ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ເປັນ​ຫຍັງ​ຈຶ່ງ​ເໝາະ​ແລ້ວ​ທີ່​ພະ​ເຍຊູ​ເອີ້ນ​ພວກ​ພໍ່​ຄ້າ​ຂາຍ​ສັດ​ໃນ​ວິຫານ​ທີ່​ເມືອງ​ເຢຣຶຊາເລມ​ວ່າ “ຂະໂມຍ”?

ຄຳ​ສອນ​ຂອງ​ພະ​ເຍຊູ​ທີ່​ຢູ່​ໃນ​ມັດທາຍ ເຮົາ​ອ່ານ​ວ່າ: “ພະ​ເຍຊູ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະເຈົ້າ ແລະ​ໄດ້​ຂັບ​ໄລ່​ຄົນ​ທັງ​ປວງ​ທີ່​ໄດ້​ຂາຍ​ແລະ​ຊື້​ຂອງ​ໃນ​ວິຫານ​ນັ້ນ ແລະ​ໄດ້​ຂວໍ້າ​ໂຕະ​ຂອງ​ຄົນ​ທັງ​ຫຼາຍ​ທີ່​ແລກ​ເງິນ​ກັບ​ຕັ່ງອີ້​ຂອງ​ຄົນ​ທັງ​ຫຼາຍ​ທີ່​ຂາຍ​ນົກ​ເຂົາ. ແລະ​ພະອົງ​ໄດ້​ກ່າວ​ແກ່​ເຂົາ​ວ່າ ‘ມີ​ຄຳ​ຂຽນ​ໄວ້​ວ່າ “ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ຊື່​ວ່າ​ວິຫານ​ແຫ່ງ​ຄວາມ​ອ້ອນ​ວອນ” ແຕ່​ວ່າ​ຝ່າຍ​ທ່ານ​ທັງ​ຫຼາຍ ທ່ານ​ທັງ​ຫຼາຍ​ໄດ້​ກະທຳ​ໃຫ້​ກາຍ​ເປັນ​ຖໍ້າ​ແຫ່ງ​ໝູ່​ຄົນ​ຂະໂມຍ.’”—ມັດທາຍ 21:12, 13

ປະຫວັດສາດ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ພໍ່​ຄ້າ​ໃນ​ວິຫານ​ເອົາ​ປຽບ​ລູກ​ຄ້າ​ໂດຍ​ຕັ້ງ​ລາຄາ​ທີ່​ແພງ​ເກີນ​ອັດຕາ​ຫຼາຍ. ຕົວຢ່າງ​ເຊັ່ນ ນົກ​ເຂົາ​ປົກກະຕິ​ແລ້ວ​ຈະ​ມີ​ລາຄາ​ຖືກ​ຫຼາຍ​ເຊິ່ງ​ຄົນ​ທຸກ​ສາມາດ​ຊື້​ເປັນ​ເຄື່ອງ​ຖວາຍ​ໄດ້. ແຕ່​ໃນ​ໜັງສື​ຂອງ​ຊາວ​ຢິວ​ບູຮານ​ບອກ​ວ່າ: ໃນ​ສະຕະວັດ​ທຳອິດ ມີ​ໄລຍະ​ໜຶ່ງ​ທີ່​ລາຄາ​ຂອງ​ນົກ​ເຂົາ​ຄູ່​ໜຶ່ງ​ເທົ່າ​ກັບ​ຄຳ 1 ດີນາ​ເຊິ່ງ​ສໍ່າ​ກັບ​ຄ່າ​ແຮງ​ງານ 25 ມື້. ນົກ​ເຂົາ​ຈຶ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ແພງ​ຫຼາຍ​ຈົນ​ຄົນ​ທຸກ​ບໍ່​ສາມາດ​ຊື້​ໄດ້. (ພວກເລວີ 1:14; 5:7; 12:6-8) ອາຈານ​ສອນ​ສາສະໜາ​ຂອງ​ຊາວ​ຢິວ​ຊື່ ຊີໂມນ ເບັນ ຄາມາລຽນ​ໃຈ​ຮ້າຍ​ຫຼາຍ​ກ່ຽວ​ກັບ​ເລື່ອງ​ນີ້ ລາວ​ຈຶ່ງ​ສັ່ງ​ໃຫ້​ລົດ​ຈຳນວນ​ເຄື່ອງ​ບູຊາ​ທີ່​ຊາວ​ຢິວ​ຕ້ອງ​ຖວາຍ​ໃຫ້​ໜ້ອຍ​ລົງ. ທັນໃດ​ນັ້ນ ລາຄາ​ຂອງ​ນົກ​ເຂົາ​ກໍ​ຫຼຸດ​ລົງ​ເປັນ​ຮ້ອຍ​ເທົ່າ.

ດັ່ງ​ທີ່​ເຮົາ​ເຫັນ ພວກ​ພໍ່​ຄ້າ​ໃນ​ວິຫານ​ຂີ້ໂລບ​ແລະ​ເອົາ​ປຽບ​ລູກ​ຄ້າ ດັ່ງນັ້ນ​ຈຶ່ງ​ເໝາະ​ແລ້ວ​ທີ່​ພະ​ເຍຊູ​ເອີ້ນ​ເຂົາ​ເຈົ້າ​ວ່າ: “ຂະໂມຍ.”