ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກ​ນ້ອຍ​ແລະ​ໄວລຸ້ນ ພະ​ຜູ້​ສ້າງ​ເຈົ້າ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ

ເດັກ​ນ້ອຍ​ແລະ​ໄວລຸ້ນ ພະ​ຜູ້​ສ້າງ​ເຈົ້າ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ

“ພະອົງ​ໂຜດ​ປະທານ​ຂອງ​ດີ​ໃຫ້​ເຈົ້າ​ອີ່ມ​ຈົນ​ເຖົ້າ​ແລ້ວ.”ຄຳເພງ 103:5

ເພງ: 135, 39

1, 2. ເປັນ​ຫຍັງ​ຈຶ່ງ​ສະຫຼາດ​ທີ່​ຈະ​ເຊື່ອ​ຟັງ​ພະ​ຜູ້​ສ້າງ​ເມື່ອ​ເລືອກ​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ຊີວິດ? (ເບິ່ງ​ຮູບ​ທຳອິດ)

ຖ້າ​ເຈົ້າ​ເປັນ​ເດັກ​ນ້ອຍ​ຫຼື​ໄວລຸ້ນ ເຈົ້າ​ອາດ​ໄດ້​ຮັບ​ຄຳ​ແນະນຳ​ຫຼາຍ​ຢ່າງ​ກ່ຽວ​ກັບ​ອະນາຄົດ. ອາຈານ​ສອນ ອາຈານ​ທີ່​ປຶກສາ ຫຼື​ຄົນ​ອື່ນ​ອາດ​ບອກ​ເຈົ້າ​ວ່າ​ເຈົ້າ​ຕ້ອງ​ຮຽນ​ສູງໆແລະ​ຊອກ​ຫາ​ວຽກ​ທີ່​ໄດ້​ເງິນ​ຫຼາຍໆ. ແຕ່​ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ແຕກຕ່າງ​ຈາກ​ນັ້ນ. ແນ່ນອນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ດຸ​ໝັ່ນ​ຮຽນ​ໜັງສື​ເພື່ອ​ທີ່​ເຈົ້າ​ຈະ​ສາມາດ​ຫາ​ວຽກ​ໄດ້​ແລະ​ເບິ່ງ​ແຍງ​ຕົວ​ເອງ​ໄດ້. (ໂກໂລດ 3:23) ແຕ່​ພະອົງ​ຍັງ​ຮູ້​ວ່າ​ເຖິງ​ວ່າ​ເຈົ້າ​ຍັງ​ນ້ອຍ ເຈົ້າ​ກໍ​ຍັງ​ມີ​ເລື່ອງ​ສຳຄັນ​ທີ່​ຕ້ອງ​ຕັດສິນ​ໃຈ​ເຊິ່ງ​ສົ່ງ​ຜົນ​ຕໍ່​ອະນາຄົດ​ຂອງ​ເຈົ້າ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ໃຫ້​ຫຼັກ​ການ​ຫຼາຍ​ຢ່າງ​ເພື່ອ​ຊີ້​ນຳ​ເຈົ້າ ແລະ​ຊ່ວຍ​ເຈົ້າ​ໃຫ້​ໃຊ້​ຊີວິດ​ໃນ​ວິທີ​ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ໃນ​ສະໄໝ​ສຸດ​ທ້າຍ​ນີ້.—ມັດທາຍ 24:14

2 ຂໍ​ໃຫ້​ຈື່​ວ່າ​ພະ​ເຢໂຫວາ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ. ພະອົງ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ແລະ​ຮູ້​ວ່າ​ຈຸດ​ຈົບ​ຂອງ​ລະບົບ​ນີ້​ຢູ່​ໃກ້​ຫຼາຍ​ສໍ່າ​ໃດ. (ເອຊາອີ 46:10; ມັດທາຍ 24:3, 36) ພະ​ເຢໂຫວາ​ຍັງ​ຮູ້ຈັກ​ເຈົ້າ​ເປັນ​ຢ່າງ​ດີ. ພະອົງ​ຮູ້​ວ່າ​ສິ່ງ​ໃດ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແລະ​ບໍ່​ມີ​ຄວາມ​ສຸກ. ຄຳ​ແນະນຳ​ຂອງ​ມະນຸດ​ອາດ​ເບິ່ງ​ຄື​ວ່າ​ດີ ແຕ່​ຖ້າ​ບໍ່​ໄດ້​ມາ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ນັ້ນ​ກໍ​ບໍ່​ແມ່ນ​ຄຳ​ແນະນຳ​ທີ່​ດີ​ແທ້ໆ.—ສຸພາສິດ 19:21

ສະຕິ​ປັນຍາ​ມາ​ຈາກ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ

3, 4. ການ​ຟັງ​ຄຳ​ແນະນຳ​ທີ່​ບໍ່​ດີ​ສົ່ງ​ຜົນ​ຕໍ່​ອາດາມ​ກັບ​ເອວາ ແລະ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?

