ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?

‘ຂໍ​ໂຜດ [ພະເຈົ້າ] ໃຫ້​ທ່ານ​ທັງ​ຫຼາຍ​ມີ​ໃຈ​ອັນ​ດຽວ​ກັນ​ຕາມ​ພະ​ຄລິດ​ເຍຊູ.’—ໂລມ 15:5

ເພງ: 17, 13

1, 2. (ກ) ພີ່​ນ້ອງ​ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ກັບ​ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ? (ຂ) ຄຳຖາມ​ທີ່​ສຳຄັນ​ຫຍັງ​ທີ່​ເຮົາ​ຈະ​ພິຈາລະນາ​ໃນ​ບົດ​ຄວາມ​ນີ້?

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ການາດາ​ບອກ​ວ່າ ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ລາວ​ໃຫ້​ຮັບ​ມື​ກັບ​ບັນຫາ​ໃນ​ຊີວິດ​ໄດ້. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ເບຣ​ຊິນ​ເຊິ່ງ​ແຕ່ງ​ດອງ​ໄດ້ 23 ປີ​ແລ້ວ​ບອກ​ວ່າ: ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ລາວ​ກັບ​ເມຍ​ໃຫ້​ມີ​ຄວາມ​ສຸກ​ໃນ​ຊີວິດ​ຄູ່. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ຟີລິບປິນ​ບອກ​ວ່າ ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ​ແລະ​ເຂົ້າ​ກັບ​ພີ່​ນ້ອງ​ທີ່​ມີ​ພູມ​ຫຼັງ​ແຕກຕ່າງ​ກັນ​ໄດ້.

2 ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ​ເມື່ອ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ແລະ​ໄດ້​ຮັບ​ປະໂຫຍດ​ເຫຼົ່າ​ນັ້ນ? ທຳອິດ ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ຄົນ​ທີ່​ຄິດ​ຄື​ກັບ​ພະ​ເຢໂຫວາ​ຄິດ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ຈາກ 3 ຄຳຖາມ​ທີ່​ສຳຄັນ (1) ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ເປັນ​ຄົນ​ແບບ​ໃດ? (2) ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ? (3) ການ​ພະຍາຍາມ​ມີ “ຈິດ​ໃຈ​ຢ່າງ​ພະ​ຄລິດ” ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ແນວ​ໃດ?

ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ເປັນ​ຄົນ​ແບບ​ໃດ?

3. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ແຕກຕ່າງ​ຂອງ​ຄົນ​ທີ່​ຄິດ​ແບບ​ໂລກ​ກັບ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ?

3 ໂປໂລ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ແຕກຕ່າງ​ລະຫວ່າງ “ຄົນ​ທີ່​ຄິດ​ແບບ​ໂລກ” ແລະ “ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ.” (ອ່ານ 1 ໂກລິນໂທ 2:14-16 *) ຄົນ​ທີ່​ຄິດ​ແບບ​ໂລກ​ຈະ “ບໍ່​ຍອມ​ຮັບ​ສິ່ງ​ທີ່​ມາ​ຈາກ​ພະລັງ​ຂອງ​ພະເຈົ້າ ລາວ​ຖື​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ເລື່ອງ​ໂງ່ ແລະ​ລາວ​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້.” ກົງ​ກັນ​ຂ້າມ ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຈະ “ກວດ​ສອບ​ທຸກ​ສິ່ງ​ໄດ້” ແລະ​ມີ “ຈິດ​ໃຈ​ຢ່າງ​ພະ​ຄລິດ” ເຊິ່ງ​ໝາຍ​ເຖິງ​ການ​ພະຍາຍາມ​ຄິດ​ຄື​ກັບ​ພະ​ເຍຊູ. ໂປໂລ​ກະຕຸ້ນ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ແຕກຕ່າງ​ອື່ນໆອີກ​ລະຫວ່າງ​ຄົນ​ທີ່​ຄິດ​ແບບ​ໂລກ​ກັບ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ?

4, 5. ຄົນ​ທີ່​ຄິດ​ແບບ​ໂລກ​ເປັນ​ຄົນ​ແນວ​ໃດ?

