ຂ້າມໄປທີ່ເນື້ອໃນ

ເຈົ້າຕ້ອງເສຍພາສີບໍ?

ເຈົ້າຕ້ອງເສຍພາສີບໍ?

ເຈົ້າ​ຕ້ອງ​ເສຍ​ພາສີ​ບໍ?

ຫຼາຍ​ຄົນ​ບໍ່​ຢາກ​ເສຍ​ພາສີ ຍ້ອນ​ເຂົາເຈົ້າ​ຮູ້ສຶກ​ວ່າ​ມີ​ການ​ເອົາ​ເງິນ​ໄປ​ໃຊ້​ໃນ​ທາງ​ທີ່​ບໍ່​ເໝາະສົມ ບໍ່​ຄຸ້ມ​ຄ່າ ຫຼື​ເຮັດ​ໃຫ້​ເກີດ​ການ​ສໍ້​ໂກງ. ແຕ່​ບາງ​ຄົນ​ກໍ​ບໍ່​ຢາກ​ເສຍ​ພາສີ​ຍ້ອນ​ມີ​ການ​ເອົາ​ເງິນ​ຂອງ​ເຂົາເຈົ້າ​ໄປ​ໃຊ້​ໃນ​ທາງ​ທີ່​ບໍ່​ດີ. ຕົວຢ່າງ​ເຊັ່ນ ຄົນ​ໃນ​ປະເທດ​ໜຶ່ງ​ທີ່​ມາ​ຈາກ​ອາຊີ​ກາງ​ບອກ​ວ່າ: “ເຮົາ​ຈະ​ບໍ່​ໃຫ້​ເງິນ​ກັບ​ລັດຖະບານ​ເພື່ອ​ຊື້​ລູກ​ປືນ​ມາ​ຂ້າ​ລູກ​ຂອງ​ເຮົາ​ດອກ.”

ໃນ​ອະດີດ ຫຼາຍ​ຄົນ​ກໍ​ເຄີຍ​ຮູ້ສຶກ​ແບບ​ນີ້​ຄື​ກັນ. ມາຮັນດັດ ເຄ ການ​ດິ ຜູ້​ນຳ​ຄົນ​ຮິນດູ​ເຄີຍ​ປະຕິເສດ​ທີ່​ຈະ​ເສຍ​ພາສີ​ຍ້ອນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ບໍ່​ຍອມ​ໃຫ້​ລາວ​ເຮັດ​ແບບ​ນັ້ນ. ລາວ​ບອກ​ວ່າ: “ຄົນ​ໃດ​ກໍ​ຕາມ​ທີ່​ສະໜັບສະໜູນ​ວຽກ​ງານ​ຂອງ​ລັດຖະບານ​ທາງ​ດ້ານ​ການ​ທະຫານ​ບໍ່​ວ່າ​ຈະ​ເປັນ​ທາງ​ກົງ​ຫຼື​ທາງ​ອ້ອມ​ກໍ​ມີ​ສ່ວນ​ໃນ​ການ​ເຮັດ​ບາບ. ທຸກ​ຄົນ​ບໍ່​ວ່າ​ຈະ​ໜຸ່ມ​ຫຼື​ເຖົ້າ​ກໍ​ລ້ວນ​ແຕ່​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ບາບ ເພາະ​ເຂົາເຈົ້າ​ມີ​ສ່ວນ​ຊ່ວຍ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ລັດຖະບານ​ໂດຍ​ການ​ຈ່າຍ​ພາສີ.”