3 ຄຳ​ແນະນຳ​ທີ່​ບໍ່​ດີ​ມີ​ມາ​ແຕ່​ດົນ​ແລ້ວ. ຊາຕານ​ເປັນ​ຜູ້​ທຳອິດ​ທີ່​ໃຫ້​ຄຳ​ແນະນຳ​ທີ່​ບໍ່​ດີ​ກັບ​ມະນຸດ. ມັນ​ບອກ​ເອວາ​ວ່າ​ລາວ​ກັບ​ອາດາມ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ນີ້​ຖ້າ​ຕັດສິນ​ໃຈ​ເອົາ​ເອງ​ວ່າ​ຈະ​ໃຊ້​ຊີວິດ​ແນວ​ໃດ. (ຕົ້ນເດີມ 3:1-6) ແຕ່​ຊາຕານ​ເຫັນ​ແກ່​ຕົວ! ມັນ​ຢາກ​ໃຫ້​ອາດາມ​ກັບ​ເອວາ ລວມ​ທັງ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ເຊື່ອ​ຟັງ​ແລະ​ນະມັດສະການ​ມັນ ບໍ່​ແມ່ນ​ພະ​ເຢໂຫວາ. ຊາຕານ​ບໍ່​ໄດ້​ໃຫ້​ຫຍັງ​ກັບ​ອາດາມ​ແລະ​ເອວາ​ເລີຍ. ມີ​ແຕ່​ພະ​ເຢໂຫວາ​ຕ່າງ​ຫາກ​ທີ່​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ກັບ​ເຂົາ​ເຈົ້າ. ພະອົງ​ໃຫ້​ເຂົາ​ເຈົ້າ​ເປັນ​ຜົວ​ເມຍ​ທີ່​ຮັກ​ກັນ ມີ​ສວນ​ທີ່​ສວຍ​ງາມ ແລະ​ມີ​ຮ່າງກາຍ​ສົມບູນ​ແບບ​ທີ່​ຈະ​ຢູ່​ໄດ້​ຕະຫຼອດ​ໄປ.

4 ໜ້າ​ເສຍດາຍ ອາດາມ​ແລະ​ເອວາ​ບໍ່​ໄດ້​ເຊື່ອ​ຟັງ​ພະເຈົ້າ. ເຂົາ​ເຈົ້າ​ຕັດ​ຕົວ​ເອງ​ອອກ​ຈາກ​ຜູ້​ທີ່​ໃຫ້​ຊີວິດ. ຜົນ​ທີ່​ກໍ​ຄື ເຂົາ​ເຈົ້າ​ຄ່ອຍໆເຖົ້າ​ລົງ​ແລະ​ສຸດ​ທ້າຍ​ກໍ​ຕາຍ ຄື​ກັບ​ດອກ​ໄມ້​ທີ່​ຖືກ​ຕັດ​ອອກ​ຈາກ​ຕົ້ນ. ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ເຊິ່ງ​ລວມ​ເຖິງ​ພວກ​ເຮົາ​ກໍ​ປະສົບ​ແບບ​ນັ້ນ​ຄື​ກັນ. (ໂລມ 5:12) ຜູ້​ຄົນ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ບໍ່​ສົນ​ໃຈ​ສິ່ງ​ທີ່​ພະເຈົ້າ​ບອກ​ແລະ​ມັກ​ເຮັດ​ຕາມ​ໃຈ​ຕົວ​ເອງ. (ເອເຟດ 2:1-3) ຜົນ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: ຄົນ​ທີ່​ຕໍ່​ຕ້ານ​ພະ​ເຢໂຫວາ​ຈະ “ບໍ່​ມີ​ຄວາມ​ປັນຍາ.”—ສຸພາສິດ 21:30

5. ພະເຈົ້າ​ໝັ້ນ​ໃຈ​ຫຍັງ​ກ່ຽວ​ກັບ​ມະນຸດ ແລະ​ພະອົງ​ຄິດ​ຖືກ​ບໍ?

5 ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ຍັງ​ມີ​ຫຼາຍ​ຄົນ​ເຊິ່ງ​ລວມ​ເຖິງ​ເດັກ​ນ້ອຍ​ແລະ​ໄວລຸ້ນ​ທີ່​ຢາກ​ຮູ້ຈັກ​ພະອົງ​ແລະ​ນະມັດສະການ​ພະອົງ. (ຄຳເພງ 103:17, 18; 110:3) ພະ​ເຢໂຫວາ​ຖື​ວ່າ​ເດັກ​ນ້ອຍ​ແລະ​ໄວລຸ້ນ​ເຫຼົ່າ​ນີ້​ມີ​ຄ່າ​ຫຼາຍ! ເຈົ້າ​ເປັນ​ໜຶ່ງ​ໃນ​ນັ້ນ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ຈະ​ໄດ້​ເພີດເພີນ​ກັບ “ຂອງ​ດີ” ຕ່າງໆຈາກ​ພະເຈົ້າ ແລະ​ສິ່ງ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. (ອ່ານ​ຄຳເພງ 103:5; ສຸພາສິດ 10:22) ເຮົາ​ຈະ​ພິຈາລະນາ​ຂອງ​ດີ 4 ຢ່າງ​ເຫຼົ່າ​ນີ້​ຄື: ຄວາມ​ຮູ້​ທີ່​ເຮັດ​ໃຫ້​ໃກ້​ຊິດ​ກັບ​ພະເຈົ້າ ໝູ່​ທີ່​ດີ​ທີ່​ສຸດ ເປົ້າ​ໝາຍ​ທີ່​ດີ ແລະ​ອິດ​ສະຫຼະ​ແທ້.

ພະ​ເຢໂຫວາ​ໃຫ້​ຄວາມ​ຮູ້​ທີ່​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ກັບ​ພະອົງ

6. ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ສົນ​ໃຈ​ທີ່​ຈະ​ໃກ້​ຊິດ​ກັບ​ພະເຈົ້າ? ແລະພະ​ເຢໂຫວາ​ໄດ້​ຈັດ​ກຽມ​ຫຍັງ​ແດ່​ເພື່ອ​ຊ່ວຍ​ເຮົາ?

