ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ນັບຖື​ຊີວິດ​ແຕ່ງ​ດອງ​ທີ່​ພະເຈົ້າ​ຈັດ​ກຽມ​ໄວ້

ໃຫ້​ນັບຖື​ຊີວິດ​ແຕ່ງ​ດອງ​ທີ່​ພະເຈົ້າ​ຈັດ​ກຽມ​ໄວ້

“ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ຄົນ​ກະທຳ​ໃຫ້​ແຍກ​ຈາກ​ກັນ​ເຖີ້ນ.”ມາລະໂກ 10:9

ເພງ: 131, 132

1, 2. ເຫບເລີ 13:4 ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ?

ເຮົາ​ທຸກ​ຄົນ​ຢາກ​ສະແດງ​ຄວາມ​ນັບຖື​ພະ​ເຢໂຫວາ. ພະອົງ​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ເຮົາ ແລະ​ພະອົງ​ສັນຍາ​ວ່າ​ຈະ​ນັບຖື​ເຮົາ​ຄື​ກັນ. (1 ຊາເມືອນ 2:30; ສຸພາສິດ 3:9; ຄຳປາກົດ 4:11) ພະອົງ​ຍັງ​ຢາກ​ໃຫ້​ເຮົາ​ນັບຖື​ຄົນ​ອື່ນໆນຳ​ເຊັ່ນ ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ. (ໂລມ 12:10; 13:7) ແຕ່​ມີ​ຂົງ​ເຂດ​ໜຶ່ງ​ທີ່​ພະອົງ​ຢາກ​ໃຫ້​ເຮົາ​ສະແດງ​ຄວາມ​ນັບຖື​ເປັນ​ພິເສດ​ນັ້ນ​ກໍ​ຄື ຊີວິດ​ແຕ່ງ​ດອງ.

2 ອັກຄະສາວົກ​ໂປໂລ​ບອກ​ວ່າ: “ຈົ່ງ​ໃຫ້​ຊີວິດ​ສົມລົດ​ຂອງ​ພວກ​ທ່ານ​ເປັນ​ທີ່​ຍົກຍ້ອງ​ແກ່​ທຸກ​ຄົນ ແລະ​ຈົ່ງ​ໃຫ້​ຄູ່​ຜົວ​ເມຍ​ສັດ​ຊື່​ຕໍ່​ກັນ​ແລະ​ກັນ.” (ເຫບເລີ 13:4, ທ.ປ.) ໂປໂລ​ເວົ້າ​ຢ່າງ​ຈິງ​ຈັງ​ໃນ​ເລື່ອງ​ແຕ່ງ​ດອງ ລາວ​ບອກ​ຄລິດສະຕຽນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ນັບຖື​ຕໍ່​ຊີວິດ​ແຕ່ງ​ດອງ​ນຳ ເຊິ່ງ​ໝາຍ​ເຖິງ​ໃຫ້​ຖື​ວ່າ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ. ຖ້າ​ເຈົ້າ​ແຕ່ງ​ດອງ​ແລ້ວ ເຈົ້າ​ຄິດ​ວ່າ​ຊີວິດ​ແຕ່ງ​ດອງ​ຂອງ​ເຈົ້າ​ມີ​ຄ່າ​ບໍ?

3. ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ຫຍັງ​ທີ່​ສຳຄັນ​ກ່ຽວ​ກັບ​ຊີວິດ​ແຕ່ງ​ດອງ? (ເບິ່ງ​ຮູບ​ທຳອິດ)

3 ຖ້າ​ເຈົ້າ​ຖື​ວ່າ​ຊີວິດ​ແຕ່ງ​ດອງ​ມີ​ຄ່າ​ຫຼາຍ ເຈົ້າ​ກໍ​ກຳລັງ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ. ພະ​ເຍຊູ​ເອງ​ກໍ​ນັບຖື​ເລື່ອງ​ຊີວິດ​ແຕ່ງ​ດອງ. ເມື່ອ​ພວກ​ຟາລິຊຽນ​ຖາມ​ພະ​ເຍຊູ​ກ່ຽວ​ກັບ​ການ​ຢ່າ​ຮ້າງ ເພິ່ນ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ກ່ຽວ​ກັບ​ການ​ແຕ່ງ​ດອງ​ທຳອິດ​ວ່າ: “ເພາະ​ເຫດ​ນັ້ນ​ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ໄປ​ຕິດ​ພັນ​ຢູ່​ກັບ​ເມຍ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ອັນ​ດຽວ” ແລະ​ຍັງ​ບອກ​ອີກ​ວ່າ: “ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ຄົນ​ກະທຳ​ໃຫ້​ແຍກ​ຈາກ​ກັນ​ເຖີ້ນ.”—ອ່ານ​ມາລະໂກ 10:2-12; ຕົ້ນເດີມ 2:24

4. ພະ​ເຢໂຫວາ​ມີ​ຈຸດ​ປະສົງ​ຫຍັງ​ໃນ​ເລື່ອງ​ຊີວິດ​ແຕ່ງ​ດອງ?

4 ພະ​ເຍຊູ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ກໍ່​ຕັ້ງ​ຊີວິດ​ແຕ່ງ​ດອງ​ແລະ​ຊີວິດ​ແຕ່ງ​ດອງ​ກໍ​ຄວນ​ເປັນ​ແບບ​ຖາວອນ. ເມື່ອ​ພະເຈົ້າ​ເຮັດ​ໃຫ້​ມີ​ການ​ແຕ່ງ​ດອງ​ເທື່ອ​ທຳອິດ ພະອົງ​ບໍ່​ໄດ້​ບອກ​ວ່າ​ໃຫ້​ອາດາມ​ກັບ​ເອວາ​ຢ່າ​ຮ້າງ​ກັນ​ໄດ້. ກົງ​ກັນ​ຂ້າມ ພະອົງ​ມີ​ຈຸດ​ປະສົງ​ໃຫ້ “ເຂົາ​ທັງ​ສອງ” ເປັນ​ຜົວ​ເມຍ​ກັນ​ຕະຫຼອດ​ໄປ.

