ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ!

ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ!

“ພະອົງ​ເຈົ້າ [ພະ​ເຢໂຫວາ] ແລະ​ພະເຈົ້າ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ ພະອົງ​ສົມຄວນ​ຈະ​ຮັບ​ລັດ​ສະໝີ ແລະ​ຍົດ​ສັກ​ແລະ​ລິດເດດ ເພາະ​ວ່າ​ພະອົງ​ເປັນ​ຜູ້​ທີ່​ໄດ້​ນິລະມິດ​ສ້າງ​ສັບພະ​ທຸກ​ສິ່ງ ແລະ​ສັບພະ​ທຸກ​ສິ່ງ​ເປັນ​ຢູ່​ແລະ​ຕ້ອງ​ນິລະມິດ​ສ້າງ​ແລ້ວ​ດ້ວຍ​ນໍ້າໃຈ​ຂອງ​ພະອົງ.”—ຄຳປາກົດ 4:11

ເພງ: 12, 150

1, 2. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ? (ເບິ່ງ​ຮູບ​ທຳອິດ)

ດັ່ງ​ທີ່​ໄດ້​ຮຽນ​ໃນ​ບົດ​ກ່ອນ ຊາຕານ​ກ່າວ​ຫາ​ວ່າ​ພະ​ເຢໂຫວາ​ບໍ່​ສົມຄວນ​ປົກຄອງ​ມະນຸດ. ມັນ​ບອກ​ວ່າ​ພະອົງ​ປົກຄອງ​ຢ່າງ​ບໍ່​ຍຸຕິທຳ ແລະ​ຖ້າ​ມະນຸດ​ປົກຄອງ​ຕົວ​ເອງ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ. ຊາຕານ​ເວົ້າ​ຖືກ​ບໍ? ສົມມຸດ​ວ່າ ມະນຸດ​ປົກຄອງ​ຕົວ​ເອງ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຍອມ​ໃຫ້​ພະເຈົ້າ​ປົກຄອງ​ບໍ? ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ບໍ​ຖ້າ​ມີ​ຊີວິດ​ຕະຫຼອດ​ແລະ​ຢູ່​ໂດຍ​ບໍ່​ເພິ່ງ​ພະເຈົ້າ​ເລີຍ?

2 ບໍ່​ມີ​ໃຜ​ຕອບ​ຄຳຖາມ​ນັ້ນ​ແທນ​ເຈົ້າ​ໄດ້. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຄິດ​ເລື່ອງ​ນີ້​ຢ່າງ​ຈິງ​ຈັງ ເມື່ອ​ເຮັດ​ແນວ​ນີ້​ເຮົາ​ຈະ​ເຂົ້າ​ໃຈ​ແຈ້ງ​ວ່າ ວິທີ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ​ແລະ​ພະອົງ​ສົມຄວນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ເຮົາ​ຢ່າງ​ສຸດ​ຫົວໃຈ. ເຮົາ​ໝັ້ນ​ໃຈ​ໄດ້​ເພາະ​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ ໃນ​ນັ້ນ​ກ່າວ​ເຖິງ​ສິດ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ປົກຄອງ​ເອກະພົບ.

ພະ​ເຢໂຫວາ​ມີ​ສິດ​ປົກຄອງ

3. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເປັນ​ຜູ້​ດຽວ​ທີ່​ມີ​ສິດ​ເປັນ​ພະເຈົ້າ​ຜູ້​ຍິ່ງໃຫຍ່?

3 ພະ​ເຢໂຫວາ​ຜູ້​ດຽວ​ທີ່​ມີ​ສິດ​ເປັນ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ ເພາະ​ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ລິດເດດ​ສູງ​ສຸດ​ແລະ​ເປັນ​ຜູ້​ສ້າງ. (1 ຂ່າວຄາວ 29:11; ກິດຈະການ 4:24) ໃນ​ນິມິດ​ຜູ້​ຮ່ວມ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ສະຫວັນ​ຈຳນວນ 144.000 ຄົນ​ເວົ້າ​ວ່າ: “ພະອົງ​ເຈົ້າ [ພະ​ເຢໂຫວາ] ແລະ​ພະເຈົ້າ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ ພະອົງ​ເປັນ​ຜູ້​ສົມຄວນ​ຈະ​ຮັບ​ລັດ​ສະໝີ ແລະ​ຍົດ​ສັກ​ແລະ​ລິດເດດ ເພາະ​ວ່າ​ພະອົງ​ເປັນ​ຜູ້​ທີ່​ໄດ້​ນິລະມິດ​ສ້າງ​ສັບພະ​ທຸກ​ສິ່ງ ແລະ​ສັບພະ​ທຸກ​ສິ່ງ​ເປັນ​ຢູ່​ແລະ​ຕ້ອງ​ນິລະມິດ​ສ້າງ​ແລ້ວ​ດ້ວຍ​ນໍ້າໃຈ​ຂອງ​ພະອົງ.” (ຄຳປາກົດ 4:11) ພະ​ເຢໂຫວາ​ສ້າງ​ທຸກ​ສິ່ງ ດັ່ງ​ນັ້ນ ພະອົງ​ຈຶ່ງ​ມີ​ສິດ​ປົກຄອງ​ທຸກ​ຄົນ​ທີ່​ຢູ່​ສະຫວັນ​ແລະ​ໂລກ​ນີ້.