6 ສັດ​ບໍ່​ໄດ້​ຮູ້ສຶກ​ວ່າ​ມັນ​ຢາກ​ຮູ້ຈັກ​ພະ​ຜູ້​ສ້າງ ແຕ່​ເຮົາ​ທີ່​ເປັນ​ມະນຸດ​ເຮົາ​ຮູ້ສຶກ​ແບບ​ນັ້ນ. (ມັດທາຍ 4:4) ຖ້າ​ເຮົາ​ເຊື່ອ​ຟັງ​ພະເຈົ້າ ເຮົາ​ກໍ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ ມີ​ສະຕິ​ປັນຍາ ແລະ​ມີ​ຄວາມ​ສຸກ. ພະ​ເຍຊູ​ບອກ​ວ່າ: “ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມ​ສຸກ.” (ມັດທາຍ 5:3, ລ.ມ.) ພະເຈົ້າ​ໃຫ້​ເຮົາ​ມີ​ຄຳພີ​ໄບເບິນ​ແລະ​ໃຊ້ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ຈັດ​ກຽມ​ສື່​ແລະ​ສິ່ງ​ພິມ​ຕ່າງໆເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ມັດທາຍ 24:45, ລ.ມ.) ເຮົາ​ປຽບ​ທຽບ​ສື່​ແລະ​ສິ່ງ​ພິມ​ເຫຼົ່າ​ນີ້​ເປັນ​ຄື​ກັບ​ອາຫານ​ເພາະ​ມັນ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ແລະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ. ເຮົາ​ດີ​ໃຈ​ທີ່​ໄດ້​ມີ​ສື່​ແລະ​ສິ່ງ​ພິມ​ທີ່​ຫຼາກຫຼາຍ​ເຫຼົ່າ​ນີ້.—ເອຊາອີ 65:13, 14

7. ຄວາມ​ຮູ້​ຈາກ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

7 ຄວາມ​ຮູ້​ຈາກ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ສະຕິ​ປັນຍາ​ແລະ​ຮູ້ຈັກ​ຄິດ​ໄຈ້​ແຍກ ເຊິ່ງ​ຈະ​ປົກ​ປ້ອງ​ເຮົາ​ໄວ້​ຈາກ​ຫຼາຍ​ບັນຫາ. (ອ່ານ​ສຸພາສິດ 2:10-14) ຕົວຢ່າງ: ສອງ​ຄຸນ​ລັກສະນະ​ນີ້​ຈະ​ຊ່ວຍ​ໃຫ້​ຮູ້​ຄຳ​ຕົວະ ເຊັ່ນ ຄຳ​ຕົວະ​ວ່າ​ບໍ່​ມີ​ຜູ້​ສ້າງ ຫຼື​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ສະຕິ​ປັນຍາ​ແລະ​ການ​ຮູ້ຈັກ​ຄິດ​ໄຈ້​ແຍກ​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ຄວາມ​ຕ້ອງການ​ຫຼື​ນິດໄສ​ທີ່​ກໍ່​ຜົນ​ເສຍຫາຍ​ແກ່​ເຮົາ. ດັ່ງ​ນັ້ນ ຂໍ​ໃຫ້​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ເປັນ​ຄົນ​ມີ​ສະຕິ​ປັນຍາ​ແລະ​ຮູ້ຈັກ​ຄິດ​ໄຈ້​ແຍກ. ແລ້ວ​ເຮົາ​ຈະ​ເຫັນ​ດ້ວຍ​ຕົວ​ເອງ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ.—ຄຳເພງ 34:8; ເອຊາອີ 48:17, 18

8. ເປັນ​ຫຍັງ​ເຮົາ​ຄວນ​ໃກ້​ຊິດ​ພະເຈົ້າ​ຫຼາຍ​ຂຶ້ນ​ໃນ​ຕອນ​ນີ້ ແລະ​ນີ້​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ​ໃນ​ອະນາຄົດ?

8 ອີກ​ບໍ່​ດົນ ໂລກ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ. ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ສາມາດ​ປົກ​ປ້ອງ​ເຮົາ​ແລະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ ເຊິ່ງ​ອາດ​ຈະ​ໝາຍ​ເຖິງ​ອາຫານ​ໃນ​ຄາບ​ຕໍ່​ໄປ. (ຫາບາກຸກ 3:2, 12-19) ຕອນ​ນີ້​ເປັນ​ເວລາ​ທີ່​ຈະ​ໃກ້​ຊິດ​ພະເຈົ້າ​ຫຼາຍ​ຂຶ້ນ​ແລະ​ໄວ້​ວາງໃຈ​ພະອົງ​ໃຫ້​ຫຼາຍ​ຂຶ້ນ. (2 ເປໂຕ 2:9) ຖ້າ​ເຮັດ​ຢ່າງ​ນັ້ນ ບໍ່​ວ່າ​ເຫດການ​ອ້ອມ​ຂ້າງ​ເຮົາ​ຈະ​ເປັນ​ແນວ​ໃດ ເຮົາ​ກໍ​ຈະ​ຮູ້ສຶກ​ແບບ​ດາວິດ​ທີ່​ບອກ​ວ່າ: “ຂ້າ​ນ້ອຍ​ໄດ້​ຕັ້ງ​ໃຈ​ໃຫ້​ມີ​ພະ​ເຢໂຫວາ​ຢູ່​ພາຍ​ໜ້າ​ຂ້າ​ນ້ອຍ​ເລື້ອຍ​ບໍ່​ຂາດ. ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນໄຫວ​ຍ້ອນ​ພະອົງ​ສະຖິດ​ຢູ່​ຂ້າງ​ຂວາ​ຂ້າ​ນ້ອຍ.”—ຄຳເພງ 16:8

ພະ​ເຢໂຫວາ​ໃຫ້​ເຈົ້າ​ມີ​ໝູ່​ທີ່​ດີ​ທີ່​ສຸດ

9. (ກ) ຕາມ​ໂຢຮັນ 6:44 ພະ​ເຢໂຫວາ​ເຮັດ​ຫຍັງ? (ຂ) ການ​ພົບ​ຄົນ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ແຕກຕ່າງ​ຈາກ​ການ​ພົບ​ຄົນ​ທົ່ວໄປ​ແນວ​ໃດ?

