ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ດີ​ຄື​ກັບ​ໂນເອ ດານຽນ ແລະ​ໂຢບ​ບໍ?

ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ດີ​ຄື​ກັບ​ໂນເອ ດານຽນ ແລະ​ໂຢບ​ບໍ?

“ຄົນ​ທັງ​ຫຼາຍ​ທີ່​ເມົາ​ມົວ​ເຮັດ​ການ​ຮ້າຍ​ກໍ​ບໍ່​ເຂົ້າ​ໃຈ​ການ​ຕັດສິນ​ອັນ​ຍຸຕິທຳ ແຕ່​ວ່າ​ຄົນ​ທັງ​ຫຼາຍ​ທີ່​ຊອກ​ຫາ​ພະ​ເຢໂຫວາ​ກໍ​ເຂົ້າ​ໃຈ​ສິ່ງ​ທັງ​ປວງ.”—ສຸພາສິດ 28:5

ເພງ: 126, 150

1-3. (ກ) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ​ໃນ​ສະໄໝ​ສຸດ​ທ້າຍ​ນີ້? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ທຸກ​ມື້​ນີ້ ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ໃກ້​ຈະ​ເຖິງ​ຈຸດ​ຈົບ​ຂອງ​ສະໄໝ​ສຸດ​ທ້າຍ. ເຮົາ​ເຫັນ​ວ່າ​ຄົນ​ຊົ່ວ​ມີ​ເພີ່ມ​ຫຼາຍ​ຂຶ້ນ​ເລື້ອຍໆ ເຂົາ​ເຈົ້າ “ງອກ​ຂຶ້ນ​ຄື​ຫຍ້າ.” (ຄຳເພງ 92:7) ດັ່ງ​ນັ້ນ ເຮົາ​ບໍ່​ແປກ​ໃຈ​ທີ່​ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ມາດຕະຖານ​ຂອງ​ພະເຈົ້າ. ໂປໂລ​ບອກ​ຄລິດສະຕຽນ​ວ່າ: ‘ໃຫ້​ເປັນ​ແອ​ນ້ອຍ​ໃນ​ຄວາມ​ຊົ່ວ ແຕ່​ໃຫ້​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ເປັນ​ຜູ້​ໃຫຍ່.’ (1 ໂກລິນໂທ 14:20, ທ.ປ.) ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

2 ເຮົາ​ພົບ​ຄຳຕອບ​ໄດ້​ຈາກ​ຂໍ້​ພະ​ຄຳພີ​ຫຼັກ​ຂອງ​ບົດ​ຄວາມ​ນີ້​ທີ່​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ຊອກ​ຫາ​ພະ​ເຢໂຫວາ​ກໍ​ເຂົ້າ​ໃຈ​ສິ່ງ​ທັງ​ປວງ.” (ສຸພາສິດ 28:5) ນີ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ສາມາດ​ເຂົ້າ​ໃຈ​ທຸກ​ສິ່ງ​ທີ່​ຕ້ອງ​ເຮັດ​ເພື່ອ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ໃນ​ສຸພາສິດ 2:7, 9 (ລ.ມ.) ຍັງ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ສະຕິ​ປັນຍາ​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເຂົາ​ເຈົ້າ​ຈຶ່ງ​ສາມາດ “ເຂົ້າ​ໃຈ​ຄວາມ​ຖືກຕ້ອງ​ຊອບທຳ ຄວາມ​ທ່ຽງ​ທຳ ແລະ​ຄວາມ​ຍຸຕິທຳ ແລະ​ຈະ​ເຂົ້າ​ໃຈ​ຢ່າງ​ຖ່ອງ​ແທ້​ວ່າ​ຄວາມ​ດີ​ຄື​ຫຍັງ.”

3 ໂນເອ ດານຽນ ແລະ​ໂຢບ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ. (ເອເຊກຽນ 14:14) ແລະ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ກໍ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ຄື​ກັນ. ແລ້ວ​ເຈົ້າ​ເດ? ເຈົ້າ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ບໍ? ແລະ​ເພື່ອ​ຈະ “ເຂົ້າ​ໃຈ​ສິ່ງ​ທັງ​ປວງ” ທີ່​ເຈົ້າ​ຕ້ອງ​ເຮັດ​ເພື່ອ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຈົ້າ​ຕ້ອງ​ຮູ້ຈັກ​ພະອົງ​ເປັນ​ຢ່າງ​ດີ. ດັ່ງ​ນັ້ນ ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ: (1) ໂນເອ ດານຽນ ແລະ​ໂຢບ​ມາ​ຮູ້ຈັກ​ພະເຈົ້າ​ໄດ້​ແນວ​ໃດ (2) ການ​ຮູ້ຈັກ​ພະອົງ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ ແລະ (3) ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຄື​ກັບ​ເຂົາ​ເຈົ້າ​ໄດ້​ແນວ​ໃດ.

ໂນເອ​ໃຊ້​ຊີວິດ​ແບບ​ທີ່​ພະເຈົ້າ​ພໍ​ໃຈ​ໃນ​ໂລກ​ທີ່​ຊົ່ວຊ້າ

4. ໂນເອ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ ແລະ​ການ​ຮູ້ຈັກ​ພະເຈົ້າ​ເປັນ​ຢ່າງ​ດີ​ໄດ້​ຊ່ວຍ​ລາວ​ແນວ​ໃດ?