4. ເປັນ​ຫຍັງ​ອິດ​ສະຫຼະ​ໃນ​ການ​ເລືອກ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ມີ​ສິດ​ຕໍ່​ຕ້ານ​ພະ​ເຢໂຫວາ?

4 ຊາຕານ​ບໍ່​ໄດ້​ສ້າງ​ຫຍັງ ມັນ​ຈຶ່ງ​ບໍ່​ມີ​ສິດ​ປົກຄອງ​ເອກະພົບ. ຊາຕານ​ແລະ​ມະນຸດ​ຄູ່​ທຳອິດ​ຕັ້ງ​ໃຈ​ຂັດຂືນ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ເຂົາ​ເຈົ້າ​ຕໍ່​ຕ້ານ​ອຳນາດ​ການ​ປົກຄອງ​ຂອງ​ພະອົງ. (ເຢເຣມີ 10:23) ມະນຸດ​ຖືກ​ສ້າງ​ໃຫ້​ມີ​ອິດ​ສະຫຼະ​ໃນ​ການ​ເລືອກ ແຕ່​ສິດ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ຕ້ອງ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະອົງ​ບໍ? ບໍ່​ແມ່ນ. ອິດ​ສະຫຼະ​ໃນ​ການ​ເລືອກ​ໝາຍ​ເຖິງ​ການ​ມີ​ສິດ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ມີ​ສິດ​ຕໍ່​ຕ້ານ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ສ້າງ. ດັ່ງ​ນັ້ນ ການ​ຕໍ່​ຕ້ານ​ພະເຈົ້າ​ເປັນ​ການ​ໃຊ້​ອິດ​ສະຫຼະ​ໃນ​ການ​ເລືອກ​ແບບ​ຜິດໆ. ມະນຸດ​ຖືກ​ສ້າງ​ໃຫ້​ຢູ່​ໃຕ້​ການ​ປົກຄອງ​ແລະ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ.

ກົດ​ໝາຍ​ທຸກ​ຂໍ້ ຫຼັກ​ການ​ທຸກ​ຢ່າງ ແລະ​ການ​ຕັດສິນ​ໃດໆ ທີ່​ມາ​ຈາກ​ພະ​ເຢໂຫວາ​ແມ່ນ​ຖືກຕ້ອງ​ແລະ​ດີ​ສະເໝີ

5. ເປັນ​ຫຍັງ​ການ​ຕັດສິນ​ທຸກ​ຢ່າງ​ຂອງ​ພະເຈົ້າ​ຈຶ່ງ​ຍຸຕິທຳ​ສະເໝີ?

5 ອີກ​ເຫດຜົນ​ໜຶ່ງ​ທີ່​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ແມ່ນ​ພະອົງ​ໃຊ້​ອຳນາດ​ໃນ​ແບບ​ຍຸຕິທຳ​ຢ່າງ​ສົມບູນ​ແບບ. ພະອົງ​ບອກ​ເຮົາ​ວ່າ: “ເຮົາ​ແມ່ນ​ພະ​ເຢໂຫວາ​ຜູ້​ໂຜດ​ເອົາ​ຄວາມ​ດີ​ກັບ​ຄວາມ​ຍຸຕິທຳ​ກັບ​ຄວາມ​ຊອບທຳ​ມາ​ໃສ່​ເທິງ​ແຜ່ນດິນ ເຫດ​ວ່າ​ເຮົາ​ຊອບ​ໃຈ​ຫຼາຍ​ດ້ວຍ​ສິ່ງ​ຂອງ​ທັງ​ຫຼາຍ​ນີ້.” (ເຢເຣມີ 9:24) ພະ​ເຢໂຫວາ​ບໍ່​ຕ້ອງ​ອາໄສ​ກົດ​ໝາຍ​ຂອງ​ມະນຸດ​ເພື່ອ​ຊ່ວຍ​ພະອົງ​ຕັດສິນ​ວ່າ​ສິ່ງ​ໃດ​ຖືກຕ້ອງ ກົງ​ກັນ​ຂ້າມ ພະອົງ​ເປັນ​ຜູ້​ຕັ້ງ​ມາດຕະຖານ​ໃນ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ ພະອົງ​ຕັ້ງ​ກົດ​ໝາຍ​ໃຫ້​ມະນຸດ​ໂດຍ​ອາໄສ​ຄວາມ​ຍຸຕິທຳ​ຢ່າງ​ສົມບູນ​ແບບ. ຜູ້​ຂຽນ​ຄຳເພງ​ເວົ້າ​ວ່າ: “ຄວາມ​ຊອບທຳ​ແລະ​ການ​ຕັດສິນ [“ຄວາມ​ຍຸຕິທຳ,” ລ.ມ.] ເປັນ​ຮາກ​ແຫ່ງ​ພະ​ທີ່​ນັ່ງ​ຂອງ​ພະອົງ.” ດັ່ງ​ນັ້ນ ກົດ​ໝາຍ​ທຸກ​ຂໍ້ ຫຼັກ​ການ​ທຸກ​ຢ່າງ ແລະ​ການ​ຕັດສິນ​ໃດໆທີ່​ມາ​ຈາກ​ພະ​ເຢໂຫວາ​ແມ່ນ​ຖືກຕ້ອງ​ສະເໝີ. (ຄຳເພງ 89:14; 119:128) ຊາຕານ​ອ້າງ​ວ່າ​ພະອົງ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ຍຸຕິທຳ ແຕ່​ມັນ​ເອງ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ໂລກ​ນີ້​ມີ​ຄວາມ​ຍຸຕິທຳ.

