ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ໃຈ​ຈົດຈໍ່​ຢູ່​ທີ່​ສົມບັດ​ດ້ານ​ຄວາມ​ເຊື່ອ

ໃຫ້​ໃຈ​ຈົດຈໍ່​ຢູ່​ທີ່​ສົມບັດ​ດ້ານ​ຄວາມ​ເຊື່ອ

“ເຂົ້າ​ຂອງ​ແພງ [“ສົມບັດ,” ລ.ມ.] ຂອງ​ທ່ານ​ທັງ​ຫຼາຍ​ຢູ່​ບ່ອນ​ໃດ ໃຈ​ຂອງ​ທ່ານ​ຈະ​ຢູ່​ບ່ອນ​ນັ້ນ.”—ລືກາ 12:34

ເພງ: 76, 59

1, 2. (ກ) ສົມບັດ 3 ຢ່າງ​ທີ່​ມາ​ຈາກ​ພະ​ເຢໂຫວາ​ມີ​ຫຍັງ​ແດ່? (ຂ) ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຫຍັງ?

ພະ​ເຢໂຫວາ​ເປັນ​ຜູ້​ຮັ່ງມີ​ທີ່​ສຸດ​ໃນ​ເອກະພົບ ເພາະ​ທຸກ​ສິ່ງ​ເປັນ​ຂອງ​ພະອົງ. (1 ຂ່າວຄາວ 29:11, 12) ແຕ່​ພະ​ເຢໂຫວາ​ເອື້ອເຟື້ອ​ຫຼາຍ​ຕໍ່​ທຸກ​ຄົນ. ເຮົາ​ຂອບໃຈ​ແທ້ໆທີ່​ພະອົງ​ແບ່ງ​ປັນ​ໃຫ້​ເຮົາ​ມີ​ສົມບັດ​ດ້ານ​ຄວາມ​ເຊື່ອ! ສົມບັດ​ເຫຼົ່າ​ນັ້ນ​ລວມ​ມີ: (1) ລາຊະອານາຈັກ​ຂອງ​ພະເຈົ້າ (2) ວຽກ​ຮັບໃຊ້​ຂອງ​ເຮົາ (3) ຄວາມ​ຈິງ​ອັນ​ລໍ້າ​ຄ່າ​ໃນ​ຄຳພີ​ໄບເບິນ. ແຕ່​ຖ້າ​ບໍ່​ລະວັງ​ເຮົາ​ອາດ​ລືມ​ວ່າ​ສົມບັດ​ເຫຼົ່າ​ນີ້​ມີ​ຄ່າ​ຫຼາຍ​ສໍ່າ​ໃດ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເຫັນ​ຄຸນຄ່າ​ແລະ​ພັດທະນາ​ຄວາມ​ຮັກ​ຕໍ່ 3 ສິ່ງ​ນີ້​ສະເໝີ ເພາະ​ພະ​ເຍຊູ​ເວົ້າ​ວ່າ: “ເຂົ້າ​ຂອງ​ແພງ [“ສົມບັດ,” ລ.ມ.] ຂອງ​ທ່ານ​ທັງ​ຫຼາຍ​ຢູ່​ບ່ອນ​ໃດ ໃຈ​ຂອງ​ທ່ານ​ຈະ​ຢູ່​ບ່ອນ​ນັ້ນ.”—ລືກາ 12:34

2 ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ ເຮົາ​ຈະ​ຮັກ​ແລະ​ຮູ້​ຄຸນຄ່າ​ລາຊະອານາຈັກ ວຽກ​ຮັບໃຊ້​ແລະ​ຄວາມ​ຈິງ​ຕໍ່ໆໄປ​ໄດ້​ແນວ​ໃດ. ເມື່ອ​ຮຽນ​ເລື່ອງ​ນີ້ ໃຫ້​ຄຶດ​ຕຶກຕອງ​ວ່າ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຮັກ​ສົມບັດ​ດ້ານ​ຄວາມ​ເຊື່ອ​ໃຫ້​ຫຼາຍ​ຂຶ້ນ.

ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຄື​ໄຂ່​ມຸກ​ທີ່​ມີ​ຄ່າ

3. ໃນ​ເລື່ອງ​ທີ່​ພະ​ເຍຊູ​ເລົ່າ ພໍ່​ຄ້າ​ຄົນ​ໜຶ່ງ​ເຕັມ​ໃຈ​ເຮັດ​ຫຍັງ​ເພື່ອ​ຊື້​ໄຂ່​ມຸກ​ເມັດ​ໜຶ່ງ? (ເບິ່ງ​ຮູບ​ທຳອິດ)

3 ອ່ານ​ມັດທາຍ 13:45, 46. ພະ​ເຍຊູ​ເລົ່າ​ວ່າ ມື້​ໜຶ່ງ​ພໍ່​ຄ້າ​ໄຂ່​ມຸກ​ຄົນ​ໜຶ່ງ​ພົບ​ແກ້ວ​ຫອຍ​ຫຼື​ໄຂ່​ມຸກ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ໄຂ່​ມຸກ​ທັງ​ໝົດ​ທີ່​ລາວ​ເຄີຍ​ເຫັນ​ມາ​ກ່ອນ. ລາວ​ຢາກ​ໄດ້​ມັນ​ຫຼາຍ​ຈົນ​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ​ເພື່ອ​ຈະ​ຊື້​ໄຂ່​ມຸກ​ເມັດ​ນັ້ນ. ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ໄຂ່​ມຸກ​ເມັດ​ນັ້ນ​ມີ​ຄ່າ​ຫຼາຍ​ສໍ່າ​ໃດ​ຕໍ່​ລາວ?

