ການອັດສະຈັນຂອງພະເຢຊູ—ເຈົ້າສາມາດຮຽນຫຍັງໄດ້?
ການອັດສະຈັນຂອງພະເຢຊູ—ເຈົ້າສາມາດຮຽນຫຍັງໄດ້?
ເຈົ້າອາດແປກໃຈທີ່ໄດ້ມາຮູ້ວ່າເລື່ອງລາວໃນຄຳພີໄບເບິນກ່ຽວກັບຊີວິດຂອງພະເຢຊູເທິງແຜ່ນດິນໂລກບໍ່ເຄີຍໃຊ້ຄຳພາສາເດີມທີ່ໝາຍຄວາມວ່າ “ການອັດສະຈັນ.” ຄຳພາສາກຣີກ (ດິນາມິດສ໌) ເຊິ່ງບາງເທື່ອໄດ້ຮັບການແປວ່າ “ການອັດສະຈັນ” ມີຄວາມໝາຍຕາມໂຕອັກສອນວ່າ “ພະລັງ.” (ລູກາ 8:46) ຄຳນີ້ອາດໄດ້ຮັບການແປວ່າ “ຄວາມສາມາດ” ຫຼື “ການອິດທິລິດ.” (ມັດທາຍ 11:20; 25:15) ຕາມທີ່ຜູ້ຊ່ຽວຊານຄົນໜຶ່ງບອກໄວ້ ຄຳພາສາກຣີກຄຳນີ້ “ເນັ້ນວຽກອັນຍິ່ງໃຫຍ່ທີ່ໄດ້ເຮັດໄປແລ້ວ ແລະໂດຍສະເພາະຢ່າງຍິ່ງ ອຳນາດເຊິ່ງເຮັດໃຫ້ວຽກນັ້ນບັນລຸຜົນສຳເລັດ. ເຫດການທີ່ໄດ້ຮັບການພັນລະນາດ້ວຍຖ້ອຍຄຳທີ່ສະແດງເຖິງອຳນາດຂອງພະເຈົ້າໃນພາກປະຕິບັດ.”
ຄຳພາສາກຣີກອີກຄຳໜຶ່ງ (ເຕຣາດສ໌) ຕາມປົກກະຕິໄດ້ຮັບການແປວ່າ “ການອັດສະຈັນ” ຫຼື “ປາຕິຫານ”. (ໂຢຮັນ 4:48; ກິດຈະການ 2:19) ຄຳນີ້ເນັ້ນຜົນກະທົບທີ່ມີຕໍ່ຜູ້ສັງເກດເບິ່ງ. ຫຼາຍເທື່ອ ຝູງຊົນແລະພວກລູກສິດຮູ້ສຶກປະຫຼາດໃຈແລະງຶດງໍ້ໃນພະລັງຂອງພະເຢຊູ.—ມາຣະໂກ 2:12; 4:41; 6:51; ລູກາ 9:43
ຄຳພາສາກຣີກຄຳທີສາມ (ເຊເມໂອນ) ທີ່ກ່ຽວຂ້ອງກັບການອັດສະຈັນຂອງພະເຢຊູໝາຍເຖິງ “ເຄື່ອງໝາຍສຳຄັນຂອງອຳນາດທີ່ພະເຈົ້າປະທານໃຫ້.” ໂຣເບີດ ເດບຟ໌ຟິນໂບ ນັກວິຊາການບອກວ່າ ຄຳນີ້ “ເນັ້ນເຖິງຄວາມໝາຍທີ່ເລິກເຊິ່ງກວ່າຂອງການອັດສະຈັນ.” ລາວບອກຕື່ມອີກວ່າ: “ເຄື່ອງໝາຍສຳຄັນແມ່ນການອັດສະຈັນເຊິ່ງຖ່າຍທອດຄວາມຈິງກ່ຽວກັບພະເຢຊູອົງພະຜູ້ເປັນເຈົ້າຂອງເຮົາ.”
ພາບລວງຕາຫຼືອຳນາດທີ່ພະເຈົ້າປະທານໃຫ້?
