ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາ​ຈະ “ຖອດ” ລັກສະນະ​ນິດໄສ​ເກົ່າ​ແລະ​ບໍ່​ກັບ​ໄປ​ໃສ່​ອີກ​ໄດ້​ແນວ​ໃດ?

ເຮົາ​ຈະ “ຖອດ” ລັກສະນະ​ນິດໄສ​ເກົ່າ​ແລະ​ບໍ່​ກັບ​ໄປ​ໃສ່​ອີກ​ໄດ້​ແນວ​ໃດ?

“ເພດ​ຄົນ​ເກົ່າ​ກັບ​ການ​ທັງ​ຫຼາຍ​ແຫ່ງ​ຕົນ [“ລັກສະນະ​ນິດໄສ​ເກົ່າ​ກັບ​ສິ່ງ​ຕ່າງໆທີ່​ເຄີຍ​ເຮັດ,” ລ.ມ.] ທ່ານ​ທັງ​ຫຼາຍ​ຈົ່ງ​ຖອດ​ຖິ້ມ​ເສຍ.”—ໂກໂລດ 3:9

ເພງ: 121, 142

1, 2. ຜູ້​ຄົນ​ສັງເກດ​ເຫັນ​ຫຍັງ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ?

ຫຼາຍ​ຄົນ​ສັງເກດ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ແຕກຕ່າງ​ບໍ່​ຄື​ໃຜ. ຕົວຢ່າງ: ນັກ​ຂຽນ​ຄົນ​ໜຶ່ງ​ຊື່ ແອນ​ທອນ ກິວ ໄດ້​ຊົມ​ເຊີຍ​ນິດໄສ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ຍຸກ​ນາຊີ​ເຢຍລະມັນ. ລາວ​ຂຽນ​ວ່າ: “ພະຍານ​ພະ​ເຢໂຫວາ​ຕົກ​ເປັນ​ເປົ້າ​ຂອງ​ພວກ​ນາຊີ​ເຊິ່ງ​ເປັນ​ສັດຕູ​ທີ່​ຮ້າຍກາດ​ຂອງ​ເຂົາ​ເຈົ້າ. . . . ໃນ​ປີ 1939 ມີ​ພະຍານ​ພະ​ເຢໂຫວາ​ເຖິງ 6.000 ຄົນ​ຢູ່​ໃນ [ຄ້າຍ​ກັກ​ຂັງ].” ລາວ​ບອກ​ອີກ​ວ່າ ເຖິງ​ວ່າ​ພະຍານ​ຈະ​ປະສົບ​ຄວາມ​ຍາກ​ລຳບາກ ແຕ່​ເຂົາ​ເຈົ້າ​ຍັງ​ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້ ສະຫງົບ​ເຖິງ​ວ່າ​ຖືກ​ກົດ​ດັນ ເຂົາ​ເຈົ້າ​ຍັງ​ພັກດີ​ຕໍ່​ພະເຈົ້າ ແລະ​ເປັນ​ໜຶ່ງ​ດຽວ.

2 ເມື່ອ​ບໍ່​ດົນ​ມາ​ນີ້ ຜູ້​ຄົນ​ໃນ​ປະເທດ​ອາ​ຝຼິກ​ກາ​ໃຕ້​ສັງເກດ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ແຕກຕ່າງ​ບໍ່​ຄື​ໃຜ. ມີ​ໄລຍະ​ໜຶ່ງ ປະເທດ​ນີ້​ບໍ່​ອະນຸຍາດ​ໃຫ້​ພະຍານ​ພະ​ເຢໂຫວາ​ທີ່​ມີ​ສີ​ຜິວ​ຕ່າງ​ກັນ​ມາ​ພົບ​ປະກັນ. ຢ່າງ​ໃດ​ກໍ​ຕາມ ວັນ​ອາທິດ​ທີ 18 ທັນວາ 2011 ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ກວ່າ 78.000 ຄົນ​ຈາກ​ຫຼາຍ​ເຊື້ອ​ຊາດ​ໃນ​ອາ​ຝຼິກ​ກາ​ໃຕ້​ແລະ​ປະເທດ​ໃກ້​ຄຽງ​ເຂົ້າ​ຮ່ວມ​ການ​ປະຊຸມ​ພິເສດ​ຢູ່​ສະ​ໜາມ​ກິລາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂຈຣານ​ເນດ​ສະ​ເບີກ. ຜູ້​ຈັດການ​ສະ​ໜາມ​ກິລາ​ຄົນ​ໜຶ່ງ​ບອກ​ວ່າ: “ໃນ​ບັນດາ​ຄົນ​ທີ່​ມາ​ໃຊ້​ສະ​ໜາມ​ກິລາ​ນີ້ ນີ້​ເປັນ​ກຸ່ມ​ຄົນ​ທີ່​ປະພຶດ​ຕົວ​ດີ​ທີ່​ສຸດ​ເທົ່າ​ທີ່​ຂ້ອຍ​ເຄີຍ​ເຫັນ​ໃນ​ສະ​ໜາມ​ກິລາ​ນີ້. ທຸກ​ຄົນ​ແຕ່ງ​ຕົວ​ຮຽບຮ້ອຍ​ແລະ​ຍັງ​ຊ່ວຍ​ກັນ​ອະນາໄມ​ຢ່າງ​ສະອາດ​ງາມ​ຕາ. ແຕ່​ທີ່​ຂ້ອຍ​ປະທັບ​ໃຈ​ທີ່​ສຸດ​ຄື ເຂົາ​ເຈົ້າ​ມາ​ຈາກ​ຫຼາຍ​ເຊື້ອ​ຊາດ.”