4 ໂນເອ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ຕັ້ງ​ແຕ່​ສະໄໝ​ທີ່​ອາດາມ​ແລະ​ເອວາ​ມີ​ລູກ ຜູ້​ຄົນ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ໄດ້​ຈາກ 3 ວິທີ​ຄື: ຈາກ​ສິ່ງ​ຕ່າງໆທີ່​ພະອົງ​ສ້າງ ຈາກ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ ແລະ​ຈາກ​ປະສົບການ​ຂອງ​ຕົວ​ເອງ​ທີ່​ພະອົງ​ອວຍ​ພອນ​ເມື່ອ​ເຂົາ​ເຈົ້າ​ເຊື່ອ​ຟັງ. (ເອຊາອີ 48:18) ເມື່ອ​ໂນເອ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຈົ້າ​ສ້າງ ລາວ​ເຫັນ​ຫຼັກ​ຖານ​ທີ່​ພິສູດ​ວ່າ​ພະເຈົ້າ​ມີ​ຢູ່​ແທ້​ແລະ​ຍັງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ. ໂດຍ​ການ​ເຮັດ​ແບບ​ນີ້ ໂນເອ​ຈຶ່ງ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ມີ​ອຳນາດ​ແລະ​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ. (ໂລມ 1:20) ດັ່ງ​ນັ້ນ ໂນເອ​ຈຶ່ງ​ບໍ່​ໄດ້​ເຊື່ອ​ພຽງ​ແຕ່​ວ່າ​ມີ​ພະເຈົ້າ ແຕ່​ລາວ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ​ຕໍ່​ພະອົງ​ດ້ວຍ.

ໂນເອ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ​ໂດຍ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະອົງ​ສ້າງ

5. ໂນເອ​ຮຽນ​ຮູ້​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ​ທີ່​ມີ​ຕໍ່​ມະນຸດ​ໄດ້​ແນວ​ໃດ?

5 ຄຳພີ​ໄບເບິນ​ບອກ​ວ່າ: “ຄວາມ​ເຊື່ອ​ເກີດ​ຂຶ້ນ​ເພາະ​ໄດ້​ຍິນ” ນີ້​ໝາຍ​ຄວາມ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ຄົນ​ອື່ນ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ໄດ້. (ໂລມ 10:17) ໂນເອ​ອາດ​ໄດ້​ຍິນ​ເລື່ອງ​ພະ​ເຢໂຫວາ​ຈາກ​ຍາດ​ພີ່​ນ້ອງ. ໜຶ່ງ​ໃນ​ນັ້ນ​ອາດ​ແມ່ນ​ເລເມກ​ພໍ່​ຂອງ​ລາວ​ເຊິ່ງ​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ແລະ​ເກີດ​ກ່ອນ​ທີ່​ອາດາມ​ຈະ​ຕາຍ. (ເບິ່ງ​ຮູບ​ທຳອິດ) ນອກ​ຈາກ​ນັ້ນ ໂນເອ​ຍັງ​ອາດ​ໄດ້​ຮຽນ​ຮູ້​ຈາກ​ເມທຶເຊລາ​ພໍ່​ຕູ້​ຂອງ​ລາວ ແລະ​ເຢເລດ​ພໍ່​ຂອງ​ທວດ​ເຊິ່ງ​ຕາຍ​ຕອນ​ທີ່​ໂນເອ​ອາຍຸ​ໄດ້ 366 ປີ. * (ເບິ່ງ​ໄຂ​ເງື່ອນ) (ລືກາ 3:36, 37) ຊາຍ​ເຫຼົ່າ​ນີ້​ແລະ​ເມຍ​ຂອງ​ເຂົາ​ເຈົ້າ​ອາດ​ສອນ​ໂນເອ​ວ່າ​ພະ​ເຢໂຫວາ​ສ້າງ​ມະນຸດ​ແລະ​ພະອົງ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ມີ​ລູກ​ຫຼານ​ເຕັມ​ໂລກ​ແລະ​ຮັບໃຊ້​ພະອົງ. ໂນເອ​ຍັງ​ຮຽນ​ຮູ້​ນຳ​ວ່າ​ອາດາມ​ແລະ​ເອວາ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ລາວ​ຍັງ​ເຫັນ​ຜົນ​ຈາກ​ການ​ຕັດສິນ​ໃຈ​ທີ່​ບໍ່​ດີ​​ຂອງ​ເຂົາ​ເຈົ້າ. (ຕົ້ນເດີມ 1:28; 3:16-19, 24) ໂນເອ​ຮັກ​ໃນ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ແລະ​ນັ້ນ​ກະຕຸ້ນ​ລາວ​ໃຫ້​ຮັບໃຊ້​ພະ​ເຢໂຫວາ.—ຕົ້ນເດີມ 6:9

6, 7. ອັນ​ໃດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ໂນເອ​ເຂັ້ມແຂງ​ຂຶ້ນ?

6 ຄວາມ​ຫວັງ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ. ຂໍ​ໃຫ້​ນຶກ​ພາບ​ວ່າ​ຄວາມ​ເຊື່ອ​ຂອງ​ໂນເອ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ສໍ່າ​ໃດ ເມື່ອ​ລາວ​ຮູ້​ວ່າ​ຊື່​ຂອງ​ລາວ​ໝາຍ​ເຖິງ “ການ​ພັກຜ່ອນ” ຫຼື “ການ​ປອບ​ໂຍນ” ເຊິ່ງ​ກ່ຽວ​ຂ້ອງ​ກັບ​ຄວາມ​ຫວັງ. (ຕົ້ນເດີມ 5:29, ລ.ມ.) ພະ​ເຢໂຫວາ​ດົນ​ໃຈ​ເລເມກ​ໃຫ້​ເວົ້າ​ກ່ຽວ​ກັບ​ໂນເອ​ລູກ​ຊາຍ​ຂອງ​ລາວ​ວ່າ: “ລູກ​ຄົນ​ນີ້​ຈະ​ຊ່ວຍ​ຫຼຸດ​ວຽກ​ໜັກ ແລະ​ຊ່ວຍ​ໃຫ້​ຄວາມ​ເມື່ອຍ​ຍາກ​ເຊິ່ງ​ເກີດ​ຈາກ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສາບ​ແຊ່ງ​ນັ້ນ​ຫຼຸດ​ລົງ.” ດັ່ງ​ນັ້ນ ໂນເອ​ມີ​ຄວາມ​ຫວັງ​ວ່າ​ພະເຈົ້າ​ຈະ​ເຮັດ​ໃຫ້​ສິ່ງ​ຕ່າງໆດີ​ຂຶ້ນ. ໂນເອ​ມີ​ຄວາມ​ເຊື່ອ​ຄື​ກັບ​ອາເບນ​ແລະ​ເຫນົກ ລາວ​ເຊື່ອ​ວ່າ “ເຊື້ອ​ສາຍ” ຄົນ​ໜຶ່ງ​ທີ່​ພະເຈົ້າ​ສັນຍາ​ໄວ້​ຈະ​ຢຽບ​ຫົວ​ຂອງ​ງູ​ໃຫ້​ແຕກ.—ຕົ້ນເດີມ 3:15