ຄຳພີໄບເບິນບໍ່ໄດ້ເວົ້າເຖິງການອັດສະຈັນຂອງພະເຢຊູວ່າເປັນກົນອຸບາຍຫຼືພາບລວງຕາເຊິ່ງມີການຄິດຂຶ້ນມາເພື່ອໃຫ້ຄວາມບັນເທີງກັບຜູ້ຄົນ. ການອັດສະຈັນເຫຼົ່ານັ້ນເປັນການສະແດງ “ລິດເດດທີ່ຍິ່ງໃຫຍ່ຂອງພະເຈົ້າ” ຄືກັບຕອນທີ່ພະເຢຊູໄດ້ຂັບໄລ່ປີສາດອອກຈາກເດັກນ້ອຍຜູ້ຊາຍຄົນໜຶ່ງ. (ລູກາ 9:37-43) ການອັດສະຈັນແບບນັ້ນເປັນເລື່ອງທີ່ເປັນໄປບໍ່ໄດ້ບໍສຳລັບພະເຈົ້າຜູ້ມີລິດເດດສູງສຸດ ເຊິ່ງໄດ້ຮັບການພັນລະນາວ່າມີ “ພະລັງອັນມະຫາສານ”? (ເອຊາອີ 40:26, ລ.ມ.) ບໍ່ແມ່ນແບບນັ້ນແນ່ນອນ!
ເລື່ອງລາວທີ່ບັນທຶກໃນປຶ້ມຂ່າວດີເວົ້າເຖິງການອັດສະຈັນຂອງພະເຢຊູປະມານ 35 ຢ່າງ. ແຕ່ບໍ່ມີການເປີດເຜີຍຈຳນວນລວມທັງໝົດຂອງການອັດສະຈັນຕ່າງໆຂອງເພິ່ນ. ຕົວຢ່າງເຊັ່ນ ມັດທາຍ 14:14 ບອກວ່າ: “ເພິ່ນ [ພະເຢຊູ] ເຫັນຜູ້ຄົນຈຳນວນຫຼາຍມາລໍຖ້າຢູ່ ເພິ່ນກໍຮູ້ສຶກອີ່ຕົນພວກເຂົາແລະໄດ້ປິ່ນປົວຄົນທີ່ເຈັບປ່ວຍ.” ບໍ່ມີການບອກໃຫ້ເຮົາຮູ້ວ່າເພິ່ນປິ່ນປົວຄົນປ່ວຍຈັກຄົນໃນຕອນນັ້ນ.
ການອັດສະຈັນນັ້ນເປັນພື້ນຖານສຳຄັນສຳລັບຄຳເວົ້າຂອງພະເຢຊູທີ່ວ່າເພິ່ນເປັນລູກຂອງພະເຈົ້າ ເປັນເມຊີອາຕາມຄຳສັນຍາ. ພະຄຳພີຢືນຢັນແທ້ໆວ່າອຳນາດທີ່ພະເຈົ້າປະທານໃຫ້ນັ້ນເຮັດໃຫ້ພະເຢຊູສາມາດເຮັດການອັດສະຈັນຕ່າງໆ. ອັກຄະສາວົກເປໂຕໄດ້ເວົ້າເຖິງພະເຢຊູວ່າເປັນ “ຜູ້ທີ່ພະອົງ [ພະເຈົ້າ] ສົ່ງມາ ເພາະພະອົງໃຫ້ເພິ່ນເຮັດການອັດສະຈັນແລະສະແດງປາຕິຫານຕ່າງໆໃນທ່າມກາງພວກເຈົ້າ ເຊິ່ງພວກເຈົ້າກໍຮູ້.” (ກິດຈະການ 2:22) ໃນອີກໂອກາດໜຶ່ງ ເປໂຕບອກວ່າ “ພະເຈົ້າໄດ້ເຈີມ [ພະເຢຊູ] ດ້ວຍພະລັງບໍລິສຸດແລະໃຫ້ລິດເດດແກ່ເພິ່ນ. ພະເຢຊູເດີນທາງໄປທຸກຫົນທຸກແຫ່ງເພື່ອເຮັດສິ່ງດີໆແລະປິ່ນປົວຄົນທີ່ຕ້ອງທົນທຸກເພາະຖືກມານຮ້າຍຄອບງຳ ພະເຢຊູເຮັດແບບນີ້ໄດ້ກໍຍ້ອນພະເຈົ້າຢູ່ກັບເພິ່ນ.”—ກິດຈະການ 10:37, 38
ການອັດສະຈັນຂອງພະເຢຊູເປັນສ່ວນສຳຄັນຂອງຄຳສອນຂອງເພິ່ນ. ມາຣະໂກ 1:21-27 ເຜີຍໃຫ້ເຫັນທ່າທີຂອງຝູງຊົນທີ່ມີຕໍ່ຄຳສອນຂອງພະເຢຊູແລະການອັດສະຈັນຢ່າງໜຶ່ງຂອງເພິ່ນ. ມາຣະໂກ 1:22 ບອກວ່າຝູງຊົນ “ຮູ້ສຶກງຶດງໍ້ໃນວິທີສອນຂອງພະເຢຊູ” ແລະຂໍ້ 27 ບອກວ່າປະຊາຊົນ “ງຶດງໍ້ຫຼາຍ” ເມື່ອເພິ່ນຂັບໄລ່ປີສາດອອກໄປ. ທັງການອັດສະຈັນຂອງພະເຢຊູແລະຂ່າວສານຂອງເພິ່ນໃຫ້ຂໍ້ພິສູດວ່າເພິ່ນເປັນເມຊີອາຕາມຄຳສັນຍາ.