3. ສິ່ງ​ໃດ​ເຮັດ​ໃຫ້​ສັງຄົມ​ພີ່​ນ້ອງ​ຂອງ​ເຮົາ​ແຕກຕ່າງ​ບໍ່​ຄື​ໃຜ?

3 ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ກໍ​ເຫັນ​ໄດ້​ແຈ້ງ​ວ່າ​ສັງຄົມ​ພີ່​ນ້ອງ​ນານາ​ຊາດ​ຂອງ​ເຮົາ​ແຕກຕ່າງ​ບໍ່​ຄື​ໃຜ. (1 ເປໂຕ 5:9) ເປັນ​ຫຍັງ​ເຮົາ​ຈຶ່ງ​ແຕກຕ່າງ​ຈາກ​ອົງການ​ອື່ນ? ກໍ​ຍ້ອນ​ພວກ​ເຮົາ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ໂດຍ​ທາງ​ຄຳພີ​ໄບເບິນ​ແລະ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເຮົາ​ຈຶ່ງ​ເຮັດ​ໄດ້​ສຳເລັດ. ເຮົາ “ຖອດ​ຖິ້ມ” ລັກສະນະ​ນິດໄສ​ເກົ່າ ແລະ​ສວມ “ລັກສະນະ​ນິດໄສ​ໃໝ່.”—ໂກໂລດ 3:9, 10, ລ.ມ.

ເຮົາ​ສາມາດ​ເຮັດ​ການ​ປ່ຽນ​ແປງ​ຊີວິດ​ຄັ້ງ​ໃຫຍ່​ໄດ້

4. ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ນີ້? ແລະ​ຍ້ອນ​ຫຍັງ?

4 ຖ້າ​ເຮົາ​ຖອດ​ລັກສະນະ​ນິດໄສ​ເກົ່າ​ແລ້ວ ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຖິ້ມ​ແລະ​ບໍ່​ກັບ​ໄປ​ເຮັດ​ອີກ. ໃນ​ບົດ​ຄວາມ​ນີ້ ທຳອິດ​ເຮົາ​ຈະ​ຮຽນ​ວິທີ​ທີ່​ເຮົາ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ເຮັດ​ແບບ​ນັ້ນ ແລ້ວ​ເຮົາ​ຈະ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຄົນ​ທີ່​ເຮັດ​ການ​ປ່ຽນ​ແປງ​ຊີວິດ​ຄັ້ງ​ໃຫຍ່​ໄດ້​ບໍ່​ວ່າ​ຈະ​ເຄີຍ​ເຮັດ​ຊົ່ວ​ມາ​ຫຼາຍ​ສໍ່າ​ໃດ​ກໍ​ຕາມ. ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄົນ​ທີ່​ຢູ່​ໃນ​ຄວາມ​ຈິງ​ຫຼາຍ​ປີ​ຈະ​ບໍ່​ກັບ​ໄປ​ເຮັດ​ນິດໄສ​ເກົ່າ​ອີກ​ໄດ້​ແນວ​ໃດ. ເປັນ​ຫຍັງ​ເຮົາ​ຕ້ອງ​ຮຽນ​ເລື່ອງ​ນີ້? ເພາະ​ມີ​ບາງ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແຕ່​ບໍ່​ໄດ້​ລະວັງ​ຕົວ. ເຂົາ​ເຈົ້າ​ເລີ່ມ​ຄິດ​ແລະ​ກັບ​ໄປ​ເຮັດ​ນິດໄສ​ແບບ​ເກົ່າ​ຄື​ຕອນ​ທີ່​ຍັງ​ບໍ່​ຮູ້ຈັກ​ພະ​ເຢໂຫວາ. ເຮົາ​ທຸກ​ຄົນ​ຕ້ອງ​ຈື່​ຄຳ​ເຕືອນ​ນີ້​ທີ່​ວ່າ: ‘ຄົນ​ທີ່​ຄິດ​ວ່າ​ຕົນ​ໝັ້ນ​ຄົງ​ດີ​ແລ້ວ ຈົ່ງ​ລະວັງ​ຕົວ​ໃຫ້​ດີ​ຢ້ານ​ວ່າ​ຈະ​ລົ້ມ​ລົງ.’—1 ໂກລິນໂທ 10:12, ທ.ປ.

ກຳຈັດ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ

5. (ກ) ໃຫ້​ຍົກ​ຕົວຢ່າງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ໃຫ້​ໄວ​ທີ່​ສຸດ. (ເບິ່ງ​ຮູບ​ທຳອິດ) (ຂ) ການ​ກະທຳ​ແບບ​ໃດ​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ລັກສະນະ​ນິດໄສ​ເກົ່າ​ເຊິ່ງ​ກ່າວ​ເຖິງ​ໃນ​ໂກໂລດ 3:5-9?

5 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້​ວ່າ​ເສື້ອ​ຜ້າ​ທີ່​ເຈົ້າ​ໃສ່​ຢູ່​ເປື້ອນ​ແລະ​ມີ​ກິ່ນ​ເໝັນ? ເຈົ້າ​ຄົງ​ແກ້​ມັນ​ອອກ​ໃຫ້​ໄວ​ທີ່​ສຸດ. ຄ້າຍ​ກັນ ຖ້າ​ເຮົາ​ຮູ້​ວ່າ​ກຳລັງ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ ເຮົາ​ກໍ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ໃຫ້​ໄວ​ທີ່​ສຸດ. ເມື່ອ​ເວົ້າ​ເຖິງ​ການ​ເຮັດ​ສິ່ງ​ທີ່​ບໍ່​ດີ ໂປໂລ​ບອກ​ວ່າ: “ສັບພະ​ທຸກ​ສິ່ງ​ນີ້ ທ່ານ​ທັງ​ຫຼາຍ​ທັງ​ມວນ​ຈົ່ງ​ປະ​ຖິ້ມ​ເສຍ.” ໃຫ້​ເຮົາ​ມາ​ເບິ່ງ 2 ຢ່າງ​ທີ່​ບໍ່​ດີ​ຄື: ການ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ການ​ກະທຳ​ທີ່​ບໍ່​ສະອາດ.—ອ່ານ​ໂກໂລດ 3:5-9

6, 7. (ກ) ຄຳ​ເວົ້າ​ຂອງ​ໂປໂລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຕ້ອງ​ພະຍາຍາມ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ? (ຂ) ຊະ​ກຸ​ລະ​ເຄີຍ​ໃຊ້​ຊີວິດ​ແບບ​ໃດ? ສິ່ງ​ໃດ​ເຮັດ​ໃຫ້​ລາວ​ມີ​ກຳລັງ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ​ໄດ້?

6 ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ໃນ​ຄຳພີ​ໄບເບິນ​ຄຳ​ວ່າ: “ຜິດ​ຊາຍ​ຍິງ” ຫຼື​ຜິດ​ສິນລະທຳ​ທາງ​ເພດ​ແມ່ນ​ການ​ມີ​ເພດ​ສຳພັນ​ກັບ​ໃຜ​ກໍ​ຕາມ​ທີ່​ບໍ່​ໄດ້​ເປັນ​ຜົວ​ຫຼື​ເມຍ​ທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ. ໂປໂລ​ບອກ​ວ່າ: ຄລິດສະຕຽນ​ຕ້ອງ “ກະທຳ​ໃຫ້​ຕາຍ [“ກຳຈັດ,” ລ.ມ.]” ເມື່ອ “ສ່ວນ​ອາການ” ຫຼື​ອະໄວຍະວະ​ທີ່​ຢູ່​ໃນ​ຮ່າງກາຍ​ຂອງ​ເຂົາ​ເຈົ້າ​ຢາກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ກຳຈັດ​ຄວາມ​ຕ້ອງການ​ທີ່​ຜິດໆນີ້. ການ​ເຮັດ​ແບບ​ນີ້​ອາດ​ຈະ​ຍາກ ແຕ່​ເຮົາ​ເຮັດ​ໄດ້!

7 ເຮົາ​ເຫັນ​ໄດ້​ຈາກ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຍີ່ປຸ່ນ​ຊື່ ຊະ​ກຸ​ລະ. * (ເບິ່ງ​ໄຂ​ເງື່ອນ) ຕອນ​ທີ່​ເລີ່ມ​ໃຫຍ່​ເປັນ​ໄວຮຸ່ນ ລາວ​ມັກ​ຮູ້ສຶກ​ເຫງົາ​ແລະ​ເສົ້າ. ເພື່ອ​ພະຍາຍາມ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ນີ້ ລາວ​ເລີ່ມ​ມີ​ເພດ​ສຳພັນ​ຕອນ​ອາຍຸ 15 ປີ. ຊະ​ກຸ​ລະ​ມີ​ເພດ​ສຳພັນ​ກັບ​ຫຼາຍໆຄົນ​ແລະ​ເຄີຍ​ເອົາ​ລູກ​ອອກ 3 ເທື່ອ. ລາວ​ເລົ່າ​ວ່າ: “ທຳອິດ​ຂ້ອຍ​ຮູ້ສຶກ​ມັກ​ຄວາມ​ສຳພັນ​ທີ່​ຜິດໆນີ້ ເພາະ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ເປັນ​ທີ່​ຕ້ອງການ​ແລະ​ເປັນ​ທີ່​ຮັກ​ຂອງ​ຄົນ​ອື່ນ ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ໝັ້ນ​ຄົງ. ແຕ່​ເມື່ອ​ຂ້ອຍ​ເຮັດ​ແບບ​ນັ້ນ​ຫຼາຍ​ເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ຮູ້ສຶກ​ບໍ່​ໝັ້ນ​ຄົງ.” ຊະ​ກຸ​ລະ​ໃຊ້​ຊີວິດ​ແບບ​ນີ້​ຈົນ​ອາຍຸ 23 ປີ. ຕໍ່​ມາ​ລາວ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ຮັກ​ສິ່ງ​ທີ່​ໄດ້​ຮຽນ. ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ເຊົາ​ໃຊ້​ຊີວິດ​ທີ່​ຜິດ​ສິນລະທຳ​ແລະ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ຜິດ​ແລະ​ຄວາມ​ອັບອາຍ​ທີ່​ຝັງ​ຢູ່​ໃນ​ໃຈ. ຕອນ​ນີ້ ຊະ​ກຸ​ລະ​ເປັນ​ໄພໂອເນຍ​ປະຈຳ​ແລະ​ລາວ​ບໍ່​ຮູ້ສຶກ​ເຫງົາ​ອີກ​ແລ້ວ. ລາວ​ບອກ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ແທ້ໆທີ່​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ​ທຸກໆມື້.”

ເອົາ​ຊະນະ​ການ​ກະທຳ​ທີ່​ບໍ່​ສະອາດ

8. ການ​ກະທຳ​ແບບ​ໃດ​ທີ່​ບໍ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ?

8 ການ​ກະທຳ​ທີ່​ບໍ່​ສະອາດ. ໃນ​ຄຳພີ​ໄບເບິນ​ຄຳ​ວ່າ: “ການ​ຂີ້ດຽດ” ຫຼື​ການ​ກະທຳ​ທີ່​ບໍ່​ສະອາດ ນອກ​ຈາກ​ຈະ​ໝາຍ​ເຖິງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລ້ວ​ຍັງ​ໝາຍ​ເຖິງ​ການ​ເຮັດ​ສິ່ງ​ບໍ່​ດີ​ຕ່າງໆອີກ ເຊັ່ນ: ການ​ສູບ​ຢາ​ຫຼື​ການ​ເວົ້າ​ຕະຫຼົກ​ລາມົກ. (2 ໂກລິນໂທ 7:1; ເອເຟດ 5:3, 4) ການ​ກະທຳ​ທີ່​ບໍ່​ສະອາດ​ນີ້​ຍັງ​ລວມ​ເຖິງ​ການ​ເຮັດ​ສິ່ງ​ທີ່​ບໍ່​ດີ​ເມື່ອ​ຢູ່​ຄົນ​ດຽວ ເຊັ່ນ: ການ​ອ່ານ​ປຶ້ມ​ທີ່​ກະຕຸ້ນ​ໃຫ້​ມີ​ອາລົມ​ທາງ​ເພດ​ຫຼື​ການ​ເບິ່ງ​ສື່​ລາມົກ. ສິ່ງ​ເຫຼົ່າ​ນີ້​ອາດ​ກະຕຸ້ນ​ໃຫ້​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ດ້ວຍ​ຕົວ​ເອງ. (ໂກໂລດ 3:5) *—ເບິ່ງ​ໄຂ​ເງື່ອນ

9. “ຄວາມ​ຕັນຫາ” ແບບ​ທີ່​ບໍ່​ມີ​ການ​ຄວບຄຸມ​ເຮັດ​ໃຫ້​ເກີດ​ຜົນ​ແນວ​ໃດ?

9 ການ​ເບິ່ງ​ສື່​ລາມົກ​ເປັນ​ປະຈຳ​ນັ່ນ​ຈະ​ເຮັດ​ໃຫ້​ເກີດ “ຄວາມ​ຕັນຫາ” ແບບ​ທີ່​ບໍ່​ມີ​ການ​ຄວບຄຸມ​ແລະ​ອາດ​ກາຍ​ເປັນ​ຄົນ​ເສບ​ຕິດ​ການ​ມີ​ເພດ​ສຳພັນ. ນັກ​ວິໄຈ​ເຄີຍ​ບອກ​ວ່າ​ການ​ຕິດ​ສື່​ລາມົກ​ກໍ​ຄ້າຍ​ຄື​ກັບ​ການ​ຕິດ​ເຫຼົ້າ​ຫຼື​ຕິດ​ຢາເສບຕິດ ດັ່ງ​ນັ້ນ ການ​ເບິ່ງ​ສື່​ລາມົກ​ຈຶ່ງ​ກໍ່​ໃຫ້​ເກີດ​ຜົນ​ເສຍຫາຍ​ຮ້າຍແຮງ. ນີ້​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ອັບອາຍ​ທີ່​ຝັງ​ຢູ່​ໃນ​ໃຈ ເຮັດ​ວຽກ​ບໍ່​ຄ່ອຍ​ມີ​ປະສິດທິພາບ ຄອບຄົວ​ບໍ່​ມີ​ຄວາມ​ສຸກ ຢ່າ​ຮ້າງ ແລະ​ເຖິງ​ຂັ້ນ​ຂ້າ​ຕົວ​ຕາຍ. ຜູ້​ຊາຍ​ຄົນ​ໜຶ່ງ​ບອກ​ວ່າ: ຫຼັງ​ຈາກ​ທີ່​ລາວ​ເຊົາ​ຕິດ​ສື່​ລາມົກ​ໄດ້ 1 ປີ ລາວ​ຮູ້ສຶກ​ມີ​ຄວາມ​ນັບຖື​ຕົວ​ເອງ​ໄດ້​ອີກ​ເທື່ອ​ໜຶ່ງ.