ຖ້າ​ເຮົາ​ຮັກ​ລາຊະອານາຈັກ​ຄື​ກັບ​ທີ່​ຊາຍ​ຄົນ​ນັ້ນ​ເຫັນ​ຄຸນຄ່າ​ໄຂ່​ມຸກ​ເມັດ​ນັ້ນ ເຮົາ​ກໍ​ຈະ​ເຕັມ​ໃຈ​ສະລະ​ທຸກ​ສິ່ງ​ເພື່ອ​ສິ່ງ​ນັ້ນ

4. ເຮົາ​ເຕັມ​ໃຈ​ເຮັດ​ຫຍັງ​ເພື່ອ​ລາຊະອານາຈັກ?

4 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ທີ່​ພະ​ເຍຊູ​ເລົ່າ? ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ໄຂ່​ມຸກ​ເມັດ​ນັ້ນ​ທີ່​ມີ​ຄ່າ​ຫຼາຍ. ຖ້າ​ເຮົາ​ຮັກ​ລາຊະອານາຈັກ​ຄື​ກັບ​ທີ່​ຊາຍ​ຄົນ​ນັ້ນ​ເຫັນ​ຄຸນຄ່າ​ໄຂ່​ມຸກ​ເມັດ​ນັ້ນ ເຮົາ​ກໍ​ຈະ​ເຕັມ​ໃຈ​ສະລະ​ທຸກ​ສິ່ງ​ເພື່ອ​ຈະ​ເປັນ​ປະຊາຊົນ​ຂອງ​ລາຊະອານາຈັກ​ນັ້ນ​ຕໍ່ໆໄປ. (ອ່ານ​ມາລະໂກ 10:28-30) ໃຫ້​ເຮົາ​ຮຽນ​ຈາກ​ຕົວຢ່າງ​ຂອງ​ສອງ​ຄົນ​ທີ່​ໄດ້​ເຮັດ​ແບບ​ນັ້ນ.

5. ຊັກຄາຍ​ເຕັມ​ໃຈ​ເຮັດ​ຫຍັງ​ເພື່ອ​ລາຊະອານາຈັກ?

5 ຊັກຄາຍ​ເປັນ​ຄົນ​ເກັບ​ພາສີ​ແລະ​ຮັ່ງມີ​ຍ້ອນ​ຂູດ​ຮີດ​ເອົາ​ເງິນ​ປະຊາຊົນ. (ລືກາ 19:1-9) ແຕ່​ມື້​ໜຶ່ງ​ຊັກຄາຍ​ໄດ້​ຍິນ​ພະ​ເຍຊູ​ສອນ​ເລື່ອງ​ລາຊະອານາຈັກ​ພະເຈົ້າ. ລາວ​ມັກ​ຄຳ​ສອນ​ນັ້ນ​ຫຼາຍ​ຈົນ​ປ່ຽນ​ແປງ​ຕົວ​ເອງ​ທັນທີ. ລາວ​ບອກ​ວ່າ: “ຈົ່ງ​ເບິ່ງ​ພະອົງ​ເຈົ້າ​ຂ້າ ເຂົ້າ​ຂອງ​ທັງ​ປວງ​ຂອງ​ຂ້າພະເຈົ້າ ຂ້າພະເຈົ້າ​ແບ່ງ​ປັນ​ໃຫ້​ເຄິ່ງ​ໜຶ່ງ​ແກ່​ຄົນ​ຈົນ​ທັງ​ຫຼາຍ ແລະ​ຖ້າ​ຂ້າພະເຈົ້າ​ໄດ້​ກະທຳ​ຜິດ​ແກ່​ຜູ້​ໜຶ່ງ​ຜູ້​ໃດ​ດ້ວຍ​ຄວາມ​ຟ້ອງ​ອັນ​ບໍ່​ຈິງ ຂ້າພະເຈົ້າ​ສົ່ງ​ຄືນ 4 ທໍ່​ໃຫ້​ເພິ່ນ.” ຊັກຄາຍ​ເອົາ​ເງິນ​ທີ່​ຂູດ​ຮີດ​ມາ​ຈາກ​ປະຊາຊົນ​ສົ່ງ​ຄືນ​ໃຫ້​ເຂົາ​ເຈົ້າ​ແລະ​ບໍ່​ເປັນ​ຄົນ​ໂລບ​ອີກ​ຕໍ່​ໄປ.

6. ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແນວ​ໃດ ແລະ​ຍ້ອນ​ຫຍັງ​ລາວ​ຈຶ່ງ​ປ່ຽນ?