ຄ້າຍຄື​ກັນ ເຮັນຣີ ເດວິດ ທໍໂຣ ນັກ​ປັດຊະຍາ​ໃນ​ສະຕະວັດ​ທີ 19 ກໍ​ປະຕິເສດ​ທີ່​ຈະ​ຈ່າຍ​ພາສີ​ເພື່ອ​ສະໜັບສະໜູນ​ສົງຄາມ ໂດຍ​ອ້າງ​ວ່າ​ມັນ​ຂັດ​ຕໍ່​ຈິດ​ສຳນຶກ​ທາງ​ດ້ານ​ສິນລະທຳ​ຂອງ​ລາວ. ລາວ​ຖາມ​ວ່າ: “ປະຊາຊົນ​ຈຳເປັນ​ຕ້ອງ​ເຮັດ​ຕາມ​ຜູ້​ອອກ​ກົດໝາຍ​ບໍ ເຖິງ​ວ່າ​ເລື່ອງ​ນັ້ນ​ຈະ​ຂັດ​ກັບໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ໂຕເອງ​ພຽງ​ຊົ່ວຄາວ? ຖ້າ​ເປັນ​ແບບ​ນັ້ນ ມະນຸດ​ທຸກ​ຄົນ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ໄປ​ເພື່ອ​ຫຍັງ?”

ນີ້​ເປັນ​ປະເດັນ​ທີ່​ຄລິດສະຕຽນ​ທຸກ​ຄົນ​ສົນໃຈ ເພາະ​ຄຳພີ​ໄບເບິນ​ສອນ​ຢ່າງ​ຊັດເຈນ​ວ່າ​ເຂົາເຈົ້າ​ຄວນ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ໃນ​ທຸກ​ເລື່ອງ. (2 ຕີໂມທຽວ 1:3) ແນວ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ຍອມຮັບ​ວ່າ​ລັດຖະບານ​ມີ​ອຳນາດ​ທີ່​ຈະ​ຮຽກ​ຮ້ອງ​ໃຫ້​ເສຍ​ພາສີ. ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ທຸກ​ຄົນ​ຍອມ​ເຊື່ອຟັງ​ຄົນ​ທີ່​ມີ​ອຳນາດ​ປົກຄອງ ຍ້ອນ​ບໍ່​ມີ​ໃຜ​ມີ​ອຳນາດ​ໄດ້​ຖ້າ​ພະເຈົ້າ​ບໍ່​ອະນຸຍາດ ຄົນ​ທີ່​ມີ​ອຳນາດ​ປົກຄອງ​ຢູ່​ໃນ​ຕຳແໜ່ງ​ສູງ​ຫຼື​ຕ່ຳ​ໄດ້​ກໍ​ຍ້ອນ​ພະເຈົ້າ​ອະນຸຍາດ. ມີ​ເຫດຜົນ​ທີ່​ດີ​ທີ່​ພວກ​ເຈົ້າ​ຄວນ​ຈະ​ເຊື່ອຟັງ​ຄົນ​ທີ່​ມີ​ອຳນາດ​ປົກຄອງ ບໍ່​ແມ່ນ​ຍ້ອນ​ຢ້ານ​ຖືກ​ລົງໂທດ​ເທົ່າ​ນັ້ນ ແຕ່​ເພື່ອ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ດີ​ຕໍ່​ໆ​ໄປ. ນີ້​ເປັນ​ເຫດຜົນ​ທີ່​ພວກ​ເຈົ້າ​ຕ້ອງ​ເສຍ​ພາສີ ຍ້ອນ​ເຂົາເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ເພື່ອ​ປະຊາຊົນ​ແລະ​ເຮັດ​ໜ້າທີ່​ນີ້​ຢູ່​ຕະຫຼອດ. ພວກ​ເຈົ້າ​ຕ້ອງ​ໃຫ້​ທຸກ​ຄົນ​ຕາມ​ທີ່​ເຂົາເຈົ້າ​ສົມຄວນ​ໄດ້​ຮັບ. ພວກ​ເຈົ້າ​ຄວນ​ເສຍ​ພາສີ​ໃຫ້​ຄົນ​ທີ່​ຮຽກ​ຮ້ອງ​ພາສີ.”—ໂຣມ 13:1, 5-7

