ບັບເຕມາ ເຈົ້າ​ໄດ້​ຕອບ​ຄຳຖາມ​ຫຍັງ?

11 ເຈົ້າ​ໄດ້​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລະ​ສະແດງ​ສັນຍະລັກ​ການ​ອຸທິດ​ຕົວ​ໂດຍ​ຮັບ​ບັບເຕມາ​ໃນ​ນໍ້າ​ແລ້ວ​ບໍ? ຖ້າ​ໄດ້​ເຮັດ​ແລ້ວ ກໍ​ເປັນ​ສິ່ງ​ທີ່​ດີ​ຫຼາຍ! ເຈົ້າ​ຈື່​ບໍ​ເມື່ອ​ພີ່​ນ້ອງ​ບັນລະຍາຍ​ສຳລັບ​ການ​ຮັບ​ບັບເຕມາ ໄດ້​ຖາມ​ວ່າ ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ເຂົ້າ​ໃຈ​ວ່າ “ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ຂອງ​ເຈົ້າ​ສະແດງ​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ”? ເມື່ອ​ເຈົ້າ​ຕອບ​ວ່າ “ແມ່ນ” ທຸກ​ຄົນ​ທີ່​ຢູ່​ຫັ້ນ​ກໍ​ຮູ້​ວ່າ​ເຈົ້າ​ໄດ້​ອຸທິດ​ຊີວິດ​ແລະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ. ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ!

12. (ກ) ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ? (ຂ) ເປໂຕ​ກະຕຸ້ນ​ເຮົາ​ໃຫ້​ພັດທະນາ​ໃນ​ດ້ານ​ໃດ​ແດ່?

12 ເມື່ອ​ຮັບ​ບັບເຕມາ ເຈົ້າ​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະອົງ ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະອົງ. ແຕ່​ການ​ຮັບ​ບັບເຕມາ​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ. ເມື່ອ​ເວລາ​ຜ່ານ​ໄປ ເຮົາ​ທຸກ​ຄົນ​ຕ້ອງ​ກວດ​ເບິ່ງ​ຕົວ​ເອງ​ຕໍ່ໆໄປ. ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຕັ້ງ​ແຕ່​ຮັບ​ບັບເຕມາ ຂ້ອຍ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ? ຂ້ອຍ​ຍັງ​ຮັບໃຊ້​ພະອົງ​ໝົດ​ຫົວໃຈ​ບໍ? (ໂກໂລດ 3:23) ຂ້ອຍ​ອະທິດຖານ​ເລື້ອຍໆບໍ? ຂ້ອຍ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ບໍ? ຂ້ອຍ​ໄປ​ປະຊຸມ​ເປັນ​ປະຈຳ​ບໍ? ຂ້ອຍ​ໄປ​ປະກາດ​ສະໝໍ່າ​ສະເໝີ​ບໍ​ເມື່ອ​ເປັນ​ໄປ​ໄດ້? ຫຼື​ວ່າ​ຂ້ອຍ​ຂາດ​ຄວາມ​ກະຕືລືລົ້ນ​ໃນ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້?’ ອັກຄະສາວົກ​ເປໂຕ​ເຕືອນ​ວ່າ ຖ້າ​ເຮົາ​ບໍ່​ກະຕືລືລົ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ສິ່ງ​ນີ້​ຈະ​ເປັນ​ອັນຕະລາຍ​ຕໍ່​ເຮົາ. ເຮົາ​ຈະ​ຫຼີກ​ຫຼ່ຽງ​ການ​ເປັນ​ຄົນ​ແບບ​ນັ້ນ ຖ້າ​ເຮົາ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ພັດທະນາ​ຄວາມ​ເຊື່ອ ຄວາມ​ຮູ້ ຄວາມ​ອົດ​ທົນ ແລະ​ຄວາມ​ນັບຖື​ພະເຈົ້າ.—ອ່ານ 2 ເປໂຕ 1:5-8

13. ຄລິດສະຕຽນ​ທີ່​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ແລ້ວ​ຕ້ອງ​ເຂົ້າ​ໃຈ​ຫຍັງ?

13 ຖ້າ​ເຮົາ​ໄດ້​ປະຕິຍານ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ກໍ​ຖອນ​ຄຳ​ປະຕິຍານ​ບໍ່​ໄດ້. ເມື່ອ​ເວລາ​ຜ່ານ​ໄປ ເນື່ອງ​ຈາກ​ຮູ້ສຶກ​ອິດ​ເມື່ອຍ​ໃນ​ການ​ຮັບໃຊ້​ພະອົງ ຫຼື​ໃນ​ການ​ໃຊ້ຊີວິດ​ແບບ​ຄລິດສະຕຽນ ຄົນ​ໃດ​ຄົນ​ໜຶ່ງ​ຈະ​ເວົ້າ​ບໍ່​ໄດ້​ວ່າ​ລາວ​ບໍ່​ເຄີຍ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແທ້ໆແລະ​ການ​ຮັບບັບເຕມາ​ຂອງ​ລາວ​ເປັນ​ໂມຄະ. * (ເບິ່ງ​ໄຂ​ເງື່ອນ) ຖ້າ​ຄົນ​ທີ່​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ໄດ້​ເຮັດ​ຜິດ​ຮ້າຍແຮງ ລາວ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພະ​ເຢໂຫວາ​ແລະ​ປະຊາຄົມ. (ໂລມ 14:12) ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ຄົນ​ທີ່​ພະ​ເຍຊູ​ເວົ້າ​ວ່າ: “ເຈົ້າ​ບໍ່​ໄດ້​ຮັກ​ເຮົາ​ດັ່ງ​ທີ່​ເຈົ້າ​ໄດ້​ຮັກ​ທຳອິດ.” ແຕ່​ເຮົາ​ຢາກ​ໃຫ້ພະອົງ​ເວົ້າ​ເຖິງ​ເຮົາ​ວ່າ: “ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ. ເຮົາ​ຮູ້​ເຖິງ​ຄວາມ​ຮັກ ຄວາມ​ເຊື່ອ ການ​ບົວລະບັດ​ຮັບໃຊ້ ແລະ​ຄວາມ​ອົດ​ທົນ​ຂອງ​ເຈົ້າ. ເຮົາ​ຮູ້​ວ່າ​ກິດຈະການ​ຂອງ​ເຈົ້າ​ຕອນ​ນີ້​ມີ​ຫຼາຍ​ກວ່າ​ຕອນ​ທຳອິດ.” (ຄຳປາກົດ 2:4, 19, ທ.ປ.) ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ໂດຍ​ໃຫ້​ຊີວິດ​ຂອງ​ເຮົາ​ຈົດຈໍ່​ໃນ​ການ​ເຮັດ​ຕາມ​ທີ່​ໄດ້​ອຸທິດ​ຕົວ​ແກ່​ພະອົງ.

ຄຳ​ປະຕິຍານ​ເມື່ອ​ແຕ່ງ​ດອງ

ຄຳ​ປະຕິຍານ​ເມື່ອ​ແຕ່ງ​ດອງ (ເບິ່ງ​ຂໍ້ 14)

14. ຄຳ​ປະຕິຍານ​ອັນ​ທີ​ສອງ​ເຊິ່ງ​ສຳຄັນ​ທີ່​ສຸດ​ຂອງ​ຄລິດສະຕຽນ​ແມ່ນ​ຫຍັງ? ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ?