4 ຄົນ​ທີ່​ຄິດ​ແບບ​ໂລກ​ຄື​ຄົນ​ທີ່​ສົນ​ໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ. ໂປໂລ​ບອກ​ວ່າ​ຄວາມ​ຄິດ​ແບບ​ນີ້​ເປັນ ‘ນໍ້າໃຈ​ທີ່​ກຳລັງ​ມີ​ອິດທິພົນ​ຕໍ່​ຄົນ​ທີ່​ບໍ່​ເຊື່ອ​ຟັງ.’ (ເອເຟດ 2:2, ລ.ມ.) ນໍ້າໃຈ​ນີ້​ກະຕຸ້ນ​ຄົນ​ສ່ວນ​ຫຼາຍ​ໃຫ້​ເຮັດ​ຕາມ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ. ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ຕົວ​ເອງ​ຄິດ​ວ່າ​ຖືກຕ້ອງ​ໂດຍ​ບໍ່​ສົນ​ໃຈ​ມາດຕະຖານ​ຂອງ​ພະເຈົ້າ. ຄົນ​ທີ່​ຄິດ​ແບບ​ໂລກ​ມັກ​ຈະ​ຄິດ​ແຕ່​ເລື່ອງ​ເງິນ​ຄຳ ໜ້າ​ທີ່​ຕຳແໜ່ງ ແລະ​ສິດ​ຜົນ​ປະໂຫຍດ​ທີ່​ຕົວ​ເອງ​ຄວນ​ຈະ​ໄດ້​ສຳຄັນ​ຫຼາຍ​ກວ່າ​ສິ່ງ​ອື່ນ.

5 ຄຳພີ​ໄບເບິນ​ເອີ້ນ​ສິ່ງ​ທີ່​ຄົນ​ທີ່​ຄິດ​ແບບ​ໂລກ​ມັກ​ເຮັດ​ວ່າ: “ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ.” (ຄາລາຊີ 5:19-21, ລ.ມ.) ຈົດ​ໝາຍ​ສະບັບ​ທຳອິດ​ທີ່​ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ຢູ່​ເມືອງ​ໂກລິນໂທ ລາວ​ເວົ້າ​ເຖິງ​ການ​ກະທຳ​ອື່ນໆຂອງ​ຄົນ​ທີ່​ຄິດ​ແບບ​ໂລກ​ເຮັດ ເຊັ່ນ: ມັກ​ແບ່ງ​ຝ່າຍ ສ້າງ​ຄວາມ​ແຕກ​ແຍກ ສົ່ງເສີມ​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ກັນ ຟ້ອງ​ຮ້ອງ​ກັນ ບໍ່​ນັບຖື​ຄົນ​ທີ່​ເປັນ​ຜູ້​ນຳ ແລະ​ໃຫ້​ເລື່ອງ​ກິນ​ເລື່ອງ​ດື່ມ​ເປັນ​ສິ່ງ​ສຳຄັນ. ຄົນ​ທີ່​ຄິດ​ແບບ​ໂລກ​ຈະ​ບໍ່​ຕ້ານ​ທານ​ເມື່ອ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ. (ສຸພາສິດ 7:21, 22) ຢູເດ​ບອກ​ວ່າ​ຄົນ​ທີ່​ຄິດ​ແບບ​ໂລກ​ຈະ​ບໍ່​ມີ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ.—ຢູເດ 18, 19

6. ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ເປັນ​ຄົນ​ແບບ​ໃດ?

6 ກົງ​ກັນ​ຂ້າມ ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຈະ​ໃຫ້​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ລາວ​ຍອມ​ໃຫ້​ພະລັງ​ບໍລິສຸດ​ຊີ້​ນຳ​ແລະ​ຕັ້ງ​ໃຈ​ຮຽນ​ແບບ​ພະ​ເຢໂຫວາ. (ເອເຟດ 5:1) ລາວ​ຈະ​ພະຍາຍາມ​ຮຽນ​ຮູ້​ວິທີ​ຄິດ​ຂອງ​ພະ​ເຢໂຫວາ​ແລະ​ເບິ່ງ​ສິ່ງ​ຕ່າງໆຄື​ກັບ​ທີ່​ພະອົງ​ເບິ່ງ. ພະເຈົ້າ​ເປັນ​ບຸກຄົນ​ແທ້ໆສຳລັບ​ລາວ. ນອກ​ຈາກ​ນັ້ນ ລາວ​ຈະ​ໃຊ້​ມາດຕະຖານ​ຂອງ​ພະອົງ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. (ຄຳເພງ 119:33; 143:10) ແລະ​ລາວ​ຈະ​ບໍ່​ຫຍຸ້ງ​ກ່ຽວ​ກັບ “ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ” ແຕ່​ຈະ​ພະຍາຍາມ​ມີ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” (ຄາລາຊີ 5:22, 23, ລ.ມ.) ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຈະ​ໃຫ້​ການ​ນະມັດສະການ​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

7. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາ​ກຳ​ພະລັງ​ຂອງ​ພະເຈົ້າ?

7 ພະ​ເຍຊູ​ບອກ​ວ່າ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ມີ​ຄວາມ​ສຸກ. ມັດທາຍ 5:3 (ລ.ມ.) ບອກ​ວ່າ: “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມ​ສຸກ ເພາະ​ລັດຖະບານ​ສະຫວັນ​ເປັນ​ຂອງ​ເຂົາ” ແລະ​ໂລມ 8:6 ຍັງ​ບອກ​ຂໍ້​ດີ​ຂອງ​ການ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ວ່າ: “ຄວາມ​ຄຶດ​ແຫ່ງ​ເນື້ອ​ໜັງ​ກໍ​ເປັນ​ຄວາມ​ຕາຍ ແຕ່​ວ່າ​ຄວາມ​ຄຶດ​ແຫ່ງ​ພະ​ວິນຍານ​ກໍ​ເປັນ​ຊີວິດ​ແລະ​ຄວາມ​ສຸກ​ສຳລານ.” ດັ່ງ​ນັ້ນ ຖ້າ​ເຮົາ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ ຕອນ​ນີ້​ເຮົາ​ຈະ​ມີ​ສັນຕິສຸກ​ກັບ​ພະເຈົ້າ ມີ​ໃຈ​ສະຫງົບ ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.

8. ເປັນ​ຫຍັງ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ​ຊີວິດ​ເຮົາ​ສະເໝີ?

8 ເນື່ອງ​ຈາກ​ເຮົາ​ຢູ່​ໃນ​ໂລກ​ທີ່​ອັນຕະລາຍ ຢູ່​ໃນ​ທ່າມກາງ​ຄົນ​ທີ່​ບໍ່​ໄດ້​ຄິດ​ຄື​ກັບ​ພະເຈົ້າ ເຮົາ​ຈຶ່ງ​ຕ້ອງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ປົກ​ປ້ອງ​ຄວາມ​ຄິດ​ຂອງ​ເຮົາ. ຖ້າ​ເຮົາ​ບໍ່​ເອົາ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໃສ່​ໃນ​ຄວາມ​ຄິດ​ຂອງ​ເຮົາ ໂລກ​ກໍ​ຈະ​ເອົາ​ຄວາມ​ຄິດ​ແລະ​ນໍ້າໃຈ​ແບບ​ໂລກ​ໃສ່​ໃນ​ຫົວ​ເຮົາ​ແທນ. ແລ້ວ​ເຮົາ​ຈະ​ຫຼີກ​ລ່ຽງ​ໄດ້​ແນວ​ໃດ? ເຮົາ​ຈະ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ​ຊີວິດ​ເຮົາ​ແນວ​ໃດ?

ຮຽນ​ຮູ້​ຈາກ​ຕົວຢ່າງ​ທີ່​ດີ

9. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ? (ຂ) ມີ​ຕົວຢ່າງ​ທີ່​ດີ​ຂອງ​ໃຜ​ແດ່​ທີ່​ເຮົາ​ຈະ​ເບິ່ງ​ນຳ​ກັນ?

