ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຢາໂຄບ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເມຊີ​ຍ້ອນ​ເອຊາອຶ​ຂາຍ​ສິດທິ​ລູກ​ກົກ​ໃຫ້​ລາວ​ບໍ?

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ໃນ​ສະໄໝ​ອິດສະລາແອນ​ບູຮານ ຄົນ​ທີ່​ຈະ​ເປັນ​ບັນພະບຸລຸດ​ຂອງ​ເມຊີ​ຕ້ອງ​ເປັນ​ລູກ​ກົກ​ບໍ?

ໃນ​ອະດີດ​ເຮົາ​ເຄີຍ​ຄິດ​ແບບ​ນີ້​ເພາະ​ເລື່ອງ​ນີ້​ໄດ້​ບອກ​ໄວ້​ໃນ ເຫບເລີ 12:16 (ລ.ມ.) ທີ່​ບອກ​ວ່າ​ເອຊາອຶ “ບໍ່​ເຫັນ​ຄຸນຄ່າ​ສິ່ງ​ສັກສິດ” ແລະ “ເອົາ​ສິດທິ​ລູກ​ກົກ​ໄປ [ໃຫ້​ຢາໂຄບ​ເພື່ອ] ແລກ​ກັບ​ອາຫານ​ຄາບ​ດຽວ.” ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ​ເມື່ອ​ຢາໂຄບ​ໄດ້ “ສິດທິ​ລູກ​ກົກ” ລາວ​ເລີຍ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເມຊີ.—ມັດທາຍ 1:2, 16; ລືກາ 3:23, 34

ແຕ່​ການ​ສຶກສາ​ເລື່ອງ​ໃນ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ກໍ​ຈະ​ຊ່ວຍ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ເປັນ​ບັນພະບຸລຸດ​ຂອງ​ເມຊີ​ບໍ່​ຈຳເປັນ​ຕ້ອງ​ເປັນ​ລູກ​ກົກ​ສະເໝີ​ໄປ. ຂໍ​ໃຫ້​ເຮົາ​ມາ​ພິຈາລະນາ​ບາງ​ຕົວຢ່າງ​ນຳ​ກັນ:

ລູກ​ຊາຍ​ກົກ​ຂອງ​ຢາໂຄບ​ທີ່​ເກີດ​ຈາກ​ເລອາ​ແມ່ນ​ລູເບນ ແລະ​ຕໍ່​ມາ​ຢາໂຄບ​ກໍ​ມີ​ລູກ​ຊາຍ​ກັບ​ລາເຊນ​ຄື​ໂຢເຊບ. ໂຢເຊບ​ເປັນ​ລູກ​ຊາຍ​ກົກ​ທີ່​ເກີດ​ຈາກ​ລາເຊນ. ເມື່ອ​ລູເບນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ສິດທິ​ລູກ​ກົກ​ກໍ​ເລີຍ​ຕົກ​ໄປ​ເປັນ​ຂອງ​ໂຢເຊບ. (ຕົ້ນເດີມ 29:31-35; 30:22-25; 35:22-26; 49:22-26; 1 ຂ່າວຄາວ 5:1, 2) ແນວ​ໃດ​ກໍ​ຕາມ ບັນພະບຸລຸດ​ຂອງ​ເມຊີ​ບໍ່​ແມ່ນ​ທັງ​ລູເບນ​ແລະ​ໂຢເຊບ ແຕ່​ເປັນ​ຢູດາ​ລູກ​ຊາຍ​ຄົນ​ທີ່ 4 ຂອງ​ເລອາ.—ຕົ້ນເດີມ 49:10

ລືກາ 3:32 ເວົ້າ​ເຖິງ 5 ຄົນ​ທີ່​ເປັນ​ບັນພະບຸລຸດ​ຂອງ​ເມຊີ ແລະ​ເບິ່ງ​ຄື​ວ່າ​ແຕ່​ລະ​ຄົນ​ຈະ​ເປັນ​ລູກ​ກົກ ເຊັ່ນ: ໂບອາດ​ເປັນ​ພໍ່​ຂອງ​ໂອເບດ ແລະ​ໂອເບດ​ເປັນ​ພໍ່​ຂອງ​ເຢເຊ.—ລຶດ 4:17, 20-22; 1 ຂ່າວຄາວ 2:10-12