10. ຣິເບ​ໂລ​ເຊົາ​ຕິດ​ສື່​ລາມົກ​ໄດ້​ແນວ​ໃດ?

10 ເປັນ​ການ​ຕໍ່​ສູ້​ທີ່​ຍາກ​ແທ້ໆສຳລັບ​ຫຼາຍ​ຄົນ​ທີ່​ຈະ​ເຊົາ​ຕິດ​ສື່​ລາມົກ ແຕ່​ການ​ຕໍ່​ສູ້​ນີ້​ເອົາ​ຊະນະ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຣິເບ​ໂລ​ຈາກ​ປະເທດ​ເບຣ​ຊິນ. ຕອນ​ທີ່​ລາວ​ເປັນ​ໄວຮຸ່ນ ລາວ​ອອກ​ຈາກ​ບ້ານ​ແລະ​ໄປ​ເຮັດ​ວຽກ​ຢູ່​ໂຮງ​ງານ​ເຈ້ຍ​ລີ​ໄຊ​ໂຄ. ເມື່ອ​ຢູ່​ທີ່​ນັ້ນ ລາວ​ເຫັນ​ໜັງສື​ໂປ້ ລາວ​ເລົ່າ​ວ່າ: “ຂ້ອຍ​ຄ່ອຍໆຕິດ​ສື່​ລາມົກ. ຂ້ອຍ​ຕິດ​ໜັກ​ຫຼາຍ​ຈົນ​ຈະ​ຖ້າ​ບໍ່​ໄຫວ​ທີ່​ໃຫ້​ແຟນ​ອອກ​ຈາກ​ບ້ານ​ກ່ອນ​ເພື່ອ​ຂ້ອຍ​ຈະ​ໄດ້​ເບິ່ງ​ໜັງ​ໂປ້.” ມື້​ໜຶ່ງ​ຣິເບ​ໂລ​ເບິ່ງ​ກອງ​ປຶ້ມ​ທີ່​ກຳລັງ​ຈະ​ລີ​ໄຊ​ໂຄ ລາວ​ກໍ​ເຫັນ​ປຶ້ມ​ເຄັດ​ລັບ​ສຳລັບ​ຄວາມ​ສຸກ​ໃນ​ຄອບຄົວ ລາວ​ຈັບ​ຂຶ້ນ​ມາ​ອ່ານ. ເມື່ອ​ລາວ​ໄດ້​ອ່ານ ລາວ​ກໍ​ຢາກ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ແຕ່​ລາວ​ຕ້ອງ​ຕໍ່​ສູ້​ອີກ​ດົນ​ຈຶ່ງ​ເຊົາ​ຕິດ​ສື່​ລາມົກ. ອັນ​ໃດ​ຊ່ວຍ​ລາວ? ລາວ​ບອກ​ວ່າ: “ໂດຍ​ການ​ອະທິດຖານ ສຶກສາ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ສິ່ງ​ທີ່​ໄດ້​ຮຽນ ຂ້ອຍ​ກໍ​ມັກ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ​ຫຼາຍ​ຂຶ້ນ​ເລື້ອຍໆ ຈົນ​ຄວາມ​ຮັກ​ທີ່​ຂ້ອຍ​ມີ​ຕໍ່​ພະອົງ​ນັ້ນ​ຫຼາຍ​ກວ່າ​ຄວາມ​ຕ້ອງການ​ເບິ່ງ​ສື່​ລາມົກ.” ຄຳພີ​ໄບເບິນ​ແລະ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊ່ວຍ​ຣິເບ​ໂລ​ໃຫ້​ປ່ຽນ​ແປງ​ຕົວ​ເອງ ຮັບ​ບັບເຕມາ ແລະ​ຕອນ​ນີ້​ລາວ​ຮັບໃຊ້​ເປັນ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ.

ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ແລະ​ກຽດ​ຊັງ​ສິ່ງ​ຊົ່ວ

11. ສິ່ງ​ໃດ​ຈະ​ຊ່ວຍ​ຄົນ​ເຮົາ​ບໍ່​ໃຫ້​ໄປ​ຫຍຸ້ງ​ກ່ຽວ​ກັບ​ສື່​ລາມົກ?

11 ຂໍ​ໃຫ້​ສັງເກດ​ວ່າ​ເພື່ອ​ຈະ​ບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ສື່​ລາມົກ ຣິເບ​ໂລ​ຈະ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ການ​ສຶກສາ​ຄຳພີ​ໄບເບິນ. ລາວ​ຕ້ອງ​ຄິດ​ຢ່າງ​ເລິກ​ເຊິ່ງ​ໃນ​ສິ່ງ​ທີ່​ອ່ານ ແລະ​ໃຫ້​ເລື່ອງ​ນັ້ນ​ເຂົ້າ​ເຖິງ​ຫົວໃຈ. ລາວ​ຕ້ອງ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ. ການ​ເຮັດ​ແບບ​ນີ້​ຊ່ວຍ​ໃຫ້​ຣິເບ​ໂລ​ຮັກ​ພະອົງ​ຫຼາຍ​ຂຶ້ນ ແລະ​ສິ່ງ​ນີ້​ມີ​ພະລັງ​ຫຼາຍ​ກວ່າ​ຄວາມ​ຕ້ອງການ​ທີ່​ຈະ​ເບິ່ງ​ສື່​ລາມົກ. ດັ່ງ​ນັ້ນ ເພື່ອ​ຈະ​ບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ສື່​ລາມົກ ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ແລະ​ກຽດ​ຊັງ​ສິ່ງ​ຊົ່ວ.—ອ່ານ​ຄຳເພງ 97:10