6 ເມື່ອ​ບໍ່​ດົນ​ມາ​ນີ້ ຍິງ​ຄົນ​ໜຶ່ງ​ໄດ້​ຍິນ​ຄຳ​ສອນ​ເລື່ອງ​ລາຊະອານາຈັກ ລາວ​ເຄີຍ​ເປັນ​ເລ​ດ​ສະ​ບຽນ​ເຊິ່ງ​ໃຊ້​ຊີວິດ​ແບບ​ຍິງ​ຮັກ​ຍິງ ແລະ​ເປັນ​ຜູ້​ນຳ​ໜ້າ​ອົງການ​ໜຶ່ງ​ທີ່​ຕໍ່​ສູ້​ເພື່ອ​ສິດທິ​ຂອງ​ຄົນ​ຮັກ​ຮ່ວມ​ເພດ. ແຕ່​ເມື່ອ​ລາວ​ສຶກສາ​ຄຳພີ​ໄບເບິນ​ແລະ​ຮຽນ​ຮູ້​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຄ່າ​ຫຼາຍ ລາວ​ສຳນຶກ​ວ່າ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ແທ້ໆ. (1 ໂກລິນໂທ 6:9, 10) ຍ້ອນ​ຮັກ​ພະ​ເຢໂຫວາ ລາວ​ຈຶ່ງ​ລາ​ອອກ​ຈາກ​ອົງການ​ນັ້ນ​ແລະ​ເຊົາ​ໃຊ້​ຊີວິດ​ແບບ​ຍິງ​ຮັກ​ຍິງ. ລາວ​ຮັບ​ບັບເຕມາ​ໃນ​ປີ 2009 ແລະ​ປີ​ຕໍ່​ມາ​ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ. ລາວ​ປ່ຽນ​ແປງ​ຊີວິດ​ໄດ້​ຫຼາຍ​ຂະໜາດ​ນັ້ນ​ຍ້ອນ​ລາວ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ມີ​ພະລັງ​ຫຼາຍ​ກວ່າ​ຄວາມ​ປາຖະໜາ​ບໍ່​ດີ​ທີ່​ລາວ​ເຄີຍ​ມີ.—ມາລະໂກ 12:29, 30

7. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັກ​ລາຊະອານາຈັກ​ຕໍ່ໆໄປ?

7 ເພື່ອ​ຈະ​ເປັນ​ປະຊາຊົນ​ຂອງ​ລາຊະອານາຈັກ​ພະເຈົ້າ ເຮົາ​ຫຼາຍ​ຄົນ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ແທ້ໆ. (ໂລມ 12:2) ແຕ່​ເຮົາ​ຍັງ​ຕ້ອງ​ຕໍ່​ສູ້​ຕໍ່ໆໄປ​ໂດຍ​ບໍ່​ປ່ອຍ​ໃຫ້​ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​ຮັກ​ລາຊະອານາຈັກ​ໜ້ອຍ​ລົງ ເຊັ່ນ: ການ​ຮັກ​ວັດຖຸ​ສິ່ງ​ຂອງ ຫຼື​ຄວາມ​ປາຖະໜາ​ທາງ​ເພດ​ທີ່​ຜິດໆ. (ສຸພາສິດ 4:23; ມັດທາຍ 5:27-29) ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮັກ​ລາຊະອານາຈັກ​ຕໍ່ໆໄປ ພະ​ເຢໂຫວາ​ໄດ້​ໃຫ້​ສົມບັດ​ທີ່​ມີ​ຄ່າ​ຢ່າງ​ອື່ນ​ອີກ.

ວຽກ​ຮັບໃຊ້​ທີ່​ຊ່ວຍ​ຊີວິດ​ຜູ້​ຄົນ

8. (ກ) ເປັນ​ຫຍັງ​ໂປໂລ​ກ່າວ​ວ່າ​ວຽກ​ຮັບໃຊ້​ເປັນ​ຄື​ສົມບັດ​ທີ່​ຢູ່​ໃນ​ເຄື່ອງ​ໃຊ້​ທີ່​ເຮັດ​ດ້ວຍ​ດິນ? (ຂ) ໂປໂລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຮັກ​ວຽກ​ຮັບໃຊ້?

8 ພະ​ເຍຊູ​ມອບ​ໝາຍ​ໃຫ້​ເຮົາ​ປະກາດ​ແລະ​ສອນ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. (ມັດທາຍ 28:19, 20) ໂປໂລ​ກ່າວ​ເຖິງ​ວຽກ​ຮັບໃຊ້​ວ່າ​ເປັນ​ຄື​ສົມບັດ​ທີ່​ຢູ່​ໃນ​ໄຫ​ດິນ ຫຼື​ເຄື່ອງ​ໃຊ້​ທີ່​ເຮັດ​ດ້ວຍ​ດິນ. (2 ໂກລິນໂທ 4:7; 1 ຕີໂມເຕ 1:12) ເນື່ອງ​ຈາກ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ເຮົາ​ຈຶ່ງ​ເປັນ​ຄື​ໄຫ​ດິນ. ແຕ່​ຂ່າວ​ສານ​ທີ່​ເຮົາ​ປະກາດ​ເປັນ​ຄື​ສົມບັດ​ທີ່​ມີ​ຄ່າ​ເພາະ​ຂ່າວ​ສານ​ນັ້ນ​ເຮັດ​ໃຫ້​ເຮົາ​ແລະ​ຄົນ​ທີ່​ຟັງ​ເຮົາ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ດ້ວຍ​ເຫດ​ນີ້​ໂປໂລ​ຈຶ່ງ​ກ່າວ​ວ່າ: “ເຮົາ​ເຮັດ​ທຸກ​ຢ່າງ​ເພື່ອ​ຂ່າວ​ດີ ເພື່ອ​ເຮົາ​ຈະ​ໄດ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນໆ.” (1 ໂກລິນໂທ 9:23, ລ.ມ.) ໂປໂລ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ສອນ​ຄົນ​ອື່ນ​ເລື່ອງ​ລາຊະອານາຈັກ. (ອ່ານ​ໂລມ 1:14, 15; 2 ຕີໂມເຕ 4:2) ຍ້ອນ​ຮັກ​ຂ່າວ​ດີ​ໂປໂລ​ຈຶ່ງ​ປະກາດ​ຕໍ່​ໄປ​ເຖິງ​ວ່າ​ຖືກ​ຂົ່ມເຫງ​ຢ່າງ​ໜັກ​ກໍ​ຕາມ. (1 ເທຊະໂລນີກ 2:2) ເຮົາ​ຈະ​ຮຽນ​ແບບ​ຄວາມ​ຮັກ​ທີ່​ໂປໂລ​ມີ​ຕໍ່​ວຽກ​ຮັບໃຊ້​ໄດ້​ແນວ​ໃດ?