ແນວ​ໃດ​ກໍ​ຕາມ ດາວິດ​ບໍ່​ໄດ້​ເປັນ​ລູກ​ກົກ​ຂອງ​ເຢເຊ ລາວ​ເປັນ​ລູກ​ຄົນ​ທີ່ 8 ເຊິ່ງ​ເປັນ​ລູກ​ຫຼ້າ ແຕ່​ດາວິດ​ກໍ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເມຊີ. (1 ຊາເມືອນ 16:10, 11; 17:12; ມັດທາຍ 1:5, 6) ຄ້າຍ​ຄື​ກັນ ຊາໂລໂມນ​ເຊິ່ງ​ເປັນ​ບັນພະບຸລຸດ​ຄົນ​ຕໍ່​ໄປ​ກໍ​ບໍ່​ໄດ້​ເປັນ​ລູກ​ກົກ​ຄື​ກັນ.—2 ຊາເມືອນ 3:2-5

ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ການ​ເປັນ​ລູກ​ກົກ​ບໍ່​ສຳຄັນ ລູກ​ຊາຍ​ກົກ​ເປັນ​ຕຳແໜ່ງ​ທີ່​ມີ​ກຽດ​ແລະ ຈະ​ເປັນ​ຫົວ​ໜ້າ​ວົງ​ຕະກູນ​ຄົນ​ຕໍ່​ໄປ. ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ຮັບ​ສ່ວນ​ແບ່ງ​ສອງ​ສ່ວນ​ຂອງ​ມູນ​ມໍລະດົກ​ນຳ​ອີກ.—ຕົ້ນເດີມ 43:33; ພະບັນຍັດ 21:17; ໂຢຊວຍ 17:1

ສິດທິ​ລູກ​ກົກ​ສາມາດ​ໂອນ​ໄປ​ໃຫ້​ຄົນ​ອື່ນ​ໄດ້ ເຊັ່ນ: ສິດທິ​ລູກ​ກົກ​ໄດ້​ຖືກ​ໂອນ​ຈາກ​ຍິດມາເອນ​ໄປ​ໃຫ້​ອີຊາກ​ເພາະ​ອັບລາຫາມ​ໃຫ້​ຍິດມາເອນ​ອອກ​ຈາກ​ເຮືອນ​ໄປ. (ຕົ້ນເດີມ 21:14-21; 22:2) ແລະ​ໃນ​ອີກ​ກໍລະນີ​ໜຶ່ງ​ຄື ສິດທິ​ລູກ​ກົກ​ໄດ້​ຖືກ​ໂອນ​ຈາກ​ລູເບນ​ໄປ​ໃຫ້​ໂຢເຊບ​ຕາມ​ທີ່​ໄດ້​ອະທິບາຍ​ໄປ​ກ່ອນ​ໜ້າ​ນີ້​ແລ້ວ.

ຕອນ​ນີ້​ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ເຫບເລີ 12:16 ອີກ​ເທື່ອ​ໜຶ່ງ. ຂໍ້​ນັ້ນ​ບອກ​ວ່າ: “ລະວັງ​ຢ່າ​ໃຫ້​ໃຜ​ໃນ​ໝູ່​ພວກ​ເຈົ້າ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຫຼື​ບໍ່​ເຫັນ​ຄຸນຄ່າ​ສິ່ງ​ສັກສິດ​ຄື​ເອຊາອຶ​ທີ່​ເອົາ​ສິດທິ​ລູກ​ກົກ​ໄປ​ແລກ​ກັບ​ອາຫານ​ຄາບ​ດຽວ.” ຂໍ້​ນີ້​ກຳລັງ​ບອກ​ຫຍັງ?

ຂໍ້​ນີ້​ອັກຄະສາວົກ​ໂປໂລ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ບັນພະບຸລຸດ​ຂອງ​ເມຊີ ລາວ​ພຽງ​ແຕ່​ກະຕຸ້ນ​ຄລິດສະຕຽນ​ໃຫ້ ‘ເຮັດ​ທາງ​ເດີນ​ຂອງ​ເຂົາ​ເຈົ້າ​ໃຫ້​ຊື່​ກົງ​ຢູ່​ສະເໝີ’ ເພື່ອ​ຈະ​ບໍ່ “ພາດ​ໄປ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ” ເຊິ່ງ​ອາດ​ເກີດ​ຂຶ້ນ​ໄດ້​ຖ້າ​ຄລິດສະຕຽນ​ເຫຼົ່າ​ນັ້ນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (ເຫບເລີ 12:12-16, ລ.ມ.) ຖ້າ​ເຂົາ​ເຈົ້າ​ເຮັດ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ເປັນ​ຄື​ເອຊາອຶ​ທີ່​ບໍ່ “ເຫັນ​ຄຸນຄ່າ​ສິ່ງ​ສັກສິດ.”