9 ຄື​ກັບ​ລູກ​ທີ່​ຕ້ອງ​ຮຽນ​ຮູ້​ຈາກ​ພໍ່​ແມ່​ແລະ​ຮຽນ​ແບບ​ຕົວຢ່າງ​ທີ່​ດີ​ຂອງ​ພໍ່​ແມ່ ເຮົາ​ກໍ​ຕ້ອງ​ຮຽນ​ຮູ້​ແລະ​ຮຽນ​ແບບ​ຕົວຢ່າງ​ຂອງ​ຄົນ​ທີ່​ສະໜິດ​ກັບ​ພະ​ເຢໂຫວາ. ສິ່ງ​ນີ້​ຈະ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຈະ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ. ໃນ​ອີກ​ແງ່​ໜຶ່ງ ການ​ເບິ່ງ​ຕົວຢ່າງ​ຂອງ​ຄົນ​ທີ່​ຄິດ​ແບບ​ໂລກ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເຮັດ​ແບບ​ເຂົາ​ເຈົ້າ. (1 ໂກລິນໂທ 3:1-4) ຄຳພີ​ໄບເບິນ​ມີ​ຕົວຢ່າງ​ທີ່​ດີ​ແລະ​ບໍ່​ດີ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ທີ່​ດີ​ຂອງ​ຢາໂຄບ ມາລີ ແລະ​ພະ​ເຍຊູ.

ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຢາໂຄບ? (ເບິ່ງ​ຂໍ້ 10)

10. ຢາໂຄບ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ?

10 ຄື​ກັບ​ພວກ​ເຮົາ ຊີວິດ​ຂອງ​ຢາໂຄບ​ກໍ​ບໍ່​ງ່າຍ. ເອຊາອຶ​ອ້າຍ​ລາວ​ກໍ​ຢາກ​ຂ້າ​ລາວ ແລະ​ພໍ່​ຂອງ​ເມຍ​ກໍ​ສໍ້​ໂກງ​ລາວ​ຫຼາຍ​ເທື່ອ ແຕ່​ລາວ​ກໍ​ຍັງ​ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ອັບລາຫາມ. ຢາໂຄບ​ຮູ້​ວ່າ​ຄອບຄົວ​ຂອງ​ລາວ​ຈະ​ເປັນ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ສຳເລັດ ລາວ​ຈຶ່ງ​ເບິ່ງ​ແຍງ​ຄອບຄົວ​ຢ່າງ​ດີ. (ຕົ້ນເດີມ 28:10-15) ຢາໂຄບ​ບໍ່​ໄດ້​ຍອມ​ໃຫ້​ຄວາມ​ຄິດ​ແບບ​ໂລກ​ຂອງ​ຄົນ​ທີ່​ຢູ່​ອ້ອມ​ຕົວ​ລາວ​ເຮັດ​ໃຫ້​ລາວ​ລືມ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ. ຕົວຢ່າງ: ຢາໂຄບ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເມື່ອ​ລາວ​ຮູ້ສຶກ​ຢ້ານ​ວ່າ​ອ້າຍ​ຈະ​ມາ​ທຳ​ຮ້າຍ​ລາວ. ລາວ​ອະທິດຖານ​ວ່າ: “ພະອົງ​ໄດ້​ບອກ​ແລ້ວ​ວ່າ ‘ເຮົາ​ຈະ​ກະທຳ​ການ​ດີ​ແກ່​ເຈົ້າ​ເປັນ​ແທ້ ແລະ​ຈະ​ກະທຳ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ທະວີ​ມາກ​ຂຶ້ນ​ເໝືອນ​ດັ່ງ​ເມັດ​ດິນ​ຊາຍ​ໃນ​ນໍ້າ​ທະເລ.’” (ຕົ້ນເດີມ 32:6-12) ຢາໂຄບ​ມີ​ຄວາມ​ເຊື່ອ​ແທ້ໆໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເຫັນ​ໄດ້​ຈາກ​ການ​ໃຊ້​ຊີວິດ​ຂອງ​ລາວ.

ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊບ​ແລະ​ມາລີ? (ເບິ່ງ​ຂໍ້ 11)

11. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ມາລີ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ?