ພະເຢຊູບໍ່ພຽງແຕ່ອ້າງວ່າເປັນເມຊີອາ ອຳນາດທີ່ພະເຈົ້າປະທານໃຫ້ເຊິ່ງສະແດງອອກມາໃນການອັດສະຈັນຂອງເພິ່ນ ລວມທັງຄຳເວົ້າແລະການກະທຳອື່ນໆໃຫ້ຫຼັກຖານວ່າເພິ່ນເປັນເມຊີອາ. ເມື່ອເກີດຄຳຖາມຂຶ້ນໃນເລື່ອງບົດບາດແລະໜ້າທີ່ມອບໝາຍຂອງເພິ່ນ ພະເຢຊູຕອບຢ່າງກ້າຫານວ່າ: “ຂ້ອຍມີພະຍານຫຼັກຖານທີ່ໜັກແໜ້ນກວ່າໂຢຮັນ [ຜູ້ໃຫ້ບັບເຕມາ] ອີກ ນັ້ນຄື ວຽກທີ່ພໍ່ຂອງຂ້ອຍມອບໝາຍໃຫ້ຂ້ອຍເຮັດຈົນສຳເລັດ ຂ້ອຍກຳລັງເຮັດວຽກນີ້ຢູ່ ແລະວຽກນີ້ແຫຼະເປັນຫຼັກຖານຢືນຢັນວ່າພໍ່ໄດ້ໃຊ້ຂ້ອຍມາ.”—ໂຢຮັນ 5:36
ຂໍ້ພິສູດເລື່ອງຄວາມໜ້າເຊື່ອຖື
ເປັນຫຍັງເຮົາຈຶ່ງແນ່ໃຈໄດ້ວ່າການອັດສະຈັນຂອງພະເຢຊູເປັນເລື່ອງຈິງ ໜ້າເຊື່ອຖື? ຂໍພິຈາລະນາຂໍ້ພິສູດເລື່ອງຄວາມໜ້າເຊື່ອຖືບາງຢ່າງ.
ເມື່ອເຮັດການອັດສະຈັນ ພະເຢຊູບໍ່ເຄີຍດຶງຄວາມສົນໃຈມາສູ່ເພິ່ນເອງ. ເພິ່ນເຮັດໃຫ້ພະເຈົ້າໄດ້ຮັບກຽດແລະສະຫງ່າລາສີສະເໝີຈາກການອັດສະຈັນອັນໃດກໍຕາມທີ່ເພິ່ນເຮັດ. ຕົວຢ່າງເຊັ່ນ ກ່ອນປິ່ນປົວຜູ້ຊາຍຕາບອດຄົນໜຶ່ງ ພະເຢຊູເນັ້ນວ່າ ການປິ່ນປົວເກີດຂຶ້ນເພື່ອ “ຈະເຮັດໃຫ້ຜູ້ຄົນໄດ້ເຫັນສິ່ງທີ່ພະເຈົ້າສາມາດເຮັດໄດ້.”—ໂຢຮັນ 9:1-3; 11:1-4
ຕ່າງຈາກນັກມາຍາກົນ ພໍ່ມົດໝໍຜີ ແລະຜູ້ປິ່ນປົວພະຍາດດ້ວຍຄວາມເຊື່ອ ພະເຢຊູບໍ່ເຄີຍໃຊ້ການສະກົດຈິດ ກົນອຸບາຍ ການສະແດງອອກທີ່ໜ້າຕື່ນຕາຕື່ນໃຈ ເວດມົນຄາຖາ ຫຼືພິທີກຳທີ່ກະຕຸ້ນຈິດໃຈ. ເພິ່ນບໍ່ເຄີຍອາໄສການຖືໂຊກລາງຫຼືການໃຊ້ເຄື່ອງລາງຂອງຂັງ. ຂໍສັງເກດວິທີຮຽບງ່າຍເຊິ່ງພະເຢຊູປິ່ນປົວຜູ້ຊາຍຕາບອດ 2 ຄົນ. ເລື່ອງລາວນັ້ນບອກວ່າ “ພະເຢຊູຮູ້ສຶກອີ່ຕົນຈຶ່ງບາຍຕາພວກເຂົາ. ທັນໃດນັ້ນ ພວກເຂົາກໍເຫັນຮຸ່ງ ແລະໄດ້ຕິດຕາມເພິ່ນໄປ.” (ມັດທາຍ 20:29-34) ບໍ່ມີພິທີກຳ ພິທີລີຕອງ ຫຼືການສະແດງອອກຢ່າງໂອ້ອວດລວມຢູ່ນຳ. ພະເຢຊູເຮັດການອັດສະຈັນຢ່າງເປີດເຜີຍ ຫຼາຍເທື່ອເພິ່ນເຮັດຕໍ່ໜ້າພະຍານຈຳນວນຫຼາຍ. ເພິ່ນບໍ່ໄດ້ໃຊ້ແສງ ການສະແດງເທິງເວທີ ຫຼືອຸປະກອນພິເສດ. ກົງກັນຂ້າມ ການອັດສະຈັນສະໄໝໃໝ່ຕາມທີ່ເວົ້າມານັ້ນຫຼາຍເທື່ອຫາຫຼັກຖານທາງເອກະສານບໍ່ໄດ້.—ມາຣະໂກ 5:24-29; ລູກາ 7:11-15
ບາງເທື່ອພະເຢຊູຍອມຮັບຄວາມເຊື່ອຂອງຄົນເຫຼົ່ານັ້ນທີ່ໄດ້ຮັບປະໂຫຍດຈາກການອັດສະຈັນຂອງເພິ່ນ. ແຕ່ການທີ່ຄົນໜຶ່ງຂາດຄວາມເຊື່ອບໍ່ໄດ້ເຮັດໃຫ້ພະເຢຊູເຊົາເຮັດການອັດສະຈັນ. ຕອນທີ່ເພິ່ນຢູ່ເມືອງກາເປນາອູມໃນແຂວງຄາລີເລ “ຜູ້ຄົນກໍພາຫຼາຍຄົນທີ່ຖືກປີສາດສິງມາທີ່ນັ້ນ ພະເຢຊູຈຶ່ງສັ່ງພວກປີສາດໃຫ້ອອກຈາກພວກເຂົາແລະປິ່ນປົວຄົນເຈັບປ່ວຍທຸກຄົນ.”—ມັດທາຍ 8:16
ພະເຢຊູເຮັດການອັດສະຈັນເພື່ອສະໜອງຄວາມຈຳເປັນທາງຮ່າງກາຍຂອງປະຊາຊົນຢ່າງແທ້ຈິງ ບໍ່ແມ່ນເພື່ອສະໜອງຄວາມຢາກຮູ້ຢາກເຫັນຂອງຄົນໃດຄົນໜຶ່ງ. (ມາຣະໂກ 10:46-52; ລູກາ 23:8) ແລະພະເຢຊູບໍ່ເຄີຍເຮັດການອັດສະຈັນເພື່ອຜົນປະໂຫຍດຂອງໂຕເອງບໍ່ວ່າແບບໃດກໍຕາມ.—ມັດທາຍ 4:2-4; 10:8
ເລື່ອງລາວທີ່ບັນທຶກໃນປຶ້ມຂ່າວດີເດເຊື່ອຖືໄດ້ບໍ?
ໄດ້ມີການຖ່າຍທອດຂໍ້ເທັດຈິງກ່ຽວກັບການອັດສະຈັນຂອງພະເຢຊູໃຫ້ເຮົາຜ່ານທາງເລື່ອງລາວທີ່ບັນທຶກໃນປຶ້ມຂ່າວດີທັງສີ່ຫົວ. ມີເຫດຜົນທີ່ຈະເຊື່ອຖືເລື່ອງລາວເຫຼົ່ານັ້ນບໍເມື່ອເຮົາກວດສອບເບິ່ງຄວາມໜ້າເຊື່ອຖືຂອງການອັດສະຈັນເຊິ່ງຜູ້ຄົນເຊື່ອວ່າພະເຢຊູເຮັດ? ແມ່ນ ມີເຫດຜົນທີ່ຈະເຊື່ອ.