ສິ່ງ​ທີ່​ເຮັດ​ໃຫ້​ຊີວິດ​ແຕ່ງ​ດອງ​ປ່ຽນ​ໄປ​ໄລຍະ​ໜຶ່ງ

5. ເມື່ອ​ມີ​ຄວາມ​ຕາຍ​ເກີດ​ຂຶ້ນ​ເຮັດ​ໃຫ້​ຊີວິດ​ແຕ່ງ​ດອງ​ເປັນ​ແນວ​ໃດ?

5 ດັ່ງ​ທີ່​ເຈົ້າ​ຮູ້​ແລ້ວ​ວ່າ ເມື່ອ​ອາດາມ​ເຮັດ​ບາບ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ປ່ຽນ​ໄປ. ສິ່ງ​ໜຶ່ງ​ກໍ​ຄື ມີ​ຄວາມ​ຕາຍ​ເກີດ​ຂຶ້ນ ແລະ​ສົ່ງ​ຜົນ​ຕໍ່​ຊີວິດ​ແຕ່ງ​ດອງ​ນຳ. ອັກຄະສາວົກ​ໂປໂລ​ອະທິບາຍ​ກັບ​ຄລິດສະຕຽນ​ວ່າ​ຄວາມ​ຕາຍ​ເຮັດ​ໃຫ້​ຊີວິດ​ແຕ່ງ​ດອງ​ຈົບ​ລົງ ແລະ​ຜົວ​ຫຼື​ເມຍ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ແຕ່ງ​ດອງ​ໃໝ່​ໄດ້.—ໂລມ 7:1-3

ກົດ​ໝາຍ​ຂອງ​ໂມເຊ​ສອນ​ເຮົາ​ວ່າ​ພະເຈົ້າ​ຖື​ວ່າ​ຊີວິດ​ແຕ່ງ​ດອງ​ມີ​ຄ່າ​ຫຼາຍ

6. ກົດ​ໝາຍ​ຂອງ​ໂມເຊ​ສອນ​ເຮົາ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ແຕ່ງ​ດອງ?

6 ກົດ​ໝາຍ​ທີ່​ພະເຈົ້າ​ໃຫ້​ຊາດ​ອິດສະລາແອນ​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ຊີວິດ​ແຕ່ງ​ດອງ. ຕົວຢ່າງ ຜູ້​ຊາຍ​ຊາວ​ອິດສະລາແອນ​ມີ​ເມຍ​ຫຼາຍ​ກວ່າ​ໜຶ່ງ​ຄົນ​ໄດ້. ທຳນຽມ​ນີ້​ມີ​ມາ​ກ່ອນ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ກົດ​ໝາຍ​ກັບ​ເຂົາ​ເຈົ້າ. ແຕ່​ກົດ​ໝາຍ​ກໍ​ປົກ​ປ້ອງ​ຜູ້​ຍິງ​ແລະ​ລູກ​ບໍ່​ໃຫ້​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ຕົວຢ່າງ ຖ້າ​ຜູ້​ຊາຍ​ຊາວ​ອິດສະລາແອນ​ແຕ່ງ​ດອງ​ກັບ​ທາດ ແລ້ວ​ຕໍ່​ມາ​ລາວ​ເອົາ​ເມຍ​ອີກ​ຜູ້​ໜຶ່ງ ລາວ​ກໍ​ຍັງ​ຕ້ອງ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ເມຍ​ຜູ້​ທຳອິດ​ຄື​ເກົ່າ. ພະເຈົ້າ​ຮຽກ​ຮ້ອງ​ໃຫ້​ລາວ​ປົກ​ປ້ອງ​ແລະ​ເບິ່ງ​ແຍງ​ເມຍ​ຜູ້​ທຳອິດ​ຕໍ່ໆໄປ. (ອົບພະຍົບ 21:9, 10) ເຮົາ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ​ແລ້ວ. ແຕ່​ເລື່ອງ​ນີ້​ສອນ​ເຮົາ​ວ່າ​ພະເຈົ້າ​ຖື​ວ່າ​ຊີວິດ​ແຕ່ງ​ດອງ​ມີ​ຄ່າ​ຫຼາຍ. ນີ້​ເຮັດ​ໃຫ້​ເຮົາ​ນັບຖື​ຊີວິດ​ແຕ່ງ​ດອງ.

7, 8. (ກ) ໃນ​ພະບັນຍັດ 24:1 ກົດ​ໝາຍ​ຂອງ​ໂມເຊ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ຢ່າ​ຮ້າງ? (ຂ) ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ຢ່າ​ຮ້າງ?