11 ຕອນ​ນີ້​ຂໍ​ໃຫ້​ຄິດ​ເຖິງ​ມາລີ. ພະ​ເຢໂຫວາ​ເລືອກ​ລາວ​ໃຫ້​ເປັນ​ແມ່​ຂອງ​ພະ​ເຍຊູ​ຍ້ອນ​ລາວ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ຂໍ​ໃຫ້​ອ່ານ​ສິ່ງ​ທີ່​ມາລີ​ເວົ້າ​ຕອນ​ທີ່​ໄປ​ຢາມ​ຊາກາລີ​ແລະ​ເອລີຊາເບດ​ເຊິ່ງ​ເປັນ​ຍາດ​ພີ່​ນ້ອງ​ຂອງ​ລາວ. (ອ່ານ​ລືກາ 1:46-55) ເຮົາ​ຈະ​ເຫັນ​ວ່າ​ມາລີ​ຮັກ​ພະ​ຄຳ​ຂອງ​ພະເຈົ້າ​ແລະ​ຮູ້ຈັກ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ເປັນ​ຢ່າງ​ດີ. (ຕົ້ນເດີມ 30:13; 1 ຊາເມືອນ 2:1-10; ມາລາກີ 3:12) ເຖິງ​ວ່າ​ມາລີ​ແລະ​ໂຢເຊບ​ແຕ່ງ​ດອງ​ກັນ​ແລ້ວ ເຂົາ​ເຈົ້າ​ກໍ​ລໍ​ຖ້າ​ຈົນ​ກວ່າ​ພະ​ເຍຊູ​ເກີດ​ແລ້ວ​ຈຶ່ງ​ມີ​ເພດ​ສຳພັນ. ເຂົາ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ມອບ​ໝາຍ​ຈາກ​ພະເຈົ້າ​ຫຼາຍ​ກວ່າ​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ. (ມັດທາຍ 1:25) ມາລີ​ຍັງ​ສັງເກດ​ເບິ່ງ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ພະ​ເຍຊູ​ເຕີບ​ໃຫຍ່​ແລະ​ໄດ້​ຟັງ​ສິ່ງ​ທີ່​ເພິ່ນ​ສອນ. ລາວ​ໄດ້ “ເກັບ​ກຳ​ເລື່ອງ​ທັງ​ໝົດ​ນີ້​ໄວ້​ໃນ​ໃຈ.” (ລືກາ 2:51, ທ.ປ.) ເຫັນ​ໄດ້​ແຈ້ງ​ວ່າ​ມາລີ​ສົນ​ໃຈ​ແທ້ໆໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ກ່ຽວ​ກັບ​ເມຊີ. ເຮົາ​ຈະ​ຮຽນ​ແບບ​ມາລີ​ແລະ​ພະຍາຍາມ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຕໍ່ໆໄປ​ໄດ້​ແນວ​ໃດ?

12. (ກ) ພະ​ເຍຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

12 ພະ​ເຍຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ຕະຫຼອດ​ໄລຍະ​ທີ່​ເພິ່ນ​ມີ​ຊີວິດ​ຢູ່​ແລະ​ເຮັດ​ວຽກ​ຮັບໃຊ້​ເທິງ​ໂລກ ເພິ່ນ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ຢາກ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ. ພະ​ເຍຊູ​ຄິດ ຮູ້ສຶກ ແລະ​ປະພຶດ​ຄື​ກັບ​ພະ​ເຢໂຫວາ. ເພິ່ນ​ເຮັດ​ຕາມ​ຄວາມ​ຕ້ອງການ​ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະອົງ. (ໂຢຮັນ 8:29; 14:9; 15:10) ຕົວຢ່າງ: ຂໍ​ໃຫ້​ສົມ​ທຽບ​ລະຫວ່າງ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ເອຊາອີ​ກັບ​ຄວາມ​ຮູ້ສຶກ​ຂອງ​ພະ​ເຍຊູ​ທີ່​ຢູ່​ໃນ​ມາລະໂກ. (ອ່ານ​ເອຊາອີ 63:9; ມາລະໂກ 6:34) ເຮົາ​ຮຽນ​ແບບ​ພະ​ເຍຊູ​ບໍ​ໂດຍ​ພ້ອມ​ສະເໝີ​ທີ່​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ? ເຮົາ​ຈົດຈໍ່​ໃນ​ການ​ປະກາດ​ແລະ​ການ​ສອນ​ຂ່າວ​ດີ​ຄື​ກັບ​ພະ​ເຍຊູ​ບໍ? (ລືກາ 4:43) ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຈະ​ເປັນ​ຄົນ​ທີ່​ເມດຕາ​ສົງສານ​ແລະ​ພະຍາຍາມ​ຊ່ວຍ​ເຫຼືອ​ຄົນ​ອື່ນ.