6. ອັນ​ໃດ​ເປັນ​ເຫດຜົນ​ອີກ​ຢ່າງ​ໜຶ່ງ​ທີ່​ພະ​ເຢໂຫວາ​ມີ​ສິດ​ປົກຄອງ?

6 ເຫດຜົນ​ອີກ​ຢ່າງ​ໜຶ່ງ​ທີ່​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ແມ່ນ​ພະອົງ​ມີ​ຄວາມ​ຮູ້​ແລະ​ສະຕິ​ປັນຍາ​ເພື່ອ​ເບິ່ງ​ແຍງ​ເອກະພົບ. ເຮົາ​ຮູ້​ໄດ້​ຍ້ອນ​ພະອົງ​ໃຫ້​ພະ​ເຍຊູ​ສາມາດ​ປິ່ນປົວ​ພະຍາດ​ຕ່າງໆທີ່​ທ່ານ​ໝໍ​ປິ່ນປົວ​ບໍ່​ໄດ້. (ມັດທາຍ 4:23, 24; ມາລະໂກ 5:25-29) ການ​ເຮັດ​ແບບ​ນັ້ນ​ອັດສະຈັນ​ສຳລັບ​ເຮົາ ແຕ່​ບໍ່​ໄດ້​ອັດສະຈັນ​ສຳລັບ​ພະ​ເຢໂຫວາ. ຍ້ອນ​ພະອົງ​ຮູ້​ວ່າ​ຮ່າງກາຍ​ເຮົາ​ເຮັດ​ວຽກ​ແນວ​ໃດ ພະອົງ​ຈຶ່ງ​ປິ່ນປົວ​ພະຍາດ​ຕ່າງໆແລະ​ເຮັດ​ໃຫ້​ເປັນ​ປົກກະຕິ​ຄື​ເກົ່າ​ໄດ້. ພະອົງ​ໃຫ້​ຄົນ​ທີ່​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ​ແລະ​ຫ້າມ​ໄພ​ທຳມະຊາດ​ໄດ້.

7. ແມ່ນ​ຫຍັງ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ຫຼາຍ​ກວ່າ​ຄົນ​ໃນ​ໂລກ​ຂອງ​ຊາຕານ?

7 ໂລກ​ທີ່​ຊາຕານ​ປົກຄອງ​ບໍ່​ມີ​ສັນຕິສຸກ​ເລີຍ ບໍ່​ວ່າ​ຈະ​ເປັນ​ພາຍ​ໃນ​ປະເທດ​ຫຼື​ລະຫວ່າງ​ປະເທດ. ມີ​ພຽງ​ພະ​ເຢໂຫວາ​ທີ່​ມີ​ສະຕິ​ປັນຍາ​ແລະ​ຮູ້​ວິທີ​ເຮັດ​ໃຫ້​ໂລກ​ນີ້​ມີ​ສັນຕິສຸກ​ໄດ້. (ເອຊາອີ 2:3, 4; 54:13) ເຮົາ​ຮູ້ສຶກ​ຄື​ກັບ​ໂປໂລ​ທີ່​ເວົ້າ​ວ່າ: “ຊັບ​ສົມບັດ​ແຫ່ງ​ພະ​ປັນຍາ​ແລະ​ຄວາມ​ຮູ້​ຂອງ​ພະເຈົ້າ​ກໍ​ເລິກ​ມາກ​ເທົ່າ​ໃດ. ການ​ຕັດສິນ​ຂອງ​ພະອົງ​ກໍ​ເຫຼືອ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ມາກ​ເທົ່າ​ໃດ ທາງ​ທັງ​ຫຼາຍ​ຂອງ​ພະອົງ​ກໍ​ເຫຼືອ​ທີ່​ຈະ​ສືບ​ເສາະ​ມາກ​ເທົ່າ​ໃດ.”—ໂລມ 11:33

ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ

8. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ວິທີ​ທີ່​ພະ​ເຢໂຫວາ​ປົກຄອງ?