7 ກົດ​ໝາຍ​ຂອງ​ໂມເຊ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ຢ່າງ​ຮ້າງ? ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ມີ​ຈຸດ​ປະສົງ​ໃຫ້​ຜົວ​ຫຼື​ເມຍ​ຢ່າ​ຮ້າງ​ກັນ ແຕ່​ກົດ​ໝາຍ​ກໍ​ອະນຸຍາດ​ໃຫ້​ຜູ້​ຊາຍ​ອິດສະລາແອນ​ຢ່າ​ຮ້າງ​ກັບ​ເມຍ​ໄດ້​ຖ້າ​ເມຍ​ເຮັດ “ອັນ​ບໍ່​ດີ” ບາງ​ຢ່າງ. (ອ່ານ​ພະບັນຍັດ 24:1) ໃນ​ກົດ​ໝາຍ​ບໍ່​ໄດ້​ອະທິບາຍ​ວ່າ “ອັນ​ບໍ່​ດີ” ນັ້ນ​ແມ່ນ​ຫຍັງ. ແຕ່​ຄົງ​ຕ້ອງ​ເປັນ​ສິ່ງ​ທີ່​ອັບອາຍ​ຂາຍ​ໜ້າ​ຫຼາຍ ຫຼື​ເປັນ​ເລື່ອງ​ຮ້າຍແຮງ​ທີ່​ບໍ່​ແມ່ນ​ເລັກໆນ້ອຍໆ. (ພະບັນຍັດ 23:14) ໃນ​ສະໄໝ​ຂອງ​ພະ​ເຍຊູ ຊາວ​ຢິວ​ຫຼາຍ​ຄົນ​ຢ່າ​ຮ້າງ​ກັບ​ເມຍ​ຂອງ​ເຂົາ​ເຈົ້າ “ເພາະ​ເຫດ​ທຸກ​ຢ່າງ” ເຊິ່ງ​ເປັນ​ເລື່ອງ​ເລັກໆນ້ອຍໆ. (ມັດທາຍ 19:3) ແນ່ນອນ​ເຮົາ​ບໍ່​ຢາກ​ມີ​ຄວາມ​ຄິດ​ແບບ​ນັ້ນ.

8 ໃນ​ສະໄໝ​ຂອງ​ຜູ້​ພະຍາກອນ​ມາລາກີ ເປັນ​ເລື່ອງ​ທຳມະດາ​ທີ່​ຜູ້​ຊາຍ​ຈະ​ຢ່າ​ຮ້າງ​ເມຍ​ຜູ້​ທຳອິດ ບາງ​ເທື່ອ​ກໍ​ໄປ​ແຕ່ງ​ກັບ​ຜູ້​ຍິງ​ທີ່​ໜຸ່ມ​ກວ່າ​ເຊິ່ງ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ. ແຕ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ພະອົງ​ຄິດ​ແນວ​ໃດ​ກັບ​ການ​ຢ່າ​ຮ້າງ. ພະອົງ​ບອກ​ວ່າ: “ເຮົາ​ກຽດ​ຊັງ​ການ​ປະ​ຮ້າງ​ກັນ.” (ມາລາກີ 2:14-16) ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ຊີວິດ​ແຕ່ງ​ດອງ​ບໍ່​ເຄີຍ​ປ່ຽນ​ແປງ ເມື່ອ​ພະອົງ​ບອກ​ວ່າ​ຜູ້​ຊາຍ “ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.” (ຕົ້ນເດີມ 2:24) ພະ​ເຍຊູ​ກໍ​ຄິດ​ຄື​ກັບ​ພໍ່​ຂອງ​ເພິ່ນ​ໃນ​ເລື່ອງ​ຊີວິດ​ແຕ່ງ​ດອງ​ເມື່ອ​ເພິ່ນ​ເວົ້າ​ວ່າ: “ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ຄົນ​ກະທຳ​ໃຫ້​ແຍກ​ແຕກ​ຈາກ​ກັນ​ເຖີ້ນ.”—ມັດທາຍ 19:6

ເຫດຜົນ​ຢ່າງ​ດຽວ​ທີ່​ຢ່າ​ຮ້າງ​ໄດ້

9. ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ມາລະໂກ 10:11, 12 ໝາຍ​ຄວາມ​ວ່າ​ແນວ​ໃດ?