7 ໂນເອ​ບໍ່​ໄດ້​ເຂົ້າ​ໃຈ​ຄຳ​ພະຍາກອນ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ຕົ້ນເດີມ 3:15 ຢ່າງ​ເຕັມທີ. ແຕ່​ລາວ​ຮູ້​ວ່າ​ຄຳ​ພະຍາກອນ​ນີ້​ໃຫ້​ຄວາມ​ຫວັງ​ສຳລັບ​ອະນາຄົດ. ເຫນົກ​ກໍ​ເຄີຍ​ປະກາດ​ຂ່າວ​ສານ​ຄ້າຍ​ກັນ​ນີ້ ລາວ​ບອກ​ວ່າ​ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ. (ຢູເດ 14, 15) ແນ່ນອນ ຂ່າວ​ສານ​ທີ່​ເຫນົກ​ປະກາດ​ຄົງ​ເຮັດ​ໃຫ້​ໂນເອ​ມີ​ຄວາມ​ຫວັງ​ແລະ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເລື່ອງ​ທີ່​ເຫນົກ​ປະກາດ​ຈະ​ສຳເລັດ​ເປັນ​ຈິງ​ທັງ​ໝົດ​ໃນ​ວັນ​ອະລະມະເຄໂດນ.

ຄວາມ​ເຊື່ອ​ແລະ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ກົນ​ອຸບາຍ​ຂອງ​ຊາຕານ ແລະ​ຈາກ​ອິດທິພົນ​ຂອງ​ໂລກ​ນີ້

8. ການ​ທີ່​ຮູ້ຈັກ​ພະເຈົ້າ​ເປັນ​ຢ່າງ​ດີ​ຊ່ວຍ​ປົກ​ປ້ອງ​ໂນເອ​ແນວ​ໃດ?

8 ການ​ຮູ້ຈັກ​ພະເຈົ້າ​ເປັນ​ຢ່າງ​ດີ​ຊ່ວຍ​ໂນເອ​ແນວ​ໃດ? ໂນເອ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ລາວ​ຈຶ່ງ​ມີ​ຄວາມ​ເຊື່ອ​ແລະ​ສະຕິ​ປັນຍາ​ຈາກ​ພະເຈົ້າ. ນີ້​ຊ່ວຍ​ປົກ​ປ້ອງ​ລາວ​ຈາກ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ ໂດຍ​ສະເພາະ​ຈາກ​ການ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ອາດ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ. ຕົວຢ່າງ: ໂນເອ​ຢາກ​ເປັນ​ໝູ່​ກັບ​ພະເຈົ້າ ດັ່ງ​ນັ້ນ ລາວ​ຈຶ່ງ​ບໍ່​ເປັນ​ໝູ່​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ບໍ່​ຍອມ​ຮັບ​ພະອົງ. ຄົນ​ພວກ​ນີ້​ປະທັບ​ໃຈ​ພວກ​ຜີ​ປີສາດ​ທີ່​ມີ​ພະລັງ​ອຳນາດ​ເໜືອ​ມະນຸດ ເຂົາ​ເຈົ້າ​ອາດ​ພະຍາຍາມ​ນະມັດສະການ​ພວກ​ມັນ ແຕ່​ໂນເອ​ບໍ່​ຄື​ກັບ​ຄົນ​ພວກ​ນີ້ ພວກ​ຜີ​ປີສາດ​ທີ່​ລົງ​ມາ​ຢູ່​ໃນ​ໂລກ​ຈຶ່ງ​ຫຼອກ​ລວງ​ໂນເອ​ບໍ່​ໄດ້. (ຕົ້ນເດີມ 6:1-4, 9) ໂນເອ​ຍັງ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ມະນຸດ​ມີ​ລູກ​ຫຼານ​ຈົນ​ເຕັມ​ໂລກ. (ຕົ້ນເດີມ 1:27, 28) ດັ່ງ​ນັ້ນ ເມື່ອ​ໂນເອ​ເຫັນ​ພວກ​ຜີ​ປີສາດ​ເອົາ​ເມຍ​ທີ່​ເປັນ​ມະນຸດ​ແລະ​ມີ​ລູກ​ກັບ​ເຂົາ​ເຈົ້າ ລາວ​ຮູ້​ວ່າ​ນັ້ນ​ເປັນ​ສິ່ງ​ທີ່​ຜິດ. ເລື່ອງ​ນີ້​ເຫັນ​ໄດ້​ຊັດເຈນ​ຂຶ້ນ​ເລື້ອຍໆເມື່ອ​ລູກ​ຂອງ​ເຂົາ​ເຈົ້າ​ໂຕ​ໃຫຍ່​ຜິດ​ປົກກະຕິ​ແລະ​ມີ​ກຳລັງ​ຫຼາຍ​ກວ່າ​ເດັກ​ນ້ອຍ​ຄົນ​ອື່ນໆ. ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ບອກ​ໂນເອ​ວ່າ​ພະອົງ​ຈະ​ເຮັດ​ໃຫ້​ນໍ້າ​ຖ້ວມ​ໂລກ​ເພື່ອ​ທຳລາຍ​ຄົນ​ຊົ່ວ​ທັງ​ໝົດ. ຍ້ອນ​ໂນເອ​ເຊື່ອ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ເຕືອນ ລາວ​ຈຶ່ງ​ສ້າງ​ເຮືອ​ໃຫຍ່​ແລະ​ເຮັດ​ໃຫ້​ລາວ​ກັບ​ຄອບຄົວ​ລອດ​ຊີວິດ.—ເຫບເລີ 11:7