8 ຄຳພີ​ໄບເບິນ​ເວົ້າ​ແຈ້ງ​ວ່າ​ພະ​ເຢໂຫວາ​ມີ​ສິດ​ປົກຄອງ. ເລື່ອງ​ນີ້​ຍັງ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເປັນ​ຫຍັງ​ພະອົງ​ຈຶ່ງ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່​ສຸດ. ເຫດຜົນ​ໜຶ່ງ​ແມ່ນ​ພະອົງ​ປົກຄອງ​ດ້ວຍ​ຄວາມ​ຮັກ. ເຮົາ​ຮູ້ສຶກ​ໃກ້​ຊິດ​ກັບ​ພະອົງ​ເມື່ອ​ເຫັນ​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່ “ໂຜດ​ອີ່ດູ ໂຜດ​ພະ​ຄຸນ ຜູ້​ຊ້າ​ນານ​ຈະ​ຄຽດ​ແລະ​ປະກອບ​ດ້ວຍ​ຄວາມ​ດີ​ແລະ​ຄວາມ​ຈິງ.” (ອົບພະຍົບ 34:6) ພະເຈົ້າ​ໃຫ້​ກຽດ​ແລະ​ນັບຖື​ເຮົາ. ພະອົງ​ເບິ່ງ​ແຍງ​ເຮົາ​ດີ​ກວ່າ​ເຮົາ​ເບິ່ງ​ແຍງ​ຕົວ​ເອງ​ດ້ວຍ​ຊໍ້າ. ຊາຕານ​ກ່າວ​ຫາ​ວ່າ​ພະ​ເຢໂຫວາ​ກີດ​ກັ້ນ​ບໍ່​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ໄດ້​ຮັບ​ສິ່ງ​ທີ່​ດີ ແຕ່​ມັນ​ເວົ້າ​ຕົວະ ເພາະ​ພະອົງ​ໃຫ້​ລູກ​ຊາຍ​ສຸດ​ທີ່​ຮັກ​ມາ​ເປັນ​ຄ່າໄຖ່​ເພື່ອ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.—ອ່ານ​ຄຳເພງ 84:11; ໂລມ 8:32

ພະອົງ​ເບິ່ງ​ແຍງ​ເຮົາ​ດີ​ກວ່າ​ເຮົາ​ເບິ່ງ​ແຍງ​ຕົວ​ເອງ​ດ້ວຍ​ຊໍ້າ

9. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ?

9 ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ພະອົງ​ເປັນ​ກຸ່ມ ແຕ່​ພະອົງ​ກໍ​ຍັງ​ສົນ​ໃຈ​ເຮົາ​ແຕ່​ລະ​ຄົນ​ຫຼາຍ. ມີ​ຕົວຢ່າງ​ຈາກ​ສະໄໝ​ບູຮານ ປະມານ 300 ປີ​ທີ່​ພະ​ເຢໂຫວາ​ໄດ້​ໃຫ້​ຜູ້ຕັດສິນ​ຊີ້​ນຳ​ຊາດ​ຂອງ​ພະອົງ ແລະ​ໃຫ້​ເຂົາ​ເຈົ້າ​ຊະນະ​ພວກ​ສັດຕູ. ແຕ່​ໃນ​ເວລາ​ນັ້ນ ພະ​ເຢໂຫວາ​ຍັງ​ສົນ​ໃຈ​ແຕ່​ລະ​ຄົນ​ນຳ ແລະ​ໜຶ່ງ​ໃນ​ນັ້ນ​ກໍ​ມີ​ລຶດ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ເຊິ່ງ​ໄດ້​ສະລະ​ຫຼາຍ​ຢ່າງ​ເພື່ອ​ຈະ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ. ພະອົງ​ຕອບ​ແທນ​ໂດຍ​ໃຫ້​ລາວ​ມີ​ຜົວ​ແລະ​ລູກ​ຊາຍ​ຄົນ​ໜຶ່ງ. ຍິ່ງ​ກວ່າ​ນັ້ນ ເມຊີ​ໄດ້​ມາ​ເກີດ​ໃນ​ເຊື້ອ​ສາຍ​ຂອງ​ລູກ​ຊາຍ​ລຶດ. ພະອົງ​ຍັງ​ໃຫ້​ບັນທຶກ​ເລື່ອງ​ຂອງ​ລຶດ​ໄວ້​ໃນ​ພະທຳ​ທີ່​ເປັນ​ຊື່​ຂອງ​ລາວ. ເຈົ້າ​ຄິດ​ວ່າ​ຖ້າ​ລຶດ​ຄືນ​ມາ​ຈາກ​ຕາຍ ລາວ​ຈະ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ນີ້?—ລຶດ 4:13; ມັດທາຍ 1:5, 16

10. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແບບ​ເຂັ້ມ​ງວດ​ເກີນ​ໄປ?