ກຳຈັດ​ຄວາມ​ໃຈ​ຮ້າຍ ການ​ເວົ້າ​ດູຖູກ ແລະ​ການ​ເວົ້າ​ຕົວະ

12. ສິ່ງ​ໃດ​ຊ່ວຍ​ໃຫ້​ສະຕີ​ເວັນ​ເຊົາ​ເປັນ​ຄົນ​ໃຈ​ຮ້າຍ​ແລະ​ເຊົາ​ເວົ້າ​ຫຍາບ​ຄາຍ?

12 ບາງ​ຄົນ​ມີ​ນິດໄສ​ໃຈ​ຮ້າຍ​ງ່າຍ ມັກ​ເວົ້າ​ດູຖູກ​ແລະ​ດ່າ​ຄົນ​ອື່ນ ນິດໄສ​ແບບ​ນີ້​ເຮັດ​ໃຫ້​ຄອບຄົວ​ເດືອດຮ້ອນ. ພໍ່​ຄົນ​ໜຶ່ງ​ຈາກ​ອົດສະຕຣາລີ​ຊື່​ສະຕີ​ເວັນ​ເຄີຍ​ມັກ​ເວົ້າ​ຄຳ​ຫຍາບ​ຄາຍ​ແລະ​ມັກ​ໃຈ​ຮ້າຍ​ກັບ​ເລື່ອງ​ເລັກໆນ້ອຍໆ. ລາວ​ບອກ​ວ່າ: “ຂ້ອຍ​ກັບ​ເມຍ​ເຄີຍ​ແຍກ​ກັນ​ຢູ່​ເຖິງ​ສາມ​ເທື່ອ​ແລະ​ກຳລັງ​ຈະ​ຢ່າ​ຮ້າງ.” ຕໍ່​ມາ​ເຂົາ​ເຈົ້າ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ສະຕີ​ເວັນ​ພະຍາຍາມ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຮູ້ ລາວ​ບອກ​ວ່າ​ກ່ອນ​ຈະ​ຮູ້ຈັກ​ພະ​ເຢໂຫວາ ລາວ​ເປັນ​ຄົນ​ມັກ​ໃຈ​ຮ້າຍ​ໄປ​ກັບ​ເລື່ອງ​ບໍ່​ເປັນ​ເລື່ອງ ລາວ​ຮູ້ສຶກ​ຄື​ລະເບີດ​ທີ່​ກຽມ​ຈະ​ລະເບີດ​ໄດ້​ຕະຫຼອດ​ເວລາ. ແຕ່​ຫຼັງ​ຈາກ​ສະຕີ​ເວັນ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ ທຸກ​ສິ່ງ​ກໍ​ດີ​ຂຶ້ນ. ລາວ​ບອກ​ວ່າ: “ຊີວິດ​ຄອບຄົວ​ຂອງ​ຂ້ອຍ​ດີ​ຂຶ້ນ​ຫຼາຍ​ແທ້ໆ. ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ຂ້ອຍ​ໃຈ​ເຢັນ​ຂຶ້ນ​ແລະ​ຮູ້ສຶກ​ສະຫງົບ​ໃຈ.” ປັດຈຸບັນ ສະຕີ​ເວັນ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ແລະ​ເມຍ​ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ​ຫຼາຍ​ປີ​ແລ້ວ. ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຂອງ​ສະຕີ​ເວັນ​ບອກ​ວ່າ: “ລາວ​ເປັນ​ຄົນ​ງຽບໆ ດຸ​ໝັ່ນ ແລະ​ຖ່ອມ​ຕົວ.” ເຂົາ​ເຈົ້າ​ຍັງ​ບອກ​ອີກ​ວ່າ​ບໍ່​ເຄີຍ​ເຫັນ​ສະຕີ​ເວັນ​ໃຈ​ຮ້າຍ​ເລີຍ. ສະຕີ​ເວັນ​ບໍ່​ໄດ້​ຖື​ວ່າ​ທີ່​ລາວ​ປ່ຽນ​ແປງ​ນິດໄສ​ໄດ້​ເປັນ​ຍ້ອນ​ຄວາມ​ສາມາດ​ຂອງ​ຕົວ​ເອງ. ລາວ​ບອກ​ວ່າ: “ຖ້າ​ຂ້ອຍ​ບໍ່​ຍອມ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ຂ້ອຍ​ຄົງ​ຈະ​ບໍ່​ໄດ້​ຮັບ​ພອນ​ທີ່​ດີ​ເລີດ​ເຫຼົ່າ​ນີ້​ໃນ​ຊີວິດ ເພາະ​ພະອົງ​ຊ່ວຍ​ຂ້ອຍ​ໃຫ້​ປ່ຽນ​ແປງ​ລັກສະນະ​ນິດໄສ​ໃໝ່​ທັງ​ໝົດ.”