9 ບາງ​ຄົນ​ອາດ​ສົງໄສ​ວ່າ: ‘ມີ​ເຫດຜົນ​ຫຍັງ​ບໍ​ທີ່​ຄລິດສະຕຽນ​ສາມາດ​ຢ່າ​ຮ້າງ​ແລະ​ແຕ່ງ​ດອງ​ໃໝ່​ໄດ້?’ ຂໍ​ສັງເກດ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ: “ຄົນ​ທຸກ​ຄົນ​ທີ່​ຈະ​ປະ​ເມຍ​ແຫ່ງ​ຕົນ​ແລະ​ເອົາ​ເມຍ​ໃໝ່ ຜູ້​ນັ້ນ​ກະທຳ​ຜິດ​ຫຼິ້ນ​ຊູ້​ສູ່​ເມຍ​ກົກ ແລະ​ຖ້າ​ຍິງ​ຜູ້​ໜຶ່ງ​ປະ​ຜົວ​ແລະ​ເອົາ​ຜົວ​ໃໝ່ ຍິງ​ນັ້ນ​ກະທຳ​ຜິດ​ຫຼິ້ນ​ຊູ້​ສູ່​ເໝືອນ​ກັນ.” (ມາລະໂກ 10:11, 12; ລືກາ 16:18) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຍຊູ​ນັບຖື​ຊີວິດ​ແຕ່ງ​ດອງ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ນັບຖື​ຄື​ກັນ. ຖ້າ​ຜູ້​ຊາຍ​ຢ່າ​ຮ້າງ​ເມຍ​ທີ່​ບໍ່​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ແລ້ວ​ໄປ​ແຕ່ງ​ດອງ​ໃໝ່​ກໍ​ຖື​ວ່າ​ລາວ​ຫຼິ້ນ​ຊູ້ ແລະ​ຖ້າ​ຜູ້​ຍິງ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ກໍ​ຖື​ວ່າ​ເປັນ​ການ​ຫຼິ້ນ​ຊູ້​ຄື​ກັນ. ນັ້ນ​ເປັນ​ຍ້ອນ​ວ່າ​ການ​ຢ່າ​ຮ້າງ​ຢ່າງ​ດຽວ​ບໍ່​ໄດ້​ເຮັດ​ໃຫ້​ຊີວິດ​ຄູ່​ສິ້ນ​ສຸດ​ລົງ. ພະເຈົ້າ​ຍັງ​ຖື​ວ່າ​ເຂົາ​ເຈົ້າ​ເປັນ “ເນື້ອ​ໜັງ​ອັນ​ດຽວ​ກັນ.” ພະ​ເຍຊູ​ຍັງ​ບອກ​ວ່າ​ຖ້າ​ຜູ້​ຊາຍ​ຢ່າ​ຮ້າງ​ເມຍ​ທີ່​ບໍ່​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ລາວ​ກໍ​ເຮັດ​ໃຫ້​ເມຍ​ສ່ຽງ​ທີ່​ຈະ​ຫຼິ້ນ​ຊູ້. ເປັນ​ໄປ​ໄດ້​ແນວ​ໃດ? ໃນ​ສະໄໝ​ນັ້ນ​ຜູ້​ຍິງ​ທີ່​ຖືກ​ຢ່າ​ຮ້າງ​ອາດ​ຮູ້ສຶກ​ວ່າ​ຕ້ອງ​ແຕ່ງ​ດອງ​ໃໝ່​ເພື່ອ​ຈະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ທາງ​ດ້ານ​ການ​ເງິນ ເຊິ່ງ​ການ​ແຕ່ງ​ດອງ​ແບບ​ນັ້ນ​ກໍ​ເປັນ​ການ​ຫຼິ້ນ​ຊູ້​ຄື​ກັນ.

10. ຄລິດສະຕຽນ​ສາມາດ​ຢ່າ​ຮ້າງ​ແລະ​ແຕ່ງ​ດອງ​ໃໝ່​ໄດ້​ດ້ວຍ​ເຫດຜົນ​ດຽວ​ຫຍັງ​ເທົ່າ​ນັ້ນ?

10 ພະ​ເຍຊູ​ສອນ​ວ່າ​ມີ​ເຫດຜົນ​ຢ່າງ​ດຽວ​ທີ່​ຄລິດສະຕຽນ​ຢ່າ​ຮ້າງ​ກັນ​ໄດ້ ເພິ່ນ​ບອກ​ວ່າ: “ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຄົນ​ທຸກ​ຄົນ​ທີ່​ຈະ​ປະ​ເມຍ​ແຫ່ງ​ຕົນ​ບໍ່​ໃຊ່​ເພາະ​ເຫດ​ຜິດ​ກັບ​ຊາຍ​ຜູ້​ອື່ນ ແລະ​ຈະ​ເອົາ​ເມຍ​ໃໝ່ ຜູ້​ນັ້ນ​ກະທຳ​ຜິດ​ຫຼິ້ນ​ຊູ້.” (ມັດທາຍ 19:9) ເພິ່ນ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ​ໃນ​ຄຳ​ເທດ​ເທິງ​ພູເຂົາ. (ມັດທາຍ 5:31, 32) ທັງ​ສອງ​ເທື່ອ​ພະ​ເຍຊູ​ໄດ້​ເວົ້າ​ເຖິງ​ເຫດຜົນ​ທີ່ຈະ​ຢ່າ​ຮ້າງ​ໄດ້​ນັ້ນ​ຄື ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ເຊິ່ງ​ອາດ​ລວມ​ເຖິງ​ການ​ຫຼິ້ນ​ຊູ້ ຂາຍ​ບໍລິການ​ທາງ​ເພດ ເພດ​ສຳພັນ​ລະຫວ່າງ​ຄົນ​ທີ່​ບໍ່​ແຕ່ງ​ດອງ​ກັນ ຮັກ​ຮ່ວມ​ເພດ ແລະ​ມີ​ເພດ​ສຳພັນ​ກັບ​ສັດ. ສົມມຸດ​ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ເມຍ​ຂອງ​ລາວ​ກໍ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ຢ່າ​ຮ້າງ​ກັບ​ລາວ​ຫຼື​ບໍ່. ຖ້າ​ເມຍ​ເລືອກ​ຢ່າ​ຮ້າງ ພະເຈົ້າ​ກໍ​ຖື​ວ່າ​ທັງ​ສອງ​ບໍ່​ແມ່ນ​ຜົວ​ເມຍ​ກັນ​ອີກ​ຕໍ່​ໄປ.

11. ເປັນ​ຫຍັງ​ຄລິດສະຕຽນ​ອາດ​ເລືອກ​ທີ່​ຈະ​ບໍ່​ຢ່າ​ຮ້າງ​ເຖິງ​ວ່າ​ຄູ່​ຂອງ​ຕົນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ?

