ຈຳເປັນບໍທີ່ຕ້ອງເປັນສະມາຊິກຂອງສາສະໜາໃດໜຶ່ງ?
ຄຳຕອບຈາກຄຳພີໄບເບິນ
ແມ່ນ ເພາະພະເຈົ້າຕ້ອງການໃຫ້ຜູ້ຄົນມາຊຸມນຸມກັນເພື່ອນະມັດສະການເພິ່ນ. ຄຳພີໄບເບິນບອກວ່າ: “ໃຫ້ພວກເຮົາສົນໃຈກັນ ເພື່ອພວກເຮົາຈະກະຕຸ້ນກັນໃຫ້ມີຄວາມຮັກແລະເຮັດຄວາມດີ ຢ່າຂາດການປະຊຸມ.”—ເຮັບເຣີ 10:24, 25
ພະເຢຊູບອກວ່າລູກສິດຂອງເພິ່ນຈະມາຢູ່ຮ່ວມກັນເປັນກຸ່ມ ເພິ່ນບອກວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.” (ໂຢຮັນ 13:34, 35) ລູກສິດຂອງພະຄລິດຕ້ອງຄົບຫາກັບເພື່ອນຮ່ວມຄວາມເຊື່ອ ເພາະນີ້ເປັນວິທີສຳຄັນຢ່າງໜຶ່ງໃນການສະແດງຄວາມຮັກ. ເຂົາເຈົ້າຈຶ່ງມາປະຊຸມຮ່ວມກັນເພື່ອນະມັດສະການພະເຈົ້າເປັນປະຈຳ. (1 ໂກຣິນໂທ 16:19) ເຂົາເຈົ້າເປັນພີ່ນ້ອງຮ່ວມຄວາມເຊື່ອກຸ່ມດຽວກັນທົ່ວໂລກ.—1 ເປໂຕ 2:17
ການເປັນສະມາຊິກຂອງສາສະໜາໃດໜຶ່ງຍັງບໍ່ພໍ
ເຖິງວ່າຄຳພີໄບເບິນບອກໃຫ້ຜູ້ຄົນຊຸມນຸມກັນເພື່ອນະມັດສະການພະເຈົ້າ ແຕ່ຄຳພີໄບເບິນບໍ່ໄດ້ສອນວ່າພະເຈົ້າພໍໃຈພຽງແຕ່ໄດ້ເປັນສະມາຊິກຂອງສາສະໜາໃດໜຶ່ງເທົ່ານັ້ນ. ຖ້າຜູ້ໃດຢາກເຮັດໃຫ້ພະເຈົ້າພໍໃຈ ລາວຕ້ອງໃຫ້ສາສະໜານັ້ນມີອິດທິພົນຕໍ່ທຸກຢ່າງທີ່ລາວເຮັດໃນຊີວິດປະຈຳວັນ. ຕົວຢ່າງເຊັ່ນ ຄຳພີໄບເບິນບອກກ່ຽວກັບເລື່ອງນີ້ວ່າ: “ການນະມັດສະການແບບທີ່ສະອາດແລະບໍລິສຸດຕາມຄວາມຄິດຂອງພະເຈົ້າຜູ້ເປັນພໍ່ຂອງພວກເຮົາແມ່ນ ການເບິ່ງແຍງລູກຄຳພ້າກັບແມ່ໝ້າຍທີ່ມີຄວາມທຸກລຳບາກ ແລະຮັກສາຕົວໃຫ້ພົ້ນຈາກແນວທາງທີ່ບໍ່ສະອາດຂອງໂລກນີ້.”—ຢາໂກໂບ 1:27