9 ຕອນ​ທີ່​ພົບ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ຄັ້ງ​ທຳອິດ ເຈົ້າ​ຮູ້ຈັກ​ລາວ​ຫຼາຍ​ສໍ່າ​ໃດ? ເຈົ້າ​ອາດ​ຮູ້​ວ່າ​ລາວ​ຊື່​ຫຍັງ​ແລະ​ໜ້າ​ຕາ​ເປັນ​ແນວ​ໃດ​ເທົ່າ​ນັ້ນ. ແຕ່​ບໍ່​ຄື​ກັບ​ຕອນ​ທີ່​ເຈົ້າ​ພົບ​ກັບ​ຄົນ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຄັ້ງ​ທຳອິດ. ເຈົ້າ​ຮູ້​ເລີຍ​ວ່າ​ລາວ​ຮັກ​ພະ​ເຢໂຫວາ ແລະ​ກໍ​ຮູ້​ວ່າ​ພະອົງ​ເຫັນ​ບາງ​ສິ່ງ​ທີ່​ດີ​ໃນ​ຕົວ​ລາວ​ຈຶ່ງ​ຊວນ​ລາວ​ໃຫ້​ເຂົ້າ​ມາ​ເປັນ​ສະມາຊິກ​ຄອບຄົວ​ຂອງ​ພະອົງ. (ອ່ານ​ໂຢຮັນ 6:44) ບໍ່​ວ່າ​ຄົນ​ນັ້ນ​ຈະ​ມາ​ຈາກ​ໃສ​ຫຼື​ຖືກ​ລ້ຽງ​ມາ​ແນວ​ໃດ ເຈົ້າ​ກໍ​ຮູ້ຈັກ​ລາວ​ຫຼາຍ ແລະ​ລາວ​ກໍ​ຮູ້ຈັກ​ເຈົ້າ​ຫຼາຍ​ຄື​ກັນ!

ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ມີ​ໝູ່​ທີ່​ດີ​ທີ່​ສຸດ​ແລະ​ຕັ້ງ​ເປົ້າ​ໝາຍ​ທີ່​ດີ (ເບິ່ງ​ຂໍ້ 9-12)

10, 11. ພະຍານ​ພະ​ເຢໂຫວາ​ມີ​ຫຍັງ​ທີ່​ຄື​ກັນ ແລະ​ສິ່ງ​ນີ້​ສົ່ງ​ຜົນ​ຕໍ່​ເຈົ້າ​ແນວ​ໃດ?

10 ທັນທີ​ທີ່​ພົບ​ກັບ​ພະຍານ​ພະ​ເຢໂຫວາ ເຈົ້າ​ກໍ​ຮູ້​ວ່າ​ລາວ​ມີ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຄື​ກັນ​ກັບ​ເຈົ້າ. ເຈົ້າ​ຮູ້​ວ່າ​ເຖິງ​ວ່າ​ເຈົ້າ​ຈະ​ເວົ້າ​ພາສາ​ອື່ນ ແຕ່​ເຈົ້າ​ກໍ​ເວົ້າ “ພາສາ​ບໍລິສຸດ” ແຫ່ງ​ຄວາມ​ຈິງ​ຄື​ກັນ. (ໂຊໂຟນີ 3:9, ລ.ມ.) ນີ້​ໝາຍ​ຄວາມ​ວ່າ​ທັງ​ເຈົ້າ​ແລະ​ລາວ​ເຊື່ອ​ໃນ​ພະເຈົ້າ​ອົງ​ດຽວ​ກັນ ໃຊ້​ຊີວິດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ດຽວ​ກັນ ແລະ​ມີ​ຄວາມ​ຫວັງ​ເລື່ອງ​ອະນາຄົດ​ຄື​ກັນ. ສິ່ງ​ເຫຼົ່າ​ນີ້​ຊ່ວຍ​ພວກ​ເຈົ້າ​ໃຫ້​ເຊື່ອ​ໃຈ​ກັນ​ແລະ​ກັນ ແລະ​ສ້າງ​ສາຍ​ສຳພັນ​ທີ່​ເຮັດ​ໃຫ້​ເປັນ​ໝູ່​ກັນ​ຕະຫຼອດ​ໄປ.

11 ດັ່ງ​ນັ້ນ ເມື່ອ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ ເຈົ້າ​ກໍ​ເວົ້າ​ໄດ້​ຢ່າງ​ເຕັມ​ປາກ​ວ່າ​ເຈົ້າ​ມີ​ໝູ່​ທີ່​ດີ​ທີ່​ສຸດ. ເຈົ້າ​ມີ​ໝູ່​ຢູ່​ທົ່ວ​ໂລກ​ເຖິງ​ວ່າ​ຈະ​ບໍ່​ເຄີຍ​ເຫັນ​ກັນ​ກໍ​ຕາມ! ນອກ​ຈາກ​ພະຍານ​ພະ​ເຢໂຫວາ​ແລ້ວ ເຈົ້າ​ຄິດ​ວ່າ​ມີ​ກຸ່ມ​ໃດ​ອີກ​ບໍ​ທີ່​ມີ​ຂອງ​ຂວັນ​ທີ່​ມີ​ຄ່າ​ແບບ​ນີ້?

ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຕັ້ງ​ເປົ້າ​ໝາຍ​ທີ່​ດີ

12. ເຈົ້າ​ສາມາດ​ຕັ້ງ​ເປົ້າ​ໝາຍ​ທີ່​ດີ​ຫຍັງ​ແດ່?

12 ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 11:9–12:1. ເຈົ້າ​ມີ​ເປົ້າ​ໝາຍ​ທີ່​ກຳລັງ​ພະຍາຍາມ​ເຮັດ​ໃຫ້​ໄດ້​ບໍ? ເຈົ້າ​ອາດ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ອອກ​ຄວາມ​ຄິດ​ເຫັນ​ໃຫ້​ດີ​ຂຶ້ນ ເຮັດ​ສ່ວນ​ປະຊຸມ​ໃຫ້​ດີ​ກວ່າ​ເກົ່າ ຫຼື​ເຈົ້າ​ອາດ​ພະຍາຍາມ​ໃຊ້​ຄຳພີ​ໄບເບິນ​ໃຫ້​ເກີດ​ຜົນ​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ. ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ສັງເກດ​ເຫັນ​ວ່າ​ເຈົ້າ​ເອງ​ພັດທະນາ​ຂຶ້ນ ຫຼື​ເມື່ອ​ຄົນ​ອື່ນ​ບອກ​ວ່າ​ເຈົ້າ​ເຮັດ​ໄດ້​ດີ​ຂຶ້ນ? ເຈົ້າ​ຄົງ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ! ຍ້ອນ​ຫຍັງ? ຍ້ອນ​ເຈົ້າ​ຮູ້​ວ່າ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຮັດ​ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ເຮັດ.—ຄຳເພງ 40:8; ສຸພາສິດ 27:11

13. ການ​ຮັບໃຊ້​ພະເຈົ້າ​ດີ​ກວ່າ​ການ​ຕິດ​ຕາມ​ເປົ້າ​ໝາຍ​ຂອງ​ຄົນ​ໃນ​ໂລກ​ນີ້​ແນວ​ໃດ?

13 ເມື່ອ​ເຈົ້າ​ຈົດຈໍ່​ຢູ່​ທີ່​ວຽກ​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ກໍ​ກຳລັງ​ເຮັດ​ວຽກ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແລະ​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ. ໂປໂລ​ແນະນຳ​ວ່າ: “ຂໍ​ໃຫ້​ໝັ້ນ​ຄົງ​ໄວ້ ຢ່າ​ຫວັ່ນໄຫວ ໃຫ້​ທຸ່ມ​ເທ​ກັບ​ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ຢ່າງ​ຫຼວງ​ຫຼາຍ ເພາະ​ພວກ​ເຈົ້າ​ຮູ້​ວ່າ​ວຽກ​ໜັກ​ທີ່​ພວກ​ເຈົ້າ​ເຮັດ​ໃຫ້​ກັບ​ຜູ້​ເປັນ​ນາຍ​ນັ້ນ​ຈະ​ບໍ່​ເສຍ​ລ້າໆ​ແນ່ນອນ.” (1 ໂກລິນໂທ 15:58, ລ.ມ.) ແຕ່​ເມື່ອ​ຜູ້​ຄົນ​ຈົດຈໍ່​ຢູ່​ທີ່​ເປົ້າ​ໝາຍ​ຂອງ​ໂລກ​ນີ້ ເຊັ່ນ: ການ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ ຫຼື​ເປັນ​ຄົນ​ມີ​ຊື່ສຽງ ເຮົາ​ກໍ​ເຫັນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ມີ​ຄວາມ​ສຸກ​ແທ້. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ປະສົບ​ຄວາມ​ສຳເລັດ ແຕ່​ທີ່​ຈິງ​ແລ້ວ ຫຼາຍ​ຄັ້ງ​ເຂົາ​ເຈົ້າ​ກໍ​ຮູ້ສຶກ​ວ່າງ​ເປົ່າ. (ລືກາ 9:25) ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ຈາກ​ຕົວຢ່າງ​ຂອງ​ກະສັດ​ຊາໂລໂມນ.—ໂລມ 15:4

14. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ການ​ທົດລອງ​ຂອງ​ຊາໂລໂມນ?