11 ຂໍ​ສັງເກດ​ວ່າ​ພະ​ເຍຊູ​ບໍ່​ໄດ້​ບອກ​ວ່າ​ຖ້າ​ມີ​ຝ່າຍ​ໜຶ່ງ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຝ່າຍ​ທີ່​ບໍ່​ໄດ້​ເຮັດ​ຜິດ​ຈຳເປັນ​ຕ້ອງ​ຢ່າ​ຮ້າງ. ຕົວຢ່າງ: ເມຍ​ຄົນ​ໜຶ່ງ​ອາດ​ເລືອກ​ຢູ່​ກັບ​ຜົວ​ຕໍ່​ໄປ​ເຖິງ​ວ່າ​ຜົວ​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຍ້ອນ​ຫຍັງ? ຍ້ອນ​ເມຍ​ອາດ​ຍັງ​ຮັກ​ຜົວ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ລາວ​ແລະ​ພະຍາຍາມ​ທີ່​ຈະ​ປັບ​ປຸງ​ຊີວິດ​ຄູ່​ໃຫ້​ດີ​ຂຶ້ນ. ອີກ​ຢ່າງ​ໜຶ່ງ ຖ້າ​ລາວ​ເລືອກ​ຢ່າ​ຮ້າງ​ແລະ​ບໍ່​ແຕ່ງ​ດອງ​ໃໝ່ ລາວ​ກໍ​ຈະ​ມີ​ບັນຫາ​ບາງ​ຢ່າງ​ເຊັ່ນ: ມີ​ບັນຫາ​ເລື່ອງ​ເງິນ​ແລະ​ຄວາມ​ຕ້ອງການ​ທາງ​ເພດ ຮູ້ສຶກ​ເຫງົາ ເຮັດ​ໃຫ້​ລູກ​ມີ​ປົມດ້ອຍ ແລະ​ເຮັດ​ໃຫ້​ຍາກ​ຂຶ້ນ​ທີ່​ຈະ​ລ້ຽງ​ລູກ​ໃຫ້​ໃຫຍ່​ໃນ​ຄວາມ​ຈິງ. (1 ໂກລິນໂທ 7:14) ເຫັນ​ໄດ້​ແຈ້ງ​ວ່າ​ຖ້າ​ຝ່າຍ​ທີ່​ບໍ່​ເຮັດ​ຜິດ​ເລືອກ​ຢ່າ​ຮ້າງ​ກໍ​ຈະ​ຕ້ອງ​ມີ​ບັນຫາ​ຫຼາຍ​ຢ່າງ.

12, 13. (ກ) ຊີວິດ​ຄູ່​ຂອງ​ໂອເຊ​ເປັນ​ແນວ​ໃດ? (ຂ) ເປັນ​ຫຍັງ​ໂອເຊ​ຈຶ່ງ​ພາ​ໂຄເມນ​ກັບ​ມາ​ຢູ່​ນຳ​ກັນ​ອີກ ແລະ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຊີວິດ​ຄູ່​ຂອງ​ໂອເຊ?

12 ປະສົບການ​ຂອງ​ຜູ້​ພະຍາກອນ​ໂອເຊ​ສອນ​ບົດຮຽນ​ຫຼາຍ​ຢ່າງ​ໃຫ້​ເຮົາ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ແຕ່ງ​ດອງ. ພະເຈົ້າ​ບອກ​ໂອເຊ​ໃຫ້​ໄປ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຊື່​ໂຄເມນ​ເຊິ່ງ​ຕໍ່​ມາ​ລາວ “ຈະ​ມີ​ຊູ້” ແລະ​ຈະ​ມີ “ລູກ​ທີ່​ເກີດ​ຈາກ​ການ​ຫຼິ້ນ​ຊູ້.” ໂຄເມນ​ແລະ​ໂອເຊ​ມີ​ລູກ​ຊາຍ​ນຳ​ກັນ​ຄົນ​ໜຶ່ງ. (ໂອເຊ 1:2, 3, ລ.ມ.) ຕໍ່​ມາ ໂຄເມນ​ກໍ​ເກີດ​ລູກ​ສາວ​ແລະ​ລູກ​ຊາຍ​ເຊິ່ງ​ອາດ​ຈະ​ມີ​ຈາກ​ການ​ຫຼິ້ນ​ຊູ້. ເຖິງ​ວ່າ​ໂຄເມນ​ຫຼິ້ນ​ຊູ້​ຫຼາຍ​ເທື່ອ ແຕ່​ໂອເຊ​ກໍ​ຍັງ​ຢູ່​ກັບ​ລາວ. ໃນ​ທີ່​ສຸດ​ລາວ​ກໍ​ຖິ້ມ​ໂອເຊ​ໄປ​ແລະ​ກາຍ​ເປັນ​ທາດ ແຕ່​ໂອເຊ​ກໍ​ຍັງ​ຊື້​ລາວ​ຄືນ​ມາ. (ໂອເຊ 3:1, 2) ພະ​ເຢໂຫວາ​ໃຊ້​ໂອເຊ​ເປັນ​ຕົວຢ່າງ​ໃຫ້​ເຫັນ​ວ່າ​ພະອົງ​ໃຫ້​ອະໄພ​ຊາດ​ອິດສະລາແອນ​ເທື່ອ​ແລ້ວ​ເທື່ອ​ອີກ ເມື່ອ​ເຂົາ​ເຈົ້າ​ປະ​ຖິ້ມ​ພະອົງ​ໄປ​ນະມັດສະການ​ພະ​ອື່ນ. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຊີວິດ​ຄູ່​ຂອງ​ໂອເຊ?