13. ເປັນ​ຫຍັງ​ການ​ໃຈ​ຮ້າຍ​ຈຶ່ງ​ອັນຕະລາຍ? ຄຳພີ​ໄບເບິນ​ເຕືອນ​ເຮົາ​ເລື່ອງ​ຫຍັງ?

13 ຄຳພີ​ໄບເບິນ​ເຕືອນ​ວ່າ​ເຮົາ​ຕ້ອງ​ບໍ່​ໃຈ​ຮ້າຍ ເວົ້າ​ດູຖູກ​ຫຼື​ເວົ້າ​ທັ່ງ​ໃສ່​ກັນ. (ເອເຟດ 4:31) ສິ່ງ​ເຫຼົ່າ​ນີ້​ມັກ​ເຮັດ​ໃຫ້​ເກີດ​ຄວາມ​ຮຸນແຮງ. ໃນ​ໂລກ​ທຸກ​ມື້​ນີ້​ຫຼາຍ​ຄົນ​ມັກ​ຄິດ​ວ່າ​ການ​ໃຈ​ຮ້າຍ ຫຼື​ການ​ໃຊ້​ຄວາມ​ຮຸນແຮງ​ເປັນ​ເລື່ອງ​ທຳມະດາ ແຕ່​ການ​ເຮັດ​ແບບ​ນີ້​ບໍ່​ໄດ້​ໃຫ້​ກຽດ​ພະເຈົ້າ​ຜູ້​ສ້າງ​ເຮົາ. ດັ່ງ​ນັ້ນ ພີ່​ນ້ອງ​ຂອງ​ເຮົາ​ຫຼາຍ​ຄົນ​ໄດ້​ປ່ຽນ​ການ​ປະພຶດ​ຂອງ​ເຂົາ​ເຈົ້າ​ແລະ​ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່.—ອ່ານ​ຄຳເພງ 37:8-11

14. ເປັນ​ໄປ​ໄດ້​ບໍ​ທີ່​ຄົນ​ມັກ​ໃຊ້​ຄວາມ​ຮຸນແຮງ​ຈະ​ກາຍ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົວ?

14 ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຮັນ ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ໃນ​ປະເທດ​ໂອ​ຕຣິດ ຜູ້​ປະສານ​ງານ​ຄະນະ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຂອງ​ລາວ​ບອກ​ວ່າ: “ຮັນ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົວ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ພົບ.” ແຕ່​ຮັນ​ບໍ່​ໄດ້​ເປັນ​ຄົນ​ແບບ​ນີ້​ຕັ້ງ​ແຕ່​ທຳອິດ ຕອນ​ເປັນ​ໄວຮຸ່ນ ລາວ​ມັກ​ກິນ​ເຫຼົ້າ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ. ມີ​ເທື່ອ​ໜຶ່ງ​ຕອນ​ທີ່​ລາວ​ເມົາ ລາວ​ໃຈ​ຮ້າຍ​ຫຼາຍ​ຈົນ​ຂ້າ​ແຟນ​ຂອງ​ຕົວ​ເອງ. ຮັນ​ຕິດ​ຄຸກ 20 ປີ ແຕ່​ຊີວິດ​ໃນ​ຄຸກ​ບໍ່​ໄດ້​ປ່ຽນ​ແປງ​ນິດໄສ​ຂອງ​ລາວ​ເລີຍ. ຕໍ່​ມາ​ແມ່​ຂອງ​ຮັນ​ໄດ້​ຂໍ​ໃຫ້​ຜູ້​ເຖົ້າ​ແກ່​ໄປ​ຢາມ​ລາວ ແລະ​ລາວ​ກໍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ. ລາວ​ບອກ​ວ່າ: “ມັນ​ຍາກ​ຫຼາຍ​ທີ່​ຂ້ອຍ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ ແຕ່​ຂໍ້​ພະ​ຄຳພີ​ທີ່​ກະຕຸ້ນ​ໃຈ​ຂ້ອຍ​ແມ່ນ​ເອຊາອີ 55:7 ບອກ​ວ່າ: ‘ຄົນ​ຮ້າຍ​ຈົ່ງ​ປະ​ຖິ້ມ​ຮີດຄອງ​ແຫ່ງ​ຕົນ’ ແລະ 1 ໂກລິນໂທ 6:11 ໄດ້​ເວົ້າ​ເຖິງ​ຄົນ​ທີ່​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ວ່າ: “ແຕ່​ກ່ອນ​ມີ​ຜູ້​ລາງ​ຄົນ​ໃນ​ພວກ​ທ່ານ​ເປັນ​ຢ່າງ​ນັ້ນ.” ເປັນ​ເວລາ​ຫຼາຍ​ປີ​ທີ່​ພະ​ເຢໂຫວາ​ອົດ​ທົນ​ຊ່ວຍ​ຂ້ອຍ​ໂດຍ​ທາງ​ພະລັງ​ບໍລິສຸດ​ເພື່ອ​ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່.” ຮັນ​ຮັບ​ບັບເຕມາ​ຕອນ​ຢູ່​ໃນ​ຄຸກ​ແລະ​ລາວ​ຖືກ​ປ່ອຍ​ຕົວ​ຫຼັງ​ຈາກ​ຕິດ​ຄຸກ 17 ປີ​ເຄິ່ງ. ລາວ​ບອກ​ວ່າ: “ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ມີ​ຄວາມ​ເມດຕາ​ທີ່​ຍິ່ງໃຫຍ່​ແລະ​ໃຫ້​ອະໄພ​ຂ້ອຍ.”