14 ຄຳ​ປະຕິຍານ​ອັນ​ທີ​ສອງ​ເຊິ່ງ​ສຳຄັນ​ທີ່​ສຸດ​ຂອງ​ຄລິດສະຕຽນ​ແມ່ນ​ການ​ປະຕິຍານ​ເມື່ອ​ແຕ່ງ​ດອງ. ການ​ແຕ່ງ​ດອງ​ເປັນ​ເລື່ອງ​ສັກສິດ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ຄຳ​ປະຕິຍານ​ໃນ​ຕອນ​ແຕ່ງ​ດອງ​ເປັນ​ເລື່ອງ​ຈິງ​ຈັງ​ຫຼາຍ. ເມື່ອ​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ​ໃຫ້​ຄຳ​ປະຕິຍານ ເຂົາ​ເຈົ້າ​ກຳລັງ​ສັນຍາ​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ຄົນ​ທີ່​ຢູ່​ໃນ​ງານ​ນັ້ນ. ຕາມ​ປົກກະຕິ​ແລ້ວ​ເຂົາ​ເຈົ້າ​ສັນຍາ​ວ່າ​ຈະ​ຮັກ ທະນຸ​ຖະໜອມ ແລະ​ນັບຖື​ເຊິ່ງ​ກັນ​ແລະ​ກັນ​ຕາບ​ເທົ່າ​ທີ່​ເຂົາ​ເຈົ້າ​ທັງ​ສອງ​ມີ​ຊີວິດ​ຢູ່​ຮ່ວມ​ກັນ​ໃນ​ໂລກ​ນີ້​ເຊິ່ງ​ເປັນ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ​ກ່ຽວ​ກັບ​ການ​ແຕ່ງ​ດອງ. ບາງ​ຄົນ​ອາດ​ບໍ່​ໄດ້​ໃຊ້​ຄຳ​ເວົ້າ​ແບບ​ດຽວ​ກັນ​ນີ້​ທັງ​ໝົດ ແຕ່​ກໍ​ຍັງ​ຖື​ວ່າ​ເປັນ​ການ​ໃຫ້​ຄຳ​ປະຕິຍານ​ຕໍ່​ໜ້າ​ພະເຈົ້າ. ເມື່ອ​ເຂົາ​ເຈົ້າ​ໃຫ້​ຄຳ​ປະຕິຍານ​ເຫຼົ່າ​ນີ້ ເຂົາ​ເຈົ້າ​ກໍ​ເປັນ​ຜົວ​ເມຍ​ກັນ. ການ​ແຕ່ງ​ດອງ​ໝາຍ​ເຖິງ​ການ​ຜູກ​ພັນ​ກັນ​ຕະຫຼອດ​ຊີວິດ. (ຕົ້ນເດີມ 2:24; 1 ໂກລິນໂທ 7:39) ພະ​ເຍຊູ​ເວົ້າ​ວ່າ: “ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ຄົນ​ກະທຳ​ໃຫ້​ແຍກ​ຈາກ​ກັນ.” ຄົນ​ທີ່​ຈະ​ແຕ່ງ​ດອງ​ກັນ​ບໍ່​ຄວນ​ຄິດ​ວ່າ​ຖ້າ​ຊີວິດ​ຄູ່​ຂອງ​ເຂົາ​ເຈົ້າ​ໄປ​ກັນ​ບໍ່​ໄດ້​ກໍ​ຢ່າ​ຮ້າງ​ກັນ​ຕອນ​ໃດ​ກໍ​ໄດ້.—ມາລະໂກ 10:9

15. ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ບໍ່​ຄວນ​ເບິ່ງ​ເລື່ອງ​ການ​ແຕ່ງ​ດອງ​ແບບ​ດຽວ​ກັບ​ຄົນ​ໃນ​ໂລກ​ນີ້?