13 ຖ້າ​ຜົວ​ຫຼື​ເມຍ​ຄລິດສະຕຽນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຝ່າຍ​ທີ່​ບໍ່​ໄດ້​ເຮັດ​ຜິດ​ຕ້ອງ​ເຮັດ​ການ​ຕັດສິນ​ໃຈ. ພະ​ເຍຊູ​ບອກ​ວ່າ​ຝ່າຍ​ທີ່​ບໍ່​ຜິດ​ມີ​ເຫດຜົນ​ທີ່​ຈະ​ຢ່າ​ຮ້າງ​ແລະ​ສາມາດ​ແຕ່ງ​ດອງ​ໃໝ່​ໄດ້. ແຕ່​ກໍ​ບໍ່​ຜິດ​ຖ້າ​ລາວ​ຈະ​ເລືອກ​ໃຫ້​ອະໄພ​ຄູ່​ຂອງ​ລາວ. ໂອເຊ​ໄດ້​ພາ​ໂຄເມນ​ກັບ​ມາ​ຢູ່​ນຳ​ກັນ​ອີກ. ຫຼັງ​ຈາກ​ລາວ​ກັບ​ມາ ໂອເຊ​ບອກ​ລາວ​ວ່າ​ບໍ່​ໃຫ້​ມີ​ເພດ​ສຳພັນ​ກັບ​ຜູ້​ຊາຍ​ຄົນ​ອື່ນ ແລະ​ໂອເຊ​ເອງ​ກໍ “ບໍ່​ນອນ​ກັບ” ໂຄເມນ​ໄລຍະ​ໜຶ່ງ. (ໂອເຊ 3:3, ລ.ມ.) ແຕ່​ໃນ​ທີ່​ສຸດ ໂອເຊ​ກໍ​ໄດ້​ມີ​ເພດ​ສຳພັນ​ກັບ​ໂຄເມນ​ອີກ. ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ຍອມ​ໃຫ້​ພວກ​ອິດສະລາແອນ​ກັບ​ມາ​ແລະ​ມີ​ສາຍ​ສຳພັນ​ກັບ​ພະອົງ​ຕໍ່​ໄປ. (ໂອເຊ 1:11; 3:3-5) ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ຊີວິດ​ຄູ່​ໃນ​ປັດຈຸບັນ? ຖ້າ​ຝ່າຍ​ບໍ່​ຜິດ​ເລີ່ມ​ມີ​ເພດ​ສຳພັນ​ອີກ​ກັບ​ຝ່າຍ​ທີ່​ເຮັດ​ຜິດ ນີ້​ສະແດງ​ວ່າ​ລາວ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ. (1 ໂກລິນໂທ 7:3, 5) ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຢ່າ​ຮ້າງ​ກັນ. ຫຼັງ​ຈາກ​ນັ້ນ ທັງ​ຜົວ​ແລະ​ເມຍ​ກໍ​ຄວນ​ຊ່ວຍ​ກັນ​ໃຫ້​ມີ​ຄວາມ​ຄິດ​ແບບ​ພະ​ເຢໂຫວາ​ໃນ​ເລື່ອງ​ຊີວິດ​ແຕ່ງ​ດອງ.

ໃຫ້​ນັບຖື​ຊີວິດ​ແຕ່ງ​ດອງ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຮ້າຍແຮງ

14. ຕາມ 1 ໂກລິນໂທ 7:10, 11 ສິ່ງ​ໃດ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຊີວິດ​ຄູ່?

14 ຄລິດສະຕຽນ​ທຸກ​ຄົນ​ຄວນ​ນັບຖື​ເລື່ອງ​ຊີວິດ​ຄູ່​ຄື​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ. ແຕ່​ບາງ​ເທື່ອ​ກໍ​ເຮັດ​ແບບ​ນັ້ນ​ບໍ່​ໄດ້ ຍ້ອນ​ພວກ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ. (ໂລມ 7:18-23) ດັ່ງ​ນັ້ນ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ມີ​ບັນຫາ​ຮ້າຍແຮງ​ໃນ​ຊີວິດ​ຄູ່​ຂອງ​ເຂົາ​ເຈົ້າ. ໂປໂລ​ຂຽນ​ໄວ້​ວ່າ: “ຢ່າ​ໃຫ້​ເມຍ​ປະ​ຜົວ” ແຕ່​ບາງ​ເທື່ອ​ກໍ​ມີ​ການ​ປະ​ຫຼື​ແຍກ​ກັນ​ຢູ່​ແທ້ໆ.—ອ່ານ 1 ໂກລິນໂທ 7:10, 11

ເມື່ອ​ຊີວິດ​ຄູ່​ມີ​ບັນຫາ ຜົວ​ເມຍ​ຈະ​ກັບ​ມາ​ຄືນ​ດີ​ກັນ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 15)

15, 16. (ກ) ເມື່ອ​ມີ​ບັນຫາ​ໃນ​ຊີວິດ​ຄູ່ ຜົວ​ເມຍ​ຄວນ​ມີ​ເປົ້າ​ໝາຍ​ຫຍັງ ແລະ​ຍ້ອນ​ຫຍັງ? (ຂ) ຖ້າ​ມີ​ຜົວ​ຫຼື​ເມຍ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ເປົ້າ​ໝາຍ​ນີ້​ໄດ້​ແນວ​ໃດ?