ໃນ​ສະໄໝ​ນັ້ນ​ຕາມ​ທຳນຽມ​ແລ້ວ ເອຊາອຶ​ອາດ​ມີ​ສິດທິ​ພິເສດ​ເປັນ​ຕົວ​ແທນ​ຂອງ​ຄອບຄົວ​ໃນ​ການ​ຖວາຍ​ເຄື່ອງ​ບູຊາ​ໃນ​ບາງ​ເທື່ອ. (ຕົ້ນເດີມ 8:20, 21; 12:7, 8; ໂຢບ 1:4, 5) ແຕ່​ຍ້ອນ​ລາວ​ສົນ​ໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ​ແລະ​ບໍ່​ໄດ້​ຄິດ​ເຖິງ​ພະເຈົ້າ ລາວ​ຈຶ່ງ​ຍອມ​ແລກ​ສິດທິ​ພິເສດ​ທັງ​ໝົດ​ຂອງ​ລູກ​ກົກ​ກັບ​ຖົ່ວ​ຕົ້ມ​ພຽງ​ຖ້ວຍ​ດຽວ. ອາດ​ເປັນ​ໄປ​ໄດ້​ທີ່​ລາວ​ບໍ່​ຢາກ​ປະສົບ​ກັບ​ຄວາມ​ທຸກ​ທີ່​ມີ​ບອກ​ໄວ້​ລ່ວງ​ໜ້າ​ກ່ຽວ​ກັບ​ສິ່ງ​ທີ່​ລູກ​ຫຼານ​ຂອງ​ອັບລາຫາມ​ຕ້ອງ​ປະສົບ. (ຕົ້ນເດີມ 15:13) ນອກ​ຈາກ​ນັ້ນ ເອຊາອຶ​ຍັງ​ສະແດງ​ວ່າ​ລາວ​ບໍ່​ເຫັນ​ຄຸນຄ່າ​ສິ່ງ​ສັກສິດ​ໂດຍ​ໄປ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ສອງ​ຄົນ​ທີ່​ບໍ່​ໄດ້​ນັບຖື​ພະ​ເຢໂຫວາ ນີ້​ເຮັດ​ໃຫ້​ພໍ່​ແມ່​ຂອງ​ລາວ​ເສຍໃຈ​ຫຼາຍ. (ຕົ້ນເດີມ 26:34, 35) ເອຊາອຶ​ແຕກຕ່າງ​ຈາກ​ຢາໂຄບ​ຫຼາຍ​ແທ້ໆ ຢາໂຄບ​ຕ້ອງການ​ແຕ່ງ​ດອງ​ກັບ​ຄົນ​ທີ່​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ເທົ່າ​ນັ້ນ.—ຕົ້ນເດີມ 28:6, 7; 29:10-12, 18

ດັ່ງ​ນັ້ນ ເຮົາ​ຈະ​ສະ​ຫຼຸບ​ເລື່ອງ​ບັນພະບຸລຸດ​ຂອງ​ພະ​ເຍຊູ​ຫຼື​ເມຊີ​ໄດ້​ແນວ​ໃດ? ຄົນ​ທີ່​ເປັນ​ບັນພະບຸລຸດ​ຂອງ​ເມຊີ​ອາດ​ເປັນ​ລູກ​ກົກ​ຫຼື​ບໍ່​ເປັນ​ກໍ​ໄດ້. ຊາວ​ຢິວ​ຍອມ​ຮັບ​ແລະ​ເຂົ້າ​ໃຈ​ເລື່ອງ​ນີ້​ຄື​ກັບ​ທີ່​ເຂົາ​ເຈົ້າ​ຍອມ​ຮັບ​ວ່າ​ພະ​ຄລິດ​ເປັນ​ລູກ​ຫຼານ​ຂອງ​ດາວິດ​ລູກ​ຊາຍ​ຫຼ້າ​ຂອງ​ເຢເຊ.—ມັດທາຍ 22:42