9, 10. ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຄື​ກັບ​ໂນເອ​ໄດ້​ແນວ​ໃດ?

9 ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຄື​ກັບ​ໂນເອ​ໄດ້​ແນວ​ໃດ? ເປັນ​ສິ່ງ​ສຳຄັນ​ທີ່​ເຮົາ​ຈະ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ ຮັກ​ສິ່ງ​ທີ່​ໄດ້​ຮຽນ​ແລະ​ເອົາ​ສິ່ງ​ນັ້ນ​ໄປ​ໃຊ້​ເມື່ອ​ຕ້ອງ​ເລືອກ ຫຼື​ຕັດສິນ​ໃຈ. (1 ເປໂຕ 1:13-15) ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ຄວາມ​ເຊື່ອ​ແລະ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ກົນ​ອຸບາຍ​ຂອງ​ຊາຕານ ແລະ​ຈາກ​ອິດທິພົນ​ຂອງ​ໂລກ​ນີ້. (2 ໂກລິນໂທ 2:11) ຫຼາຍ​ຄົນ​ໃນ​ໂລກ​ມັກ​ຄວາມ​ຮຸນແຮງ ມັກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ແລະ​ມັກ​ເຮັດ​ຕາມ​ຄວາມ​ຕ້ອງການ​ຜິດໆ. (1 ໂຢຮັນ 2:15, 16) ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ຄວາມ​ຈິງ​ທີ່​ວ່າ​ຈຸດ​ຈົບ​ຂອງ​ໂລກ​ຊົ່ວ​ນີ້​ມາ​ໃກ້​ແລ້ວ. ຖ້າ​ເຮົາ​ບໍ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ເຮົາ​ອາດ​ເລີ່ມ​ຄິດ​ຄື​ກັບ​ເຂົາ​ເຈົ້າ. ດັ່ງ​ນັ້ນ ຂໍ​ໃຫ້​ຈື່​ທີ່​ພະ​ເຍຊູ​ສົມ​ທຽບ​ສະໄໝ​ເຮົາ​ກັບ​ສະໄໝ​ໂນເອ ເພິ່ນ​ບໍ່​ໄດ້​ເວົ້າ​ເຖິງ​ຄວາມ​ຮຸນແຮງ​ແລະ​ການ​ເຮັດ​ຜິດ​ສິນລະທຳ ແຕ່​ເພິ່ນ​ເວົ້າ​ເຖິງ​ອັນຕະລາຍ​ຂອງ​ການ​ສົນ​ໃຈ​ຢ່າງ​ອື່ນ​ຈົນ​ບໍ່​ໄດ້​ຮັບໃຊ້​ພະເຈົ້າ.—ອ່ານ​ມັດທາຍ 24:36-39

10 ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ການ​ໃຊ້​ຊີວິດ​ຂອງ​ຂ້ອຍ​ໄດ້​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ຮູ້ຈັກ​ພະເຈົ້າ​ແທ້ໆ? ຄວາມ​ເຊື່ອ​ກະຕຸ້ນ​ຂ້ອຍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ແລະ​ກະຕຸ້ນ​ຂ້ອຍ​ໃຫ້​ປະກາດ​ກັບ​ຄົນ​ອື່ນ​ບໍ?’ ຄຳຕອບ​ຂອງ​ເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ກຳລັງ​ໃຊ້​ຊີວິດ​ຢ່າງ​ທີ່​ພະເຈົ້າ​ທ່ຽງ​ແທ້​ພໍ​ໃຈ​ແບບ​ດຽວ​ກັບ​ໂນເອ​ຫຼື​ບໍ່.

ດານຽນ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ຕອນ​ທີ່​ຢູ່​ບາບີໂລນ

11. (ກ) ຄວາມ​ຮັກ​ທີ່​ດານຽນ​ມີ​ຕໍ່​ພະ​ເຢໂຫວາ​ຕັ້ງ​ແຕ່​ຍັງ​ນ້ອຍ​ບອກ​ຫຍັງ​ເຮົາ​ກ່ຽວ​ກັບ​ພໍ່​ແມ່​ຂອງ​ລາວ? (ຂ) ຄຸນ​ລັກສະນະ​ໃດ​ຂອງ​ດານຽນ​ທີ່​ເຈົ້າ​ຢາກ​ມີ?

11 ດານຽນ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ພໍ່​ແມ່​ຂອງ​ດານຽນ​ຄົງ​ຕ້ອງ​ໄດ້​ສອນ​ລາວ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ພະ​ຄຳ​ຂອງ​ພະອົງ ແລະ​ດານຽນ​ກໍ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ລາວ. ເຖິງ​ວ່າ​ດານຽນ​ເຖົ້າ​ແລ້ວ ລາວ​ກໍ​ຍັງ​ສຶກສາ​ພະ​ຄຳພີ​ຢ່າງ​ລະອຽດ. (ດານຽນ 9:1, 2) ດານຽນ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ. ລາວ​ຍັງ​ຮູ້​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ຊາດ​ອິດສະລາແອນ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ຄວາມ​ຖ່ອມ​ແລະ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ລາວ​ທີ່​ພົບ​ໃນ​ດານຽນ 9:3-19. ເມື່ອ​ເຈົ້າ​ອ່ານ​ຄຳ​ອະທິດຖານ​ນີ້ ຂໍ​ໃຫ້​ຄິດ​ຢ່າງ​ເລິກ​ເຊິ່ງ​ແລະ​ຖາມ​ຕົວ​ເອງ​ວ່າ: ‘ຄຳ​ອະທິດຖານ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ດານຽນ?’

