ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ຮັກ—ຄຸນ​ລັກສະນະ​ທີ່​ມີ​ຄ່າ​ຫຼາຍ

ຄວາມ​ຮັກ—ຄຸນ​ລັກສະນະ​ທີ່​ມີ​ຄ່າ​ຫຼາຍ

ພະ​ເຢໂຫວາ​ດົນ​ໃຈ​ໂປໂລ​ໃຫ້​ຂຽນ 9 ຄຸນ​ລັກສະນະ​ທີ່​ເປັນ​ໝາກ​ຜົນ​ຂອງ​ພະລັງ​ບໍລິສຸດ. (ຄາລາຊີ 5:22, 23, ລ.ມ.) ຄຸນ​ລັກສະນະ​ທີ່​ດີ​ງາມ​ເຫຼົ່າ​ນີ້​ເອີ້ນ​ວ່າ: “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” * (ເບິ່ງ​ໄຂ​ເງື່ອນ) ໝາກ​ຜົນ​ນີ້​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ “ລັກສະນະ​ນິດໄສ​ໃໝ່” ທີ່​ຄລິດສະຕຽນ​ຕ້ອງ​ປູກ​ຝັງ. (ໂກໂລດ 3:10, ລ.ມ.) ເມື່ອ​ຕົ້ນ​ໄມ້​ໄດ້​ຮັບ​ນໍ້າ​ຢ່າງ​ພຽງ​ພໍ​ກໍ​ຈະ​ເກີດ​ດອກ​ອອກ​ຜົນ. ຄ້າຍ​ກັນ ເມື່ອ​ຄົນ​ໜຶ່ງ​ຍອມ​ໃຫ້​ພະລັງ​ບໍລິສຸດ​ດຳເນີນ​ໃນ​ຊີວິດ​ຢ່າງ​ເຕັມທີ ລາວ​ກໍ​ຈະ​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ງາມ​ນີ້​ໄດ້.—ຄຳເພງ 1:1-3

ໂປໂລ​ເວົ້າ​ເຖິງ​ຄວາມ​ຮັກ​ເປັນ​ຢ່າງ​ທຳອິດ. ຄຸນ​ລັກສະນະ​ນີ້​ມີ​ຄ່າ​ຫຼາຍ​ສໍ່າ​ໃດ? ໂປໂລ​ບອກ​ວ່າ: ຖ້າ​ບໍ່​ມີ​ຄວາມ​ຮັກ ລາວ​ກໍ “ບໍ່​ມີ​ຄຸນຄ່າ​ຫຍັງ.” (1 ໂກລິນໂທ 13:2, ທ.ປ.) ແຕ່​ຄວາມ​ຮັກ​ແມ່ນ​ຫຍັງ? ເຮົາ​ຈະ​ພັດທະນາ​ຄຸນ​ລັກສະນະ​ນີ້​ແນວ​ໃດ? ແລະ​ເຮົາ​ສະແດງ​ຄວາມ​ຮັກ​ທຸກໆມື້​ໄດ້​ແນວ​ໃດ?

ຄວາມ​ຮັກ​ແມ່ນ​ຫຍັງ?