ຍ້ອນ​ແນວ​ນີ້ ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຈຶ່ງ​ມີ​ຊື່​ສຽງ​ວ່າ​ເປັນ​ຜູ້​ທີ່​ເຕັມໃຈ​ເສຍ​ພາສີ ເຖິງ​ວ່າ​ເງິນ​ສ່ວນ​ໃຫຍ່​ຈະ​ຖືກ​ນຳ​ໄປ​ໃຊ້​ເພື່ອ​ສະໜັບສະໜູນ​ກອງທັບ. ພະຍານ​ພະ​ເຢໂຫວາ​ໃນ​ປັດຈຸບັນ​ກໍ​ມີ​ຊື່​ສຽງ​ດີ​ຄື​ກັນ. a ຄລິດສະຕຽນ​ມີ​ເຫດຜົນ​ຫຍັງ​ທີ່​ເຮັດ​ແບບ​ນັ້ນ? ເຂົາເຈົ້າ​ຕ້ອງ​ຝືນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ໂຕເອງ​ບໍ​ເມື່ອ​ເສຍ​ພາສີ?

ພາສີ​ກັບໃຈ​ຮູ້​ຜິດ​ຮູ້​ຖືກ

ເປັນ​ຄວາມ​ຈິງ​ທີ່​ວ່າ ເງິນ​ພາສີ​ສ່ວນ​ໜຶ່ງ​ທີ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຈ່າຍ​ໃຫ້​ລັດຖະບານ​ຖືກ​ນຳ​ໄປ​ໃຊ້​ກັບ​ການ​ທະຫານ. ເຖິງ​ຈະ​ເປັນ​ແບບ​ນັ້ນ ຄລິດສະຕຽນ​ກໍ​ຍັງ​ເສຍ​ພາສີ​ເພື່ອ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ. ແຕ່​ການ​ດິ​ກັບ​ທໍໂຣ​ອ້າງ​ວ່າ​ເພື່ອ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ ເຂົາເຈົ້າ​ຕ້ອງ​ບໍ່​ເສຍ​ພາສີ​ໃຫ້​ລັດຖະບານ​ທີ່​ເອົາ​ເງິນ​ນັ້ນ​ໄປ​ໃຊ້​ໃນ​ການ​ທະຫານ.

ຂໍ​ໃຫ້​ສັງເກດ​ວ່າ​ເຫດຜົນ​ທີ່​ຄລິດສະຕຽນ​ເຊື່ອຟັງ​ຄຳ​ສັ່ງ​ໃນ​ໂຣມ​ບົດ 13 ນັ້ນ​ບໍ່​ແມ່ນ​ຍ້ອນ​ຢ້ານ​ຖືກ​ລົງໂທດ ແຕ່​ຍ້ອນ ‘ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ [ເຂົາເຈົ້າ]’ ນຳ. (ໂຣມ 13:5) ດັ່ງນັ້ນ ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄລິດສະຕຽນ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ເສຍ​ພາສີ ເຖິງ​ວ່າ​ເງິນ​ນັ້ນ​ຈະ​ຖືກ​ເອົາ​ໄປ​ນຳ​ໃຊ້​ກັບ​ສິ່ງ​ທີ່​ເຂົາເຈົ້າ​ບໍ່​ເຫັນດີ​ນຳ​ກໍ​ຕາມ. ເພື່ອ​ຈະ​ເຂົ້າໃຈ​ໃນ​ເລື່ອງ​ທີ່​ເບິ່ງ​ຄື​ວ່າ​ຂັດແຍ່ງ​ກັນ​ນີ້ ເຮົາ​ຕ້ອງ​ເຂົ້າໃຈ​ຄວາມ​ຈິງ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ກ່ຽວກັບ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ເຊິ່ງ​ເປັນ​ຄື​ກັບ​ສຽງ​ທີ່​ຢູ່​ພາຍ​ໃນ​ຈິດ​ໃຈ​ທີ່​ຈະ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.