14 ຊາໂລໂມນ​ເປັນ​ຄົນ​ໜຶ່ງ​ທີ່​ຮັ່ງມີ​ຫຼາຍ​ທີ່​ສຸດ​ແລະ​ມີ​ອຳນາດ​ຫຼາຍ​ທີ່​ສຸດ ລາວ​ໄດ້​ເຮັດ​ການ​ທົດລອງ​ໜຶ່ງ. ລາວ​ເວົ້າ​ກັບ​ຕົວ​ເອງ​ວ່າ: “ເຮົາ​ຈະ​ລອງ​ເຮັດ​ຫຍັງ​ມ່ວນໆເບິ່ງ ແລະ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ດີໆຕາມ​ມາ.” (ຜູ້​ເທສະໜາ​ປ່າວ​ປະກາດ 2:1-10, ລ.ມ.) ດັ່ງ​ນັ້ນ ຊາໂລໂມນ​ຈຶ່ງ​ສ້າງ​ວັງ​ທີ່​ຫຼູຫຼາ ອອກ​ແບບ​ສວນ​ທີ່​ສວຍ​ງາມ​ກັບ​ສວນ​ສາທາລະນະ ແລະ​ໄດ້​ເຮັດ​ທຸກ​ຢ່າງ​ທີ່​ລາວ​ຢາກ​ເຮັດ. ແຕ່​ລາວ​ມີ​ຄວາມ​ພໍ​ໃຈ​ແລະ​ມີ​ຄວາມ​ສຸກ​ບໍ? ເມື່ອ​ຊາໂລໂມນ​ເບິ່ງ​ຫວນ​ຄືນ​ທຸກ​ສິ່ງ​ທີ່​ລາວ​ໄດ້​ເຮັດ ລາວ​ບອກ​ວ່າ: “ການ​ນັ້ນ​ເປັນ​ແຕ່​ຄວາມ​ເປົ່າ . . . ບໍ່​ມີ​ປະໂຫຍດ​ໃນ​ການ​ນັ້ນ.” (ຜູ້​ເທສະໜາ​ປ່າວ​ປະກາດ 2:11) ເຈົ້າ​ໄດ້​ບົດຮຽນ​ຈາກ​ສິ່ງ​ທີ່​ຊາໂລໂມນ​ໄດ້​ທົດລອງ​ເຮັດ​ບໍ?

15. ຕາມ​ທີ່​ໄດ້​ຮຽນ​ຈາກ​ຄຳເພງ 32:8 ເປັນ​ຫຍັງ​ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ແລະ​ຄວາມ​ເຊື່ອ​ຊ່ວຍ​ເຈົ້າ​ແນວ​ໃດ?

15 ບາງ​ຄົນ​ໄດ້​ບົດຮຽນ​ຊີວິດ​ຍ້ອນ​ເຮັດ​ຜິດ​ພາດ​ແລະ​ໄດ້​ຮັບ​ຜົນ​ເສຍຫາຍ. ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ກັບ​ເຈົ້າ. ພະອົງ​ຢາກ​ໃຫ້​ເຈົ້າ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ທີ່​ພະອົງ​ບອກ. ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ ແລະ​ເຈົ້າ​ຈະ​ບໍ່​ມີ​ວັນ​ເສຍໃຈ​ທີ່​ເລືອກ​ເຮັດ​ຕາມ​ຄວາມ​ເຊື່ອ​ນັ້ນ. ພະ​ເຢໂຫວາ​ບໍ່​ມີ​ວັນ​ລືມ “ຄວາມ​ຮັກ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ສຳແດງ​ສຳລັບ​ນາມ​ຊື່​ຂອງ​ພະອົງ.” (ເຫບເລີ 6:10) ດັ່ງ​ນັ້ນ ໃຫ້​ພະຍາຍາມ​ຢ່າງ​ເຕັມທີ​ເພື່ອ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ. ແລ້ວ​ເຈົ້າ​ຈະ​ຕັດສິນ​ໃຈ​ໄດ້​ດີ​ໃນ​ຊີວິດ ແລະ​ເຈົ້າ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຢາກ​ໃຫ້​ເຈົ້າ​ໄດ້​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ.—ອ່ານ​ຄຳເພງ 32:8

ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ສົ່ງ​ຜົນ​ດີ​ຕໍ່​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະຫຼະ​ແທ້ໆ

ພະເຈົ້າ​ໃຫ້​ເຈົ້າ​ເປັນ​ອິດ​ສະຫຼະ​ແທ້ໆ

16. ເປັນ​ຫຍັງ​ເຮົາ​ຄວນ​ເຫັນ​ຄຸນຄ່າ​ອິດ​ສະຫຼະ​ພາບ​ແລະ​ໃຊ້​ມັນ​ຢ່າງ​ສະຫຼາດ?

16 ໂປໂລ​ຂຽນ​ວ່າ: “ຄົນ​ທີ່​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມີ​ອິດ​ສະຫຼະ.” (2 ໂກລິນໂທ 3:17, ລ.ມ.) ພະ​ເຢໂຫວາ​ຮັກ​ອິດ​ສະຫຼະ​ພາບ ແລະ​ພະອົງ​ກໍ​ສ້າງ​ເຈົ້າ​ໃຫ້​ຮັກ​ອິດ​ສະຫຼະ​ພາບ​ຄື​ກັນ. ແຕ່​ພະອົງ​ຢາກ​ໃຫ້​ເຈົ້າ​ໃຊ້​ອິດ​ສະຫຼະ​ຂອງ​ເຈົ້າ​ຢ່າງ​ສະຫຼາດ​ເພື່ອ​ຈະ​ປົກ​ປ້ອງ​ເຈົ້າ. ໝູ່​ຂອງ​ເຈົ້າ​ບາງ​ຄົນ​ອາດ​ເບິ່ງ​ສິ່ງ​ລາມົກ ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຫຼິ້ນ​ກິລາ​ທີ່​ສ່ຽງ​ຊີວິດ ໃຊ້​ຢາເສບຕິດ ຫຼື​ກິນ​ເຫຼົ້າ​ຫຼາຍ​ໂພດ. ທຳອິດ ເບິ່ງ​ຄື​ວ່າ​ສິ່ງ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ມ່ວນ​ຊື່ນ​ຫຼື​ໜ້າ​ຕື່ນ​ເຕັ້ນ ແຕ່​ສຸດ​ທ້າຍ​ກໍ​ປະສົບ​ຜົນ​ເສຍ​ຮ້າຍແຮງ ເຊັ່ນ: ຕິດ​ພະຍາດ ຕິດ​ເຫຼົ້າ​ຕິດ​ຢາ ແລະ​ເຖິງ​ຂັ້ນ​ເສຍ​ຊີວິດ. (ຄາລາຊີ 6:7, 8) ເດັກ​ນ້ອຍ​ແລະ​ໄວລຸ້ນ​ທີ່​ຫຍຸ້ງ​ກ່ຽວ​ກັບ​ສິ່ງ​ເຫຼົ່າ​ນີ້​ອາດ​ຄິດ​ວ່າ​ເຂົາ​ເຈົ້າ​ເປັນ​ອິດ​ສະຫຼະ ແຕ່​ທີ່​ຈິງ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ແບບ​ນັ້ນ.—ຕິໂຕ 3:3