12-14. (ກ) ດານຽນ​ໄດ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ? (ຂ) ພະ​ເຢໂຫວາ​ອວຍ​ພອນ​ຄວາມ​ກ້າຫານ​ແລະ​ຄວາມ​ພັກດີ​ຂອງ​ດານຽນ​ແນວ​ໃດ?

12 ການ​ຮູ້ຈັກ​ພະເຈົ້າ​ເປັນ​ຢ່າງ​ດີ​ຊ່ວຍ​ດານຽນ​ແນວ​ໃດ? ບໍ່​ງ່າຍ​ສຳລັບ​ຊາວ​ຢິວ​ທີ່​ສັດ​ຊື່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕອນ​ທີ່​ຢູ່​ບາບີໂລນ. ຕົວຢ່າງ: ພະ​ເຢໂຫວາ​ບອກ​ຊາວ​ຢິວ​ວ່າ: “ໃຫ້​ພວກ​ເຈົ້າ​ຢູ່​ຢ່າງ​ສະຫງົບ​ສຸກ​ໃນ​ເມືອງ​ທີ່​ເຮົາ​ໃຫ້​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ​ຢູ່​ນັ້ນ.” (ເຢເຣມີ 29:7, ລ.ມ.) ແຕ່​ພະອົງ​ກໍ​ສັ່ງ​ເຂົາ​ເຈົ້າ​ໃຫ້​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ​ຢ່າງ​ສຸດ​ຫົວໃຈ. (ອົບພະຍົບ 34:14) ດານຽນ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ທັງ​ສອງ​ຢ່າງ​ນີ້​ໄດ້​ແນວ​ໃດ? ສະຕິ​ປັນຍາ​ຈາກ​ພະເຈົ້າ​ຊ່ວຍ​ດານຽນ​ໃຫ້​ຮູ້​ວ່າ​ລາວ​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຜູ້​ປົກຄອງ​ທີ່​ເປັນ​ມະນຸດ. ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ນັ້ນ​ພະ​ເຍຊູ​ກໍ​ສອນ​ຫຼັກ​ການ​ດຽວ​ກັນ​ນີ້.—ລືກາ 20:25

13 ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ດານຽນ​ເຮັດ​ຕອນ​ທີ່​ມີ​ກົດ​ໝາຍ​ອອກ​ມາ​ວ່າ​ຫ້າມ​ບໍ່​ໃຫ້​ໃຜ​ອະທິດຖານ​ເຖິງ​ພະເຈົ້າ​ອື່ນ​ຫຼື​ຄົນ​ໃດ​ຄົນ​ໜຶ່ງ​ຍົກ​ເວັ້ນ​ກະສັດ​ເປັນ​ເວລາ 30 ມື້. (ອ່ານ​ດານຽນ 6:7-10) ລາວ​ອາດ​ຫາ​ເຫດຜົນ​ໂດຍ​ອ້າງ​ວ່າ: ‘ມັນ​ກໍ​ພຽງ 30 ມື້​ໜຶ່ງ ບໍ່​ເປັນ​ຫຍັງ​ດອກ.’ ແຕ່​ດານຽນ​ບໍ່​ໄດ້​ໃຫ້​ກົດ​ໝາຍ​ຂອງ​ມະນຸດ​ສຳຄັນ​ກວ່າ​ການ​ນະມັດສະການ​ພະເຈົ້າ. ຫຼື​ດານຽນ​ອາດ​ອະທິດຖານ​ເຖິງ​ພະເຈົ້າ​ໃນ​ບ່ອນ​ທີ່​ບໍ່​ມີ​ຄົນ​ເຫັນ​ກໍ​ໄດ້ ແຕ່​ລາວ​ຮູ້​ວ່າ​ຫຼາຍ​ຄົນ​ເຄີຍ​ເຫັນ​ລາວ​ອະທິດຖານ​ທຸກ​ມື້. ດັ່ງ​ນັ້ນ ເຖິງ​ວ່າ​ຈະ​ອັນຕະລາຍ ດານຽນ​ກໍ​ຍັງ​ອະທິດຖານ​ໃນ​ບ່ອນ​ທີ່​ຄົນ​ທົ່ວໄປ​ເຫັນ​ຍ້ອນ​ລາວ​ບໍ່​ຢາກ​ໃຫ້​ເຂົາ​ເຈົ້າ​ຄິດ​ວ່າ​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ແລ້ວ.

14 ພະ​ເຢໂຫວາ​ອວຍ​ພອນ​ຄວາມ​ກ້າຫານ​ແລະ​ການ​ຕັດສິນ​ໃຈ​ທີ່​ພັກດີ​ຂອງ​ດານຽນ. ພະອົງ​ເຮັດ​ການ​ອັດສະຈັນ​ໂດຍ​ຊ່ວຍ​ຊີວິດ​ດານຽນ​ຈາກ​ໂຕ​ສິງ. ຜົນ​ກໍ​ຄື​ຜູ້​ຄົນ​ທົ່ວ​ອານາຈັກ​ແມດ-ເປເຣເຊ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ!—ດານຽນ 6:25-27

15. ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຄື​ກັບ​ດານຽນ​ໄດ້​ແນວ​ໃດ?