13, 14. (ກ) ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ? (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ.

13 ໃນ​ທຸກ​ມື້​ນີ້ ພີ່​ນ້ອງ​ຫຼາຍ​ຄົນ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ທີ່​ຈະ​ຮຽນ​ແບບ​ພະ​ຄລິດ. ເຈົ້າ​ອາດ​ເຫັນ​ວ່າ​ເຂົາ​ເຈົ້າ​ກະຕືລືລົ້ນ​ໃນ​ວຽກ​ຮັບໃຊ້ ມີ​ຄວາມ​ເອື້ອເຟື້ອ ແລະ​ເຫັນ​ອົກ​ເຫັນ​ໃຈ. ເຖິງ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ບໍ່​ສົມບູນ​ແບບ ແຕ່​ເຂົາ​ເຈົ້າ​ກໍ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ມີ​ຄຸນ​ລັກສະນະ​ທີ່​ດີ​ແລະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ. ພີ່​ນ້ອງ​ຍິງ​ຊື່​ລາເຊ​ວ​ໃນ​ເບຣ​ຊິນ​ບອກ​ວ່າ: “ຂ້ອຍ​ມັກ​ຕິດ​ຕາມ​ໂລກ​ແຟ​ຊັ່ນ ຜົນ​ກໍ​ຄື​ຂ້ອຍ​ແຕ່ງ​ຕົວ​ບໍ່​ຄ່ອຍ​ສຸພາບ. ແຕ່​ການ​ຮຽນ​ຮູ້​ຄວາມ​ຈິງ​ກະຕຸ້ນ​ຂ້ອຍ​ໃຫ້​ຢາກ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ການ​ປ່ຽນ​ແປງ​ນີ້​ບໍ່​ງ່າຍ ແຕ່​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ແລະ​ພົບ​ເປົ້າ​ໝາຍ​ທີ່​ແທ້​ຈິງ​ໃນ​ຊີວິດ.”

14 ພີ່​ນ້ອງ​ຍິງ​ຊື່​ເຣ​ລິນ​ໃນ​ຟີລິບປິນ​ມີ​ບັນຫາ​ອີກ​ຢ່າງ​ໜຶ່ງ. ເຖິງ​ວ່າ​ລາວ​ຈະ​ຢູ່​ໃນ​ຄວາມ​ຈິງ ແຕ່​ລາວ​ກໍ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮຽນ​ສູງໆແລະ​ມີ​ວຽກ​ອາຊີບ​ທີ່​ດີ ສຸດ​ທ້າຍ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້​ຂອງ​ລາວ​ກໍ​ກາຍ​ເປັນ​ສິ່ງ​ທີ່​ບໍ່​ຄ່ອຍ​ສຳຄັນ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ຊີວິດ​ຂ້ອຍ​ມີ​ບາງ​ຢ່າງ​ທີ່​ຂາດ​ຫາຍ​ໄປ ບາງ​ຢ່າງ​ທີ່​ສຳຄັນ​ກວ່າ​ວຽກ​ອາຊີບ​ຂອງ​ຂ້ອຍ.” ເຣ​ລິນ​ໄດ້​ປ່ຽນ​ຄວາມ​ຄິດ​ແລະ​ໃຫ້​ວຽກ​ຮັບໃຊ້​ພະເຈົ້າ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຕອນ​ນີ້​ລາວ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ມັດທາຍ 6:33, 34 ແລະ​ເວົ້າ​ວ່າ: “ຂ້ອຍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ຂ້ອຍ!” ເຈົ້າ​ອາດ​ຮູ້ຈັກ​ພີ່​ນ້ອງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ເຊິ່ງ​ມີ​ປະສົບການ​ທີ່​ຄ້າຍໆກັນ​ນີ້. ເມື່ອ​ເຮົາ​ເຫັນ​ເຂົາ​ເຈົ້າ​ຮຽນ​ແບບ​ພະ​ຄລິດ ເຮົາ​ກໍ​ຢາກ​ເຮັດ​ຕາມ​ຕົວຢ່າງ​ທີ່​ສັດ​ຊື່​ຂອງ​ເຂົາ​ເຈົ້າ.—1 ໂກລິນໂທ 11:1; 2 ເທຊະໂລນີກ 3:7

ມີ “ຈິດ​ໃຈ​ຢ່າງ​ພະ​ຄລິດ”

15, 16. (ກ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ຄື​ກັບ​ພະ​ຄລິດ? (ຂ) ເຮົາ​ຈະ​ຍອມ​ໃຫ້ “ຈິດ​ໃຈ​ຢ່າງ​ພະ​ຄລິດ” ມີ​ຜົນ​ຕໍ່​ເຮົາ​ແນວ​ໃດ?