15 ໂປໂລ​ບໍ່​ໄດ້​ອະທິບາຍ​ສິ່ງ​ທີ່​ເຮັດ​ໃຫ້​ຜົວ​ເມຍ​ແຍກ​ກັນ​ຢູ່. ເຮົາ​ຮູ້​ວ່າ​ບັນຫາ​ບໍ່​ແມ່ນ​ວ່າ​ຜົວ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ເພາະ​ຄັນ​ຊັ້ນ ເມຍ​ກໍ​ມີ​ເຫດຜົນ​ທີ່​ຈະ​ຢ່າ​ຮ້າງ​ແລະ​ແຕ່ງ​ດອງ​ໃໝ່​ໄດ້. ແຕ່​ໂປໂລ​ບອກ​ເມຍ​ທີ່​ແຍກ​ກັນ​ຢູ່​ກັບ​ຜົວ​ວ່າ “ຢ່າ​ໃຫ້​ເພິ່ນ​ເອົາ​ຜົວ​ອື່ນ​ຈັກ​ເທື່ອ” ຫຼື​ບໍ່​ກໍ​ໃຫ້ ‘ເຂົ້າ​ມາ​ເປັນ​ໄມຕີ​ກັນ​ກັບ​ຜົວ​ອີກ.’ ພະເຈົ້າ​ຍັງ​ຖື​ວ່າ​ເຂົາ​ເຈົ້າ​ຍັງ​ເປັນ​ຜົວ​ເມຍ​ກັນ​ຢູ່​ດີ. ໂປໂລ​ບອກ​ວ່າ ບໍ່​ວ່າ​ຄູ່​ໜຶ່ງ​ຈະ​ປະສົບ​ບັນຫາ​ຫຍຸ້ງຍາກ​ແບບ​ໃດ​ກໍ​ຕາມ ຖ້າ​ບໍ່​ມີ​ໃຜ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ເຂົາ​ເຈົ້າ​ກໍ​ຄວນ​ມີ​ເປົ້າ​ໝາຍ​ທີ່​ຈະ​ຄືນ​ດີ​ກັນ​ນັ້ນ​ຄື ແກ້ໄຂ​ບັນຫາ​ຕ່າງໆແລະ​ຢູ່​ນຳ​ກັນ​ຕໍ່​ໄປ. ເຂົາ​ເຈົ້າ​ຄວນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່. ສ່ວນ​ຜູ້​ເຖົ້າ​ແກ່​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ແຕ່​ເຂົາ​ເຈົ້າ​ອາດ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ຈາກ​ຄຳພີ​ໄບເບິນ.

16 ຖ້າ​ຄລິດສະຕຽນ​ມີ​ຜົວ​ຫຼື​ເມຍ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ເດ? ເມື່ອ​ປະສົບ​ກັບ​ບັນຫາ ເຂົາ​ເຈົ້າ​ສາມາດ​ແຍກ​ກັນ​ຢູ່​ໄດ້​ບໍ? ດັ່ງ​ທີ່​ໄດ້​ເວົ້າ​ມາ​ແລ້ວ ຄຳພີ​ໄບເບິນ​ບອກ​ວ່າ ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຄື​ເຫດຜົນ​ດຽວ​ທີ່​ຈະ​ຢ່າ​ຮ້າງ​ໄດ້. ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຖິງ​ເຫດຜົນ​ທີ່​ຜົວ​ແລະ​ເມຍ​ຈະ​ຕ້ອງ​ແຍກ​ກັນ​ຢູ່. ໂປໂລ​ຂຽນ​ວ່າ: “ຖ້າ​ຜູ້​ຍິງ​ຄົນ​ໃດ​ມີ​ຜົວ​ທີ່​ບໍ່​ເຊື່ອ​ແລະ​ຜົວ​ນັ້ນ​ພໍ​ໃຈ​ຈະ​ຢູ່​ນຳ​ເມຍ ຢ່າ​ໃຫ້​ເມຍ​ປະ​ຜົວ​ນັ້ນ​ຈັກ​ເທື່ອ.” (1 ໂກລິນໂທ 7:12, 13) ທຸກ​ມື້​ນີ້​ກໍ​ໃຊ້​ຫຼັກ​ການ​ນີ້​ຄື​ກັນ.

17, 18. ເຖິງ​ວ່າ​ຈະ​ມີ​ບັນຫາ​ຮ້າຍແຮງ ເປັນ​ຫຍັງ​ຄລິດສະຕຽນ​ບາງ​ຄົນ​ຕັດສິນ​ໃຈ​ທີ່​ຈະ​ຢູ່​ນຳ​ກັນ​ຕໍ່​ໄປ?

17 ແຕ່​ມີ​ບາງ​ກໍລະນີ​ທີ່ “ຜົວ​ທີ່​ບໍ່​ເຊື່ອ” ສະແດງ​ໃຫ້​ເຫັນ​ວ່າ​ລາວ​ບໍ່ “ພໍ​ໃຈ​ຈະ​ຢູ່​ນຳ​ເມຍ.” ຕົວຢ່າງ: ຜົວ​ອາດ​ທຳ​ຮ້າຍ​ຮ່າງກາຍ​ຢ່າງ​ຮຸນແຮງ ເຖິງ​ຂັ້ນ​ເມຍ​ຮູ້ສຶກ​ວ່າ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ຫຼື​ຊີວິດ. ຜົວ​ອາດ​ຕັ້ງ​ໃຈ​ບໍ່​ຊ່ວຍ​ເຫຼືອ​ແລະ​ບໍ່​ຫາ​ລ້ຽງ​ຄອບຄົວ ຫຼື​ຂັດ​ຂວາງ​ເມຍ​ບໍ່​ໃຫ້​ຮັບໃຊ້​ພະເຈົ້າ. ໃນ​ກໍລະນີ​ແບບ​ນີ້ ເມຍ​ທີ່​ເປັນ​ຄລິດສະຕຽນ​ອາດ​ຈະ​ຕັດສິນ​ໃຈ​ທີ່​ຈະ​ແຍກ​ກັນ​ຢູ່​ກັບ​ຜົວ ບໍ່​ວ່າ​ຜົວ​ຈະ​ເວົ້າ​ແນວ​ໃດ​ກໍ​ຕາມ ເພາະ​ສິ່ງ​ທີ່​ຜົວ​ເຮັດ​ສະແດງ​ວ່າ​ລາວ​ບໍ່ “ພໍ​ໃຈ​ຈະ​ຢູ່​ນຳ.” ແຕ່​ຄລິດສະຕຽນ​ຄົນ​ອື່ນ​ທີ່​ມີ​ສະພາບການ​ທີ່​ຄ້າຍໆກັນ​ກໍ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຢູ່​ນຳ​ຜົວ​ຕໍ່​ໄປ. ເຂົາ​ເຈົ້າ​ໄດ້​ອົດ​ທົນ​ແລະ​ພະ​ຍາ​ຍາມ​ປັບ​ປຸງ​ຊີວິດ​ຄູ່​ໃຫ້​ດີ​ຂຶ້ນ. ເປັນ​ຫຍັງ​ເຂົາ​ເຈົ້າ​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ແບບ​ນັ້ນ?