15 ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຄື​ກັບ​ດານຽນ​ໄດ້​ແນວ​ໃດ? ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ການ​ອ່ານ​ຄຳພີ​ໄບເບິນ​ຍັງ​ບໍ່​ພໍ ເຮົາ​ຕ້ອງ​ເຂົ້າ​ໃຈ​ສິ່ງ​ທີ່​ເຮົາ​ອ່ານ​ນຳ. (ມັດທາຍ 13:23) ເຮົາ​ຢາກ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ໃນ​ເລື່ອງ​ຕ່າງໆ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຄິດ​ຢ່າງ​ເລິກ​ເຊິ່ງ​ໃນ​ສິ່ງ​ທີ່​ເຮົາ​ອ່ານ​ແລະ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ອະທິດຖານ​ເລື້ອຍໆ ໂດຍ​ສະເພາະ​ເມື່ອ​ເຮົາ​ມີ​ບັນຫາ. ຖ້າ​ເຮົາ​ອະທິດຖານ​ຂໍ​ສະຕິ​ປັນຍາ​ແລະ​ຄວາມ​ເຂັ້ມແຂງ​ຈາກ​ພະ​ເຢໂຫວາ ເຮົາ​ເຊື່ອ​ແລະ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ໃຫ້​ເຮົາ​ຢ່າງ​ໃຈ​ກວ້າງ​ແນ່​ນອນ.—ຢາໂກໂບ 1:5

ໂຢບ​ໃຊ້​ຫຼັກ​ການ​ຂອງ​ພະເຈົ້າ​ທັງ​ໃນ​ຕອນ​ທີ່​ສະບາຍ​ແລະ​ລຳບາກ

16, 17. ໂຢບ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

16 ໂຢບ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ໂຢບ​ບໍ່​ແມ່ນ​ຄົນ​ອິດສະລາແອນ ແຕ່​ອັບລາຫາມ ອີກ​ຊາກ ແລະ​ຢາໂຄບ​ກໍ​ເປັນ​ຍາດ​ພີ່​ນ້ອງ​ຫ່າງໆຂອງ​ລາວ ແລະ​ພະ​ເຢໂຫວາ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ພະອົງ​ແລະ​ໃຈ​ປະສົງ​ຂອງ​ພະອົງ​ທີ່​ມີ​ຕໍ່​ມະນຸດ. ເຮົາ​ບໍ່​ຮູ້​ວ່າ​ໂຢບ​ຮູ້​ຄວາມ​ຈິງ​ທີ່​ມີ​ຄ່າ​ເຫຼົ່າ​ນີ້​ໄດ້​ແນວ​ໃດ ແຕ່​ເຮົາ​ຮູ້​ວ່າ​ລາວ​ຮູ້​ຫຼາຍ​ເລື່ອງ​ແນ່ນອນ. (ໂຢບ 23:12) ລາວ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: ‘ຫູ​ຂ້າ​ນ້ອຍ​ໄດ້​ຍິນ​ຂ່າວ​ພະອົງ​ແລ້ວ.’ (ໂຢບ 42:5) ແລະ​ພະ​ເຢໂຫວາ​ກໍ​ບອກ​ເອງ​ວ່າ​ໂຢບ​ບອກ​ຄວາມ​ຈິງ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ພະອົງ.—ໂຢບ 42:7, 8

ເຮົາ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ໂດຍ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ (ເບິ່ງ​ຂໍ້ 17)

17 ໂຢບ​ຍັງ​ໄດ້​ຮູ້ຈັກ​ຄຸນ​ລັກສະນະ​ຕ່າງໆຂອງ​ພະ​ເຢໂຫວາ​ໂດຍ​ເບິ່ງ​ຈາກ​ສິ່ງ​ທີ່​ພະອົງ​ສ້າງ. (ໂຢບ 12:7-9, 13) ທັງ​ພະ​ເຢໂຫວາ​ແລະ​ເອລີຫຶ​ໃຊ້​ຕົວຢ່າງ​ຂອງ​ສິ່ງ​ທີ່​ພະອົງ​ສ້າງ​ເພື່ອ​ສອນ​ໂຢບ​ໃຫ້​ຄິດ​ຕຶກຕອງ​ວ່າ​ມະນຸດ​ຕໍ່າ​ຕ້ອຍ​ສໍ່າ​ໃດ​ເມື່ອ​ທຽບ​ກັບ​ພະເຈົ້າ. (ໂຢບ 37:14; 38:1-4) ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເຂົ້າ​ເຖິງ​ຫົວໃຈ​ໂຢບ​ແລະ​ເຮັດ​ໃຫ້​ລາວ​ຖ່ອມ​ຕົວ​ລົງ​ຈົນ​ເວົ້າ​ກັບ​ພະອົງ​ວ່າ: “ຂ້າ​ນ້ອຍ​ຮູ້ຈັກ​ວ່າ​ພະອົງ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້ ແລະ​ບໍ່​ມີ​ການ​ໜຶ່ງ​ການ​ໃດ​ທີ່​ຍາກ​ໂພດ​ແກ່​ພະອົງ” ແລະ​ລາວ​ບອກ​ອີກ​ວ່າ ຂ້າ​ນ້ອຍ “ຂໍ​ນັ່ງ​ສຳນຶກ​ຜິດ​ຢູ່​ເທິງ​ດິນ​ແລະ​ໃນ​ກອງ​ຂີ້​ເທົ່າ.”—ໂຢບ 42:2, 6, ລ.ມ.

18, 19. ໂຢບ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ?

18 ການ​ຮູ້ຈັກ​ພະເຈົ້າ​ເປັນ​ຢ່າງ​ດີ​ຊ່ວຍ​ໂຢບ​ແນວ​ໃດ? ໂຢບ​ເຂົ້າ​ໃຈ​ຫຼັກ​ການ​ຂອງ​ພະເຈົ້າ​ເປັນ​ຢ່າງ​ດີ. ລາວ​ຮູ້ຈັກ​ພະ​ເຢໂຫວາ​ແທ້ໆ ແລະ​ສິ່ງ​ນີ້​ກະຕຸ້ນ​ລາວ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຕົວຢ່າງ: ໂຢບ​ຮູ້​ວ່າ​ລາວ​ບໍ່​ສາມາດ​ເວົ້າ​ໄດ້​ເຕັມ​ປາກ​ວ່າ​ລາວ​ຮັກ​ພະເຈົ້າ ຖ້າ​ລາວ​ບໍ່​ເມດຕາ​ຄົນ​ອື່ນ. (ໂຢບ 6:14) ລາວ​ບໍ່​ໄດ້​ຄິດ​ວ່າ​ລາວ​ດີ​ກວ່າ​ຄົນ​ອື່ນ ລາວ​ປະຕິບັດ​ກັບ​ເຂົາ​ເຈົ້າ​ຄື​ກັບ​ຄອບຄົວ​ຂອງ​ລາວ​ເອງ ບໍ່​ວ່າ​ຄົນ​ນັ້ນ​ຈະ​ຮັ່ງມີ​ຫຼື​ທຸກ​ຍາກ. ໂຢບ​ເວົ້າ​ວ່າ: “ຜູ້​ທີ່​ໄດ້​ສ້າງ​ຂ້ອຍ​ໄວ້​ໃນ​ທ້ອງ​ແມ່​ກໍ​ບໍ່​ໄດ້​ສ້າງ​ເຂົາ​ໄວ້​ດ້ວຍ​ຫຼື”? (ໂຢບ 31:13-22) ເຖິງ​ວ່າ​ໂຢບ​ຮັ່ງມີ​ແລະ​ມີ​ອຳນາດ ແຕ່​ລາວ​ກໍ​ບໍ່​ໄດ້​ຍິ່ງ​ແລະ​ບໍ່​ໄດ້​ເບິ່ງ​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ. ໂຢບ​ແຕກຕ່າງ​ຫຼາຍ​ແທ້ໆຈາກ​ຄົນ​ທີ່​ຮັ່ງມີ​ແລະ​ຄົນ​ທີ່​ມີ​ອຳນາດ​ໃນ​ທຸກ​ມື້​ນີ້.

19 ໂຢບ​ບໍ່​ໄດ້​ໃຫ້​ສິ່ງ​ອື່ນ​ລວມ​ເຖິງ​ວັດຖຸ​ສິ່ງ​ຂອງ​ສຳຄັນ​ຫຼາຍ​ກວ່າ​ພະ​ເຢໂຫວາ. ລາວ​ຮູ້​ວ່າ​ຖ້າ​ເປັນ​ແບບ​ນັ້ນ ລາວ​ຈະ​ບໍ່​ນັບຖື “ພະເຈົ້າ​ອົງ​ທີ່​ສະຖິດ​ຢູ່​ສູງ​ສຸດ.” (ອ່ານ​ໂຢບ 31:24-28) ໂຢບ​ເບິ່ງ​ວ່າ​ການ​ແຕ່ງ​ດອງ​ເປັນ​ເລື່ອງ​ທີ່​ສັກສິດ​ເຊິ່ງ​ຜູກ​ມັດ​ຜົວ​ແລະ​ເມຍ​ໄວ້​ນຳ​ກັນ. ລາວ​ເຖິງ​ກັບ​ເຮັດ​ຄຳ​ສັນຍາ​ກັບ​ຕົວ​ເອງ​ວ່າ​ລາວ​ຈະ​ບໍ່​ເບິ່ງ​ຜູ້​ຍິງ​ຄົນ​ອື່ນ​ຢ່າງ​ບໍ່​ເໝາະ​ສົມ. (ໂຢບ 31:1) ນັ້ນ​ເປັນ​ສິ່ງ​ທີ່​ໜ້າ​ປະທັບ​ໃຈ​ຫຼາຍ ເພາະ​ໂຢບ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ຜູ້​ຊາຍ​ມີ​ເມຍ​ຫຼາຍ​ກວ່າ​ໜຶ່ງ​ຄົນ. ດັ່ງ​ນັ້ນ ໂຢບ​ອາດ​ມີ​ເມຍ​ອີກ​ຄົນ​ໜຶ່ງ​ກໍ​ໄດ້​ຖ້າ​ລາວ​ຕ້ອງການ. ເນື່ອງ​ຈາກ​ໂຢບ​ຮູ້​ວ່າ​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ການ​ແຕ່ງ​ດອງ​ໂດຍ​ໃຫ້​ມີ​ພຽງ​ຜົວ​ດຽວ​ເມຍ​ດຽວ​ຕັ້ງ​ແຕ່​ທຳອິດ ລາວ​ຈຶ່ງ​ເລືອກ​ທີ່​ຈະ​ເຮັດ​ແບບ​ນີ້. * (ເບິ່ງ​ໄຂ​ເງື່ອນ) (ຕົ້ນເດີມ 2:18, 24) ທີ່​ຈິງ ປະມານ 1.600 ປີ​ຕໍ່​ມາ ພະ​ເຍຊູ​ກໍ​ສອນ​ຫຼັກ​ການ​ດຽວ​ກັນ​ວ່າ​ເພດ​ສຳພັນ​ແລະ​ການ​ແຕ່ງ​ດອງ​ມີ​ໄວ້​ສະເພາະ​ຜົວ​ແລະ​ເມຍ​ຄົນ​ດຽວ​ເທົ່າ​ນັ້ນ.—ມັດທາຍ 5:28; 19:4, 5

20. ການ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ມາດຕະຖານ​ຂອງ​ພະອົງ​ເປັນ​ຢ່າງ​ດີ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເລືອກ​ໝູ່​ແລະ​ຄວາມ​ບັນເທີງ​ທີ່​ດີ?