ຄຳເວົ້າ​ຂອງ​ທໍໂຣ​ເປັນ​ຄວາມ​ຈິງ​ທີ່​ວ່າ​ເຮົາ​ທຸກ​ຄົນ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ ຢູ່​ພາຍ​ໃນ ແຕ່​ກໍ່​ບໍ່​ແມ່ນ​ວ່າ​ຈະ​ໄວ້ໃຈ​ໄດ້​ສະເໝີ​ໄປ. ຖ້າ​ເຮົາ​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ກໍ​ຕ້ອງ​ສອດ​ຄ່ອງ​ກັບ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ເພິ່ນ. ຫຼາຍ​ເທື່ອ​ເຮົາ​ຈຳເປັນ​ຕ້ອງ​ປັບ​ຄວາມ​ຄິດ​ຫຼື​ທັດສະນະ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ​ຍ້ອນ​ວ່າ​ຄວາມ​ຄິດ​ຂອງ​ເພິ່ນ​ເໜືອ​ກວ່າ​ເຮົາ. (ເພງ​ສັນລະເສີນ 19:7) ດັ່ງນັ້ນ ເຮົາ​ຄວນ​ພະຍາຍາມ​ເຂົ້າໃຈ​ວ່າ​ພະເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ລັດຖະບານ​ຂອງ​ມະນຸດ. ແລ້ວ​ທັດສະນະ​ຂອງ​ເພິ່ນ​ເປັນ​ແນວ​ໃດ?

ຂໍ​ໃຫ້​ສັງເກດ​ວ່າ​ອັກຄະສາວົກ​ໂປໂລ​ເອີ້ນ​ລັດຖະບານ​ມະນຸດ​ວ່າ “ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ເພື່ອ​ປະຊາຊົນ.” (ໂຣມ 13:6) ໂປໂລ​ໝາຍເຖິງ​ຫຍັງ? ໂດຍ​ພື້ນຖານ​ແລ້ວ ໂປໂລ​ໝາຍ​ຄວາມ​ວ່າ​ລັດຖະບານ​ເຫຼົ່າ​ນີ້​ຄອຍ​ເບິ່ງແຍງ​ຄວາມ​ສະຫງົບ​ຮຽບຮ້ອຍ​ໃນ​ສັງຄົມ​ແລະ​ເຮັດ​ສິ່ງ​ຕ່າງ​ໆ​ທີ່​ເປັນ​ປະໂຫຍດ​ຕໍ່​ປະຊາຊົນ. ຂະໜາດ​ວ່າ​ລັດຖະບານ​ທີ່​ບໍ່​ສັດຊື່​ເຊິ່ງ​ສໍ້​ໂກງ​ທີ່​ສຸດ​ກໍ​ຍັງ​ຈັດ​ໃຫ້​ມີ​ການ​ບໍ​ລິ​ການ​ຕ່າງ​ໆ​ເຊັ່ນ: ໄປສະນີ ໂຮງຮຽນ ການ​ປ້ອງກັນ​ອັກຄີໄພ​ແລະ​ການ​ບັງຄັບ​ໃຊ້​ກົດໝາຍ. ເຖິງ​ວ່າ​ພະເຈົ້າ​ຈະ​ຮູ້​ດີ​ວ່າ​ລັດຖະບານ​ທີ່​ມະນຸດ​ຕັ້ງ​ຂຶ້ນ​ມາ​ມີ​ຂໍ້​ບົກ​ຜ່ອງ​ຫຼາຍ​ຢ່າງ ແຕ່​ເພິ່ນ​ກໍ​ຍອມ​ໃຫ້​ລັດຖະບານ​ເຫຼົ່າ​ນີ້​ດຳເນີນ​ງານ​ໃນ​ຊ່ວງ​ໄລຍະ​ເວລາ​ໜຶ່ງ. ນອກ​ຈາກ​ນັ້ນ ພະເຈົ້າ​ຍັງ​ສັ່ງ​ໃຫ້​ເຮົາ​ເສຍ​ພາສີ​ເພື່ອ​ສະແດງ​ຄວາມ​ນັບຖື​ຕໍ່​ການ​ຈັດ​ກຽມ​ຂອງ​ເພິ່ນ ເຊິ່ງ​ກໍ​ຄື​ການ​ທີ່​ເພິ່ນ​ຍອມ​ໃຫ້​ລັດຖະບານ​ເຫຼົ່າ​ນີ້​ປົກຄອງ​ມະນຸດ.