18 ຖ້າ​ຜົວ​ເມຍ​ແຍກ​ກັນ​ຢູ່​ໃນ​ສະພາບການ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ຍັງ​ເປັນ​ຜົວ​ເມຍ​ກັນ​ຢູ່​ແລະ​ຍັງ​ມີ​ບັນຫາ​ຫຼາຍ​ຢ່າງ​ທີ່​ໄດ້​ເວົ້າ​ໄປ​ແລ້ວ. ໂປໂລ​ຍັງ​ຊີ້​ໃຫ້​ເຫັນ​ອີກ​ເຫດຜົນ​ໜຶ່ງ​ທີ່​ຜົວ​ແລະ​ເມຍ​ຄວນ​ຢູ່​ນຳ​ກັນ. ລາວ​ບອກ​ວ່າ: “ພະເຈົ້າ​ຖື​ວ່າ​ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ນັ້ນ​ບໍລິສຸດ​ກໍ​ເພາະ​ເຫັນ​ແກ່​ເມຍ ພະເຈົ້າ​ຖື​ວ່າ​ເມຍ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ນັ້ນ​ບໍລິສຸດ​ກໍ​ເພາະ​ເຫັນ​ແກ່​ຜົວ ບໍ່​ຢ່າງ​ນັ້ນ ລູກໆຂອງ​ເຈົ້າ​ຈະ​ບໍ່​ສະອາດ​ໃນ​ສາຍ​ຕາ​ພະເຈົ້າ ແຕ່​ຕອນ​ນີ້​ພວກ​ເຂົາ​ບໍລິສຸດ​ແລ້ວ.” (1 ໂກລິນໂທ 7:14, ລ.ມ.) ຄລິດສະຕຽນ​ຫຼາຍ​ຄົນ​ໄດ້​ຕັດສິນ​ໃຈ​ຈະ​ຢູ່​ກັບ​ຄູ່​ຂອງ​ຕົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ. ເຂົາ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເສຍ​ສະລະ​ແບບ​ນັ້ນ ເພາະ​ໃນ​ທີ່​ສຸດ​ຄູ່​ຂອງ​ຕົນ​ກໍ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.—ອ່ານ 1 ໂກລິນໂທ 7:16; 1 ເປໂຕ 3:1, 2

19. ເປັນ​ຫຍັງ​ໃນ​ປະຊາຄົມ​ຄລິດສະຕຽນ​ຈຶ່ງ​ມີ​ຫຼາຍ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ຊີວິດ​ຄູ່?

19 ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ຢ່າ​ຮ້າງ ແລະ​ໂປໂລ​ກໍ​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ແຍກ​ກັນ​ຢູ່ ທັງ​ສອງ​ຢາກ​ໃຫ້​ຜູ້​ຮັບໃຊ້​ພະເຈົ້າ​ມີ​ຄວາມ​ນັບຖື​ຕໍ່​ຊີວິດ​ແຕ່ງ​ດອງ. ປັດຈຸບັນ​ທົ່ວ​ໂລກ ໃນ​ປະຊາຄົມ​ຄລິດສະຕຽນ​ມີ​ຫຼາຍ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ໃນ​ຊີວິດ​ຄູ່. ເຈົ້າ​ອາດ​ຈະ​ເຫັນ​ວ່າ​ໃນ​ປະຊາຄົມ​ຂອງ​ເຈົ້າ​ມີ​ຫຼາຍ​ຄູ່​ທີ່​ມີ​ຄວາມ​ສຸກ ເພາະ​ຜົວ​ກໍ​ສັດ​ຊື່​ແລະ​ຮັກ​ເມຍ ສ່ວນ​ເມຍ​ກໍ​ຮັກ​ແລະ​ນັບຖື​ຜົວ. ພວກ​ເຂົາ​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ສາມາດ​ເຮັດ​ໃຫ້​ຊີວິດ​ຄູ່​ເປັນ​ຕາ​ໜ້າ​ນັບຖື​ໄດ້. ເຮົາ​ດີ​ໃຈ​ທີ່​ຜົວ​ເມຍ​ຫຼາຍ​ລ້ານ​ຄູ່​ກຳລັງ​ພິສູດ​ວ່າ​ຄຳ​ເວົ້າ​ຂອງ​ພະເຈົ້າ​ເປັນ​ຄວາມ​ຈິງ​ທີ່​ວ່າ: “ເພາະ​ເຫດ​ນັ້ນ​ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ​ແລະ​ຈະ​ໄປ​ຕິດ​ພັນ​ກັບ​ເມຍ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ.”—ເອເຟດ 5:31, 33