15 ເຮົາ​ຈະ​ຮຽນ​ແບບ​ພະ​ຄລິດ​ໄດ້​ແນວ​ໃດ? 1 ໂກລິນໂທ 2:16 ບອກ​ວ່າ​ເຮົາ​ຕ້ອງ​ມີ “ຈິດ​ໃຈ​ຢ່າງ​ພະ​ຄລິດ” ແລະ​ໂລມ 15:5 ບອກ​ໃຫ້​ເຮົາ ‘ມີ​ໃຈ [“ຄວາມ​ຄິດ,” ລ.ມ.] ອັນ​ດຽວ​ກັນ​ຕາມ​ພະ​ຄລິດ​ເຍຊູ.’ ເພື່ອ​ຈະ​ເປັນ​ຄື​ກັບ​ພະ​ເຍຊູ ເຮົາ​ຕ້ອງ​ຮຽນ​ຮູ້​ວິທີ​ທີ່​ເພິ່ນ​ຄິດ ຮູ້ສຶກ ແລະ​ເພິ່ນ​ເປັນ​ຄົນ​ແບບ​ໃດ. ພະ​ເຍຊູ​ໃຫ້​ສາຍ​ສຳພັນ​ຂອງ​ເພິ່ນ​ກັບ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ດັ່ງ​ນັ້ນ ແຮ່ງ​ເຮົາ​ເປັນ​ຄື​ກັບ​ພະ​ຄລິດ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ເປັນ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ນັ້ນ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ຮຽນ​ຮູ້​ເພື່ອ​ຈະ​ຄິດ​ຄື​ກັບ​ພະ​ເຍຊູ.

16 ເຮົາ​ຈະ​ຮຽນ​ຮູ້​ທີ່​ຈະ​ຄິດ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ? ພວກ​ລູກ​ສິດ​ເຄີຍ​ເຫັນ​ເພິ່ນ​ເຮັດ​ການ​ອັດສະຈັນ ຟັງ​ເພິ່ນ​ສອນ​ຄົນ​ກຸ່ມ​ໃຫຍ່ ເຫັນ​ເພິ່ນ​ປິ່ນ​ປົ່ວ​ຄົນ​ທຸກ​ຊະນິດ ແລະ​ເຫັນ​ເພິ່ນ​ເຮັດ​ຕາມ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ບອກ​ວ່າ: “ເຮົາ​ທັງ​ຫຼາຍ​ເປັນ​ພິຍານ​ຝ່າຍ​ສັບພະ​ການ​ທີ່​ພະອົງ​ໄດ້​ກະທຳ.” (ກິດຈະການ 10:39) ທຸກ​ມື້​ນີ້ ເຮົາ​ບໍ່​ສາມາດ​ເຫັນ​ພະ​ເຍຊູ ແຕ່​ເຮົາ​ມີ​ພະ​ຄຳພີ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ. ເມື່ອ​ອ່ານ​ແລະ​ຄິດ​ຕຶກຕອງ​ໃນ​ພະທຳ​ກິດຕິຄຸນ​ມັດທາຍ ມາລະໂກ ລືກາ ແລະ​ໂຢຮັນ ເຮົາ​ກໍ​ຈະ​ຮູ້​ວິທີ​ຄິດ​ຂອງ​ພະ​ເຍຊູ​ຫຼາຍ​ຂຶ້ນ. ນີ້​ຊ່ວຍ​ເຮົາ​ໃຫ້ “ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະອົງ​ໄປ” ແລ້ວ​ເຮົາ​ກໍ​ຈະ​ມີ “ຄວາມ​ຄຶດ​ອັນ​ດຽວ” ກັບ​ພະ​ເຍຊູ.—1 ເປໂຕ 2:21; 4:1

17. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ມີ​ຄວາມ​ຄິດ​ຄື​ກັບ​ພະ​ເຍຊູ?