ເຖິງ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ອະທິບາຍ​ວ່າ​ຄວາມ​ຮັກ​ແມ່ນ​ຫຍັງ ແຕ່​ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ຄົນ​ທີ່​ຮັກ​ຄົນ​ອື່ນ​ຈະ​ຄິດ​ແລະ​ເຮັດ​ແບບ​ໃດ. ຕົວຢ່າງ: ຄົນ​ທີ່​ຮັກ​ຄົນ​ອື່ນ​ຈະ “ອົດ​ກັ້ນ​ແລະ​ເມດຕາ​ກະລຸນາ” ແລະ “ມັກ​ຄວາມ​ຈິງ.” ລາວ​ຈະ “ຍອມ​ທົນ​ຮັບ​ທຸກ​ຢ່າງ ເຊື່ອ​ຢູ່​ສະເໝີ ຫວັງ​ຢູ່​ສະເໝີ ອົດ​ທົນ​ໄດ້​ທຸກ​ຢ່າງ.” ລາວ​ຈະ​ຮູ້ສຶກ​ຜູກ​ພັນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄົນ​ອື່ນ ເປັນ​ຫ່ວງ​ເຂົາ​ເຈົ້າ​ຫຼາຍ​ແລະ​ເປັນ​ໝູ່​ທີ່​ພັກດີ. ແຕ່​ຄົນ​ທີ່​ບໍ່​ມີ​ຄວາມ​ຮັກ​ຈະ​ອິດສາ ຍິ່ງ​ຈອງຫອງ ຫຍາບ​ຄາຍ ເຫັນ​ແກ່​ຕົວ ແລະ​ຜູກ​ໃຈ​ເຈັບ. ແທນ​ທີ່​ຈະ​ສະແດງ​ຄຸນ​ລັກສະນະ​ທີ່​ບໍ່​ດີ​ແບບ​ນັ້ນ ເຮົາ​ຢາກ​ສະແດງ​ຄວາມ​ຮັກ​ແທ້​ຕໍ່​ຄົນ​ອື່ນ​ຄື​ຮັກ​ທີ່ “ບໍ່​ເຫັນ​ແກ່​ຕົວ.”—1 ໂກລິນໂທ 13:4-8, ລ.ມ.

ພະ​ເຢໂຫວາ​ແລະ​ພະ​ເຍຊູ​ວາງ​ຕົວຢ່າງ​ທີ່​ສົມບູນ​ແບບ​ໃນ​ເລື່ອງ​ຄວາມ​ຮັກ

“ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ເຮົາ​ເຫັນ​ຈາກ​ຜົນ​ງານ​ແລະ​ການ​ກະທຳ​ທຸກ​ຢ່າງ​ຂອງ​ພະອົງ. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ໂດຍ​ສົ່ງ​ພະ​ເຍຊູ​ມາ​ໂລກ​ນີ້​ເພື່ອ​ທົນ​ທຸກ​ແລະ​ຕາຍ​ແທນ​ເຮົາ. ໂຢຮັນ​ບອກ​ວ່າ: “ໃນ​ຂໍ້​ນີ້​ຄວາມ​ຮັກ​ແຫ່ງ​ພະເຈົ້າ​ຝ່າຍ​ພວກ​ເຮົາ​ໄດ້​ປາກົດ​ແຈ້ງ ຄື​ວ່າ​ພະເຈົ້າ​ໄດ້​ໃຊ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ​ເຂົ້າ​ມາ​ໃນ​ໂລກ ເພື່ອ​ເຮົາ​ທັງ​ຫຼາຍ​ຈະ​ໄດ້​ມີ​ຊີວິດ​ດ້ວຍ​ພະ​ບຸດ​ນັ້ນ. ໃນ​ຂໍ້​ນີ້​ເປັນ​ຄວາມ​ຮັກ ບໍ່​ໃຊ່​ທີ່​ພວກ​ເຮົາ​ໄດ້​ຮັກ​ພະເຈົ້າ ແຕ່​ວ່າ​ພະອົງ​ໄດ້​ຮັກ​ເຮົາ​ທັງ​ຫຼາຍ ແລະ​ໄດ້​ໃຊ້​ພະ​ບຸດ​ຂອງ​ພະອົງ​ເປັນ​ຄວາມ​ໄຖ່​ໂທດ​ບາບ​ຂອງ​ເຮົາ​ທັງ​ຫຼາຍ.” (1 ໂຢຮັນ 4:9, 10) ຍ້ອນ​ພະເຈົ້າ​ຮັກ​ເຮົາ ເຮົາ​ຈຶ່ງ​ໄດ້​ຮັບ​ການ​ອະໄພ​ບາບ ມີ​ຄວາມ​ຫວັງ​ແລະ​ໄດ້​ຊີວິດ.

ພະ​ເຍຊູ​ຍັງ​ສະແດງ​ວ່າ​ເພິ່ນ​ຮັກ​ມະນຸດ​ໂດຍ​ສະລະ​ຊີວິດ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະເຈົ້າ. ໂປໂລ​ບອກ​ວ່າ: “ດ້ວຍ​ນໍ້າໃຈ​ນັ້ນ ເຮົາ​ທັງ​ຫຼາຍ​ເປັນ​ທີ່​ຕັ້ງ​ໄວ້​ຕ່າງ​ຫາກ​ເປັນ​ບໍລິສຸດ​ແລ້ວ ດ້ວຍ​ບູຊາ​ຖວາຍ​ພະ​ກາຍ​ຂອງ​ພະ​ເຍຊູ​ຄລິດ​ເທື່ອ​ດຽວ​ສິ້ນ​ສຸດ.” (ເຫບເລີ 10:9, 10) ບໍ່​ມີ​ຜູ້​ໃດ​ຈະ​ສະແດງ​ຄວາມ​ຮັກ​ໄດ້​ຫຼາຍ​ເທົ່າ​ນີ້. ພະ​ເຍຊູ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ອັນ​ໃຫຍ່​ກວ່າ​ນີ້ ຄື​ວ່າ​ໄດ້​ປົງ​ຊີວິດ​ແຫ່ງ​ຕົນ​ຕາງ​ສ່ຽວ​ທັງ​ຫຼາຍ​ແຫ່ງ​ຕົນ.” (ໂຢຮັນ 15:13) ແລ້ວ​ມະນຸດ​ບໍ່​ສົມບູນ​ແບບ​ຈະ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ບໍ? ໄດ້​ແທ້! ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ໄດ້​ແນວ​ໃດ.

“ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ”

ໂປໂລ​ກະຕຸ້ນ​ເຮົາ​ວ່າ: ‘ຈົ່ງ​ເປັນ​ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ​ເໝືອນ​ເປັນ​ລູກ​ທີ່​ຮັກ​ຂອງ​ພະເຈົ້າ ແລະ​ຈົ່ງ​ທຽວ​ໄປ​ໃນ​ຄວາມ​ຮັກ [“ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ,” ລ.ມ.] ເໝືອນ​ດັ່ງ​ພະ​ຄລິດ​ໄດ້​ຮັກ​ເຮົາ ແລະ​ໄດ້​ມອບ​ພະອົງ​ເອງ​ໄວ້​ແທນ​ເຮົາ.’ (ເອເຟດ 5:1, 2) ການ “ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ” ໝາຍ​ເຖິງ​ຫຍັງ? ໝາຍ​ເຖິງ​ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ສະເໝີ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. ເຮົາ​ບໍ່​ພຽງ​ແຕ່​ເວົ້າ​ວ່າ​ເຮົາ​ຮັກ​ຄົນ​ອື່ນ ແຕ່​ເຮົາ​ຕ້ອງ​ລົງ​ມື​ເຮັດ​ນຳ. ໂຢຮັນ​ຂຽນ​ວ່າ: ‘ລູກ​ນ້ອຍ​ທັງ​ຫຼາຍ​ເອີຍ ເຮົາ​ທັງ​ຫຼາຍ​ຢ່າຊູ່​ຮັກ​ດ້ວຍ​ຖ້ອຍຄຳ​ແລະ​ດ້ວຍ​ລີ້ນ ແຕ່​ວ່າ​ຮັກ​ດ້ວຍ​ກິດຈະການ​ແລະ​ຄວາມ​ຈິງ.’ (1 ໂຢຮັນ 3:18) ຕົວຢ່າງ: ເຮົາ​ປະກາດ “ຂ່າວ​ດີ​ເລື່ອງ​ລັດຖະບານ​ຂອງ​ພະເຈົ້າ” ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຜູ້​ຄົນ. (ມັດທາຍ 24:14, ລ.ມ.; ລືກາ 10:27) ເຮົາ​ຍັງ “ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ” ຖ້າ​ເຮົາ​ອົດ​ທົນ ເມດຕາ ແລະ​ໃຫ້​ອະໄພ. ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ພະ​ຄຳພີ​ທີ່​ວ່າ: “ພວກ​ເຈົ້າ​ຕ້ອງ​ເຕັມ​ໃຈ​ໃຫ້​ອະໄພ​ກັນ​ເໝືອນ​ທີ່​ພະ​ເຢໂຫວາ​ເຕັມ​ໃຈ​ໃຫ້​ອະໄພ​ເຈົ້າ.”—ໂກໂລດ 3:13, ລ.ມ.

ຖ້າ​ເຮົາ​ແນະນຳ​ຫຼື​ເຕືອນ​ຄົນ​ອື່ນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຮັກ​ເຂົາ​ເຈົ້າ. ຕົວຢ່າງ: ເພື່ອ​ຈະ​ໃຫ້​ລູກ​ເຊົາ​ໄຫ້ ພໍ່​ແມ່​ບາງ​ຄົນ​ອາດ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ລູກ​ຕ້ອງການ ແຕ່​ພໍ່​ແມ່​ທີ່​ຮັກ​ລູກ​ແທ້ໆຈະ​ໜັກແໜ້ນ​ແລະ​ບໍ່​ຕາມ​ໃຈ​ລູກ​ເມື່ອ​ເຫັນ​ວ່າ​ຈຳເປັນ. ຄ້າຍ​ກັນ ເຖິງ​ວ່າ​ພະ​ເຢໂຫວາ​ເປັນ​ຄວາມ​ຮັກ ແຕ່​ຖ້າ ‘ພະອົງ​ຮັກ​ຜູ້​ໃດ​ພະອົງ​ຈຶ່ງ​ຕີ​ສອນ​ຜູ້​ນັ້ນ.’ (ເຫບເລີ 12:6) ການ​ຕີ​ສອນ​ຕາມ​ທີ່​ຈຳເປັນ​ເປັນ​ການ​ສະແດງ​ຄວາມ​ຮັກ. (ສຸພາສິດ 3:11, 12) ໃຫ້​ຈື່​ວ່າ ທຸກ​ຄົນ​ເປັນ​ຄົນ​ບາບ​ແລະ​ບໍ່​ຄ່ອຍ​ສະແດງ​ຄວາມ​ຮັກ ແຕ່​ເຮົາ​ປັບ​ປຸງ​ເລື່ອງ​ນີ້​ໄດ້. ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ 3 ວິທີ.

ເຮົາ​ຈະ​ປູກ​ຝັງ​ຄວາມ​ຮັກ​ໄດ້​ແນວ​ໃດ?

ວິທີ​ທີ່ 1 ໃຫ້​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ຮັກ. ພະ​ເຍຊູ​ບອກ​ວ່າ​ພະ​ເຢໂຫວາ “ປະທານ​ພະ​ວິນຍານ [“ພະລັງ,” ລ.ມ.] ບໍລິສຸດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ຂໍ​ກັບ​ພະອົງ.” (ລືກາ 11:13) ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ຖ້າ​ເຮົາ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ແລະ​ຍອມ​ໃຫ້​ພະລັງ​ນັ້ນ​ຊ່ວຍ ເຮົາ​ກໍ​ຈະ​ສາມາດ​ສະແດງ​ຄວາມ​ຮັກ​ຫຼາຍ​ຂຶ້ນ. (ຄາລາຊີ 5:16) ຕົວຢ່າງ: ຖ້າ​ເຈົ້າ​ເປັນ​ຜູ້​ເຖົ້າ​ແກ່ ເຈົ້າ​ສາມາດ​ຂໍ​ພະລັງ​ບໍລິສຸດ​ຊ່ວຍ​ເຈົ້າ​ໃຫ້​ສະແດງ​ຄວາມ​ຮັກ​ເມື່ອ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ. ແລະ​ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ສາມາດ​ຂໍ​ພະລັງ​ບໍລິສຸດ​ເພື່ອ​ຕີ​ສອນ​ລູກ​ດ້ວຍ​ຄວາມ​ຮັກ​ບໍ່​ແມ່ນ​ຍ້ອນ​ຢາກ​ຮ້າຍ.

ວິທີ​ທີ່ 2 ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຍຊູ​ສະແດງ​ຄວາມ​ຮັກ​ເມື່ອ​ຖືກ​ຄົນ​ອື່ນ​ຂົ່ມເຫງ. (1 ເປໂຕ 2:21, 23) ຖ້າ​ບາງ​ຄົນ​ເຮັດ​ໃຫ້​ເຈົ້າ​ຮູ້​ສຶກ​ເຈັບ​ໃຈ ຫຼື​ບໍ່​ໄດ້​ຮັບ​ຄວາມ​ຍຸຕິທຳ ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຖ້າ​ເປັນ​ພະ​ເຍຊູ ເພິ່ນ​ຈະ​ເຮັດ​ແນວ​ໃດ?’ ພີ່​ນ້ອງ​ຍິງ​ຊື່​ລີ​ຮູ້ສຶກ​ວ່າ​ການ​ຖາມ​ຕົວ​ເອງ​ແບບ​ນີ້​ຊ່ວຍ​ລາວ​ໃຫ້​ຄິດ​ກ່ອນ​ເຮັດ. ລາວ​ບອກ​ວ່າ: “ຄັ້ງ​ໜຶ່ງ ເພື່ອນ​ຮ່ວມ​ງານ​ຄົນ​ໜຶ່ງ​ສົ່ງ​ອີເມວ​ນິນທາ​ຂ້ອຍ​ກັບ​ວຽກ​ທີ່​ຂ້ອຍ​ເຮັດ​ໃຫ້​ເພື່ອນ​ຮ່ວມ​ງານ​ຫຼາຍ​ຄົນ​ຟັງ. ຂ້ອຍ​ເສຍໃຈ​ຫຼາຍ ແຕ່​ຂ້ອຍ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ນີ້​ໂດຍ​ຮຽນ​ແບບ​ພະ​ເຍຊູ?’ ເມື່ອ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ເຮັດ ຂ້ອຍ​ກໍ​ເລີຍ​ປ່ອຍ​ມັນ​ໄປ​ແລະ​ບໍ່​ຊາ​ເລື່ອງ​ນັ້ນ. ຕໍ່​ມາ​ຂ້ອຍ​ຈຶ່ງ​ຮູ້​ວ່າ​ລາວ​ກຳລັງ​ປ່ວຍ​ໜັກ​ແລະ​ມີ​ຄວາມ​ກົດ​ດັນ​ຫຼາຍ​ຢ່າງ. ຂ້ອຍ​ຈຶ່ງ​ສະ​ຫຼຸບ​ວ່າ​ສິ່ງ​ທີ່​ລາວ​ຂຽນ​ອາດ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ແບບ​ນັ້ນ​ແທ້ໆ. ເມື່ອ​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຍຊູ​ເຖິງ​ວ່າ​ຈະ​ຖືກ​ດູຖູກ ແຕ່​ເພິ່ນ​ກໍ​ສະແດງ​ຄວາມ​ຮັກ ຂ້ອຍ​ກໍ​ຢາກ​ເຮັດ​ແບບ​ນີ້​ກັບ​ເພື່ອນ​ຮ່ວມ​ງານ​ຄົນ​ນັ້ນ​ຄື​ກັນ.” ຖ້າ​ເຮົາ​ຮຽນ​ແບບ​ພະ​ເຍຊູ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ສະເໝີ.

ວິທີ​ທີ່ 3 ໃຫ້​ຝຶກ​ທີ່​ຈະ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ. ຄວາມ​ຮັກ​ແບບ​ນີ້​ແຫຼະ​ສະແດງ​ວ່າ​ເຮົາ​ເປັນ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ. (ໂຢຮັນ 13:34, 35) ພະ​ເຍຊູ​ສະແດງ​ຄວາມ​ຮັກ​ແບບ​ນີ້​ແລະ​ເປັນ​ຕົວຢ່າງ​ທີ່​ສົມບູນ​ແບບ​ໃຫ້​ເຮົາ. ເພິ່ນ​ເຮັດ​ແນວ​ໃດ? ເພິ່ນ​ອອກ​ຈາກ​ສະຫວັນ​ແລະ “ຍອມ​ທຳລາຍ [“ສະລະ,”ລ.ມ.] ຕົວ​ເອງ” ເຖິງ​ຂັ້ນ “ຕາຍ” ເພື່ອ​ເຮົາ. (ຟີລິບ 2:5-8) ເມື່ອ​ຮຽນ​ແບບ​ຄວາມ​ຮັກ​ແບບ​ເສຍ​ສະລະ​ຂອງ​ພະ​ເຍຊູ ເຮົາ​ຈະ​ຄິດ​ແລະ​ຮູ້ສຶກ​ຄື​ກັບ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ເຮົາ​ຈະ​ສົນ​ໃຈ​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ​ຫຼາຍ​ກວ່າ​ຂອງ​ເຮົາ​ເອງ.

ປະໂຫຍດ​ຂອງ​ການ​ສະແດງ​ຄວາມ​ຮັກ

ການ​ສະແດງ​ຄວາມ​ຮັກ​ມີ​ປະໂຫຍດ​ຫຼາຍ​ຢ່າງ. ຂໍ​ໃຫ້​ເບິ່ງ 2 ຕົວຢ່າງ​ນີ້:

ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

  • ເປັນ​ພີ່​ນ້ອງ​ກັນ​ທົ່ວ​ໂລກ: ຍ້ອນ​ເຮົາ​ຮັກ​ກັນ ເຮົາ​ຈຶ່ງ​ຮູ້​ວ່າ​ພີ່​ນ້ອງ​ທຸກ​ປະຊາຄົມ​ທົ່ວ​ໂລກ​ຈະ​ຍິນດີ​ຕ້ອນຮັບ​ເຮົາ​ຢ່າງ​ອົບອຸ່ນ​ເມື່ອ​ເຮົາ​ໄປ​ຢາມ. ໜ້າ​ຍິນດີ​ແທ້ໆທີ່​ຮູ້​ວ່າ ‘ພີ່​ນ້ອງ​ທັງ​ຫຼາຍ​ທີ່​ຢູ່​ໃນ​ທົ່ວ​ໂລກ’ ຮັກ​ເຮົາ! (1 ເປໂຕ 5:9) ມີ​ແຕ່​ປະຊາຊົນ​ຂອງ​ພະເຈົ້າ​ກຸ່ມ​ດຽວ​ເທົ່າ​ນັ້ນ​ທີ່​ມີ​ຄວາມ​ຮັກ​ແບບ​ນີ້.

  • ມີ​ສັນຕິສຸກ: ຄຳພີ​ໄບເບິນ​ບອກ​ວ່າ: ການ ‘ອົດ​ທົນ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ’ ເຮັດ​ໃຫ້​ເຮົາ​ມີ ‘ສັນຕິສຸກ​ທີ່​ຜູກ​ພັນ​ເຮົາ​ໃຫ້​ເປັນ​ໜຶ່ງ​ດຽວ.’ (ເອເຟດ 4:2, 3, ລ.ມ.) ເຮົາ​ພົບ​ສັນຕິສຸກ​ແບບ​ນີ້​ເມື່ອ​ໄປ​ປະຊຸມ​ປະຈຳ​ປະຊາຄົມ ປະຊຸມ​ໝວດ ແລະ​ປະຊຸມ​ພາກ. ເຈົ້າ​ອາດ​ເຫັນ​ດີ​ນຳ​ວ່າ​ສັນຕິສຸກ​ແບບ​ນີ້​ຫາ​ຈາກ​ໃສ​ບໍ່​ໄດ້​ອີກ​ແລ້ວ​ໃນ​ໂລກ​ທີ່​ແບ່ງ​ແຍກ​ໃນ​ທຸກ​ມື້​ນີ້! (ຄຳເພງ 119:165; ເອຊາອີ 54:13) ເມື່ອ​ເຮົາ​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ​ກໍ​ສະແດງ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ​ຈາກ​ໃຈ ແລະ​ເຮົາ​ເຮັດ​ໃຫ້​ພໍ່​ທີ່​ຢູ່​ໃນ​ສະຫວັນ​ດີ​ໃຈ.—ຄຳເພງ 133:1-3; ມັດທາຍ 5:9

“ຄວາມ​ຮັກ​ເສີມ​ສ້າງ​ກັນ​ຂຶ້ນ”

ໂປໂລ​ຂຽນ​ວ່າ: “ຄວາມ​ຮັກ​ເສີມ​ສ້າງ​ກັນ​ຂຶ້ນ.” (1 ໂກລິນໂທ 8:1, ລ.ມ.) ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໃນ 1 ໂກລິນໂທ​ບົດ 13 ເຊິ່ງ​ບາງ​ຄົນ​ເອີ້ນ​ວ່າ: “ບົດ​ເພງ​ຂອງ​ຄວາມ​ຮັກ” ໂປໂລ​ອະທິບາຍ​ເຖິງ​ວິທີ​ທີ່​ຄວາມ​ຮັກ​ເສີມ​ສ້າງ​ກັນ​ຂຶ້ນ. ຄວາມ​ຮັກ​ຈະ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ແລະ​ຄວາມ​ຮັກ​ບໍ່​ເຫັນ​ແກ່​ຕົວ. (1 ໂກລິນໂທ 10:24; 13:5) ເພາະ​ຄວາມ​ຮັກ​ເຮັດ​ໃຫ້​ຄຳນຶງ​ເຖິງ​ຄົນ​ອື່ນ ເປັນ​ຫ່ວງ​ຄົນ​ອື່ນ ເປັນ​ຄົນ​ອົດ​ທົນ ແລະ​ເມດຕາ​ກະລຸນາ. ຄວາມ​ຮັກ​ເຮັດ​ໃຫ້​ຄອບຄົວ​ຮັກ​ກັນ​ແລະ​ເຮັດ​ໃຫ້​ປະຊາຄົມ​ເປັນ​ໜຶ່ງ​ດຽວ.—ໂກໂລດ 3:14

ການ​ຮັກ​ຄົນ​ອື່ນ​ສາມາດ​ສະແດງ​ອອກ​ໄດ້​ຫຼາຍ​ວິທີ ແຕ່​ການ​ຮັກ​ພະ​ເຢໂຫວາ​ເປັນ​ຄວາມ​ຮັກ​ທີ່​ມີ​ຄ່າ​ແລະ​ເປັນ​ຄວາມ​ຮັກ​ທີ່​ເສີມ​ສ້າງ​ທີ່​ສຸດ. ຍ້ອນ​ຫຍັງ? ຍ້ອນ​ການ​ຮັກ​ພະ​ເຢໂຫວາ​ເຮັດ​ໃຫ້​ພວກ​ເຮົາ​ສາມັກຄີ​ກັນ! ຄົນ​ຈາກ​ທຸກ​ພູມ​ຫຼັງ ທຸກ​ເຊື້ອ​ຊາດ ແລະ​ທຸກ​ພາສາ​ມາ​ນະມັດສະການ​ພະອົງ​ຮ່ວມ​ກັນ​ແລະ​ຮັບໃຊ້​ພະອົງ “ດ້ວຍ​ໃຈ​ອັນ​ດຽວ​ກັນ.” (ໂຊໂຟນີ 3:9) ດັ່ງ​ນັ້ນ ທຸກໆມື້​ໃຫ້​ເຮົາ​ຕັ້ງ​ໃຈ​ສະແດງ​ຄວາມ​ຮັກ​ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ມີ​ຄ່າ​ແລະ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.

^ ຂໍ້ 2 ນີ້​ເປັນ​ບົດ​ຄວາມ​ທຳອິດ​ໃນ​ບົດ​ຄວາມ​ຊຸດ 9 ບົດ​ຄວາມ​ທີ່​ຈະ​ເວົ້າ​ເຖິງ​ຄຸນ​ລັກສະນະ​ແຕ່​ລະ​ຢ່າງ​ເຊິ່ງ​ເປັນ​ໝາກ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.