ແນວ​ໃດ​ກໍ​ຕາມ ພະເຈົ້າ​ຍອມ​ໃຫ້​ລັດຖະບານ​ມະນຸດ​ປົກຄອງ​ພຽງ​ຊົ່ວຄາວ​ເທົ່າ​ນັ້ນ. ພະເຈົ້າ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ເອົາ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເຂົ້າ​ມາ​ແທນ​ທີ່​ລັດຖະບານ​ເຫຼົ່າ​ນັ້ນ ແລ້ວ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ລັດຖະບານ​ຂອງ​ມະນຸດ​ສ້າງ​ຂຶ້ນ​ຫຼາຍ​ສະຕະວັດ​ກໍ​ຈະ​ຖືກ​ກຳຈັດ​ໃຫ້​ໝົດ​ໄປ​ໃນ​ທີ່​ສຸດ. (ດານີເອນ 2:44; ມັດທາຍ 6:10) ແຕ່​ໃນ​ໄລຍະ​ນີ້​ພະເຈົ້າ​ບໍ່​ອະນຸຍາດ​ໃຫ້​ຄລິດສະຕຽນ​ຕໍ່ຕ້ານ​ອຳນາດ​ຂອງ​ລັດຖະບານ​ແບບ​ທີ່​ເອີ້ນ​ວ່າ​ບໍ່​ເຊື່ອຟັງ​ໂດຍ​ປະຕິເສດ​ການ​ເສຍ​ພາສີ​ຫຼື​ໂດຍ​ວິທີ​ອື່ນ​ໆ.

ຈະ​ວ່າ​ແນວ​ໃດ​ຖ້າ​ເຈົ້າ​ຮູ້ສຶກ​ຄື​ກັນ​ກັບ​ການ​ດິ​ທີ່​ຄິດ​ວ່າ​ການ​ເສຍ​ພາສີ​ເພື່ອ​ສະໜັບສະໜູນ​ສົງຄາມ​ນັ້ນ​ເປັນ​ຄື​ກັບ​ການ​ເຮັດ​ບາບ? ຕາມ​ປົກກະຕິ​ແລ້ວ ເຮົາ​ຈະ​ຮູ້ສຶກ​ວ່າ​ທິວ​ທັດ​ທີ່​ຢູ່​ອ້ອມ​ຕົວ​ເຮົາ​ເບິ່ງ​ສວຍ​ງາມ​ຂຶ້ນ​ເມື່ອ​ເຮົາ​ເບິ່ງ​ຈາກ​ບ່ອນ​ສູງ. ຄ້າຍຄື​ກັນ ເຮົາ​ຈະ​ປັບ​ຄວາມ​ຄິດ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຮົາ​ຄິດ​ຕຶກຕອງ​ວ່າ​ທັດສະນະ​ຂອງ​ເພິ່ນ​ສູງ​ສົ່ງ​ກວ່າ​ເຮົາ​ຫຼາຍ​ສ່ຳ​ໃດ. ພະເຈົ້າ​ບອກ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາຢາ​ວ່າ: “ຄື​ກັບ​ທີ່​ຟ້າ​ສູງ​ກວ່າ​ດິນ ແນວ​ທາງ​ຂອງ​ເຮົາ​ກໍ​ສູງ​ກວ່າ​ແນວ​ທາງ​ຂອງ​ເຈົ້າ ແລະ​ຄວາມ​ຄິດ​ຂອງ​ເຮົາ​ກໍ​ເໜືອ​ກວ່າ​ຄວາມ​ຄິດ​ຂອງ​ເຈົ້າ.”—ເອຊາຢາ 55:8, 9

ການ​ປົກຄອງ​ຂອງ​ມະນຸດ​ມີ​ອຳນາດ​ຢ່າງ​ສົມບູນແບບ​ບໍ?

ການ​ທີ່​ຄຳພີ​ໄບເບິນ​ສອນ​ໃຫ້​ຄລິດສະຕຽນ​ເສຍ​ພາສີ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລັດຖະບານ​ມະນຸດ​ມີ​ອຳນາດ​ປົກຄອງ​ປະຊາຊົນ​ຢ່າງ​ສົມບູນແບບ. ພະ​ເຢຊູ​ສອນ​ວ່າ​ພະເຈົ້າ​ອະນຸຍາດ​ໃຫ້​ລັດຖະບານ​ເຫຼົ່າ​ນັ້ນ​ໃຊ້​ອຳນາດ​ໃນ​ຂອບເຂດ​ຈຳກັດ​ເທົ່າ​ນັ້ນ. ເມື່ອ​ມີ​ຄົນ​ຖາມ​ພະ​ເຢຊູ​ວ່າ ການ​ເສຍ​ພາສີ​ໃຫ້​ກັບ​ລັດຖະບານ​ໂຣມ​ເປັນ​ສິ່ງ​ທີ່​ພະເຈົ້າ​ເຫັນດີ​ບໍ ເພິ່ນ​ຕອບ​ດ້ວຍ​ຖ້ອຍຄຳ​ທີ່​ເລິກ​ເຊິ່ງ​ວ່າ: “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ​ກໍ​ໃຫ້​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພະເຈົ້າ​ກໍ​ໃຫ້​ພະເຈົ້າ.”—ມາຣະໂກ 12:13-17

ລັດຖະບານ​ມະນຸດ​ຫຼື​ທີ່​ພະ​ເຢຊູ​ເອີ້ນ​ວ່າ: “ກາຍຊາ” ເປັນ​ຜູ້​ຜະລິດ​ເງິນ​ຕາ​ຂຶ້ນ​ມາ​ແລະ​ກຳນົດ​ມູນຄ່າ​ຂອງ​ເງິນ​ເຫຼົ່າ​ນັ້ນ. ດັ່ງນັ້ນ ໃນ​ມຸມມອງ​ຂອງ​ພະເຈົ້າ ລັດຖະບານ​ເຫຼົ່າ​ນັ້ນ​ມີ​ສິດ​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ຈ່າຍ​ຄືນ​ໃນ​ຮູບ​ແບບ​ຂອງ​ພາສີ. ເຖິງ​ຈະ​ເປັນ​ແບບ​ນັ້ນ ຄຳເວົ້າ​ຂອງ​ພະ​ເຢຊູ​ສະແດງ​ວ່າ​ບໍ່​ມີ​ສະຖາບັນ​ໃດ​ທີ່​ມະນຸດ​ຕັ້ງ​ຂຶ້ນ​ຈະ​ສາມາດ​ຮຽກ​ຮ້ອງ “ສິ່ງ​ທີ່​ເປັນ​ຂອງ​ພະເຈົ້າ” ເຊິ່ງ​ກໍ​ຄື​ຊີວິດ​ແລະ​ການ​ນະມັດສະການ​ຂອງ​ເຮົາ. ເມື່ອ​ກົດໝາຍ​ຫຼື​ຂໍ້​ຮຽກ​ຮ້ອງ​ຂອງ​ມະນຸດ​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ ຄລິດສະຕຽນ “ຕ້ອງ​ເຊື່ອຟັງ​ພະເຈົ້າ​ຫຼາຍ​ກວ່າ​ມະນຸດ.”—ກິດຈະການ 5:29

ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ອາດ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ເມື່ອ​ເຫັນ​ວິທີ​ທີ່​ລັດຖະບານ​ເອົາ​ເງິນ​ພາສີ​ບາງ​ສ່ວນ​ໄປ​ໃຊ້ ແຕ່​ເຂົາເຈົ້າ​ຈະ​ບໍ່​ພະຍາຍາມ​ກົດ​ດັນ​ຫຼື​ແຊກ​ແຊງ​ການ​ດຳເນີນ​ວຽກ​ງານ​ຂອງ​ລັດຖະບານ​ໂດຍ​ຂັດຂືນ​ຫຼື​ປະຕິເສດ​ການ​ຈ່າຍ​ພາສີ. ຖ້າ​ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ສ່ຳ​ກັບ​ວ່າ ເຂົາເຈົ້າ​ບໍ່​ໄວ້ໃຈ​ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ວ່າ ເພິ່ນ​ຈະ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ຂອງ​ມະນຸດ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ອົດທົນ​ລໍ​ຖ້າ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພະເຈົ້າ​ຈະ​ເຂົ້າ​ມາ​ແຊກ​ແຊງ​ວຽກ​ງານ​ຂອງ​ມະນຸດ​ໂດຍ​ທາງ​ການ​ປົກຄອງ​ຂອງ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ. ພະ​ເຢຊູ​ເວົ້າ​ວ່າ: “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.”—ຢຮ 18:36