15. ລັກສະນະ​ນິດໄສ​ເກົ່າ​ອີກ​ຢ່າງ​ໜຶ່ງ​ຄື​ຫຍັງ ແລະ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ?

15 ລັກສະນະ​ນິດໄສ​ເກົ່າ​ອີກ​ຢ່າງ​ໜຶ່ງ​ຄື ການ​ຕົວະ. ຕົວຢ່າງ: ຫຼາຍ​ຄົນ​ຕົວະ​ເພື່ອ​ຈະ​ບໍ່​ເສຍ​ພາສີ​ຫຼື​ບໍ່​ຢາກ​ຮັບ​ຜິດ​ຊອບ​ໃນ​ຄວາມ​ຜິດ​ທີ່​ລາວ​ເຮັດ. ແຕ່​ພະ​ເຢໂຫວາ​ເປັນ “ພະເຈົ້າ​ແຫ່ງ​ຄວາມ​ຈິງ.” (ຄຳເພງ 31:5) ພະອົງ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ທີ່​ນະມັດສະການ​ພະອົງ ‘ເວົ້າ​ຄວາມ​ຈິງ’ ແລະ “ຢ່າ​ເວົ້າ​ຕົວະ.” (ເອເຟດ 4:25; ໂກໂລດ 3:9) ເຫັນ​ໄດ້​ແຈ້ງ​ວ່າ​ພວກ​ເຮົາ​ຕ້ອງ​ເວົ້າ​ຄວາມ​ຈິງ​ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ໜ້າ​ອາຍ​ຫຼື​ຍາກ​ກໍ​ຕາມ.—ສຸພາສິດ 6:16-19

ວິທີ​ທີ່​ເຂົາ​ເຈົ້າ​ເອົາ​ຊະນະ

16. ມີ​ສິ່ງ​ໃດ​ແດ່​ຈະ​ຊ່ວຍ​ເຮົາ​ໃຫ້​ຖິ້ມ​ລັກສະນະ​ນິດໄສ​ເກົ່າ?

16 ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ດ້ວຍ​ກຳລັງ​ຂອງ​ເຮົາ​ເອງ. ຕົວຢ່າງ​ຂອງ​ພີ່​ນ້ອງ​ຊະ​ກຸ​ລະ ຣິເບ​ໂລ ສະຕີ​ເວັນ ແລະ​ຮັນ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຕໍ່​ສູ້​ຢ່າງ​ໜັກ​ເພື່ອ​ປ່ຽນ​ແປງ​ຊີວິດ​ຕົວ​ເອງ. ສິ່ງ​ທີ່​ຊ່ວຍ​ເຂົາ​ເຈົ້າ​ກໍ​ຄື​ພະລັງ​ຈາກ​ຄຳພີ​ໄບເບິນ​ແລະ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. (ລືກາ 11:13; ເຫບເລີ 4:12) ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພະລັງ​ນັ້ນ ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ຄິດ​ຕຶກຕອງ ອະທິດຖານ​ຂໍ​ສະຕິ​ປັນຍາ ແລະ​ຂໍ​ກຳລັງ​ໃຫ້​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ. (ໂຢຊວຍ 1:8; ຄຳເພງ 119:97; 1 ເທຊະໂລນີກ 5:17) ເຮົາ​ຍັງ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳພີ​ໄບເບິນ​ແລະ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເມື່ອ​ເຮົາ​ກຽມ​ສ່ວນ​ຕ່າງໆສຳລັບ​ການ​ປະຊຸມ​ຢ່າງ​ດີ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ. (ເຫບເລີ 10:24, 25) ແລະ​ເຮົາ​ຄວນ​ຈະ​ຮັບ​ປະໂຫຍດ​ຈາກ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້​ເຮົາ ເຊັ່ນ: ໜັງສື​ຕ່າງໆ ລາຍການ​ໂທລະທັດ JW ແ​ອັບ JW Library ແລະ​ເວັບໄຊ jw.org.—ລືກາ 12:42

ເຮົາ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 16)

17. ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ເຮົາ​ໄດ້​ຮຽນ​ເລື່ອງ​ການ​ກະທຳ​ທີ່​ບໍ່​ດີ​ຫຼາຍ​ຢ່າງ​ເຊິ່ງ​ຄລິດສະຕຽນ​ຕ້ອງ​ຖິ້ມ​ແລະ​ບໍ່​ກັບ​ໄປ​ເຮັດ​ອີກ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ແຕ່​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ ເຮົາ​ຕ້ອງ​ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່​ແລະ​ຮັກສາ​ໄວ້​ຕະຫຼອດ​ຊີວິດ​ເຊິ່ງ​ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

^ ຂໍ້ 7 ບາງ​ຊື່​ໃນ​ບົດ​ຄວາມ​ນີ້​ເປັນ​ຊື່​ສົມມຸດ.

^ ຂໍ້ 8 ເບິ່ງ​ບົດ​ທີ 25 ຂອງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 1