ຂ້ອຍຄວນອະທິດຖານເຖິງນັກບຸນບໍ?
ຄຳຕອບຈາກຄຳພີໄບເບິນ
ບໍ່. ຄຳພີໄບເບິນບອກວ່າເຮົາຄວນອະທິດຖານເຖິງພະເຈົ້າເທົ່ານັ້ນໂດຍຜ່ານທາງພະເຢຊູ. ພະເຢຊູບອກພວກລູກສິດວ່າ: “ພວກເຈົ້າຄວນອະທິດຖານແບບນີ້: ‘ພະເຈົ້າພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ.’” (ມັດທາຍ 6:9) ເພິ່ນບໍ່ເຄີຍສອນລູກສິດໃຫ້ອະທິດຖານເຖິງນັກບຸນ ທູດສະຫວັນ ຫຼືບຸກຄົນອື່ນນອກຈາກພະເຈົ້າ.
ພະເຢຊູຍັງບອກລູກສິດຂອງເພິ່ນນຳວ່າ: “ຂ້ອຍເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ. ບໍ່ມີຜູ້ໃດທີ່ຈະມາເຖິງພະເຈົ້າຜູ້ເປັນພໍ່ໄດ້ນອກຈາກມາທາງຂ້ອຍ.” (ໂຢຮັນ 14:6) ພະເຈົ້າແຕ່ງຕັ້ງພະເຢຊູຜູ້ດຽວເທົ່ານັ້ນໃຫ້ເປັນຜູ້ອ້ອນວອນເພື່ອພວກເຮົາ.—ເຮັບເຣີ 7:25
ຖ້າຂ້ອຍອະທິດຖານເຖິງພະເຈົ້າແລະເຖິງນັກບຸນນຳເດ?
ໃນບັນຍັດສິບຂໍ້ ພະເຈົ້າບອກໄວ້ວ່າ: “ເຮົາແມ່ນພະຜູ້ເປັນເຈົ້າ ອົງເປັນພະເຈົ້າຂອງເຈົ້າ ແລະເຮົາຈະບໍ່ອົດກັ້ນຕໍ່ຄູ່ແຂ່ງໃດໆ.” (ອົບພະຍົບ 20:5, ສະບັບທົ່ວໄປ) ພະເຈົ້າ “ບໍ່ອົດກັ້ນຕໍ່ຄູ່ແຂ່ງໃດໆ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າພະເຈົ້າຕ້ອງການໃຫ້ສະແດງຄວາມພັກດີຫຼືນະມັດສະການເພິ່ນພຽງຜູ້ດຽວ ນີ້ລວມເຖິງການອະທິດຖານນຳ.—ເອຊາອີ 48:11
ເຮົາຈະເຮັດໃຫ້ພະເຈົ້າບໍ່ພໍໃຈຖ້າເຮົາອະທິດຖານເຖິງຜູ້ອື່ນ ແມ່ນແຕ່ເຖິງນັກບຸນຫຼືທູດສະຫວັນຜູ້ບໍລິສຸດ. ເມື່ອອັກຄະສາວົກໂຢຮັນພະຍາຍາມນະມັດສະການທູດສະຫວັນອົງໜຶ່ງ ທູດສະຫວັນອົງນັ້ນກໍຫ້າມລາວແລະເວົ້າວ່າ: “ຢ່າເຮັດແນວນີ້! ຂ້ອຍເປັນພຽງທາດຄືກັບເຈົ້າແລະຄືກັບພີ່ນ້ອງຂອງເຈົ້າທີ່ເຮັດວຽກປະກາດເລື່ອງພະເຢຊູ. ໃຫ້ນະມັດສະການພະເຈົ້າ!”—ພະນິມິດ 19:10