10 ພະ​ເຢໂຫວາ​ບໍ່​ໄດ້​ປົກຄອງ​ແບບ​ເຂັ້ມ​ງວດ​ເກີນ​ໄປ ເພາະ​ຄົນ​ທີ່​ເຊື່ອ​ຟັງ​ພະອົງ​ມີ​ອິດ​ສະຫຼະ​ແລະ​ຄວາມ​ສຸກ. (2 ໂກລິນໂທ 3:17) ດາວິດ​ກ່າວ​ເຖິງ​ພະອົງ​ວ່າ: “ອານຸພາບ​ກັບ​ລັດ​ສະໝີ​ອັນ​ຮຸ່ງເຮືອງ​ກໍ​ຢູ່​ຕໍ່​ໜ້າ​ພະອົງ ລິດເດດ​ກັບ​ຄວາມ​ຍິນດີ​ກໍ​ຢູ່​ໃນ​ບ່ອນ​ຢູ່​ຂອງ​ພະອົງ.” (1 ຂ່າວຄາວ 16:7, 27) ເອທານ​ຜູ້​ຂຽນ​ຄຳເພງ​ກ່າວ​ວ່າ: “ຊາວ​ປະເທດ​ທີ່​ຮູ້ຈັກ​ໂຫ່​ຮ້ອງ​ຍິນດີ​ກໍ​ເປັນ​ສຸກ​ຫຼາຍ. ໂອ້​ພະ​ເຢໂຫວາ ເຂົາ​ທຽວ​ໄປ​ໃນ​ແຈ້ງ​ແຫ່ງ​ໜ້າ​ຂອງ​ພະອົງ. ເຂົາ​ຊື່ນ​ໃຈ​ໃນ​ນາມ​ຊື່​ຂອງ​ພະອົງ​ໝົດ​ວັນ ແລະ​ເຂົາ​ເປັນ​ທີ່​ຍົກ​ຍໍ​ຂຶ້ນ​ສູງ​ດ້ວຍ​ຄວາມ​ຊອບທຳ​ຂອງ​ພະອົງ.”—ຄຳເພງ 89:15, 16

11. ເຮົາ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ວ່າ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ?

11 ຍິ່ງ​ຄິດ​ຕຶກຕອງ​ເຖິງ​ຄວາມ​ດີ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຍິ່ງ​ໝັ້ນ​ໃຈ​ວ່າ​ການ​ປົກຄອງ​ຂອງ​ພະອົງ​ດີ​ທີ່​ສຸດ. ເຮົາ​ຮູ້ສຶກ​ຄື​ຜູ້​ຂຽນ​ຄຳເພງ​ທີ່​ເວົ້າ​ວ່າ: “ວັນ​ດຽວ​ຢູ່​ໃນ​ໜ້າ​ພະ​ລານ​ທັງ​ຫຼາຍ​ຂອງ​ພະອົງ​ກໍ​ປະເສີດ​ກວ່າ​ພັນ​ວັນ” ຢູ່​ບ່ອນ​ອື່ນ! (ຄຳເພງ 84:10) ພະ​ເຢໂຫວາ​ເປັນ​ຜູ້​ອອກ​ແບບ​ແລະ​ສ້າງ​ເຮົາ ດັ່ງ​ນັ້ນ ພະອົງ​ຈຶ່ງ​ຮູ້​ແທ້ໆວ່າ​ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ພະອົງ​ໃຫ້​ຫຼາຍ​ກວ່າ​ທີ່​ເຮົາ​ຈຳເປັນ​ດ້ວຍ​ຊໍ້າ. ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຂໍ​ໃຫ້​ເຮົາ​ເຮັດ​ກໍ​ເພື່ອ​ເປັນ​ປະໂຫຍດ​ຂອງ​ເຮົາ. ເຖິງ​ວ່າ​ຕ້ອງ​ເສຍ​ສະລະ ແຕ່​ເຮົາ​ມີ​ຄວາມ​ສຸກ​ສະເໝີ​ຖ້າ​ເຮົາ​ເຊື່ອ​ຟັງ​ພະອົງ.—ອ່ານ​ເອຊາອີ 48:17

12. ອັນ​ໃດ​ເປັນ​ເຫດຜົນ​ຫຼັກ​ທີ່​ເຮົາ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ?