17 ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ຄິດ​ຄື​ກັບ​ພະ​ເຍຊູ? ການ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ຈະ​ເຮັດ​ໃຫ້​ຮ່າງກາຍ​ແຂງແຮງ ຄ້າຍ​ຄື​ກັນ ການ​ໃສ່​ຄວາມ​ຄິດ​ຂອງ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ. ຖ້າ​ເຮັດ​ແບບ​ນີ້​ເທື່ອ​ລະ​ເລັກ​ເທື່ອ​ໜ້ອຍ ເຮົາ​ກໍ​ຈະ​ຮູ້​ວ່າ​ເພິ່ນ​ຈະ​ເຮັດ​ແນວ​ໃດ​ເມື່ອ​ປະສົບ​ກັບ​ສະພາບການ​ຕ່າງໆ ເຊິ່ງ​ນັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ. ເຫັນ​ໄດ້​ວ່າ​ມີ​ຫຼາຍ​ເຫດຜົນ​ແທ້ໆທີ່​ເຮົາ​ຈະ “ປູກ​ຝັງ​ລັກສະນະ​ນິດໄສ​ແບບ​ພະ​ເຍຊູ​ຄລິດ​ຜູ້​ເປັນ​ນາຍ.”—ໂລມ 13:14, ລ.ມ.

18. ເຈົ້າ​ໄດ້​ຮຽນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ?

18 ບົດ​ຄວາມ​ນີ້​ໄດ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ເຮົາ​ໄດ້​ຮຽນ​ຮູ້​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ບໍລິສຸດ ແລະ​ຍັງ​ຮຽນ​ຮູ້​ວ່າ​ການ​ມີ “ຈິດ​ໃຈ​ຢ່າງ​ພະ​ຄລິດ” ຊ່ວຍ​ເຮົາ​ໃຫ້​ຄິດ​ຄື​ກັບ​ພະ​ເຢໂຫວາ​ແລະ​ສະໜິດ​ກັບ​ພະອົງ. ແຕ່​ຍັງ​ມີ​ອີກ​ຫຼາຍ​ຢ່າງ​ທີ່​ເຮົາ​ຈະ​ຮຽນ​ຮູ້​ໄດ້ ເຊັ່ນ: ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ແລະ​ສະໜິດ​ກັບ​ພະອົງ? ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ? ການ​ສະໜິດ​ກັບ​ພະເຈົ້າ​ສົ່ງ​ຜົນ​ຕໍ່​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ​ແນວ​ໃດ? ເຮົາ​ຈະ​ເບິ່ງ​ນຳ​ກັນ​ໃນ​ບົດ​ຄວາມ​ຕໍ່​ໄປ.

^ ຂໍ້ 3 1 ໂກລິນໂທ 2:14-16 (ລ.ມ.): “ແຕ່​ຄົນ​ທີ່​ຄິດ​ແບບ​ໂລກ​ບໍ່​ຍອມ​ຮັບ​ສິ່ງ​ທີ່​ມາ​ຈາກ​ພະລັງ​ຂອງ​ພະເຈົ້າ ເຂົາ​ຖື​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ເລື່ອງ​ໂງ່ ແລະ​ເຂົາ​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້ ເພາະ​ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ເຫຼົ່າ​ນັ້ນ​ໄດ້​ຕ້ອງ​ກວດ​ສອບ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ຂອງ​ພະເຈົ້າ ສ່ວນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ນັ້ນ​ກໍ​ຈະ​ກວດ​ສອບ​ທຸກ​ສິ່ງ​ໄດ້ ແຕ່​ບໍ່​ມີ​ໃຜ​ກວດ​ສອບ​ເຂົາ​ໄດ້ ເພາະ​ວ່າ ‘ໃຜ​ຈະ​ຮູ້​ໃຈ​ພະ​ເຢໂຫວາ​ເພື່ອ​ຈະ​ສັ່ງ​ສອນ​ພະອົງ​ໄດ້?’ ແຕ່​ເຮົາ​ມີ​ຈິດ​ໃຈ​ຢ່າງ​ພະ​ຄລິດ”