ຂ່າວ​ສານ​ທີ່​ເຮົາ​ປະກາດ​ເປັນ​ຄື​ສົມບັດ​ທີ່​ມີ​ຄ່າ​ເພາະ​ຂ່າວ​ສານ​ນັ້ນ​ເຮັດ​ໃຫ້​ເຮົາ​ແລະ​ຄົນ​ທີ່​ຟັງ​ເຮົາ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ

9. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ວຽກ​ຮັບໃຊ້?

9 ວິທີ​ໜຶ່ງ​ທີ່​ໂປໂລ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ວຽກ​ຮັບໃຊ້​ແມ່ນ ລາວ​ໃຊ້​ທຸກ​ໂອກາດ​ເພື່ອ​ປະກາດ​ກັບ​ຄົນ​ອື່ນ. ຄື​ກັບ​ໂປໂລ​ແລະ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ເຮົາ​ກໍ​ຄວນ​ປະກາດ​ຂ່າວ​ດີ​ກັບ​ຜູ້​ຄົນ​ຕາມ​ບ້ານ​ເຮືອນ ຕາມ​ບ່ອນ​ສາທາລະນະ ແລະ​ຕາມ​ບ່ອນ​ຕ່າງໆທີ່​ພົບ​ຜູ້​ຄົນ. (ກິດຈະການ 5:42; 20:20) ເຮົາ​ຫາ​ທຸກ​ວິທີ​ເພື່ອ​ປະກາດ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ຖ້າ​ເຮັດ​ໄດ້​ເຮົາ​ອາດ​ຈະ​ເປັນ​ໄພໂອເນຍ​ສົມທົບ ຫຼື​ໄພໂອເນຍ​ປະຈຳ. ເຮົາ​ອາດ​ຮຽນ​ພາສາ​ອື່ນ ຍ້າຍ​ໄປ​ຮັບໃຊ້​ໃນ​ເຂດ​ອື່ນ ຫຼື​ໄປ​ຮັບໃຊ້​ຢູ່​ປະເທດ​ອື່ນ​ທີ່​ມີ​ຄວາມ​ຈຳເປັນ​ຫຼາຍ​ກວ່າ.—ກິດຈະການ 16:9, 10

10. ເມື່ອ​ອາຍຣີນ​ພະຍາຍາມ​ຫຼາຍ​ໃນ​ການ​ປະກາດ​ຂ່າວ​ດີ ລາວ​ໄດ້​ຮັບ​ປະໂຫຍດ​ຫຍັງ?

10 ໃນ​ອາເມຣິກາ ພີ່​ນ້ອງ​ຍິງ​ໂສດ​ຊື່​ອາຍຣີນ​ຢາກ​ປະກາດ​ຂ່າວ​ດີ​ກັບ​ຄົນ​ທີ່​ເວົ້າ​ພາສາ​ຣັດເຊຍ. ດັ່ງ​ນັ້ນ ໃນ​ປີ 1993 ລາວ​ຈຶ່ງ​ສົມທົບ​ກັບ​ກຸ່ມ​ທີ່​ໃຊ້​ພາສາ​ຣັດເຊຍ​ຢູ່​ນິວຢອກ. ຕອນ​ນັ້ນ​ໃນ​ກຸ່ມ​ນີ້​ມີ​ຜູ້​ປະກາດ​ປະມານ 20 ຄົນ. ຫຼັງ​ຈາກ 20 ປີ​ຜ່ານ​ໄປ​ອາຍຣີນ​ບອກ​ວ່າ: “ຂ້ອຍ​ຍັງ​ເວົ້າ​ພາສາ​ຣັດເຊຍ​ບໍ່​ເກັ່ງ.” ແຕ່​ພະ​ເຢໂຫວາ​ກໍ​ຊ່ວຍ​ລາວ​ແລະ​ຄົນ​ອື່ນໆໃຫ້​ປະກາດ​ກັບ​ຄົນ​ທີ່​ເວົ້າ​ພາສາ​ນັ້ນ. ຜົນ​ກໍ​ຄື​ທຸກ​ມື້​ນີ້​ໃນ​ນິວຢອກ​ມີ 6 ປະຊາຄົມ​ທີ່​ໃຊ້​ພາສາ​ຣັດເຊຍ. ອາຍຣີນ​ສຶກສາ​ຄຳພີ​ໄບເບິນ​ກັບ​ຫຼາຍ​ຄົນ​ແລະ​ມີ 15 ຄົນ​ຮັບ​ບັບເຕມາ ບາງ​ຄົນ​ກໍ​ຮັບໃຊ້​ຢູ່​ເບເທນ ເປັນ​ໄພໂອເນຍ ແລະ​ເປັນ​ຜູ້​ເຖົ້າ​ແກ່. ລາວ​ເວົ້າ​ວ່າ: “ເມື່ອ​ເຮັດ​ສຳເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ຂ້ອຍ​ບໍ່​ຄິດ​ເລີຍ​ວ່າ​ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ປານ​ນີ້.” ອາຍຣີນ​ເຫັນ​ຄຸນຄ່າ​ວຽກ​ຮັບໃຊ້​ຂອງ​ລາວ​ແທ້ໆ!