12 ເຮົາ​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ​ວ່າ​ຫຼັງ​ຈາກ​ການ​ປົກຄອງ​ສະໄໝ​ພັນ​ປີ​ຂອງ​ພະ​ຄລິດ ຈະ​ມີ​ບາງ​ຄົນ​ກະບົດ​ຕໍ່​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. (ຄຳປາກົດ 20:7, 8) ແມ່ນ​ຫຍັງ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ? ໃນ​ຕອນ​ນັ້ນ​ຊາຕານ​ຈະ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຄົນ​ປະພຶດ​ແບບ​ເຫັນ​ແກ່​ຕົວ. ມັນ​ເຮັດ​ແບບ​ນັ້ນ​ຕະຫຼອດ​ເລີຍ. ມັນ​ອາດ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຄົນ​ເຊື່ອ​ວ່າ​ເຂົາ​ເຈົ້າ​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ​ໂດຍ​ທີ່​ບໍ່​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ. ເລື່ອງ​ນີ້​ຈະ​ບໍ່​ມີ​ທາງ​ເປັນ​ຄວາມ​ຈິງ. ແຕ່​ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຊື່ອ​ຄຳ​ຕົວະ​ນັ້ນ​ບໍ?’ ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ແທ້ໆ ແລະ​ເຊື່ອ​ໝັ້ນ​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່​ດີ​ແລະ​ມີ​ສິດ​ທີ່​ຈະ​ປົກຄອງ​ເອກະພົບ ເຮົາ​ກໍ​ຈະ​ກຽດ​ຊັງ​ຄຳ​ຕົວະ​ນັ້ນ. ເຮົາ​ຈະ​ຢາກ​ມີ​ຊີວິດ​ຢູ່​ໃຕ້​ການ​ປົກຄອງ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ພະອົງ.

ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຢ່າງ​ພັກດີ

13. ເມື່ອ​ຮຽນ​ແບບ​ພະເຈົ້າ ເຮົາ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະອົງ​ແນວ​ໃດ?

13 ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ແລະ​ວິທີ​ການ​ປົກຄອງ​ຂອງ​ພະອົງ​ກໍ​ດີ​ທີ່​ສຸດ. ດັ່ງ​ນັ້ນ ເຮົາ​ຄວນ​ສະໜັບສະໜູນ​ສິດ​ການ​ປົກຄອງ​ນັ້ນ​ຢ່າງ​ເຕັມທີ ໂດຍ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ຮຽນ​ແບບ​ພະອົງ. ຖ້າ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ຕາມ​ວິທີ​ຂອງ​ພະ​ເຢໂຫວາ ນັ້ນ​ສະແດງ​ວ່າ​ເຮົາ​ຮັກ​ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ.—ອ່ານ​ເອເຟດ 5:1, 2

14. ຫົວ​ໜ້າ​ຄອບຄົວ​ແລະ​ຜູ້​ເຖົ້າ​ແກ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

14 ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢໂຫວາ​ໃຊ້​ອຳນາດ​ດ້ວຍ​ຄວາມ​ຮັກ​ສະເໝີ. ຫົວ​ໜ້າ​ຄອບຄົວ​ແລະ​ຜູ້​ເຖົ້າ​ແກ່​ທີ່​ຮັກ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຈະ​ຮຽນ​ແບບ​ພະອົງ​ແລະ​ບໍ່​ເຂັ້ມ​ງວດ​ເກີນ​ໄປ​ຫຼື​ຄວບຄຸມ​ຄົນ​ອື່ນ. ໂປໂລ​ພະຍາຍາມ​ຫຼາຍ​ແທ້ໆເພື່ອ​ຮຽນ​ແບບ​ພະເຈົ້າ​ແລະ​ພະ​ເຍຊູ. (1 ໂກລິນໂທ 11:1) ລາວ​ບໍ່​ຂາຍ​ໜ້າ​ຫຼື​ບັງຄັບ​ຄົນ​ອື່ນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແຕ່​ລາວ​ຂໍຮ້ອງ​ເຂົາ​ເຈົ້າ. (ໂລມ 12:1; ເອເຟດ 4:1; ຟີເລໂມນ 8-10) ເມື່ອ​ເຮັດ​ເຊັ່ນ​ນີ້ ໂປໂລ​ກໍ​ຮຽນ​ແບບ​ພະ​ເຢໂຫວາ. ຖ້າ​ເຮົາ​ປະຕິບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ ເຮົາ​ກໍ​ກຳລັງ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ.