15 ເນື່ອງ​ຈາກ​ບໍ່​ມີ​ໃຜ​ສົມບູນ​ແບບ ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ຊີວິດ​ຄູ່​ທີ່​ສົມບູນ​ແບບ. ດ້ວຍ​ເຫດ​ນີ້​ຄຳພີ​ໄບເບິນ​ບອກ​ວ່າ​ທຸກ​ຄົນ​ທີ່​ແຕ່ງ​ດອງ​ຈະ​ມີ “ຄວາມ​ຍາກ​ລຳບາກ​ໃນ​ເນື້ອ​ໜັງ” ເປັນ​ບາງ​ຄັ້ງ. (1 ໂກລິນໂທ 7:28) ໃນ​ໂລກ​ທຸກ​ມື້​ນີ້​ຫຼາຍ​ຄົນ​ຖື​ເບົາ​ເລື່ອງ​ການ​ແຕ່ງ​ດອງ. ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຖ້າ​ໄປ​ກັນ​ບໍ່​ໄດ້​ກໍ​ຢ່າ​ຮ້າງ​ກັນ​ຕອນ​ໃດ​ກໍ​ໄດ້. ແຕ່​ພະຍານ​ພະ​ເຢໂຫວາ​ບໍ່​ເປັນ​ແບບ​ນັ້ນ ເພາະ​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ໄດ້​ໃຫ້​ຄຳ​ປະຕິຍານ​ການ​ແຕ່ງ​ດອງ​ຕໍ່​ໜ້າ​ພະເຈົ້າ. ຖ້າ​ບໍ່​ເຮັດ​ຕາມ​ຄຳ​ປະຕິຍານ​ນັ້ນ​ກໍ​ຖື​ວ່າ​ເຂົາ​ເຈົ້າ​ກຳລັງ​ຕົວະ​ພະເຈົ້າ ແລະ​ພະອົງ​ກຽດ​ຊັງ​ການ​ຕົວະ. (ພວກເລວີ 19:12; ສຸພາສິດ 6:16-19) ພະຍານ​ພະ​ເຢໂຫວາ​ທີ່​ແຕ່ງ​ດອງ​ແລ້ວ​ຄວນ​ຈື່​ຫຼັກ​ການ​ທີ່​ວ່າ: “ຖ້າ​ທ່ານ​ຕິດ​ພັນ​ກັບ​ເມຍ​ແລ້ວ ຢ່າ​ຄຶດ​ຊອກ​ຫາ​ທີ່​ຈະ​ແຍກ​ຈາກ​ເມຍ​ນັ້ນ.” (1 ໂກລິນໂທ 7:27) ໂປໂລ​ເວົ້າ​ແບບ​ນີ້​ໄດ້​ຍ້ອນ​ລາວ​ຮູ້​ວ່າ​ພະ​ເຢໂຫວາ​ກຽດ​ຊັງ​ການ​ຢ່າ​ຮ້າງ​ທີ່​ເກີດ​ຈາກ​ການ​ຈົງໃຈ​ທໍລະຍົດ.—ມາລາກີ 2:13-16

16. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ຢ່າ​ຮ້າງ​ແລະ​ການ​ແຍກ​ກັນ​ຢູ່?

16 ພະ​ເຍຊູ​ສອນ​ວ່າ​ມີ​ເຫດຜົນ​ພຽງ​ຢ່າງ​ດຽວ​ທີ່​ຈະ​ຢ່າ​ຮ້າງ​ກັນ​ໄດ້​ຕາມ​ຫຼັກ​ການ​ໃນ​ພະ​ຄຳພີ ກໍ​ຄື ຖ້າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຫຼິ້ນ​ຊູ້ ແລະ​ຝ່າຍ​ທີ່​ບໍ່​ຜິດ​ເລືອກ​ທີ່​ຈະ​ບໍ່​ໃຫ້​ອະໄພ​ຄູ່​ຂອງ​ຕົນ. (ມັດທາຍ 19:9; ເຫບເລີ 13:4) ກ່ຽວ​ກັບ​ການ​ແຍກ​ກັນ​ຢູ່​ເດ? ຄຳພີ​ໄບເບິນ​ກໍ​ເວົ້າ​ຈະ​ແຈ້ງ​ໃນ​ເລື່ອງ​ນີ້. (ອ່ານ​ມັດທາຍ 19:6) ແຕ່​ບໍ່​ມີ​ຫຼັກ​ການ​ໃນ​ພະຄຳພີ​ເຊິ່ງ​ເວົ້າ​ເຖິງ​ເຫດຜົນ​ທີ່​ຈະ​ແຍກ​ກັນ​ຢູ່. ອາດ​ມີບາງ​ສະຖານະການ​ທີ່​ຄລິດສະຕຽນ​ຮູ້ສຶກ​ວ່າ​ຈຳເປັນ​ແທ້ໆທີ່​ຈະ​ຕ້ອງ​ແຍກ​ກັນ​ຢູ່​ກັບ​ຄູ່​ຂອງ​ຕົນ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ອາດ​ໝັ້ນ​ໃຈ​ວ່າ​ຖ້າ​ຍັງ​ຢູ່​ກັບ​ຄູ່​ຂອງ​ຕົນ​ທີ່​ເປັນ​ຄົນ​ຮຸນແຮງ​ຫຼື​ເປັນ​ຄົນ​ອອກ​ຫາກ ຊີວິດ​ຫຼື​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ຈະ​ຕົກ​ຢູ່​ໃນ​ອັນຕະລາຍ​ຂັ້ນ​ຮ້າຍແຮງ. *—ເບິ່ງ​ໄຂ​ເງື່ອນ.

17. ຜົວ​ແລະ​ເມຍ​ຈະ​ເຮັດ​ຫຍັງ​ເພື່ອ​ໃຫ້​ຊີວິດ​ຄູ່​ຍືນ​ຍາວ?

17 ຖ້າ​ຜົວ​ເມຍ​ຄູ່​ໜຶ່ງ​ຂໍ​ຄຳ​ແນະ​ຈາກ​ຜູ້​ເຖົ້າ​ແກ່​ເພື່ອ​ຈະ​ປັບ​ປຸງ​ຊີວິດ​ຄູ່​ຂອງ​ເຂົາ​ເຈົ້າ ແຕ່​ຜູ້​ເຖົ້າ​ແກ່​ອາດ​ຖາມ​ເຂົາ​ເຈົ້າ​ວ່າ​ໄດ້​ເຮັດ​ສອງ​ສິ່ງ​ນີ້​ແລ້ວ​ບໍ ນັ້ນ​ຄື​ເບິ່ງ​ວິດີໂອ​ຮັກ​ແທ້​ຄື​ຫຍັງ? (ບໍ່​ມີ​ໃນ​ພາສາ​ລາວ) ແລະ​ສຶກສາ​ປຶ້ມ​ຄອບຄົວ​ຂອງ​ທ່ານ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ? ທັງ​ສອງ​ສິ່ງ​ນີ້​ໄດ້​ເນັ້ນ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ສາຍ​ສຳພັນ​ຂອງ​ຜົວ​ເມຍ​ແໜ້ນ​ແຟ້ນ​ຂຶ້ນ. ຜົວ​ເມຍ​ຄູ່​ໜຶ່ງ​ເວົ້າ​ວ່າ: “ນັບ​ຕັ້ງ​ແຕ່​ເຮົາ​ສຶກສາ​ປຶ້ມ​ນີ້ ສາຍ​ສຳພັນ​ຂອງ​ພວກ​ເຮົາ​ດີ​ກວ່າ​ແຕ່​ກ່ອນ.” ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ແຕ່ງ​ດອງ​ໄດ້ 22 ປີ​ແລ້ວ ລາວ​ຄິດ​ວ່າ​ຊີວິດ​ຄູ່​ຂອງ​ລາວ​ກຳລັງ​ຈະ​ຈົບ​ລົງ. ແຕ່​ເມື່ອ​ໄດ້​ເບິ່ງ​ວິດີໂອ​ນີ້ ລາວ​ເວົ້າ​ວ່າ: “ເຖິງ​ວ່າ​ເຮົາ​ທັງ​ສອງ​ຮັບ​ບັບເຕມາ​ແລ້ວ ແຕ່​ເຮົາ​ກໍ​ມີ​ອາລົມ​ແຕກຕ່າງ​ກັນ​ຫຼາຍ. ວິດີໂອ​ນີ້​ອອກ​ໃນ​ເວລາ​ທີ່​ເໝາະ​ແທ້ໆ! ຕອນ​ນີ້​ສາຍ​ສຳພັນ​ຂອງ​ເຮົາ​ດີ​ຂຶ້ນ​ຫຼາຍ.” ເຫັນ​ໄດ້​ແຈ້ງ​ວ່າ ຖ້າ​ຜົວ​ແລະ​ເມຍ​ໃຊ້​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ໃນ​ຊີວິດ​ຄູ່ ສາຍ​ສຳພັນ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ກັນ​ກໍ​ຈະ​ດີ​ຂຶ້ນ​ແລະ​ແໜ້ນ​ແຟ້ນ​ຂຶ້ນ.

ຄຳ​ປະຕິຍານ​ເມື່ອ​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ

18, 19. (ກ) ພໍ່​ແມ່​ຫຼາຍ​ຄົນ​ໄດ້​ເຮັດ​ຫຍັງ? (ຂ) ຜູ້​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ​ປະຕິຍານ​ວ່າ​ຈະ​ໃຊ້​ຊີວິດ​ແນວ​ໃດ?

18 ໃນ​ຕອນ​ຕົ້ນໆເຮົາ​ໄດ້​ເວົ້າ​ເຖິງ​ຄຳ​ປະຕິຍານ​ຂອງ​ເຢບເທ​ແລະ​ອານາ. ຍ້ອນ​ຄຳ​ປະຕິຍານ​ເຫຼົ່າ​ນີ້ ລູກ​ສາວ​ຂອງ​ເຢບເທ​ແລະ​ລູກ​ຊາຍ​ຂອງ​ອານາ​ຈຶ່ງ​ໄດ້​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ໃນ​ແບບ​ທີ່​ພິເສດ. ໃນ​ທຸກ​ມື້​ນີ້ ພໍ່​ແມ່​ຫຼາຍ​ຄົນ​ໄດ້​ສະໜັບສະໜູນ​ລູກ​ຂອງ​ຕົນ​ໃຫ້​ຮັບໃຊ້​ເຕັມ​ເວລາ​ແລະ​ໃຫ້​ຊີວິດ​ຈົດຈໍ່​ຢູ່​ກັບ​ການ​ຮັບໃຊ້​ພະເຈົ້າ. ເຮົາ​ທຸກ​ຄົນ​ສາມາດ​ມີ​ສ່ວນ​ສະໜັບສະໜູນ​ໜຸ່ມ​ສາວ​ເຫຼົ່າ​ນີ້​ໃຫ້​ຮັບໃຊ້​ຕໍ່ໆໄປ.—ຜູ້ຕັດສິນ 11:40; ຄຳເພງ 110:3

ຄຳ​ປະຕິຍານ​ເມື່ອ​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ (ເບິ່ງ​ຂໍ້ 19)

 

19 ໃນ​ປັດຈຸບັນ​ນີ້ ມີ​ປະມານ 67.000 ຄົນ​ທີ່​ເປັນ​ສະມາຊິກ​ຂອງ​ວົງ​ການ​ຜູ້​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ທົ່ວ​ໂລກ. ບາງ​ຄົນ​ຮັບໃຊ້​ຢູ່​ເບເທນ ຫຼື​ກຸ່ມ​ກໍ່​ສ້າງ ຫຼື​ເຮັດ​ວຽກ​ດູ​ແລ​ໝວດ. ບາງ​ຄົນ​ເຮັດ​ວຽກ​ໜັກ​ໃນ​ການ​ເປັນ​ຜູ້​ສອນ​ໃນ​ໂຮງ​ຮຽນ​ຕ່າງໆ ເປັນ​ໄພໂອເນຍ​ພິເສດ ເປັນ​ມິດຊັນນາລີ ເປັນ​ຜູ້​ເບິ່ງ​ແຍງ​ຫໍ​ປະຊຸມ​ໃຫຍ່ ຫຼື​ເປັນ​ຜູ້​ເບິ່ງ​ແຍງ​ອາຄານ​ສຳລັບ​ໂຮງ​ຮຽນ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ແຕ່​ລະ​ຄົນ​ໄດ້ “ປະຕິຍານ​ວ່າ​ຈະ​ເຊື່ອ​ຟັງ​ແລະ​ຢູ່​ແບບ​ພໍ​ພຽງ.” ໃນ​ຄຳ​ປະຕິຍານ​ນີ້ ເຂົາ​ເຈົ້າ​ສັນຍາ​ວ່າ​ຈະ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ ເຮັດ​ສຸດ​ຄວາມ​ສາມາດ​ໃນ​ທຸກໆວຽກ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ອົງການ ແລະ​ຈະ​ບໍ່​ເຮັດ​ວຽກ​ອາຊີບ​ນອກ​ຈາກ​ວ່າ​ໄດ້​ຮັບ​ອະນຸຍາດ. ຄົນ​ເຫຼົ່າ​ນີ້​ບໍ່​ໄດ້​ພິເສດ ແຕ່​ວຽກ​ມອບ​ໝາຍ​ຂອງ​ເຂົາ​ເຈົ້າ​ພິເສດ. ເຂົາ​ເຈົ້າ​ຖ່ອມ​ໃຈ​ແລະ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ນັ້ນ​ຕາບ​ໃດ​ທີ່​ເຂົາ​ເຈົ້າ​ຍັງ​ຮັບໃຊ້​ເຕັມ​ເວລາ​ໃນ​ຮູບ​ແບບ​ເຫຼົ່າ​ນີ້.

20. ເຮົາ​ຄວນ​ຖື​ວ່າ​ຄຳ​ປະຕິຍານ​ທີ່​ໃຫ້​ແກ່​ພະເຈົ້າ​ເປັນ​ແນວ​ໃດ? ແລະ​ຍ້ອນ​ຫຍັງ?

20 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ເບິ່ງ​ຄຳ​ປະຕິຍານ​ສາມ​ຢ່າງ​ທີ່​ເຮົາ​ອາດ​ໃຫ້​ແກ່​ພະເຈົ້າ. ບາງ​ທີ​ເຈົ້າ​ໄດ້​ໃຫ້​ຄຳ​ປະຕິຍານ​ບາງ​ຢ່າງ​ນີ້​ແລ້ວ. ເຮົາ​ຕ້ອງ​ຖື​ວ່າ​ຄຳ​ປະຕິຍານ​ເປັນ​ເລື່ອງ​ຈິງ​ຈັງ​ແລະ​ເຮົາ​ຄວນ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ຕາມ​ທີ່​ປະຕິຍານ​ໄວ້. (ສຸພາສິດ 20:25) ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ນັ້ນ ເຮົາ​ອາດ​ໄດ້​ຮັບ​ຜົນ​ທີ່​ຮ້າຍແຮງ. (ຜູ້​ເທສະໜາ​ປ່າວ​ປະກາດ 5:6) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ເປັນ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ກັບ​ພະ​ເຢໂຫວາ​ວ່າ: “ຂ້າ​ນ້ອຍ​ຈະ​ລຳ​ສັນລະເສີນ​ນາມ​ຊື່​ຂອງ​ພະອົງ​ສືບໆໄປ​ເປັນ​ນິດ ຂ້າ​ນ້ອຍ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ບົນ​ຕົວ​ໄວ້ [“ຄຳ​ປະຕິຍານ,” ລ.ມ.] ຂອງ​ຂ້າ​ນ້ອຍ​ທຸກ​ວັນໆ.”—ຄຳເພງ 61:8

^ ຂໍ້ 7 ອານາ​ສັນຍາ​ຕໍ່​ພະ​ເຢໂຫວາ​ວ່າ ຖ້າ​ໄດ້​ລູກ​ຊາຍ ລາວ​ຈະ​ໃຫ້​ເປັນ​ນາຊາເລເອນ​ຕະຫຼອດ​ຊີວິດ. ນີ້​ໝາຍ​ຄວາມ​ວ່າ​ລາວ​ໄດ້​ມອບ​ລູກ​ໃຫ້​ພະ​ເຢໂຫວາ​ແລະ​ລູກ​ຂອງ​ລາວ​ຖືກ​ແຍກ​ໄວ້​ເພື່ອ​ຮັບໃຊ້​ພະອົງ.—ຈົດເຊັນບັນຊີ 6:2, 5, 8

^ ຂໍ້ 13 ກ່ອນ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ມີ​ຄຸນສົມບັດ​ຮັບ​ບັບເຕມາ ຜູ້​ເຖົ້າ​ແກ່​ຕ້ອງ​ພິຈາລະນາ​ຫຼາຍ​ເລື່ອງ​ກັບ​ລາວ ດັ່ງ​ນັ້ນ​ຈຶ່ງ​ເກືອບ​ຈະ​ບໍ່​ມີ​ເລີຍ​ທີ່​ການ​ຮັບ​ບັບເຕມາ​ຂອງ​ຄົນ​ນັ້ນ​ເປັນ​ໂມຄະ.

^ ຂໍ້ 16 ເບິ່ງ​ປຶ້ມ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ໜ້າ 219-221.