20 ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຄື​ກັບ​ໂຢບ​ໄດ້​ແນວ​ໃດ? ອີກ​ເທື່ອ​ໜຶ່ງ​ທີ່​ເຮົາ​ເຫັນ​ວ່າ ເຮົາ​ຕ້ອງ​ຮູ້ຈັກ​ພະ​ເຢໂຫວາ​ແທ້ໆແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໄປ​ໃຊ້​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. ຕົວຢ່າງ: ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ “ກຽດ​ຊັງ​ຄົນ​ທີ່​ມັກ​ການ​ຫຍາບຊ້າ​ສາໂຫດ” ແລະ​ບອກ​ວ່າ​ເຮົາ​ບໍ່​ຄວນ​ໃຊ້​ເວລາ​ຢູ່​ກັບ “ຄົນ​ໜ້າ​ຊື່​ໃຈ​ຄົດ” ຫຼື​ຄົນ​ທີ່​ຫຼອກ​ລວງ. (ອ່ານ​ຄຳເພງ 11:5; 26:4) ຕອນ​ນີ້​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຄຳພີ​ສອງ​ຂໍ້​ນີ້​ບອກ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຄິດ? ເລື່ອງ​ນີ້​ຄວນ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ວິທີ​ທີ່​ຂ້ອຍ​ເບິ່ງ​ວ່າ​ອັນ​ໃດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ? ສົ່ງ​ຜົນ​ແນວ​ໃດ​ຕໍ່​ສິ່ງ​ທີ່​ຂ້ອຍ​ເບິ່ງ​ໃນ​ອິນເຕີເນັດ ຕໍ່​ການ​ເລືອກ​ໝູ່ ແລະ​ຄວາມ​ບັນເທີງ​ຂອງ​ຂ້ອຍ?’ ຄຳຕອບ​ຂອງ​ເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ດີ​ສໍ່າ​ໃດ. ເຮົາ​ບໍ່​ຢາກ​ໄດ້​ຮັບ​ອິດທິພົນ​ຈາກ​ໂລກ​ຊົ່ວ​ນີ້. ດັ່ງ​ນັ້ນ ເຮົາ​ຕ້ອງ​ຝຶກ “ໃຊ້​ຄວາມ​ຄິດ” ເພື່ອ​ແຍກ​ໃຫ້​ອອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ອັນ​ໃດ​ສຸຂຸມ​ແລະ​ບໍ່​ສຸຂຸມ.—ເຫບເລີ 5:14, ລ.ມ.; ເອເຟດ 5:15

21. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ທຸກ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ?

21 ຍ້ອນ​ວ່າ​ໂນເອ ດານຽນ​ແລະ​ໂຢບ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ ພະອົງ​ຈຶ່ງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້ “ເຂົ້າ​ໃຈ​ສິ່ງ​ທັງ​ປວງ” ຫຼື​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ເພື່ອ​ໃຫ້​ພະອົງ​ພໍ​ໃຈ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ພິສູດ​ວ່າ​ການ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ປະສົບ​ຜົນ​ສຳເລັດ. (ຄຳເພງ 1:1-3) ດັ່ງ​ນັ້ນ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮູ້ຈັກ​ພະ​ເຢໂຫວາ​ດີ​ຄື​ກັບ​ໂນເອ ດານຽນ​ແລະ​ໂຢບ​ບໍ?’ ທີ່​ຈິງ ໃນ​ທຸກ​ມື້​ນີ້​ເຮົາ​ສາມາດ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ຫຼາຍ​ກວ່າ​ຊາຍ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ເພາະ​ພະອົງ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ພະອົງ​ຫຼາຍ​ແທ້ໆ. (ສຸພາສິດ 4:18) ດັ່ງ​ນັ້ນ ຂໍ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ອ່ານ ແລະ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະອົງ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ໂລກ​ຊົ່ວ​ຈະ​ບໍ່​ມີ​ອິດທິພົນ​ຕໍ່​ເຈົ້າ​ໄດ້. ເຈົ້າ​ຈະ​ເຮັດ​ສິ່ງ​ຕ່າງໆໂດຍ​ໃຊ້​ສະຕິ​ປັນຍາ​ຈາກ​ພະເຈົ້າ​ແລະ​ໃກ້​ຊິດ​ກັບ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຫຼາຍ​ຂຶ້ນ.—ສຸພາສິດ 2:4-7

^ ຂໍ້ 5 ເຫນົກ​ທວດ​ຂອງ​ໂນເອ​ກໍ “ທຽວ​ໄປ​ນຳ​ພະເຈົ້າ” ຫຼື​ໃຊ້​ຊີວິດ​ແບບ​ທີ່​ພະເຈົ້າ​ພໍ​ໃຈ​ຄື​ກັນ ແຕ່​ລາວ​ຕາຍ​ກ່ອນ​ໂນເອ​ເກີດ 69 ປີ.—ຕົ້ນເດີມ 5:23, 24

^ ຂໍ້ 19 ໂນເອ​ກໍ​ໄດ້​ເຮັດ​ແບບ​ດຽວ​ກັນ ລາວ​ມີ​ເມຍ​ພຽງ​ຄົນ​ດຽວ ເຖິງ​ວ່າ​ຜູ້​ຊາຍ​ຈະ​ເລີ່ມ​ມີ​ເມຍ​ຫຼາຍ​ກວ່າ​ໜຶ່ງ​ຄົນ​ບໍ່​ດົນ​ຫຼັງ​ຈາກ​ທີ່​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ.—ຕົ້ນເດີມ 4:19