ການ​ເຮັດ​ຕາມ​ຄຳສອນ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ

ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ​ຖ້າ​ເຈົ້າ​ເຮັດ​ຕາມ​ຄຳສອນ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ເສຍ​ພາສີ. ເຈົ້າ​ຈະ​ບໍ່​ຕ້ອງ​ຖືກ​ຮັບ​ໂທດ​ໃນ​ຂໍ້ຫາ​ໜີ​ພາສີ​ແລະ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ຖືກ​ຈັບ​ໄດ້. (ໂຣມ 13:3-5) ສຳຄັນ​ກວ່າ​ນັ້ນ​ເຈົ້າ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ແລະ​ເຈົ້າ​ຍັງ​ໃຫ້​ກຽດ​ພະ​ເຢໂຫວາ​ໂດຍ​ການ​ເປັນ​ປະຊາຊົນ​ທີ່​ປະຕິບັດ​ຕາມ​ກົດໝາຍ. ເຖິງ​ວ່າ​ເຈົ້າ​ຕ້ອງ​ເສຍ​ເງິນ​ຈຳນວນ​ຫຼາຍ​ເມື່ອ​ທຽບ​ກັບ​ຄົນ​ທີ່​ໜີ​ຫຼື​ໂກງ​ພາສີ ແຕ່​ເຈົ້າ​ສາມາດ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ວ່າ​ເພິ່ນ​ຈະ​ເບິ່ງແຍງ​ຜູ້​ຮັບໃຊ້​ທີ່​ສັດຊື່​ພັກດີ​ຕໍ່​ເພິ່ນ. ດາວິດ​ຜູ້​ຂຽນ​ຄຳພີ​ໄບເບິນ​ເວົ້າ​ໄວ້​ດັ່ງ​ນີ້: “ຕັ້ງແຕ່​ຂ້ອຍ​ຍັງ​ໜຸ່ມ​ຈົນ​ຮອດ​ຕອນນີ້​ທີ່​ຂ້ອຍ​ເຖົ້າ​ແລ້ວ ຂ້ອຍ​ຍັງ​ບໍ່​ເຄີຍ​ເຫັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຖືກ​ປະຖິ້ມ​ຈັກ​ເທື່ອ​ແລະ​ບໍ່​ເຄີຍ​ເຫັນ​ລູກ​ຫຼານ​ຂອງ​ລາວ​ຕ້ອງ​ໄປ​ເປັນ​ຂໍ​ທານ.”​—ເພງ​ສັນລະເສີນ 37:25

ສຸດທ້າຍ​ແລ້ວ ການ​ເຂົ້າໃຈ​ແລະ​ປະຕິບັດ​ຕາມ​ຄຳສອນ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ເສຍ​ພາສີ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ໃຈ​ສະຫງົບ. ພະເຈົ້າ​ຈະ​ບໍ່​ເອົາ​ຜິດ​ກັບ​ເຈົ້າ ບໍ່​ວ່າ​ລັດຖະບານ​ຈະ​ເອົາ​ເງິນ​ພາສີ​ຂອງ​ເຈົ້າ​ໄປ​ໃຊ້​ແນວ​ໃດ​ກໍ​ຕາມ​ຄື​ກັນ​ກັບ​ທີ່​ກົດໝາຍ​ຈະ​ບໍ່​ເອົາ​ຜິດ​ກັບ​ຄົນ​ທີ່​ເຊົ່າ​ບ້ານ​ບໍ່​ວ່າ​ເຈົ້າ​ຂອງ​ບ້ານ​ຈະ​ເອົາ​ເງິນ​ຄ່າ​ເຊົ່າ​ໄປ​ໃຊ້​ແນວ​ໃດ​ກໍ​ຕາມ. ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ສະເຕວີໂອ​ບອກ​ວ່າ ກ່ອນ​ທີ່​ລາວ​ຈະ​ໄດ້​ຮຽນ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ ລາວ​ເຄີຍ​ພະຍາຍາມ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປ່ຽນແປງ​ທາງ​ດ້ານ​ການເມືອງ​ຢູ່​ພາກ​ໃຕ້​ຂອງ​ເອີຣົບ. ລາວ​ເວົ້າ​ເຖິງ​ເຫດຜົນ​ທີ່​ເຮັດ​ໃຫ້​ລາວ​ເຊົາ​ພະຍາຍາມ​ວ່າ: “ຂ້ອຍ​ຕ້ອງ​ຍອມຮັບ​ວ່າ​ມະນຸດ​ບໍ່​ສາມາດ​ເຮັດ​ໃຫ້​ໂລກ​ນີ້​ມີ​ຄວາມ​ຍຸຕິທຳ ສັນຕິພາບ​ແລະ​ຄວາມ​ຮັກ​ແບບ​ພີ່ນ້ອງ​ໄດ້. ມີ​ພຽງ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ສາມາດ​ປ່ຽນແປງ​ສັງຄົມ​ໃຫ້​ດີ​ຂຶ້ນ​ໄດ້.”

ຄື​ກັນ​ກັບ​ສະເຕວີໂອ ຖ້າ​ເຈົ້າ ‘ຄືນ​ສິ່ງ​ທີ່​ເປັນ​ຂອງ​ພະເຈົ້າ’ ຢ່າງ​ສັດຊື່​ພັກດີ ເຈົ້າ​ກໍ​ສາມາດ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ໄດ້​ເຫັນ​ມື້​ທີ່​ພະເຈົ້າ​ປົກຄອງ​ໂລກ​ນີ້​ຢ່າງ​ຖືກຕ້ອງ. ເມື່ອ​ຮອດ​ເວລາ​ນັ້ນ ເພິ່ນ​ຈະ​ລົບ​ລ້າງ​ຄວາມ​ເສຍຫາຍ​ແລະ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຢ່າງ​ທີ່​ເກີດ​ຈາກ​ການ​ປົກຄອງ​ຂອງ​ມະນຸດ.

[ຂໍ້ຄວາມໄຂເງື່ອນ]

a ສຳລັບ​ປະຫວັດ​ທີ່​ດີ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ເສຍ​ພາສີ ໃຫ້​ເບິ່ງ ຫໍສັງເກດການ 1 ພະຈິກ 2002 ໜ້າ 13 ຂໍ້ 15 ແລະ 1 ພຶດສະພາ 1996 ໜ້າ 17 ຂໍ້ 7 (ພາສາ​ໄທ)

[ຖ້ອຍ​ຄຳ​ທີ່​ຍົກ​ມາ]

ເຮົາ​ຕ້ອງ​ປັບ​ຄວາມ​ຄິດ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ​ຍ້ອນ​ວ່າ​ຄວາມ​ຄິດ​ຂອງ​ເພິ່ນ​ເໜືອ​ກວ່າ​ເຮົາ.

[ຖ້ອຍ​ຄຳ​ທີ່​ຍົກ​ມາ]

ເມື່ອ​ຄລິດສະຕຽນ​ເຊື່ອຟັງ​ຄຳ​ສັ່ງ​ທີ່​ໃຫ້​ເສຍ​ພາສີ ເຂົາເຈົ້າ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ດີ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ໄວ້​ວາງໃຈ​ວ່າ​ພະເຈົ້າ​ຈະ​ເບິ່ງແຍງ​ເຂົາເຈົ້າ

[ຖ້ອຍ​ຄຳ​ທີ່​ຍົກ​ມາ]

“ສິ່ງ​ທີ່​ເປັນ​ຂອງ​ກາຍຊາ​ກໍ​ໃຫ້​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພະເຈົ້າ​ກໍ​ໃຫ້​ພະເຈົ້າ”

[ທີ່ມາຂອງຮູບ]

Copyright British Museum