15. ໂດຍ​ນັບຖື​ຜູ້​ມີ​ອຳນາດ​ເຮົາ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

15 ເຮົາ​ຍັງ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ໂດຍ​ນັບຖື​ແລະ​ຮ່ວມ​ມື​ກັບ​ຜູ້​ທີ່​ພະອົງ​ໃຫ້​ອຳນາດ. ເຖິງ​ວ່າ​ບໍ່​ເຂົ້າ​ໃຈ​ຢ່າງ​ເຕັມທີ​ຫຼື​ບໍ່​ເຫັນ​ດີ​ນຳ​ການ​ຕັດສິນ​ໃຈ​ນັ້ນ ເຮົາ​ກໍ​ຍັງ​ຕ້ອງ​ສະໜັບສະໜູນ​ເຂົາ​ເຈົ້າ. ຄົນ​ໃນ​ໂລກ​ບໍ່​ເຮັດ​ແບບ​ນີ້ ແຕ່​ເຮົາ​ເຮັດ​ເພາະ​ເຮົາ​ຍອມ​ຮັບ​ພະ​ເຢໂຫວາ​ວ່າ​ເປັນ​ຜູ້​ປົກຄອງ​ເຮົາ. (ເອເຟດ 5:22, 23; 6:1-3; ເຫບເລີ 13:17) ຖ້າ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ ເພາະ​ພະເຈົ້າ​ຢາກ​ໃຫ້​ເຮົາ​ໄດ້​ສິ່ງ​ທີ່​ດີ​ທີ່​ສຸດ.

16. ການ​ຕັດສິນ​ໃຈ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ?

16 ເຮົາ​ຍັງ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ໂດຍ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ. ພະອົງ​ບໍ່​ໄດ້​ໃຫ້​ຄຳ​ສັ່ງ​ທີ່​ເຈາະ​ຈົງ​ແຕ່​ລະ​ເລື່ອງ​ໃນ​ຊີວິດ ແຕ່​ບອກ​ເຮົາ​ໃຫ້​ຮູ້​ວ່າ​ພະອົງ​ຄິດ​ແນວ​ໃດ​ໃນ​ເລື່ອງ​ນັ້ນ. ສິ່ງ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເຮົາ​ຄວນ​ເຮັດ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ລາຍການ​ວ່າ​ຄລິດສະຕຽນ​ຄວນ​ນຸ່ງ​ຫຍັງ​ແລະ​ບໍ່​ຄວນ​ນຸ່ງ​ຫຍັງ ແຕ່​ອະທິບາຍ​ວ່າ​ເຮົາ​ຄວນ​ນຸ່ງ​ເຄື່ອງ​ແບບ​ສຸພາບ​ແລະ​ໜ້າ​ນັບຖື​ໃຫ້​ສົມ​ກັບ​ເປັນ​ພະຍານ​ຂອງ​ພະອົງ. (1 ຕີໂມເຕ 2:9, 10) ພະອົງ​ຢາກ​ໃຫ້​ເຮົາ​ຄິດ​ເອງ​ວ່າ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ. (1 ໂກລິນໂທ 10:31-33) ຖ້າ​ເຮົາ​ຕັດສິນ​ໃຈ​ຕາມ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ ນີ້​ກໍ​ສະແດງ​ວ່າ​ເຮົາ​ຮັກ​ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ.

ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ​ໂດຍ​ການ​ຕັດສິນ​ໃຈ​ແລະ​ການ​ເຮັດ​ກິດຈະກຳ​ຕ່າງໆໃນ​ຄອບຄົວ (ເບິ່ງ​ຂໍ້ 16-18)

17, 18. ຜົວ​ເມຍ​ຈະ​ເຮັດ​ຫຍັງ​ຖ້າ​ເຂົາ​ເຈົ້າ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ?

17 ເຮົາ​ຈະ​ເບິ່ງ​ວິທີ​ໜຶ່ງ​ທີ່​ຄລິດສະຕຽນ​ທີ່​ແຕ່ງ​ດອງ​ແລ້ວ​ສາມາດ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ຊີວິດ​ຄູ່​ອາດ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ຄິດ​ໄວ້ ແລະ​ເຖິງ​ກັບ​ມີ​ບັນຫາ​ທີ່​ໜັກ​ໜ່ວງ. ຖ້າ​ເປັນ​ແນວ​ນັ້ນ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ເມື່ອ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ຊາດ​ອິດສະລາແອນ​ບູຮານ. ພະອົງ​ປຽບ​ໄດ້​ຄື​ກັບ​ຜົວ​ຂອງ​ເຂົາ​ເຈົ້າ. (ເອຊາອີ 54:5; 62:4) ຊາດ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ຜິດ​ຫວັງ​ຫຼາຍ​ຄັ້ງ. ສາຍ​ສຳພັນ​ນັ້ນ​ເປັນ​ຄື​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ຄູ່. ແຕ່​ພະອົງ​ບໍ່​ໝົດ​ຫວັງ​ກັບ​ເຂົາ​ເຈົ້າ ພະອົງ​ໃຫ້​ອະໄພ​ເທື່ອ​ແລ້ວ​ເທື່ອ​ອີກ​ແລະ​ເຮັດ​ຕາມ​ທີ່​ສັນຍາ​ກັບ​ເຂົາ​ເຈົ້າ.—ອ່ານ​ຄຳເພງ 106:43-45