ຕາມທີ່ໄດ້ເວົ້າໄປແລ້ວ ການອັດສະຈັນຂອງພະເຢຊູເປັນສິ່ງທີ່ເຮັດຢ່າງເປີດເຜີຍ ຕໍ່ໜ້າພະຍານຫຼາຍຄົນ. ປຶ້ມຂ່າວດີຫົວທຳອິດໄດ້ຮັບການຂຽນໃນຊ່ວງເວລາທີ່ພະຍານສ່ວນໃຫຍ່ຍັງມີຊີວິດຢູ່. ກ່ຽວກັບຄວາມສັດຊື່ຂອງຜູ້ຂຽນປຶ້ມຂ່າວດີ ປຶ້ມການອັດສະຈັນຕ່າງໆແລະການຄືນມາຈາກຕາຍ (ພາສາອັງກິດ) ບອກວ່າ: “ຄືຊິບໍ່ຍຸຕິທຳແທ້ໆທີ່ຈະກ່າວຫາຜູ້ຂຽນປຶ້ມຂ່າວດີໂດຍທີ່ບໍ່ມີການພິສູດໃຫ້ຮອບຄອບວ່າ ເຂົາເຈົ້າເອົາຫຼາຍໆເລື່ອງທີ່ຄິດວ່າເປັນການອັດສະຈັນມາປິດບັງຄວາມຈິງທາງປະຫວັດສາດ ເພື່ອສົ່ງເສີມການໂຄສະນາຊວນເຊື່ອທາງສາສະໜາ. . . . ເຂົາເຈົ້າຕັ້ງໃຈທີ່ຈະເປັນຜູ້ບັນທຶກເລື່ອງລາວຢ່າງສັດຊື່.”
ຄົນຢິວທີ່ຕໍ່ຕ້ານສາສະໜາຄລິດສະຕຽນບໍ່ເຄີຍສົງໄສເລື່ອງການອັດສະຈັນທີ່ບອກໄວ້ໃນປຶ້ມຂ່າວດີ. ເຂົາເຈົ້າສົງໄສແຕ່ເລື່ອງອຳນາດທີ່ໃຊ້ເຮັດການອັດສະຈັນເຫຼົ່ານີ້. (ມາຣະໂກ 3:22-26) ທັງພວກນັກວິຈານທີ່ເປັນຜູ້ຕໍ່ຕ້ານໃນສະໄໝຕໍ່ມາກໍບໍ່ສາມາດປະຕິເສດເລື່ອງການອັດສະຈັນຂອງພະເຢຊູໄດ້. ກົງກັນຂ້າມ ລະຫວ່າງສະຕະວັດທຳອິດແລະສະຕະວັດທີ 2 ຄ.ສ ມີຂໍ້ອ້າງອີງກ່ຽວກັບການອັດສະຈັນທີ່ພະເຢຊູເຮັດ. ເຫັນໄດ້ແຈ້ງວ່າ ເຮົາມີເຫດຜົນທຸກຢ່າງທີ່ຈະຖືວ່າເລື່ອງລາວໃນປຶ້ມຂ່າວດີກ່ຽວກັບການອັດສະຈັນຂອງເພິ່ນເປັນເລື່ອງທີ່ເຊື່ອຖືໄດ້.
ບຸກຄົນຜູ້ທີ່ເຮັດການອັດສະຈັນ
ການກວດສອບເບິ່ງການອັດສະຈັນຂອງພະເຢຊູຄືຊິບໍ່ຄົບຖ້ວນຖ້າຈຳກັດຢູ່ແຕ່ຂໍ້ໂຕ້ແຍ່ງທີ່ສົມເຫດສົມຜົນກ່ຽວກັບຄວາມໜ້າເຊື່ອຖືຂອງເລື່ອງນີ້. ໃນການເວົ້າເຖິງເລື່ອງການອັດສະຈັນຂອງພະເຢຊູ ປຶ້ມຂ່າວດີເຜີຍໃຫ້ເຫັນບຸກຄົນຜູ້ທີ່ມີຄວາມຮູ້ສຶກທີ່ເລິກເຊິ່ງແລະຄວາມເມດຕາສົງສານແບບທີ່ບໍ່ມີໃຜທຽບໄດ້ ພ້ອມກັບຄວາມສົນໃຈແທ້ໆໃນຄວາມເປັນຢູ່ຂອງເພື່ອນມະນຸດ.
ຂໍພິຈາລະນາກໍລະນີຂອງຜູ້ທີ່ເປັນພະຍາດຂີ້ທູດຄົນໜຶ່ງເຊິ່ງໄດ້ເຂົ້າໄປຫາພະເຢຊູພ້ອມກັບອ້ອນວອນວ່າ: “ພຽງແຕ່ທ່ານຢາກຊ່ວຍ ທ່ານກໍຈະປິ່ນປົວຂ້ອຍໄດ້.” ພະເຢຊູ “ຮູ້ສຶກອີ່ຕົນ” ຈຶ່ງເດ່ມືໄປຈັບຕົວລາວແລະເວົ້າວ່າ: “ຂ້ອຍຢາກຊ່ວຍ! ໃຫ້ເຈົ້າເຊົາພະຍາດເດີ້.” ຜູ້ຊາຍຄົນນີ້ໄດ້ຮັບການປິ່ນປົວໃຫ້ເຊົາທັນທີ. (ມາຣະໂກ 1:40-42) ໂດຍວິທີນີ້ ພະເຢຊູສະແດງໃຫ້ເຫັນຄວາມເຫັນອົດເຫັນໃຈເຊິ່ງໄດ້ກະຕຸ້ນເພິ່ນໃຫ້ໃຊ້ອຳນາດທີ່ພະເຈົ້າປະທານໃຫ້ເພື່ອເຮັດການອັດສະຈັນ.
ເກີດຫຍັງຂຶ້ນເມື່ອພະເຢຊູພົບກັບຂະບວນແຫ່ສົບທີ່ກຳລັງອອກມາຈາກເມືອງນາອິນ? ຊາຍໜຸ່ມທີ່ຕາຍເປັນລູກຄົນດຽວຂອງແມ່ໝ້າຍ. ພະເຢຊູ “ຮູ້ສຶກອີ່ຕົນ” ຈຶ່ງເຂົ້າໄປຫາລາວແລະເວົ້າວ່າ: “ຢ່າຮ້ອງໄຫ້ເລີຍ.” ແລ້ວເພິ່ນກໍປຸກລູກຊາຍຂອງລາວໃຫ້ກັບມາມີຊີວິດອີກ.—ລູກາ 7:11-15
ບົດຮຽນທີ່ໃຫ້ການປອບໂຍນເຊິ່ງເຮົາຈະໄດ້ຈາກການອັດສະຈັນຂອງພະເຢຊູແມ່ນເພິ່ນ “ຮູ້ສຶກອີ່ຕົນ” ແລະເຮັດສິ່ງຕ່າງໆເພື່ອຊ່ວຍເຫຼືອຜູ້ຄົນ. ແຕ່ການອັດສະຈັນເຫຼົ່ານັ້ນບໍ່ໄດ້ເປັນພຽງແຕ່ປະຫວັດສາດ. ເຮັບເຣີ 13:8 ບອກວ່າ “ພະເຢຊູຄລິດຍັງເປັນຄືເກົ່າ ບໍ່ວ່າຈະເປັນມື້ວານນີ້ ມື້ນີ້ ແລະຕະຫຼອດໄປໃນອະນາຄົດ.” ປັດຈຸບັນເພິ່ນປົກຄອງເປັນກະສັດໃນສະຫວັນ ເພິ່ນພ້ອມແລະສາມາດທີ່ຈະໃຊ້ອຳນາດທີ່ພະເຈົ້າປະທານໃຫ້ໃນການເຮັດການອັດສະຈັນໃນຂອບເຂດທີ່ກວ້າງຂວາງຫຼາຍກວ່າທີ່ເພິ່ນເຮັດຕອນທີ່ເປັນມະນຸດຢູ່ເທິງໂລກ. ອີກບໍ່ດົນ ພະເຢຊູຈະໃຊ້ອຳນາດນັ້ນເພື່ອປິ່ນປົວມະນຸດທີ່ເຊື່ອຟັງ. ພະຍານພະເຢໂຫວາຍິນດີຈະຊ່ວຍເຈົ້າໃຫ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບຄວາມຫວັງສຳລັບອະນາຄົດທີ່ສົດໃສນີ້.
[ຮູບພາບ]
ການອັດສະຈັນຂອງພະເຢຊູເປັນການສະແດງໃຫ້ເຫັນ “ລິດເດດທີ່ຍິ່ງໃຫຍ່ຂອງພະເຈົ້າ”
[ຮູບພາບ]
ພະເຢຊູເປັນບຸກຄົນທີ່ມີຄວາມຮູ້ສຶກທີ່ເລິກເຊິ່ງ