ເຈົ້າ​ຮູ້​ຄຸນຄ່າ​ວຽກ​ຮັບໃຊ້​ແລະ​ຈັດ​ເວລາ​ເພື່ອ​ເຮັດ​ສິ່ງ​ນັ້ນ​ໃນ​ແຕ່​ລະ​ອາທິດ​ບໍ? (ເບິ່ງ​ຂໍ້ 11, 12)

11. ມີ​ຜົນ​ດີ​ຫຍັງ​ແດ່​ເມື່ອ​ເຮົາ​ປະກາດ​ຕໍ່ໆໄປ​ເຖິງ​ວ່າ​ຖືກ​ຂົ່ມເຫງ?

11 ຖ້າ​ເຮົາ​ເຫັນ​ຄຸນຄ່າ​ວຽກ​ຮັບໃຊ້ ເຮົາ​ຈະ​ເຮັດ​ຄື​ໂປໂລ​ແລະ​ບໍ່​ເຊົາ​ປະກາດ​ເຖິງ​ວ່າ​ຖືກ​ຂົ່ມເຫງ. (ກິດຈະການ 14:19-22) ຕົວຢ່າງ​ເຊັ່ນ: ໃນ​ລະຫວ່າງ​ປີ 1930-1944 ພີ່​ນ້ອງ​ໃນ​ອາເມຣິກາ​ຖືກ​ຂົ່ມເຫງ​ຢ່າງ​ຮຸນແຮງ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະກາດ​ຕໍ່ໆໄປ. ເມື່ອ​ພວກ​ຜູ້​ມີ​ອຳນາດ​ພະຍາຍາມ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊົາ​ປະກາດ ພີ່​ນ້ອງ​ຂອງ​ເຮົາ​ໄດ້​ຟ້ອງ​ຂຶ້ນ​ສານ​ແລະ​ຊະນະ​ຫຼາຍ​ຄະດີ. ໃນ​ປີ 1943 ພີ່​ນ້ອງ​ນາທານ ນໍ ກ່າວ​ເຖິງ​ຄະດີ​ໜຶ່ງ​ທີ່​ເຮົາ​ຊະນະ​ໃນ​ສານ​ສູງ​ສຸດ​ຂອງ​ອາເມຣິກາ​ວ່າ​ຖ້າ​ພີ່​ນ້ອງ​ເຊົາ​ປະກາດ​ກໍ​ຄົງ​ຈະ​ບໍ່​ມີ​ການ​ຟ້ອງ​ຂຶ້ນ​ສານ. ແຕ່​ຍ້ອນ​ພີ່​ນ້ອງ​ທົ່ວ​ໂລກ​ປະກາດ​ຕໍ່ໆໄປ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ການ​ຂົ່ມເຫງ​ບໍ່​ໄດ້​ຮັບ​ໄຊ​ຊະນະ. ພີ່​ນ້ອງ​ໃນ​ປະເທດ​ອື່ນ​ກໍ​ຊະນະ​ຄະດີ​ທາງ​ກົດ​ໝາຍ​ທີ່​ຄ້າຍໆກັນ. ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ຖ້າ​ເຮົາ​ຮັກ​ວຽກ​ຮັບໃຊ້ ເຮົາ​ຈະ​ບໍ່​ເຊົາ​ປະກາດ​ເຖິງ​ວ່າ​ຖືກ​ຂົ່ມເຫງ.

12. ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

12 ເມື່ອ​ເຫັນ​ຄຸນຄ່າ​ວຽກ​ຮັບໃຊ້ ເຮົາ​ຈະ​ບໍ່​ເປັນ​ຫ່ວງ​ແຕ່​ເລື່ອງ​ຊົ່ວ​ໂມງ​ປະກາດ​ທີ່​ເຮົາ​ສົ່ງ​ລາຍງານ. ແຕ່​ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ເປັນ “ພິຍານ​ຝ່າຍ​ຄຳ​ປະເສີດ [“ຂ່າວ​ດີ,” ລ.ມ.]” ຢ່າງ​ທົ່ວ​ເຖິງ. (ກິດຈະການ 20:24; 2 ຕີໂມເຕ 4:5) ແລ້ວ​ເຮົາ​ຈະ​ສອນ​ເລື່ອງ​ຫຍັງ​ກັບ​ຄົນ​ອື່ນ? ໃຫ້​ມາ​ເບິ່ງ​ສົມບັດ​ອີກ​ຢ່າງ​ໜຶ່ງ​ທີ່​ພະເຈົ້າ​ໃຫ້​ເຮົາ.

ຄວາມ​ຈິງ​ອັນ​ລໍ້າ​ຄ່າ​ທີ່​ເຮົາ​ໄດ້​ຮຽນ​ຮູ້

13, 14. ຫ້ອງ​ເກັບ​ສົມບັດ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ໃນ​ມັດທາຍ 13:52 ແມ່ນ​ຫຍັງ ແລະ​ເຮົາ​ຈະ​ສະສົມ​ສິ່ງ​ນັ້ນ​ໄດ້​ແນວ​ໃດ?

13 ສົມບັດ​ຢ່າງ​ທີ​ສາມ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ແມ່ນ​ຄວາມ​ຈິງ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮຽນ​ຮູ້. ພະ​ເຢໂຫວາ​ເປັນ​ແຫຼ່ງ​ຂອງ​ຄວາມ​ຈິງ. (2 ຊາເມືອນ 7:28; ຄຳເພງ 31:5) ພະອົງ​ເປັນ​ພໍ່​ທີ່​ເອື້ອເຟື້ອ​ເຊິ່ງ​ຕ້ອງການ​ບອກ​ຄວາມ​ຈິງ​ກັບ​ເຮົາ. ຕັ້ງ​ແຕ່​ທຳອິດ​ຈົນ​ເຖິງ​ຕອນ​ນີ້ ເຮົາ​ຮຽນ​ຄວາມ​ຈິງ​ໂດຍ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ໜັງສື​ຂອງ​ອົງການ ແລະ​ເຂົ້າ​ຮ່ວມ​ປະຊຸມ​ໃຫຍ່​ຕ່າງໆແລະ​ປະຊຸມ​ປະຈຳ​ອາທິດ. ເມື່ອ​ຮຽນ​ຄວາມ​ຈິງ​ຫຼາຍ​ຂຶ້ນ ເຮົາ​ຈະ​ມີ​ສິ່ງ​ທີ່​ພະ​ເຍຊູ​ເອີ້ນ​ວ່າ: “ສິ່ງ​ຂອງ​ແພງ [“ຫ້ອງ​ເກັບ​ສົມບັດ,” ລ.ມ.]” ຂອງ​ຄວາມ​ຈິງ​ທີ່​ມີ​ທັງ “ສິ່ງ​ຂອງ​ໃໝ່​ແລະ​ສິ່ງ​ຂອງ​ເກົ່າ.” (ອ່ານ​ມັດທາຍ 13:52) ຖ້າ​ເຮົາ​ຊອກ​ຫາ​ຄວາມ​ຈິງ​ຄື​ກັບ​ຊອກ​ຫາ​ສົມບັດ​ທີ່​ເຊື່ອງ​ໄວ້ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ສະສົມ​ຊັບ​ນັ້ນ​ໄວ້​ໃນ “ຫ້ອງ​ເກັບ​ສົມບັດ, ລ.ມ.” (ອ່ານ​ສຸພາສິດ 2:4-7) ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

14 ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ແລະ​ໜັງສື​ຂອງ​ອົງການ​ເປັນ​ປະຈຳ ພ້ອມ​ທັງ​ຄົ້ນ​ຄວ້າ​ຢ່າງ​ລະອຽດ. ການ​ເຮັດ​ແນວ​ນີ້​ຈະ​ຊ່ວຍ​ເຮົາ​ຄົ້ນ​ພົບ​ຄວາມ​ຈິງ​ທີ່​ເປັນ​ເລື່ອງ “ໃໝ່” ທີ່​ເຮົາ​ບໍ່​ເຄີຍ​ຮູ້​ມາ​ກ່ອນ. (ໂຢຊວຍ 1:8, 9; ຄຳເພງ 1:2, 3) ບົດ​ຄວາມ​ທຳອິດ​ໃນ​ຫໍສັງເກດການທີ່​ພິມ​ໃນ​ປີ 1879 ໄດ້​ສົມ​ທຽບ​ຄວາມ​ຈິງ​ຄື​ກັບ​ດອກ​ໄມ້​ທີ່​ຢູ່​ທ່າມກາງ​ທົ່ງ​ຫຍ້າ. ເພື່ອ​ຈະ​ພົບ​ດອກ​ໄມ້​ແບບ​ນັ້ນ​ຄົນ​ເຮົາ​ຕ້ອງ​ຊອກ​ຫາ​ຢ່າງ​ລະອຽດ ເມື່ອ​ພົບ​ດອກ​ໜຶ່ງ​ແລ້ວ​ກໍ​ບໍ່​ຄວນ​ພໍ​ໃຈ​ແຕ່​ສໍ່າ​ນັ້ນ. ເຮົາ​ຄວນ​ຊອກ​ຫາ​ຕໍ່ໆໄປ​ເພື່ອ​ຈະ​ພົບ​ດອກ​ໄມ້​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້. ຄ້າຍ​ຄື​ກັນ ເຮົາ​ບໍ່​ຄວນ​ພໍ​ໃຈ​ທີ່​ໄດ້​ພົບ​ຄວາມ​ຈິງ​ພຽງ​ແຕ່​ເລື່ອງ​ດຽວ ເຮົາ​ຄວນ​ກະຕືລືລົ້ນ​ຊອກ​ຫາ​ຕໍ່ໆໄປ​ເພື່ອ​ຈະ​ພົບ​ຄວາມ​ຈິງ​ອີກ​ຫຼາຍ​ເລື່ອງ.

15. ເປັນ​ຫຍັງ​ເຮົາ​ຈຶ່ງ​ເອີ້ນ​ຄວາມ​ຈິງ​ບາງ​ຢ່າງ​ວ່າ ຄວາມ​ຈິງ “ເກົ່າ” ແລະ​ເຈົ້າ​ຮູ້​ຄ່າ​ຄວາມ​ຈິງ​ເກົ່າ​ເລື່ອງ​ໃດ​ເປັນ​ພິເສດ?

15 ເມື່ອ​ເລີ່ມ​ສຶກສາ ເຮົາ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ທີ່​ລໍ້າ​ຄ່າ​ບາງ​ຢ່າງ. ເຮົາ​ອາດ​ເອີ້ນ​ຄວາມ​ຈິງ​ເຫຼົ່າ​ນັ້ນ​ວ່າ ຄວາມ​ຈິງ “ເກົ່າ” ຍ້ອນ​ວ່າ​ເຮົາ​ໄດ້​ຮຽນ​ຮູ້​ຕັ້ງ​ແຕ່​ຕອນ​ທຳອິດ. ຄວາມ​ຈິງ​ນີ້​ມີ​ຫຍັງ​ແດ່? ໃນ​ຕອນ​ທຳອິດ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ແລະ​ພະອົງ​ມີ​ຈຸດ​ປະສົງ​ສຳລັບ​ມະນຸດ ພະອົງ​ໄດ້​ສົ່ງ​ລູກ​ຊາຍ​ມາ​ໂລກ​ນີ້​ເພື່ອ​ໄຖ່​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຮຽນ​ຮູ້​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ທຸກ​ຢ່າງ​ໃຫ້​ໝົດ​ໄປ ແລະ​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ຢ່າງ​ມີ​ຄວາມ​ສຸກ​ໃນ​ໂລກ​ທີ່​ສະຫງົບ​ສຸກ.—ໂຢຮັນ 3:16; ຄຳປາກົດ 4:11; 21:3, 4

16. ເຮົາ​ຕ້ອງ​ເຮັດ​ຫຍັງ​ເມື່ອ​ມີ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?

16 ເມື່ອ​ເວລາ​ຜ່ານ​ໄປ​ເຮົາ​ອາດ​ຕ້ອງ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຕໍ່​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ບາງ​ເລື່ອງ​ຫຼື​ບາງ​ຂໍ້. ເມື່ອ​ເປັນ​ແນວ​ນັ້ນ​ເຮົາ​ຕ້ອງ​ໃຊ້​ເວລາ​ສຶກສາ​ແລະ​ຕ້ອງ​ຄຶດ​ຕຶກຕອງ​ໃນ​ເລື່ອງ​ນັ້ນ. (ກິດຈະການ 17:11; 1 ຕີໂມເຕ 4:15) ເຮົາ​ບໍ່​ພຽງ​ແຕ່​ຕ້ອງ​ເຂົ້າ​ໃຈ​ຄວາມ​ແຕກຕ່າງ​ຫຼັກໆຂອງ​ຄວາມ​ເຂົ້າ​ໃຈ​ເກົ່າ​ແລະ​ຄວາມ​ເຂົ້າ​ໃຈ​ໃໝ່ ແຕ່​ເຮົາ​ຕ້ອງ​ໃສ່​ໃຈ​ລາຍ​ລະອຽດ​ຂອງ​ຄວາມ​ເຂົ້າ​ໃຈ​ໃໝ່​ນັ້ນ. ການ​ສຶກສາ​ຢ່າງ​ຖີ່​ຖ້ວນ​ຈະ​ເຮັດ​ໃຫ້​ເຮົາ​ແນ່​ໃຈ​ວ່າ​ເຮົາ​ໃຫ້​ຄວາມ​ຈິງ​ໃໝ່​ເພີ່ມ​ໃສ່​ຄວາມ​ຈິງ​ທີ່​ມາ​ຈາກ​ຄຳພີ​ໄບເບິນ​ເຊິ່ງ​ເຮົາ​ໄດ້​ສະສົມ​ໄວ້​ແລ້ວ. ເມື່ອ​ເຮົາ​ພະຍາຍາມ​ເຮັດ​ແບບ​ນັ້ນ​ເປັນ​ຫຍັງ​ຈຶ່ງ​ເປັນ​ປະໂຫຍດ?

17, 18. ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ?

17 ພະ​ເຍຊູ​ສອນ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ຈື່​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໃນ​ອະດີດ. (ໂຢຮັນ 14:25, 26) ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ປະກາດ? ຂໍ​ໃຫ້​ເບິ່ງ​ປະສົບການ​ຂອງ​ພີ່​ນ້ອງ​ປີເຕີ. ໃນ​ປີ 1970 ລາວ​ອາຍຸ​ໄດ້ 19 ປີ​ແລະ​ເລີ່ມ​ຮັບໃຊ້​ຢູ່​ເບເທນ​ອັງກິດ. ລາວ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ແລະ​ພົບ​ຜູ້​ຊາຍ​ໄວ​ກາງ​ຄົນ​ທີ່​ມີ​ເຄົາ​ຫຼາຍ. ປີເຕີ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ​ລາວ​ຢາກ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ບໍ. ຊາຍ​ຄົນ​ນັ້ນ​ເຄີຍ​ເປັນ​ອາຈານ​ສອນ​ສາສະໜາ​ຢິວ ແລະ​ລາວ​ຕົກໃຈ​ທີ່​ຄົນ​ໜຸ່ມ​ນ້ອຍ​ຄື​ປີເຕີ​ຈະ​ມາ​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ. ເພື່ອ​ທົດ​ສອບ​ຄວາມ​ຮູ້​ຂອງ​ປີເຕີ ລາວ​ຈຶ່ງ​ຖາມ​ວ່າ: “ເຈົ້າ​ຮູ້​ບໍ​ວ່າ​ພະທຳ​ດານຽນ​ຂຽນ​ເປັນ​ພາສາ​ໃດ?” ປີເຕີ​ຕອບ​ວ່າ: “ບາງ​ສ່ວນ​ຂຽນ​ເປັນ​ພາສາ​ອາຣະເມອິກ.” ປີເຕີ​ເລົ່າ​ວ່າ: “ອາຈານ​ຄົນ​ນັ້ນ​ແປກ​ໃຈ​ທີ່​ຂ້ອຍ​ຮູ້​ຄຳຕອບ ແຕ່​ຂ້ອຍ​ແປກ​ໃຈ​ຫຼາຍ​ກວ່າ​ທີ່​ຕົວ​ເອງ​ຕອບ​ໄດ້! ຂ້ອຍ​ຮູ້​ຄຳຕອບ​ໄດ້​ແນວ​ໃດ? ເມື່ອ​ຮອດ​ເຮືອນ​ຂ້ອຍ​ໄດ້​ເບິ່ງ​ຄືນ​ຫໍສັງເກດການແລະ​ຕື່ນ​ເຖີດ!ໃນ​ເດືອນ​ທີ່​ຜ່ານ​ມາ ຂ້ອຍ​ເຫັນ​ບົດ​ຄວາມ​ໜຶ່ງ​ອະທິບາຍ​ວ່າ​ພະທຳ​ດານຽນ​ຂຽນ​ເປັນ​ພາສາ​ອາຣະເມອິກ.” ເຫັນ​ໄດ້​ວ່າ​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ຈື່​ສິ່ງ​ທີ່​ເຮົາ​ໄດ້​ອ່ານ​ແລະ​ຄວາມ​ຮູ້​ນັ້ນ​ກໍ​ຈະ​ຕື່ມ​ໃສ່​ໃນ​ຫ້ອງ​ເກັບ​ສົມບັດ​ທີ່​ເຮົາ​ມີ​ຢູ່​ແລ້ວ.—ລືກາ 12:11, 12; 21:13-15