17, 18. (ກ) ການ​ເຊື່ອ​ຟັງ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະຫຼະ​ແທ້​ແນວ​ໃດ? (ຂ) ອາດາມ​ແລະ​ເອວາ​ມີ​ອິດ​ສະຫຼະ​ຫຼາຍ​ກວ່າ​ມະນຸດ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

17 ກົງ​ກັນ​ຂ້າມ ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ສົ່ງ​ຜົນ​ດີ​ຕໍ່​ເຮົາ. ການ​ເຊື່ອ​ຟັງ​ພະອົງ​ສົ່ງ​ຜົນ​ດີ​ຕໍ່​ສຸຂະພາບ​ແລະ​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະຫຼະ​ແທ້ໆ. (ຄຳເພງ 19:7-11) ຖ້າ​ເຈົ້າ​ໃຊ້​ອິດ​ສະຫຼະ​ຂອງ​ເຈົ້າ​ໃນ​ວິທີ​ທີ່​ສະຫຼາດ​ໂດຍ​ເລືອກ​ເຮັດ​ຕາມ​ກົດ​ໝາຍ​ແລະ​ຫຼັກ​ການ​ທີ່​ສົມບູນ​ແບບ​ຂອງ​ພະເຈົ້າ ເຈົ້າ​ກໍ​ສະແດງ​ໃຫ້​ທັງ​ພະເຈົ້າ​ແລະ​ພໍ່​ແມ່​ຂອງ​ເຈົ້າ​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ. ພໍ່​ແມ່​ຂອງ​ເຈົ້າ​ຄົງ​ຈະ​ໄວ້​ໃຈ​ເຈົ້າ​ຫຼາຍ​ຂຶ້ນ​ແລະ​ໃຫ້​ອິດ​ສະຫຼະ​ຫຼາຍ​ຂຶ້ນ. ພະ​ເຢໂຫວາ​ສັນຍາ​ວ່າ​ບໍ່​ດົນ​ພະອົງ​ຈະ​ໃຫ້​ອິດ​ສະຫຼະ​ທີ່​ສົມບູນ​ແບບ​ແກ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ທຸກ​ຄົນ ເຊິ່ງ​ຄຳພີ​ໄບເບິນ​ເອີ້ນ​ວ່າ: “ອິດ​ສະລະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພະເຈົ້າ.”—ໂລມ 8:21, ທ.ປ.

18 ນີ້​ເປັນ​ອິດ​ສະຫຼະ​ພາບ​ແບບ​ດຽວ​ກັບ​ທີ່​ອາດາມ​ແລະ​ເອວາ​ເຄີຍ​ມີ. ຕອນ​ທີ່​ຢູ່​ໃນ​ສວນ​ເອເດນ ມີ​ສິ່ງ​ດຽວ​ທີ່​ພະເຈົ້າ​ບອກ​ເຂົາ​ເຈົ້າ​ບໍ່​ໃຫ້​ເຮັດ​ນັ້ນ​ຄື ຫ້າມ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໜຶ່ງ. (ຕົ້ນເດີມ 2:9, 17) ເຈົ້າ​ຄິດ​ວ່າ​ພະເຈົ້າ​ບໍ່​ຍຸຕິທຳ​ຫຼື​ເຂັ້ມ​ງວດ​ຫຼາຍ​ເກີນ​ໄປ​ບໍ​ທີ່​ໃຫ້​ກົດ​ໝາຍ​ນີ້​ກັບ​ເຂົາ​ເຈົ້າ? ບໍ່​ເລີຍ! ລອງ​ຄິດ​ເບິ່ງ​ວ່າ​ມະນຸດ​ໄດ້​ຕັ້ງ​ກົດ​ໝາຍ​ຫຼາຍ​ຂໍ້​ສໍ່າ​ໃດ​ແລ້ວ​ບັງຄັບ​ໃຫ້​ຄົນ​ອື່ນ​ເຮັດ​ຕາມ. ແຕ່​ພະ​ເຢໂຫວາ​ໃຫ້​ກົດ​ໝາຍ​ພຽງ​ຂໍ້​ດຽວ​ກັບ​ອາດາມ​ແລະ​ເອວາ.

19. ພະ​ເຢໂຫວາ​ແລະ​ພະ​ເຍຊູ​ກຳລັງ​ສອນ​ຫຍັງ​ເຮົາ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ອິດ​ສະຫຼະ?

19 ພະ​ເຢໂຫວາ​ປະຕິບັດ​ກັບ​ເຮົາ​ໃນ​ວິທີ​ທີ່​ສະຫຼາດ​ຫຼາຍ. ແທນ​ທີ່​ຈະ​ໃຫ້​ກົດ​ໝາຍ​ບັກ​ຫຼາຍໆຂໍ້​ກັບ​ເຮົາ ພະອົງ​ໄດ້​ອົດ​ທົນ​ສອນ​ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ຮັກ​ໃຫ້​ເຮົາ. ພະອົງ​ສອນ​ເຮົາ​ໃຫ້​ໃຊ້​ຊີວິດ​ຕາມ​ຫຼັກ​ການ​ຂອງ​ພະອົງ​ແລະ​ກຽດ​ຊັງ​ສິ່ງ​ທີ່​ຊົ່ວ. (ໂລມ 12:9) ໃນ​ຄຳ​ເທດ​ເທິງ​ພູເຂົາ ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ເຮັດ​ຊົ່ວ. (ມັດທາຍ 5:27, 28) ໃນ​ໂລກ​ໃໝ່ ພະ​ເຍຊູ​ເຊິ່ງ​ເປັນ​ກະສັດ​ຂອງ​ລາຊະອານາຈັກ​ພະເຈົ້າ​ຈະ​ສອນ​ເຮົາ​ຕໍ່ໆໄປ​ໃຫ້​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ຄື​ກັບ​ເພິ່ນ. (ເຫບເລີ 1:9) ພະ​ເຍຊູ​ຍັງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຄິດ​ແລະ​ຮ່າງກາຍ​ທີ່​ສົມບູນ​ແບບ. ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ຖ້າ​ບໍ່​ໄດ້​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຊົ່ວ​ແລະ​ບໍ່​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ຍ້ອນ​ຄວາມ​ບໍ່​ສົມບູນ​ແບບ. ໃນ​ທີ່​ສຸດ ເຮົາ​ຈະ​ມີ “ອິດ​ສະລະ​ພາບ​ອັນ​ຮຸ່ງເຮືອງ” ທີ່​ພະ​ເຢໂຫວາ​ສັນຍາ​ໄວ້.

20. (ກ) ພະ​ເຢໂຫວາ​ໃຊ້​ອິດ​ສະຫຼະ​ຂອງ​ພະອົງ​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ແບບ​ພະອົງ​ໄດ້​ແນວ​ໃດ?

20 ໃນ​ໂລກ​ໃໝ່ ອິດ​ສະຫຼະ​ພາບ​ຂອງ​ເຮົາ​ກໍ​ຍັງ​ຈະ​ມີ​ຂີດ​ຈຳກັດ​ຢູ່. ແນວ​ໃດ? ເຮົາ​ຍັງ​ຕ້ອງ​ມີ​ແຮງ​ກະຕຸ້ນ​ທີ່​ເກີດ​ຈາກ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ຄົນ​ອື່ນ. ເມື່ອ​ເຮົາ​ໃຫ້​ຄວາມ​ຮັກ​ຊີ້​ນຳ ເຮົາ​ກໍ​ຮຽນ​ແບບ​ພະ​ເຢໂຫວາ. ເຖິງ​ວ່າ​ພະ​ເຢໂຫວາ​ມີ​ອິດ​ສະຫຼະ​ແບບ​ບໍ່​ຈຳກັດ ແຕ່​ພະອົງ​ກໍ​ໃຫ້​ຄວາມ​ຮັກ​ຊີ້​ນຳ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ ລວມ​ເຖິງ​ວິທີ​ທີ່​ພະອົງ​ປະຕິບັດ​ກັບ​ເຮົາ. (1 ໂຢຮັນ 4:7, 8) ດັ່ງ​ນັ້ນ​ຈຶ່ງ​ມີ​ເຫດຜົນ​ທີ່​ວ່າ​ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ.

21. (ກ) ດາວິດ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

21 ເຈົ້າ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ສິ່ງ​ດີ​ຕ່າງໆທີ່​ພະອົງ​ໄດ້​ໃຫ້​ເຈົ້າ​ບໍ? ພະອົງ​ໃຫ້​ເຈົ້າ​ມີ​ຄວາມ​ຮູ້​ທີ່​ເຮັດ​ໃຫ້​ໃກ້​ຊິດ​ກັບ​ພະເຈົ້າ ມີ​ໝູ່​ທີ່​ດີ​ທີ່​ສຸດ ເປົ້າ​ໝາຍ​ທີ່​ດີ ແລະ​ຄວາມ​ຫວັງ​ທີ່​ຈະ​ມີ​ອິດ​ສະຫຼະ​ທີ່​ສົມບູນ​ແບບ​ໃນ​ອະນາຄົດ ລວມ​ທັງ​ຂອງ​ຂວັນ​ທີ່​ດີ​ເລີດ​ຫຼາຍ​ຢ່າງ. (ຄຳເພງ 103:5) ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ດາວິດ​ຕອນ​ທີ່​ລາວ​ອະທິດຖານ​ເຊິ່ງ​ຂຽນ​ໄວ້​ໃນ​ຄຳເພງ 16:11 (ລ.ມ.) ທີ່​ວ່າ: “ພະອົງ​ເຮັດ​ໃຫ້​ຂ້ອຍ​ຮູ້ຈັກ​ທາງ​ແຫ່ງ​ຊີວິດ ຂ້ອຍ​ດີ​ໃຈ​ທີ່​ໄດ້​ຢູ່​ໃກ້​ຊິດ​ພະອົງ ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ຂ້າງ​ຂວາ​ມື​ຂອງ​ພະອົງ​ຕະຫຼອດ​ໄປ.” ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ຄວາມ​ຈິງ​ທີ່​ມີ​ຄ່າ​ອື່ນໆຈາກ​ຄຳເພງ​ບົດ 16. ຄວາມ​ຈິງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ!