ເຈົ້າຮູ້ບໍ?
ເປັນຫຍັງພະເຍຊູຕຳໜິການສາບານ?
ກົດໝາຍຂອງໂມເຊຍອມໃຫ້ປະຊາຊົນສາບານໂດຍເວົ້າທຳນອງນີ້ວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຈົ້າ” ຫຼື “ຂ້ອຍຂໍສາບານໃນນາມຊື່ຂອງພະເຢໂຫວາ.” ແຕ່ໃນສະໄໝຂອງພະເຍຊູ ການສາບານກາຍເປັນເລື່ອງທຳມະດາເຊິ່ງຊາວຢິວມັກຈະສາບານເກືອບທຸກເລື່ອງທີ່ເຂົາເຈົ້າເວົ້າ. ເຂົາເຈົ້າສາບານເພື່ອຢາກໃຫ້ຄຳເວົ້າຂອງຕົວເອງໜ້າເຊື່ອຖືຫຼາຍຂຶ້ນ ແຕ່ພະເຍຊູຕຳໜິການສາບານແບບນີ້ 2 ເທື່ອ. ພະເຍຊູບອກວ່າ: “ໃຫ້ຖ້ອຍຄຳຂອງທ່ານທັງຫຼາຍເປັນຢ່າງນີ້ ແມ່ນກໍວ່າແມ່ນ ບໍ່ແມ່ນກໍວ່າບໍ່ແມ່ນ.”—ມັດທາຍ 5:33-37; 23:16-22
ຕາມທີ່ບອກໄວ້ໃນວັດຈະນານຸກົມເທວະວິທະຍາຂອງພະຄຳພີພາກພັນທະສັນຍາໃໝ່ (Theological Dictionary of the New Testament) ແລະພະຄຳພີທາມຸດ (Talmud) ບອກລາຍລະອຽດວ່າຄຳສາບານໃດທີ່ຕ້ອງເຮັດຕາມແລະຄຳສາບານໃດທີ່ບໍ່ຕ້ອງເຮັດຕາມ ນີ້ຊ່ວຍເຮົາໃຫ້ເຫັນວ່າຊາວຢິວມັກສາບານຫຼາຍສໍ່າໃດ.
ພະເຍຊູບໍ່ແມ່ນຄົນດຽວທີ່ຕຳໜິການກະທຳແບບນີ້. ຕົວຢ່າງ: ຟລາວິອຸດ ໂຢເຊຟຸດນັກປະຫວັດສາດຊາວຢິວຂຽນກ່ຽວກັບນິກາຍໜຶ່ງຂອງສາສະໜາຢິວວ່າເຂົາເຈົ້າຫ້າມບໍ່ໃຫ້ສາບານ. ສະມາຊິກນິກາຍນີ້ເຊື່ອວ່າການສາບານຊົ່ວຮ້າຍກວ່າການຕົວະ ແລະຖ້າໃຜສາບານເພື່ອຈະໃຫ້ຄົນອື່ນເຊື່ອຖື ຄົນນັ້ນຈະຕ້ອງຕົວະແນ່ນອນ. ປຶ້ມຂອງຊາວຢິວຊື່ ປັນຍາຂອງສີລັດຫຼືອີກຊື່ໜຶ່ງຄືແອັກຄລີຊີແອດທິຄັດ (Ecclesiasticus) ເຊິ່ງບໍ່ໄດ້ເປັນສ່ວນໜຶ່ງຂອງຄຳພີໄບເບິນ (23:11) ບອກວ່າ: “ຄົນທີ່ມັກສາບານເປັນຄົນທີ່ຊົ່ວແທ້ໆ.” ພະເຍຊູຕຳໜິການສາບານໃນເລື່ອງທີ່ບໍ່ສຳຄັນ ດັ່ງນັ້ນ ຖ້າເຮົາເວົ້າຄວາມຈິງສະເໝີ ເຮົາກໍບໍ່ຈຳເປັນຕ້ອງສາບານເພື່ອໃຫ້ຄຳເວົ້າຂອງເຮົາໜ້າເຊື່ອຖື.