18 ຖ້າ​ເຮົາ​ຮັກ​ຄວາມ​ຈິງ​ທີ່​ໄດ້​ຮຽນ​ຮູ້​ຈາກ​ພະ​ເຢໂຫວາ​ແລະ​ຮູ້​ຄຸນຄ່າ​ສິ່ງ​ເຫຼົ່າ​ນັ້ນ ເຮົາ​ກໍ​ຢາກ​ສະສົມ​ຄວາມ​ຮູ້​ນັ້ນ​ໄວ້​ໃນ​ຫ້ອງ​ເກັບ​ສົມບັດ​ຂອງ​ເຮົາ​ຕໍ່ໆໄປ. ເມື່ອ​ເຮົາ​ເຮັດ​ແບບ​ນີ້​ຫຼາຍ​ເທົ່າ​ໃດ​ກໍ​ຍິ່ງ​ກຽມ​ເຮົາ​ໃຫ້​ພ້ອມ​ເພື່ອ​ສອນ​ຄົນ​ອື່ນ.

ປົກ​ປ້ອງ​ສົມບັດ​ຂອງ​ເຈົ້າ

19. ເປັນ​ຫຍັງ​ເຮົາ​ຕ້ອງ​ປົກ​ປ້ອງ​ສົມບັດ​ດ້ານ​ຄວາມ​ເຊື່ອ​ຂອງ​ເຮົາ?

19 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ສົມບັດ​ດ້ານ​ຄວາມ​ເຊື່ອ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ. ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຍອມ​ໃຫ້​ຊາຕານ​ແລະ​ໂລກ​ນີ້​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ສົມບັດ​ເຫຼົ່າ​ນັ້ນ​ໜ້ອຍ​ລົງ. ຖ້າ​ບໍ່​ລະວັງ​ສິ່ງ​ຕ່າງໆຈະ​ດຶງດູດ​ເຮົາ​ໄດ້ ເຊັ່ນ: ການ​ສະເໜີ​ວຽກ​ທີ່​ໃຫ້​ເງິນ​ຫຼາຍ​ຂຶ້ນ ຫຼື​ການ​ຢາກ​ມີ​ຊີວິດ​ທີ່​ຫຼູຫຼາ ຫຼື​ການ​ໂອ້​ອວດ​ວັດຖຸ​ເງິນ​ຄຳ. ອັກຄະສາວົກ​ໂຢຮັນ​ເຕືອນ​ເຮົາ​ວ່າ​ອີກ​ບໍ່​ດົນ​ໂລກ​ນີ້​ກັບ​ສິ່ງ​ຕ່າງໆໃນ​ໂລກ​ນີ້​ຈະ​ຖືກ​ທຳລາຍ. (1 ໂຢຮັນ 2:15-17) ດ້ວຍ​ເຫດ​ນີ້​ເຮົາ​ຕ້ອງ​ຮູ້​ຄຸນຄ່າ​ແລະ​ປົກ​ປ້ອງ​ສົມບັດ​ດ້ານ​ຄວາມ​ເຊື່ອ​ຂອງ​ເຮົາ​ຕໍ່ໆໄປ.

20. ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ​ເພື່ອ​ປົກ​ປ້ອງ​ສົມບັດ​ດ້ານ​ຄວາມ​ເຊື່ອ?

20 ຂໍ​ໃຫ້​ເຕັມ​ໃຈ​ສະລະ​ທຸກ​ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຈົ້າ​ຮັກ​ລາຊະອານາຈັກ​ໜ້ອຍ​ລົງ. ໃຫ້​ຕັ້ງ​ໃຈ​ປະກາດ​ຢ່າງ​ກະຕືລືລົ້ນ​ແລະ​ໃຫ້​ຮັກ​ວຽກ​ຮັບໃຊ້​ສະເໝີ. ໃຫ້​ຊອກ​ຫາ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຕໍ່ໆໄປ. ເມື່ອ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຈົ້າ​ຈະ​ສະສົມ “ເຂົ້າ​ຂອງ​ແພງ [“ສົມບັດ,” ລ.ມ.] ອັນ​ສູນ​ເສຍ​ບໍ່​ໄດ້​ໃນ​ສະຫວັນ ບ່ອນ​ທີ່​ຂະໂມຍ​ຫຍັບ​ເຂົ້າ​ໄປ​ໃກ້​ບໍ່​ໄດ້ ແລະ​ມອດ​ກັດ​ກິນ​ເສຍ​ບໍ່​ໄດ້. ເພາະ​ວ່າ​ເຂົ້າ​ຂອງ​ແພງ [“ສົມບັດ,” ລ.ມ.] ຂອງ​ທ່ານ​ທັງ​ຫຼາຍ​ຢູ່​ບ່ອນ​ໃດ ໃຈ​ຂອງ​ທ່ານ​ຈະ​ຢູ່​ບ່ອນ​ນັ້ນ​ດ້ວຍ.”—ລືກາ 12:33, 34