18 ຜົວ​ເມຍ​ຄລິດສະຕຽນ​ທີ່​ຮັກ​ພະ​ເຢໂຫວາ​ຄວນ​ຮຽນ​ແບບ​ພະອົງ. ເຖິງ​ວ່າ​ຊີວິດ​ຄູ່​ມີ​ບັນຫາ ເຂົາ​ເຈົ້າ​ຈະ​ບໍ່​ຊອກ​ຫາ​ວິທີ​ຢ່າ​ຮ້າງ​ທີ່​ບໍ່​ໄດ້​ເປັນ​ໄປ​ຕາມ​ຫຼັກ​ພະ​ຄຳພີ. ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ເບິ່ງ​ຄຳ​ປະຕິຍານ​ການ​ແຕ່ງ​ດອງ​ວ່າ​ເປັນ​ເລື່ອງ​ທີ່​ຈິງ​ຈັງ ແລະ​ຕ້ອງການ​ໃຫ້​ຜົວ​ເມຍ “ຕິດ​ພັນ​ກັນ.” ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ເຫດຜົນ​ດຽວ​ຕາມ​ຫຼັກ​ພະ​ຄຳພີ​ທີ່​ຜົວ​ເມຍ​ຈະ​ປະ​ຮ້າງ​ແລະ​ແຕ່ງ​ດອງ​ໃໝ່​ໄດ້. (ມັດທາຍ 19:5, 6, 9) ເມື່ອ​ຄລິດສະຕຽນ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮັກສາ​ຊີວິດ​ຄູ່​ໄວ້ ເຂົາ​ເຈົ້າ​ກໍ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ.

19. ເມື່ອ​ເຮັດ​ຜິດ​ເຮົາ​ຄວນ​ເຮັດ​ຫຍັງ?

19 ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ ແລະ​ບາງ​ຄັ້ງ​ເຮົາ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ຜິດ​ຫວັງ. ຍ້ອນ​ແນວ​ນັ້ນ​ພະອົງ​ຈຶ່ງ​ໃຫ້​ມີ​ຄ່າໄຖ່​ຂອງ​ພະ​ຄລິດ. ດັ່ງ​ນັ້ນ ຖ້າ​ເຮົາ​ເຮັດ​ຜິດ ເຮົາ​ຄວນ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ. (1 ໂຢຮັນ 2:1, 2) ແທນ​ທີ່​ຈະ​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ຜິດ ເຮົາ​ຄວນ​ຈະ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ນັ້ນ. ເຮົາ​ຕ້ອງການ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຜູ້​ທີ່​ໃຫ້​ອະໄພ​ແລະ​ຊ່ວຍ​ເຮົາ​ໃຫ້​ຟື້ນຟູ​ຕົວ​ເອງ​ເພື່ອ​ຮັບໃຊ້​ພະອົງ​ຕໍ່ໆໄປ.—ຄຳເພງ 103:3

20. ເປັນ​ຫຍັງ​ເຮົາ​ຄວນ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຕັ້ງ​ແຕ່​ຕອນ​ນີ້?

20 ໃນ​ໂລກ​ໃໝ່ ພະ​ເຢໂຫວາ​ຈະ​ປົກຄອງ​ທຸກ​ຄົນ​ແລະ​ເຂົາ​ເຈົ້າ​ຈະ​ຮຽນ​ຮູ້​ແນວ​ທາງ​ທີ່​ຍຸຕິທຳ​ຂອງ​ພະອົງ. (ເອຊາອີ 11:9) ແຕ່​ຕອນ​ນີ້​ເຮົາ​ກໍ​ສາມາດ​ຮຽນ​ຮູ້​ຫຼາຍ​ສິ່ງ​ກ່ຽວ​ກັບ​ວິທີ​ທີ່​ພະອົງ​ຄິດ​ແລະ​ວິທີ​ທີ່​ພະອົງ​ຕ້ອງການ​ໃຫ້​ເຮົາ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ. ອີກ​ບໍ່​ດົນ​ຈະ​ບໍ່​ມີ​ໃຜ​ສົງໄສ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ຕັ້ງ​ແຕ່​ຕອນ​ນີ້​ເພື່ອ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ໂດຍ​ເຊື່ອ​ຟັງ ຮັບໃຊ້​ຢ່າງ​ສັດ​ຊື່ ແລະ​ພະຍາຍາມ​ຮຽນ​ແບບ​ພະອົງ​ໃຫ້​ຫຼາຍ​ທີ່​ສຸດ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ.